ຂຽນເມື່ອ: ມ.ນ.. 23, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ໃນສະໃໝຂ້ອຍເປັນເດັກນ້ອຍ ຄູສອນແຕ້ມຮູບຄົນໜື່ງສອນຂ້ອຍສະເໝີວ່າເວລາເຮົາໃຊ້ສໍດຳແຕ້ມຮູບຫ້າມໃຊ້ຢາງລືບ. ຕອນນັ້ນຂ້ອຍບໍ່ເຂົ້າໃຈຈຸດປະສົງຂອງຄູປານໃດຂ້ອຍຮູ້ແຕ່ວ່າເວລາເຮົາແຕ້ມຮູບບໍ່ງາມຢາກແກ້ໄຂໃຫ້ມັນງາມແຕ່ທຸກຄັ້ງທີ່ຈະເອົາຢາງລືບມາລືບຄູກໍ່ຈະເຕືອນເຖີງກະຕິການັ້ນສະເໝີ
ສຸດທ້າຍຂ້ອຍຈື່ງເລືອກໃຊ້ວິທີການຕໍ່ເຕີມພາບນັ້ນໄປຕາມຈີນຕະນາການເຊັ່ນ: ຖ້າເຮົາຈະແຕມຮູບໜ້າຄົນແຕ່ເຮົາເຜີແຕ້ມໜ່ວຍຕາໄຫ່ຍເກີນໃປຂ້ອຍກໍ່ຈະປ່ຽນໜ່ວຍຕານັ້ນເປັນແຫວນຕາ, ເຖີງວ່າເຮົາຈະບໍ່ເຄີຍຄິດວ່າຈະແຕ້ມຄົນໃສ່ແຫວນຕາມາກອນ
ກໍ່ຕາມແຕ່ເຮົາກໍ່ໄດ້ຮູບໜ້າຄົນຕາມຕ້ອງການແລະເຮົາຄວນພູມໃຈວ່າເຮົາສາມາດແຕ້ມຮູບນັ້ນດ້ວຍຄວມໜັ້ນໃຈແລະບໍ່ຕ້ອງໃຊ້ຢາງລືບເລີຍ
ເວລາຜ່ານໃປເມື່ເຮົາໄຫ່ຍຂື້ນມາກໍ່ໄດ້ຮຽນຮູ້ວ່າສີ່ງທີ່ຄູສອນໃນວັນນັ້ນແທ້ຈີງແລ້ວມັນປູກຟັງນິໃສໄຫ້ກັບຂ້ອຍນັ້ນ ຄື ການເຂົ້າໃຈທຳມະຊາດຂອງຄວາມຜິດດພາດ, ຄວາມຜິດພາດເປັນສີ່ງທີ່ເກີດຂື້ນໃນຊີວິດຂອງຄົນທຸກຄົນແລະໃນຊີວິດນີ້ຂ້ອຍກໍ່ໄດ້ພົບມັນໂດຍບໍ່ໄດ້ຕັ້ງໃຈ
ສີ່ງໜື່ງທີ່ເຮັດໄຫ້ຂ້ອຍຍອມຮັບຄວາມຜິດພາດນັ້ນແລະລວບລວມສະຕິເພື່ອແກ້ໄຂບັນຫາຕ່າງໆໄດ້ກໍ່ຄື: ການທີ່ຂ້ອຍເຂົ້າໃຈວ່າທຳມະຊາດຂອງຄວາມຜິດພາດຄືການທີ່ມັນເກີດຂື້ນແລ້ວແລະຈະຄົງຢູ່ຢ່າງຖາວອນແລະຂ້ອຍກໍ່ບໍ່ໄດ້ຮັບອານຸຍາດ
ໄຫ້ໃຊ້ຢາງລືບເພື່ອລືບຄວາມຜິດພາດແຕ່ເຮົາຈຳເປັນຕ້ອງໃຊ້ສະໝອງຕໍ່ເຕີມພາບນັ້ນໄຫ້ສົມບູນດ້ວຍຕົວເອງ
ດັ່ງນັ້ນ, ຖ້າຄວາມຜິດພາດມັນເກີດຂື້ນກັບເຮົາແລ້ວແລ້ວການທີ່ເຮົາຈະມານັ່ງເສຍໃຈ ຂໍແຫກກົດເພື່ອໃຊ້ຢາງລືບກັບໃປແກ້ໄຂບັນຫາຄົງເປັນໃປບໍ່ໄດ້, ສີ່ງດຽວທີ່ຈະເຮັດໄດ້ກໍ່ຄື: ຮູ້ຈັກພິກແພງແກ້ໄຂສີ່ງເຫຼົ່ານັ້ນດ້ວບສະຕິແລະແຕ້ມຮູບຂອງຕົນເອງຕໍ່ໃປ
ດ້ວຍຄວາມລະວັງຫຼາຍຂື້ນ, ທຸກຄົນແຕ່ລະຄົນມີສໍດຳຢູ່ຄົນລະອັນເພື່ອຈະແຕ້ມເສັ້ນທາງຊີວິດຂອງຕົນໄຫ້ສວບງາມແຕ່ເຮົາບໍ່ມີຢາງລືບທີ່ຈະລຶບສີ່ງທີ່ເຮົາເຮັດຜິດພາດມາແລ້ວໄດ້, ດັ່ງນັ້ນເຮົາຕ້ອງຕັ້ງໃຈແລະມີສະຕິທຸກຄັ້ງທີ່ເຮົາຈະລາກເສັ້ນຊີວິດແລະເຖີງວ່າທີ່ເຮົາແຕ້ມຈະອອກມາບໍ່ຄື້ກັບພາບທີ່ເຮົາຟັນໄວ້ກໍ່ຕາມ, ແຕ່ມັນກໍ່ມາຈາກມືຂອງເຮົາເອງເຮົາຄວນຈະພູມໃຈກັບມັນໄດ້ສະເໝີບໍ່ຕ້ອງດອກ! ເຖີງວ່າອາດມີບາງມື້ເຮົາອາດຈະລາກເສັ້ນບິດບ້ຽວໃປແດ່ເພາະເຖີງຢ່າງໃດກໍ່ຕາມຂ້ອຍເຊື້ອວ່າ:ຖ້າສະໝອງແລະຫົວໃຈຂອງເຮົາຍັງເຮັດວຽກເຕັມທີ່ ພາບຊີວິດຂອງເຮົາກໍ່ງົດງາມໄດ້ ໂດຍບໍ່ຕ້ອງໃຊ້ຢາງລືບ...........****.........