
ຂຽນເມື່ອ: ມິ.ຖ.. 20, 2011
| ມີ
13 ຄຳເຫັນ
ແລະ
0 trackback(s)
ບັນດາທ່ານທັງຫຼາຍເຄີຍໄດ້ຍິນນິຍາມຂອງສື່ຫຼືບໍ່? ແຕ່ລະນິຍາມວ່າແນວໃດແດ່? ແລະ ທ່ານຈະໃຫ້ນິຍາມຂອງສື່ວ່າແນວໃດ?
ຈິ່ງເໝາະສົມຊ່ວຍໃຫ້ນິຍາມສື່ເພີ່່ມເຕີມດ້ວຍນະ
ຕາມຂ້ອຍເຄີຍໄດ້ຍິນມາມີດັ່ງນີ້: ສື່ແມ່ນນັກຮົບແນວຄິດ, ສື່ເປັນຫູເປັນຕາໃຫ້ສັງຄົມ, ສື່ເປັນກະບອກສຽງທີ່ແຫຼມຄົມ,
ສື່ແມ່ນອຳນາດທີ່ 4
ແຕ່ໃນນິຍາມເຫຼົ່ານີ້ມີນິຍາມໜຶ່ງທີ່ເປັນຕາຢ້ານນັ້ນຄື: ( ສື່ເປັນກະບອກສຽງທີ່ແຫຼມຄົມ )
ເຫດຜົນຢູ່ທີ່ວ່າ: ທຸກຢ່າງທີ່ເປັນຂອງແຫຼມຄົມລ້ວນແຕ່ມີປະໂຫຍດ ແລະ ກໍ່ອັນຕະລາຍຕໍ່ຕົນເອງ ແລະ ຄົນອື່ນເກືອບເທົ່າໆກັນ.
ສົມມຸດເມື່ອຂອງແຫຼມຄົມທຸກໆຢ່າງຫາກຖືກໃຜແລ້ວແນ່ນອນວ່າຄັນບໍ່ຕາຍກໍ່ເຈັບປວດ, ອອກເລືອດ,ເປັນບາດແຜ
ແລະ ຄັນບໍ່ຕາຍກໍ່ໄດ້ປີ່ນປົວ,ບາງຄັ້ງກໍ່ດີໄວ,ບາງຄັ້ງກໍ່ນານດີ ຫຼື ເຖິງວ່າຫາຍດີມັນກໍ່ຍັງເປັນແປວໄປຕະຫຼອດ
ເຖິງວ່ານິຍາມນີ້ເປັນຕາຢ້ານກໍ່ຕາມ ຂ້ອຍເອງກໍ່ຍັງບໍ່ມີນິຍາມອື່ນທີ່ເຫັນວ່າເໝາະເພື່ອມາປ່ຽນແທນນິຍາມນີ້
ທ່ານອື່່ນມີຂໍ້ຄິດເປັນແນວໃດຊ່ວຍແນະນຳດ້ວຍນະ
ຂອບໃຈ