ກົດເກນອັນເປັນທຳມະຊາດການຂະຫຍາຍຕົວຂອງມວນມະນຸດເພີ່ນກຳນົດວ່າມີ 5 ລະບອບຄື: ສະຫະຊີບປະຖມົບູຮານ,
ຂ້າທາດ,ສັກດີນາ,ນາຍທຶນ ແລະສັງຄົມນິຍົມ.
ທາດແທ້ຂອງລະບອບສັກດີນາແມ່ນເຈົ້າຂອງທີ່ດິນເປັນຜູ້ມີອຳນາດ,ຂູດຮີດປະຊາຊົນຜູ້ບໍ່ມີທີ່ດິນ(ທີ່ດິນມີບົດບາດສຳຄັນ).
ສ່ວນທາດແທ້ຂອງລະບອບນາຍທຶນແມ່ນເຈົ້າຂອງໂຮງງານກຳອຳນາດ,ຂູດຮິດແຮງງານກຳມະກອນ,(ເງິນມີບົດບາດສຳຄັນ).ນາຍທຶນບໍ່ເປັນຫ່ວງວ່າຈະມີດິນເປັນຂອງຕົນເອງຫຼືບໍ່,ເຂົາມັກຈະເຊົ່າທີ່ດິນຄົນອື່ນເພື່ອເຮັດທຸລະກິດຂອງເຂົາ.
ລາວເຮົາກໍ່ໄດ້ຜ່ານລະບອບສັກດີນາພຽງໄລຍະຕົ້ນເທົ່ານັ້ນ ແລ້ວກໍ່ກະໂດດຂ້າມໄປສູ່ລະບອບໃໝ່ ເອີ້ນກັນວ່າ:
ລະບອຍປະຊາທິປະໄຕປະຊາຊົນ ຄືໃນປະຈຸບັນນີ້ເອງເມື່ອ ປີ1975, ຖ້າທຽບໃສ່ຊາດອື່ນຖືວ່າ ລະບອບສັກດີນາ
ຂະຫຍາຍຕົວຢູ່ລາວໜ້ອຍທີ່ສຸດ(ບໍ່ທັນເຕັມອີ່່ມ)
ສະນັ້ນແນວຄິດສັກດີນາກໍ່ຍັງສືບຕໍ່ຂະຫຍາຍຕົວ ຫຼືຊຶມຊັບຢູ່ໃນກະດູກຂອງຄົນທຸກຄົນຕໍ່ໆມາ ແລະມີແນວໂນ້ມຈະຂະຫຍາຍຕໍ່ໆໄປ,
ບໍ່ພຽງແຕ່ຝັງໃນກະດູດເທົ່ານັ້ນ ແນວຄິດສັກດີນາມັນຍັງຊຶມຊັບເຂົ້າເຖິງສະໝອງ ແລະສາຍເລຶອດຂອງຜູ້ເປັນການນຳ.
ເຊິ່ງມັນສະແດງອອກຢູ່ບ່ອນວ່າ: ນິໄສຂອງຄົນລາວມັກຈັບຈອງທີ່ດິນໄວ້ຫຼາຍຕອນ ບໍ່ວ່າຈະເປັນດິນປຸສ້າງ,ດິນທຳການຜະລິດ
ແລະ ດິນເປົ່າວ່າງ...
ສະເພາະຜູ້ເປັນການນຳແຮ່ງຮ້າຍ,ສ່ວນຫຼາຍແລ້ວມັກເຮັດສວນຢາຍຢູ່ແຕ່ລະແຂວງ,ແຕ່ລະເມືອງບໍ່ແມ່ນໜ້ອຍຕອນ,
ເຫດຜົນທີສັງຄົມເຄີຍນຳມາອ້າງຄື:
1.ຫວັງວ່າຖ້າການນຳມີສວນຢູ່ເຂດໃດ ເພີ່ນມັກຈະທຽວໄປຢາມ,ຕາງໄປເບິ່ງສວນເລີຍ,ເພີນເຫັນຄວາມຫຍຸ້ງຍາກ ແລ້ວເພີ່ນຈະອະນຸມັດທຶນໄປສ້າງເຂດນັ້ນ,
2. ຫວັງວ່າຈະມີການຈ້າງງານ,ກະຈາຍລາຍໄດ້ໃນເຂດນັ້ນ
3. ຫວັງວ່າຈະມີລາຍໄດ້ຜະລິດຕະພັນຈາກສວນນັ້ນ,ພື້ນຖານເຂດນັ້ນເປັນຜູ້ໄດ້ຮັບຜົນປະໂຫຍດ,ເພາະວ່າໂຕການນຳແທ້ໆເພີ່ນກໍ່ບໍ່ໄດ້ນຳໃຊ້.
ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊຕາມສາຍທາງເລກ 1D ມີສວນຂອງການນຳຂັ້ນຕ່າງໆຫຼາຍໆຕອນ,ສ່ວນເຫຼົ່ານັ້ນໄດ້ມາຈາກ 3 ພາກສ່ວນຄື:
ບໍລິສັດເອກະຊົນຊື້ຈາກປະຊາຊົນມອບໃຫ້,ແຂວງຊື້ໃຫ້ ແລະເມືອງເປັນຜູ້ເຮັດໃຫ້,ເພື່ອໃຫ້ເກີດເປັນສວນຕອນໜຶ່ງຕ້ອງໃຊ້ງົບປະມານ
ຕ່ຳສຸດ 200 ລ້ານ ແລະສູງສຸດ 2.000 ກວ່າລ້ານກີບ,ແຕ່ລະປີທາງແຂວງ,ເມືອງກໍ່ຍັງໄດ້ໃຊ້ງົບປະມານສ່ວນໜຶ່ງເຂົາໃນການບົວລະບັດຮັກສາ ແລະຂະຫຍາຍຕຶ່ມເປັນປະຈຳ,ນອນັ້ນຍັງລະດົມແຮງງານພະນັກງານ,ປະຊາຊົນບ້ານອ້ອມຂ້າງ ເຂົ້າໃນກິດຈະການດັ່ງກາວ ປີລະ 1-2 ຄັ້ງ(ໂດຍບໍ່ມີຄ່າຈ້າງ)
ຜົນປະໂຫຍດທີ່ເຫັນກັບຕາມີແຕ່ພາກສ່ວນທີ່ໄດ້ຂາຍສວນນັ້ນ,ສ່ວນຢ່າງອື່ນບໍ່ທັນມີຫຍັງ ຫຼື ວ່າບໍ່ເຖິງເວລາຕີ່ບໍ່.
ສ່ວນຜົນເສຍທີ່ພໍເບິ່ງເຫັນນັ້ນແມ່ນເນື້ອທີ່ທຳການຜະລິດຂອງປະຊາຊົນຈຳກັດເຂົ້າ,ກາຍເປັນຂໍ້ອ້າງໃຫ້ປະຊາຊົນບຸກລຸກປ່າດົງໃຫຍ່,
ພູສູງ,ລ່ວງລ້ຳເຂດປ່າສະຫງວນບາງບ່ອນເພື່ອທຳການຜະລິດ.
ເຊື່ອວ່າໝົດລຸ້ນນີ້ແລ້ວຍັງຕ້ອງມີຕະກຸນຂອງບັນດາການນຳມາສືບຕໍ່ເປັນເຈົ້າຂອງສວນ,ກາຍເປັນອັນບົ່ງບອກໃຫ້ທຸກຄົນຮູ້ວ່າ:
ແນວຄິດສັດດີນາໄດ້ຊຶມຊັບເຂົ້າກະດູກຂອງຄົນລາວ,ໂດຍສະເພາະການນຳຍິ່ງຊຶມຊັບເຂົ້າຮອກສະໝອງ ແລະສາຍເລືອດ.

ຢືນຢູ່ຕໍ່ໜ້າສຳນັກຫ້ອງວ່າການປົກຄອງເມືອງວຽງ
ຫຼຽວໄປທາງຫຼັງຫ້ອງວ່າການຈະເຫັນພູແຄນ,ເມື່ອກ່ອນໜາແໜ້ນດວ້ຍໄມ້ແຄນ,ແຕ່ຕອນນີ້
ໄມ້ແຄນໝົດແລ້ວ,ກາຍເປັນປ່າເລົ່າ

ທີ່ເຫັນເຫຼືອໆເທິງພູນັ້ນແມ່ນເຂົ້າຂອງປະຊາຊົນພວມເກັບກ່ຽວ