ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2019 | ມີ 0 ຄຳເຫັນ ແລະ 0 trackback(s)

                              ​ສຳ​ພາດ​ວຽກ

ຫຼັງ​ຈາກ​ທີ​ສົ​ມ​ຊາຍ​ຊອກວຽ​ກ ກໍ່​ມີບໍ​ລິ​ສັດ​ຕ່າງ​ປະ​ເທດ​ເອີ້ນ​ລາວ​ເຂົ້າ​ສຳ​ພາດ​ກັບ​ຜູ້​ຈັດ​ການ​ຕ່າງ​ປະ​ເທດ

ຜູ້​ຈັດ​ການ: What is your name?

ສົມ​ຊາຍ: ​ສົມ​ຊາຍ​ເຈົ້າ

ຜູ້​ຈັດ​ການ: ... Where your live?

ສົມ​ຊາຍ: ບໍ່​ໄດ໊ ຂ້ອຍ​ຂື້ນ​ຂັນ​ໄດ​ມາບໍ່​ໄດ້​ຂື້ນ​ລິ​ບ

ຜູ້​ຈັດ​ການ​ກະ​ເຮັດ​ໜ້າ​ງົງໆ ແລ້ວກໍ່​ໄດ້​ຖາມ​ສົມ​ຊາຍ​ຕໍ່​ວ່າ

ຜູ້​ຈັດ​ການ:  What is you sex?

ສົມ​ຊາຍ​ຄິດ​ໃນ​ໃຈ​ວ່າ​ ລ​າວ​ຊິ​ຖາມ​ເຮັດ​ຫຍັງ​ຫວະ! ເອີ​ນະ ເຂົາ​ຖາມ​ຫຍັງ​ມາ​ກະ​ຕອບ​ໄປ​ເຖາະ

ສົມ​ຊາຍ: ກະ​ພໍ​ມີ​ຫນ້ອຍ​ຫນື່ງ​ນະ

ຜູ້​ຈັດ​ການ: No..No. You men or women

ສົມ​ຊາຍ: ຖາມ​ມາ​ໄດ້ຂ້ອຍ​ກະ Women ຕວ່າ ຜູ້​ຊາຍ​ຊິ​ໄປ​ມີ men ຈັກ​ເທື່ອ

 

ຮ່າ​ຮ່າ​ຮ່າ​ ຫົວ​ວັ​ນ​ລະ​ນິດ​ຈິດ​ແຈ່ມ​ໃສ ^__^

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2019 | ມີ 1 ຄຳເຫັນ ແລະ 0 trackback(s)

 ການ​ສົນ​ທະ​ນາ​ພາ​ສາ​ອັງ​ກິດ​ໃນ​ສື່​ອອນ​ລາຍ​ຕ່າງໆ

A: Good morning! (ສະ​ບາຍ​ດີ)
A: Hello! (ສະ​ບາຍ​ດີ) / Hi, Phik! (ສະ​ບາຍ​​ດີພິກ)
B: What’s up? (​ມີ​ຫຍັງ​ບໍ່) / How are you? (​ເຈົ້າ​ເປັນ​ແນວ​ໃດ​ສະ​ບາຍ​ດີບໍ່?)
A: I’m fine. (ຂ້ອຍ​ສະ​ບາຍ​ດີ)
A: What’s your plan for today? (​ມື້​ນີ້​ເຈົ້າ​ມີ​ແຜນ​ຈະ​ເຮັດ​ຫຍັງ​ແນ່?)
B: I have a lot work to do. (ມ​ື້​ນີ້​ຂ້ອຍ​ມີ​ວຽກ​ຕ້ອງ​ເຮັດຫຼາຍໆ)
B: How about you? (​ແລ້ວ​ເຈົ້າ​ເດ?)
A: Nothing much! (ບໍ່​ຄ່ອຍ​ມີ​ຫຍັງຫຼາຍດອກ)
ຫຼື A: I have a thousand and one things to do. (​ຂ້ອຍ​ມີ​ວຽກ​ຕ້ອງ​ເຮັດ​ຮ້ອຍ​ແປດ​ພັນ​ເກົ້າ)
A: Have you had breakfast? (​ເຈົ້າ​ກິນ​ເຂົ້າ​ເຊົ້າ​ແລ້ວ​ບໍ?)
B: (No,) I haven’t. (ຍັງ​ນະ)
B: Have you? (​ເຈົ້າ​ກິນ​ລະ​ບໍ?)
A: I had rice with stir-fried vegetables. (ຂ້ອຍ​ກິນ​ເຂົ້າ​ກັບ​ຜັດ​ຜັ​ກ)

