ຂຽນເມື່ອ: ພ.ຈ.. 13, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ຄວາມຕາຍໃຜບໍ່ອາດຫຼີກມົ້ມ ຫຼົບແລ່ນໜີໄກ ມັນຫາກມີມາຕາມ ຄູ່ມາແຕ່ເຮົາເກີດ ໃຜບໍ່ຄົງເຫຼືອຄ້າງ ປະຖະພີຜືນໂລກ ບໍ່ອາດຢູ່ຄ້ຳຟ້າ ຍືນໝັ້ນຊົ່ວນິຣັນ ດອກນາ. ແມ່ນຊິມຸດຢູ່ພື້ນ ຜືນແຜ່ນພະສຸທາ ກໍຕາມທ້ອນ ຫຼືໄປເນົາໃນເຫວ ຮ່ອມພູຜາກ້ວາງ ຄວາມຕາຍຍັງທວງເອີ້ນ ເຊີນຊວນກັບບ້ານເກົ່າ ພໍ່ແມ່ຍາດພີ່ນ້ອງ ບໍ່ມີໄດ້ໄຖ່ ເອົາ. ຍາມເຖິງຄາວ ໃຜບໍ່ອາດຢູ່ຢັ້ງ ຄົງທີ່ຖາວອນ ມີແຕ່ພຽງຄວາມດີ ເປັນແວ່ນແຍງແສງໄຕ້ ໃຜຫວນເຫັນໄດ້ ໃນຄຳທີ່ກ່າວມານີ້: ຢ່າໄດ້ຄິດຜະໝາດແທ້ ຢ່າໄດ້ແວແວ່ເວີ້ງ ທາງລ້ຽວສິ່ງບໍ່ດີ ນັ້ນທ້ອນ.
|
ຂຽນເມື່ອ: ພ.ຈ.. 13, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
What the Buddha Taught
by Dr.Walpola Rahula
The Buddha
The Buddha, whose personal name was Siddhattha( Siddhārtha in Sanskrit), and family name Gotama(Sanskrit Gautama), lived in North India in the 6th century B.C. His father, Suddhodana, was the ruler of the kingdom of the Sākyas (in modern Nepal). His mother was queen Māyā. According to the custom of the time, he was married quite young, at the age of sixteen, to a beautiful and devoted young princess named Yasodaharā. The young prince lived in his palace with every luxury at his command. But all of a sudden, confronted with the reality of life and the suffering of mankind, he decided to find the solution - the way out of this universal suffering.
ພຣະພຸດທະເຈົ້າ, ຜູ່ທີ່ມີນາມແທ້ວ່າ ສິດທັດຖະ ແລະມີນາມໂຄດວ່າ ໂຄຕະມະ, ດຳລົງຊີວິດຢູ່ພາກເໜືອຂອງປະເທດອິນເດຍໃນສະຕະວັດທີ 6 ກ່ອນ ຄ.ສ. ພຣະບິດາຂອງພຣະອົງມີນາມວ່າ ສຸດໂທທະນະ ເປັນພຣະຣາຊາປົກຄອງແຄ້ວນສສາກະຍະ(ເນປາລ ປັດຈຸບັນ). ມານດາຂອງພຣະອົງມີນາມວ່າ ຣາຊິນີ ມາຍາ. ຕາມປະເພນີໃນຕອນນັ້ນ, ພຣະອົງໄດ້ແຕ່ງານແຕ່ຍັງເຍົາໄວ ພຽງແຕ່ຕອນອາຍຸ 16 ພັນສາ ກັບເຈົ້າຍິງທີ່ງາມແລະມີຄຸນສົມບັດມາລະຍາດດີຄົນໜຶ່ງຊື່ວ່າ ນາງຍະໂສທະຣາ. ເຈົ້າຊາຍຜູ່ໜຸ່ມນ້ອຍໄດ້ອາໄສຢູ່ໃນພະລາຊະວັງດ້ວຍຄວາມສຸກສຳລານຕາມໃຈປາດຖະໜາ. ແຕ່ຕໍ່ມາ ທຸກຢ່າງກໍໄດ້ປ່ຽນໄປໂດຍກະທັນຫັນ, ເມື່ອພຣະອົງໄດ້ປະເຊີນກັບຄວາມຈິງຂອງຊີວິດ ແລະຄວາມທຸກຂອງມວນມະນຸດຊາດ, ພຣະອົງຈິ່ງໄດ້ຕັດສິນໃຈອອກສະແຫວງຫາຄຳຕອບ-ຄືຫົນທາງອອກຈາກຄວາມທຸກທີ່ເປັນສາກົນນີ້.
At the age of 29, soon after the birth of his only child, Rāhula, he left his kingdom and became an ascetic in search of his solution. For six years the ascetic Gotama wandered about the valley of Ganges, meeting famous religious teachers, studying and following their systems and methods, and submitting himself to rigorous ascetic practices. They did not satisfy him. So he abandoned all traditional religions and their methods and went his own way.
ເມື່ອອາຍຸໄດ້ 29 ພັນສາ,ພຣະອົງໄດ້ເດີນທາງອອກຈາກຣາຊະວັງ ເພື່ອບວດເປັນແລ້ວສະແຫວງຫາສັດຈະທັມ ຫຼັງຈາກທີ່ກຸມມານຂອງພຣະອົງ ນາມວ່າ ຣາຫຸນ ໄດ້ຊົງປະສູດບໍ່ນານ. ນັບເປັນເວລາ 6 ພັນສາ ຂອງການສະແຫວງຫາໂມກຂະທັມຂອງນັກບວດໂຄຕະມະ ທີ່ໄດ້ເດີນທາງຜ່ານຮ່ອມພູ ຄົງຄານະທີ, ໄດ້ພົບກັບຄູຂອງລັດທິສາສະໜາຕ່າງໆ ເພື່ອສຶກສາແລະປະຕິບັດຕາມລະບົບແລະວິທີການປະຕິບັດຂອງພວກເຂົາ, ແລະຍອມມອບຕົນເອງເພື່ອປະຕິບັດສະມະນະທັມຢ່າງເຄັ່ງຄັດ. ແຕ່ພຣະອົງກໍຍັງບໍ່ທັນພໍພະໄທຕໍ່ການປະຕິບັດຂອງພວກເຂົາ. ຈິ່ງໄດ້ລະຖິ້ມປະເພນີດັ້ງເດີມແລະວິທີປະຕິບັດຂອງສາສະໜາຕ່າງໆເຫຼົ່ານັ້ນ ແລ້ວສະແຫວງຫາດ້ວຍຕົນເອງ.
