
ຂຽນເມື່ອ: ພ.ຈ.. 25, 2009
| ມີ
8 ຄຳເຫັນ
ແລະ
0 trackback(s)
ໃນການແຂ່ງຂັນກິລາທຸກປະເພດ ກໍ່ມີວິທີການເຊຍທີ່ແຕກຕ່າງກັນໄປຕາມປະເພດກິລານັ້ນໆ, ສ່ວນຫຼາຍ ຂພຈ ສັງເກດເຫັນຄວາມເປັນເອກະລັກຂອງກອງເຊຍລາວເຮົາມັກເຊຍແມ່ນ "ທີມຊາດລາວ ສູ້... ທີມຊາດລາວ ສູ້... ທີມຊາດລາວ... ສູ້" ໂດຍທີ່ບໍ່ໄດ້ມີ ການຕົບມື ຫຼື ມີເພງເຂົ້າມາຮ່ວມໃນການເຊຍຄືກັນກັບປະເທດອື່ນໆ.
ຕາມຄວາມເຫັນສ່ວນຕົວວິທີການເຊຍດັ່ງກ່າວກໍ່ເປັນການໃຫ້ກຳລັງໃຈທີ່ດີຕໍ່ນັກກິລາລາວພວກເຮົາແລ້ວ, ແຕ່ວ່າເພື່ອເພີ່ມສີສັນໃຫ້ແກ່ງານມະຫະກຳ ຊີເກມ ຄິດວ່າເຮົາຄວນຈະຫາວິທີການເຊຍແບບໃໝ່ຕື່ມອີກ ທ່ານຄິດວ່າແນວໃດ? ແລະ ຈະເຊຍແນວໃດດີ