ແບບສຳຫຼວດ ຂອງ ພັນທະ ຫົວໃຈ
ປອບກິນແມ່ລູກອ່ອນ
ສ້າງເມື່ອ ຕ.ລ.. 5, 2014 13 ຄົນໂຫວດ,
13 ຄຳເຫັນ,
ອ່ານ 1448 ເທື່ອ
ເຫດເກີດຂຶ້ນໃນຕອນເດິກ 01 ໂມງຂອງວັນທີ່ 04 ຕຸລາ 2014 ຢູ່ທີ່ໂຮງໝໍເມືອງວຽງທອງ ແຂວງບໍລິຄຳໄຊ.
ນາງ ແອ ແກ້ວວົງວຽນ ເກີດເມື່ອວັນທີ່ 31,16,01,1983 ປີນີ້ມີອາຍຸ 31 ປີເປັນເມັຍຂອງທ່ານ ຄຳລົ້ນ,ໄດ້ລູກຮ່ວມກັນຜ່າມມາ 2 ຄົນ ໄດ້ລູກແຕ່ລະຄົນກໍ່ບໍ່ເຄີຍບາກ ສ່ວນຜູ້ທີ່ 3 ເປັນເຫດການທີ່ບໍ່ຄາດຄິດກໍ່ເກີດຂຶ້ນໄດ້ເພາະວັນເກີດຂອງລູກຜູ້ 3 ນັ້ນເັປັນວັນຈົບສິ້ນຊີວິດຂອງ ນາງແອ. ນາງ ແອ ຖືພາ 9 ເດືອນເຕັມ ຜ່ານມາເຄີຍຝາກທ້ອງປົກະຕິ ແລະວັນທີ່ 4-5 ຕຸລາ 14 ເປັນວັນທີ່ໝໍນັດວ່າຈະໄດ້ແອນ້ອງ. ພໍຮອດ 01 ໂມງຂອງວັນທີ່ 4 ນາງຮູ້ສຶກເຈັບທ້ອງ ຜົວຈິ່ງຟ້າວພາໄປໂຮງໝໍ, ຮອດ 02 ໂມງກໍ່ຖືວ່າໄດ້ແອນ້ອຍເປັນຜູ້ຊາຍ,ການເກີດກໍ່ບໍ່ຍາກປານໃດ ນາງຍັງປາກລົມທຳມະດາປົກກະຕິ ຕ່າງແຕ່ວ່າເດັກອອກມາບໍ່ຟື້ນ ໝໍຈິ່ງນຳໄປເຂົ້າຫ້ອງອົບ, ຢູ້ປະມານ 02 ໂມງ 30 ແຮ່ຈິ່ງອອກມາ ແລະກໍເລືອດຕົກໜັກ ຕໍ່ມາໜ້າຕາເລີ່ມຈືດມ້ານ,ຮ້າງກາຍອ່ອນເພຍກະທັນທັນ, ແພດກໍ່ໄດ້ສູມທຸວິທີເພື່ອຊ່ວຍຊີວດິນາງໄວ້,ນອກຈາກວິທະຍາສາດແລ້ວ ຍາດພິ່ນ້ອງຍັງນຳໃຊ້ໝໍໄສຍະສາດ(ໝໍປາບຜີປອບ) ເຂົ້າມາຊ່ວຍຕາມຄວາມເຊື່ອເພາະໝົດທາງອອກ ແຕ່ອາການຍິ່ງໜັກເຂົ້າຈົນບໍ່ສາມາດຮັກສາຊີວິດນາງໄວ້ໄດ້ ນາງໄດ້ສິນສິ້ນລົມຫາຍໃຈໃນເວລາ 07 ໂມງ 30 ນາທີຂອງວັນທີ່04,10,14.ທ່າມກາງຄວາມໂສກເສົ້າເສຍໃຈ,ອາໄລອາວອນຂອງບັນດາຄອບຄົວ,ຍາດພີ່ນ້ອງ ແລະເພື່ອນມິດ ສ່ວນລູກຂອງນາງໄດ້ລອດຊີວິດ ຖືວ່າເປັນໂຊກດີທີ່ໄດ້ມຶນຕາເຫັນໂລກໃບນີ້ ໂຊກຮ້ອຍເພາະບໍ່ທັນເຫັນໜ້າແມ່. ພາຍຫຼັງການເສຍຊີວິດຂອງນາງແອ ໄດ້ເກີດມີກະແສຄວາມຄິດເຫັນຂອງສັງຄົມ 3 ກະແສ 1,ຜູ້ເຊື່ອໄສຍະສາດຄິດວ່າ: ອາດແມ່ນພາຍເຂົ້າ(ຜີປອບກິນ),ເປັນປອບທີ່ແກ່ ແລະເຂົ້າເຖິງຂິດອັນຕະລາຍແລ້ວ ແກ້ໄຂຍາກທີ່ສຸດ. 2,ຜູ້ເຊື່ອວິທະຍາສາດ ແຕ່ບໍ່ບໍ່ໄດ້ຜ່ານວິຊາການແພດ ຄິດວ່າ: ອາດເປັນເພາະຄວາມປະມາດຂອງວິຊາການ,ຂາດຄວາມພ້ອມ,ຂາດການກະກຽມອຸປະກອນ,ບໍ່ປະຕິບັດຕາມຫຼັກການປິ່ນປົວ ຫຼື ໃຊ້ຢາບໍ່ເໝາະທຳນອງນັ້ນກໍ່ບໍ່ຮູ້ ເພາະຕອນນັ້ນຄົນຕັ້ງ 2-3 ມາລໍຖ້າເອົາເລືອດອອກເພື່ອຊ່ວຍຊີວິດນາງ ແຕ່ບໍ່ມີຖົງໃສ່ເລືອດ (ບໍ່ພຽງແຕ່ບໍ່ມີເລືອດເທົ່ານັ້ນ ແມ່ນແຕ່ຖົງຢາງບັນຈຸເລືອດຊື່ໆກໍ່ບໍມີ). 3,ເບື້ອງວິຊາການດ້ານການແພດເວົ້າວ່າ: ນາງ ຂາດເລືອຮຸງແຮງ ເພາະເລືອດຂອງນາງໄຫຼບໍ່ຢຸດ,(ເຫຼືອພຽງ 7% ຕ່ຳກວ່າ 15% ຕຳ່ກວ່າໂອກາດສ່ຽງສູງສູດ). ທີ່ພົດລົງນີ້ກໍ່ເພາະຢາກສຳຫຼວດເບິ່່ງວ່າມາຮອດປະຈຸບັນນີ້ວົງການການແພດບ້ານເຮົາກ້າວໄກສ່ຳໃດແລ້ວ,ຍັງມີປະກົດການແມ່ຕາຍຍ້ອນເກີດລູກຍັງມີຫຼາຍຢູ່ບໍ່? |