ແບບສຳຫຼວດ ຂອງ ພັນທະ ຫົວໃຈ
ນ້ຳດຶ່ມລາວແຈກຄຳ
ສ້າງເມື່ອ ກ.ຍ.. 30, 2014 8 ຄົນໂຫວດ,
2 ຄຳເຫັນ,
ອ່ານ 779 ເທື່ອ
ຫວ່າງທ້າຍຕົ້ນເດືອນ 8/2014 ມີພະນັກງານຂອງບໍລິສັດໜຶ່ງມາຈ່າວຂາຍນ້ຳດຶ່ມ(ບໍ່ຮູ້ວ່າກາອີ່ຫຍັງ ການອອກແບບ ແລະສະຕິກເກີທີ່ຕິດຂ້າງຂວດນ້ຳດື່ມຄ້າຍຄືນ້ຳດຶ່ມກາຫົວເສືອ ຕ່າງແຕ່ຂຽນວ່າ ລາວ lao) ເຂົາໂຄຂາຍແລະໃຫ້ກຳໄລຫຼາຍລາຍການຄື: 1,ຊື້ ນ້ຳດຶ່ມໃນມູນຄ່າ 6 ລ່ານຈະແຖມຄຳ 1 ບາດ ເປັນຄຳຮ້ານຄຳພູວົງ;2,ລົງທຶນຮ່ວມຫຸ້ນໆລະ 5 ລ້ານກີບ(ຝາກເງິນກັບບໍລິສັດເຂົາ) ຫ້ດອກເບ້ຍ 4 %ຕໍ່ເດືອນ ຮັບດອກທຸກເດຶອນ;3,ລົງທຶນຫຼາຍຈະມີປະກັນໄພຫຼາຍລາຍການ;4,ຜູ້ໃດຫາສາຂາຈຳໜ່າຍໄດ້ຫຼາຍຈະແບ່ງກໄລໃຫ້ຂວດລະ 100-300 ກີບ.ສ່ວນລາຄາແມ່ນລຸດນ້ຳດຶ່ມກາຫົວເສືອປະມານແກັດລະ 2,000-6,000 ກີບຕໍ່ 1 ແກັດ
ສຳລັບຢູ່ເມືອງວຽງທອງມີຜູ້ລອງຊື້ແລ້ວ 3 ຄົນ,ມູນຄ່າ 6 ລ່ານ 1 ຄົນ ,ມູນຄ່າ 12 ລ້ານ 1 ຄົນ ແລ້ະມູນຄ່າຫຼາຍກວ່າ 12 ລ້ານ 1 ຄົນ(ເປັນພ/ງ ລັດທັງໝົດ.ໂດຍໂອນເງິນເຂົ້າບັນຊີຂອງບໍລິສັດໄປກ່ອນແລ້ວ ແຕ່ປະຈຸບັນບາງຄົນຍັງບໍ່ໄດ້ຮັບສິນຄ້າເທື່ອ ແລະກໍ່ເລື່ອນນັດສົ່ງສິນຄ້າເຖິງ 3 ຄັ້ງແລ້ວ ໂດຍອ້າງວ່າລູກຄ້າຫຼາຍ ຜະລິດບໍ່ທັນ. ຕໍ່ບັນຫານີ້ທ່ານຄິດວ່າແນວໃດ?,ຕົ້ມຕຸນ ຫຼື ບໍ່?,ມີໃຜແດ່ຖືກແບບນີ້?, ຈະແກ້ແນວໃດ? (ຊ່ວຍແນະນຳ ແລະໃຫ້ຄວາມກະຈ່າງແຈ້ງດ້ວຍນະ) |
ຄຳເຫັນ (2)