ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2021 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍວັນຜ່ານມານີ້ ຂ້ອຍໄດ້ອ່ານຂ່າວກ່ຽວກັບການຂ້າໂຕຕາຍຂອງເດັກນ້ອຍຜູ້ຍີງຄົນໜື່ງເຊີ່ງສາເຫດມາຈາກການທີ່ຕົນເອງຮັກເພດດຽວກັນແລະບໍ່ໄດ້ຮັບການຍອມຮັບຈາກຄອບຄົວຈົນເປັນເຫດເຮັດໃຫ້ເກີດຄວາມຄຽດຄິດຫຼາຍຈົນຕັດສິນໃຈຂ້າໂຕຕາຍໃນທີ່ສຸດ ເມື່ອຂ້ອຍໄດ້ອ່ານຂ່າວດັ່ງກ່າວຂ້ອຍຮູ້ສຶກເສຍໃຈກັບເຫດການແບບນີ້ແລະເສົ້າໃຈຈົນເຮັດໃຫ້ເກັບເອົາຂ່າວນັ້ນມາຄິດໃນຫົວຕົນເອງໄປມາຫຼາຍຮອບກ່ຽວກັບເລື່ອງທີ່ເກີດຂື້ນ ຂ້ອຍບໍ່ເຂົ້າໃຈວ່າ ພໍ່ແມ່ຄອບຄົວຂອງນ້ອງຄົນນັ້ນຄິດແນວໃດກັບການທີ່ລູກຕົນເອງເປັນເພດທາງເລືອກ ຫລື ພໍ່ແມ່ຮັບບໍ່ໄດ້ທີ່ສັງຄົມຄົນອ້ອມຂ້າງເວົ້າໃຫ້ລູກຂອງຕົນ ແລະ ຕົນເອງກໍມາຮ້າຍມາກົດດັນລູກຂອງຕົນເອງ ຫຼື ພໍ່ແມ່ບໍ່ເຄີຍເປີດໃຈລົມກັບລູກຕົນເອງເລີຍ ຈົນເຮັດໃຫ້ເຫດການແບບນີ້ເກີດຂື້ນ.

ຂ້ອຍບໍ່ແມ່ນເພດທາງເລືອກ ແຕ່ໂດຍສ່ວນໂຕແລ້ວຄິດວ່າສັງຄົມເຮົາມັນກໍພັດທະນາມາໄກແລ້ວ ຈິດໃຈມະນຸດກໍຄວນພັດທະນາຕາມການເວລາທີ່ມັນຜ່ານມາເຊັ່ນກັນ ສັງຄົມຄອບຄົວຄົນໃກ້ຄຽງຄວນໃຫ້ໂອກາດ ເພດທາງເລືອກ ໃຫ້ເຂົາໄດ້ມີໂອກາດສະແດງອອກຕາມທີ່ເຂົາເປັນ ໃຫ້ເຂົາໄດ້ເຮັດໃນສີ່ງທີ່ພວກເຂົາມັກ ເພາະ ໃຜກໍຕາມທີ່ເກີດມາເປັນຄົນ ຍ່ອມມີກຽດ ມີສັກສີ ມີຄວາມເປັນຄົນ ຄືກັນທັງໝົດທັງມ່ວນ ບໍ່ແມ່ນວ່າເຂົາເລົ່ານັ້ນເກີດມາເປັນເພດທາງເລືອກແລ້ວເຂົ້າຈະມີຄວາມຮູ້ສຶກນຶກຄິດ ແລະ ກຽດສັກສີຄວາມເປັນຄົນນ້ອຍໄປກວ່າຄົນອື່ນແຕ່ຢ່າງໃດ ຖ້າຫາກເວົ້າເລື່ອງຄວາມສາມາດ ເຂົາກໍເກັ່ງ ມີຄວາມສາມາດຫຼາກຫຼາຍ ບາງຄົນເກັ່ງກວ່າເຮົາກໍມີ. 

