ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2019 | ມີ 0 ຄຳເຫັນ ແລະ 0 trackback(s)

                              ​ສຳ​ພາດ​ວຽກ

ຫຼັງ​ຈາກ​ທີ​ສົ​ມ​ຊາຍ​ຊອກວຽ​ກ ກໍ່​ມີບໍ​ລິ​ສັດ​ຕ່າງ​ປະ​ເທດ​ເອີ້ນ​ລາວ​ເຂົ້າ​ສຳ​ພາດ​ກັບ​ຜູ້​ຈັດ​ການ​ຕ່າງ​ປະ​ເທດ

ຜູ້​ຈັດ​ການ: What is your name?

ສົມ​ຊາຍ: ​ສົມ​ຊາຍ​ເຈົ້າ

ຜູ້​ຈັດ​ການ: ... Where your live?

ສົມ​ຊາຍ: ບໍ່​ໄດ໊ ຂ້ອຍ​ຂື້ນ​ຂັນ​ໄດ​ມາບໍ່​ໄດ້​ຂື້ນ​ລິ​ບ

ຜູ້​ຈັດ​ການ​ກະ​ເຮັດ​ໜ້າ​ງົງໆ ແລ້ວກໍ່​ໄດ້​ຖາມ​ສົມ​ຊາຍ​ຕໍ່​ວ່າ

ຜູ້​ຈັດ​ການ:  What is you sex?

ສົມ​ຊາຍ​ຄິດ​ໃນ​ໃຈ​ວ່າ​ ລ​າວ​ຊິ​ຖາມ​ເຮັດ​ຫຍັງ​ຫວະ! ເອີ​ນະ ເຂົາ​ຖາມ​ຫຍັງ​ມາ​ກະ​ຕອບ​ໄປ​ເຖາະ

ສົມ​ຊາຍ: ກະ​ພໍ​ມີ​ຫນ້ອຍ​ຫນື່ງ​ນະ

ຜູ້​ຈັດ​ການ: No..No. You men or women

ສົມ​ຊາຍ: ຖາມ​ມາ​ໄດ້ຂ້ອຍ​ກະ Women ຕວ່າ ຜູ້​ຊາຍ​ຊິ​ໄປ​ມີ men ຈັກ​ເທື່ອ

 

ຮ່າ​ຮ່າ​ຮ່າ​ ຫົວ​ວັ​ນ​ລະ​ນິດ​ຈິດ​ແຈ່ມ​ໃສ ^__^

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2019 | ມີ 0 ຄຳເຫັນ ແລະ 0 trackback(s)

ຕະລົກ/ຊວນ​ຫົວ​ເລື່ອງ "ຕົດບໍ່ມີສຽງ"

              ຂພຈເຄີຍຂັບລົດໂດຍສານໄປກັບອ້າຍ  ແລະໃນໄລຍະທາງມີຄົນໜຶ່ງຕົດອອກມາແບບບໍ່ມີສຽງ ເຮັດໃຫ້ເໝັນກຸ້ມຂັບລົດຈົນວ່າຫຼາຍຄົນຕ້ອງເອົາມືອັດດັງ ມີຄົນໂດຍສານຜູ້ໜຶ່ງບໍ່ພໍໃຈອົດບໍ່ໄດ້ເລີຍຮ້າຍຂື້ນ

ຄົນໂດຍສານ : ແມ່ນໃຜຕົດຫວະ.? ຜ່ານໄປ 5 ນາທີກະຍັງບໍ່ມີສຽງຕອບ ລາວຈິ່ງໃຊ້ອຸບາຍໃໝ່ວ່າ :
ແມ່ນໃຜຕົດສິເອົາເງີນໃຫ້.?  ມິດຈີ່ລີ່ເຊັ່ນເຄີຍ...

              ຂພຈນັ່ງສັງເກດການຢູ່ຢ່າງມິດໆ ໂດຍບໍ່ອອກຄຳຄິດເຫັນຫຍັງ ຈົນວ່າລົດຂອງຂພຈໄປຮອດທີ່ໝາຍ ແລະກໍ່ພໍດີມີໂອກາດຕອນເກັບເງິນນີ້ເອງ.

