ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

        ກາງຄືນທີ່ຈະທຳມະດາ ຂອງເຂດບ້ານໜື່ງເປັນເຂດທີ່ທ່ອງທ່ຽວຍາມກາງຄືນຂອງໂຕເມືອງ

ເປັນບ່ອນທີ່ນັກທ່ອງທ່ຽວຍາມຣາຕີຈະມາຫາອາຫານການກິນກ່ອນຈະກັບໄປສູ່ບ້ານຕົນເອງ

ເພື່ອອາໄສຫຼັບນອນຫຼືສັງສັນກັນຕື່ມ

          ເຂດນັ້ນເປັນທີ່ຮູ້ກັນດີວ່າຈະເປັນເຂດທີ່ຢູ່ອາໃສຂອງຄົນທີ່ມີເງິນ ຄົນມີເງິນຢູ່ໃສກະຕ້ອງມີຄົນທຸກຢູ່ຫັ້ນ

ແຕ່ກະເປັນດັ່ງບ້ານທີ່ຜິດຫູຜິດຕາບ້ານລັກສະນະໂບຮານລະກະຍັງເບິ່ງສະພາບແລ້ວທີ່ຈະເປເພລົງມື້ໃດບໍ່ຮູ້

ເປັນບ້ານທີ່ຄອບຄົວໜື່ງອາໄສຢູ່

         ພາຍໃນບ້ານດັ່ງກ່າວ: ກະເປັນດັ່ງບັນຍາກາດອ້ອມຂ້າງເປັນບ້ານທີ່ຂາຍເຄື່ອງໃຫ້ແກ່ນັກທ່ອງທຽວຍາມ

ຣາຕຣີໄດ້ຫາແນວກິນກ່ອນກັບແຕ່ກະເປັນຮ້ານທີ່ນ້ອຍແລະມີບັນຍາກາດທີ່ບໍ່ເປັນຈະມີຄົນເຂົ້າ

        ຂະນະນັ້ນກໍ່ມີກຸ່ມຊາຍໄວລຸ້ນກຸ່ມໜື່ງເຂົ້າມາຖາມຊື້ເຄື່ອງຈາກຮ້ານດັ່ງກ່າວເພາະຄວາມເມົາແລະບໍ່ຕ້ອງ

ການລໍຖ້າຈາກຊື້ຮ້ານອື່ນແລ້ວຊາຍໄວລຸ້ນນັ້ນກໍ່ຍ່າງເຂົ້າມາທີ່ເຮືອນຫຼັງດັ່ງກ່າວແລ້ວເອີ້ນຂຶ້ນວ່າ:

       "ຊື່​ເຄື່ອງ​ແນ່"ຊາຍ​ຄົນ​ນັ້ນ​ຮ້ອງ​ຂຶ້ນ​ດ້ວຍ​ນ້ຳ​ສຽງ​ມຶນ​ເມົາ.

       ​ແລ້ວ​ກໍ່​ມີ​ນ້ຳ​ສຽງ​ຫ້າວ​ໃຫຍ່​ຕອບ​ຮັບ​ກັບ​ຄືນ​ມາ​ວ່າ  "ສິ​ເອົາ​ຫຍັງ​" ​ໂດຍ​ທີ່​ຍັງ​ຫາ​ຕົ້ນ​ສຽງ​ບໍ່​ທັນ​ເຫັນ​ມາ​ຈາກ​ໃຜ

       ດ້ວຍ​ຄວາມ​ເມົາຊາຍ​ໄວ​ລຸ້ນກໍ່​ບໍ່​ໄດ້​ຄິດ​ຄຳນຶງ​ເຖິງ​ທີ່​ມາ​ຂອງ​ສຽງ​ວ່າ​ມາ​ຈາກ​ໃສ​ຍັງ​ຄິດ​ພຽງ​ແຕ່​ຢາກ​ຈະ​ຊື້​ເຄື່ອງ​

