
ຂຽນເມື່ອ: ກ.ລ.. 2, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ພໍ່ເຖົ້າ ທ້າວສົມ,ພ້ອມດ້ວຍຍາດພີ່ນ້ອງ,ການຈັດຕັ້ງບ້ານວັງໝາກ,ເມືອງວຽງທອງ,ແຂວງບໍລິຄຳໄຊ.
ໄດ້ຝາກສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຜ່ານພັນລາວ ໄປຍັງບັນດາການຈັດຕັ້ງທຸກພາກສ່ວນ,ພີ່ນ້ອງລາວ ແລະໄທ ທີ່ມີສ່ວນຮ່ວມຊອກຄົ້ນຫາລູກ
ແລະຫຼານສາວທີ່ໄດ້ຫາຍໂຕເຂົ້າປະເທດໄທຢ່າງໄຮ້ຂໍ້ມູນນັບແຕ່ເດືອນ ມີຖຸນາປີ 2011 ,ເຊິ່ງຂ້ອຍໄດ້ນຳມາພົດລົງທີ່ພັນລາວເພື່ອຂໍຄວາມຊ່ວຍຈາກພີ່ນ້ອງພັນລາວໃນການຊອກຄົ້ນ.
ປະຈຸບັນທາງການຂອງໄທ ແລະລາວໄດ້ຄົ້ນຫາ ແລະນຳຕົວພວກກ່ຽວທັງ 3 ຄົນກັບເຖິງອ້ອມອົກຂອງພໍ່ແມ່ ແລະຍາດພີ່ນ້ອງເປັນທີ່ຮຽບຮ້ອຍແລ້ວໃນລະຫວ່າງທ້າຍເດືອນມີຖຸນາ 2012ນີ້ເອງ
(ຂໍໃຫ້ຊາດລາວ ແລະໄທຈົ່ງຍືນຍົງ ແລະຮັກສາມິດຕະພາບ,ການຮ່ວມມື ແລະຄວາມສາມັກຄີອັນດີໄວ້ຕະຫຼອດໄປ)

-ພະນະທ່ານນາງ ຍິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ກັນຍາ 2011 ນີ້. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ຫ້ອງວ່າການລັດຖະບານ ໂດຍມີພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,
ພາບຈາກ kpl