ຫຼັງຈາກລົດຈອດປືບ ຂພຈກໍ່ເຂົ້າໄປເກັບເງີນນຳຄົນໂດຍສານ ແລະກໍ່ພໍດີອ້າຍຂອງຂພຈ ກໍ່ເຂົ້າມາຖາມຂພຈວ່າ :

ອ້າຍຂອງຂພຈ : ຈັ່ງໃດ... ເກັບເງິນໄດ້ໝົດແລ້ວຫວາ.

ຂພຈເລີຍຕອບອ້າຍໄປວ່າ : ຍັງບໍ່ທັນໄດ້ໝົດເທື່ອ... ຍັງແຕ່ຜູ້ຕົດຜູ້ດຽວທີ່ຍັງບໍ່ທັນຈ່າຍ.

ແລະກໍ່ພໍດີມີສຽງຫຼຸດອອກມາວ່າ : ຂ້ອຍກະຈ່າຍເມື່ອກີ້ແລ້ວເດ. 5555+++ ສົງໃສລາວເປັນຄົນຕົດ.

 

                                                                                                  ໂດຍ: ໃຕ້ຟ້າສີ​ຄາ​ມ

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 3, 2018 | ມີ 0 ຄຳເຫັນ ແລະ 0 trackback(s)

​ນັກ​ທ່ອງ​ທ່ຽວ​ລາວ​ກັບ​ຝ​ຣັ່ງ​ຍ່າງ​ຕຳ​ກັນ​ຢູ່​ເທິງ​ຍົນ

ຄົນ​ລາ​ວ: Sorry!

ຝ​ຣັ່ງ: I'm sorry too

ຄົນ​ລາວ: ?? OK, I am sorry three

ຝ​ຣັ່ງ: What are you sorry for?

ຄົນ​ລາວ: Oh! Oh! I am sorry five

ຝ​ຣັ່ງ: Are you sick?

ຄົນ​ລາວ: I'm seven

 

​#ບົດ​ຄວາມ​ນີ້​ມີ​ຄົ​ນ​ແຊຣຫຼາຍເລີຍ​ເອົາມາ​ເລົ່າ​ສູ້​ຟັງ​ຕໍ່ມ່ວນ​ໆ​ນຳ​ກັນ​ເດີ້​ຍີ້ມ​ໆໆໆໆ​ແນ່ ຮ່າ​ຮ່າ​ຮ່າ​ຮ່າ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2017 | ມີ 2 ຄຳເຫັນ ແລະ 0 trackback(s)

ຊ​າຍ: ອ້າຍ​ລໍ​ຖ້າມື້​ນີ້​ມາ​ດົນ​ແລ້ວ

ຍິງ: ແລ້ວເຮົາຈະມີ​ວັນ​ເລີ​ກ​ກັນ​ບໍ່?

ຊາຍ: ບໍ່​ມີ​ທາງ

ຍິງ: ຖ້າເວລານ້ອງງອນ, ອ້​າຍ​ຈະ​ງໍ້​ນ້ອງບໍ່?

ຊາຍ: ສຳ​ລັບ​ນ້ອງ​ ອ້າຍຍອມ​ເຮັດ​ທຸກ​ຢ່າງ

ຍິງ: ອ້​າຍ​ຈະ​ບໍ່​ເຮັດ​ໃຫ້​ນ້ອງ​ເສຍ​ໃຈ​ແມ່ນບໍ່?

ຊາຍ: ອ້າຍຍອມ​ຕາຍ ຖ້າ​ອ້າ​ຍ​ເຮັດ​ແບບ​ນັ້ນ​ກັບ​ນ້ອງ

ຍິງ: ຈູບ​ນ້ອງ​ອີກ​ຄັ້ງ​ແດ່​ທີ່​ຮັກ

(ຫຼັງຈາກ​ແຕ່ງ​ງານ​ກັນ​ແລ້ວ ໃຫ້​ອ່ານ​ແຕ່​ລຸ່ມ​ຂື້​ນ​ເທິງ==)

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2016 | ມີ 4 ຄຳເຫັນ ແລະ 0 trackback(s)

