ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປີໃໝ່ມາຮອດແລ້ວ                              ຈົ່ງໂຊກໃຫຍ່ໄພສານ
ໝານທັງເງິນຄຳທອງ                          ເຄື່ອງຂອງ ກິນໃຊ້
ໃຈເບີກເບີຍບານແຍ້ມ                         ຮ່າງກາຍທຸກພາກສ່ວນ
ອ້ວນເຕັ່ງຕຶງມາດເຂັ້ມ                          ຢ່າມີຊ້ຳບອບບາງ

ທາງພັກລັດນຳໜ້າ                              ຈົ່ງກ້າແກ່ນແສນພະລັງ
ພາສ້າງດິນແດນລາວ                           ໃຫ້ຮຸ່ງເຮືອງຈະເລີນກ້າວ
ຊາວທະຫານປະຈຳຄ້າຍ                       ທັງເວນຍາມເຂດດ່ານ
ໃຫ້ທ່ານສຸກເລີດລ້ຳ                             ຮັກສາບ້ານມິ່ງເມືອງ

ຕຳຫຼວດເຄື່ອງແບບນີ້                          ທີ່ຢາຍຢັ່ງປະຕິບັດການ
ຢ່າສັ່ນຄອນເສຍຂວັນ                        ຄຳດ່າແຊວຊາວບ້ານ
ພະນັກງານທົ່ວໜ້າ                          ເຮັດວຽກໃນໜ້າທີ່
ຢ່າມີໄພເຄາະຮ້າຍ                           ໃຈນັ້ນໃຫ້ຜ່ອງໃສ

ພຣະຜູ້ຊົງຜືນຜ້າ                              ກາສາວະພັດສີເຫຼືອງ                      
ຢ່າໄດ້ມີເຄືອງຄາ                              ໝູ່ມານຢ່າມາຕ້ອງ
ໃຫ້ຍຶດຖືຄອງໝັ້ນ                            ພາວະນາແນວແນ່
ສຶກສາທຳໃຫ້ແກ່ກ້າ                          ຮັກສາເຊື້ອພຸດທະອົງ ແດ່ທ້ອນ
ສາທຸ.....ສາທຸ ອານຸໂມທາມິ
 

Delicious Digg Fark Twitter
ຄຳເຫັນ (17)
ທ.ວ.. 22, 2010 05:37 AM
 
ພ.ພ.. 24, 2010 09:40 AM
 
ພ.ພ.. 20, 2010 10:32 PM
juk lao e y bu....???? 
ພ.ພ.. 16, 2010 11:47 AM
ngong noy1 
ພ.ພ.. 15, 2010 11:26 AM
ເລົ່າເລື່ອງກະຍັງເລົ່າບໍ່ເປັນເນາະ 
ພ.ພ.. 13, 2010 02:07 AM
hahaha 
ພ.ພ.. 11, 2010 06:08 PM
ລືມຮອຍຕີນຕີເບາະ ຫຼື ວ່າລືມໄມ້ເອກຫວາ 
ພ.ພ.. 11, 2010 03:16 AM
ເຈົ້າລືມເລ່າເລື່ອງຕະລົກ ຂ້ອຍລະຖ້າຫົວຢູ່ 
ພ.ພ.. 10, 2010 04:28 PM
ບັກເສັນນນນນ ກະແນວມືງໄສ່ເວນຕາດຳແນວນັ້ນນໍ ດີທະແມມືງຍັງໄປຕຳເອົາຄົນຫັນ ຖາໄປຕຳເອົາລົດເຂົາຫັນລະມືງເວນເເລະບອກວາ 
ພ.ພ.. 10, 2010 02:31 PM
ລືມ ໄມ້ເອກ ຕິເບາະ 
ພ.ພ.. 10, 2010 10:25 AM
ລືມຍ່າງກັບເຮືອນຕິເບາະ  
ພ.ພ.. 10, 2010 10:24 AM
 
ພ.ພ.. 10, 2010 10:01 AM
ລືມກະເປົ່າເງິນຫວາ
.....
ສ່ວນແມ່ເຖົ້ານັ້ນມາຍ່າງຕຳເອົາ ແມ່ນພວກມືໄວບໍ່? ມາຈົກເອົາກະເປົ່າເງິນຕອນໃດກໍ່ບໍ່ຮູ້ເມື່ອ 
ພ.ພ.. 10, 2010 08:23 AM
ງົງ  
ພ.ພ.. 10, 2010 07:53 AM
ງົງ ເລັກນ້ອຍ
 
ພ.ພ.. 10, 2010 04:40 AM
ຂ້ອຍວ່າເຈົ້າລືມຖົງບັ້ງເຂົ້າຫຼາມເດີ... 
ພ.ພ.. 10, 2010 04:33 AM
ບໍ່ເຂົ້າໃຈເລີຍ