ຂຽນເມື່ອ: ມ.ສ.. 11, 2014
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຄຳບູຮານລາວວ່າ: ໄວປາກເສຍສິນ ໄວຕີນຕົກກົກໄມ້. ຫລາຍຄັ້ງ ທີ່ພົບເຫັນຄົນຂີ້ຕົວະແບບໜ້າຕາເສີຍ ແບບງ່າຍໆ ແຕ່ເປັນເລື່ອງບໍ່ສໍາຄັນເຖິງກັບຊີວິດ ແຕ່ຄົນຜິດສິນແບບບໍ່ສົມຄວນຜິດ. ນີ້ຄົງຈະແມ່ນສ່ວນໜຶ່ງໃນສັງຄົມທີ່ຂ້າພະເຈົ້າພົບພໍ້ ພຽງສ້ຽວຊີວິດຂອງການຢູ່ພາຍໃຕ້ຮົ່ມຜ້າກາສາວະພັດ ທີ່ໄດ້ສໍາຜັດກັບຊີວິດຂອງຄາຣະວາດ ຄົງຍັງເຫລືອອີກມາກມາຍໃນສັງຄົມທີ່ມັນຮຸນຮ້າຍເກີນກວ່ານີ້ແລະນີ້ຄົງຈະບໍ່ແມ່ນການເບິ່ງໂລກໃນທາງລົບເປັນແນ່ນອນ.
ຢາກຈະຍົກຕົວຢ່າງໃຫ້ເຫັນບາງຕອນ ພໍເປັນອຸທາຫອນໃຫ້ຮູ້ວ່າ ນີ້ຄືການຜິດສິນຂໍ້ມຸສາເຊັ່ນກັນ. ມີບາງຄັ້ງ ຂ້າພະເຈົ້າໄດ້ນັ່ງລົດໄປກັບໂຍມ ທີ່ມາຮັບສົ່ງຄູບາ ບາງຄັ້ງອາດໄປສະໜາມບິນ, ບາງຄັ້ງອາດໄປສັນເຂົ້າໃນບຸນເຮືອນ...ສິ່ງທີ່ຂ້າພະເຈົ້າໄດ້ຍິນ ຄື ເວລາມີຄົນໂທມາຫາຄົນທີ່ຂັບລົດຮັບສົ່ງຄູບາ ຈະມີການຖາມວ່າຕອນນີ້ເຈົ້າຢູ່ໃສ ຈາກຕົ້ນທາງທີ່ໂທມາ ຄົນຂັບລົດມັກຕອບອອກໄປແບບພໍຫວິດປາກກໍແລ້ວ ໄປ ເຊັ່ນ ເມື່ອຍັງຢູ່ໃນວັດ ກໍາລັງລໍຖ້າຄູບາຢູ່ ແຕ່ຊ້ຳພັດຕອບວ່າ ຕອນນີ້ຢູ່ສີຫອມເປັນຕົ້ນ. ບາງທີ ຂີ່ລົດໄປຮອດກາງທາງແລ້ວ ມີຄົນໂທມາ ຊ້ຳພັດບອກວ່າ ຢູ່ວັດ. ມື້ວານນີ້ກໍພໍ້ອີກ ມີໂຍມມາຖວາຍພາເຂົ້າທິບຢູ່ວັດ ແຕ່ຫົວໜ້າໂທມາ ພັດບອກວ່າ ຕອນນີ້ ຢູ່ໂຮມໄອເດຍ ຈັກໜ່ອຍອອກໄປ ທີ່ແທ້ແລ້ວແມ່ນຢູ່ວັດນໍາຄູບາ. ທີ່ຈິງແລ້ວ ສິ່ງທີ່ຕົວະອອກໄປນັ້ນ ຖ້າຈະເວົ້າຄວາມຈິງແລ້ວກໍບໍ່ໄດ້ມີໂທດ ແລະເປັນພິດເປັນໄພແນວໃດ ເປັນຫຍັງມະນຸດຈິ່ງມັກຕົວະໃນເລື່ອງທີ່ບໍ່ຄວນຕົວະ? ນີ້ມັນສະ ແດງໃຫ້ເຫັນເຖິງຄວາມຈິງໃຈ ຄວາມຂາດສີລະທັມ ເຖິງແມ່ນວ່າບໍ່ສໍາຄັນ ແຕ່ນັ້ນຄືການຜິດສິນ.
ຂ້າພະເຈົ້າເຄີຍໄດ້ອ່ານນິທານເລື່ອງກ່ຽວກັບເມືອງບັງບົດຫຼືເມືອງລັບແລ ທີ່ເວົ້າເຖິງຊາຍໜຸ່ມຄົນໜຶ່ງ ໄດ້ຫຼົງທາງເຂົ້າໄປໃນປ່າ ແລ້ວໄປພໍ້ເມືອງບັງບົດ ແລ້ວໄດ້ສ້າງຄອບຄົວກັບນາງສາວບັງບົດ ຈົນມີບຸດທີ່ໜ້າຮັກຮ່ວມກັນ. ມີມື້ໜຶ່ງ ແມ່ຂອງລູກໄດ້ອອກໄປຫາໜໍ່ໄມ້ ປະໃຫ້ພໍ່ເອົາລູກ ໄກວອູ່ຖ້າແມ່ຊາມກັບມາ. ແຕ່ບັງເອີນວ່າ ເດັກ ນ້ອຍນັ້ນໄຫ້ແອ່ວຫາແມ່ ພໍ່ກໍໄດ້ພະຍາຍາມອອຍລູກຫຼາຍຄັ້ງຫຼາຍຄາວ. ເມື່ອອົດຕໍ່ການແອ່ວໄຫ້ຂອງລູກບໍ່ໄດ້ ພໍ່ຈິ່ງບອກວ່າ ເຊົາໄຫ້ໆ ແມ່ມາແລ້ວ ທັງໆທີ່ຈິງແລ້ວແມ່ບໍ່ທັນມາ. ເມື່ອເປັນແນວນັ້ນ ຜູ້ເປັນແມ່ກໍາລັງຫາໜໍ່ໄມ້ຢູ່ ກໍຮູ້ທັນທີ ຍ້ອນເປັນບັງບົດຜູ້ຈໍາສິນຫ້າເຄັ່ງຄັດ ແລະມີຊານເປັນທີ່ຢູ່ອາໄສ ຈິ່ງເສຍໃຈຫຼາຍຕໍ່ການກ່າວມຸສາຂອງຜົວ. ເມື່ອນັ້ນນາງໄດ້ກັບມາ ແລ້ວບອກຜົວວ່າ ເວລາຂອງເຮົາໝົດແລ້ວ ຍ້ອນອ້າຍຂີ້ຕົວະລູກ ຕາມກົດຂອງເມືອງບັງບົດ ຈິ່ງໄດ້ສົ່ງອ້າຍຄືນສູ່ເມືອງມະນຸດ. ນີ້ກໍເປັນສິ່ງສະທ້ອນໃຫ້ເຫັນວ່າ ການຜິດສິນພຽງກ່າວວາຈາທີ່ເປັນມຸສາເລັກນ້ອຍ ກໍເປັນເລື່ອງສໍາຄັນ ເຮົາຄວນເອົານິທານເລື່ອງນີ້ເປັນແບບຢ່າງໃນການປະຕິບັດສິນຂອງຕົນ. ການເປັນຊາວພຸດທີ່ດີນັ້ນ ບໍ່ຈໍາເປັນວ່າ ຈະຕ້ອງຮູ້ທັມມະທີ່ເລິກເຊິ່ງ ຫຼື ຈະຮຽນຈົບພຣະໄຕປິດົກໝົດທັງສາມຄໍາພີກໍໄດ້ ຂໍພຽງແຕ່ຮັກສາສິນຫ້າຂອງຕົນໃຫ້ດີຢ່າງຜ່ອງ ຜ້ຽວ ກໍເປັນຮາກແກ້ວໄຕ່ເຕົ້າສູ່ສັນຕິສຸກໃນສັງຄົມ ແລະສະສົມບຸນເກື້ອໜຸນເຖິງແດນນິບພານ ໃນອະນາຄົດຕະການອັນຈະມາຂ້າງໜ້າຢ່າງແນ່ນອນ.ເມື່ອຮູ້ດັ່ງ ນີ້ແລ້ວ ຊາວພຸດທັງຫຼາຍຄວນສັງວອນລະວັງວາຈາແລະຮັກສາສິນຫ້າຂອງຕົນໃຫ້ດີ ອັນຈະເປັນສີຂອງຄວາມເປັນມະນຸດທີ່ສົມບູນ.
11/12/11 06:48 AM
|
ຂຽນເມື່ອ: ກ.ພ.. 3, 2013
| ມີ
8 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ການດຳເນີນຊີວິດປະຈຳວັນຢ່າງມີຄວາມສຸກ ໂດຍ: ເອກັຄຄະຈິຕໂຕ ພິກຂຸ ຈະເຮັດແນວໃດ ເພື່ອຈະດຳເນີນຊີວິດໃນໂລກໜ່ວຍນີ້ ຢ່າງມີຄວາມສຸກ? ກ່ອນອື່ນເຮົາຈະຕ້ອງເຂົ້າໃຈວ່າ ຄວາມສຸກແລະຄວາມທຸກນີ້ ເປັນຂອງຄູ່ກັນ ບໍ່ມີໃຜທີ່ຈະມີຄວາມສຸກຕະຫລອດ ຫລືຄວາມທຸກຕະຫລອດໄປ ແລະນອກຈາກທັງສອງຢ່າງນີ້ແລ້ວ ຍັງມີອີກຄວາມຮູ້ສຶກໜຶ່ງທີ່ເອີ້ນວ່າ ເສີຍໆ. ນິຍາມຂອງຄວາມສຸກໂດຍທົ່ວໄປແລ້ວນັ້ນ ໝາຍເຖິງສະພາບທີ່ສະບາຍກາຍ ສະບາຍໃຈ ເມື່ອມີຄວາມສຳເລັດ ຫລື ສົມໃຈຫວັງບາງຢ່າງໃນຊີວິດ ແຕ່ໃນຄວາມໝາຍທາງທັມນັ້ນ ໝາຍເຖິງ ສະພາບທີ່ແຕກດັບ ເສື່ອມສູນ ບໍ່ຢູ່ໃຕ້ອຳນາດຂອງຕົນ. ເມື່ອເປັນແນວນີ້ແລ້ວ ຄຳວ່າ ທຸກ ຈິ່ງເປັນສິ່ງທີ່ທຸກຢ່າງຈະຕ້ອງປະເຊີນ ລວມເອົາເຖິງທຸກຢ່າງ ທັງອັນທີ່ມີວິນຍານຄອງ ແລະບໍ່ມີວິນຍານຄອງ ໝາຍເຖິງຄົນແລະວັດຖຸ ລ້ວນແຕ່ມີສະພາວະດັ່ງດຽວກັນ ເຮືອນຊານບ້ານຊ່ອງ ລົດລາງພາຫະນະເຫຼົ່ານີ້ ເຖິງແມ່ນວ່າຈະບໍ່ມີຈິດວິນຍານ ແຕ່ກໍຢູ່ໃນສະພາວະດຽວກັນ ນັ້ນກໍຄື ມີການແຕກດັບ ເສື່ອມສະຫຼາຍໄປໃນທີ່ສຸດ. ບັດນີ້ ເຮົາລອງມາເຂົ້າໃຈຄຳວ່າ ຄວາມສຸກຕື່ມອີກ. ຄວາມສຸກນັ້ນ ໂດຍຄວາມໝາຍທົ່ວໄປ ກໍຄືສະພາບທີ່ມີຄວາມສະບາຍກາຍ ສະບາຍໃຈ ໃນເມື່ອສົມຫວັງໃນບາງຢ່າງໃນຊີວິດ.ຖ້າຈະເວົ້າແລ້ວ ຄວາມສຸກຂອງຄົນທົ່ວໄປສ່ວນໃຫຍ່ເກີດມາຈາກ ການມີຊັບ, ການໃຊ້ຈ່າຍຊັບ, ການບໍ່ເປັນໜີ້, ການບໍ່ມີພະຍາດບຽດບຽນ, ການມີປັດໄຈສີ່ຄົບຖ້ວນບໍລິບູນ. ແຕ່ຄວາມສຸກທີ່ສູງສົ່ງໃນທາງທັມນັ້ນ ໝາຍເອົາສະເພາະສະພາວະທີ່ຈິຕ ບໍ່ເຈືອປົນດ້ວຍອຳນາດຂອງກິເລສ ທີ່ຈະເຮັດໃຫ້ຈິຕໃຈເສົ້າໝອງ ເປັນຄວາມສຸກທີ່ປາສະຈາກໂທດໄພໃນວັດຕະສົງສາຣ. ຄວາມສຸກແລະຄວາມທຸກທັງສອງຢ່າງທີ່ກ່າວມານີ້ ມັນເປັນສິ່ງທີ່ມີຢູ່ຄູ່ກັນ ບໍ່ມີໃຜເລີຍທີ່ຈະບໍ່ມີຄວາມສຸກແລະຄວາມທຸກ. ແຕ່ຈະເຮັດແນວໃດເພື່ອຈະດຳເນີນຊີວິດໃຫ້ປາສະຈາກຄວາມທຸກ. ຄຳຕອບກໍຄື ມັນເປັນໄປໄດ້ຍາກຢູ່ ທີ່ຈະບໍ່ມີຄວາມທຸກ ແຕ່ມັນກໍມີທາງເປັນໄປໄດ້ທີ່ຈະເຂົ້າໃຈທຸກ ແລະຢູ່ກັບຄວາມທຸກຢ່າງມີຄວາມສຸກ. ການດຳລົງຊີວິດໃນປັດຈຸບັນຢ່າງມີຄວາມສຸກນັ້ນ ແມ່ນເຮົາຈະຕ້ອງຮຽນຮູ້ການປ່ອຍວາງ ແລະ ເຂົ້າໃຈໃນສາເຫດແຫ່ງຄວາມທຸກ ເພື່ອຫາວິທີທາງດັບທຸກ. ບັນຫາມີຢູ່ບ່ອນວ່າ ຄົນເຮົາບາງຄັ້ງກໍອາດເຂົ້າໃຈຢູ່ວ່າ ອັນນີ້ ແມ່ນສາເຫດແຫ່ງທຸກ ແຕ່ກໍຍັງສະແຫວງຫາ ແລະຫຍັບເຂົ້າໃກ້ ປ່ອຍປະລະໄລບໍ່ໄດ້ ອຸປະມາດັ່ງຄົນເຮົາຮູ້ວ່າໄຟມັນຮ້ອນກໍຍັງໄປຈັບ ຂໍຍົກຕົວຢ່າງເຊັ່ນ: ບາງຄົນ ຮູ້ຢູ່ວ່າ ການເສບສິ່ງເສບຕິດ ເປັນຜົນຮ້າຍແກ່ຊີວິດ, ຄົນອ້ອມຂ້າງ ແລະສັງຄົມ ກໍຍັງພາກັນເຮັດ. ຕົ້ນຕໍຂອງສາເຫດທີ່ເຮັດແນວນີ້ໄດ້ ກໍຄື ໂມຫະ ຄວາມຫຼົງ ແລະຂາດປັນຍາ ຄວາມສະຫຼາດໃນການບໍລິຫານຊີວິດ ຈິ່ງປ່ອຍຈິດໃຈໃຫ້ກະທຳລົງໄປ. ມູນເຫດຂອງຄວາມທຸກທີ່ແທ້ຈິງນັ້ນ ບໍ່ແມ່ນເກີດມາຈາກ ສະພາວະທີ່ກໍ່ໃຫ້ເກີດທຸກ ແຕ່ຄົນເຮົາຫາກຝືນບໍ່ຢາກໃຫ້ມີທຸກ ຈິ່ງເປັນທຸກ. ເວົ້າແນວນີ້ ທ່ານຜູ້ອ່ານຄົງຈະງົງໄປຫຼາຍເຕີບ ບໍ່ຕ້ອງງົງ ຊິອະທິບາຍສູ່ຟັງຕື່ມ ເຫດໃດຈິ່ງວ່າ ຄົນເຮົາຝືນບໍ່ຢາກມີທຸກຈິ່ງເປັນທຸກ? ເຊັ່ນ: ຄວາມທຸກມັນມີຢູ່ແລ້ວ ແຕ່ເຮົາບໍ່ເຂົ້າໃຈຄວາມເປັນຈິງ ແລ້ວກຽມໃຈເອົາໄວ້ ເມື່ອປະເຊີນກັບຄວາມທຸກ ເຊັ່ນ: ການເກີດ, ແກ່, ເຈັບ ແລະຕາຍ ມັນເປັນຂອງທີ່ມີຢູ່ແລ້ວ ເປັນສິ່ງທີ່ຫຼີກໜີບໍ່ມົ້ມ ທຸກຄົນມີຄວາມຕາຍເປັນທຳມະດາ ແຕ່ເຮົາບໍ່ຢາກໃຫ້ມັນມີ, ທຸກຄົນມີຄວາມພັດພາກເປັນທຳມະດາ ແຕ່ເຮົາບໍ່ຢາກໃຫ້ມັນມີ, ທຸກຄົນມີຄວາມເຈັບໄຂ້ເປັນທຳມະດາ ແຕ່ເຮົາບໍ່ຢາກໃຫ້ມັນມີ... ເມື່ອເຮົາບໍ່ຢາກໃຫ້ມັນເປັນ ດັ່ງທີ່ທຳມະຊາດມັນພາເປັນ ກໍໝາຍຄວາມວ່າ ເຮົາບໍ່ເຂົ້າໃຈໃນກົດເກນຂອງທຳມະຊາດ ຫຼື ຫຼັກສັຈຈະທັມ ນີ້ລະເພິ່ນເອີ້ນວ່າ ເປັນສາເຫດຂອງຄວາມທຸກແທ້ໆ. ທ່ານຮູ້ບໍວ່າ ບາງຄົນ ມີຄວາມສຸກຢູ່ດີໆ ແຕ່ກໍເປັນທຸກໃນໃຈ ຍ້ອນຢ້ານຄວາມສຸກນັ້ນປ່ຽນແປງໄປ ເມື່ອເປັນແນວນີ້ ກໍໝາຍຄວາມວ່າ ເຖິງຈະມີຄວາມສຸກ ຫລື ຄວາມທຸກ ຄົນທີ່ບໍ່ຮູ້ຈັກຮັກສາໃຈ ກໍຈະເປັນທຸກ. ສະນັ້ນ, ເພື່ອບໍ່ໃຫ້ເປັນທຸກ ເຮົາຕ້ອງຮັກສາໃຈ ໃຫ້ຢູ່ເໜືອສຸກແລະເໜືອທຸກ ຈິ່ງຈະດຳລົງຊີວິດປະຈຳວັນຢ່າງມີຄວາມສຸກ. ເມື່ອເຮົາຮູ້ວ່າ ທຸກຢ່າງຕ້ອງເປັນໄປຕາມກົດເກນຂອງທຳມະຊາດ ແລ້ວຝຶກໃຈໃຫ້ຢູ່ເໜືອສິ່ງເຫຼົ່ານີ້ ເຮົາກໍຈະເຂົ້າໃຈກົດເກນນີ້ ແລ້ວກໍກຽມໃຈໃຫ້ພ້ອມ ກໍຈະຮູ້ຈັກປົດປົງປ່ອຍວາງ ຮູ້ຈັກຮູ້ທັນທຸກ ແລ້ວກໍຈະບໍ່ເປັນທຸກ. ຖ້າຈະເວົ້າຕາມຫຼັກການແທ້ໆນັ້ນ ຄວາມທຸກທັງມວນ ເກີດມາຈາກອະກຸສົນມູນ ໓ ປະການຄື: ໂລພະ, ໂທສະແລະໂມຫະ, ນອກຈາກນີ້ ກໍຍັງມີເລື່ອງຂອງການຢຶດໝັ້ນຖືໝັ້ນໃນຂັນທັງ ໕ ແລະການບໍ່ສັງລວມໃນອາຍະຕະນະ ໑໒ ເມື່ອສະຫຼາດໃນການບໍລິຫານສິ່ງເຫຼົ່ານີ້ກໍຈະດຳເນີນຊີວິດປະຈຳວັນຢ່າງມີຄວາມສຸກ.
|
ຂຽນເມື່ອ: ມ.ນ.. 26, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຈະເປັນແນວໃດ ຖ້າຫາກວ່າພວກເຮົາເຄີຍໄດ້ເຮັດຄວາມຊົ່ວມາຫຼາຍແລ້ວ? ພວກເຮົາສາມາດຮ້ອງຂໍພຣະພຸດທະອົງເພື່ອໃຫ້ອະໄພພວກເຮົາບໍ?
ພຣະພຸດທະອົງຖືວ່າເປັນບໍຣົມຄູຂອງພວກເຮົາ ແລະບໍ່ແມ່ນຜູ້ທີ່ພວກເຮົາຈະສູດມົນເພື່ອຂໍອະໄພຍະໂທດ. ຊາວພຸດບໍ່ເຊື່ອໃນເລື່ອງອຳນາດພາຍນອກ ທີ່ພວກເຮົາຄວນຮ້ອງຂໍອະໄພຍະໂທດ ຫຼື ບູຊາເພື່ອໃຫ້ຫຼຸດພົ້ນໄດ້.