It was thus that one evening, seated under a tree (since then known as the Bodhi- or Bo-tree, the "Tree of Wisdom"), on the bank of the river Neranjarā at Buddha-Gaya (near Gaya in modern Bihar), at the age of 35, Gotama attained enlightenment, after which he was known as the Buddha, 'The Enlightened One'.
ໃນຕອນແລງຂອງມື້ນີ້,ຫຼັງຈາກໄດ້ນັ່ງສະມາທິຢູ່ໃຕ້ຕົ້ນໄມ້(ເຊິ່ງນັບແຕ່ນັ້ນມາເປັນທີ່ຮັບຮູ້ກັນໃນນາມຂອງຕົ້ນໂພ ຫຼື ໂພທິ, "ຕົ້ນໄມ້ແຫ່ງປັນຍາ")ທີ່ແຄມຝັ່ງແມ່ນ້ຳເນຣັນຊະຣາ ທີ່ພຸດທະຄະຍາ(ໃກ້ກັບຄະຍາ ໃນລັດພິຫາຣ ປັດຈຸບັນ), ພຣະພຸດທະອົງໄດ້ຕັດສະຮູ້ ຕອນມີອາຍຸ 35 ພັນສາ, ຫຼັງຈາກນັ້ນ ກໍໄດ້ຖືກຂະໜານນາມວ່າ ພຣະພຸດທະເຈົ້າຜູ່ຕັດສະຮູ້.
After his Enlightenment, Gotama the Buddha delivered his first sermon to a group of five ascetics, his old colleagues, in the Deer Park at Isipatana (modern Sarnath) near Benares. From that day, for 45 years, he taught all classes of men and women -kings and peasants, Brahmins and outcasts, bankers and beggars, holy men and robbers - without making the slightest distinction between them. He recognized no differences of caste or social groupings, and the Way he preached was open to all men and women who were ready to understand and follow it. At the age of 80, the Buddha passed away at Kusinārā (in modern Uttar Pradesh in India).
ຫຼັງຈາກພຣະອົງໄດ້ຕັດສະຮູ້ແລ້ວ, ພຣະພຸດທະອົງ ກໍໄດ້ສະແດງປະຖົມມະເທສະໜາໂຜດປັນຈະວັກຄີທັງ 5 ເຊິ່ງເປັນຜູ່ຕິດຕາມພຣະພຸດທະອົງອອກບວດ ທີ່ສວນກວາງ ທີ່ກຸງ ອິສິປັດຕະນະ( ປັດຈຸບັນ ສາຣະນາດ)ໃກ້ກັບພາລານະສີ. ນັບແຕ່ມື້ນັ້ນເປັນຕົ້ນມາ, ເປັນເວລາ 45 ປີ ພຣະພຸດທະອົງໄດ້ເທສະໜາສັ່ງສອນປະຊາຊົນຍິງຊາຍທຸກຊັ້ນຄົນ- ເຊັ່ນ ພະລາຊາ ແລະຊາວນາ, ພຣາມ ແລະຊົນຊັ້ນຈັນດານ, ນາຍທະນາຄານ ແລະຄົນຂໍທານ, ຜູ່ຊົງສິນແລະຜູ່ຮ້າຍຊາຍໂຈນ- ໂດຍປາສະຈາກກາຍແບ່ງແຍກພວກເຂົາເຫຼົ່ານັ້ນ. ພຣະອົງບໍ່ໄດ້ເຫັນຄວາມແຕກຕ່າງກັນລະຫວ່າງຊົນຊັ້ນວັນນະແລະກຸ່ມຄົນໃນສັງຄົມ, ວິທີທີ່ພຣະພຸດທະອົງສອນແມ່ນເປີດກ້ວາງເພື່ອທຸກຄົນ ທັງຊາຍແລະຍິງ ຜູ່ທີ່ພ້ອມຈະຍອມຮັບຟັງແລະປະຕິບັດຕາມ. ເມື່ອອາຍຸໄດ້ 80 ພັນສາ ພຣະພຸດທະອົງກໍສະເດັດດັບຂັນທະປະຣິນິບພານ ທີ່ ກຸສິນາຣາ( ປັດຈຸບັນ ເປັນອຸຕຕະຣະປຣະເທສໃນອິນເດຍ).
Today Buddhism is found in Ceylon, Burma, Thailand, Cambodia, Laos, Vietnam, Tibet, China, Japan, Mongolia, Korea, Laos, Formosa, in some parts of India, Pakistan and Nepal, and also in Soviet Union. The Buddhist population of the world is over 500 million.
