ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍບໍ່ທີ່ແອບຮັກໃຜຈັກຄົນຫນື່ງໂດຍທີ່ເຂົາບໍ່ຮູ້

ເຄີຍບໍ່ທີ່ຄົນທີ່ເຈົ້າແອບຮັກແມ່ນຫມູ່ຂອງເຈົ້າເອງ

ເຄີຍບໍ່ເມື່ອເວລາເຫັນລາວໄປກັບຄົນອື່ນເຈົ້າເກີດຄວາມອິດສາຕາຮ້ອນ

ເຄີຍບໍ່ເວລາທີ່ເຫັນລາວເອົາໃຈຄົນອື່ນທີ່ບໍ່ແມ່ນໂຕເຈົ້າແລ້ວເກິດອາການນ້ອຍໃຈ

ເຄີຍບໍ່ເວລາທີ່ເຈົ້າເຫັນລາວເຈັບແຕ່ເຈົ້າຈະເປັນຄົນທີ່ເຈັບຍີ່ງກວ່າ

ເຄີຍບໍ່ເວລາທີ່ລາວເສຍໃຈແຕ່ເຈົ້າເປັນຄົນແລກທີ່ຮູ້ແຕ່ເວລາລາວມີຄວາມສຸກເຈົ້າກັນບໍ່ຢູ່ໃນສາຍຕາລາວ

ເຄີຍບໍ່ທີ່ຈະຕ້ອງລັກຮ້ອງໃຫ້ຄົນດຽວເພາະລາວ

ເຄີຍບໍ່ທີ່ເຮັດໄດ້ທຸກຢ່າງເພື່ອລາວ

ເຄີຍບໍ່ທີ່ຕ້ອງໄປນຳລາວທຸກຄັ້ງທີ່ລາວພາໄປຫາຜູ້ສາວແຕ່ເຈົ້າກັບບໍ່ໄດ້ສົນໃຈໃຜເພາະຄົນທີ່ເຈົ້າສົນໃຈແມ່ນຄົນທີ່ພາເຈົ້າມາ

ເຄີຍບໍ່ທີ່ຄົນທີ່ເຈົ້າແອບຮັກເປັນເພດດຽວກັນກັບເຈົ້າແລະເປັນຫມູ່ທີ່ສະຫນິດທີ່ສຸດຂອງເຈົ້າລາວໄວ້ໃຈເຈົ້າແລ້ວເຈົ້າຍັງກ້າທີ່ຈະຕິດບໍ່ຊື່ກັບຄວາມເປັນຫມູ່ບໍ

ແລ້ວເຈົ້າຈະທົນໄປຮອດມື້ໄດໃນເມື່ອລາວໃຫ້ເຈົ້າໄດ້ພຽງຄຳວ່າຫມູ່

ເຈົ້າຈະເຮັດແນວໄດ້ໃນເມື່ອເຂົາບໍ່ຮູ້ເລີຍວ່າເຈົ້າຄິດຫຍັງກັບລາວແລະເຈົ້າເອງກໍ່ບໍ່ກ້າພໍທີ່ຈະເວົ້າອອກໄປເພາະຢ້ານວ່າຈະເສຍລາວໄປຕະຫລອກການ

ແລ້ວການທີ່ເຈົ້າຄິດຢູ່ຝ່າຍດຽວຮັກລາວຂ້າງດຽວຫວັງລົມໆແລ້ງໆຄົນດຽວແລ້ວຫົວໃຈຂອງເຈົ້າຈະເຕັ້ນແບບນີ້ໄປຮອດມື້ໄດ

ນີ້ກໍ່ຜ່ານມາແປດປີແລ້ວຮ້ອງໃຫ້ຈົນບໍ່ມີນ້ຳຕາຈະໄຫລ, ຫົວໃຈດ້ານຈົນບໍ່ຮູ້ວ່າຍັງມີຫຍັງທີ່ເຮັດໄຫ້ເຈັບໄດ້ຫລາຍກວ່ານີ້ບໍ່, ຂຽນໄດອຣີ່ກ່ຽວກັບລາວຈົນປື້ນຫມົດໄປຫ້າສິບຫົວ, ຢູ່ດ້ວຍກັນກິນດ້ວຍກັນບາງຕັ້ງນອນຕຽງດຽວກັນ, ໃຂ້ເກີບຄູ່ດຽວກັນ, ກິນເຂົ້າຈານດຽວກັນບາງຄາບ ແຕ່ຮູ້ສຶກວ່າເຮົາຢູ່ກັນຄົນລະໂລກເພາະຄົນທີ່ໄດຢູ່ໃກ້ຊິດໃນວັນສຳຄັນ, ໄດ້ຊ້ອນທ້າຍໃນຍາມແລງໄປຫລີ້ນກັບເປັນອີກຄົນ, ຢາກເຈົ້າໄປດືງລາວຄືນມາແລ້ວບອກຕົນທີ່ລາວເອີ້ນວ່າແໂນນັ້ນວ່າລາວເປັນຂອງງຂ້ອຍເຈົ້າບໍ່ມີສິດແຕ່ເຮັດໄດ້ພຽວແຕ່ຄິດເພາະຄວວາມເປັນຈິງຂ້ອຍບໍ່ແມ່ນຄົນແບບນັ້ນ, ຢາກບອກເຫລືອເກີນວ່າຄົນໆນີ້ເມື່ອຍເຕັມທີແລ້ວ, ຢືນຕໍ່ໄປບໍ່ໄຫວແລ້ວ, ໃຫ້ທົນອີກຕໍ່ໄປບໍ່ໄດ້ແລ້ວ