ຖ້າຫາກວ່າຊາວພຸດຖືກຮ້ອງຂໍໃຫ້ອະໄພຍະໂທດ, ມັນອາດຈະແມ່ນບຸກຄົນທີ່ພວກເຮົາເຮັດຜິດຕໍ່ ແລະຈະບໍ່ແມ່ນບຸກຄົນທີສາມ ຫຼືອຳນາດພາຍນອກ ແນ່ນອນ. ຖ້າຫາກວ່າ ເຮົາບໍ່ອາດຈະຖືກອະໄພຈາກບຸກຄົນທີ່ເຮົາເຮັດຜິດຕໍ່ ຫຼື ເພື່ອແກ້ໄຂຄວາມຜິດພາດ ພວກເຮົາກໍປ່ອຍໃຫ້ເລື່ອງລາວນັ້ນຜ່ານພົ້ນໄປ, ຮຽນຮູ້ຈາກມັນແລະໃຫ້ອະໄພແກ່ຕົນເອງ, ແລະແນ່ນອນ ການເຮັດເຊັ່ນນັ້ນ ພວກເຮົາກໍມີຄວາມຈິງໃຈກັບມັນ.
ພຣະພຸດທະອົງຊົງສອນພວກເຮົາວ່າ ພວກເຮົາຈະຕ້ອງມີຄວາມຮັບຜິດຊອບຕໍ່ການກະທຳຂອງຕົນເອງ, ແລະພວກເຮົາທຸກຄົນກໍສາມາດທີ່ຈະກຳນົດຊະຕາກັມຂອງຕົນເອງໄດ້. ພວກເຮົາຄວນຈະພິຈາຣະນາຢ່າງຖີ່ຖ້ວນກ່ອນຈະກະທຳສິ່ງຜິດພາດໃດໆ, ແລະຕະຫຼອດເວລາ ຄວນພະຍາຍາມເຮັດແຕ່ສິ່ງທີ່ຖືກຕ້ອງແທນ. ຖ້າຫາກທ່ານບໍ່ແນ່ໃຈວ່າ ການກະທຳນັ້ນຖືກຕ້ອງຫຼືຜິດ, ທ່ານສາມາດນຳໃຊ້ຫຼັກການງ່າຍໆທີ່ຊົງສອນໂດຍພຣະພຸດທະອົງວ່າ: ຖ້າຫາກວ່າການກະທຳໃດໆ ທີ່ເປັນໄປເພື່ອການບຽດບຽນຕົນເອງຫຼືຜູ້ອື່ນ, ຫຼືທັງສອງຢ່າງ, ໃຫ້ພະຍາຍາມຫຼີກເວັ້ນບໍ່ກະທຳ. ຖ້າບໍ່, ກໍໃຫ້ໃຫ້ເຮັດຕໍ່ໄປ!
ອາບຣາຮາມ ລິນຄອລນ໌ :
“ເມື່ອຂ້ອຍເຮັດດີ, ຂ້ອຍກໍຮູ້ສຶກດີ. ເມື່ອຂ້ອຍເຮັດຊົ່ວ, ຂ້ອຍກໍຮູ້ສຶກບໍ່ດີ. ນີ້ແມ່ນສາສະໜາຂອງຂ້ອຍ.”
ແປຈາກປື້ມ: Anyone can go to heaven, just be good!
|
ຂຽນເມື່ອ: ກ.ຍ.. 4, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ນີ້ຄືຫລັກການແຫ່ງຄວາມເຊື່ອຈາກບົດກາລາມະສູຕຣ໌. ພຣະພຸດທະອົງເປີດກວ້າງຕໍ່ການສຶກສາ ແລະ ຄົ້ນຄິດພິຈາຣະນາໃນທັມ ດັ່ງສະແດງອອກໃນບົດສູນສັນລະເສີນພຣະທັມມະຄຸນ ເຊັ່ນຄຳວ່າ ເອຫິປັສສິໂກທ່ານຈົ່ງມາເບິ່ງເຖີດ ໝາຍຄວາມວ່າພຣະອົງໄດ້ເຊີນຊວນມວນມະນຸດຜູ້ສົນໃຈໃນທັມເຂົ້າມາສຳຜັດດ້ວຍຕົວຂອງຕົນເອງ ເພື່ອເປັນການພິສູດ. ປັຈຈັຕຕັງ ເວທິຕັພໂພເປັນທັມທີ່ສຳຜັດ ແລະ ຮູ້ໄດ້ສະເພາະຕົນ. ບົດທັມມະທີ່ຈະນຳສະເໜີຕໍ່ໄປນີ້ເປັນທັມມະທີ່ພຣະພຸດທະເຈົ້າເທສນາໃຫ້ຊາວເມືອງເກສະປຸຕຕະນິຍະນິຄົມ ແກ່ຊົນເຜົ່າກາລາມະ ພວກທີ່ເປັນວັນນະກະສັຕຍ໌ຟັງກ່ຽວກັບຄວາມເຊື່ອຫລືບໍ່ຄວນເຊື່ອ ເນື່ອງຈາກວ່າໃນຄັ້ງພຸດທະການ ໃນປະເທດອິນເດຍ ມີຫລາຍລັດທິ ແລະ ນິກາຍ ຈິ່ງມີຄົນສັບສົນວ່າຈະນັບຖືໃນສາດສະດາອົງໃດກັນແທ້. ເພື່ອປ້ອງກັນຄວາມສັບສົນກ່ຽວກັບຄວາມເຊື່ອ ພຣະພຸດທະອົງຈິ່ງໄດ້ວາງຫລັກການໃຫ້ຊາວເມືອງກາລາມະຜູ້ມາຖາມ ຈິ່ງເປັນທີ່ມາຂອງກາລາມະສູຕຣ໌ ແລະ ໃຊ້ໄດ້ມາເຖິງປັດຈຸບັນນີ້.
ພຣະສູຕຣ໌ດັ່ງກາ່ວຍັງເປັນຫົວໃຈສຳຄັນໃຫ້ແກ່ນັກປາດທາງພຣະພຸດທະສາດສະໜາ ເພື່ອເປັນແຫວ່ນແຍງໃນການຄົ້ນຄ້ວາວິໄຈ ຈະເປັນຜົນງານການວິໄຈທາງດ້ານວິຊາການ ຫລືທາງດ້ານການປະຕິບັດຄອງວິປັສສນາກັມມະຖານ ດວ້ຍຈະບໍ່ປົງໃຈເຊື່ອໂລດວ່າ ອາຈາຣຍ໌ອົງນັ້ນດີຫລືວິເສດໂລດ ເວັ້ນເສຍແຕ່ວ່າຈະໄດ້ພິສູດດວ້ຍການປະຕິທັມມະຂອງເພິ່ນ ແລະ ເຫັນຜົນຈິງ. ຕໍ່ກັບຫລັກການດັ່ງກາ່ວນັກຄົ້ນຄ້ວາທາງພຣະພຸດທະສາດສະໜາທີ່ມີຊື່ສຽງຂອງໂລກເຊັ່ນທ່ານ ຣີຊາດ ກອມບຣິຈ Dr. Richard F. Gombrich ມັກຈະອ້າງອີງຫລັກການຄົ້ນຄວ້າຂອງພຣະພຸດທະເຈົ້າຂໍ້ນີ້ສະເໝີ ເພື່ອດຳເນີນການຄົ້ນຄ້ວາທາງພຣະພຸດທະສາດສະໜາ. ໃນທີ່ສຸດ ທ່ານຣີຊາດ ກອມບຣິຈ(ໃນປັດຈຸບັນ) ໄດ້ຮັບສາຍານາມວ່າ ພຣະໄຕປິດົກເຄື່ອນທີ່ ພ້ອມທັງເປັນນັກປຣາຊທາງ ພາສາບາລີ, ພາສາສັນສະກຣິຕ ແລະ ພາສາສິງຫົນ.
ເອົາລະ ບໍ່ແມ່ນເວົ້າຍ້ອງ ແລະ ຍົກບຸກຄົນສຳຄັນ(ຝຣັ່ງດັງໂມ)ມາອ້າງເພື່ອຊວນເຊື່ອ ແຕ່ຂໍໃຫ້ທ່ານຜູ້ອ່ານເຊື່ອດວ້ຍຫລັກການຕໍ່ໄປນີ້:
໑. ມາ ອະນຸສສະເວນະ ທ່ານຢ່າເຊື່ອພຽງໄດ້ຍິນເຂົາວ່າ -be not led by report ໒. ມາ ປຣັມປຣາຍະ ທ່ານຢ່າເຊື່ອພຽງເຂົາເລົ່າສືບໆກັນມາ-be not led by tradition ໓. ມາ ອິຕິກິຣາຍະ ທ່ານຢ່າເຊື່ອພຽງໄດ້ຍິນມາຢ່າງນີ້-be not led by hearsay ໔. ມາ ປິຕະກະສັມປະທາເນນະ ທ່ານຢ່າເຊື່ອພຽງອ້າງຕຳລາ-be not led by the authority of texts ໕. ມາ ຕັກກະເຫຕຸ ທ່ານຢ່າເຊື່ອພຽງນຶກເອົາເອງ-be not led by mere logic ໖. ມາ ນະຍະເຫຕຸ ທ່ານຢ່າເຊື່ອພຽງຄາດຄະເນເອົາ-be not led by inference ໗. ມາ ອາກາຣະປຣິວິຕັກເກນະ ທ່ານຢ່າເຊື່ອພຽງຕຶກຕອງຕາມອາຣົມ- be not led by considering appearances ໘. ມາ ທິດຖິນິຊຊານັກຂັນຕິຍາ ທ່ານຢ່າເຊື່ອພຽງຢືດຄວາມເຫັນຂອງຕົນ- be not led by the agreement with a considered and approved theory ໙. ມາ ພັພພະຣູປະຕາຍະ ທ່ານຢ່າເຊື່ອພຽງຖືວ່າຜູ້ນີ້ຄວນເຊື່ອ-be not led by seeming possibilities ໑໐. ມາ ສະມະໂນ ໂນຄຣູຕິ ທ່ານຢ່າເຊື່ອພຽງຖືວ່າຜູ້ນີ້ເປັນຄູຂອງເຮົາຯ-be not led by the idea" this is our teacher"
ຫລັກຄວາມເຊື່ອນີ້ສາມາດເປັນພື້ນຖານໃນການຄົ້ນຄວ້າວິໄຈຂໍ້ມູນຕ່າງໆບໍ່ສະເພາະແຕ່ໃນພຣະພຸດທະສາດສະໜາ ແຕ່ຍັງເໝາະສົມສຳຫລັບນັກສຶກສາທາງດ້ານອື່ນໆອີກ.
ຊາວພຸດທີ່ດີຄວນມີຫລັກການເຊື່ອຖືສິ່ງໃດສິ່ງໜຶ່ງດວ້ຍເຫດ ແລະ ຜົນ ບໍ່ຕົກລົງປົງໃຈເຊື່ອໂລດດວ້ຍເຫດວ່າຕົນເອງຍັງບໍ່ທັນແນ່ໃຈ ແຕ່ກໍ່ບໍ່ໝາຍຄວາມວ່າຈະປະຕິເສດໂລດ ເພາະຫລັກການນີ້ບໍ່ແມ່ນຫລັກການປະຕິເສດ.
ຂໍຄວາມຈະເລີນໃນທັມຈົ່ງເກີດມີແດ່ບັນດາທ່ານຜູ້ສະແຫວງໃນທັມ. ................. ຂ້າພະເຈົ້າເຄີຍຂຽນໄວ້ແຕ່ປີ 2007 ພຸ້ນ ເອົາມາໃສ່ໃນເວັບນີ້ອີກ. ແຕ່ເຄີຍພິມລົງໃນປື້ມທັມມະ ແຕ່ດັດແປງສຳນວນດີກ່ວານີ້.
|
ຂຽນເມື່ອ: ກ.ຍ.. 3, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ອັຄຄັນຍະສູຕຣ໌ ເປັນພຣະສູດທີ່ເວົ້າເຖິງການກຳເນີດຂອງໂລກແລະຈັກກະວານຕາມທັດສະນະທາງພຸດທະສາສະໜາ ແລະ ທິດສະດີບິກແບ໊ງ (Big Bang Theory) ທີ່ເວົ້າເຖິງຈຸດກຳເນີດຂອງຈັກກະວານແລະໂລກເຊັ່ນດຽວກັນ.
ຄຳວ່າ ອັຄຄັນຍະສູຕຣ໌ ມາຈາກຄຳສອງຄຳ ຄື ອັຄຄະ(ອັກຄະ) + ຍາ(ຕົວ ຍໍ ສັບພັນຍູໃນອັກສອນທັມ). ອັຄຄະ ແປວ່າປະເສີດ ຫລື ເລີດ, ຍອດ ຫລື ຊັ້ນຍອດ, ເດີມ ຫລື ດັ້ງເດີມ, ຕົ້ນ ຫລື ຊັ້ນຕົ້ນ. ສ່ວນຄຳວ່າ ຍາ ແປວ່າ ຮູ້ ລວມເຂົ້າແລ້ວວ່າ ທີ່ຮູ້ກັນວ່າເລີດ, ຍອດ, ເດີມ ຫລື ຕົ້ນ ເມື່ອແປຕາມເນື້ອໃນແລ້ວ ໝາຍເຖິງສິ່ງທີ່ເວົ້າກັນມາຕັ້ງແຕ່ໂລກເກີດ. ເປັນພຣະສູດທີ່ພຣະພຸດທະອົງເທດໃຫ້ສາມະເນນວາເສດຖະແລະສາມະເນນ ພາຣະທະວາຊະ ທີ່ນະຄອນສາວັດຖີ. ເລື່ອງມີຢູ່ວ່າ ສາມະເນນນີ້ໄປຖາມຄວາມເປັນໄປເປັນມາກ່ຽວກັບວັນນະ(ຊົນຊັ້ນວັນນະ). ພຣະພຸດທະອົງຈິ່ງ ໄດ້ກ່າວເຖິງການກຳເນີດຂອງຈັກກະວານ ຂອງໂລກ ຈົນເວົ້າເຖິງການພັດທະນາການຂອງມະນຸດຮອດວັນນະຕ່າງໆ.
ອີງຕາມ ອັຄຄັນຍະສູຕຣ໌ ໄດ້ກ່າວເຖິງການກຳເນີດຂອງໂລກໄວ້ວ່າ ກ່ອນໜ້ານັ້ນຈັກກະວານມີແຕ່ຄວາມມືດມົນອົນທະການ ເວີ້ງວ້າງ ໄຮ້ສິ່ງທີ່ມີຊີວິດ ແມ່ນແຕ່ດວງເດືອນແລະດາວກໍຍັງບໍ່ທັນມີ, ການເວລາ ທີ່ບົ່ງບອກເຖິງວັນເດືອນປີແລະລະດູການກໍຍັງບໍ່ທັນມີ.
ຕໍ່ມາຈິ່ງເກີດມີມະຫາເມກຕັ້ງເຄົ້າຂື້ນ ແລ້ວມີສາຍລົມພັດຜ່ານໃນກາງເວຫາກໍ່ໃຫ້ເກີດຝົນຕົກລົງມາຈາກຂ້າງເທິງ ແຕ່ຕົກລົງບໍ່ຜ່ານຮອດຂ້າງລຸ່ມ ຍ້ອນວ່າມີສາຍລົມຮັບຮອງເອົາໄວ້ ຈິ່ງກໍ່ໃຫ້ເກີດມີນ້ຳຢູ່ກາງເວຫາຄ້າງຢູ່ເໜືອຊັ້ນລົມຄືກັນກັບນ້ຳຄ້າງຢູ່ເທິງໃບບົວ. ຕໍ່ມານ້ຳນັ້ນຈິ່ງຄ່ອຍໆແ ຫ້ງລະເຫີຍ ໄປຈົນຂ້ອນລົງແລ້ວກຳເນີດມີດິນ, ມີງ້ວນດິນເຊິ່ງມີລັກສະນະເປັນລົດຊາດຫອມຫວານຄືກັນກັບເຜີ້ງ, ມີ້ມ, ເນີຍເປັນຕົ້ນ. ຫລັງຈາກນັ້ນ ຈິ່ງມີເທວະດາ ຫລືພົມຈັນອະພັສສະຣະ ທີ່ມີຮ່າງກາຍເປັນທິບ ມີລັດສະໝີເປັ່ງປະກາຍກໍໄດ້ພາກັນສະເດັດລົງມາຫລີ້ນໃນດິນແດນນັ້ນ ເຖິງແມ່ນວ່າຍັງບໍ່ທັນມີແສງ ສະຫວ່າງໃດໆ ບໍ່ທັນມີດວງເດືອນ, ດວງອາທິດແລະດາວພຣະເຄາະອື່ນໆ ແຕ່ພວກເຂົາເຈົ້າໄດ້ອາໄສລັດສະໝີນັ້ນເປັ່ງປະກາຍແສງເຮັດໃຫ້ເຫັນຮຸ່ງ.
ຕໍ່ມາມີເທບພະດາຕົນໜຶ່ງລອງເອົາມືໄປສຳຜັດເບິ່ງດິນ ແລ້ວເອົາມາຊິມເບິ່ງ ຈິ່ງຮູ້ວ່າມີລົດຊາດແຊບຊ້ອຍແລ້ວກໍໄດ້ກິນ ເມື່ອກິນຫລາຍຄັ້ງຫລາຍຄາວ ຈິ່ງເຮັດໃຫ້ຮ່າງກາຍທີ່ລະອຽດປະນີດ ມີລັດສະໝີນັ້ນຄ່ອຍໆເສື່ອມແສງລັດສະໝີ ຈາກນັ້ນຈິ່ງປະກົດມີດວງເດືອນ, ດວງຕາເວັນແລະດາວພະເຄາະອື່ນໆກຳເນີດຂື້ນ. ເມື່ອມີດວງເດືອນ, ດວງອາທິດແລະດາວພຣະເຄາະກຳເນີດຂື້ນ ຈິ່ງປະກົດມີວັນ, ເດືອນ, ປີ ລະດູການເກີດຂື້ນໂລກແລະຈັກກະວານກໍໄດ້ມີການວິວັດທະນາການເລື້ອຍໆໄປ ແລະຕໍ່ມາຈິ່ງກຳເນີດມີເພດຍິງແລະເພດຊາຍຊັດເຈນໃນໝູ່ເທວະດາ ເຫລົ່ານັ້ນ ຫລັງຈາກນັ້ນ ຈິ່ງເກີດມີຄວາມສົນໃຈຮັກໄຄ່ກັນຂື້ນມາ ມີການເສບກາມເກີດຂື້ນ ເຊິ່ງທຳອິດນັ້ນກໍເສບກາມກັນແບບບໍ່ປິດບັງ ບໍ່ອາຍ ຕໍ່ມາຈິ່ງຮູ້ຈັກລະອາຍ...
ນອກຈາກພຣະສູດນີ້ຈະໄດ້ເວົ້າກ່ຽວກັບການກຳເນີດຂອງມະນຸດແລະຈັກກະວານແລ້ວ ຍັງເວົ້າເຖິງການວິວັດທະນາການຂອງສັງຄົມມະນຸດ ສືບໆກັນມາຈົນເຖິງຍຸກ ທີ່ຈະເລີນທີ່ສຸດ ຄືຕອນທີ່ມະນຸດມີການແບ່ງຊົນຊັ້ນວັນນະຂື້ນໃນສັງຄົມໂລກ.
ເມື່ອອ່ານມາເຖິງຈຸດນີ້ແລ້ວ ມາພິຈາລະນາການກຳເນີດຂອງຈັກກະວານຕາມທັດສະນະຂອງທິດສະດີການລະເບີດຄັ້ງຍິ່ງໃຫຍ່ໃນຈັກກະວານ ຄື ທິດສະດີບິກແບ໊ງ (Big Bang Theory) ທີ່ເວົ້າວ່າ ຈັກກະວານເຮົານີ້ຫາກໍໄດ້ມີວິວັດທະນາການມາປະມານ 14.000 ລ້ານປີ ຈາກການກຳເນີດຈາກສູນ ແມ່ນແຕ່ເວລາກໍບໍ່ມີ ຄືຈາກການລະເບີດຄັ້ງຍິ່ງໃຫຍ່ ຈາກການອັດແໜ້ນຂອງພະລັງງານໃນຈັກກະວານກໍໃຫ້ເກີດລະເບີດ ໃນຊ່ວງເວລາທີ່ມີຄ່າເທົ່າສູນ, ຈາກສິ່ງທີ່ບໍ່ມີຫຍັງເລີຍ, ບໍ່ມີເວລາ, ບໍ່ມີດວງເດືອນ, ດວງຕາເວັນ, ດວງດາວ ຫລືດາວເຄາະອື່ນໆ. ຫລັງຈາກລະເບີດແລ້ວຈິ່ງເກີດມີດວງເດືອນ, ດວງອາທິດແລະດາວເຄາະອື່ນໆກໍ່ໃຫ້ເກີດເປັນລະບົບສຸລິຍະຈັກກະວານຂື້ນ ແລ້ວໂລກກໍຄ່ອຍໆມີການວິວັດທະນາການຂະຫຍາຍຕົວມາເລື້ອຍໆ. ຈາກການບໍ່ມີຫຍັງກໍມີການກຳເນີດສິ່ງທີ່ມີຊິວິດແລະພັດທະນາການເລື້ອຍໆ ແລະທາດເຄມີຕ່າງໆ ທີ່ແຕກກະຈາຍຈາກຈຸດລະເບີດນັ້ນ ກໍຍັງຄົງຫລົງເຫລືອຈົນປັດຈຸບັນທີ່ນັກວິທະຍາສາດໄດ້ຄົ້ນພົບສືບມາ.