A: What time do you have to be at work? (ເຈົ້າ​ຕ້ອງ​ໄປ​ຮອດ​ຫ້ອງ​ການ​ຈັກ​ໂມງ?)
B: I have to be at work by 8:30. (ຂ້ອຍ​ຕ້ອງ​ໄປ​ຮອດ​ບ່ອນ​ເຮ​ັດ​ວຽກ​ພາຍ​ໃນ 8:30)
ເວົ້າ​ຕໍ່ B: I have to attend 2 meetings today. (ມື້​ນີ້​ຂ້ອຍ​ຕ​້ອງ​ເຂົ້າ​ປະ​ຊຸມ​ສອງ​ບ່ອນ)
ເວົ້າ​ຕໍ່ B: Then, I have to meet a client at their office. (ແລ້ວ​ຂ້ອຍ​​ຍັງຕ້ອງ​ໄປ​ພົບ​ລ​ູກ​ຄ້າ​ຢູ່​ຫ້ອງ​ການ​ຂອງ​ພວກ​ເຂົາ)

A: I’m sorry, Phik! (ຂ້ອຍ​ຂໍ​ໂທດ​ເດີ້, ພິກ)
A: Can I have anotherchat with you someother time? (ຂ້ອຍ​ຂໍ​ລົມ​ກັບ​ເຈົ້າ​ໂອ​ກາດ​ຫນ​້າ​ໄດ້​ບໍ່)
A: I’m getting dressed right now. (​ຕອນ​ນີ້​ຂ້ອຍ​ກຳ​ລັງ​ແຕ່ງ​ໂຕ​ຢູ່)
B: That’s fine. (ບໍ່​ເປັນ​ຫຍັງ) / No worries! (​ບໍ່​ເປັນ​ຫຍັງ ບໍ່​ຕ້ອງ​ຫວ່ງ)
B: Have a good day! / Have a nice day! (​ຂໍ​ໃຫ້​ເຈົ້າ​ມີ​ວັນ​ທີ່​ດີ​ເດີ້)
A: Thank you. (​ຂອບ​ໃຈ)
A: You, too! (​ເຈົ້າ​ກໍ່​ເຊັ່ນ​ກັນ)

ເມື່ອ​ຂັບ​ລົດ​ຢູ່ບໍ່​ສະ​ດວກ​ລົມ

B: Sorry, I’m not available to chat right now. (​ຂໍ​ໂທດ​ເດ​ີ້ ຕອນ​ນີ້​ຍັງ​ບໍ່​ສະ​ດວກ​ລົມ)
B: I’m driving. (ຂ້ອຍ​ກຳ​ລັງ​ຂັບ​ລົດ​ຢູ່)
B: I’m on the bus. (​ຂ້ອຍ​ຢູ່​ເທິງ​ລົດ​ເມ)
B: It’s packed. (​ຄົນ​ແໜ້ນ​ຫນາ​ຫຼາຍ)

ຮອດ​ບ່ອນ​ເຮັດ​ວຽກ​ແລ້ວ​ຢາກບອກ​ໝູ່

B: I’ve arrived at the office. (ຕອນ​ນີ້​ຂ້ອຍ​​ຮອດ​ບ່ອນ​ເຮັດ​ວຽກ​​ແ​ລ້ວ)
B: Have you arrived at your office? (ເຈົ້າ​ຮອດ​ບ່ອນ​ເຮ​ັ​ດ​ວຽກ​ແລ້ວຫຼື​ຍັງ)
A: Yes, I’m about to going to a meeting. (ຮອດ​ແລ້ວ ຂ້ອຍ​ກຳ​ລັງ​ຈະ​ເຂົ້າ​ປ​ະ​ຊຸມ​ດຽວ​ນີ້​ແລ້ວ)
A: Chatwith you again later. / Talk to you again later. (ແລ້ວ​ລົມ​ກັນ​ໃຫມ່​ຕາມຫຼັງ​ເດີ້)
B: All right! (​ຕົກ​ລົງ)
B: Enjoy your meeting. (​ຂໍ​ໃຫ້​ມ່​ວນ​ກັບ​ການ​ປະ​ຊຸ​ມ​ເດີ້)

ຢູ່​ໃນ​ຫ້ອງ​ປະ​ຊຸມ​ອາດ​ຈະ​ຢາກ​ສົ່ງ​ຂໍ້​ຄວາມ​ຫາ​ໝູ່

A: The meeting is boring. (​ການ​ປະ​ຊຸມ​ນີ້​ຫນ້າ​ເບື່ອ​​ແທ໊ະ)
A: I’m really bored with this meeting. (ຂ້ອຍ​ເບື່ອ​ການ​ປະ​ຊຸ​ມ​ນີ້​ແທ້ໆ)

ກ​ໍ​ລະ​ນີ​ເປັນ​ແມ່ເຮືອນ
B: My daughter is making a mess. (​ລູກ​ສາວ​ຂ້ອຍ​ກຳ​ລັງ​ເຮັດ​ເປິ​ເປື້ອນ​ໄປ​ໝົດ​ເລີຍ)

A: OK, chat with you again later. (​ຕົກ​ລົງ ເອົາ​ໄວ້​ລົມ​ກັນ​ມື້​ຫນ້າ​ເດີ້)

​ຢາກ​ລົມ​ເລື່ອງ​ຂອງ​ໝູ່​ໃນ​ເຟ​ສ​ບຸກ

A: Did you see ​Larnoy’s post on Facebook? (ເຈົ້າ​ເຫັນ​ໂພ​ສ​ຂອງຫຼ້າ​ນ້ອ​ຍ​ຢູ່​ເຟ​ສ​ບຸກບໍ່)
B: What’s happening? (​ເກີດ​ຫຍັງ​ຂື້ນ​ຫວາ)
A: She’s having problems with her new boyfriend. (ລາ​ວ​ກຳ​ລັງ​ມີ​ບັນ​ຫາ​ກັບ​ແຟນ​ໃຫມ່​ຂອງ​ລາ​ວ)
B: That’s terrible! / Poor thing! (ໂຫດ​ຮ້າຍ​ເນາະ)

ຄຳ​ຖ​າມ​ອື່​ນໆ

A: What time do you finishwork today? / What time do you get off work today? (​ມື້​ນີ້​ເຈົ​້າ​ແລ້ວວ​ຽ​ກ​ຈັກ​ໂມງ)
B: I finish work at 7:30. / I get off work at 7:30today. (​ມື້​ນີ້​ຂ້ອຍ​ແລ້ວວຽກ​ຕອນ 7:30
)

B: My last meeting will go on until that time. (ການ​ປະ​ຊຸມ​ອັນ​ສຸດ​ທ້າຍ​ຂອງ​ຂ້ອຍ ​ມັນ​ຈະ​ລາກ​ຍາວ​ໄປ​ຮ​ອດ​ເວ​ລານັ້ນ​ເລ​ີຍ)