ຫັນກັບມາໄດ້ບໍ່ຫັນມາເບີ່ງຄົນຂ້າງຫລັງຂອງເຈົ້າທີ່ເຂົາເຮັດໄດ້ພຽງເບີ່ງເຖີງວ່າເຂົາຢາກສຳພັດ. ຢາກໄດ້ອາຍອຸ່ນຈາກເຈົ້າ, ແຕ່ເຈົ້າບໍ່ເຄີຍຫັນກັບມາເບີ່ງເລີຍ. ຫັນກັບມາຖາມຄົນໆນີ້ໄດ້ບໍ່ວ່າຄິດຫຍັງກັບຫມູ່ທີ່ພ້ອມທີ່ຈະບອກຖ້າຫາກລາວຟັງຢາກບອກເຫລືອເກີດວ່າ

ຄົນໆນີ້ທີ່ມຶງຮ້ອງວ່າຫມູ່ຄົນທີ່ມືງບອກວ່າເຫງົາເວລາແໂນມືງງອນຄົນທີ່ມືງບອກວ່າຫີວໃນເວລາທີ່ມືງຫາຍເມົາຄົນທີ່ບອກກູວ່າກູເປັນຄົນທີ່ດີກັບມືງທີ່ສຸດ

ຄົນນີ້ຄິດບໍ່ຊື່ກັບມືງແລ້ວຖ້າມືງຮູ້ມືງຍັງຈະເວົ້າວ່າກູຄືຄົນທີ່ດີທີ່ສຸດຂອງມືງອີກຫລືບໍ່

ກູຮັກມືງເຂົ້າແລ້ວກູຊໍໂທດ

ສະມາຊີກໃນນີ້ໃຜເຄີຍເປັນແບບນີ້ບໍ່ແລ້ວເພື່ອນໆຄິດແນວໄດຕໍ່ກັບປະເດັນນີ້ມັນບໍ່ແມ່ນເລື່ອງສົມມຸດແຕ່ມັນຄືເລື່ອງຈິງຂອງຄົນໆ

ຫນື່ງທີ່ເກັບໄວ້ມາໄດ້ແປດປີແຕ່ເຫດຜົນທີ່ນຳມາຂຽນລົງໃນນີ້ເພາະວ່າຢາກລະບາຍເພາະບໍ່ຮູ້ອີຫລີວ່າຈະເຮັດແນວໄດຕໍ່ໄປ

Delicious Digg Fark Twitter
ຄຳເຫັນ (12)
ທ.ວ.. 16, 2009 04:47 PM
ຫາຍາກໄດ໋ຫັ້ນ ເຫັນແຕ່ເພື່ອນທີ່ມັກແທງຂ້າງຫຼັງ ຊັງໆໆໆ 
ທ.ວ.. 9, 2009 11:28 PM
ແລະຄວນໃຫ້ອາໄພເພື່ອນເມື່ອເຂົາໄດ້ເຮັດຜິດພາດໄປແລ້ວ ເພາະການໃຫ້ອາໄພແລະ ໃຫ້ໂອກາດເປັນສິ່ງໜຶ່ງທີ່ຄືກັບໄດ້ເຮັດໃຫ້ຄົນເກີດໃໝ່ອີກເທື່ອໜຶ່ງ.... 
ທ.ວ.. 8, 2009 07:56 PM
ຢາກມີເພື່ອນແບບນີ້ເດເນາະຄືຊິມີຄວາມສຸກມີເພື່ອນທີ່ຮູ້ໃຈໄປໃສກະໂອເຄ 
ທ.ວ.. 8, 2009 06:05 PM
ຈະໄປຫາຢູ່ໃສເດຄຸນນະສົມບັດຂອງເພຶ່ອນແບບນີ້ແຕ່ຂ້ອຍມີເພຶ່ອນດີກວ່ານີ້ອີກ 
ທ.ວ.. 8, 2009 05:35 PM
 
ທ.ວ.. 8, 2009 02:39 PM
oh tha mean khoi ka tong mean khor 3;7;8;9;11;12;13 t khoi ja khit 
ທ.ວ.. 8, 2009 07:41 AM

ເພື່ອນດີມີຫນື່ງເຖີງຈະຫນ້ອຍ ດີກວ່າຮ້ອຍເພື່ອນຄິດລິດສະຫຍາ
ເໝືອນມີເກືອເໝັດນ້ອຍ ໜ້ອຍລາຄາ ດີກວ່ານ້ຳເຄັມເຕັມທະເລ..... 
ທ.ວ.. 8, 2009 02:08 AM
ແມ່ນແລ້ວມີຫັຍງກະຄວນໃຫ້ອະໄພກັນ
ເພື່ອນຢູ່ທີ່ໃດມິດຕະພາບຢູ່ທີ່ນັ້ນ 
ທ.ວ.. 8, 2009 12:55 AM
arn la kit hot mu na TT 
ທ.ວ.. 7, 2009 10:41 PM
ເພື່ອນແທ້ ແລະເພື່ອນຕາຍ! 
ທ.ວ.. 7, 2009 09:22 PM
ຖ້າເປັນຈັ່ງຊີ້ດີແທ້ໆ 
ທ.ວ.. 7, 2009 08:53 PM
ດີຄືກັນ ອິໆໆ
ມາຕອບເປັນຄົນແລກເລີຍ