ເມື່ອອ່ານມາຮອດຈຸດນີ້ ຂ້າພະເຈົ້າຈິ່ງມີຂໍ້ສະຫຼຸບວ່າ ທັດສະນະທາງພຣະພຸດທະສາສະໜາ ແລະທາງວິທະຍາສາດ ມີທິດສະດີຄວາມເຊື່ອເລື່ອງຂອງການກຳເນີດໂລກ ຈັກກະວານແລະສິ່ງທີ່ມີຊີວິດບົນໜ້າໂລກນີ້ຄ້າຍໆກັນ ໂດຍບໍ່ໄດ້ເຊື່ອໄປໃນເລື່ອງພຣະເຈົ້າສ້າງໂລກ ແຕ່ຍ້ອນໂລກແລະຈັກກະວານມີການວິວັດທະນາການຂື້ນມາເອງຕາມກົດເກນຂອງທຳມະຊາດ. ແຕ່ມີສິ່ງທີ່ແຕກຕ່າງຢູ່ນັ້ນກໍຄື. ທາງວິທະຍາສາດບໍ່ໄດ້ເວົ້າເຖິງລາຍລະອຽດທີ່ເວົ້າເຖິງງ້ວນດິນແລະການກຳເນີດຂອງມະນຸດທີ່ມາຈາກຊັ້ນອາພັສສະຣະເໝືອນດັ່ງພຣະພຸດທະສາສະໜາ.
ສິ່ງທີ່ອາດມາຮັບຮອງເລື່ອງຄວາມເຊື່ອທາງພຸດທະສາສະໜານັ້ນ ກໍເຫັນຈະໄດ້ແກ່ເລື່ອງຂອງ ພົບພູມທີ່ສັດທັງຫລາຍອາໄສຢູ່ ເຊັ່ນສະຫວັນຊັ້ນ ອາພັດສະຣະ ເປັນພູມທີ່ຢູ່ຂອງເທວະດາທີ່ມີອາຍຸຍືນ ເຖິງແມ່ນວ່າໂລກຈະເສື່ອມສະຫລາຍໄປ ແຕ່ຍ້ອນການສະເຫວີຍ ຜົນກັມໃນຊາດທີ່ເປັນ ພົມໃຊ້ເວລາຍາວນານ ເກີນກ່ວາຄາດຄະເນ. ຜູ່ທີ່ໄປຢູ່ໃນຊັ້ນນີ້ ກໍແມ່ນຜູ້ທີ່ໄດ້ສ້າງນ້ຳກະທຳບຸນມາໃນຊາດອະດີດເຊິ່ງມີຊັ້ນພົມເປັນທີ່ຮອງຮັບ. ສະນັ້ນ, ການຫລີກລຽງຫົນທາງຈາກການດັບທຸກແບບບຳເພັນພາວະນາ ເພື່ອເຂົ້າເຖິງສະພາວະແຫ່ງຄວາມເປັນພົມ ຈະຕ້ອງໄດ້ປະຕິບັດຕົນໃຫ້ເຄັ່ງຄັດ ຫລືບໍ່ກໍເອົາໃຫ້ເຖິງນິບພານໄປເລີຍ. ນີ້ເປັນສິ່ງທີ່ນອກເໜືອວິທະຍາສາດຈະພິສູດໄດ້ ແລະຍາກທີ່ຈະພິສູດແລະເຊື່ອຖືຕາມທັດສະນະຂອງນັກ ວິທະຍາສາດ.
ເມື່ອສຶກສາຕາມຄຳພີທາງພຸດທະສາສະໜາມາຮອດນີ້ ບາງທ່ານອາດຄຶດວ່າ ມັນມີລັກສະນະເທບນິຍາຍກໍໄດ້ ແມ່ນແຕ່ສຳລັບຂ້າພະເຈົ້າແລ້ວ ຍັງພິຈາລະນາຢູ່ວ່າມັນເປັນລັກສະນະຫຍັງກັນແທ້ ເພາະວ່າຖ້າຈະຕັດສິນໃຈໄປໂລດວ່າບໍ່ແມ່ນ ກໍເຮັດບໍ່ໄດ້ ເພາະວ່າຕົນເອງຍັງບໍ່ຮູ້ຄືພຣະພຸດທະເຈົ້າ ຄັນຊິເຊື່ອໂລດກໍບໍ່ວ່າ ເພາະວ່າເພິ່ນໃຫ້ພິສູດແລະພິຈາລະນາ ຈິ່ງຈະຄົ້ນຄ້ວາສຶກສາຕື່ມອີກ ແຕ່ຍອມຮັບວ່າມັນມີສ່ວນຄືກັນຫລາຍລະຫວ່າງທັດສະນະທາງພຸດທະສາສະໜາແລະວິທະຍາສາດ.
...... ອ້າງອີງ:
ພຣະໄຕປິດົກເຫລັ້ມທີ 11,ໜ້າທີ 183. ສຸຕຕັນຕະປິດົກ ທີຄະນິກາຍ(ສະບັບມະຫາຈຸລາຯ) ພິມຄຳວ່າ Aggañña Sutta ລົງໄປໃນ google.la ທ່ານຈະເຫັນຜົນອອກມາຫລາຍອັນ ສ່ວນ Big Bang Theory ກໍເຊັ່ນດຽວກັນ.
|
ຂຽນເມື່ອ: ສ.ຫ.. 8, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຄວາມໝາຍຂອງຄຳວ່າ ຄັນຢາກມີສີສັນໃຫ້ນອນດິນເກືອກຝຸ່ນ ໝາຍເຖິງການພ່ຳເພັງສະມະນະທັມ ເຊັ່ນການບວດເປັນສະມະນະ ເຊັ່ນ ເປັນພຣະ ເປັນສາມະເນນ ຫຼືເປັນພໍ່ຂາວ ແມ່ຂາວ ແລ້ວປະພຶດປະຕິບັດທັມ ຢູ່ນ້ອຍ, ສັນນ້ອຍ, ມີຄວາມສັນໂດດໃນປັດໄຈສີ່ຕາມມີຕາມໄດ້. ຄຳວ່າ ນອນດິນເກືອກຝຸ່ນ ໝາຍຄວາມວ່າ ເມື່ອເວລາເຂົ້າສູ່ການບວດ ເພື່ອປະພຶດປະຕິບັດທັມນັ້ນ ບາງອົງບາງທ່ານກໍຢູ່ໃນກະຕູບກັມມະຖານ, ບາງທ່ານກໍຢູ່ໃນກົດ, ບາງທ່ານກໍຢູ່ໃນກຸຕິຮ້າງໆ, ບາງອົງກໍຢູ່ໃຕ້ຮົ່ມໄມ້ ຄື ມີການປະພຶດພົມມະຈັນຢູ່ແບບບໍ່ຢຶດຕິດກັບສະຖານທີ່ທີ່ຈົບງາມ ຫຼືເຮືອນຫຼືກຸຕິໃຫຍ່ໂຕ ກົງກັນຂ້າມແມ່ນ ສະແຫວງຫາຄວາມວິເວກ ຫຼື ສະຫງົບຢູ່ຕາມປ່າເຂົາລຳເນົາໄພ ກໍຈະເຮັດໃຫ້ຊີວິດຂອງການປະຕິບັດທັມໄດ້ຮັບໝາກຜົນ ແລ້ວກາຍເປັນຜູ້ມີສິນ ມີຊານ ມີທັມ ໜ້າຕາສົດໃສເບີກບານແຈ່ມໃສດ້ວຍການອີ່ມເອີບໃນທັມ ຈິ່ງກາຍເປັນຜູ້ມີສີສັນ ຄື ມີສິນ ມີສະມາທິ ແລະມີປັນຍາທີ່ອົບຮົມສັ່ງສົມດີ.
|
ຂຽນເມື່ອ: ສ.ຫ.. 5, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຄຳວ່າ ໝູ່ ໃນຄວາມໝາຍແປນທົ່ວໄປນັ້ນ ໝາຍເຖິງເພື່ອນມິດສະຫາຍ ສ່ຽວຮັກ, ສ່ຽວແພງ ຕາມພາສາຊາວໂລກນິຍົມກັນເຂົ້າໃຈ. ແຕ່ ໝູ່ ປິດສະໜາທັມນີ້ ໝາຍເຖິງ ຄວາມຂີ້ຖີ່, ຄວາມຂີ້ໜ້ຽວ, ຈິດໃຈຄັບແຄບ, ເປັນຄົນເຫັນແກ່ໂຕ... ຈົນເຮັດໃຫ້ຄົນທີ່ຢູ່ອ້ອມຂ້າງເພື່ອນມິດສະຫາຍ ຕະຫຼອດຮອດຍາດຕິພີ່ນ້ອງ ບໍ່ຢາກມາແວ່ມາຢາມ ຍ້ອນວ່າ ຄວາມຂີ້ຖີ່ ຢ້ານແຕ່ສີ້ນເປືອງ ຢ້ານແຕ່ໝົດແຕ່ສ້ຽງ ບາງຄົນຍາດພີ່ນ້ອງມາຢາມ ກໍບໍ່ຢາກຕ້ອນຮັບຊ້ຳ ເພື່ອນມິດສະຫາຍມາ ກໍຕ້ອນຮັບບໍ່ດີ ບໍ່ຫານ້ຳ ຫາເຂົ້າປາອາຫານມາຕ້ອນຮັບ... ອາການແນວນີ້ ກໍຍ້ອນວ່າ ມັນມີໝູ່ທີ່ເປັນຄວາມຂີ້ຖີ່ຕິດໂຕມານຳ ມັກແຮກສ່ຽວກັບເຮົາມາຈັກແຕ່ມື້ໃດ ຈົນວ່າເຮົາແຍກບໍ່ອອກ ຄັນຜູ້ໃດຕັດຂາດຈາກ ຄວາມຂີ້ຖີ່ ຮູ້ຈັກເປັນຄົນມີໃຈກ້ວາງ ຮູ້ຈັກແບ່ງປັນສິ່ງທີ່ຕົນມີ ຕາມເຫດຕາມຜົນ ຕາມມີຕາມໄດ້ ແກ່ຄົນທີ່ຢູ່ອ້ອມຂ້າງ ເພື່ອນມິດສະຫາຍ ໃຫ້ທັງສິ່ງທີ່ເປັນວັດຖຸ ຫຼືອາມິດ ແລະໃຫ້ທັງສິ່ງທີ່ເປັນຄວາມຮູ້ ໃຫ້ການປຶກສາໃນທາງທີ່ດີ ໃຜໆກໍຢາກມາແວ່....ສະນັ້ນ, ຄັນເຮົາຢາກໃຫ້ພີ່ນ້ອງມາແວ່, ເພື່ອນມິດສະຫາຍແລະຄົນທົ່ວໄປມາແວ່ ໃຫ້ຂ້າຄວາມຂີ້ຖີ່, ຄວາມເຫັນແກ່ໂຕນັ້ນຖິ້ມເສຍ ແລ້ວທ່ານຈະມີເພື່ອນມິດສະຫາຍມາກມາຍ ໄປໃສມາໃສກໍບໍ່ອຶດເຂົ້າ...
|
ຂຽນເມື່ອ: ສ.ຫ.. 4, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ພວກເຮົາມັກໄດ້ຍິນເລື້ອຍໆ ເວລາເຂົ້າໄປວັດ ຄູບາເພິ່ນມັກເວົ້າທັມມະທັມໂມ ໂດຍສະເພາະເວົ້າເລື່ອງສິນ ບ່ອນທີ່ວ່າ ຢາກມີສິນໃຫ້ຂ້າພໍ່ຕີແມ່ . ຄຳເວົ້ານີ້ ມັນຂັດຫູເອົາແທ້ເອົາວ່າ ເຮັດໃຫ້ຜູ້ຟັງງົງປານໄກ່ຕາແຕກ ແລະມີຄຳຖາມຂື້ນໃນໃຈວ່າ ເປັນຫຍັງຄືວ່າ ແນວນັ້ນ ກະດຽວວ່າ ບໍ່ໃຫ້ຂ້າສັດຕັດຊີວິດ ຢ້ານບາບ ອັນນີ້ ຄືວ່າ ໃຫ້ຂ້າຮອດພໍ່ ຕີຮອດແມ່ພຸ້ນ ຈັ່ງຊິມີສິນ. ທີ່ຈິງແລ້ວ ຄຳວ່າ ພໍ່ ແມ່ ໃນທີ່ນີ້ ໝາຍເຖິງ ຄວາມໂລບ, ຄວາມໂກດ ແລະຄວາມຫລົງ ສາມຢ່າງນີ້ ປຽບເໝືອນພໍ່ແມ່ເຮົາ ເພາະວ່າມັນມີມານຳເຮົາຕັ້ງແຕ່ມື້ເຮົາເກີດພຸ້ນ. ຍ້ອນຄວາມໂລບຢາກໄດ້ ຂອງຜູ້ອື່ນມາເປັນຂອງໂຕ ຈິ່ງເຮັດໃຫ້ຄົນໄປຂີລັກມັກສົກ; ຍ້ອນຄວາມໂກດ ຫຼືໃຈຮ້າຍ ຈິ່ງເຮັດໃຫ້ຄົນກ້າຕີ ກ້າທຳລາຍຮ່າງກາຍ ຫຼືຊີວິດຂອງຄົນອື່ນ; ຍ້ອນໂມຫະ ຄືຄວາມຫຼົງ ເຊັ່ນຫຼົງລືມບຸນຄຸນພໍ່ແມ່ ແລະຜູ້ມີອຸປະກາລະຄຸນທັງຫລາຍ, ຫຼົງເຮັດຜິດວ່າເປັນຖືກ ໂດຍບໍ່ຮູ້ຈຳແນກວ່າອັນໃດຖືກຕ້ອງ ບໍ່ຖືກຕ້ອງ ຈຳແນກແຍກແຍະດີຊົ່ວບໍ່ໄດ້ ຈິ່ງເຮັດໃຫ້ຄົນຜິດສິນ. ສະນັ້ນ, ຄຳເວົ້າທີ່ວ່າ ຢາກມີສິນໃຫ້ຂ້າພໍ່ຕີແມ່ ນີ້ ຈິ່ງໝາຍເຖິງການຂ້າ ຄວາມໂລບ, ຄວາມໂກດ ແລະຄວາມຫຼົງ ຈິ່ງຈະເຮັດໃຫ້ເຮົາເປັນຄົນທີ່ມີສິນໄດ້ ແລ້ວກໍຈະເປັນຄົນດີ ເປັນຜົນດີຕໍ່ຄົນຢູ່ອ້ອມຂ້າງ ແລະສັງຄົມທີ່ເຮົາຢູ່ອາໄສກໍຈະໄດ້ຮັບອານິສົງໄປນຳ.
|
ຂຽນເມື່ອ: ສ.ຫ.. 4, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຄຳວ່າ ຢາກກິນເຂົ້າໃຫ້ປູກໃສ່ພະລານຫີນ ເປັນຄຳເວົ້າທີ່ເຮັດໃຫ້ຄົນງົງແລະສົງໃສວ່າ ມັນແມ່ນແທ້ບໍ? ຄືມາວ່າແນວນີ້ ຄັນເວົ້າຕາມຄວາມຈິງແລ້ວ ແມ່ນໃຜຊິປູກເຂົ້າໃສ່ພະລານຫີນໄດ້ ມັນເປັນໄປບໍ່ໄດ້. ອັນນີ້ມັນເປັນປິດສະໜາທັມ ຄຳວ່າ ພະລານຫີນ ໃນທີ່ນີ້ໝາຍເຖິງວຽກງານທີ່ຕ້ອງໃຊ້ຄວາມພາກພຽນພະຍາຍາມສູງ ລຳບາກກາກກຳ ເວລາເຮັດວຽກໃຫ້ຕັ້ງໃຈເຮັດ ອຸປະມາເໝືອນການປູກເຂົ້າໃສ່ພະລານຫີນເປັນເລື່ອງຍາກ ການເຮັດວຽກທີ່ຍາກລຳບາກ ກໍຕ້ອງໃຊ້ຄວາມດຸໝັ່ນສັນນັ້ນ ຈິ່ງຈະໄດ້ຮັບໝາກຜົນຈົບງາມ ແລະຜົນທີ່ໄດ້ຮັບນັ້ນ ຄືກັນກັບເຂົ້າທີ່ປູກມາດ້ວຍຄວາມລຳບາກ.
|
ຂຽນເມື່ອ: ສ.ຫ.. 3, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ໃນພຣະໄຕປິດົກ ຈູລະກັມມະວິພັງຄະສູດ ເປັນພຣະສູດທີ່ພຣະພຸດທະເຈົ້າຊົງສະແດງແກ່ສຸພະມານົບ ທີ່ອາຮາມຂອງອະນາຖະບິນດິກະເສດຖີເຂດພຣະນະຄອນສາວັດຖີ ກ່ຽວກັບເລື່ອງການຈຳແນກກັມຂອງມະນຸດ ຊົງສອນໃຫ້ພິຈາລະນາກັມແລະຜົນຂອງກັມດັ່ງນີ້: 1. ອາຍຸສັ້ນ ຍ້ອນໄດ້ຂ້າສັດ 2. ອາຍຸຍືນ ຍ້ອນ ໄດ້ເຄີຍງົດເວັ້ນຈາກການຂ້າສັດ 3. ມີໂຣຄາພະຍາດຫລາຍ ຍ້ອນເຄີຍທໍລະມານບຽດບຽນສັດ 4. ມີໂຣຄາພະຍາດນ້ອຍ ຍ້ອນເຄີຍງົດເວັ້ນຈາກການທໍລະມານສັດ 5. ຜິວພັນບໍ່ງາມ ຍ້ອນມີຄວາມຄຽດແຄ້ນເກັບໄວ້ໃນໃຈ 6. ຜິວພັນງາມ ຍ້ອນບໍ່ມີຄວາມຄຽດແຄ້ນເກັບໄວ້ໃນໃຈ 7. ບໍ່ມີອຳນາດ ຍ້ອນມີໃຈມາກດ້ວຍຄວາມອິດສາຜູ້ອື່ນ 8. ມີອຳນາດມາກ ຍ້ອນບໍ່ມີໃຈຄອຍອິດສາຄົນອື່ນ 9. ຖານະຍາກຈົນ ຍ້ອນບໍ່ເຄີຍບໍລິຈາກທານ 10. ຖານະຮັ່ງມີ ຍ້ອນໄດ້ເຄີຍບໍລິຈາກທານ 11. ເກີດໃນສະກຸນຕ່ຳ ຍ້ອນເຄີຍຖືຕົວແລະດູຖູກຄົນອື່ນ 12. ເກີດໃນສະກຸນສູງ ຍ້ອນບໍ່ເຄີຍດູຖູກຢຽບຫຍາມຄົນອື່ນ 13. ມີປັນຍານ້ອຍ ຍ້ອນບໍ່ມັກຂົນຂວາຍຖາມຜູ້ຮູ້ 14. ມີປັນຍາຫລາຍ ຍ້ອນມັກຂົນຂວາຍຖາມປັນຫາແກ່ຜູ້ມີປັນຍາ.
|
ຂຽນເມື່ອ: ສ.ຫ.. 2, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ພຣະພຸດທະສາສະໜາ ເປັນສາສະໜາອະເທວະນິຍົມ atheism ຄື ບໍ່ໄດ້ເນັ້ນໜັກໄປໃນເລື່ອງພຣະເຈົ້າສ້າງໂລກ ບໍ່ເຊື່ອໃນເລື່ອງເທບພຣະເຈົ້າຜູ້ສ້າງ ແຕ່ເຊື່ອວ່າ ໂລກມີການວິວັດທະນາການໃນຕົວມັນເອງ ຄື ມີການເກີດຂື້ນ ວິວັດທະນາການ ແລະແຕກດັບໄປໃນທີ່ສຸດ ແລະກໍມີການແຕກດັບໄປຫລາຍເທື່ອແລ້ວ. ນອກຈາກນີ້ ພຣະພຸດທະສາສະໜາ ຍັງກ່າວເຖິງຈັກກະວານທີ່ກ້ວາງໃຫຍ່ນີ້ ບໍ່ໄດ້ມີແຕ່ອາທິດ ແລະດວງຈັນດວງດຽວເທົ່ານັ້ນ ຍັງມີຫລາຍກວ່ານັ້ນ.