ທ້າວສົມປອງລາວໄດ້ແຕ່ງງານມາໄດ້3ປີແລ້ວແຕ່ຍັງບໍທັນມີລູກຢູ່ມາມື້ໜື່ງລາວໃຈຮ້າຍໃຫ້ຜູ້ເປັນເມຍແຕ່ລະມື້ມີແຕ່ກິນກັບນອນບໍ່ເຮັດບໍ່ຫາຫຍັງ,ເຮືອນຊານກະຮົກເຮື້ອ, ເຂົ້ານ້ຳຊາມປາກະບໍ່ຮູ້ແຕ່ງທ້າວສົມປອງລາວອຸກໃຈແຮງທີ່ເມຍລາວເປັນຄົນຂີ້ຄ້ານຢາກໃຫ້ເມຍຕາຍໄວໆຈື່ງຊິໄດ້ເອົາເມຍໄຫມ່ລາວຈື່ງໄປປຶກສາທະນາຍຄວາມ, ລາວໄດ້ຖາມທະນາຍວ່າ:

ສົມປອງ: ເຮັດຈັ່ງໃດທະນາຍເມຍເຮົາຄືມາຂີ້ຄ້ານແທ້ບໍ່ເຮັດຫຍັງເຮົາລະຢາກໃຫ້ລາວຕາຍໄວໆຊິໄດ້ເອົາເມຍໄຫມ່ ຫາທາງເຮັດໃຫ້ເມຍເຮົາຕາຍໂດນທີ່ເຮົາບໍ່ໄດ້ຕິດຄຸກ

ທະນາຍ: ບໍ່ຍາກ , ເຈົ້າກະຂົ່ມຂືນເມຍເຈົ້າ , ກົດໝາຍບໍ່ມີວ່າຂົ່ມຂືນເມຍໂຕເອງຕາຍລະຈະໄດ້ຕິດຄຸກ

ທ້າວສົມປອງກໍ່ຄິດອອກເມືອຕອນແລງລາວກໍ່ຈັດການຕາມແຜນທັນທີ ແຕ່ທ້າວສົມປອງຂົ່ມຂືນເມຍຈົນເມື່ອຍແຕ່ເມຍລາວກໍ່ບໍ່ມີທ່າທາງວ່າຈະເປັນຫຍັງ ທ້າວສົມປອງລາວເມື່ອຍຫຼາຍຈົນເພຍເລີຍເພີຫຼັບໄປເອງ. ພໍຕື່ນເຊົ້າມາປະກົດວ່າເຫັນເຮືອນສະອາດງາມຕາ ແລະ ຍັງມີພາເຂົ້າທີ່ເຕັມໄປດ້ວຍອາຫານຫຼາກຫຼາຍຢ່າງ ພໍດີຫຼຽວໄປເຫັນເມຍລາວຈື່ງຖາມເມຍວ່າ:

ສົມປອງ: ເກີດຫຍັງຂື້ນເຈົ້າຄືບົວລະບັດເຮືອນສະອາດແທ້ມື້ນີ້

ເມຍ: ເອີ.. ໃຜເຮັດດີນຳເຮົາ ເຮົາກະເຮັດດີຕອບ

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

ມີຊາຍເຖົ້າຄົນໜື່ງຍ່າງເຂົ້າໄປໃນບາເຫຼົ້າ ພໍດີເຫັນເຖົ້າແກ່ເຈົ້າຂອງຮ້ານລາວເລີຍຍ່າງເຂົ້າໄປຫາ ແລະ ເວົ້າກັບເຖົ້າແກ່ວ່າ:

ຊາຍເຖົ້າ: ເຖົ້າແກ່ ເຈົ້າເຊື່ອບໍ່ວ່າຂ້ອຍສາມາດກັດຕາເບື້ອງຂວາຂອງໂຕເອງໄດ້.