ທີ່​ຕ້ອງການ​ໄວໆໆ​ແລ້ວ​ເວົ້າ​ອອກ​ໄປ​ວ່າ

      "ຊື້​ເບຍ​ແດ່​ລັງ​ໜື່ງ​ໄວໆໆ​ແນ່​ຟ້າວ" ທັນ​ໃດ​ນັ້ນ​ສຽງ​ທີ່​ເວົ້າ​ອອກ​ມາ​ໃນ​ເຮືອນ​ນັ້ນ​ກໍ່​ຮ້ອງ​ອອກ​ມາ​ວ່າ

      "ຟ້າວ​ຫຼາຍກະ​ໄປ​ຫາ​ຊຶ້ທາງ​ອື່ນ"ດ້ວຍ​ນ້ຳ​ສຽງ​ທີ່​ຮ້າຍ​ແຕ່​ໄວ​ລຸ້ນນັ້ນ​ແຮງ​ໃຈ​ຂຶ້ນ​ດັ່ງ​ກັບ​ຖືກ​ທ້າ​ທ້າຍ

      "(ຕູ)ຢາກ​ຊື້​ຮ້ານ​ນີ້​" ​ແລ້ວ​ກໍ່​ມີ​ຄົນ​ຄົນ​ໜື່ງຍ່າງ​ອອກ​ມາ​ເປັນ​ຊາຍ​ໄວ​ສູງ​ອາຍຸ​ພໍ​ສົມຄວນ​ມີ​ຮູບ​ຮ່າງ​ຂະໜາດ​ໃຫຍ່

ມີໜ້າ​ທ້ອງ​ແຕ່​ເປັນ​ຄົນ​ທີ່​ແຂງ​ແຮງ​ມີ​ມັດ​ກ້າມ​ຕາມ​ລຳ​ແຂນ​ຜົມ​ຂາວ​ຍ່າງ​ອອກ​ມາ​ດ້ວຍ​ທ່າ​ທາງ​ທີ​ດຸ​ດັນ​ແລ້ວ​ເວົ້າ​ຂຶ້ນ

ດ້ວຍ​ນ້ຳ​ສຽງ​ໃຫຍ່​ວ່າ "ບັນ​ນ້ອຍ​ນິຄື​ມາ​ເວົ້າ​ກວນ​ແທ້​ຢາກ​ຊື້​ຫຍັງ​ຄື​ບໍ່​ໄປ​ຊື້​ຮ້າ​ນອື່ນ​ພຸ້ນ"​ ແລ້ວ​ໄວ​ລຸ້ນຄົນ​ນັ້ນ​ກໍ່​ເວົ້າ​ຂຶ້ນ

ວ່າ

     "​ໂອ້​ຍພໍ່ລຸງ​ເອື້​ຍ​ເຮົາ​ກະ​ກວນ​ຊື່ໆໆ​ແນວ​ມາ​ຊື້​ປະຈຳ​"​ ເວົ້າ​ດ້ວຍ​ນ້ຳ​ສຽງ​ຫົວ​ແລະ​ຢ​ອກ​ເຍົ້າ​ແລ້ວ​ເວົ້າ​ຕໍ່​ອີກ​ວ່າ

    "ພໍ່​ລຸງ​ມື້​ນີ້​ຢູ່​ຄົນ​ດຽວ​ບໍ່​ແມ່​ປ້າ​ເດ້​ໄປ​ໃສ ຫຼື ວ່າ​ອອກ​ມາ​ຊ້າ​ຍ້​ອນ​ແມ່​ປ້າ" ​ໄວ​ລຸ້ນນັ້ນ​ຍັງ​ເວົ້າ​ກວນ​ບໍ່​ເຊົາ​ດ້ວຍ​ທ່າ​ທີ

ຄື​ກັບ​ວ່າ​ສະໜິດ​ຊິດ​ເຊື້ອ​ກັນ.