ເຖິງແນວໃດກໍຕາມ ຄວາມຄິດເລື່ອງໂລກ ແລະຈັກກະວານນີ້ ຍັງເປັນເລື່ອງອະຈິນໄຕ(ສິ່ງທີ່ມະນຸດທຳມະດາ ບໍ່ອາດຄິດເອົາເອງໄດ້) ນອກຈາກພຣະພຸດທະອົງເທົ່ານັ້ນ ທີ່ຊົງມີສັບພັນຍຸຕຍານ the Omniscent One ສາມາດຢັ່ງຮູ້ສັບພະສິ່ງໃນຈັກກະວານ.
ພຣະພຸດທະອົງໄດ້ຊົງຕັດເຖິງລາຍລະອຽດກ່ຽວກັບທຳມະຊາດການເກີດດັບຂອງຈັກກະວານໄວ້ ໃນຄຳພີພຣະໄຕປິດົກ ອັຕຖະກະຖາ ທີຄະນິກາຍ ປາຕິວັຄ ວ່າມີຢູ່ 4 ໄລຍະ ເມື່ອຄົບ 4 ໄລຍະ ກໍຈະຄິດເປັນ ວັຕຕະ(ຮອບ) ເປັນການວຽນຮອບຢ່າງບໍ່ມີຈຸດເລີ່ມຕົ້ນແລະສິ້ນສຸດ ຄືວຽນຢູ່ແບບນີ້ເລື້ອຍໆໄປ ແຕ່ລະຮອບຈະໃຊ້ເວລາເທົ່າກັບ ໜຶ່ງອະສົງໄຂກັປ. 4 ຮອບມີດັ່ງນີ້ຄື:
1. ສັງວັຕຕະອະສົງໄຂກັປ : ໃນກັປນີ້ ເປັນຊ່ວງເວລາທີ່ໂລກກຳລັງຖືກທຳລາຍດ້ວຍທຳມະຊາດ ຄື : ນ້ຳ, ລົມ ແລະໄຟ. 2. ສັງວັຕຕະຖາຍີອະສົງໄຂກັປ: ເປັນຊ່ວງເວລາທີ່ໂລກຖືກທຳລາຍລ້າງແລ້ວ. 3. ວິວັຕຕະອະສົງໄຂກັປ: ເປັນຊ່ວງເວລາທີ່ໂລກເລີ່ມພັດທະນາຄືນໃໝ່ 4. ວິວັຕຕະຖາຍີອະສົງໄຂກັປ : ເປັນຊ່ວງທີ່ໂລກໄດ້ພັດທະນາຈະເລີນແລ້ວ
ທັມທີ່ເປັນເຫດໃຫ້ໂລກພິນາດ
ໂລກທີ່ເຮົາອາໃສຢູ່ນີ້ ຍ່ອມມີການເກີດຂື້ນແລະມີການພິນາດໄປໃນທີ່ສຸດ ດ້ວຍເຫດທັມ 3 ປະການນີ້ຄື:
1. ໂລພະເຫດ: ສະໄໝໃດກໍຕາມ ຫາກມະນຸດທັງຫລາຍ ມີສັນດານໜາແໜ້ນໄປດ້ວຍ ໂລພະ ສະໄໝນັ້ນ ໂລກຍ່ອມຈະເຖິງຄາວພິນາດໄປດ້ວຍໄຟ(ບັນໄລກັປ) ຍ້ອນວ່າ ໂລພະນັ້ນ ມີລັກສະນະຮ້ອນແຮງດັ່ງໄຟ. 2. ໂທສະເຫດ : ສະໄໝໃດ ມະນຸດທັງຫຼາຍ ມີສັນດານທີ່ຄອບງຳດ້ວຍ ໂທສະ ສະໄໝນັ້ນ ໂລກຍ່ອມເຖິງຄາວພິນາດດ້ວຍນ້ຳ (ບັນໄລກັປ) ຍ້ອນວ່າ ໂທສະຍ່ອມ ກັດແຫ້ນຈິດໃຈ ເໝືອນນ້ຳກົດ ເຫດນັ້ນ ໂທສະ ຈິ່ງຮ້າຍແຮງເໝືອນນ້ຳກົດ. 3. ໂມຫະເຫດ: ສະໄໝໃດ ມະນຸດທັງຫລາຍ ມີສັນດານມືດມົນປົນເຈືອດ້ວຍ ໂມຫະ, ສະໄໝນັ້ນ ໂລກຍ່ອມເຖິງຄາວພິນາດດ້ວຍລົມ( ບັນໄລກັປ) ຍ້ອນວ່າ ໂມຫະ ແຜ່ຄອບງຳຈິດໃຈຂອງມະນຸດທັງປວງ ໃຫ້ຫລົງໄຫລຢູ່ໃນວັຕຕະທຸກຂ໌ ດ້ວຍເຫດນີ້ ຄວາມແຜ່ຂະຫຍາຍຂອງໂມຫະ ຈິ່ງມີລັກສະນະຄ້າຍຄືລົມ ຈິ່ງປຽບເໝືອນລົມນ້ຳກົດ.
ເຮົາມາພິຈາລະນາເບິ່ງວ່າ ຍ້ອນຄວາມໂລບ ມະນຸດຈິ່ງເຮັດທຸກຢ່າງເພື່ອໄດ້ມາເປັນຂອງຕົນ ເຊັ່ນການສົງຄາມ, ການສໍ້ໂກງ, ການຕັດໄມ້ເຖື່ອນ.... ເຫດທັງສາມຢ່າງນີ້ ເປັນເຫດແຫ່ງຄວາມພິນາດຂອງໂລກໂດຍທ່ຽງແທ້.
ອີງຕາມຄຳພີ ພຣະໄຕປິດົກ ອັຕຖະກະຖາ ຂຸດທະກະນິກາຍ ປະຕິສັມພິທາວັກ ໄດ້ກ່າວເຖິງການກຳເນີດຂອງໂລກໄວ້ວ່າ "ເມື່ອໂລກະທາດພິນາດ ຈົນອາກາດເນື່ອງເປັນອັນໜຶ່ງອັນດຽວກັນແລ້ວ ກໍຈະມີມະຫາເມກຕັ້ງຂື້ນມາ ແລ້ວຝົນກໍຕົກລົງມາທົ່ວບໍລິເວນທີ່ຖືກໄຟທຳລາຍ ໃນຕອນແຮກ ຢາດຝົນປະມານທໍ່ກັນກັບເມັດນ້ຳຄ້າງ ແລະຝົນກໍຈະຕົກຢູ່ແນວນັ້ນເປັນເວລາດົນນານ ແລ້ວເມັດຝົນຈະຄ່ອຍໆໃຫຍ່ຂື້ນເທົ່າເມັດງາ, ເມັດເຂົ້າໂພດ, ຖົ່ວ, ກ້ານດອກບົວ, ສາກຕຳເຂົ້າ, ເສົາ ຈົນກະທັ້ງເທົ່າກັບລຳຕານ ເຕັມທົ່ວແສນໂກດຈັກກະວານ ທີ່ໄຟໄໝ້ຈົນເຖິງທຸຕິຍະພູມ ແລະຈະເກີດລົມພັດຂື້ນມາເບື້ອງລຸ່ມ ຮອງຮັບນ້ຳຝົນໄວ້ ບໍ່ໃຫ້ຕົກຮົ່ວໄປໃນເບື້ອງຕ່ຳ ດັ່ງນ້ຳ ທີ່ຄ້າງຢູ່ເທິງໃບບົວ ເມື່ອນັ້ນ ອຳນາດຂອງລົມທີ່ພັດໝູນຢູ່ເບື້ອງລຸ່ມຈິ່ງພັດທັ່ງຂື້ນມາ ເຮັດໃຫ້ນ້ຳເກີດການໄຫວຕິງແລ້ວເຫີຍຮວດລົງ ແລະຕົກຕະກອນເກາະກຸ່ມລວມຕົວກັນຢູ່ເບື້ອງລຸ່ມ
ເມື່ອນ້ຳຖອກລົງມາໂດຍລຳດັບ ພຣົມມະໂລກ ກໍເກີດຕັ້ງຂື້ນມາ ຕໍ່ຈາກນັ້ນ ເທວະໂລກທັງ 4 ຄື ປະຣະນິມມິຕວະສະວັຕຕີ, ນິມມານະຣະດີ, ດຸສິຕ ແລະ ຍາມາ ກໍໄດ້ຕັ້ງຂື້ນ ຍັງເຫຼືອແຕ່ດາວະດຶງ ກັບຈາຕຸມະຫາຣາຊິກາ ຍັງບໍ່ໄດ້ຕັ້ງຂື້ນ ເພາະຢູ່ພູມທັງ 2 ນີ້ ຕັ້ງຢູ່ທີ່ເຂົາສິເນຣຸ ແລະເຂົາຊິເນຣຸທີ່ກ່ຽວເນື່ອງຕິດຕໍ່ກັນກັບແຜ່ນດິນ ເມື່ອເຂົາສິເນຣຸ ຍັງບໍ່ເກີດ ແຜ່ນດິນກໍ່ເກີດຂື້ນບໍ່ໄດ້
ເມື່ອນ້ຳຮວດລົງຈົນເຖິງທີ່ເກີດແຫ່ງແຜ່ນດິນແລ້ວ ເກີດລົມພັດຢ່າງແຮງກ້າ ໂດຍຮອບ ຫອບຫຸ້ມເອົານ້ຳໄວ້ ບໍ່ໃຫ້ໄຫລໄປໃສ ຕໍ່ມານ້ຳຮວດລົງຈົນເກີດເປັນຕະກອນ ບກັນການເປັນພື້ນຜິວ ແຜ່ນດິນ ລອຍຟອງຢູ່ເໜືອນໍ້າ ດັ່ງດອກບົວ ອອກດອກຢູ່ເໜືອນ້ຳ ແຜ່ນດິນມີສີເຫຼືອງດັ່ງດອກກັນນິການ ສົ່ງກິ່ນຫອມ ມີກິ່ນຫວານ ເອີ້ນວ່າ ຣົສດິນ ຫຼືຣົສງ້ວນດິນ ເອີ້ນວ່າ ລົດຊາດແຜ່ນດິນ"
(ຍັງມີຕໍ່ເລື້ອຍໆ)
|
ຂຽນເມື່ອ: ກ.ລ.. 31, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ລູກ ໂດຍ: ພຣະອາຈານ ມະຫາປາລ ອານັນໂທ
ຕາມຫລັກພຣະພຸດທະສາສະໜາ ທ່ານແບ່ງປະເພດຂອງລູກໄວ້ 3 ຈຳພວກຄື: 1. ອະພິຊາຕະບຸດ 2. ອະນຸຊາຕະບຸດ 3. ອະວະຊາຕະບຸດ
ໃນບຸດທັງ 3 ຈຳພວກນີ້ ອາຕະມາຈະຍົກມາອະທິບາຍແຕ່ລະຂໍ້ໄປ ເພື່ອຈະຊີ້ໃຫ້ທ່ານຜູ່ອ່ານ ໄດ້ຊາບວ່າ ລັກສະນະຂອງບຸດແຕ່ລະຈຳພວກນັ້ນ ມີຄວາມໝາຍຕ່າງກັນຢ່າງໃດ. ໃນຂໍ້ນຶ່ງຄື ອະພິຊາຕະບຸດ ອາຕະມາຢາກຈະຂໍແປເອົາຄວາມເລີຍວ່າ ລູກທີ່ດີຍິ່ງ ຄືດີຍິ່ງກວ່າພໍ່ແມ່ ມີພໍ່ແມ່ຂອງລູກບາງຄົນເຄີຍມັກກິນເຫຼົ້າ ຫຼິ້ນການພະນັນ ດຳເນີນຊີວິດໄປໃນທາງທີ່ຜິດສິນທັມ ແລະລະບຽບກົດໝາຍບ້ານເມືອງ ເມື່ອມີຜູ້ໃດ ຜູ່ນຶ່ງຊັກຊວນໄປໃນທາງທຳຄວາມດີຕ່າງໆ ເຂົາຍ່ອມບໍ່ສົນໃຈ ແລະເຂົ້າໃນທາງນັ້ນ ແຕ່ເມື່ອມີຜູ່ໃດຜູ່ນຶ່ງຊັກຊວນໄປໃນທາງທຳຄວາມຊົ່ວແລ້ວ ແມ່ນຈະບໍ່ເວົ້າ ໃຊ້ກິລິຍາບອກກໍຮູ້ທັນທີ ຄົນທີ່ມີລັກສະນະຢ່າງນີ້ ເປັນຄົນທີ່ບໍ່ມີນິໄສໃນທາງທຳຄວາມດີ ຮຽກງ່າຍໆກໍຄື ຄົນທີ່ມີພື້ນສັນດານຈິດໃຈເສັຍຫາຍນັ້ນເອງ ແຕ່ລູກຂອງເຂົາກັບເປັນຄົນດີ ມີນິໄສບໍ່ໍຊອບການທຳຄວາມຊົ່ວເປັນຕົ້ນວ່າ ກິນເຫຼົ້າ ເມົາສຸລາ ແລະຫຼິ້ນການພະນັນອື່ນໆ ຊອບຊ່ວຍເຫຼືອເພື່ອນມະນຸດດ້ວຍກັນສະເໝີ ເມື່ອເພື່ອນມະນຸດຕົກທຸກໄດ້ຍາກ ມາຂໍຄວາມຊ່ວຍເຫຼືອ ລັກສະນະຂອງບຸກຄົນເຊັ່ນນີ້ ຮຽນວ່າ ອະພິຊາຕະບຸດຕາມຫຼັກພຸດທະສາສະໜາ. ລູກປະເພດນີ້ ຍັງພໍຈະຫາໄດ້ໃນໂລກນີ້ ລູກປະເພດນີ້ປຽບເໝືອນຂອງທີ່ມີຄ່າ ມີທອງຄຳເປັນຕົ້ນ ເປັນສິ່ງອັນບຸກຄົນເພິ່ງຫາໄດ້ ຢູ່ໃນໂລກ ແຕ່ຂໍໃຫ້ທ່ານຜູ່ອ່ານນຶກເອົາເອງວ່າ ຍາກ ຫຼືງ່າຍເທົ່ານັ້ນ. ອີກຢ່າງນຶ່ງ ມີຄົນສ່ວນຫຼາຍເຂົ້າໃຈກັນວ່າ ເມື່ອພໍ່ແມ່ມີນິໄສເປັນຄົນກິນເຫຼົ້າ ແລະປະພຶດທຳຄວາມຊົ່ວຕ່າງໆແລ້ວ ລູກຈະເປັນເຊັ່ນນັ້ນສະເໝີໄປ ຂໍ້ນີ້ຢາກສະເໜີຂໍ້ຄິດເຫັນໄວ້ໃນທີ່ນີ້ໂລດວ່າ ຖ້າຫາກພໍ່ແມ່ຜູ່ນັ້ນ ເປັນຄົນມີສີລະປະໃນການຊ່າງເວົ້າຈັກໜ່ອຍ ແລ້ວລູກເຂົາຈະເປັນຄົນມີນິໄສກົງກັນຂ້າມກັບພໍ່ແມ່ ສົມມຸດວ່າ ພໍ່ແມ່ມັກກິນເຫຼົ້າທັງເວັນທັງຄືນ ເມື່ອຈະສອນລູກຄວນຈະມີສີລະປະໃນການຊ່າງເວົ້າ ວ່າລູກເຮີຍ ຢ່າເອົາພໍ່ເປັນຕົວຢ່າງເນີ ພໍ່ເປັນຄົນເສຍຄົນແລ້ວ ຂໍໃຫ້ລູກປະພຶດໃຫ້ດີກວ່າພໍ່ພຽງເທົ່ານັ້ນ. ອາຕະມາຄິດວ່າ ລູກທີ່ດີຂອງພໍ່ແມ່ ຄົງຈະມີນ້ຳໃຈທີ່ຈະເປັນລູກ ທີ່ປະພຶດດີຈອງພໍ່ແມ່ໄປ. ຂໍ້ທີສອງ ອະນຸຊາຕະບຸດ ໝາຍຄວາມວ່າ ລູກຜູ່ມີການປະພຶດຕາມແບບຢ່າງຂອງພໍ່ແມ່ ຂໍໃຫ້ທ່ານຜູ່ອ່ານຈົ່ງນຶກເຖິງລູກກະປູ ເມື່ອແມ່ປູເດີນຈັ່ງໃດ ລູກມັນກໍມັກເດີນຢ່າງນັ້ນ ນີ້ສັນໃດ ອະນຸຊາຕະບຸດ ກໍມີອຸປະນິໄສສັນນັ້ນ. ແຕ່ໃນທີ່ນີ້ ທ່ານສະແດງເຖິງວ່າ ພໍ່ແມ່ເປັນຜູ່ມີສິນ ມີກັນລະຍານະທັມ ແມ່ນຈະທຳສິ່ງໃດ ກໍບໍ່ທຳໄປຖໂດຍເອົາອາລົມເປັນທີ່ຕັ້ງ ແຕ່ຍ່ອມເອົາເຫດຜົນເປັນທີ່ຕັ້ງ ຮູ້ຈັກເຄົາລົບເຫດຜົນຢູ່ສະເໝີ ປະກອບທັງເປັນຜູ້ຮູ້ຈັກນັບຖືຄົນດີ ບໍ່ວ່າຜູ່ນັ້ນຈະເປັນເດັກນ້ອຍ ຫຼື ຜູ່ໃຫຍ່ ອະນຸຊາຕະບຸດ ກໍມີຄວາມປະພຶດເໝືອນພໍ່ແມ່ ຕາມທີ່ໄດ້ກ່າວມາແລ້ວຂ້າງຕົ້ນ ລູກປະເພດນີ້ແຫຼະຮຽກວ່າ ອະນຸຊາຕະບຸດ ໃນສະໄໝພຸດທະການ ເຊິ່ງພຣະພຸດທະອົງ ຍັງຊົງພຣະຊົນຢູ່ ເລື່ອງມີຢູ່ດັ່ງນີ້: ໃນສະໄໝນຶ່ງ ມີລູກອະນາຖະບິນດິກະເສດຖີຄົນນຶ່ງ ຊື່ວ່າ ກາລະ ເປັນຄົນມີທິດຖິມານະແຮງກ້າ ເຖິງແມ່ນພຣະພຸດທະເຈົ້າຈະສະເດັດໄປສັນທີ່ບ້ານຕົນເປັນນິດ ຄັນພຣະອົງສັນເສັດແລ້ວ ພວກຄົນທັງຫຼາຍມີທ່ານອະນາຖະບິນດິກະເສດຖີເປັນຕົ້ນ ໄດ້ຟັງທັມຂອງພຣະອົງ ແຕ່ນາຍກາລະນັ້ນ ບໍ່ເຄີຍສົນໃຈທີ່ຈະຟັງທັມເໝືອນພໍ່ເລີຍ ກັບຫາວິທີຫຼີກໜີເສຍ ເຂົາເຮັດເໝືອນບ່ວງຈອງ ບໍ່ຮູ້ຈັກລົດຂອງແກງສັນນັ້ນ ເຂົາບໍ່ເອື້ອເຟື້ອຕໍ່ຄຳບອກສອນຂອງອະນາຖະບິນດິກະເສດຖີ ຜູ້ເປັນພໍ່ເລີຍ ທ່ານເສດຖີຄິດວ່າ ເຈົ້າກາລະນີ້ ເປັນຄົນມີທິດຖິມານະຮ້າຍແຮງ ຕໍ່ແຕ່ນີ້ໄປຈັກເປັນຜູ່ບໍ່ມີຄວາມດີອັນໃດຕິດຕົວເສຍເລີຍ ຈັກຕ້ອງໄປສູ່ນະຣົກບໍ່ຕ້ອງສົງໄສ ເມື່ອເຮົາຍັງມີຊີວິດຢູ່ ເຮົາຈັກບໍ່ປ່ອຍໃຫ້ລູກສຸດທີ່ຮັກຂອງເຮົາເປັນຢ່າງນັ້ນ ຂື້ນຊື່ວ່າມະນຸດ ບໍ່ເລັງດູເພາະການໃຫ້ຊັບ ບໍ່ມີໃນໂລກນີ້ເລີຍ ຕໍ່ແຕ່ນັ້ນ ທ່ານເສດຖີກ່າວກັບນາຍກາລະວ່າ " ລູກເຮີຍ! ຖ້າຫາກເຈົ້າຈັກເປັນຜູ່ຮັກສາອຸໂບສົດ ຖືສິນຟັງທັມແລ້ວ ພໍ່ຈັກໃຫ້ຄ່າຈ້າງແກ່ເຈົ້າ ເປັນຈຳນວນເງິນເຖິງຮ້ອຍກະຫາປະນະ (450 ກີບ)" ເມື່ອນາຍກາລະໄດ້ຟັງດັ່ງນັ້ນແລ້ວ ຈຶ່ງກ່າວວ່າ: "ອີ່ຫຼີບໍ່ພໍ່" "ອີ່ຫຼີ່ຕິລູກ" ທ່ານເສດຖີຕອບ, ນັບແຕ່ວັນນັ້ນມາ ເຂົາກໍໄດ້ທຳຕົວຢ່າງດັ່ງພໍ່ ຄືຮັກສາສິນອຸໂບສົດ ແລະໄດ້ຮັບຄ່າຈ້າງຂື້ນເລື້ອຍໆ ຈົນກະທັ້ງວັນນຶ່ງ ເຂົາໄດ້ຟັງທັມຈາກພຣະພຸດທະເຈົ້າ ແລ້ວຮູ້ຈັກຊາບຊື້ງໃນຈິດໃຈກວ່າວັນກ່ອນໆຫຼາຍເທົ່າ ເຂົາມອງເຫັນຄ່າຂອງທັມວ່າ ມີຄ່າເໜືອກວ່າເງິນຕາໃດໆທັງໝົດ ຮູ້ສຶກລະອາຍຕົນເອງ ທີ່ເອົາເງິນຕາໄວ້ເໜືອທັມ ດັ່ງທີ່ເຄີຍທຳມາແລ້ວໃນວັນກ່ອນໆ ເມື່ອເຂົາກັບໄປເຖິງບ້ານ ທ່ານເສດຖີເມື່ອເຫັນທ່າທາງຂອງລູກ ທີ່ໄດ້ສະແດງອອກມາໃນວັນນັ້ນ ຮູ້ສຶກແປກໃຈຫຼາຍ ວັນນັ້ນເປັນວັນທີ່ເສດຖີຜູ່ເປັນພໍ່ ໄດ້ອາຣາທະນານິມົນ ພຣະພຸດທະເຈົ້າ ແລະພຣະພິກຂຸສົງມາສັນທີ່ເຮືອນ ສ່ວນນາຍກາລະກໍຢ້ານວ່າພຣະພຸດທະເຈົ້າ ແລະພຣະພິກຂຸສົງຈະຮູ້ເລື່ອງລາວຕ່າງໆຂອງຕົນ ທີ່ໄດ້ກະທຳມາແລ້ວໃນວັນກ່ອນໆ ແລະກໍຢ້ານວ່າ ວັນນີ້ ທ່ານເສດຖີຜູ່ເປັນພໍ່ ຈະມອບເງິນຄ່າຈ້າງໃຫ້ຕໍ່ໜ້າພຣະພຸດທະເຈົ້າ ແລະພຣະພິກຂຸສົງ. ຄັນພຣະພຸດທະເຈົ້າ ແລະພຣະພິກຂຸສົງສັນເສັດແລ້ວ ທ່ານເສດຖິກໍໄດ້ວາງເງິນ ຮ້ອຍກະຫາປະນະ(450 ກີບ) ໄວ້ຕົງຕໍ່ໜ້າພຣະພັກ(ໜ້າ) ຂອງພຣະພຸດທະເຈົ້າ ແລະລູກຂອງຕົນ ແລ້ວຈຶ່ງກ່າວວ່າ " ເມື່ອວານນີ້ ພໍ່ໄດ້ເວົ້າວ່າ ຈະໃຫ້ເງິນແກ່ເຈົ້າຮ້ອຍກະຫາປະນະ ຈຶ່ງໄດ້ສົ່ງເຈົ້າໄປວັດເຊຕະວັນມະຫາວິຫານ ເພື່ອຟັງທັມ ແລະຮັກສາສິນ ບັດນີ້ ຂໍລູກຈົ່ງຮັບເງິນຈຳນວນນັ້ນເທີ້ນ " ສ່ວນນາຍກາລະ ເມື່ອໄດ້ເຫັນເຫດການເຊັ່ນນັ້ນ ກໍນຶກລະອາຍພຣະພຸດທະເຈົ້າ ຈຶ່ງເວົ້າຂື້ນວ່າ: "ພໍ່! ຂ້ານ້ອຍບໍ່ມີຄວາມຕ້ອງການເງິນນີ້ເລີຍ ແຕ່ກ່ອນລູກມອງບໍ່ເຫັນຄ່າຂອງທັມ ຈຶ່ງປາຖະໜາເງິນ ແຕ່ບາດນີ້ ລູກໄດ້ຊາບຊຶ້ງໃນທັມແລ້ວ ເຫດນັ້ນ ບັດນີ້ ຄ່າຈ້າງຈຶ່ງບໍ່ມີຄວາມໝາຍສຳລັບລູກເລີຍ" ນັບຕັ້ງແຕ່ວັນນັ້ນມາ ລູກຂອງທ່ານ ອະນາຖະບິນດິກະເສດຖີ ຈຶ່ງມີຄວາມປະພຶດເໝືອນດຽວກັນກັບພໍ່ຂອງຕົນ ດ້ວຍຄວາມຈິງໃຈຕະຫຼອດມາ ລັກສະນະຂອງລູກຢ່າງນີ້ແລ ທາງພຣະພຸດທະສາສະໜາຈຶ່ງຮຽກວ່າ ອະນຸຊາຕະບຸດ ບຸດມີຄວາມປະພຶດເໝືອນດັ່ງດຽວກັບພໍ່ແມ່. ຂໍ້ທີສາມຄື ອະວະຊາຕະບຸດ ໄດ້ແກ່ລູກທີ່ຊົ່ວຊາມໃນດ້ານການປະພຶດ ພໍ່ແມ່ຂອງຕະກູນນັ້ນ ເປັນຄົນມີສິນທັມ ມີການງານສະອາດ ແຕ່ລູກຂອງເຂົາຕະກູນນັ້ນ ກັບມີຄວາມປະພຶດກົງກັນຂ້າມກັບພໍ່ແມ່ ລູກປະເພດນີ້ ຈັດວ່າເປັນ ອະວະຊາຕະບຸດ ຄືລູກທີ່ຕ່ຳກວ່າພໍ່ແມ່ ໝາກກ້ວຍ ເມື່ອເກີດຂື້ນມາແລ້ວ ຍ່ອມຂ້າຕົ້ນມັນເອງສັນໃດ ລູກທີ່ຮຽກວ່າ ອະວະຊາຕະບຸດ ເມື່ອເກີດຂື້ນມາໃນຕະກູນໃດ ຍ່ອມຕັດວົງຕະກູນນັ້ນ ໃຫ້ເສື່ອມເສຍໄປສັນນັ້ນທຸກຄົນ ບໍ່ມີໃຜປາຖະໜາລູກປະເພດນີ້ເລີຍ ແຕ່ເຖິງຢ່າງໃດນັ້ນ ລູກປະເພດດັ່ງກ່າວນີ້ ກໍຍັງມີຫຼາຍຢູ່ໃນໂລກຕາມເຄີຍ. ໜ້າທີ່ຂອງລູກ