ມາຮອດປັດຈຸບັນນີ້ ພຣະພຸດທະສາສະໜາໄດ້ພົບເຫັນໃນປະເທດສີລັງກາ, ພະມ້າ, ໄທ, ກຳປູເຈບ, ລາວ,ຫວຽດນາມ, ຕີເບທ, ຈີນ, ຍີ່ປຸ່ນ, ມົງໂກເລຍ, ເກົາຫຼີ, ລາວ, ຟໍມໍຊາ ໃນບາງພາກຂອງອິນເດຍ, ປາກິສຖານ ແລະ ເນປາລ, ແລະສະຫະພາບໂຊຫວຽດກໍເຊັ່ນກັນ. ມີປະຊາກອນທັງໝົດຂອງພຸດທະສາສະນິກະຊົນທັງໝົດ 500 ລ້ານຄົນທົ່ວໂລກ. _________________________________________________________________________
ຄຳສັບທ້າຍບົດ :
1. The Buddha :ພຣະພຸດທະເຈົ້າ (ສ່ວນໃຫຍ່ມ່ວນເຮັດເປັນໂຕໃຫຍ່ສະເໝີບໍ່ວ່າຈະຢູ່ພາກສ່ວນໃດຂອງປະໂຫຍກ) 2. devoted : ທຸ່ມເທສຸດໃຈ, ຢ່າງອຸທິດ 3. at his command : (ເປັນສຳນວນ) ຕາມທີ່ລາວຕ້ອງການ, ຕາມທີ່ລາວປາຖະໜາ 4. all of a sudden :(adv) ທັນທີທັນໃດ 5. confronted : (v) ປະເຊີນໜ້າກັບ 6. universal suffering : ຄວາມທຸກທີ່ເປັນສາກົນ, ຄວາມທຸກທີ່ທຸກຄົນກໍເປັນຢູ່. 7. wander(ed) (v) : ເດີນທາງໄປເລື້ອຍຢ່າງໄຮ້ຈຸດໝາຍ, ອອກທຸດົງ 8. submitting : ຍອມຮັບ, ຍອມຕາມ 9. rigorous (adj) : ເຂັ້ມງວດ 10. deliver (v) : ມອບໃຫ້, ມອບໃຫ້(ມີຫລາຍຄວາມໝາຍ) deliver a speech ສະແດງປາຖະກະຖາ 11. ascetic : ນັກພົດ, ນັກບວດ, ຜູ່ບຳເພັນພົດ. 12. abandoned : ປ່ອຍປະລະໄລ, ປະຖິ້ມ, ຈາກໄປ. 13. traditional (adj): ແບບປະເພນີ, ຕາມປະເພນີ, ຕາມຄວາມຊິນເຄີຍ 14. attain(ed) (v)ໄດ້ບັນລຸ, attain (v) ບັນລຸ 15. king (n): ພະຍາຣາຊາ 16. peasants(n) ຊາວໄຮ່ນາ 17. Brahmin(s) (n): ພວກພຣາມ 18. outcast(s): ຄົນນອກຊົນຊັ້ນ, ຄົນຈັນທານ 19. difference (n) ຄວາມແຕກຕ່າງ 20. social grouping(s): ກຸ່ມຄົນໃນສັງຄົມ 21. recognize (v) ຈື່ຈຳ, ຍອມຮັບ 22. preach (v) ເທດ, ເທສະໜາ 23. distinction(n): ຄວາມແຕກຕ່າງ 24. pass away (v) ຕາຍ 25. bankers : ນາຍຄັງເງິນ, ນາຍທະນາຄານ,ເສດຖີ 26. beggars : ຄົນຂໍທານ 27. holy men : ນັກບວດ 28. robbers : ຜູ່ຮ້າຍຊາຍໂຈນ, ພວກຂີ້ລັກປຸ້ນຈີ້ 29. Buddhist population : ປະຊາກອນຊາວພຸດ 30. according to : ອີງຕາມ 31. Enlightenment (n) : ການຕັດສະຮູ້ 32. sermon (n)ການເທສະໜາ 33.prince (n)ເຈົ້າຊາຍ 34. princess (n)ເຈົ້າຍິງ 35. The Enlightened One ພຣະອໍຣະຫັນ (ມັກຂຽນເປັນໂຕໃຫຍ່) (ຂໍອະໄພທີ່ຄຳສັບໃນນີ້ບໍ່ໄດ້ຈັດລຽງຕາມໝວດອັກສອນ)
__________________________________________________________________________
ໃຜແປມ່ວນແປຊ່ອຍແດ່ເດີ . ຈາກ : http://dharmatrans.blogspot.com/
|
ຂຽນເມື່ອ: ຕ.ລ.. 31, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຮຽນແປທັມມະພາກພາສາອັງກິດ ວິທະຍາໄລສົງ(ອົງຕື້) ເປີດໃຫ້ຮຽນເພີ່ມພາສາອັງກິດພິເສດ ເນັ້ນໜັກກ່ຽວກັບການແປທັມມະຈາກພາສາອັງກິດເປັນລາວ ແລະຈາກພາສາລາວເປັນພາສາອັງກິດ ສຳລັບຜູ້ທີ່ມີພື້ນຖານພາສາອັງກິດດີພໍສົມຄວນແລ້ວ.
ຮຽນທຸກວັນເສົາແລະວັນອາທິດ ເວລາ: 8:30-10:30 ຕອນເຊົ້າ ທີ່ວິທະຍາໄລສົງ(ອົງຕື້) ເລີ່ມແຕ່ວັນທີ 6 ພະຈິກ 2010 ເປັນຕົ້ນໄປ ສົນໃຈ ເຊີນຕິດຕໍ່ ພຣະອາຈານ ໄຊຍະເດດ ວົງໂສພາ ໂທ: (020) 56678910 ອີເມລ: sayadej09@gmail.com ລາຍລະອຽດເບິ່ງຈາກລິງນີ້ Learning English
|
ຂຽນເມື່ອ: ຕ.ລ.. 24, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ຮູບຖ່າຍທີ່ວັດອົງຕື້ມະຫາວິຫານ ເມື່ອວັນທີ 24 ຕຸລາ 2010. ຂໍຂອບໃຈນຳພວກນ້ອງສາມຄົນທີ່ຢູ່ໃນຮູບ
ການໃສ່ບາດຮ້ອຍແປດ ໝາຍເຖິງການເອົາຫຼຽນທີ່ຄູບາກຽມໄວ້ແລ້ວໃນຈານນ້ອຍໆ ທີ່ກຳນົດເອົາໄວ້ ໄປປ່ອນລົງໃນບາດຢາງນ້ອຍໆ ທີ່ຕັ້ງລຽນກັນເອົາໄວ້. ບາດຮ້ອຍແປດນີ້ ບາງຄັ້ງເພິ່ນກໍເອີ້ນວ່າ ບາດສະຫວັນ ຫຼືວ່າ ບາດເທໂວ ຄວາມເປັນມາຂອງການໃສ່ບາດ ແບບນີ້ຍັງບໍ່ທັນເປັນທີ່ແນ່ນອນວ່າກຳນົດກັນຂື້ນໃນເມື່ອໃດ. ແຕ່ທີ່ສຳຄັນແມ່ນນິຍົມເຮັດກັນຢູ່ປະເທດໄທ ຕາມທີ່ຜູ້ຂຽນຮູ້ມາຈາກການ ບອກເລົ່າຂອງ ພຣະອາຈານໃຫຍ່ ຜ່ອງ ສະມາເລິກ, ຜູ້ຮັກສາການປະທານອົງການພຸດທະສາສະໜາສຳພັນລາວ ເວົ້າວ່າ ຕອນທີ່ ເພິ່ນລະດົມທຶນສ້າງກຸຕິຢູ່ວັດຫລວງປາກເຊໃນຊ່ວງປີ 1950 ນັ້ນ ເພິ່ນໄດ້ນຳເອົາວິທີການໃສ່ບາດຮ້ອຍແປດນີ້ເຂົ້າມາເຜີຍແຜ່ແລ້ວ ແຕ່ຕອນນັ້ນ ຍັງບໍ່ທັນເປັນທີ່ຮູ້ຈັກແລະນິຍົມກັນຫລາຍ.ມີບາງຕຳນານບອກວ່າ ການກຳນົດການໃສ່ບາດຮ້ອຍແປດ ຫຼື ບາດເທໂວນີ້ ແມ່ນມີຄວາມເປັນມາໂດຍອີງໃສ່ປະຫວັດຕອນພຣະພຸດທະເຈົ້າສະເດັດລົງມາຈາກສະຫວັນຊັ້ນດາວະດຶງ ໃນພັນສາທີ 7 ຫຼັງຈາກຕັດສະຮູ້ແລ້ວ. ເພື່ອເທສະໜາໂຜດພຸດທະມານດາ ແລ້ວສະເດັດລົງມາຍັງເມືອງມະນຸດ ຈິ່ງຖືເອົາການໃສ່ບາດນີ້ ເພື່ອລະນຶກແລະບູຊາເຖິງເຫດການສຳຄັນນີ້.
