ແບບສຳຫຼວດ ຂອງ ພັນທະ ຫົວໃຈ
ບໍລິສັດວັນນະສິນໃນສາຍຕາຂອງຄົນລາວ
ສ້າງເມື່ອ ມ.ສ.. 26, 2014 15 ຄົນໂຫວດ,
6 ຄຳເຫັນ,
ອ່ານ 605 ເທື່ອ
ບໍລີສັດວັນນະສິນ ເປັນບໍລິສັດທີ່ເຮັດທຸລະກິດກ່ຽວກັບວົງການສິລະປິນ ນອກຈາກການຜະລິດ ແລະຈຳໜ່າຍເພັງແລ້ວຍັງໄດ້ນຳເອົານັກຮ້ອງຈາກພາຍໃນອອກໄປສະແດງຕ່າງປະເທດ ແລະນຳເອົ່ານັກຮ້ອງຕ່າງປະເທດມາສະແດງໃນລາວ.
ບາງຫາງສຽງເວົ້າວ່າ: ບໍລິດນີ້ ສ່ວນໃຫຍ່ແມ່ນນຳເຂົ້ານັກຮ້ອງຈາກຕ່າງປະເທດຫຼາຍກວ່າສ່ົງອອກ, 2013-2014 ຢ່າງນ້ອຍ 3 ຄັ້ງທີ່ບໍລິສັດນີ້ນຳເອົານັກຮ້ອງຈາກໄທເຂົ້າມາທົວລາວແຕ່ພາກໃຕ້,ກາງ ແລະເໜືອສຸດ (ສະເພາະສະແດງທີ່ເມືອງວຽງທອງ) ບໍ່ເຄີຍມີວ່າ ຈະເອົານັກຮ້ອງລາວປະສົມນຳຕາມການໂຄສະນາ ທັງທີ່ນັກຮ້ອງລາວກໍ່ຮ້ອງມ່ວນຕັ້ງຫຼາຍຄົນ ຕົວຢ່າງ ມຸກດາວັນ... ແຕ່ບໍ່ເຫັນວ່າສົ່ງເລີມກັນ. ກົດລະບຽບການຄຸ້ຄອງວຽກງານສີລະປະກຳ ເລກທີ່ 20 /ຖວ ລົງວັນທີ່ 10/1/1992 ມາຕາ 11 ຊີ້ໃຫ້ຮູ້ວ່າ: ງານມ່ວນຊື່ນ.ງານບັນເທິງທຸກສະຖານທີ່ຕ້ອງຮ້ອງ ແລະຟ້ອນເພັງລາວເທົ່ານັ້ນ ນອກຈາກຮັບໃຊ້ຄົນຕ່າງປະເທດ ເຊັ່ນ ປີໃໝ່ສາກົນ ແລະຢູ່ໂຮງແຮມ ຈິ່ງໃຫ້ໃຊ້ເພັງຕ່າງປະເທດ ແຕ່ບໍ່ໃຫ້ເກີນ 30%ຂອງລາຍການ.ຖ້າໃສ່ກົດລະບຽບແລ້ວ ໃນສາຍຕາຂອງທ່ານເຫັນເປັນແນວໃດ?,ຢາກໃຫ້ການເຄື່ອນໄຫວເປັນແນວໃດ? |