ຕາມຫຼັກທັມຂອງພຣະພຸດທະສາສະໜາ ຈັດໜ້າທີ່ຂອງລູກທີ່ຈະຕ້ອງປະຕິບັດຕໍ່ພໍ່ແມ່ໄວ້ 5 ຢ່າງຄື:
1. ຈະຕ້ອງລ້ຽງທ່ານຜູ່ລ້ຽງເຮົາມາ 2. ຈະຕ້ອງຊ່ວຍກິດຈະການຂອງທ່ານ 3. ຈະຕ້ອງທຳໃຫ້ຕະກູນວົງດຳລົງຢູ່ໄດ້ນານ 4. ປະຕິບັດຕົວໃຫ້ສົມກັບເປັນທາຍາດ 5. ເມື່ອທ່ານລ່ວງລັບໄປແລ້ວ ຈັກທຳບຸນອຸທິດໃຫ້.
|
ຂຽນເມື່ອ: ພ.ຈ.. 13, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
What the Buddha Taught
by Dr.Walpola Rahula
The Buddha
The Buddha, whose personal name was Siddhattha( Siddhārtha in Sanskrit), and family name Gotama(Sanskrit Gautama), lived in North India in the 6th century B.C. His father, Suddhodana, was the ruler of the kingdom of the Sākyas (in modern Nepal). His mother was queen Māyā. According to the custom of the time, he was married quite young, at the age of sixteen, to a beautiful and devoted young princess named Yasodaharā. The young prince lived in his palace with every luxury at his command. But all of a sudden, confronted with the reality of life and the suffering of mankind, he decided to find the solution - the way out of this universal suffering.
ພຣະພຸດທະເຈົ້າ, ຜູ່ທີ່ມີນາມແທ້ວ່າ ສິດທັດຖະ ແລະມີນາມໂຄດວ່າ ໂຄຕະມະ, ດຳລົງຊີວິດຢູ່ພາກເໜືອຂອງປະເທດອິນເດຍໃນສະຕະວັດທີ 6 ກ່ອນ ຄ.ສ. ພຣະບິດາຂອງພຣະອົງມີນາມວ່າ ສຸດໂທທະນະ ເປັນພຣະຣາຊາປົກຄອງແຄ້ວນສສາກະຍະ(ເນປາລ ປັດຈຸບັນ). ມານດາຂອງພຣະອົງມີນາມວ່າ ຣາຊິນີ ມາຍາ. ຕາມປະເພນີໃນຕອນນັ້ນ, ພຣະອົງໄດ້ແຕ່ງານແຕ່ຍັງເຍົາໄວ ພຽງແຕ່ຕອນອາຍຸ 16 ພັນສາ ກັບເຈົ້າຍິງທີ່ງາມແລະມີຄຸນສົມບັດມາລະຍາດດີຄົນໜຶ່ງຊື່ວ່າ ນາງຍະໂສທະຣາ. ເຈົ້າຊາຍຜູ່ໜຸ່ມນ້ອຍໄດ້ອາໄສຢູ່ໃນພະລາຊະວັງດ້ວຍຄວາມສຸກສຳລານຕາມໃຈປາດຖະໜາ. ແຕ່ຕໍ່ມາ ທຸກຢ່າງກໍໄດ້ປ່ຽນໄປໂດຍກະທັນຫັນ, ເມື່ອພຣະອົງໄດ້ປະເຊີນກັບຄວາມຈິງຂອງຊີວິດ ແລະຄວາມທຸກຂອງມວນມະນຸດຊາດ, ພຣະອົງຈິ່ງໄດ້ຕັດສິນໃຈອອກສະແຫວງຫາຄຳຕອບ-ຄືຫົນທາງອອກຈາກຄວາມທຸກທີ່ເປັນສາກົນນີ້.
At the age of 29, soon after the birth of his only child, Rāhula, he left his kingdom and became an ascetic in search of his solution. For six years the ascetic Gotama wandered about the valley of Ganges, meeting famous religious teachers, studying and following their systems and methods, and submitting himself to rigorous ascetic practices. They did not satisfy him. So he abandoned all traditional religions and their methods and went his own way.
ເມື່ອອາຍຸໄດ້ 29 ພັນສາ,ພຣະອົງໄດ້ເດີນທາງອອກຈາກຣາຊະວັງ ເພື່ອບວດເປັນແລ້ວສະແຫວງຫາສັດຈະທັມ ຫຼັງຈາກທີ່ກຸມມານຂອງພຣະອົງ ນາມວ່າ ຣາຫຸນ ໄດ້ຊົງປະສູດບໍ່ນານ. ນັບເປັນເວລາ 6 ພັນສາ ຂອງການສະແຫວງຫາໂມກຂະທັມຂອງນັກບວດໂຄຕະມະ ທີ່ໄດ້ເດີນທາງຜ່ານຮ່ອມພູ ຄົງຄານະທີ, ໄດ້ພົບກັບຄູຂອງລັດທິສາສະໜາຕ່າງໆ ເພື່ອສຶກສາແລະປະຕິບັດຕາມລະບົບແລະວິທີການປະຕິບັດຂອງພວກເຂົາ, ແລະຍອມມອບຕົນເອງເພື່ອປະຕິບັດສະມະນະທັມຢ່າງເຄັ່ງຄັດ. ແຕ່ພຣະອົງກໍຍັງບໍ່ທັນພໍພະໄທຕໍ່ການປະຕິບັດຂອງພວກເຂົາ. ຈິ່ງໄດ້ລະຖິ້ມປະເພນີດັ້ງເດີມແລະວິທີປະຕິບັດຂອງສາສະໜາຕ່າງໆເຫຼົ່ານັ້ນ ແລ້ວສະແຫວງຫາດ້ວຍຕົນເອງ.
It was thus that one evening, seated under a tree (since then known as the Bodhi- or Bo-tree, the "Tree of Wisdom"), on the bank of the river Neranjarā at Buddha-Gaya (near Gaya in modern Bihar), at the age of 35, Gotama attained enlightenment, after which he was known as the Buddha, 'The Enlightened One'.
ໃນຕອນແລງຂອງມື້ນີ້,ຫຼັງຈາກໄດ້ນັ່ງສະມາທິຢູ່ໃຕ້ຕົ້ນໄມ້(ເຊິ່ງນັບແຕ່ນັ້ນມາເປັນທີ່ຮັບຮູ້ກັນໃນນາມຂອງຕົ້ນໂພ ຫຼື ໂພທິ, "ຕົ້ນໄມ້ແຫ່ງປັນຍາ")ທີ່ແຄມຝັ່ງແມ່ນ້ຳເນຣັນຊະຣາ ທີ່ພຸດທະຄະຍາ(ໃກ້ກັບຄະຍາ ໃນລັດພິຫາຣ ປັດຈຸບັນ), ພຣະພຸດທະອົງໄດ້ຕັດສະຮູ້ ຕອນມີອາຍຸ 35 ພັນສາ, ຫຼັງຈາກນັ້ນ ກໍໄດ້ຖືກຂະໜານນາມວ່າ ພຣະພຸດທະເຈົ້າຜູ່ຕັດສະຮູ້.
After his Enlightenment, Gotama the Buddha delivered his first sermon to a group of five ascetics, his old colleagues, in the Deer Park at Isipatana (modern Sarnath) near Benares. From that day, for 45 years, he taught all classes of men and women -kings and peasants, Brahmins and outcasts, bankers and beggars, holy men and robbers - without making the slightest distinction between them. He recognized no differences of caste or social groupings, and the Way he preached was open to all men and women who were ready to understand and follow it. At the age of 80, the Buddha passed away at Kusinārā (in modern Uttar Pradesh in India).
ຫຼັງຈາກພຣະອົງໄດ້ຕັດສະຮູ້ແລ້ວ, ພຣະພຸດທະອົງ ກໍໄດ້ສະແດງປະຖົມມະເທສະໜາໂຜດປັນຈະວັກຄີທັງ 5 ເຊິ່ງເປັນຜູ່ຕິດຕາມພຣະພຸດທະອົງອອກບວດ ທີ່ສວນກວາງ ທີ່ກຸງ ອິສິປັດຕະນະ( ປັດຈຸບັນ ສາຣະນາດ)ໃກ້ກັບພາລານະສີ. ນັບແຕ່ມື້ນັ້ນເປັນຕົ້ນມາ, ເປັນເວລາ 45 ປີ ພຣະພຸດທະອົງໄດ້ເທສະໜາສັ່ງສອນປະຊາຊົນຍິງຊາຍທຸກຊັ້ນຄົນ- ເຊັ່ນ ພະລາຊາ ແລະຊາວນາ, ພຣາມ ແລະຊົນຊັ້ນຈັນດານ, ນາຍທະນາຄານ ແລະຄົນຂໍທານ, ຜູ່ຊົງສິນແລະຜູ່ຮ້າຍຊາຍໂຈນ- ໂດຍປາສະຈາກກາຍແບ່ງແຍກພວກເຂົາເຫຼົ່ານັ້ນ. ພຣະອົງບໍ່ໄດ້ເຫັນຄວາມແຕກຕ່າງກັນລະຫວ່າງຊົນຊັ້ນວັນນະແລະກຸ່ມຄົນໃນສັງຄົມ, ວິທີທີ່ພຣະພຸດທະອົງສອນແມ່ນເປີດກ້ວາງເພື່ອທຸກຄົນ ທັງຊາຍແລະຍິງ ຜູ່ທີ່ພ້ອມຈະຍອມຮັບຟັງແລະປະຕິບັດຕາມ. ເມື່ອອາຍຸໄດ້ 80 ພັນສາ ພຣະພຸດທະອົງກໍສະເດັດດັບຂັນທະປະຣິນິບພານ ທີ່ ກຸສິນາຣາ( ປັດຈຸບັນ ເປັນອຸຕຕະຣະປຣະເທສໃນອິນເດຍ).
Today Buddhism is found in Ceylon, Burma, Thailand, Cambodia, Laos, Vietnam, Tibet, China, Japan, Mongolia, Korea, Laos, Formosa, in some parts of India, Pakistan and Nepal, and also in Soviet Union. The Buddhist population of the world is over 500 million.
ມາຮອດປັດຈຸບັນນີ້ ພຣະພຸດທະສາສະໜາໄດ້ພົບເຫັນໃນປະເທດສີລັງກາ, ພະມ້າ, ໄທ, ກຳປູເຈບ, ລາວ,ຫວຽດນາມ, ຕີເບທ, ຈີນ, ຍີ່ປຸ່ນ, ມົງໂກເລຍ, ເກົາຫຼີ, ລາວ, ຟໍມໍຊາ ໃນບາງພາກຂອງອິນເດຍ, ປາກິສຖານ ແລະ ເນປາລ, ແລະສະຫະພາບໂຊຫວຽດກໍເຊັ່ນກັນ. ມີປະຊາກອນທັງໝົດຂອງພຸດທະສາສະນິກະຊົນທັງໝົດ 500 ລ້ານຄົນທົ່ວໂລກ. _________________________________________________________________________
ຄຳສັບທ້າຍບົດ :
1. The Buddha :ພຣະພຸດທະເຈົ້າ (ສ່ວນໃຫຍ່ມ່ວນເຮັດເປັນໂຕໃຫຍ່ສະເໝີບໍ່ວ່າຈະຢູ່ພາກສ່ວນໃດຂອງປະໂຫຍກ) 2. devoted : ທຸ່ມເທສຸດໃຈ, ຢ່າງອຸທິດ 3. at his command : (ເປັນສຳນວນ) ຕາມທີ່ລາວຕ້ອງການ, ຕາມທີ່ລາວປາຖະໜາ 4. all of a sudden :(adv) ທັນທີທັນໃດ 5. confronted : (v) ປະເຊີນໜ້າກັບ 6. universal suffering : ຄວາມທຸກທີ່ເປັນສາກົນ, ຄວາມທຸກທີ່ທຸກຄົນກໍເປັນຢູ່. 7. wander(ed) (v) : ເດີນທາງໄປເລື້ອຍຢ່າງໄຮ້ຈຸດໝາຍ, ອອກທຸດົງ 8. submitting : ຍອມຮັບ, ຍອມຕາມ 9. rigorous (adj) : ເຂັ້ມງວດ 10. deliver (v) : ມອບໃຫ້, ມອບໃຫ້(ມີຫລາຍຄວາມໝາຍ) deliver a speech ສະແດງປາຖະກະຖາ 11. ascetic : ນັກພົດ, ນັກບວດ, ຜູ່ບຳເພັນພົດ. 12. abandoned : ປ່ອຍປະລະໄລ, ປະຖິ້ມ, ຈາກໄປ. 13. traditional (adj): ແບບປະເພນີ, ຕາມປະເພນີ, ຕາມຄວາມຊິນເຄີຍ 14. attain(ed) (v)ໄດ້ບັນລຸ, attain (v) ບັນລຸ 15. king (n): ພະຍາຣາຊາ 16. peasants(n) ຊາວໄຮ່ນາ 17. Brahmin(s) (n): ພວກພຣາມ 18. outcast(s): ຄົນນອກຊົນຊັ້ນ, ຄົນຈັນທານ 19. difference (n) ຄວາມແຕກຕ່າງ 20. social grouping(s): ກຸ່ມຄົນໃນສັງຄົມ 21. recognize (v) ຈື່ຈຳ, ຍອມຮັບ 22. preach (v) ເທດ, ເທສະໜາ 23. distinction(n): ຄວາມແຕກຕ່າງ 24. pass away (v) ຕາຍ 25. bankers : ນາຍຄັງເງິນ, ນາຍທະນາຄານ,ເສດຖີ 26. beggars : ຄົນຂໍທານ 27. holy men : ນັກບວດ 28. robbers : ຜູ່ຮ້າຍຊາຍໂຈນ, ພວກຂີ້ລັກປຸ້ນຈີ້ 29. Buddhist population : ປະຊາກອນຊາວພຸດ 30. according to : ອີງຕາມ 31. Enlightenment (n) : ການຕັດສະຮູ້ 32. sermon (n)ການເທສະໜາ 33.prince (n)ເຈົ້າຊາຍ 34. princess (n)ເຈົ້າຍິງ 35. The Enlightened One ພຣະອໍຣະຫັນ (ມັກຂຽນເປັນໂຕໃຫຍ່) (ຂໍອະໄພທີ່ຄຳສັບໃນນີ້ບໍ່ໄດ້ຈັດລຽງຕາມໝວດອັກສອນ)
__________________________________________________________________________
ໃຜແປມ່ວນແປຊ່ອຍແດ່ເດີ . ຈາກ : http://dharmatrans.blogspot.com/
|
ຂຽນເມື່ອ: ຕ.ລ.. 31, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຮຽນແປທັມມະພາກພາສາອັງກິດ ວິທະຍາໄລສົງ(ອົງຕື້) ເປີດໃຫ້ຮຽນເພີ່ມພາສາອັງກິດພິເສດ ເນັ້ນໜັກກ່ຽວກັບການແປທັມມະຈາກພາສາອັງກິດເປັນລາວ ແລະຈາກພາສາລາວເປັນພາສາອັງກິດ ສຳລັບຜູ້ທີ່ມີພື້ນຖານພາສາອັງກິດດີພໍສົມຄວນແລ້ວ.
