ຂຽນເມື່ອ: ທ.ວ.. 9, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
ມີຫລາຍຄົນອາດຈະພົບກັບຄວາມສົມຫວັງ,ຜິດຫວັງແລະການສູນເສຍມາແລ້ວບໍ່ຫລາຍກໍ່ໜ້ອຍ....ການສູນເສຍຄົນທີ່ຮັກແລະນັບຖືນີ້ຄົງບໍ່ມີໃຜຢາກເຈິຫລືຢາກໃຫ້ເກິດກັບໂຕເອງແນ່ນອນ..! ຂ້ອຍກໍ່ເປັນຄົນໜື່ງທີ່ໄດ້ສູນເສຍໝູ່ສະນີດທີ່ເປັນຄົນຮູ້ໃຈແລະຮຽນມານຳກັນມາແຕ່ນ້ອຍ....
ຂ້ອຍກັບລາວຮູ້ຈັກກັນມາເປັນເວລາ 7 ປີແລ້ວ.! ລາວເປັນໝູ່ຄົນໜື່ງທີ່ຮ່ວມທຸກແລະສຸກນຳກັນຕະຫລອດ.!
ບໍ່ວ່າຈະມີປັນຫາເລື່ອງໃດກໍ່ຕາມ...ລາວຈະຢູ່ຊ່ວຍໃຫ້ຄຳປືກສາໃຫ້ການຊ່ວຍເຫລືອຂ້ອຍມາຕະຫລອດ, ແຕ່ວ່າປັດຈຸບັນນີ້ຂ້ອຍໄດ້ສູນເສຍໝູ່ທີ່ແສນດີຄົນນີ້ໄປແລ້ວ.! ໝູ່ທີ່ເຫັນໜ້າກັນວານນີ້ຍັງໄປຮຽນນຳກັນ
ແຕ່ວ່າເຊົ້າມື້ຕໍ່ມາກັບໄດ້ຍີນຂ່າວຈາກຄົນທາງບ້ານລາວໄດ້ໂທມາຫາຂ້ອຍແລ້ວແຈ້ງຂ່າວທີ່ຂ້ອຍບໍ່ຢາກໄດ້ຍີນເລີຍ...
ນັ້ນກໍ່ຄື:::ໝູ່ຂອງຂ້ອຍຄົນນີ້ໄດ້ຈາກໂລກເຮົາໄປແລ້ວ::: ພຽງອາການທີ່ວ່ານອນຫລັບໄປຊື່ໆ(ນອນໄຫລ່ຕາຍ)ໂດຍບໍ່ມີອາການບາດເຈັບຫລືພະຍາດຫຍັງເລີຍ.! ໄປໂດຍທີ່ບໍ່ທັນໄດ້ບອກແລະຄອບລາກັນກ່ອນຊ້ຳ....ເປັນການສູນເສຍຄັ້ງຍີ່ງໃຫຍ່ຂອງຄອບຄົວລາວແລະຂອງຂ້ອຍເອງກໍ່ຮູ້ສືກເສຍໃຈຫລາຍ..
ຄົນດີໆເປັນຫຍັງຕ້ອງໄປງ່າຍ(ຕາຍ) ເຫລືອເກີນ...ການທີ່ຈະຫາໝູ່ຈັກຄົນນີ້..ມັນອາດຈະຫາໄດ້ງ່າຍ.....ແຕ່ວ່າການທີ່ຈະຫາໝູ່ທີ່ນິໃສດີຢູ່ຄ່ຽງຂ້າງໃຫ້ຄຳປືກສາເມື່ອເວລາເຮົາມີປັນຫານີ້ຫາຢາກເຫລືອເກີນ....
ຖ້າໃຜມີໝູ່ທີ່ສະນິດແບບນີ້ແລ້ວກໍ່ຂໍໃຫ້ຮັກສາມິດຕະພາບຂອງຄຳວ່າໝູ່ໃຫ້ຍາວນານ...
ລອງຄິດຄືນເບີ່ງວ່າທີ່ຜ່ານມາເຮົາເຮັດດີນຳໝູ່ຄົນນີ້ແລ້ວບໍ່..? ຖ້າຍັງກະຂໍໃຫ້ເຮັດຊະ...
ເພາະບາງຢ່າງທີ່ເຮົາສູນເສຍໄປແລ້ວມັນບໍ່ສາມາດເອົາຄືນມາໄດ້.! ເມື່ອຮູ້ໂຕກໍ່ສາຍເກີນໄປ....
ຄິດຮອດໝູ່ເກົ່າເລີຍຢາກຂຽນມ້ຽນອ່ານຫລີ້ນໆ....