ເຖົ້າແກ່: ບໍ່ເຊື່ອ ເຈົ້າຫ້າມໃຫ້ຄົນອື່ນກັດໄດ໋

ຊາຍເຖົ້າ: ຖ້າຂ້ອຍກັດໄດ້ເຈົ້າຊິເອົາຫຍັງໃຫ້ຂ້ອຍ

ເຖົ້າແກ່: ເອີ ຖ້າເຮັດໄດ້ ຂ້ອຍຊິໃຫ້ເງິນເຈົ້າ 1.000.000 ກີບ

ເມື່ອຊາຍເຖົ້າໄດ້ຍິນແລ້ວກໍ່ຈົກເອົາຕາເບື້ອງຂວາຂອງໂຕເອງມາກັດ ເຖົ້າແກ່ຈື່ງອື້ງເວົ້າຫຍັງບໍ່ອອກ ຈື່ງຈົກເງີນໃຫ້ລາວໄປ ຊາຍເຖົ້າກໍ່ຍ່າງອອກຈາກຮ້ານໄປ ຈາກນັ້ນບໍ່ດົນຊາຍເຖົ້າຄົນນັ້ນກໍ່ກັບເຂົ້າມາຮ້ານອີກແລ້ວຖາມເຖົ້າແກ່ອີກວ່າ

ຊາຍເຖົ້າ: ເຖົ້າແກ່ໆ ເຈົ້າເຊື່ອບໍ່ວ່າຂ້ອຍສາມາດກັດຕາເບື້ອງຊ້າຍຂອງຂ້ອຍໄດ້

ໃນຂະນະນັ້ນ ເຖົ້າແກ່ຈື່ງຄິດໃນໃຈວ່າ: (ບໍ່ວ່າລາວຊິຕາບອດທັງສອງເບື້ອງລາວກະຍ່າງຄືຄົນປົກກະຕິຢູ່ນ່າ)

ເຖົ້າແກ່: ຖ້າເຈົ້າເຮັດໄດ້ ຂ້ອຍໃຫ້ເຈົ້າ 2.000.000 ກີບເລີຍ

ຊາຍເຖົ້າກໍ່ຈົກແຂ້ວຂອງລາວເອງອອກມາກັດຕາເບື້ອງຊ້າຍຂອງລາວ 55555 ເຖົ້າແກ່ກໍ່ເສຍຫົວໃຫ້ຊາຍເຖົ້າເປັນເທື່ອທີສອງ ຊາຍເຖົ້າລາວກໍ່ນັ່ງຢູ່ໃນຮ້ານດົນເຕີບ ແລະ ລາວກໍ່ຍ່າງມາຫາເຖົ້າແກ່ອີກ ແລ້ວເວົ້າວ່າ

ຊາຍເຖົ້າ: ເຈົ້າເຊື່ອບໍ່ ຂ້ອຍສາມາດຍ່ຽວໄດ້ໄກເຖິງ 10m

ເຖົ້າແກ່: ເຈົ້າຫ້າມຍ້າຍບ່ອນໄດ໋ ຖ້າເຈົ້າເຮັດບໍ່ໄດ້ເຈົ້າເອົາເງິນໃຫ້ຂ້ອຍ 4.000.000 ກີບ

ຈາກນັ້ນ ຊາຍເຖົ້າກໍ່ຍ່ຽວເດ່ໄປເດ່ມາບໍ່ຮອດ10m ຈັກເທື່ອ ແຮ່ງເຮັດເຖົ້າແກ່ແຮ່ງແກ່ກໍ່ຫົວ ເຖົ້າແກ່ຫົວລາວກະຫົວແຮງກວ່າເຖົ້າແກ່ ແລະ ລາວກໍ່ຈົກເງິນໃຫ້ເຖົ້າແກ່ 4.000.000ກີບ ເຖົ້າແກ່ກໍ່ຫົວ ແລະ ຄິດວ່າລາວເປັນບ້າ ຊາຍເຖົ້າເວົ້າວ່າ

ຊາຍເຖົ້າ: ຂ້ອຍພະນັນກັບຜູ້ຊາຍທີ່ຢູ້ໂຕະນັ້ນວ່າ: ຖ້າຂ້ອຍຍ່ຽວໃສ່ຮ້ານເຈົ້າແລ້ວສາມາດເຮັດໃຫ້ເຈົ້າຫົວໄດ້ ລາວຂະເອົາເງິນໃຫ້ຂ້ອຍ 6.000.000ກີບ