ສ່ວນຄົນທີ່ເປັນພໍ່ແມ່ທີ່ຍັງບໍ່ທັນເຂົ້າໃຈລູກຫຼານຂອງຕົນ ຂໍໃຫ້ເປີດໃຈກວ່ານີ້ສາ ສຶກສາຮຽນຮຸ້ ລູກໆຫຼານຂອງຕົນເອງໃຫ້ຫຼາຍກວ່ານີ້ ເປີດໃຈຍອມຮັບ ເປີດໃຈຮັບຟັງ ແລະ ໃຫ້ໂອກາດເຂົາໄດ້ເຮັດໄດ້ເປັນໃນສີ່ງທີ່ຕົນເອງເປັນ ເຖີງແມ່ນ ວ່າຄົນອື່ນຈະບໍ່ເຂົ້າໃຈ ບໍ່ຍອມຮັບໃນລູກຂອງເຮົາ ແຕ່ຢ່າງນ້ອຍເຮົາຜູ້ເປັນພໍ່ແມ່ຄວນເປັນຄົນທີ່ຢືນຄຽງຂ້າງລູກຂອງຕົນຈົນວັັນສຸດທ້າຍ ເພາະເຖີງຈະດີຈະຊົ່ວ ເຂົາເລົ່ານັ້ນ ກໍ່ເປັນລູກຂອງເຮົາ ມັນຈະຜິດຫຍັງຖ້າເຮົາຈະຮັກ ແລະ ສົ່ງເສີມສີ່ງທີ່ລູກເຮົາເປັນ ແລະ ເປັນຫຍັງເຮົາຈີ່ງຕ້ອງໄປຮັກ ໄປຊັງລູກຂອງຕົນເອງຍ້ອນຄຳເວົ້າຂອງຄົນອື່ນທີ່ບໍ່ໄດ້ມີສ່ວນໄດ້ສ່ວນເສຍໃນຄອບຄົວເຮົາ. ເລື່ອງຄອບຄົວເຮົາເຮົາຄວນຕັດສິນໃຈ ສ່ວນວ່າລູກເຮົາຈະເປັນເພດໃດກໍເລື່ອງຂອງເຂົາ ຂໍພຽງແຕ່ເຂົາເປັນຄົນດີຂອງສັງຄົມ ບໍ່ສ້າງຄວາມເດືອດຮ້ອນໃຫ້ສັງຄົມ ແລະ ຄອບຄົວເທົ່ານີ້ກໍພຽງພໍແລ້ວ ບູຮານເພີ່ນກ່າວໄວ້ ພໍ່ແມ່ລ້ຽງລູກໄດ້ແຕ່ຮ່າງກາຍ ສ່ວນຈິດໃຈບໍ່ສາມາດລ້ຽງໄດ້.

ຂ້ອຍມີຄຳຖາມຖ້າຫາກທ່ານໃດຜ່ານມາເຫັນ ຊ່ວຍຕອບ ຫຼື ເກັບໄປຕອບໃນໃຈກໍໄດ້ 

1:ທ່ານຄິດແນວໃດຖ້າຫາກລູກຂອງທ່ານເປັນເພດທາງເລືອກ?

2:ທ່ານຈະມີວິທີຮັບມືກັບສັງຄົມ ຫຼື ຄົນໃນຕະກູນແນວໃດ ຖ້າຫາກລູກຂອງທ່ານເປັນເພດທາງເລືອກແຕ່ພວກເຂົາບໍ່ຍອມຮັບ?

3:ທ່ານຈະມີວິທີໃດ ໃນການແກ້ໄຂເພື່ອໃຫ້ສັງຄົມ ຫຼື ຄົນທີ່ບໍ່ທັນເປີດໃຈຍອມຮັບເພດທາງເລືອກ ໄດ້ຫັນມາເປີດໃຈແລະໃຫ້ໂອກາດເພດທາງເລືອກຫຼາຍຂື້ນ?