ຮຽນທຸກວັນເສົາແລະວັນອາທິດ ເວລາ: 8:30-10:30 ຕອນເຊົ້າ ທີ່ວິທະຍາໄລສົງ(ອົງຕື້) ເລີ່ມແຕ່ວັນທີ 6 ພະຈິກ 2010 ເປັນຕົ້ນໄປ ສົນໃຈ ເຊີນຕິດຕໍ່ ພຣະອາຈານ ໄຊຍະເດດ ວົງໂສພາ ໂທ: (020) 56678910 ອີເມລ: sayadej09@gmail.com ລາຍລະອຽດເບິ່ງຈາກລິງນີ້ Learning English
|
ຂຽນເມື່ອ: ຕ.ລ.. 22, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ການປຽບທຽບລະຫວ່າງການເກີດຂື້ນຂອງພຸດທະສາສະໜາແລະວິທະຍາສາດ ໂດຍ: ຊ. ວົງໂສພາ ການເກີດຂື້ນຂອງສາສະໜາທົ່ວໄປ: ກ່ອນຈະເວົ້າເຖິງການເກີດຂື້ນຂອງພຸດທະສາສະໜາ ຂໍກ່າວເຖິງພື້ນຖານການເກີດຂື້ນຂອງສາສະໜາທົ່ວໄປສາກ່ອນ. ນັບຕັ້ງແຕ່ຍຸກກ່ອນປະຫວັດສາດແລະຍຸກຫີນໃໝ່ເປັນຕົ້ນມາ ສາສະໜາແມ່ນມີການເກີດຂື້ນຈາກຄວາມຢ້ານກົວຂອງມະນຸດຕໍ່ອຳນາດຂອງທຳມະຊາດ ຍ້ອນພວກເຂົາສັງເກດເຫັນວ່າ ປະກົດການຂອງທຳມະຊາດ ອັນມີຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ພາຍຸ, ພູເຂົາ, ຕົ້ນໄມ້ ອາດມີຈິດວິນຍານ ຫຼືສິ່ງສັກສິດສະຖິດຢູ່ ແລ້ວກໍ່ໃຫ້ເກີດມີການເຊື່ອຖື ມີການບວງສວງສິ່ງສັກສິດ ເກີດເປັນປະເພນີແລ້ວພັດທະນາມາເປັນສາສະໜາຂອງເຂົາເຈົ້າ. ການເຊື່ອຖືແນວນັ້ນ ເປັນຜົນດີຕໍ່ພວກເຂົາ ເພື່ອບັນເທົາຈິດໃຈອັນເກີດຈາກການຢ້ານກົວຕໍ່ໄພທຳມະຊາດ ຫຼືສິ່ງທີ່ເໜືອຄວາມສາມາດແລະອຳນາດຂອງມະນຸດ ນອກນີ້ ມັນຍັງເຮັດໃຫ້ຄົນຮູ້ຈັກເຄົາລົບຕໍ່ທຳມະຊາດ ແລະເຄົາລົບຕໍ່ບັນພະບຸລຸດຂອງຕົນອີກດ້ວຍ. ແຕ່ສິ່ງພາຍໃນສິ່ງທີ່ເປັນຜົນດີ ແລະມີເຫດຜົນ ຍັງມີສິ່ງທີ່ເປັນຜົນເສັຍສຳລັບການເຊື່ອຖືແບບນີ້ຢູ່ ເຊັ່ນການບວງສວງ ມີການຂ້າສັດ ຂ້າງົວ, ຂ້າຄວາຍ, ຂ້າໝູ ຫຼືແມ່ນແຕ່ຂ້າຄົນເພື່ອບວງສວງກໍມີໃນບາງສາສະໜາ ອັນເປັນເຫດໃຫ້ເກີດການພາກຊີວິດທີ່ບໍລິສຸດ ໃຜຜູ້ໜຶ່ງໄປໂດຍໄຮ້ເຫດຜົນ ຖ້າທຽບກັບພຸດທະສາສະໜາແມ່ນເປັນການທຳປານະຕິບາດ. ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນຄວາມເປັນມາໂດຍຫຍໍ້ທີ່ສຸດຂອງພື້ນຖານສາສະໜາທົ່ວໄປ ໂດຍສະເພາະແມ່ນສາສະໜາແບບບູຮານ ຫຼືການເຊື່ອຖືຜີເປັນຕົ້ນ. ແຕ່ຖ້າເວົ້າເຖິງການເກີດຂື້ນຂອງພຣະພຸດທະສາສະໜາແລ້ວ ແມ່ນມີຄວາມແຕກຕ່າງກັນຫຼາຍກັບຄວາມໝາຍຂອງສາສະໜາທົ່ວໄປ. ການເກີດຂື້ນຂອງພຸດທະສາສະໜາ: ພຣະພຸດທະສາສະໜາໃນຍຸກພັດທະກັບປ໌(ຍຸກທີ່ໂລກມີຄວາມຈະເລີນ) ເກີດຂື້ນເມື່ອ 2553 ປີຜ່ານມາ ເມື່ອເຈົ້າຊາຍສິດທັດຖະແຫ່ງສາກກະຍະວົງໄດ້ອອກບວດແລະໄດ້ຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າພາຍໃຕ້ຕົ້ນສີມະຫາໂພ ກາຍເປັນສາສະດາຂອງພຣະພຸດທະສາສະໜາແລ້ວນຳເອົາທັມມະຄຳສັ່ງສອນເຜີຍແຜ່ໃຫ້ກ້ວາງຂວາງອອກໄປແຕ່ບັດນັ້ນເຖິງຍຸກປັດຈຸບັນ ກາຍເປັນສາສະໜາສຳຄັນຂອງໂລກ. ຖ້າຈະເວົ້າຕາມຫຼັກການແລະຄວາມເປັນຈິງຂອງພຸດທະປະເພນີ ແລະເຊື້ອສາຍຂອງພຸດທະວົງແລ້ວ, ພຣະພຸດທະສາສະໜາມີມາກ່ອນໜ້ານີ້ນັບຢ້ອນໄປບໍ່ຖ້ວນທີ່ມີພຣະພຸດທະເຈົ້າອຸບັດຂື້ນໃນໂລກນີ້ ຫຼາຍກວ່າເມັດຊາຍໃນມະຫາສະໝຸດ(ເຖິງແມ່ນວ່າໂລກຫາກໍ່ວິວັດທະນາການມາຫາກໍບໍ່ທໍ່ໃດ ແຕ່ຕາມຫຼັກພຸດທະສາສະໜາ ໂລກໄດ້ມີການແຕກດັບແລະເກີດຂື້ນຫຼາຍຄັ້ງກ່ອນຈະມີໂລກປັດຈຸບັນ ອາດຈະໄດ້ອ່ານໄດ້ບົດຄວາມຕໍ່ໄປ). ແຕ່ສຳລັບໃນຍຸກພັດທະກັບປ໌ນີ້ ພຣະພຸດທະເຈົ້າມີນາມວ່າ ມະຫາສະມະໂຄຄົມ. ສາເຫດຂອງການເກີດຂື້ນຂອງພຣະພຸດທະສາສະໜາ ແຕກຕ່າງຈາກການເກີດຂື້ນຂອງສາສະໜາພື້ນຖານທົ່ວໄປຢູ່ບ່ອນວ່າ: ພຣະໂພທິສັດ(ຜູ້ທີ່ຈະເປັນພຣະພຸດທະເຈົ້າໃນອະນາຄົດ) ໄດ້ເກີດມີຄວາມແໜງໜ່າຍໃນວັດຕະສົງສານ ເມື່ອສັງເກດເຫັນເທວະທູດທັງສີ່ ຄື : ຄົນເຖົ້າ, ຄົນເປັນພະຍາດໂຣຄາ, ຄົນຕາຍ ແລະນັກບວດ. ເມື່ອເປັນແນວນັ້ນ ກໍມີຈິດໃຈປາດຖະໜາຢາກຫຼຸດພົ້ນອອກຈາກທະເລທຸກແຫ່ງການວຽນວາຍຕາມເກີດ, ຢາກເອົາຊະນະການເກີດແລະການຕາຍ, ຢາກເອົາຊະນະກິເລສ ຫຼືເວົ້າລວມແລ້ວ ແມ່ນເພື່ອສະແຫວງຫາເສັ້ນທາງຂອງຄວາມດັບທຸກ ນັ້ນຄື ການບໍ່ເກີດອີກ ແລະຈຸດໝາຍປາຍທາງກໍຄືການເຂົ້າເຖິງນິບພານ ເຊິ່ງເປັນເປົ້າໝາຍສູງສຸດຂອງພຣະພຸດທະສາສະໜາ ນັ້ນຄືຈິດໃຈໄດ້ຕັດສະຮູ້ເປັນອໍຣະຫັນຕະສັມມາສັມພຸດທະເຈົ້າ ແລະອໍຣະຫັນຕະສາວົກ. ອີກທັດສະນະໜຶ່ງວ່າ ການເກີດຂື້ນຂອງພຸດທະສາສະໜານັ້ນ ຖ້າໃນທັດສະນະຂອງນັກການເມືອງ ກໍຈະມີຄວາມຄິດໄປອີກວ່າ ພຣະພຸດທະເຈົ້າອຸບັດຂື້ນໃນອິນເດຍຕອນນັ້ນ ແມ່ນເພື່ອປະຕິວັດສັງຄົມຂອງອິນເດຍທີ່ມີພື້ນຖານການແບ່ງແຍກຊົນຊັ້ນວັນນນະ ເພື່ອນຳເອົາຄວາມສະເໝີພາບມາສູ່ສັງຄົມມະນຸດ. ການເກີດຂື້ນຂອງວິທະຍາສາດ: ການກຳເນີດຂອງວິທະຍາສາດ ມີຄວາມຄ້າຍຄືກັນກັບການເກີດຂື້ນຂອງສາສະໜາຕ່າງໆຢູ່ບ່ອນວ່າ ມັນເກີດຈາກຈິດໃຈເປັນພື້ນຖານເບື້ອງຕົ້ນ ຄື ຜູ້ເປັນນັກຄົ້ນຄ້ວາທາງວິທະຍາສາດ ມີຄວາມປາດຖະໜາຢາກຮູ້ຄວາມມະຫັນສະຈັນຂອງທຳມະຊາດ ແລະຈັກກະວານອັນກ້ວາງໃຫຍ່ນີ້ ແລ້ວຫາວິທີຄົ້ນຄ້ວາ ເພື່ອວ່າຈະສາມາດພິຊິດທຳມະຊາດໃຫ້ໄດ້ ຫວັງຢາກຄອບຄອງໂລກ ໂດຍໃຊ້ສັດທາແລະຄວາມຮູ້ຄວາມສາມາດຂອງຕົນ ຄົ້ນຄ້ວາພັດທະນາ ໂດຍຜ່ານການສັງເກດການ, ຜ່ານການພິສູດແລະທົດລອງຕາມຂະບວນການທາງວິທະຍາສາດ ເມື່ອໄດ້ຜົນແລ້ວກໍນຳໃຊ້ທຳມະຊາດອັນນັ້ນເຂົ້າໃນການພັດທະນາທຳມະຊາດເອງໃຫ້ກາຍເປັນສິ່ງຕອບສະໜອງກັບຄວາມຕ້ອງການຂອງມະນຸດ ໂດຍສະເພາະແມ່ນການພັດທະນາທາງດ້ານວັດຖຸ ຍ້ອນພວກເຂົາເຈົ້າເຊື່ອວ່າ ຄວາມສຸກຂອງມະນຸດຢູ່ທີ່ການມີວັດຖຸຊົມໃຊ້ຕາມໃຈປາດຖະໜາ. ສະນັ້ນ, ການເກີດຂື້ນແລະການພັດທະນາທາງວິທະຍາສາດ ຈິ່ງເນັ້ນໜັກໄປໃນເລື່ອງຄວາມກ້າວໜ້າທາງດ້ານວັດຖຸຫຼາຍກວ່າທາງດ້ານຈິດໃຈ ແຕ່ມີຈຸດກຳເນີດຮ່ວມກັບກັບພຸດທະສາສະໜາຢູ່ບ່ອນວ່າ ກ່ອນວິທະຍາສາດຈະກ້າວໄປໄກໄດ້ ຈຸດເລີ່ມຕົ້ນກໍຢູ່ທີ່ການຮັບຮູ້ ການສັງເກດການຕ່າງໆ ໂດຍໃຊ້ອາຍະຕະທັງຫ້າ ຫຼືຫົກຢ່າງ ຄື ໃຊ້ ຕາ, ຫູ, ດັງ…ເປັນຕົ້ນ ຈິ່ງສາມາດພິສູດທົດລອງທາງວິທະຍາສາດໃຫ້ກ້າວໜ້າໄດ້ ຈົນສາສາມາດພັດທະນາການເຖິງການຄົ້ນພົບສິ່ງທີ່ນ້ອຍທີ່ສຸດ ໂດຍທີ່ຄວາມສາມາດທາງອິນຊີຂອງມະນຸດບໍ່ສາມາດຢ່ັງຮູ້ໄດ້ ຈິ່ງໄດ້ມີວັດຖຸອຸປະກອນທາງວິທະຍາສາດເຂົ້າມາຊ່ວຍນັ້ນຄື ການມີກ້ອງຈຸລະທັດ ແລະອຸປະກອນທີ່ທັນສະໄໝອື່ນໆ. ສ່ວນພຣະພຸດທະສາສະໜາ ມີເປົ້າໝາຍພັດທະນາໄປໃນເລື່ອງຂອງຮູບ ນາມ ອັນເປັນສະພາວະທີ່ໃຊ້ການສຳຜັດຜ່ານຂັ້ນຕອນຂອງອາຍະຕະພາຍໃນແລະນອກ ຫຼື ອາຍະຕະນະ 12 ຕ່າງຈາກວິທະຍາສາດ ຢູ່ບ່ອນວ່າເນັ້ນໜັກໄປໃນເລື່ອງຂອງຈິດໃຈ ເຊິ່ງໃນນັ້ນ ເບື້ອງຕົ້ນກໍເປັນສິ່ງທີ່ປະສາດສຳຜັດສາມາດຮັບຮູ້ໄດ້ ຈົນພັດທະນາຮັບຮູ້ໄປສູ່ສິ່ງທີ່ຕາເນື້ອຂອງມະນຸດທຳມະດາບໍ່ສາມາດຮັບຮູ້ໄດ້. ນັ້ນຄື ເວົ້າເຖິງການເຂົ້າເຖິງສະພາວະທັມທີ່ເປັນຂັ້ນສູງຂື້ນໄປ ຜ່ານຂະບວນການພັດທະນາທາງດ້ານຈິດໃຈ ທີ່ກ່ຽວຂ້ອງກັບຊານ, ສະມາບັດ, ເວົ້າເລື່ອງພົບ, ເລື່ອງຊາດ, ເລື່ອງມິຕິລຶກລັບສັບຊ້ອນຕ່າງໆ ລ້ວນແຕ່ແມ່ນຜູ້ທີ່ມີຈິດໃຈພັດທະນາທີ່ເປັນວິທະຍາສາດທາງຈິດໃຈເທົ່ານັ້ນຈິ່ງສາມາດເຂົ້າເຖິງໄດ້ ເມື່ອໃຈພັດທະນາໃຫ້ເຖິງຂັ້ນແລ້ວ ກໍສາມາດເປັນອຸປະກອນສື່ສານໃຫ້ຮັບໄດ້ ໂດຍທີ່ອຸປະກອນທາງວັດຖຸຄືວິທະຍາສາດຍັງບໍ່ທັນສາມາດພິສູດໄດ້. ສະລຸບລວມແລ້ວ ການເກີດຂື້ນຂອງພຸດທະສາສະໜາ ແມ່ນເກີດຂື້ນຈາກ ຄວາມປາດຖະໜາທີ່ຈະເອົາຊະນະຄວາມທຸກ ຄືການວຽນວາຍຕາຍເກີດໃນວັດຕະສົງສານ ແຕ່ໃນຂະນະດຽວກັນ ວິທະຍາສາດເກີດຂື້ນເພື່ອມີຄວາມປາດຖະໜາເພື່ອຫວັງຢາກພິຊິດກັບທຳມະຊາດ ແລະພັດທະນາທຳມະຊາດມາຮັບໃຊ້ສັງຄົມມະນຸດ ໂດຍເນັ້ນໜັກສະເພາະທາງດ້ານວັດຖຸຫຼາຍກວ່າທາງດ້ານຈິດໃຈໃນທາງພຣະພຸດທະສາສະໜາ.