      " ປ້າ​ລາວ​ນອນ​ແລ້ວ​ບັກ​ເອກ​ເອີ້​ຍມື້​ນີ້​ພາກັນ​​ໄປ​​ເລ່ນທາງ​ໃດຄື​ມາ​ຊື້​ຮ້ານ​ພໍ່ລຸງ​​ໄດ້ " ຊາຍ​ໄວ​ກາງຄົນ​ນັ້ນ​ເວົ້າ​ຂຶ້ນ

ດ້ວຍ​ຄວາມ​ສະໜິ​ດສະໜົມ​ກັນ​ແລະ​ເວົ້າຕໍ່​ອີກ​ວ່າ​ "ບັກ​ຫ່າ​ນິຫາ​ລາມ​ປາມ​ຜູ້​ໃຫຍ່ຄັນບໍ່​ເຫັນ​ວ່າ​ເປັນ​ໝູ່​ລູກ(ຕູ)(ຕູ)​

ເຕະ​ປິວ​ແລ້ວ" ​ແລ້ວ​ເອກ​ກໍ່​ເວົ້າ​ຂຶ້ນ​ວ່າ "ພໍ່ລຸງ​ລະ​ບັກ​ຊັນ​ມັນ​ໄປ​ໃສ​ຊັ້ນ​ບໍ່​ເຫັນ​ມັນ​ມື້​ນິນ​ອນລະ" ພ້ອມ​ທັງ​ຍົກ​ເບຍ​ແລະ

ນ້ຳ​ກ້ອນ​ເອງ

        ຊາຍ​ໄວ​ກາງ​ຄົນ ຫຼື ພໍ່​ຂອງ​ຊັນ ກໍ່​ເວົ້າ​ຂຶ້ນ​ວ່າ "ມັນ​ຢູ່​ເທິງ​ບ້ານ​ດີ​ແລ້ວ​ທີ່​ມັນ​ບໍ່​ລົງ​ມາດ​ຽວສູ່​ກະ​ຊວນ​ມັນ​ໄປ​ຫຼິ້ນ​ດຽວ

ພາລູກ(ຕູ)​ເສຍ​ຄົນ " ​ເວົ້າ​ດ້ວຍ​ອາລົມ​ທີ່​ທັງ​ງ່ວງ​ເຫງົາ​ຫາວ​ນອນ​ແລະ​ກວນໆໆ​ຕາມ​ພາສາ​ຄົນ​ລຶ້ງ​ເຄີຍ​ກັນ

      "ຊັ້ນ​ຫຼານ​ໄປ​ກ່ອນ​ເດີ້​ພໍ່​ລຸງ​ດຽວ​ຈັກ​ໜ້ອຍ​ມາກ​ວນ​ໃໝ່" ​ເອກ​ເວົ້າ​ຫຼັງ​ຈາກ​ທີ່​ຂົນ​ເບຍ​ແລະ​ນ້ຳກ້ອນ​ເອງ​ພ້ອມ​ຈ່າຍ​ເງິນ

​ໃຫ້​ພໍ່​ຂອງ​ຊັນ​ແລ້ວ​ກໍ່​ພາກັນ​ຊິງ​ລົດ​ອອກ​ໄປ​,  ພໍ່​ຂອງ​ຊັນ​ກໍ່​ຍັງ​ນັ່ງ​ລໍ​ຖ້າ​ຂາຍ​ເຄື່ອງ​ຕໍ່​ໄປ​ເປັນ​ເວລາ 1​ໂມງ 2​ໂມງ​ກາງຄືນ

ພ້ອມ​ທັງ​ເປີດ​ວິທະຍຸ​ຟັງ​ໄປ ​ໃນ​ເວລາ​ດຽວ​ກັນຊາ​ຍໜຸ່ມ​ຄົນ​ໜື່ງກໍ່​ນອນ​ກິ້ງ​ຢູ່​ເທິງ​ບ້ານ​ທີ່​​ເກົ່າ​ແກ່​ຫຼັງ​ນີ້​ນັ້ນ​ກໍ່​ແມ່ນ​ ຊັນ ​ນັ້ນ​

ເອງ​ທີ່​ກຳລັງຟັງ​ເພງ​ໃນວິທະຍຸ​ທີ່​​ພໍ່​ຂອງ​ຕົນ​ເປີດ​ຢູ່​ລຸ່ມ​ເຮືອນຫຼັງ​ຈາກ​ສຽງ​​ເພງ​ໝົດ​ໄປ , ​ສ່ວນ​ໃຫຍ່​ ຊັນ​ ຈະ​ເປັນ​ຄົນ​ມັກ​ເກັບ​

