ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ความเสียใจ

ຄວາມຮັກ.......ຄືການຮຽນຮູ້ທີ່ຈະຈົນຊີວິດເຂົ້າຫາກັນ

ຄວາມຮັກ........ຄືການທີ່ຄຸ້ນຫາສິ່ງທີ່ຂາດຫາຍ

ແລ້ວນຳມາຕືມຊີວິດໃຫ້ສົມບູນ

ເປັນເໜືອຈີກຊໍ

ທີເຮົາຈະຕ້ອງລອງເອົາຊີ້ນສ່ວມາປະກອບເຂົ້າກັນ

ແຕ່ພໍຕໍບໍ່ຕິດແລະ ບໍ່ແມ່ນສີ້ນສ່ວນທີ່ຖູກຕ້ອງ

ກໍ່ຄົງຕ້ອງວາງໄວ້ ແລ້ວຫາສີ້ນສ່ວນໃໝ່ມາຕໍເລື້ອຍໆ

ເຊັ່ນດຽວກັບການທີ່ເຮົາຄົບກັບໃຜຈັກຄົນໃນວັນນັ້ນ

ກໍ່ເພື່ອທີ່ຈະຮູ້ວ່າເຂົາເປັນຄົນທີ່ແມ່ນສຳລັບເຮົາຫຼືບໍ່

ຖ້າບໍ່ແມ່ນຕ່າງຄົນຕ່າງໄປ

ອາດຈະເຈັບທັງສອງຄົນ

ຫຼືອາດຈະແມ່ນ ເຮົາ ຫຼື ເຂົາ

ແຕ່ນັ້ນລະເປັນເຫດຜົນຂອງຄຳຕອບທີ່ວ່າ

ເປັນຫຍັງຄົນເຮົາຕ້ອງຮຽນຮູ້ກັນ

ວັນທີ່ເຮົາຮັກເຂົາຫຼາຍ ເຮົາຈະຄິດຢູ່ຕະຫຼອດວ່າ

ເຮົາຈະບໍ່ມີວັນຮັກໃຜໄດ້ອີກແລ້ວ

ນັ້ນແລະເປັນຈຸດອ່ອນຂອງຄວາມເຊື່ອໜັ້ນ

ເພາະນັ້ນຈະເຮັດໃຫ້ເຮົາບໍ່ກ້າຕັດສິນໃຈ

ບໍ່ກ້າທີ່ຈະເລີກຮັກ ບໍ່ກ້າທີ່ຈະເດີນຈາກເຂົາມາ

ເມື່ອຄວາມຮັກມັນເຖິງເວລາທີ່ຕ້ອງຈົບ

ແລະເມື່ອເລົາເດີນຈາກເຂົາມາແລ້ວ

ຄວາມຮັກກໍ່ສາມາດລົດລົງໄດ້ເລື້ອຍໆ

ແລະເຮົາອາດລືມເຂົາໄດ້ໃນທີ່ສຸດ

ເມື່ອເຖິງວັນນັ້ນ

ເຮົາອາດຈະຂອບໃຈຕົວເອງທີ່ເຂັ້ມແຂງພໍ

ທີ່ເດີນມາຈາກຄົນນັ້ນ ເພື່ອມາເຈີະຄົນນີ້

ຄົນທີ່ດີກ່ວາ ຄົນທີ່ແມ່ນກ່ວາ













 

 

 

 

 

 

 

 

Delicious Digg Fark Twitter
ຄຳເຫັນ (9)