ຂຽນເມື່ອ: ກ.ພ.. 20, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ບໍ່ປະໝາດໃນໄວອາຍຸ
1. ປະຖົມມະໄວ ຕັ້ງແຕ່ອາຍຸ 1-25 ປີ ເປັນໄວທີ່ຕ້ອງໃຊ້ເວລາໃນການສຶກສາຮ່ຳຮຽນວິຊາຄວາມຮູ້ ນອກຈາກນັ້ນຈະຕ້ອງຊ່ອຍພໍ່ແມ່ເຮັດວຽກງານ ປະກອບອາຊີບ ແລະ ບຳເພັນກຸສົນຕາມໂອກາດອັນຄວນ
2. ມັດຊິມາໄວ ຕັ້ງແຕ່ອາຍຸ 26-50 ປີ ເປັນໄວທີ່ຈະຕ້ອງປະກອບອາຊີບ ເພື່ອລ້ຽງຄອບຄົວແລະຕົນເອງ ໃຫ້ຢູ່ເຢັນເປັນສຸຂ ຈະຕ້ອງຫາຄວາມຮູ້ແລະປະສົບການເພິ່ມເຕິມ ແລະ ຈະຕ້ອງບຳເພັນກຸສົນຕາມໂອກາດອັນຄວນອີກດ້ວຍ
3. ປັດສິມມະໄວ ຕັ້ງແຕ່ອາຍຸ 51 ປີ ຂຶ້ນໄປ ໄວນີ້ສັງຂານເລິ່ມຊຸດໂຊມ ເພາະການເຮັດວຽກເຮັດງານ ສົມຄວນຈະພັກຜ່ອນຕາມສົມຄວນ ເຮັດບຸນກຸສົນໄວ້ ແລະ ຈະຕ້ອງອອກກຳລັງກາຍຕາມຄວນແກ່ໄວ
ບຸກຄົນຜູ້ປະຕິບັດຕາມໄວທັງ 3 ນີ້ ຈັດໄດ້ວ່າເປັນຜູ້ບໍ່ປະໝາດ ມະນຸດຜູ້ບໍ່ປະໝາດໃນໄວ ຍ່ອມປະສົບຜົນ 3 ຢ່າງ ຫລື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ
ມະນຸດສົມບັດ ຈະຕ້ອງບໍ່ປະໝາດ ໃນທຳ 4 ປະການ ຄື
1. ເຖິງພ້ອມດ້ວຍຄວາມຂະຫຍັນໝັ່ນພຽນ (ອຸດຕະຖານະສຳປະທາ) ເຖິງພ້ອມດ້ວຍຄວາມໝັ່ນ ໃນການປະກອບກິດຈະການງານເພື່ອລ້ຽງຊີບ ໃນການສຶກສາຮ່ຳຮຽນ ແລະ ການເຮັດໜ້າທີ່ວຽກງານຂອງຕົນ
2. ເຖິງພ້ອມດ້ວຍການຮັກສາ (ອາຣັກຂາສຳປະທາ) ຄື ຮັກສາຊັບສົມບັດທີ່ສະແຫວງຫາມາໄດ້ ດ້ວຍຄວາມໝັ່ນພຽນ ບໍ່ໃຫ້ເປັນອັນຕະລາຍ ຮັກສາການງານຂອງຕົນ ບໍ່ໃຫ້ເສື່ອມເສຍ ເປັນຕົ້ນ
3. ມີໝູ່ເພື່ອນເປັນຄົນດີ (ກັນລະຍານະມິດຕະຕາ) ບໍ່ຄົບຄົນຊົ່ວເປັນມິດ
4. ລ້ຽງຊີບຕາມສົມຄວນ (ສະມະຊີວິຕາ) ຄື ລ້ຽງຊີບຕາມກຳລັງຊັບ ທີ່ຫາມາໄດ້ ຫລື ຕາມກຳລັງກາຍຂອງຕົນທີ່ມີຢູ່ບໍ່ໃຫ້ຝືດເຄືອງ ຫຼື ຟຸ່ມເຟືອຍຫຼາຍເກິນໄປ