ໂຕ​ບໍ່​ຄ່ອຍ​ມັກ​ຟັງ​ເພງ​ຫຍັງ​ພວກ​ນີ້​ແຕ່​ມື້​ນີ້​ລາວ​ນອນ​ບໍ່​ຫຼັບ​ເພາະ​ທຸກ​ມື້​ລາວ​ຈະ​ເຝົ້າ​ຮ້ານ​ຊ່ວຍ​ພໍ່​ແລະ​ແມ່​ຂາຍ​ເຄື່ອງ​ເຊິ່ງ​ເປັນ

​ໄລຍະ​ເວລາ​ພັກ​ຮຽນ​​ເປັນ​ເວລາ​ຫຼາຍ​ເດືອນ​ແຕ່​ໃນ​ມື້​ອື່ນ​ຈະ​ເປັນ​ມື້​ເຂົ້າ​ຮຽນ​ສູ່​ວິທະຍາ​ໄລຂອງ​ເຂົາ​ພໍ່​ເລີຍ​ບໍ່​ໃຫ້​ລາວ​ຢູ່​ເດິກ​

ແຕ່​ລາວ​ກັບ​ນອນ​ບໍ່​ຫຼັບ​ເລີຍ​ໄດ້​ນອນ​ຟັງ​ເພງ​ທີ່​ເປີດ​ຢູ່​ແລະ​ພໍ​ເພງ​​ກໍ່​ໄດ້​ມີ​ສຽງ​ດີ​ເຈ​ກ່າວ​ຄຳ​ຂອບ​ໃຈ​ຕໍ່​ມິດ​ລາຍການ​ທີ່​ຟັງ

​ພ້ອມ​ແຈກ​ເບີ​ໂທ​ທີ່​ສາວ​ໆໜູ່ມໆຂີ້​ເຫ​ງາ​ທັງຫຼາຍ ຊັນ ​ເອງ​ກະ​ບໍ່​ໄດ້​ສົນ​ໃຈ​ຫຍັງ​ຫຼາຍ​ແຕ່​ຢູ່​ຊື່ໆໆຍ້ອນ ​ຊັນ ​ບໍ່​ຢາກ​ນອນຈຶ່ງ

​ໄດ້​ໄປ​ສົນ​ໃຈ​ຟັງ​ວິທະຍຸ​ອີກ​ຄັ້ງ​ແລ້ວ​ດີ​ເຈ​ວິທະຍຸ​ນັ້ນ​ກໍ່​ໄດ້​​ເວົ້າ​ຕອບ​ແຮງ​ໃຈ​ຈາກ​ຜູ້​ສົ່ງ​ເຂົ້າ​ມາ​ສາຍ​ໜື່ງວ່າ

"ຂໍ​ເພງ ຮັກ​ນາງ​ຄົນ​ດຽວ​ແນ່ ຈາກ ພີ​ກ​ເລັດ ​ແລະ​ຝາກ​ເບີ​ໂທ 020 7635xxxxx ​ໄວ້​ແນ່​ຢາກ​ມີ​ໝູ່​ລົມ​ແຊັດ​ມາ​ແນ່​ເດີ້ "

ພໍ​ສຽງ​ດີ​ເຈ​ອ່ານ​ໝົດ​ຂໍ້ຄວາມ​ດັ່ງກ່າວ​ແລ້ວ​ກໍ່​ອ່ານ​ຂໍ້ຄວາມ​ຕໍ່​ໄປ ​ແຕ່ ຊັນ ກໍ່​ບໍ່​ໄດ້​ຮັບ​ຟັງ​ແຕ່ ຊັນ​ ກັບ​ເອົາ​ໂທລະສັບ​ຂຶ້ນ​ມາ

​ແລ້ວ​ສົ່ງ​ໄປ​ທີ່​ເບີ​ດັ່ງກ່າວ​ເຊິ່ງ​ເປັນ​ທີ່​ໜ້າ​ແປກ​ໃຈ​ຂອງ​ຕົນ​ເອງ​ໃນ​ເວລາ​ກັບ​ມາ​ຄິດ​ອີກ​ຄັ້ງ​ຂອງ ຊັນ ​ແຕ່​ພໍ​ຊັນ​ໄດ້​ສົ່ງ​ໄປ​ທີ່​ເບີ