Delicious Digg Fark Twitter
ຄຳເຫັນ (19)
ທ.ວ.. 6, 2010 11:47 AM
 
ກ.ຍ.. 15, 2010 04:15 PM
 
ກ.ຍ.. 7, 2010 12:28 PM
 
ພ.ຈ.. 11, 2009 09:16 PM
ອັນເວບເບິ່ງໜັງນະ ເອົາມາຫລາຍໆໂລດເດີ
ນັກເບິ່ງໜັງຢູ່ແລ້ວ
ຂອບໃຈ ແຮະໆ 
[ສະມາຊິກຜູ້ນີ້ສາບສູນໄປແລ້ວ]
ກ.ຍ.. 10, 2009 03:47 AM
ເບິ່ງໃນເວັບ youtube.com ງ່າຍກ່ວາ 
ສ.ຫ.. 21, 2009 02:15 AM
555555ຂອບໃຈເດີ 
ສ.ຫ.. 19, 2009 06:27 PM
ຂອບໃຈເດີ  
ກ.ລ.. 6, 2009 02:03 AM
ຢາກເບິ່ງໜັງ Twilight 
ກ.ລ.. 4, 2009 02:21 PM
ເນັດເຈົ້າຊ້າຊ່ວຍບໍ່ໄດ້ແຫລະ
ຖ້າເນັດບໍ່ໄວບໍ່ຂໍແນະນຳໃຫ້ເບິ່ງ   
ກ.ລ.. 4, 2009 07:59 AM
ເບີງ ບໍ່ສະດວກ ພີ່ນ້ອງເອີຍ 
ກ.ລ.. 2, 2009 02:27 AM
ຂ້ອຍເຫັນແລ້ວ
ດັ່ງທີ່ໄດ້ເວົ້າໄປກ່ອນໜ້ານີ້
ເຂົ້າເຈົ້າບອກ ລະຫັດມານຳໜ້ານັ້ນ
ລອງອ່ານເບິ່ງດີໆກ່ອນເບິ່ງ ແລ້ວຈຶ່ງຄລິກລິ້ງນັ້ນ
ມັນຢູ່ທາງລຸ່ມ

ຕົວຢ່າງ ລະຫັດໜັງອັນໜຶ່ງທີ່ຂ້ອຍເຫັນ ມັນຂຽນແນວນີ້
รหัสหนัง Mthai aoJvoJChaChaCha  
ກ.ລ.. 2, 2009 01:39 AM
ມີເວລາຫວາງສິໄດ້ເບິງ ຂໍຂອບໃຈ 
ມິ.ຖ.. 30, 2009 06:15 PM
ເຂົ້າເຈົ້າໜ້າຈະບອກ ລະຫັດມານຳໜ້ານັ້ນ
ລອງອ່ານເບິ່ງດີໆກ່ອນເບິ່ງ ແລ້ວຈຶ່ງຄລິກລິ້ງນັ້ນ 
ມິ.ຖ.. 30, 2009 06:09 PM
ຄັກເນາະ...ແຕ່ວ່າບາງໜັງຫັ້ນເບິ່ງບໍ່ໄດ້....
ມັນວ່າໄດ້ໃຊ້ລະຫັດເຂົ້າວ່າຊັ້ນເດ..... 
ມິ.ຖ.. 30, 2009 01:09 AM
ດົນໆໄປຈອບເບິ່ງເດີ
ຖ້າຍັງບໍ່ໄດ້ຈະເອົາເວັບໃຫມ່ໃຫ້  
ມິ.ຖ.. 30, 2009 01:08 AM
ສົງໃສມັນຖືກປິດຕິ 
ມິ.ຖ.. 28, 2009 09:59 PM
ໝື້ໜ້າຊີ້ເຂົ້າມາໃໝ່ 
ມິ.ຖ.. 28, 2009 09:58 PM
ເບີ່ງບໍ່ໄດ້ຊ້ຳ 
ມິ.ຖ.. 26, 2009 05:53 AM
ຄັກໆ ຄົນໃຈດີແຮ່ງມັກເບິ່ງໜັງ