ສະຫວັນສົມບັດ ຕ້ອງບໍ່ປະໝາດໃນທຳ 4 ປະການ ຄື
1. ເຖິງພ້ອມດ້ວຍສັດທາ (ສັດທາສຳປະທາ) ຄື ເຊື່ອໃນສິ່ງທີ່ຄວນເຊື່ອ
2. ເຖິງພ້ອມດ້ວຍສີລ (ສີລະສຳປະທາ) ຄື ປະພຶດດີທັງ ທາງກາຍ ວາຈາ ແລະ ໃຈ
3. ເຖິງພ້ອມດ້ວຍການບໍລິຈາກທານ (ຈາຄະສຳປະທາ) ຄື ການໃຫ້ປັນສິ່ງຂອງ ບໍລິຈາກຊັບ ແລະໃຫ້ຄວາມຮູ້ເປັນທານ
4. ເຖິງພ້ອມດ້ວຍປັນຍາ (ປັນຍາສຳປະທາ) ຄື ຮູ້ຈັກບາບ ບຸນ ຄຸນ ໂທດ ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ ເປັນຕົ້ນ
ນິບພານສົມບັດ ສົມບັດ ຄື ພຣະນິບພານ ໝາຍເຖິງ ການພົບກັບຄວາມສຸຂສູງສຸດ ເອິິ້ນວ່າ ບໍລົມມະສຸຂ ດ້ວຍການປະກອບຕາມຫຼັກຂອງໄຕຼສິກຂາ ບຸນກິລິຍາວັດຖຸ 3 (ການເຮັດບຸນດ້ວຍການໃຫ້ທານ ການເຮັດບຸນດ້ວຍການຮັກສາສີລ ແລະ ການເຮັດບຸນດ້ວຍການຈະເລິນພາວະນາ) ແລະ ມັກມີມີອົງ 8 ຢ່າງ
ໂທດຂອງຄວາມປະໝາດ
ຕາມຫຼັກຂອງພຣະພຸດທະສາສະໜາ ກ່າວວ່າ ຜູ້ປະໝາດຈະກໍ່ໃຫ້ເກິດໂທດທັງໃນພົບນີ້ແລະພົບໜ້າ ດັ່ງນີ້
1. ໂທດໃນພົບນີ້ມີ 5 ປະການ ຄື ເຮັດໃຫ້ເສຍຊັບ ເຮັດໃຫ້ເສຍອະໄວຍະວະ ເຮັດໃຫ້ເສຍຊີວິດ ເຮັດໃຫ້ເສຍເວລາ ແລະ ເຮັດໃຫ້ຖຶກຈອງຈຳໂທດ
2. ໂທດໃນພົບໜ້າ ຄື ອະບາຍຍະພຸມ 4 ໄດ້ແກ່ ຕົກນະຮົກ ກຳເນິດເປັນເດລະສານ ເປັນເປດ ແລະ ເປັນອະສຸລະກາຍ
ຫຼັກຂອງຄວາມບໍ່ປະໝາດ ຕາມແນວທາງພຣະພຸດທະສາສະໜາ ຈະສາມາດສ້າງມະນຸດໃຫ້ສົມບູນໄດ້ ເຮັດການງານປະການໃດກໍ່ປະສົບຜົນສຳເລັດ ມີຄວາມຈະເລີນກ້າວໜ້າ ແລະ ດຳລົງຊີວິດຢູ່ໄດ້ດ້ວຍຄວາມສຸຂ
ຄະຕິທັມຝາກໃຫ້ຄິດ
ທຸກມີເພາະຍຶດ ທຸກຍືດເພາະຢາກ
ທຸກຫຼາຍເພາະຄອຍ ທຸກນ້ອຍເພາະຫຍຸດ
ທຸກຫຼຸດເພາະປ່ອຍ