ດັ່ງກ່າວ​ແລ້ວ​ຊັນ​ໄດ້​ສົ່ງ​ໄປ​ວ່າ

"ສະບາຍດີ" ຫຼັງ​ຈາກ​ສົ່ງ​ຂໍ້ຄວາມ​ນັ້ນ​ໄປ​ກໍ່​ບໍ່​ມີ​ຫຍັງ​ຕອບ​ກັບ​ມາ​ຊັນ​ກໍ່​ເລີຍ​ຄິດ​ວ່າ(ຕູ)​ເປັນ​ບ້າ​ຫຍັງ​ນິສົ່ງ​ໄປ​ຫາ​ຄົນບໍ່​ຮູ້ຈັກ

​ແລ້ວ​ຊັນ​ກໍ່​ນອນ​ຫຼັບ​ໄປ.

       ຕື່ນ​ເຊົ້າ​ຕໍ່​ມາ​ຊັນ​ກໍ່​ຕຽມ​​ໂຕ​ໄປ​ວິທະຍາ​ໄລ​ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ການ​ກ້າວ​ເຂົ້າ​ສູ່​ຮົ້ວ​ວິທະຍາ​ໄລ​ການ​ກ້າວ​ເຂົ້າສູ່​ໄວ

ຜູ້​ໃຫຍ່​ຖ້າ​ເປັນ​ຄົນ​ອື່ນ​ຄົງ​ຈະ​ແຕ່ງ​ໂຕ​ໃຫ້​ຫຼໍ່​ຫຼູ​ໄວ້ກ່ອນ​ໃນ​ມື້​ທຳ​ອິດ​ນີ້​ ແຕ່​ຄອບຄົບ​ຂອງ​ຊັນ​ເປັນ​ຄອບຄົວ​ທີ່​ບໍ່​ໄດ້​ມີ​ເງິນ​ທອງ​ຫຼາຍ

​ຫຍັງ​ຄ່ອນ​ຂ້າງ​ມີ​ຖານະ​ທຸກ​ ຊັນ​ ກໍ່​ເລີຍ​ຈຳ​ເປັນ​ຕ້ອງ​ໄດ້​ໃສ່​ເສື້ອຜ້າ​ເກົ່​າ​ໄປ

       ------------------------------xxxxxxxxxxxxxx----------------------------

       ຊັນ​ມາ​ເຖິງ​ວິທະຍາ​ໄລ​ກໍ່​ຍັງ​ບໍ່​ຮູ້​ທີ່​ຈະ​ໄປ​ທາງ​ໃດ​ຫ້ອງ​ຮຽນ​ບ່ອນ​ໃດ​ໄດ້​ແຕ່​ງົງໆໆ​ຍ່າງ​ໄປ​ເລື້ອຍ​ໆໆ​ຕາມ​ອັດ​ທາ​ກຳ​ແລ້ວ​ຢູ່​

ຊື່ໆໆ​ກໍ່​ມີ​ຄົນ​ເຂົ້າ​ມາ​ໂດດ​​ເກາະ​ທີ່​ຫຼັງ​ ຊັນ ຊັນ​ກໍ່​ພິກ​ໂຕ​ທັນທີ​ແລ້ວ​ເວົ້າ​ວ່າ

      "​ໂອ້​​ເດດ​ຕົກ​ໃຈ​ໝົດ​ເຈົ້າ​ກະ​ມາ​ຮຽນ​ນີ້​ຫວາ​ເຈົ້າ​ຮຽນ​ຄະນະ​ຫຍັງ​ລະ" ຊັນ​ຖາມ​ພ້ອມ​ດ້ວຍ​​ເອົາ​ປຶ້ມ​ຟາດ​ຫົວ​ເດດ​ທີ່​ເຮັດ​ໃຫ້​ຕົກ​ໃຈ

