ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 22, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ລໍຄົນທີ່ຮັກຈີງ

ລໍຄົນບໍ່ທີ້ງກັນ

ລໍຄົນທີ່ຈະຝາກໃຈ

ລໍຄົນໆນັ້ນຈະເປັນເຈົ້າບໍ່

ຄວາມສຸກຈາກການທີ່ໄດ້ຮັກ

ເມື່ອເວົ້າເຖີງຄວາມຮັກ

ຂ້ອຍເໝືອຕົວເອງທີ່ຖືກສູບເຂົ້າໄປຍັງວົງວຽນຂອງໂລກໃບໜື່ງ

ໂລກໃບໃໝ່ທີ່ເຕັມໄປດ້ວຍເລື່ອງລາວຊວນ...ເພີ້..ຝັນ

ຊວນພົບສີ່ງທີ່ສວຍງາມຈັບໃຈເສຍໝົດ

ແມ້ແຕ່ທ້ອງຟ້າທີ່ແໜງໜ້າຂື້ນມາເບິ່ງ

ກໍ່ຍັງອ້ອມຮອບໄປດ້ວຍສີຊົມພູ

ຂ້ອຍກໍ່ຍັງຖືກກະສຸນລູກໜື່ງຂອງການແອບຮັກ

ຍິງເຂົ້າມາໃຈກາງຫົວໃຈ

ແລະຄົນທີ່ຍິງກໍ່ບໍ່ແມ່ນໃຜໄກທີ່ເລີຍ

ຄົນທີ່ເບີ່ງໄປກໍ່ເຈີສະເໝີແຕ່ເຂົາມັກຈະບໍ່ຮູ້ຕົວ

ຄົນທີ່ຂ້ອຍສົງເອົາແຕ່ຄວາມຄິດເຖີງໄປຫາວັນລະຮ້ອຍຫົນ

ແຕ່ເຂົາກໍ່ບໍ່ເຄີຍຮັບເຖີງຮູ້ຄວາມຮູ້ສືກເຫຼົ່ານັ້ນ

ຄົນທີ່ຂ້ອຍເອົາແຕ່ກະຊິບ ...ຮັກ..

ຝາກຜ່ານສາຍລົມໄປບອກສະເໝີ

ແຕ່ເຂົາ ກໍ່ຄົງຍື່ນການໄຮຄວາມແນ່ນີງເຊັ່ນເດີມ

ດ້ວຍຄວາມຮັກຂອງຂ້ອຍຍັງບໍ່ກ້າສະແດງຕົວນັ້ນເອງ

ຂ້ອຍຈີ່ງຍັງຄົງເປັນນັກແອບຮັກຂ້າງດຽວແບບນີ້

ແຕ່ທີສຸດແລ້ວ.......ຄວາມຮັກຂ້ອຍຮູ້ວ່າ

ແມ້ຈະເປັນພຽງຮັກຂອງນັກແອບ

ຜົນຂອງມັນກໍ່ເຮັດໃຫ້ຫົວໃຈຂ້ອຍເປັນສຸກ

ແຕ່ທີ່ສຸດແລ້ວ ຄວາມຮັກກໍ່ສອນໃຫ້ຂ້ອຍຮູ້ວ່າ

ແມ້ຈະເປັນຮັກຂອງນັກແອບ

ຜົນຂອງມັນກໍ່ໄດ້ເຮັດໃຫ້ຫົວໃຈຂ້ອຍເປັນສຸກ










 

 

 

 

 

 

Delicious Digg Fark Twitter
ຄຳເຫັນ (4)