555555555555555555555555

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ທ້າວໃຫຍ່ ແລະ ທ້າວນ້ອຍເປັນອ້າຍນ້ອງກັນ ເຊີ່ງເປັນຄົນຍາກຈົນ , ມື້ໜື່ງແມ່ຂອງພວກເຂົາໄດ້ເງິນໃຫ້ 1000 ກີບເພື່ຶອໃຫ້ໄປຊື້ກະແລ້ມມາປັນກັນກິນ

ພໍຊື້ມາແລ້ວກໍພາກັນເລຍໄປຮອດເຄິ່ງກ້ອນທ້າວໃຫຍ່ກໍຄິດຢາກກິນຄົນດຽວຈື່ງໄດ້ອົມໝົດເລີຍແລ້ວເວົ້າຂື້ນ

ທ້າວໃຫຍ່: ກູອົມໝົດແລ້ວ ມືງກ້າກິນບໍ່?

ທ້າວນ້ອຍ: ເປັນຫຍັງຊິບໍ່ກ້າ ອົມ ກັບ ເລຍ ມັນກະຄືກັນຫັ້ນແຫລະ

ທ້າວໃຫຍ່ເຫັນວ່າບໍ່ໄດ້ຜົນລາວຈື່ງຖົ່ມນ້ຳລາຍໃສ່ ແລະ ເວົ້າຂຶ້ນ

ທ້າວໃຫຍ່: ມີແຕ່ນ້ຳລາຍກູເຕັມໄປໝົດ ມືງກ້າກິນບໍ່?

ທ້າວນ້ອຍ: ກ້າເປັນຫຍັງຊິບໍ່ກ້າ ນ້ຳລາຍ ກັບ ເລຍ ກະຄືກັນ

ເມື່ອເຫັນວ່າບໍ່ໄດ້ຜົນທ້າວໃຫຍ່ຈື່ງໄດ້ສັ່ງຂີ້ມູກໃສ່ ແລະ ຖາມທ້າວນ້ອຍອີກ

ທ້າວໃຫຍ່: ມີແຕ່ຂີ້ມູກກູມືງກ້າກິນບໍ່?

ທ້າວນ້ອຍ: ອຶ ກູບໍ່ກ້າກິນດອກ ມຶງກິນໝົດໂລດ

ທ້າວໃຫຍ່: ກູກະບໍ່ກ້າກິນຄຶກັນ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ພາຍຫຼັງຮຽນຈົບມັດທະຍົມ ນ້ອຍກໍເສັງເຂົ້າຮຽນຕໍ່ທີ່ມະຫາໄລ ໂດຍເລືອກຮຽນສາຂາພາສາອັງກິດເພາະມີໃຈມັກ. ສ່ວນຈ່ອຍຜູ້ເປັນແຟນທີ່ຮູ້ຈັກກັນມາແຕ່ສະໄໝຮຽນຢູ່ມັດທະຍົມຕອນຕົ້ນ ກໍໄດ້ໄປຮຽນວິຊາຊີບ ເຊິ່ງໂຮງຮຽນຂອງຈ່ອຍກໍບໍ່ໄກຈາກໂຮງຮຽນຂອງນ້ອຍ. ສຳລັບຈ່ອຍພາສາອັງກິດແມ່ນບໍ່ຄ່ອຍຖະໜັດ.

ມື້ໜື່ງທັງສອງໄດ້ນັດພົບກັນ ແລະ ນັ່ງຫຼິ້ນນຳກັນຂ້ອນຂ້າງເດິກ ພ້ອມທັງມອບອາຍອຸ່ນແຫ່ງຄວາມຮັກໃຫ້ກັນ ແລະ ກັນ. ທັນໃດນັ້ນຈ່ອຍກໍໄດ້ຖາມນ້ອຍ

ຈ່ອຍ: ນ້ອຍ! ເຈົ້າຄິດຈັ່ງໃດກັບຂ້ອຍ?