      "ຂ້ອຍ​ຮຽນ​ວິສະວະກຳ​ເຈົ້າ​ເດ​ຊັນ" ​ເດດ​​ຕອບ​ພ້ອມ​ທັງ​ມື​ຕົບ​ບ່າ​ໝູ່​ຖື​ເປັນ​ການ​ຂໍ​ໂທດ

      "ຂ້ອຍ​ກະ​ຮຽນ​ວິສະວະ​ຄື​ກັນ​ຊັນ​ດີ​ລະ​ໄປ​ຫາ​ຫ້ອງ​ຮຽນ​ເທາະ​ງົງ​ນິຫາ​ບໍ່​ເຈີ" ຊັນ​ດີ​​ໃຈ​ທີ່​ຢ່າງ​ໜ້ອຍ​ຈະ​ມີ​ໝູ່​ໄປ​ກັບ​ໂຕ​ແນ່ ​ ​ເພາະ​ຊັນ

​ເປັນ​ຄົນ​ທີ່​ບໍ່​ຄ່ອຍ​ມີໝູ່​ມາ​ແຕ່​ສະ​ໄໝ​ຮຽນ​ມໍ​ປາຍ​ແລ້ວ​ໝູ່​ທີ່​ມີ​ກະ​ນັບ​ຄົນ​ໄດ້​ເພາະ​ຊັນ​ເປັນ​ຄົນ​ເກັບ​ໂຕເລີຍ​ຄ່ອນ​ຂ້າງ​ຍາກ​ໃນ​ເວລາ​ຈະ​ຄົບ

ຫາ​ໝູ່​ໃໝ່​ຊັນ​ຈຶ່ງ​ດີ​ໃຈ​ຢ່າງ​ໜ້ອຍ​ກະ​ພໍ​ມີ​ໝູ່​​ແລ້ວ​ສອງ​ຄົນ​ກະຍ່າ​ງ​ໄປ​ພ້ອມ​ກັນໃນ​ລະ​ຫວ່າງ​ທາງ ຊັນ​ ​ແລະ ​ເດດ ກໍ່​ໄດ້​ລົມ​ກັນ

       "​ເປັນ​ແນວ​ໃດ​ຊ່ວງ​ພັກ​ໄດ້​ເຈີ​ໝູ່​ເຮົາ​ຢູ່​ຫວາ" ​ເດດ​ຖາມ​ ​ແລ້ວ​ກໍ່​ຄິດ​ໃນ​ໃຈວ່າ  "ບັກ​ຊັນ​ມັນ​ມີ​ໝູ່​ຈັກ​ຄົນ​ຫວາ​ຊ່າງ​ຖາມ​ມັນ"

       "ກະ​ພໍ​ເຫັນ​ບັກ​ເອກ​ມື້ວານ​ມັນ​ກະ​ມາ​ວົນ​ວາຍ​ຊຶ້​ເບຍ​ຢູ່" ຊັນ​ຕອບ​​ແລ້ວ​ກໍ່​ຖາມ​ວ່າ "​ເອີ້​ລະ​ເຈົ້າ​ຮຽນ​ວິສະວະກຳ​ຫຍັງ​ນິດຽວ​ຄົນ​ລະ​ຕຶກ​ອີກ​ສິຍາກ"

       " ວິສະວະ​ກໍ່ສ້າງ​ນະ​ໂຕ​ເດ " ​ເດດ​ຕອບ 

       "ອ້າວ​ເຮົາ​ຮຽນ​ວິສະວະ​ໄອ​ທີ ​ແມ້ " ຊັນ​ຕອບ​ພ້ອມ​ທ່າ​ທາງ​ເລີ່​ມກັງວົນ​ວ່າ​ຈະ​ຫາ​ຕຶກ​ຮຽນ​ບໍ່​ເຈີ​ແລະ​ຈະ​ບໍ່​ມີ​ໝູ່

       "ບໍ່​ເປັນຫຍັງ​ດຽວ​ເຮົາ​ຫາ​ຕຶກ​ໂຕ​ໂຕ​ຫາ​ຕຶກ​ຊ່ວຍ​​ເຮົາ​ຊ່ວງ​ນີ້​ເຮົາ​ກະ​ບໍ່​ທັນ​ມີ​ໝູ່​ຄື​ກັນ​ນະ" ​ເດດ​ເວົ້າ​ດ້ວຍ​ທ່າ​ທີ​ຍິ້ມ​ແຍ້ມ​ແຈ່ມ​ໃສ