|
ຂຽນເມື່ອ: ຕ.ລ.. 16, 2010
| ມີ
1 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ປະຣະມານູໃນທາງວິທະຍາສາດແລະພຣະພຸດທະສາສະໜາ ຮຽບຮຽງໂດຍ: ຊ. ວົງໂສພາ
ເມື່ອພຣະສັມມາສັມພຸດທະເຈົ້າຊົງສະແດງເລື່ອງໃດແລ້ວ ກໍບໍ່ໄດ້ຂໍໃຫ້ໃຜເຊື່ອເສີຍໆ ເພິ່ນຍັງໃຫ້ພິສູດໄດ້ດ້ວຍຕົນເອງ ທັງພາກທິດສະດີແລະປະຕິບັດ ເລື່ອງຜີສາງເທວະດາກໍເຊັ່ນດຽວກັນ. ປະຣະມານູຄືຫຍັງ? ໃນທາງໂລກວິທະຍາສາດ ໄດ້ມີຄຳອະທິບາຍວ່າ ສ່ວນທີ່ນ້ອຍທີ່ສຸດນອງທາດໜຶ່ງໆທີ່ມີຢູ່ ແລະຍັງຮັກສາລັກສະນະ ຄຸນສົມບັດຂອງທາດນັ້ນໄວ້ ເຮົາເອີ້ນວ່າ: ປະຣະມານູ ຂອງທາດນັ້ນ. ປະຣະມານູ ຂອງທາດຕ່າງໆເຊັ່ນ: hydrogen, oxygen, copper, uranium ເປັນຕົ້ນ. ປະຣະມານູທັງຫຼາຍປະກອບດ້ວຍໃຈກາງທີ່ໜາແໜ້ນ ແລະໃຈການທີ່ໜ້າແໜ້ນນີ້ ເອີ້ນວ່າ ນິວຄລຽສ (nucleus) ມີອີເລັກຕຣອນ(electron)ແວດລ້ອມນິວຄລຽສຢູ່. ໃຈການທີ່ເອີ້ນວ່າ ນິວຄລຽສນັ້ນ ປະກອບດ້ວຍອະນຸພາກ 2 ຊະນິດດ້ວຍກັນຄື: ໂປຕຣອນ(proton) ແລະນິວຕຣອນ(neutron) ຊຶ່ງໂປຣຕຣອນແລະນິວຕຣອນທັງສອງຊະນິດນີ້ ມີມວນສານ(mass)ເກືອບເທົ່າກັນ. ສຳລັບໂປຣຕຣອນນັ້ນ ມີສົ້ນຂ້ວາປະຈຸໄຟຟ້າບວກ ແຕ່ສ່ວນນິວຕຣອນນັ້ນເປັນໃຈກາງ ບໍ່ໄດ້ປະຈຸໄຟຟ້າ ແລະຮອບໆນອກຂອງນິວຄລຽສມີອີເລັກຕຣອນເຊິ່ງປະຈຸໄຟຟ້າລົບແລ່ນອ້ອມຢູ່ເປັນວົງໆ. ລັກສະນະຂອງປະຣະມານູນັ້ນ ກໍບໍ່ໄດ້ແຕກຕ່າງກັນໄປກັບຈັກກະວານຂອງດວງດາວເຄາະທັງຫຼາຍ ທີໂຄຈອນອ້ອມດວງອາທິດ. ດວງອາທິດກໍປຽບເໝືອນເປັນນິວຄລຽສ ດາວພະເຄາະທັງຫຼາຍກໍປຽບເໝືອນອີເລັກຕຣອນທີ່ແລ່ນອ້ອມນິວຄລຽສ ທີ່ໝູນວຽນໄປທັງໄກແລະໃກ້. ດວງດາວທັງຫຼາຍກໍບໍ່ພົ້ນໄປຈາກຄວາມດຶງດູດຂອງນິວຄລຽສ. ສາຣະວັດຖຸທັງຫຼາຍ ປະກອບກັນຂື້ນດ້ວຍອະນຸພາກທີ່ນ້ອຍສຸດຢ່າງຄາດບໍ່ເຖິງ ອະນຸພາກທີ່ນ້ອຍສຸດນີ້ເອີ້ນວ່າ: ປະຣະມານູ ແລະອະນຸພາກທີ່ນ້ອຍນີ້ ກໍສາມາດແຍກອອກມເປັນໂປຣຕອນ ນິວຕຣອນ ແລະອີເລັກຕຣອນ ແຕ່ຢ່າງໃດກໍດີ ປະຣະມານູທັງຫຼາຍ ບໍ່ໄດ້ຕັ້ງຢູ່ໃນຖານະ ມີສະຖຽນລະພາບ ຕ້ອງເຄື່ອນໄຫວຢູ່ຕະຫຼອດເວລາ. ປະຣະມານູໃນພຣະພຸດທະສາສະໜາ ຄຳວ່າ ປະຣະມານູ ເປັນພາສາປາລີ ພຣະສັມມາສັມພຸດທະເຈົ້າໄດ້ຊົງສະແດງມາແລ້ວກ່ອນໜ້ານີ້ 2553 ປີ ແຕ່ຕໍ່ມາ ນັກວິທະຍາສາດໄດ້ນຳເອົາຄຳນີ້ໄປໃຊ້. ສະນັ້ນ, ເມື່ອເວລາກ່າວເຖິງປະຣະມານູ ຄົນສ່ວນໃຫຍ່ ອາດຈະຄຶດວ່າ ເປັນປະຣະມານູທາງວິທະຍາສາດ ແມ່ນແຕ່ຄຳວ່າ ອະນູ ກໍເຊັ່ນກັນ. ຄວາມມຸ້ງໝາຍຂອງພຣະສັມມາສັມພຸດທະເຈົ້າໃນການສະແດງເລື່ອງນີ້ ແຕກຕ່າງກັນກັບທາງວິທະຍາສາດໃນປັດຈຸບັນ ທີ່ກຳລັງຄົ້ນຄວ້າກັນຢູ່ ຍ້ອນຈຸດມຸ້ງໝາຍທາງວິທະຍາສາດແມ່ນເພື່ອເອົາປະຣະມານູໄປໃຊ້ໃຫ້ເປັນປະໂຫຍດໃນຍາມສັນຕິ ແລະໃນຍາມສົງຄາມ ແຕ່ພຣະພຸດທະອົງຊົງປາຖະໜາ ເພື່ອໃຫ້ຜູ້ສຶກສາມີຄວາມເຂົ້າໃຈໃນເລື່ອງຊີວິດ ໃນສ່ວນທີ່ເປັນຮູບ ເພື່ອໃຫ້ເຫັນຄວາມຈິງຂອງຮູບ ຕັ້ງແຕ່ເກີດໄປຈົນກະທັ້ງເຖິງແກ່ຄວາມຕາຍ ທັງຮູບທີ່ແນມເຫັນໄດ້ດ້ວຍຕາ ກັບຮູບທີ່ບໍ່ສາມາດແນມເຫັນໄດ້ດ້ວຍຕາ ເຊັ່ນຮູບທີ່ປະກົດຂື້ນມາ ໃນຂະນະປະຕິສົນທິເປັນມະນຸດ ຮູບເຜດ ຮູບອະສຸຣະກາຍ ແລະຮູບເທວະດາເປັນຕົ້ນ ກັບທັງເພື່ອໃຫ້ຜູ້ສຶກສາໄດ້ເຫັນຕາມຄວາມເປັນຈິງວ່າ ຄົນຫຼືສັດທັງຫຼາຍ ຫຼືບໍ່ວ່າຈະເປັນຮູບອັນໃດ ທີ່ເຮົາແນມເຫັນໄດ້ ຢູ່ຕໍ່ໜ້າຕໍ່ຕາເປັນຮູບຫຍາບໆ ແລ້ວເຫັນວ່າ ສວຍສົດງົດງາມ ເກີດຄວາມເພິ່ງພໍໃຈ ຈົນກາຍເປັນຄວາມຫຼົງໄຫຼນັ້ນ ແທ້ຈິງເປັນຮູບຂອງປະຣະມານູແຕ່ລະໜ່ວຍມາປະຊຸມກັນ ແລ້ວປະຣະມານູເຫຼົ່ານັ້ນ ບໍ່ມີສະຖຽນລະພາບ ຍ້ອນວ່າທຸກວິນາທີທີ່ຜ່ານໄປ ຍ່ອມຈະຕັ້ງໝັ້ນບໍ່ໄດ້ ຍ່ອມຈະປ່ຽນແປງໄປຢູ່ສະເໝີ ເປັນອະນິດຈັງ ຄວາມບໍ່ທ່ຽງ ເປັນທຸກ ແປວ່າ ທົນຢູ່ໃນສະພາບເດີມບໍ່ໄດ້ ແລະເປັນອະນັດຕາ ຍ້ອນເປັນພຽງແຕ່ຮູບມາປະຊຸມກັນຊົ່ວຄາວເທົ່ານັ້ນ ບໍ່ແມ່ນຕົວຕົນ ຄົນ ສັດ ຍິງ ຊາຍປະການໃດ ທັງບັງຄັບບັນຊາບໍ່ໄດ້. ເພື່ອສຶກສາໃຫ້ເຂົ້າໃຈໃນປະກົດການຂອງທຳມະຊາດທີ່ແອບແຝງຢູ່ຢ່າງເລັ້ນລັບຂອງສັບພະສິ່ງ ແລະຂອງຕົວເອງແລ້ວ ປັນຍາກໍຈະເກີດຂື້ນ ເຫັນຫົນທາງທີ່ຈະພົ້ນໄປຈາກຄວາມທຸກ ຄືຫົນທາງທີ່ຈະເຮັດໃຫ້ການວຽນວາຍຕາຍເກີດຢຸດສະງັກລົງ ແລະພະຍາມັດຈຸລາດ ຈະບໍ່ໄດ້ຄອຍເຝົ້າຖາມຫາຢູ່ທຸກຊາດ ອີກຕໍ່ໄປ. ປະຣະມານູໃນທາງພຸດທະສາສະໜາ ແຍກຈາກເມັດເຂົ້າເປືອກໃຫ້ນ້ອຍໆໄປເລື້ອຍໆ ຈົນເຖິງປະຣະມານູ. ດັ່ງທີ່ຜາກົດໃນຄາຖາປະລິນິຄັນທຸ(ອະພິທານນັປປະທີປິກາ) ຄາຖາທີ 194 ແລະຄາຖາທີ195 ໃນພູມິກັນດ໌ວ່າ: ສຕຕິ۬ສ ປຣມານູນ ເມໂກ ນຸຈ ສຕິ۬ ເຕ ຕຊຊຣີ ຕາປີ ສຕຕິ۬ສ ຣຖເຣນຸຈ ສຕິ۬ສ ເຕ ລິກຂາ ຕາ ສຕຕ ອູກາ ຕາ ທນຍມາໂສຕິ ສຕຕ ເຕ. ມີຄວາມແປວ່າ: 36 ປະຣະມານູ ເປັນ 1 ອະນູ 36 ອະນູເຫຼົ່ານັ້ນ ເປັນ 1 ຕັຊຊາຣີ 36 ຕັຊຊາຣີເຫຼົ່ານັ້ນ ເປັນ 1 ຣະຖະເຣນູ 36 ຣະຖະເຣນູເຫຼົ່ານັ້ນ ເປັນ 1 ລິກຂາ 7 ລິກຂາ ເປັນ 1 ອູກາ 7 ອູກາເຫຼົ່ານັ້ນ ເອີ້ນວ່າ ທັນຍະມາສ. ເມື່ອເຮົາຄູນຕົວເລກເຫຼົ່ານີ້ ເຮົາກໍຈະໄດ້ເຖິງ82 ລ້ານສ່ວນ ກັບເສດອີກຫຼາຍແສນ ເຮົາກໍຈະເຫັນໄດ້ວ່າ ໃນ 1 ປະຣະມານູນັ້ນ ມາຈາກເມັດເຂົ້າ 1 ເມັດ ເຊິ່ງແຍກອອກເລື້ອຍໆໄປ ແຕ່ ຮູບປະຣະມານູທັງໝົດເຫຼົ່ານີ້ ເຖິງແມ່ນວ່າເຮົາຈະເຫັນຫຼືສຳຜັດຖືກຕ້ອງບໍ່ໄດ້ແລ້ວ ກໍຍັງຈັດວ່າເປັນຮູບຫຍາບຢູ່ຫຼາຍ ຍ້ອນຍັງມີຮູບທີ່ລະອຽດກ່ວ່ານີ້ອີກຫຼາຍຕ່າງຫາກ. ຮູບທັງໝົດມີຢູ່ 28 ຮູບ ເປັນຮູບປະຣະມານູ ແຕ່ເປັນຮູບຫຍາບ 12 ຮູບ ເຫຼືອອີກ16 ຮູບ ເປັນຮູບລະອຽດ ປະນີດຍິ່ງກວ່າປະຣະມານູດັ່ງໄດ້ສະແດງມາແລ້ວ. ທຸກໆປະຣະມານູ ເຖິງແມ່ນວ່າບໍ່ສາມາດແນມເຫັນໄດ້ ແລະສຳຜັດບໍ່ໄດ້ ແຕ່ກໍປະກອບດ້ວຍ ປະຖະວີ ອາໂປ ເຕໂຊ ວາໂຍ ວັນນະ ຄັນທະ ຣະສະ ໂອຊະ ຄື ທາດດິນ ນ້ຳ ໄຟ ລົມ ສີ ກິ່ນ ຣົສ ແລະໂອຊະ ເອີ້ນຊື່ປະຣະມານູນີ້ວ່າ ອະວິນິບໂພຄະຣູບ8. ອາໂປ: ທາດນ້ຳ ບໍ່ແມ່ນນ້ຳທີ່ເຮົາໃຊ້ດື່ມ, ວາໂຍ : ທາດລົມ ບໍ່ແມ່ນລົມທີ່ພັດໄປມາ, ແລະໂອຊະ : ກໍບໍ່ແປວ່າແຊບຊ້ອຍ ເມື່ອຜູ້ສຶກສາມີຄວາມເຂົ້າໃຈແລ້ວ ຈະເຫັນຄວາມພິດສະດານຢ່າງຍິ່ງ. ປະຣະມານູທັງຫຼາຍເຫຼົ່ານີ້ ເອີ້ນວ່າ ອະວິນິບໂພຄະຣູບ ແລະອະວິນິບໂພຄະຣູບນີ້ ຈະຕ້ອງມີທາດທັງ 8 ສະເໝີ ຈະບໍ່ມີປະຣະມານູໃດທີ່ເກີນກວ່າທາດທັງ8 ຫຼືນ້ອຍກວ່າ8 ເຖິງແມ່ນວ່າຈະມີການແຍກແນວໃດ ກໍຕ້ອງມີ 8 ສະເໝີ ເພາະວ່າທາດທັງ8 ນີ້ ແຍກອອກຈາກກັນບໍ່ໄດ້. ເຖິງແມ່ນວ່າ ປະຣະມານູນັ້ນຈະມີຂະໜາດນ້ອຍພຽງໃດກໍຕາມ ແລະບໍ່ສາມາດເຫັນຫຼືສຳຜັດໄດ້ ແຕ່ພຣະສັມມາສັມພຸດທະເຈົ້າຍັງສະແດງວ່າ ທຸກປະຣະມານູນັ້ນ ບໍ່ໄດ້ຕິດກັນ ແຕ່ຫາກມີຊ່ອງວ່າງລະຫວ່າງປະຣະມານູ ເຊິ່ງໃນພາສາທາງທັມເພິ່ນເອີ້ນວ່າ ປະຣິຈເສທະຣູບ ເຊິ່ງເປັນຊື່ຂອງຮູບຢ່າງໜຶ່ງ ຍ້ອນວ່າມີຮູບຂື້ນມາແລ້ວ ມັນຈະຕ້ອງມີຊ່ອງວ່າງຂັ້ນຮູບສະເໝີ. ນອກຈາກນີ້ ພຣະພຸດທະອົງຍັງສະແດງວ່າ ທຸກໆ ປະຣະມານູ ບໍ່ຢຸດນິ້ງຢູ່ເສີຍໆ ມັນຈະເຄື່ອນໄຫວຢູ່ຕະຫຼອດເວລາໂດຍບໍ່ຢຸດພັກເລີຍ ດ້ວຍອຳນາດຂອງ ອຸນຫະເຕໂຊ ທາດໄຟ ຄືຄວາມຮ້ອນ(ສີຕະເຕໂຊ ຄວາມເຢັນ ກໍຄື ຮ້ອນນ້ອຍ). ເຖິງແມ່ນວ່າປະຣະມານູນັ້ນຈະນ້ອຍ ບໍ່ສາມາດເຫັນໄດ້ ແລະສຳຜັດບໍ່ໄດ້ກໍຕາມ ແຕ່ເມື່ອມັນມາລວມກັນເປັນຮູບຕ່າງໆແລ້ວ ມັນກໍຈະປະຈັກຕໍ່ສາຍຕາຂອງບຸກຄົນໄດ້ ເມື່ອເໝາະສົມກໍສາມາດຮັບການສຳຜັດໄດ້ ມັນຈິ່ງກາຍເປັນຄົນ ສັດ ເປັນຍິງ ເປັນຊາຍ ຫຼື ເປັນບ້ານ ເປັນເຮືອນ ເປັນຕົ້ນໄມ້ໃບຫຍ້າ ໄປຕາມສາມັນສຳນຶກຂອງບຸກຄົນທັງຫຼາຍທີ່ໄດ້ສົມມຸດຂື້ນມາ ແລ້ວບຸກຄົນທັງຫຼາຍເຫຼົ່ານັ້ນ ຕ່າງກໍພາກັນຫຼົງໄຫຼໃນຮູບປະຣະມານູທີ່ມີຊ່ອງໂວ່ຢູ່ທົ່ວໄປ ຫຼົງຕິດເພີດເພີນໄປກັບປະຣະມານູທີ່ຂາດສະຖຽນລະພາບ ເປັນທີ່ເພິ່ງພາອາໄສບໍ່ໄດ້ ເພາະວ່າມັນປ່ຽນສະພາບຢູ່ເລື້ອຍໄປ. ດັ່ງນັ້ນ, ປະຣະມານູທັງຫຼາຍ ຍ່ອມເປັນອະນິດຈັງ ທຸກຂັງ ອະນັດຕາ(ທຸກຂັງ ໝາຍເຖິງທົນຢູ່ໃນສະພາບເດີມບໍ່ໄດ້). ບໍ່ແມ່ນພຽງແຕ່ນັບເອົາວ່າ ຄົນເກີດ ແກ່ ເຈັບ ຕາຍ ເຊິ່ງຕ້ອງໃຊ້ເວລາຍາວນານພຽງເທົ່ານີ້ ຫາກແຕ່ວ່າມັນມີການປ່ຽນແປງ ແລະເປັນໄປທຸກວິນາທີ ຄື ອຸປະຈະຍະ ສັນຕະຕິ ຊະຣະຕະ ອະນິຈຈະຕາ ຄື ເກີດຂື້ນ ສືບຕໍ່ ສລາຍຕົວ ແລະປ່ຽນສະພາບໄປບໍ່ຄືເກົ່າ ແລ້ວກໍເກີດຂື້ນທົດແທນໃໝ່ເລື້ອຍໄປ(ພາຍໃນ 1 ວິນາທີ ມີການເກີດຂື້ນແລະປ່ຽນແປງໄປມາກມາຍ).
|
ຂຽນເມື່ອ: ຕ.ລ.. 14, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ມີສາມະເນນຕົນໜຶ່ງ ຫຼັງຈາກທີ່ເພິ່ນໄດ້ອ່ານປື້ມທັມມະແລ້ວ ໄປພໍ້ເນື້ອໃນບ່ອນທີ່ວ່າ ເທວະດາ ເມື່ອຈຸຕິຈາກສວງສະຫັວນແລ້ວຍັງມີໂອກາດໄປເກີດເປັນສັດນະຣົກຕົກ ຈິ່ງຕັ້ງຄໍາຖາມຂື້ນວ່າ:
ສາມະເນນ: ອາຈານຂ້ານ້ອຍຂໍຖາມແດ່ ການເກີດເປັນມະນຸດນີ້ດີກວ່າ ເກີດເປັນເທວະດາແມ່ນບໍ ? ອາຈານ: ທັງເກີດເປັນເທວະດາແລະເປັນມະນຸດດີໝົດ. ສາມະເນນ: ແຕ່ຂ້ານ້ອຍອ່ານເຫັນວ່າ ເກີດເປັນເທວະດາບໍ່ມີໂອກາດໄດ້ສ້າງບຸນອີກ ແລະຫລັງຈາກຫວິດຈາກເປັນເທວະດາກໍຈະຕົກນະຣົກ. ອາຈານ: ອັນນັ້ນກໍແມ່ນຢູ່. ຍ້ອນວ່າ ພົບຂອງເທວະດາ ເປັນພົບທີ່ສະເຫວີຍຜົນບຸນທີ່ເຄີຍສ້າງສົມບຸນມາແລ້ວແຕ່ຄາວເປັນມະນຸດ ຈິ່ງບໍ່ອາດສ້າງບຸນໄດ້ ແລະມີເລື່ອງເລົ່າເອົາໄວ້ເມື່ອຄັ້ງພຸດທະການວ່າ ມີເທວະດາຕົນໜຶ່ງ(ພຣະມະຫາກັສສະປະ) ຮູ້ວ່າມີພຣະອະຣະຫັນຕົນໜຶ່ງອອກຈາກສະມາບັດ ຫຼືກໍາລັງໄດ້ບັນລຸເປັນພຣະອະຣະຫັນ ຈິ່ງຟ້າວສະເດັດມາເພື່ອໃສ່ບາດດ້ວຍອາຫານທິບ ເມື່ອນັ້ນ ໄດ້ຖືກພຣະອະຣະຫັນຮັບຮູ້ຈິ່ງປະຕິເສດບໍ່ຮັບບິນທະບາດ ເພາະວ່າອາຫານນັ້ນ ເປັນອາຫານທີ່ປານີດ ແລະເນຣະມິດເອົາໂດຍງ່າຍ ພຣະອະຣະຫັນຈິ່ງບອກວ່າ ຈິ່ງຫຼີກໄປເຖີດ ໃຫ້ຄົນອື່ນໄດ້ເຮັດບຸນເຖີດ (ຄືໃຫ້ມະນຸດເປັນຜູ້ໄດ້ຮັບອານິສົງນີ້) ແທນທີ່ເທວະດາຈະມາເອົາປຽບມະນຸດອີກ.
ແລະສາເຫດທີ່ເທວະດາຕົກຈາກສະຫວັນແລ້ວໄປພົບຍົມມະໂລກ ຄືໄປສະເຫວີຍກັມຢູ່ນະຣົກກໍຍ້ອນວ່າ : ກ່ອນໜ້ານັ້ນ ເທວະດາຕົນນັ້ນ ໄດ້ສ້າງກັມມາສອງຢ່າງ ຄື ກັມດີ(ບຸນ) ແລະກັມຊົ່ວ(ບາບ) ເມື່ອກັມດີມີກໍາລັງກວ່າ ແລະມີຜົນກ່ວາ ຈິ່ງເຮັດໃຫ້ໄປອຸບັດຂື້ນໃນໂລກສະຫວັນ ເມື່ອສິ້ນຈາກສະຫວັນພິພົບແລ້ວ ຈິ່ງໄດ້ສະເຫວີຍຜົນກັມຕໍ່ຄື ຜົນບາບນັ້ນເອງ ແລ້ວແຕ່ຈະເປັນໄປຕາມກັມ ບໍ່ສະເພາະແຕ່ໄປຕົກນະຣົກ ບາງທີອາດໄປເກີດເປັນສັດເດຍລະສານກໍເປັນໄດ້ແລ້ວແຕ່ກັມຂອງຕົ້ນ. ສະນັ້ນ, ພົບພູມຂອງປຸຖຸຊົນຈິ່ງເປັນພົບບໍ່ແນ່ນອນ ການເກີດຂອງສັດຫາຄວາມແນ່ນອນຍາກ. ມີແຕ່ຜູ້ສະຫຼາດເທົ່ານັ້ນ ຈິ່ງປ້ອງກັນຕົນເອງຈາກການຕົກໄປສູ່ພົບທີ່ຊົ່ວ ດ້ວຍການສ້າງສົມບຸນປາຣະມີເອົາໄວ້ ຈິ່ງບໍ່ໄປສູ່ອະບາຍຍະພູມ ອັນມີນະຣົກ, ເປດ, ອະສຸຣະກາຍ ແລະສັດຕິຣັຈສານເປັນຕົ້ນ.