ຈຸດປະສົງແລະຄວາມໝາຍຂອງການໃສ່ບາດຮ້ອຍແປດ ມີສອງລັກສະນະຕາມທີ່ນັກປາດອາຈານໄດ້ພັນລະນາເອົາ ຄື : ອັນທີໜຶ່ງ, ເພື່ອນ້ອມລະນຶກເຖິງຄຸນພຣະພຸດ, ພຣະທັມ ແລະພຣະສົງ ເຊິ່ງນັ້ນນັ້ນ ຄຸນພຣະພຸດມີ 56 ຄຸນພຣະທັມມີ 38 ແລະຄຸນພຣະສົງມີ 14 ລວມເຂົ້າກັນເປັນ 108, ການເຮັດແນວນີ້ແມ່ນເພື່ອບູຊາຄຸນຂອງພຣະຣັຕຕະຣະໄຕ, ອັນທີສອງ ແມ່ນເພື່ອພັກຜ່ອນຈິດໃຈໃຫ້ເປັນສະມາທິ ເນື່ອງຈາກວ່າ ໃນຂະນະທີ່ເຮົາໃສ່ບາດ ຖ້າໃຫ້ຖືກວິທີແທ້ ແມ່ນໃຫ້ກຳນົດຈິດຢູ່ໃນຂະນະປັດຈຸບັນ ຕັ້ງຈິດໃຈໃຫ້ໝັ້ນ ເອີ້ນວ່າ ມີສະມາທິ ເມື່ອຈິດໃຈເປັນສະມາທິ ບຸນກຸສົນກໍເກີດຂື້ນໃນຂະນະນັ້ນ ເວົ້າລວມແລ້ວ ແມ່ນເປັນການຝຶກຈິດໄປໃນໂຕ ເຖິງແມ່ນວ່າຈະເປັນຊ່ວງເວລາອັນສັ້ນ ແຕ່ຖ້າເຮັດໄດ້ ແລ້ວນຳເອົາໄປໃຊ້ໃນຊີວິດປະຈຳວັນ ເຊັ່ນເວລາເຮົາເຮັດວຽກເຮັດງານຢູ່ບ້ານ ຢູ່ເຮືອນ ຖ້າທຸກຂະນະຂອງການເຄືອນໄຫວເຮົາມີຈິດຕັ້ງໝັ້ນ ຈົດຈໍ່ໃນວຽກງານ ເຮົາກໍຈະເຮັດໃຫ້ວຽກງານອັນນັ້ນເກີດປະສິດທິຜົນ ແລະໄດ້ຝຶກຝົນສະຕິແລະສະມາທິໄປພ້ອມໆກັນ.
ການເຮັດແນວນີ້ ເປັນວິທີທີ່ພຣະສົງໃຫ້ໂອກາດແກ່ຍາດໂຍມໄດ້ຝຶກຝົນ ແລະພັກຈິດໃຈໄປທາງອ້ອມ ພ້ອມດຽວກັນນັ້ນ ກໍເປັນສິ່ງປະກອບກັບກິດຈະກຳການໃຫ້ທານຂອງຍາດໂຍມ ແທນທີ່ຈະໃຫ້ເຂົາເຮັດບຸນດ້ວຍການບໍລິຈາກທານໂລດ ແຕ່ເມື່ອມີການໃສ່ບາດຮ້ອຍແປດ ກໍໝາຍຄວາມວ່າ ພໍ່ອອກ ແມ່ອອກທີ່ມາໃສ່ບາດຮ້ອຍແປດນັ້ນ ໄດ້ມີໂອກາດພ່ຳເພັງບຸນຄົບອົງປະກອບສາມຢ່າງໄປພ້ອມໆກັນ ນັ້ນຄື: ເມື່ອໃຫ້ທານດ້ວຍການປ່ອນໃສ່ບາດ ຫຼືບໍລິຈາກແລ້ວ ຕໍ່ໄປກໍໄດ້ຝຶກສະມາທິແບບການເຄື່ອນໄຫວ Dynamic meditation ໃນຂະນະທີ່ໃສ່ບາດຢູ່ ດ້ວຍຈິດຈົດຈໍ່ໃນຄຸນພຣະຣັຕຕະນະໄຕໃນຂະນະປັດຈຸບັນ ເມື່ອຈິດເປັນສະມາທິ ອົງປະກອບທີ່ບໍລິບູນຂອງສິນກໍເກີດຂື້ນ ເພາະວ່າ ເມື່ອໃນອາການທາງກາຍ, ວາຈາ ແລະຈິດໃຈ ເປັນປົກກະຕິ ເມື່ອນັ້ນເປັນສິນຢ່າງບໍລິບູນ. ອັນນັ້ນ ກໍໝາຍຄວາມວ່າ ການໃສ່ບາດຮ້ອຍແປດ ເຮັດໃຫ້ຜູ້ໃສ່ໄດ້ພ່ຳເພັງບຸນຄົບສາມຢ່າງ ຄື ທານ, ສີນ, ພາວະນາ ໄປພ້ອມໆກັນ ແທນທີ່ຈະບໍລິຈາກທານຢ່າງດຽວ.