ດ້ວຍການທີ່ຮຽນພາສາອັງກິດມາໃໝ່ໆ, ສາວນ້ອຍກໍຕອບເປັນພາສາອັງກິດ

ນ້ອຍ: ໂອ!  ຢູ ອາ ນຳເບີວັນ ອິນ ມາຍ ຮາດ  ( oh! you are number one in my heart : ເຈົ້າຄືໜື່ງດຽວໃນໃຈຂອງຂ້ອຍ )

ທ້າວຈ່ອຍບໍ່ເຂົ້າໃຈໃນຄຳຕອບຂອງແຟນພຽງແຕ່ໄດ້ຍິນຄ່າວໆວ່າ: " ນຳເບີວັນ "  ກໍເລີຍເວົ້າກັບນ້ອຍ

ຈ່ອຍ: " ນ້ຳເບີວັນ ຫັ້ນກະມີຢູ່, ແຕ່ມື້ນີ້ຂ້ອຍບໍ່ໄດ້ເອົາມານຳ "

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ໃນຊົ່ວໂມງຮຽນເລກ

ສາວຄູ: ມື້ນີ້ເຮົາມາຮຽນບວກເລກກັນ

ຫຼັງຈາກນັ້ນສາວຄູກໍໄດ້ຕັ້ງບັ້ງເລກ ແລະ ຖາມນັກຮຽນ

ສາວຄູ: ໃຜຮູ້ແດ່ 7+7=?

ທ້າວສົມຄິດລາວຮູ້ຄຳຕອບຈື່ງລຸກຂື້ນຕອບ

ສົມຄິດ: = 4

ພໍດີສາວຄູຫຼຽວເຫັນທ້າວນຶກຄິດລາວກຳລັງນອນຫຼັບຢູ່ຈື່ງໄດ້ຖາມລາວ

ສາວຄູ: ທ້າວນຶກຄິດລອງຕອບສາວຄູເບຶ່ງດຸ 8+8=?

ນຶກຄິດ: ໂອ້ຍ ຈັ່ງຊິກະເລີຍມາຖາມ ແຕ່ສາວຄູຍັງບໍ່ຮູ້ລະ ບໍ່ຮູ້ກະເລີຍມາສອນ

 

ຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາ ( ຫົວນຳກັນແດ່ຈື່ງອາລົມດີ )

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2012 | ມີ 17 ຄຳເຫັນ ແລະ 0 trackback(s)

ມີແມ່ເຖົ້າຜູ້ໜື່ງທີ່ມາແຕ່ທາງເໜືອໄດ້ມາຢ້ຽມຢາມລູກສາວຢູ່ວຽງຈັນ ຢູ່ໄດ້ 2-3 ມື້ແລ້ວແມ່ເຖົ້າຄິດວ່າໂຕເອງລື້ງຫົນທາງທຽວແລ້ວເພີ່ນຈື່ງບອກລູກສາວວ່າຈະອອກໄປຕະຫຼາດ ບໍ່ພໍຮອດຊົ້ວໂມງ ແມ່ເຖົ້າກໍກັບມາ ພໍມາຮອດແຖວບ້ານກຳລັງຈະເຂົ້າບ້ານ ບັງເອີນມີໝາໂຕໜື່ງຊ່າງຈອງຫອງທັງເຫົ່າທັງແລ່ນມາກັດ ແມ່ເຖົ້າຈື່ງຮ້ອງຂື້ນວ່າ:

- ແມ່ເຖົ້າ: ໂອ້ຍ ຊ່ວຍແດ່ ຊ່ວຍແດ່

ລູກສາວທີ່ຢູ່ໃນເຮືອນຄົວໄດ້ຍິນສຽງແມ່ຈື່ງຮ້ອງມາໃສ່ວ່າ:

- ລູກສາວ: ແມ່ ເຈົ້າເປັນຫຍັງ

- ແມ່ເຖົ້າ: ໝາກັດກັນເນ່

- ລູກສາວ: ປ່ອຍໃຫ້ມັນກັດກັນໂລດ

- ແມ່ເຖົ້າ: ໝາກັດກັນເນ່ ໝາກັດກັນ

- ລູກສາວ: ກັດກັນກະຢ່າມັນເຈົ້າເຂົ້າມາໃນເຮືອນພິນະ

 

ໝາຍເຫດ: ຄຳວ່າ: " ກັນ " ເປັນພາສາທ້ອງຖິ່ນຂອງທາງເໜືອ ເຊີ່ງມີຄວາມໝາຍວ່າ: " ຂ້ອຍ "