A: ​Phik I’m in the middle of making a report for my boss. (ພິກ ​ຂ້ອຍ​ກຳ​ລັງ​ຢູ່​ໃນ​ລະ​ຫວ່າງ​ເຮ​ັດ​ລາຍ​ງານ​ໃຫ້​ຫົວ​ຫນ້າ)
A: Can we chat again later? (​ເຮົາ​ລົ​ມ​ກັນ​ໃຫມ່​ມື້​ຫນ້າ​ໄດ້​ບໍ່)
B: Sure, chat with you again later. (​ໄດ້​ຕວ່າ ແລ້ວ​ຈື່ງ​ລົມ​ກັນ​ມື້​ຫນ້າກໍ່​ໄດ້)
B: Bye! (​ໄປ​​ກ່ອນ​ເດີ້)

yes​ອ້າງ​ອີງ​ມາ​ຈາກ: www.nakedenglish.net

​ຂໍ​ອະ​ໄພ​ອາດ​ຈະ​ມີ​ການ​ປ່ຽນ​ແປງ​ເລັກ​ນ້ອຍ​, ແປ​ຜິດ​ພາດ​ຂໍ​ອະ​ໄພ ຫຼື ມີ​ຄຳ​ເຫັນ​ຄ​ຳ​ແນະ​ນຳ​ເພີ່ມ​ຕື່ມ​ຄອມ​ເມັ້ນ​ບອກ​ໄດ້​ເດີ້ ຂອບ​ໃຈ​ທີ່​ອ່ານ​ຈົນ​ຈົບ​ທຸກ​ຄົນlaughlaugh

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2019 | ມີ 0 ຄຳເຫັນ ແລະ 0 trackback(s)

ຕະລົກ/ຊວນ​ຫົວ​ເລື່ອງ "ຕົດບໍ່ມີສຽງ"

              ຂພຈເຄີຍຂັບລົດໂດຍສານໄປກັບອ້າຍ  ແລະໃນໄລຍະທາງມີຄົນໜຶ່ງຕົດອອກມາແບບບໍ່ມີສຽງ ເຮັດໃຫ້ເໝັນກຸ້ມຂັບລົດຈົນວ່າຫຼາຍຄົນຕ້ອງເອົາມືອັດດັງ ມີຄົນໂດຍສານຜູ້ໜຶ່ງບໍ່ພໍໃຈອົດບໍ່ໄດ້ເລີຍຮ້າຍຂື້ນ

ຄົນໂດຍສານ : ແມ່ນໃຜຕົດຫວະ.? ຜ່ານໄປ 5 ນາທີກະຍັງບໍ່ມີສຽງຕອບ ລາວຈິ່ງໃຊ້ອຸບາຍໃໝ່ວ່າ :
ແມ່ນໃຜຕົດສິເອົາເງີນໃຫ້.?  ມິດຈີ່ລີ່ເຊັ່ນເຄີຍ...

              ຂພຈນັ່ງສັງເກດການຢູ່ຢ່າງມິດໆ ໂດຍບໍ່ອອກຄຳຄິດເຫັນຫຍັງ ຈົນວ່າລົດຂອງຂພຈໄປຮອດທີ່ໝາຍ ແລະກໍ່ພໍດີມີໂອກາດຕອນເກັບເງິນນີ້ເອງ.

ຫຼັງຈາກລົດຈອດປືບ ຂພຈກໍ່ເຂົ້າໄປເກັບເງີນນຳຄົນໂດຍສານ ແລະກໍ່ພໍດີອ້າຍຂອງຂພຈ ກໍ່ເຂົ້າມາຖາມຂພຈວ່າ :

ອ້າຍຂອງຂພຈ : ຈັ່ງໃດ... ເກັບເງິນໄດ້ໝົດແລ້ວຫວາ.

ຂພຈເລີຍຕອບອ້າຍໄປວ່າ : ຍັງບໍ່ທັນໄດ້ໝົດເທື່ອ... ຍັງແຕ່ຜູ້ຕົດຜູ້ດຽວທີ່ຍັງບໍ່ທັນຈ່າຍ.

ແລະກໍ່ພໍດີມີສຽງຫຼຸດອອກມາວ່າ : ຂ້ອຍກະຈ່າຍເມື່ອກີ້ແລ້ວເດ. 5555+++ ສົງໃສລາວເປັນຄົນຕົດ.

 

                                                                                                  ໂດຍ: ໃຕ້ຟ້າສີ​ຄາ​ມ