...... ຈາກ wonderful Laos
|
ຂຽນເມື່ອ: ຕ.ລ.. 22, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ການປຽບທຽບລະຫວ່າງການເກີດຂື້ນຂອງພຸດທະສາສະໜາແລະວິທະຍາສາດ ໂດຍ: ຊ. ວົງໂສພາ ການເກີດຂື້ນຂອງສາສະໜາທົ່ວໄປ: ກ່ອນຈະເວົ້າເຖິງການເກີດຂື້ນຂອງພຸດທະສາສະໜາ ຂໍກ່າວເຖິງພື້ນຖານການເກີດຂື້ນຂອງສາສະໜາທົ່ວໄປສາກ່ອນ. ນັບຕັ້ງແຕ່ຍຸກກ່ອນປະຫວັດສາດແລະຍຸກຫີນໃໝ່ເປັນຕົ້ນມາ ສາສະໜາແມ່ນມີການເກີດຂື້ນຈາກຄວາມຢ້ານກົວຂອງມະນຸດຕໍ່ອຳນາດຂອງທຳມະຊາດ ຍ້ອນພວກເຂົາສັງເກດເຫັນວ່າ ປະກົດການຂອງທຳມະຊາດ ອັນມີຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ພາຍຸ, ພູເຂົາ, ຕົ້ນໄມ້ ອາດມີຈິດວິນຍານ ຫຼືສິ່ງສັກສິດສະຖິດຢູ່ ແລ້ວກໍ່ໃຫ້ເກີດມີການເຊື່ອຖື ມີການບວງສວງສິ່ງສັກສິດ ເກີດເປັນປະເພນີແລ້ວພັດທະນາມາເປັນສາສະໜາຂອງເຂົາເຈົ້າ. ການເຊື່ອຖືແນວນັ້ນ ເປັນຜົນດີຕໍ່ພວກເຂົາ ເພື່ອບັນເທົາຈິດໃຈອັນເກີດຈາກການຢ້ານກົວຕໍ່ໄພທຳມະຊາດ ຫຼືສິ່ງທີ່ເໜືອຄວາມສາມາດແລະອຳນາດຂອງມະນຸດ ນອກນີ້ ມັນຍັງເຮັດໃຫ້ຄົນຮູ້ຈັກເຄົາລົບຕໍ່ທຳມະຊາດ ແລະເຄົາລົບຕໍ່ບັນພະບຸລຸດຂອງຕົນອີກດ້ວຍ. ແຕ່ສິ່ງພາຍໃນສິ່ງທີ່ເປັນຜົນດີ ແລະມີເຫດຜົນ ຍັງມີສິ່ງທີ່ເປັນຜົນເສັຍສຳລັບການເຊື່ອຖືແບບນີ້ຢູ່ ເຊັ່ນການບວງສວງ ມີການຂ້າສັດ ຂ້າງົວ, ຂ້າຄວາຍ, ຂ້າໝູ ຫຼືແມ່ນແຕ່ຂ້າຄົນເພື່ອບວງສວງກໍມີໃນບາງສາສະໜາ ອັນເປັນເຫດໃຫ້ເກີດການພາກຊີວິດທີ່ບໍລິສຸດ ໃຜຜູ້ໜຶ່ງໄປໂດຍໄຮ້ເຫດຜົນ ຖ້າທຽບກັບພຸດທະສາສະໜາແມ່ນເປັນການທຳປານະຕິບາດ. ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນຄວາມເປັນມາໂດຍຫຍໍ້ທີ່ສຸດຂອງພື້ນຖານສາສະໜາທົ່ວໄປ ໂດຍສະເພາະແມ່ນສາສະໜາແບບບູຮານ ຫຼືການເຊື່ອຖືຜີເປັນຕົ້ນ. ແຕ່ຖ້າເວົ້າເຖິງການເກີດຂື້ນຂອງພຣະພຸດທະສາສະໜາແລ້ວ ແມ່ນມີຄວາມແຕກຕ່າງກັນຫຼາຍກັບຄວາມໝາຍຂອງສາສະໜາທົ່ວໄປ. ການເກີດຂື້ນຂອງພຸດທະສາສະໜາ: ພຣະພຸດທະສາສະໜາໃນຍຸກພັດທະກັບປ໌(ຍຸກທີ່ໂລກມີຄວາມຈະເລີນ) ເກີດຂື້ນເມື່ອ 2553 ປີຜ່ານມາ ເມື່ອເຈົ້າຊາຍສິດທັດຖະແຫ່ງສາກກະຍະວົງໄດ້ອອກບວດແລະໄດ້ຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າພາຍໃຕ້ຕົ້ນສີມະຫາໂພ ກາຍເປັນສາສະດາຂອງພຣະພຸດທະສາສະໜາແລ້ວນຳເອົາທັມມະຄຳສັ່ງສອນເຜີຍແຜ່ໃຫ້ກ້ວາງຂວາງອອກໄປແຕ່ບັດນັ້ນເຖິງຍຸກປັດຈຸບັນ ກາຍເປັນສາສະໜາສຳຄັນຂອງໂລກ. ຖ້າຈະເວົ້າຕາມຫຼັກການແລະຄວາມເປັນຈິງຂອງພຸດທະປະເພນີ ແລະເຊື້ອສາຍຂອງພຸດທະວົງແລ້ວ, ພຣະພຸດທະສາສະໜາມີມາກ່ອນໜ້ານີ້ນັບຢ້ອນໄປບໍ່ຖ້ວນທີ່ມີພຣະພຸດທະເຈົ້າອຸບັດຂື້ນໃນໂລກນີ້ ຫຼາຍກວ່າເມັດຊາຍໃນມະຫາສະໝຸດ(ເຖິງແມ່ນວ່າໂລກຫາກໍ່ວິວັດທະນາການມາຫາກໍບໍ່ທໍ່ໃດ ແຕ່ຕາມຫຼັກພຸດທະສາສະໜາ ໂລກໄດ້ມີການແຕກດັບແລະເກີດຂື້ນຫຼາຍຄັ້ງກ່ອນຈະມີໂລກປັດຈຸບັນ ອາດຈະໄດ້ອ່ານໄດ້ບົດຄວາມຕໍ່ໄປ). ແຕ່ສຳລັບໃນຍຸກພັດທະກັບປ໌ນີ້ ພຣະພຸດທະເຈົ້າມີນາມວ່າ ມະຫາສະມະໂຄຄົມ. ສາເຫດຂອງການເກີດຂື້ນຂອງພຣະພຸດທະສາສະໜາ ແຕກຕ່າງຈາກການເກີດຂື້ນຂອງສາສະໜາພື້ນຖານທົ່ວໄປຢູ່ບ່ອນວ່າ: ພຣະໂພທິສັດ(ຜູ້ທີ່ຈະເປັນພຣະພຸດທະເຈົ້າໃນອະນາຄົດ) ໄດ້ເກີດມີຄວາມແໜງໜ່າຍໃນວັດຕະສົງສານ ເມື່ອສັງເກດເຫັນເທວະທູດທັງສີ່ ຄື : ຄົນເຖົ້າ, ຄົນເປັນພະຍາດໂຣຄາ, ຄົນຕາຍ ແລະນັກບວດ. ເມື່ອເປັນແນວນັ້ນ ກໍມີຈິດໃຈປາດຖະໜາຢາກຫຼຸດພົ້ນອອກຈາກທະເລທຸກແຫ່ງການວຽນວາຍຕາມເກີດ, ຢາກເອົາຊະນະການເກີດແລະການຕາຍ, ຢາກເອົາຊະນະກິເລສ ຫຼືເວົ້າລວມແລ້ວ ແມ່ນເພື່ອສະແຫວງຫາເສັ້ນທາງຂອງຄວາມດັບທຸກ ນັ້ນຄື ການບໍ່ເກີດອີກ ແລະຈຸດໝາຍປາຍທາງກໍຄືການເຂົ້າເຖິງນິບພານ ເຊິ່ງເປັນເປົ້າໝາຍສູງສຸດຂອງພຣະພຸດທະສາສະໜາ ນັ້ນຄືຈິດໃຈໄດ້ຕັດສະຮູ້ເປັນອໍຣະຫັນຕະສັມມາສັມພຸດທະເຈົ້າ ແລະອໍຣະຫັນຕະສາວົກ. ອີກທັດສະນະໜຶ່ງວ່າ ການເກີດຂື້ນຂອງພຸດທະສາສະໜານັ້ນ ຖ້າໃນທັດສະນະຂອງນັກການເມືອງ ກໍຈະມີຄວາມຄິດໄປອີກວ່າ ພຣະພຸດທະເຈົ້າອຸບັດຂື້ນໃນອິນເດຍຕອນນັ້ນ ແມ່ນເພື່ອປະຕິວັດສັງຄົມຂອງອິນເດຍທີ່ມີພື້ນຖານການແບ່ງແຍກຊົນຊັ້ນວັນນນະ ເພື່ອນຳເອົາຄວາມສະເໝີພາບມາສູ່ສັງຄົມມະນຸດ. ການເກີດຂື້ນຂອງວິທະຍາສາດ: ການກຳເນີດຂອງວິທະຍາສາດ ມີຄວາມຄ້າຍຄືກັນກັບການເກີດຂື້ນຂອງສາສະໜາຕ່າງໆຢູ່ບ່ອນວ່າ ມັນເກີດຈາກຈິດໃຈເປັນພື້ນຖານເບື້ອງຕົ້ນ ຄື ຜູ້ເປັນນັກຄົ້ນຄ້ວາທາງວິທະຍາສາດ ມີຄວາມປາດຖະໜາຢາກຮູ້ຄວາມມະຫັນສະຈັນຂອງທຳມະຊາດ ແລະຈັກກະວານອັນກ້ວາງໃຫຍ່ນີ້ ແລ້ວຫາວິທີຄົ້ນຄ້ວາ ເພື່ອວ່າຈະສາມາດພິຊິດທຳມະຊາດໃຫ້ໄດ້ ຫວັງຢາກຄອບຄອງໂລກ ໂດຍໃຊ້ສັດທາແລະຄວາມຮູ້ຄວາມສາມາດຂອງຕົນ ຄົ້ນຄ້ວາພັດທະນາ ໂດຍຜ່ານການສັງເກດການ, ຜ່ານການພິສູດແລະທົດລອງຕາມຂະບວນການທາງວິທະຍາສາດ ເມື່ອໄດ້ຜົນແລ້ວກໍນຳໃຊ້ທຳມະຊາດອັນນັ້ນເຂົ້າໃນການພັດທະນາທຳມະຊາດເອງໃຫ້ກາຍເປັນສິ່ງຕອບສະໜອງກັບຄວາມຕ້ອງການຂອງມະນຸດ ໂດຍສະເພາະແມ່ນການພັດທະນາທາງດ້ານວັດຖຸ ຍ້ອນພວກເຂົາເຈົ້າເຊື່ອວ່າ ຄວາມສຸກຂອງມະນຸດຢູ່ທີ່ການມີວັດຖຸຊົມໃຊ້ຕາມໃຈປາດຖະໜາ. ສະນັ້ນ, ການເກີດຂື້ນແລະການພັດທະນາທາງວິທະຍາສາດ ຈິ່ງເນັ້ນໜັກໄປໃນເລື່ອງຄວາມກ້າວໜ້າທາງດ້ານວັດຖຸຫຼາຍກວ່າທາງດ້ານຈິດໃຈ ແຕ່ມີຈຸດກຳເນີດຮ່ວມກັບກັບພຸດທະສາສະໜາຢູ່ບ່ອນວ່າ ກ່ອນວິທະຍາສາດຈະກ້າວໄປໄກໄດ້ ຈຸດເລີ່ມຕົ້ນກໍຢູ່ທີ່ການຮັບຮູ້ ການສັງເກດການຕ່າງໆ ໂດຍໃຊ້ອາຍະຕະທັງຫ້າ ຫຼືຫົກຢ່າງ ຄື ໃຊ້ ຕາ, ຫູ, ດັງ…ເປັນຕົ້ນ ຈິ່ງສາມາດພິສູດທົດລອງທາງວິທະຍາສາດໃຫ້ກ້າວໜ້າໄດ້ ຈົນສາສາມາດພັດທະນາການເຖິງການຄົ້ນພົບສິ່ງທີ່ນ້ອຍທີ່ສຸດ ໂດຍທີ່ຄວາມສາມາດທາງອິນຊີຂອງມະນຸດບໍ່ສາມາດຢ່ັງຮູ້ໄດ້ ຈິ່ງໄດ້ມີວັດຖຸອຸປະກອນທາງວິທະຍາສາດເຂົ້າມາຊ່ວຍນັ້ນຄື ການມີກ້ອງຈຸລະທັດ ແລະອຸປະກອນທີ່ທັນສະໄໝອື່ນໆ. ສ່ວນພຣະພຸດທະສາສະໜາ ມີເປົ້າໝາຍພັດທະນາໄປໃນເລື່ອງຂອງຮູບ ນາມ ອັນເປັນສະພາວະທີ່ໃຊ້ການສຳຜັດຜ່ານຂັ້ນຕອນຂອງອາຍະຕະພາຍໃນແລະນອກ ຫຼື ອາຍະຕະນະ 12 ຕ່າງຈາກວິທະຍາສາດ ຢູ່ບ່ອນວ່າເນັ້ນໜັກໄປໃນເລື່ອງຂອງຈິດໃຈ ເຊິ່ງໃນນັ້ນ ເບື້ອງຕົ້ນກໍເປັນສິ່ງທີ່ປະສາດສຳຜັດສາມາດຮັບຮູ້ໄດ້ ຈົນພັດທະນາຮັບຮູ້ໄປສູ່ສິ່ງທີ່ຕາເນື້ອຂອງມະນຸດທຳມະດາບໍ່ສາມາດຮັບຮູ້ໄດ້. ນັ້ນຄື ເວົ້າເຖິງການເຂົ້າເຖິງສະພາວະທັມທີ່ເປັນຂັ້ນສູງຂື້ນໄປ ຜ່ານຂະບວນການພັດທະນາທາງດ້ານຈິດໃຈ ທີ່ກ່ຽວຂ້ອງກັບຊານ, ສະມາບັດ, ເວົ້າເລື່ອງພົບ, ເລື່ອງຊາດ, ເລື່ອງມິຕິລຶກລັບສັບຊ້ອນຕ່າງໆ ລ້ວນແຕ່ແມ່ນຜູ້ທີ່ມີຈິດໃຈພັດທະນາທີ່ເປັນວິທະຍາສາດທາງຈິດໃຈເທົ່ານັ້ນຈິ່ງສາມາດເຂົ້າເຖິງໄດ້ ເມື່ອໃຈພັດທະນາໃຫ້ເຖິງຂັ້ນແລ້ວ ກໍສາມາດເປັນອຸປະກອນສື່ສານໃຫ້ຮັບໄດ້ ໂດຍທີ່ອຸປະກອນທາງວັດຖຸຄືວິທະຍາສາດຍັງບໍ່ທັນສາມາດພິສູດໄດ້. ສະລຸບລວມແລ້ວ ການເກີດຂື້ນຂອງພຸດທະສາສະໜາ ແມ່ນເກີດຂື້ນຈາກ ຄວາມປາດຖະໜາທີ່ຈະເອົາຊະນະຄວາມທຸກ ຄືການວຽນວາຍຕາຍເກີດໃນວັດຕະສົງສານ ແຕ່ໃນຂະນະດຽວກັນ ວິທະຍາສາດເກີດຂື້ນເພື່ອມີຄວາມປາດຖະໜາເພື່ອຫວັງຢາກພິຊິດກັບທຳມະຊາດ ແລະພັດທະນາທຳມະຊາດມາຮັບໃຊ້ສັງຄົມມະນຸດ ໂດຍເນັ້ນໜັກສະເພາະທາງດ້ານວັດຖຸຫຼາຍກວ່າທາງດ້ານຈິດໃຈໃນທາງພຣະພຸດທະສາສະໜາ.
|
ຂຽນເມື່ອ: ຕ.ລ.. 20, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ຄົນສ່ວນໃຫຍ່, ໄວໜຸ່ມໄວສາວ ສ່ວນໃຫຍ່ ບໍ່ສົນໃຈສຶກສາຮຽນຮູ້ໃນສາຂາວິຊາ ຫຼືຄວາມຮູ້ທີ່ເປັນສາຣະແກ່ນສານແກ່ຊີວິດ. ຖ້າເວົ້າເຖິງການອ່ານ ກໍມີນິໄສມັກອ່ານແຕ່ເລື່ອງບັນເທີງ,ເລື່ອງຄວາມຮັກ ທີ່ພວກເຂົາເຈົ້າເຫັນວ່າ ເບົາສະໝອງ ບໍ່ຫຍຸ້ງຍາກສັບສົນ. ແຕ່ມີນ້ອຍ ທີ່ຈະອ່ານ ວັນນະຄະດີ, ປະຫວັດສາດ ສິ່ງທີ່ກ່ຽວຂ້ອງກັບວັດທະນະທັມຂອງຊາດຕົນ ຈິ່ງເຮັດໃຫ້ແນວຄິດຮັກຊາດ,ຮັກວັດທະນະທັມ ແລະການເຂົ້າເຖິງແກ່ນແທ້ຂອງຊີວິດມີນ້ອຍ. ເຮົາສາມາດສັງເກດເຫັນໄດ້ຈາກວາລະສານຕ່າງໆ ທີ່ກຳລັງເກີດຂື້ນໃນລາວ ສ່ວນໃຫຍ່ແມ່ນມີນ້ອຍສິ່ງທີ່ເປັນຂໍ້ມູນໃຫ້ຄວາມຮູ້ໃນວິຊາການທີ່ເລິກເຊິ່ງ ສ່ວນໃຫຍ່ມີແຕ່ໂຄສະນາສິນຄ້າ, ໂຄສະນານາງແບບ... ອັນນີ້ເປັນສັນຍານເຕືອນໃຫ້ຮູ້ວ່າ ສັງຄົມລາວກຳລັງຢູ່ໃນຈຸດການປ່ຽນແປງ ໄປໃນລັກສະນະທັນສະໄໝເກີນໄປ ຈົນຫັນຫຼັງໃຫ້ການໃຫ້ຄຸນຄ່າທາງດ້ານວັດທະນະທັມນ້ອຍລົງ. ຄວາມຄິດທີ່ເປັນເສລີນິຍົມຂອງໄວໜຸ່ມຈິ່ງຫຼາຍຂື້ນ. ນີ້ເປັນສິ່ງທີ່ບົ່ງບອກໃຫ້ຮູ້ວ່າ ເຂົາກຳລັງຫັນຫຼັງໃຫ້ຄວາມໝາຍສຳຄັນຂອງຊີວິດ ເຊັ່ນເລື່ອງວັດທະນະທັມ, ເລື່ອງວັດວາສາສະໜາ ກາຍເປັນເລື່ອງລ້າສະໄໝສຳລັບເຂົາ. ເພື່ອບໍ່ໃຫ້ຈິດໃຈຂອງໄວໜຸ່່ມຊາວໜຸ່ມປ່ຽນໄປຢ່າງສຸດຂ້ວາ ພວກເຂົາເຈົ້າຈະຕ້ອງໄດ້ມີການຫັນມາເບິ່ງຕົວເອງ, ເບິ່ງວັດທະນະທັມຂອງຕົນຕື່ມອີກ ຈິ່ງຈະເອີ້ນວ່າຄົນລາວ, ຮັກວັດທະນະທັມລາວຢ່າງແທ້ຈິງ.
