ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

ມີຊາຍເຖົ້າຄົນໜື່ງຍ່າງເຂົ້າໄປໃນບາເຫຼົ້າ ພໍດີເຫັນເຖົ້າແກ່ເຈົ້າຂອງຮ້ານລາວເລີຍຍ່າງເຂົ້າໄປຫາ ແລະ ເວົ້າກັບເຖົ້າແກ່ວ່າ:

ຊາຍເຖົ້າ: ເຖົ້າແກ່ ເຈົ້າເຊື່ອບໍ່ວ່າຂ້ອຍສາມາດກັດຕາເບື້ອງຂວາຂອງໂຕເອງໄດ້.

ເຖົ້າແກ່: ບໍ່ເຊື່ອ ເຈົ້າຫ້າມໃຫ້ຄົນອື່ນກັດໄດ໋

ຊາຍເຖົ້າ: ຖ້າຂ້ອຍກັດໄດ້ເຈົ້າຊິເອົາຫຍັງໃຫ້ຂ້ອຍ

ເຖົ້າແກ່: ເອີ ຖ້າເຮັດໄດ້ ຂ້ອຍຊິໃຫ້ເງິນເຈົ້າ 1.000.000 ກີບ

ເມື່ອຊາຍເຖົ້າໄດ້ຍິນແລ້ວກໍ່ຈົກເອົາຕາເບື້ອງຂວາຂອງໂຕເອງມາກັດ ເຖົ້າແກ່ຈື່ງອື້ງເວົ້າຫຍັງບໍ່ອອກ ຈື່ງຈົກເງີນໃຫ້ລາວໄປ ຊາຍເຖົ້າກໍ່ຍ່າງອອກຈາກຮ້ານໄປ ຈາກນັ້ນບໍ່ດົນຊາຍເຖົ້າຄົນນັ້ນກໍ່ກັບເຂົ້າມາຮ້ານອີກແລ້ວຖາມເຖົ້າແກ່ອີກວ່າ

ຊາຍເຖົ້າ: ເຖົ້າແກ່ໆ ເຈົ້າເຊື່ອບໍ່ວ່າຂ້ອຍສາມາດກັດຕາເບື້ອງຊ້າຍຂອງຂ້ອຍໄດ້

ໃນຂະນະນັ້ນ ເຖົ້າແກ່ຈື່ງຄິດໃນໃຈວ່າ: (ບໍ່ວ່າລາວຊິຕາບອດທັງສອງເບື້ອງລາວກະຍ່າງຄືຄົນປົກກະຕິຢູ່ນ່າ)

ເຖົ້າແກ່: ຖ້າເຈົ້າເຮັດໄດ້ ຂ້ອຍໃຫ້ເຈົ້າ 2.000.000 ກີບເລີຍ

ຊາຍເຖົ້າກໍ່ຈົກແຂ້ວຂອງລາວເອງອອກມາກັດຕາເບື້ອງຊ້າຍຂອງລາວ 55555 ເຖົ້າແກ່ກໍ່ເສຍຫົວໃຫ້ຊາຍເຖົ້າເປັນເທື່ອທີສອງ ຊາຍເຖົ້າລາວກໍ່ນັ່ງຢູ່ໃນຮ້ານດົນເຕີບ ແລະ ລາວກໍ່ຍ່າງມາຫາເຖົ້າແກ່ອີກ ແລ້ວເວົ້າວ່າ

ຊາຍເຖົ້າ: ເຈົ້າເຊື່ອບໍ່ ຂ້ອຍສາມາດຍ່ຽວໄດ້ໄກເຖິງ 10m

ເຖົ້າແກ່: ເຈົ້າຫ້າມຍ້າຍບ່ອນໄດ໋ ຖ້າເຈົ້າເຮັດບໍ່ໄດ້ເຈົ້າເອົາເງິນໃຫ້ຂ້ອຍ 4.000.000 ກີບ

ຈາກນັ້ນ ຊາຍເຖົ້າກໍ່ຍ່ຽວເດ່ໄປເດ່ມາບໍ່ຮອດ10m ຈັກເທື່ອ ແຮ່ງເຮັດເຖົ້າແກ່ແຮ່ງແກ່ກໍ່ຫົວ ເຖົ້າແກ່ຫົວລາວກະຫົວແຮງກວ່າເຖົ້າແກ່ ແລະ ລາວກໍ່ຈົກເງິນໃຫ້ເຖົ້າແກ່ 4.000.000ກີບ ເຖົ້າແກ່ກໍ່ຫົວ ແລະ ຄິດວ່າລາວເປັນບ້າ ຊາຍເຖົ້າເວົ້າວ່າ

ຊາຍເຖົ້າ: ຂ້ອຍພະນັນກັບຜູ້ຊາຍທີ່ຢູ້ໂຕະນັ້ນວ່າ: ຖ້າຂ້ອຍຍ່ຽວໃສ່ຮ້ານເຈົ້າແລ້ວສາມາດເຮັດໃຫ້ເຈົ້າຫົວໄດ້ ລາວຂະເອົາເງິນໃຫ້ຂ້ອຍ 6.000.000ກີບ

555555555555555555555555