ແຕ່ການເກີດເປັນເທວະດາ ຖ້າບຸນປາຣະມີສ້າງສົມມາດີ ຍັງມີໂອກາດໄດ້ບັນລຸທັມສູງຂື້ນໄປອີກ ໂດຍສະເພາະແມ່ນມີໂອກາດໄດ້ຟັງທັມຈາກພຣະພຸດທະເຈົ້າ ແລະພຣະອະຣະຫັນ ດັ່ງທີ່ຜາກົດໃນພຸດທະກິດ ທີ່ວ່າ ມີເທວະດາມາຟັງທັມ ແລະໃນສະໄໝພຣະພຸດທະອົງເທສະໜາອະພິທັມເຈັດຄັມພີແກ່ພຸດທະມານດາໃນສະຫວັນຊັ້ນດາວະດຶງເປັນຕົ້ນ. ນອກຈາກນີ້ ຍັງມີພົບຂອງສະຫວັນທີ່ເປັນອະຣູປະພົບ ເຊິ່ງເປັນທີ່ຢູ່ຂອງຜູ້ໄດ້ບັນລຸທັມຂັ້ນສູງ ເຖິງອະນາຄາມີ(ຜູ້ບໍ່ກັບມາເກີດໃນມະນຸດອີກ) ແຕ່ຈະກ້າວເຂົ້າສູ່ກະແສແຫ່ງພຣະນິບພານເລີຍ ເມື່ອໄດ້ຮັບຟັງທັມຈາກພຣະພຸດທະເຈົ້າ.(ພຣະພຸດທະເຈົ້າບໍ່ແມ່ນມີແຕ່ອົງດຽວ ໃນອະນາຄົດພາຍພາກໜ້າກໍຈະມີອີກຫລາຍອົງ ແລະໃນອະດີດກໍມີມາຫລາຍອົງຈິ່ງເຊື່ອວ່າ ພວກເພິ່ນເຫຼົ່ານັ້ນໄດ້ເທສະໜາສັ່ງສອນໃນພົບນັ້ນໆ)
ສະຫຼຸບແລ້ວ, ເທວະດາຕົກນະຣົກ ຍ້ອນຜົນກັມບໍ່ດີຂອງເທວະດາເອງທີ່ສ້າງເອົາໄວ້ກ່ອນໄດ້ມາສະເຫວີຍບຸນໃນເທວະໂລກ ເມື່ອໝົດບຸນແລ້ວຈິ່ງໄດ້ສະເຫວີຍກັມຕໍ່ ແຕ່ຖ້າບໍ່ມີບາບກັມ ກໍຈະເກີດມາເປັນມະນຸດ ສ້າງບຸນປາຣະມີສືບຕໍ່ໄປ.
|
ຂຽນເມື່ອ: ຕ.ລ.. 2, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ການໃຫ້ທານເກີດຈາກເຫດອັນໃດແນ່? ເຫດແຫ່ງການໃຫ້ທານມີຫຼາຍແຫ່ງ ເຊັ່ນໃນປະຖົມທານສູດ(ອັງ.ອັຕຖະກະ.472) ພຣະພຸດທະເຈົ້າສະແດງວ່າມີ 8 ຢ່າງຄື:
1. ໃຫ້ທານຍ້ອນຢາກໄດ້ຜົນຂອງທານ(ໃຫ້ສິ່ງໃດກໍຢາກໄດ້ສິ່ງນັ້ນ) 2. ໃຫ້ທານຍ້ອນຢ້ານ(ຢ້ານຄົນອື່ນຕິຕຽນວ່າເປັນຄົນຂີ້ຖີ່ ຫຼື ຢ້ານເກີດມາຍາກຈົນເປັນຕົ້ນ) 3. ໃຫ້ທານຍ້ອນຄິດວ່າ ເຂົາໃຫ້ແກ່ເຮົາແລ້ວ ເຮົາຄວນໃຫ້ຕອບ 4. ໃຫ້ທານຍ້ອນຄິດວ່າ ເມື່ອໃຫ້ເຂົາແລ້ວ ເຂົາຈະໃຫ້ຕອບ 5. ໃຫ້ທານຍ້ອນຄິດວ່າ ການໃຫ້ທານເປັນຄວາມດີ(ບຸນ) 6. ໃຫ້ທານຍ້ອນຄິດວ່າ ເຮົາຫາກິນເອງໄດ້ ຄວນໃຫ້ແກ່ຄົນທີ່ຫາກິນເອງບໍ່ໄດ້ 7. ໃຫ້ທານຍ້ອນຢາກໄດ້ຊື່ສຽງ 8. ໃຫ້ທານເພື່ອປະດັບປຸງແຕ່ງຈິດ (ຄືເພື່ອຂັດເກົາຈິດໃຫ້ຄວນແກ່ການຈະເລີນຄຸນນະທັມເບື້ອງສູງຂື້ນໄປ ເພື່ອເປັນຖານໃຫ້ເກີດສະມາທິ ແລະປັນຍາ)
ໃນທານະວັຕຖຸສູດ(ອັງ.ອັຕຖະກະ.475) ພຣະພຸດທະເຈົ້າສະແດງເຫດແຫ່ງການໃຫ້ທານໄວ້ 8 ຢ່າງ ຄື:
1. ໃຫ້ທານຍ້ອນເຂົ້າຄໍກັນ(ເຂົ້າແກ໊ບກັນ) 2. ໃຫ້ທານຍ້ອນຢາກຮ້າຍ 3. ໃຫ້ທານຍ້ອນຫຼົງ 4. ໃຫ້ທານຍ້ອນຢ້ານ 5. ໃຫ້ທານຕາມປະເພນີ 6. ໃຫ້ທານຍ້ອນຢາກໄປສະຫວັນ 7. ໃຫ້ທານຍ້ອນຢາກໄດ້ຄວາມສະບາຍໃຈ 8. ໃຫ້ທານເພື່ອປະດັບປຸງແຕ່ງຈິດ(ຂັດເກົາກິເລສ)
|
ຂຽນເມື່ອ: ກ.ຍ.. 16, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ເມື່ອຜ່ານມາ ຂ້າພະເຈົ້າເຄີຍແປປື້ມ Good Question, Good Answer ຂຽນໂດຍ : Ven.S.Dhammika ມີຄຳຖາມໜຶ່ງທີ່ຖາມວ່າ ການມີເພດສຳພັນກ່ອນການແຕ່ງງານ ຜິດສິນຫ້າບໍ? ຜູ້ຕອບບອກວ່າ ຖ້າເປັນການສະມັກໃຈບໍ່ຜິດ. ແຕ່ຂ້າພະເຈົ້າ ກໍບໍ່ໄດ້ແຈບໃຈກັບຄຳຕອບຂອງອາຈານ ສ.ທັມມິກະ ເພາະວ່າ ຄຳວ່າ ສະມັກໃຈນັ້ນ ໃນນາມທີ່ຍັງບໍ່ທັນໄດ້ແຕ່ງງານ ມັນກໍຜິດຕໍ່ຈາຮີດປະເພນີອັນດີງາມ ແລະ ເຖິງແມ່ນວ່າທັງສອງຝ່າຍສະມັກໃຈກັນ ຜູ້ທີ່ເປັນພໍ່ແມ່ ຫຼືຜູ້ປົກຄອງ ກໍບໍ່ໄດ້ແຈບໃຈ ແລະບໍ່ພໍໃຈ ຖ້າຫາກຮູ້ວ່າ ລູກສາວຂອງຕົນເປັນແນວນັ້ນ. ເມື່ອມາພິຈາຣະນາແລ້ວ ຈິ່ງຮູ້ວ່າ ຄຳຕອບນັ້ນ ຍັງບໍ່ໄດ້ໃຫ້ລາຍລະອຽດພໍ່ເທົ່າໃດ ຫຼັງຈາກສຶກສາຄົ້ນຄ້ວາຕື່ມອີກ ຈິ່ງຮູ້ວ່າ ຄຳຕອບຂອງເພິ່ນບໍ່ສົມບູນ ສົມຄວນທີ່ຈະມີລາຍລະອຽດຂອງສິນຂໍ້ 3 ຕື່ມອີກ ດັ່ງຈະໄດ້ຍົກມາຂ້າງລຸ່ມນີ້.
ສິນຂໍ້ທີ 3 : ກາເມ ສຸມິຈສາຈາຣາ ເວຣະມະນີສິກຂາ ປະທັງ ສະມາທິຍາມິ Abstaining from sexsual misconducts. ງົດເວັ້ນຈາກການປະພຶດຜິດທາງປະເວນີ(ການລ່ວງລະເມີດລູກເຂົາ ເມຍເຂົາ...) ສິນຂໍ້ນີ້ ເປັນຂໍ້ສຳຄັນອີກຂໍ້ໜຶ່ງ ໃນຈຳນວນຫ້າຂໍ້. ເວົ້າເຖິງການປະພຶດຕໍ່ກັນໃນສັງຄົມ ໃນເລື່ອງຂອງເພດ, ເພື່ອເປັນສິ່ງວັດແທກໃຫ້ມະນຸດຄວບຄຸມອາລົມຈິດຂອງຕົນ ບໍ່ໃຫ້ມີການປະພຶດຕົກຕ່ຳໄປ ເໝືອນດັ່ງເດຍລັດສານ. ສິນເທົ່ານັ້ນ ສາມາດເຮັດໃຫ້ມະນຸດມີຈິດໃຈສູງສົ່ງຂື້ນ ແລະມີວັດທະນະທັມດີງາມຂື້ນ. ການລ່ວງລະເມີດສິນຂໍ້ນີ້ ມີໂທດເຖິງກັບວ່າ ຕ້ອງໄດ້ໄປປີນຕົ້ນງິ້ວໜາມໃນແດນນະຣົກ ອັນນີ້ ກໍອາດຈະເປັນເລື່ອງເພີ້ຝັນສຳລັບຄົນທີ່ບໍ່ເຊື່ອ, ນອກຈາກນີ້ ຍັງເຮັດໃຫ້ເກີດມີການສະໜອງກັມ ຕໍ່ເນື່ອງກັນ ທັງໃນປັດຈຸບັນ ແລະຂ້າມພົບຂ້າມຊາດ. ສາເຫດທີ່ກໍ່ໃຫ້ເກີດການຜິດສິນຂໍ້ທີ ໓ ຄືກ່ຽວກັບການປະພຶດຜິດໃນກາມ ຕາມທີ່ເຮົາເຄີຍໄດ້ຍິນວ່າ ຫ້າມຜິດລູກເຂົາ ເມຍ ເຂົານັ້ນ ແມ່ນໄດ້ຍິນຜູ້ເຖົ້າ ພໍ່ແມ່ຄູບາອາຈານເພື່ອເວົ້າເລື້ອຍ ແຕ່ຫຼາຍຄົນກໍອາດບໍ່ຮູ້ວ່າ ເຮັດແນວໃດຈິ່ງຜິດແທ້. ໃນ ປຶ້ມເຫຼັ້ມນີ້ມີຄຳຖາມຢູ່ໜ້າທີ ໓໐ ຖາມວ່າ ການເສບສົມກັນກ່ອນແຕ່ງງານນັ້ນ ເປັນການຜິດສິນຂໍ້ນີ້ຫຼືບໍ່? ໃນຄຳຕອບເພິ່ນບອກວ່າ ຖ້າເປັນການຕົກລົງປົງໃຈກັນບໍ່ຜິດ ແຕ່ເຮົາມາລອງມາພິຈາລະນາຕາມ ໑໑ ຂໍ້ນີ້ ເຊິ່ງມີມາໃນ ສາເລຍຍະກະສູດ ດັ່ງນີ້: ໑. ມາ ຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງແມ່, ໒. ປິຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງພໍ່, ໓. ມາຕາປິຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງພໍ່ແມ່, ໔. ພາຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງພີ່ນ້ອງຊາຍ, ໕. ພາຄິນີຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງພີ່ນ້ອງຍິງ, ໖. ຍາຕິຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມດູແລຂອງຍາດພີ່ນ້ອງ, ໗. ໂຄຕະຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງປົກປ້ອງດູແລຂອງຄອບຄົວວົງຕະກູນ, ໘. ທັມມະຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງປົກປ້ອງດູແລຂອງສິນທັມທາງສາສະໜາ, ໙. ສັສສາມິກາ : ຜູ້ຍິງທີ່ແຕ່ງງານມີສາມີແລ້ວ, ໑໐. ສະປະຣິທັນທາ : ຜູ້ຍິງທີ່ໄດ້ຮັບເລືອກໃຫ້ເປັນມະເຫສີຂອງພຣະຣາຊາ ຫຼືຜູ້ຍິງຂອງ ບຸລຸດທີ່ມີຄຸນນະທັມສູງ, ໑໑. ມາລາກຸລະປະຣິກຂິຕາ : ຜູ້ຍິງທີ່ໄດ້ຮັບການໃຫ້ພວງມາໄລອັນເປັນການໝັ້ນໝາຍ ໄວ້ແລ້ວ.
ໃນ ໑໑ ຂໍ້ຂ້າງເທິງນີ້ ຖ້າຜູ້ໃດໄປລ່ວງລະເມີດຜູ້ຍິງທີ່ຢູ່ໃນການຄຸ້ມຄອງຂອງຜູ້ທີ່ ກ່າວໄວ້ ແລະການຄຸ້ມຄອງດູແລນັ້ນ ກໍບໍ່ໝາຍຄວາມວ່າຕ້ອງແມ່ນຕອນທີ່ຜູ້ຍິງຄົນນັ້ນຢູ່ເຮືອນຢ່າງດຽວ ຈິ່ງເອີ້ນວ່າຄຸ້ມຄອງ ແມ່ນແຕ່ພໍ່ແມ່ເຂົາເຈົ້າບໍ່ເຫັນ ແຕ່ຫວງແຫນລູກ ກໍຍັງໝາຍຄວາມວ່າຄຸ້ມຄອງໄດ້ ນີ້ກໍອາດຈະເປັນສາເຫດໃຫ້ຜິດສິນຂໍ້ທີ ໓ ກໍເປັນໄດ້.
|
ຂຽນເມື່ອ: ກ.ຍ.. 15, 2010
| ມີ
24 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ມື້ຄືນນີ້ ຫຼັງຈາກທີ່ໄຫວ້ພຣະສູດມົນແລ້ວ ກັບມາຫ້ອງ ຮູ້ສຶກຫິວໆ. ຈິ່ງໄດ້ຕັດສິນໃຈອອກໄປຊື້ນົມກ່ອງມາດື່ມຢູ່ຮ້ານ M-Point Mart ທາງແຄມຂອງໃກ້ວັດຈັນ. ຕອນຍ່າງໄປກໍບັນຍາກາດທຳມະດາ ຢູ່ແຈເຮືອນທີ່ມີຮ້ານຂາຍເຝີ ກ້ອງຕົ້ນກົກຂາມທາງຮ່ອມລ້ຽວເຂົ້າມານັ້ນ ມີຜູ້ຊາຍບາງຄົນກຳລັງນັ່ງລໍຖ້າໃຜຜູ້ໜຶ່ງ. ເມື່ອສັງຄົມເຫັນກໍເປັນເລື່ອງທຳມະດາ ທີ່ຊາວໂລກເຂົາເຈົ້າມີການນັດພົບກັນ.
ເມື່ອຍ່າງຜ່ານຈຸດນັ້ນໄປແລ້ວ ກໍໄດ້ໄປຊື້ນົມ ພ້ອມດ້ວຍແຟບຊັກເຄື່ອງ, ຢາສີຟັນ. ຫຼັງຈາກ ອອກຈາກຮ້ານມາ ກໍໄດ້ຄ່ອຍຍ່າງຜ່ານມາທາງໜ້າຮ້ານເຝີເພື່ອລ້ຽວເຂົ້າຮ່ອມຂ້າງວັດຈັນ ແຕ່ບາດນີ້ ບັນຍາກາດປ່ຽນ ມີໄວໜຸ່ມທີ່ເປັນນັກຮຽນຜູ້ໜຶ່ງ ພ້ອມດ້ວຍເພື່ອນສາວທີ່ເປັນນັກຮຽນດ້ວຍກັນ ກຳລັງນັ່ງຊຸມເບຍຢູ່. ຂ້າພະເຈົ້າກໍຍ່າງມາຮອດຫັ້ນ ພໍດີ ເດັກນ້ອຍຜູ້ຊາຍເອີ້ນໃສ່ ວ່າ: ຄູບາ ມາກິນເບຍ. ເມື່ອເປັນແນວນັ້ນ ຜູ້ຍິງທີ່ນັ່ງຢູ່ນຳກັນ ຮ້ອງຂື້ນວ່າ ຫື ຢ່າວ່າແນວນັ້ນ. ຕອນທີ່ຖືກເອີ້ນນັ້ນ ໃນໃຈກໍຄິດຢາກຮ້າຍຢູ່ ແຕ່ກໍຍ່າງເລີຍແບບບໍ່ສົນໃຈໄຍດີ.
ເມື່ອໄດ້ຍິນແນວນັ້ນ ຂ້າພະເຈົ້າເກີດຄວາມສັງເວດໃນໃຈວ່າ : ເດັກນ້ອຍສະໄໝນີ້ (ອາດຈະເປັນບາງຄົນ) ມັນເສັຍນິໄສ ? ທັງໆທີ່ບໍ່ໄດ້ຮູ້ຈັກກັນກັບເຮົາຊ້ຳ ຍັງມາເອີ້ນແບບທ້າທາຍ ມິ່ນປະໝາດພຣະສົງອີກ. ຈັກມັນຊິເປັນບາບຫຼືບຸນ ກໍສຸດແລ້ວແຕ່ຕົວເຂົາເອງກຳນົດ.
(ເລື່ອງຈິງທີ່ເກີດຂື້ນກັບຜູ້ຂຽນ).
|
ຂຽນເມື່ອ: ກ.ຍ.. 12, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
The wise man chooses to be last and so becomes the first of all. ---Lao-tzu ບັນດິດ ຍ່ອມເລືອກເປັນຜູ້ສຸດທ້າຍ ດ່ັງນັ້ນຈິ່ງກາຍເປັນຜູ້ທີໜຶ່ງຕະຫຼອດ. ຫລາວຈື້ ຄັດຈາກປື້ມ: Religions of the World ຮຽບຮຽງໂດຍ: Lewis M.Hopfe & Mark R.Woodward, Department of Religious Studies, Arizona State University.
|
ຂຽນເມື່ອ: ກ.ຍ.. 11, 2010
| ມີ
15 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
The further the spiritual evolution of mankind advances, the more certain it seems to me that the path to genuine religiosity does not lie through the fear of life, and the fear of death, and the blind faith, but through striving after rational knowledge. ຍິ່ງຈິດວິນຍານຂອງມະນຸດຊາດພັດທະນາກ້າວໜ້າຂື້ນ ຂ້າພະເຈົ້າຍິ່ງຄິດຫງຳວ່າ ວິຖີແຫ່ງສາສະໜາທີ່ແທ້ຈິງ ບໍ່ໄດ້ມີພື້ນຖານຢູ່ບົນຄວາມຢ້ານກົວຕໍ່ຊີວິດ ຢ້ານກົວຕໍ່ຄວາມຕາຍ ຫຼືຄວາມເຊື່ອຖືຢ່າງງົມງາຍ ແນມບໍ່ເຫັນຕົວຕົນ ແຕ່ຕ້ອງມາຈາກປັນຍາທີ່ສ້າງຂື້ນຈາກຫລັກເຫດຜົນ. Albert Einstein
|
ຂຽນເມື່ອ: ກ.ຍ.. 10, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
Karl Marx ເຄີຍເວົ້າວ່າ ສາສະໜາເປັນຢາເສບຕິດ ( Religion is the opium of the people) ມີນັກຂຽນ, ນັກໂຍຄີຜູ້ປະຕິບັດທັມຊື່ດັງຄົນໜຶ່ງຊື່ Osho ໃຫ້ຄວາມເຫັນວ່າ ສິ່ງທີ່ ຄາຣລ ມາຣກ ເວົ້ານັ້ນຖືກຕ້ອງທີ່ສຸດ ໃນເມື່ອຄົນທີ່ນັບຖືສາສະໜາ ນັບຖືແບບຮ້ອງຂໍ, ວິ່ງວອນ ເພື່ອສະແຫວງຫາຄວາມລ້ຳລວຍ ຈາກການຊ່ວຍເຫຼືອຂອງສາສະໜາຂອງຕົນເອງນັບຖື ໂດຍການເຊື່ອຖືແບບງົມງາຍ. ິແຕ່ຖ້ານັບຖືເພື່ອປະຕິບັດຕາມຄຳສອນ ແບບໃຫ້ເຂົ້າໃຈແຈ່ມແຈ້ງໃນຫລັກທັມ ແລ້ວນຳໄປໃຊ້ໃນຊີວິດປະຈຳວັນ ໃຫ້ມີຄຸນນະພາບຊີວິດແລະຈິດໃຈດີງາມ ອັນນັ້ນບໍ່ງົມງາຍ ແລະບໍ່ເປັນສິ່ງເສບຕິດ. ຈາກປື້ມ: The Great Challege : Exploring the world withing by Osho.
|
|
|