       "​ໂອ​ເຄ" ຊັນ​ຕອບ​ແລະກະມີ​ທ່າ​ທີ​ເບີກບານ​ຂຶ້ນ​ແນ່  ​ໃນ​ຂະນະນັ້ນ​​ໂທລະສັບ​ຂອງ​ຊັນ​ກໍ່​ດັງ​ຂຶ້ນ​ແລ້ວ​ຊັນ​ກໍ​ນຳ​ຂຶ້ນ​ມາ​ເບິ່ງ​ແລ້ວ​ກໍ່

ມີ​ທ່າ​ທີ​ງົງ​ວ່າ​ແມ່ນ​ເບີ​ໃຜ​ແລະ​ສົງ​ໄສ​ວ່າ​ແມ່ນ​ໃຜ​ພໍ​ຊັນ ຮັບ​ໂທລະສັບ​ແລ້ວ​ເວົ້າ​ວ່າ

       "ຮາ​ໂຫຼ"ກໍ່​ບໍ່​​ໄດ້​ຍິນ​ສຽງ​ຕອບ​ກັບ​ແລ້ວ​ຊັນ​ກໍ່​ເວົ້າ​ຊ້ຳ​ໄປ​ອີກ

       "ຮາ​ໂຫຼ"​ເປັນ​ຄັ້ງ​ທີ​ສອງ​ກໍ່​ຍັງ​ບໍ່​ມີ​ສຽງ​ຕອບ​ກັບ​ຄື​ເກົ່າຊັນ​ເລີ່​ມ​ໃຈ​ຮ້າຍ​ເລີຍ​ຮ້ອງ​ໃສ່​ອີກ​ວ່າ

       "ຮ່າ​ໂຫຼ!!!!!!!!!!" ດ້ວຍ​ນ້ຳ​ສຽງ​ທີ່​ແຮງ​ແລະ​ດັງ​ແລ້ວ​ກໍ່​ມີ​ສຽງ​ໜື່ງຕອບ​ກັບ​ມາ​ວ່າ ::????

 

 

ຕິດຕາມ​ຕອນ​ຕໍ່​ໄປ

ວ່າ​ສາຍ​ໂທລະສັບ​ນັ້ນ​ແມ່ນ​ໃຜ

​ແລະ​ເລື່ອງ​ຈະ​ດຳ​ເນີນ​ຕໍ່​ແນວ​ໃດ

ໝາຍ​ເຫດ: ການ​ດຳ​ເນີ​ນ​ເລື່ອງ​ຕອນ​ນີ້​ອາດ​ຈະ​ໜ້າ​ເບື່ອ​ແລະ​ບໍ່​ມີ​ເຫດການ​ຫຍັງ​ຫຼາຍ​ຕ້ອງ​ຂໍ​ອາ​ໄຟ​ມານຳກ່ອນ​ຕອນ​ຕໍ່​ໄປ​ຕ້ອງ​ມີ​

ເລື່ອງ​ລາວ​ໃຫ້​ເຫັນ​ຫຼາຍກ່ອນ​ນີ້​ແນ່ນອນ​ຕອນ​ນີ້​ເປັນ​ພຽງ​ແຕ່​​ແນະນຳ​ຕົວ​ລະຄອນ​ດຳ​ເນີນ​ເລື່ອງ​ຂອງ​ເຮົາ​ຄື​ຊັນ​ນັ້ນ​ເອງ​ທ່ານ​ຜູ້​ອ່ານ​

ຢາກ​ໃຫ້​​ເລື່ອງ​ເປັນ​ແນວ​ໃດ​ລອງ​ມາ​ວິຈານ​ແລະ​ໃຫ້​ຄຳ​ແນະນຳ​ໃນ​ການ​ຂຽນ​ຕື່ມ​ແນ່​ຂໍ​ຂອບ​ໃຈ

 

      

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່