
ຂຽນເມື່ອ: ພ.ຈ.. 7, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ວັນທີ23ນາມຊ່າຍ້ອງ ຮ້ອງຮຽກວ່າວັນສຳຄັນ
ເປັນວັນລາວຊະນະ ພວກລ່າເມືອງນິຄົມຮ້າຍ
ຄືປາຍເດືອນສິງຫານີ້ ປີ 1945 ຈຳຈື່
ຄືວັນຍຶດອຳນາດ ເອກະລາດ ທິປະໄຕ
ລາວໃຊ້ຄວາມເກັ່ງກ້າ ຈັບອາວຸດອຸປະກອນ
ສັ່ງສອນໃຫ້ເຂັດຢຳ ໜ່ຳສະໝອງສັດຕູຮ້າຍ
ຈັບປາຍປືນຢືນທ້າ ຂ້າພວກມັນບໍ່ມີຫວັ່ນ
ສູ້ຢັນບໍ່ຢ່ອນຢ້ານ ຄົນຫານກ້າຮຽກວ່າລາວ
ທຸກເຜົ່າຊົນຊາດເຊື້ອ ເຜົ່າລາວລຸ່ມ-ເທິງ-ສູງ
ຈູງມືເປັນກະດານຫີນ ກໍ່ໜ້າຜາແຂງດ້ານ
ປານວ່າຄົນໃນທ້ອງ ຮ່ວມອຸທອນພໍ່ແມ່
ຮັກແພງກັນແທ້ໆ ແນປືນຈ້ອງປ່ອງສັດຕູ
ຊະນະໃນການຕໍ່ສູ້ ມີຫຼາຍສິ່ງຫຼາຍປັດໄຈ
ທາງໂລກາໄດ້ແປຜັນ ເລື່ອງສົງຄາມໂລກ
ຝະລັ່ງຕົກເປັນເປົ້າ ປະລາໄຊຢ່າງສິ້ນຊື່
ລາວຖືໂອກາດລຸກຮື້ ຕີຕ້ານໝູ່ມານ
ນັກປະພັນບໍ່ຢູ່ລ້າ ປະນາມສຽດໂຄສະນາ
ເອົາປາກກາເປັນອາວຸດ ຂຸດເປີດໂປງໂສມໜ້າ
ໃຫ້ແກ່ໂລກາຮູ້ ໜ້າກາກປອມສັດຕູຖ່ອຍ
ຫຼອຍກິນດິນອື່ນນັ້ນ ໃຫ້ມັນຮູ້ໃສ່ສະໝອງ
ຝະລັ່ງດອງມັນກໍຢ້ານ ຟ້າວແລ່ນປົບເມືອ
ສາກເຂົ້າເບືອລາວທັບ ທຸບກະບານພວກຫານດື້
ຈື່ໄວ້ເດີຄົນລາວນີ້ ພິກຂີ້ໜູຮູ້ແລ້ວບໍ່
ເຖິງຕົວຕ່ຳອໍ້ປໍ້ ບໍ່ຍອມງໍ້ງ່ຽງໝູ່ມານ
ການນຳພາຕໍ່ຕ້ານ ບັນດາທ່ານອິດສະຫຼະ
ຖືວ່າເປັນແນວທາງ ຄ່ອງດີພິບໄຫວກວ້າງ
ເປັນເສັ້ນທາງໃສແຈ້ງ ເປັນແວ່ນແຍງຄົນຮຸ່ນໃໝ່
ໃຫ້ທຸກຄົນຝົນຕ່າວຊ້ອມ ຕາມເຊື້ອທ່ານຜູ້ນຳ ໄວ້ເດີ
ແຕ່ງໂດຍ: ພິດສະໝີ ເອກະລາດ