ຂຽນເມື່ອ: ກ.ພ.. 17, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ຄຳວ່າ ສັງຄະ ກໍ່ຄື ສົງ ແປວ່າ ໝູ່ ຫຼື ຊຸມຊົນ ດັ່ງນັ້ນຄຳວ່າພຣະສົງ ຄື ຊຸມຊົນອັນປະເສິດ ເຊິ່ງເກິດຈາກທ່ານຜູ້ຮູ້ ຜູ້ດຳເນິນຕາມ ຢ່າງພຣະພຸດທະເຈົ້າມາຢູ່ຮ່ວມກັນ ເປັນແຫຼ່ງທີ່ດຳລົງຮັກສາທຳ ແລະເປັນແຫຼ່ງກັນລະຍານະມິດ ທີ່ຈະຊ່ອຍເກື້ອໜຸນໃຫ້ຜູ້ສຶກສາຈະເລີນ ງອກງາມຂຶ້ນໄປໃນຊີວິດອັນປະເສິດ ຈົນສາມາດເຂົ້າເຖິງທຳ ຕາມຢ່າງພຣະພຸດທະເຈົ້າ
ພຣະສົງແບ່ງອອກເປັນ 2 ປະເພດ ຄື
1. ພຣະອະລິຍະສົງ ຄື ພິກສຸ ຜູ້ຮູ້ແຈ້ງ ທຳ ຜູ້ປະຕິບັດຕາມຄຳສອນຂອງພຣະສຳມາສຳພຸດທະເຈົ້າ ໄດ້ບັນລຸເຖິງຄວາມຮູ້ແຈ້ງ ສາມາດກຳຈັດກິເລດ ຕັນຫາອຸປະທານໄດ້ ຕາມພູມຊັ້ນຂອງຕົນ ໄດ້ແກ່ ພຣະໂສດາບັນ ພຣະສະກະທາຄາມີ ພຣະອະນາຄາມີ ແລະພຣະອະລະຫັນ ຕາມລຳດັບ
2. ສົມມົດຕິສົງ ຄື ພຣະພິກສຸຜູ້ຮູ້ໄດ້ຮັບການ ອຸປະສົມບົດ ຖືກຕ້ອງຕາມທຳມະວິໃນ ແລ້ວອຸທິດຕົນເພື່ອການສຶກສາ ແລະປະຕິບັດຕາມພຣະທຳມະວິໃນ ຕາມຄວາມສາມາດຂອງຕົນ ແຕ່ຍັງບໍ່ບັນລຸຜົນ
ໃນການປະກອບພິທີກຳຕ່າງ ໆ ທາງພຣະພຸດທະສາສະໜາ ພຣະສົງ ສາມາດປະກອບພິທີກຳຕ່າງ ໆ ໄດ້ໂດຍແບ່ງອອກເປັນ 4 ໝວດ ຄື
1. ສົງຈະຕຸວັກ ຄື ໝູ່ພິກສຸຕັ້ງແຕ່ 4 ຮູປ ສາມາດປະກອບພິທີກຳໄດ້ທຸກຢ່າງ ຍົກເວັ້ນ ການປະວາລະນາ ການທອດກະຖິນ ການອຸປະສົມບົດ ແລະ ການອັບພານ(ພິທີກຳຂອງສົງທີ່ຜິດອາບັດ)
2. ສົງປັນຈະວັກ ຄື ໝູ່ພຣະພິກສຸຕັ້ງແຕ່ 5 ຮູປ ຂຶ້ນໄປ ສາມາດເຮັດປາວາລະນາ ໃຫ້ຜ້າກະຖິນ ແລະ ການ ອຸປະສົມບົດ ໃນປັດຈຸບັນ ສາມາດອຸປະສົມບົດໄດ້ (ສະຖານທີ່ຂາດແຄນພຣະສົງ ເຊັ່ນ ໃນເຂດ ຊົນນະບົດ)
3. ສົງທະສະວັກ ຄື ໝູ່ພິກສຸຕັ້ງແຕ່ 10 ຮູບຂຶ້ນໄປ ສາມາດໃຫ້ການອຸປະສົມບົດໃນມັດທະຍົມປະເທດ(ສະຖານທີ່ບໍ່ຂາດແຄນ ພຣະສົງເຊັ່ນ ໃນເຂດເມືອງ) ໄດ້
4. ສົງວິສະຕິວັກ ຄື ໝູ່ພິກສຸຈຳນວນ 20 ຮູບ ຂຶ້ນໄປ ສາມາດເຮັດອັບພານໄດ້
ຄະຕິທັມຝາກໃຫ້ຄິດ
ຊ່າງເໝືອງ ຍ່ອມໄຂນ້ຳເຮັດລະຫັດ ຊ່າງດັດ ດັດລູກສອນໃຫ້ຢູ່ທີ່
ຊ່າງຖາກ ຍ່ອມຖາກໄມ້ໃຫ້ຮູບດີ ທ່ານຜູ້ມີວັດງາມ ປາບປາມຕົນ