|
ຂຽນເມື່ອ: ຕ.ລ.. 18, 2010
| ມີ
3 ຄຳເຫັນ
ແລະ
0 trackback(s)
ປະຖະວີ : ບາງຄັ້ງຂຽນວ່າ ປະຖະພີ (ຍ້ອນປ່ຽນ ວ ເປັນ ພ) ແປວ່າ ແຜ່ນດິນ, ພື້ນທີ່ ປະຖາວີ : ຄົນເດີນທາງ, ຄົນເດີນທາງໄກ ( ປະເຖ ຄັຈສະຕີຕິ ປະຖາວີ : ຜູ້ດຳເນີນໄປໃນຫົນທາງ, ປະຖະ ບົດໜ້າ ວີ ປັດໄຈ, ທີຄະ ອະ ເປັນ ອາ) ປະທະວີ : ຖະໜົນ, ທາງເດີນ (ຕົວຢ່າງ: ປະທະຕິ ຄັຈສະຕິ ເອຕຖາຕິ ປະທະວີ, ປະທະ ທາດໃນຄວາມໝາຍວ່າໄປ, ເຖິງ, ເປັນໄປ, ອະວະ ປັດໄຈ ອີ. ອີຕຖີລິງຄ໌)
ໃນຄຳສັບສາມຄຳທີ່ນຳມາສະເໜີ ເຮົາຈະເຫັນໄດ້ວ່າ ລະຫວ່າງຕົວ ຖ ກັບ ທ ຖ້າຂຽນຜິດ ກໍຈະມີຄວາມໝາຍໄປແນວໃໝ່. ສ່ວນໃນວົງເລັບນັ້ນ ເປັນພຽງຄຳຕົວຢ່າງ ແລະຄຳອະທິບາຍທີ່ໄປທີ່ມາ ແລະອົງປະກອບຂອງຄຳສັບເທົ່ານັ້ນ. - ໃຈຢາກບຸແຜ່ນພື້ນ.................ພາຍພາກປະຖະພີ ເບິ່ງເດ!
ຢາກຫຼີກໜີເມືອງມະນຸດ..........ສູ່ແດນບາດານໃຕ້ ຄິດຢາກໄປເນົາຢັ້ງ.................ນຳນາຄາພະຍານາກ ກັບທັງທໍລະນີແມ່ເຈົ້າ.............ຜູ້ຊູຄ້ຳແຜ່ນດິນ. - ແຕ່ວ່າທາງດຸ່ງດັ້ນ.................ແປວປ່ອງປະທະວີ
ບໍ່ຫ່ອນມີທາງໄຂ...................ໃຫ້ຄົນທຽວດັ້ນ ເກງວ່າຄົນພາຍກ້ຳ.................ໃນເມືອງມະນຸດໂລກ ເຮົານີ້ ຈະໂລໂພໂລບລ້ຽວ.................ທຽວໄປຊິງຊ່ວງແຍ້ງ ຊັບສົມບັດພາກພື້ນ................ ໃຫ້ກຸດຫ້ຽນບໍ່ຍັງ ພຸ້ນແລ້ວ. (ລອງແຕ່ງກອນປະກອບຄຳສັບ)
|
ຂຽນເມື່ອ: ຕ.ລ.. 16, 2010
| ມີ
1 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ປະຣະມານູໃນທາງວິທະຍາສາດແລະພຣະພຸດທະສາສະໜາ ຮຽບຮຽງໂດຍ: ຊ. ວົງໂສພາ
ເມື່ອພຣະສັມມາສັມພຸດທະເຈົ້າຊົງສະແດງເລື່ອງໃດແລ້ວ ກໍບໍ່ໄດ້ຂໍໃຫ້ໃຜເຊື່ອເສີຍໆ ເພິ່ນຍັງໃຫ້ພິສູດໄດ້ດ້ວຍຕົນເອງ ທັງພາກທິດສະດີແລະປະຕິບັດ ເລື່ອງຜີສາງເທວະດາກໍເຊັ່ນດຽວກັນ. ປະຣະມານູຄືຫຍັງ? ໃນທາງໂລກວິທະຍາສາດ ໄດ້ມີຄຳອະທິບາຍວ່າ ສ່ວນທີ່ນ້ອຍທີ່ສຸດນອງທາດໜຶ່ງໆທີ່ມີຢູ່ ແລະຍັງຮັກສາລັກສະນະ ຄຸນສົມບັດຂອງທາດນັ້ນໄວ້ ເຮົາເອີ້ນວ່າ: ປະຣະມານູ ຂອງທາດນັ້ນ. ປະຣະມານູ ຂອງທາດຕ່າງໆເຊັ່ນ: hydrogen, oxygen, copper, uranium ເປັນຕົ້ນ. ປະຣະມານູທັງຫຼາຍປະກອບດ້ວຍໃຈກາງທີ່ໜາແໜ້ນ ແລະໃຈການທີ່ໜ້າແໜ້ນນີ້ ເອີ້ນວ່າ ນິວຄລຽສ (nucleus) ມີອີເລັກຕຣອນ(electron)ແວດລ້ອມນິວຄລຽສຢູ່. ໃຈການທີ່ເອີ້ນວ່າ ນິວຄລຽສນັ້ນ ປະກອບດ້ວຍອະນຸພາກ 2 ຊະນິດດ້ວຍກັນຄື: ໂປຕຣອນ(proton) ແລະນິວຕຣອນ(neutron) ຊຶ່ງໂປຣຕຣອນແລະນິວຕຣອນທັງສອງຊະນິດນີ້ ມີມວນສານ(mass)ເກືອບເທົ່າກັນ. ສຳລັບໂປຣຕຣອນນັ້ນ ມີສົ້ນຂ້ວາປະຈຸໄຟຟ້າບວກ ແຕ່ສ່ວນນິວຕຣອນນັ້ນເປັນໃຈກາງ ບໍ່ໄດ້ປະຈຸໄຟຟ້າ ແລະຮອບໆນອກຂອງນິວຄລຽສມີອີເລັກຕຣອນເຊິ່ງປະຈຸໄຟຟ້າລົບແລ່ນອ້ອມຢູ່ເປັນວົງໆ. ລັກສະນະຂອງປະຣະມານູນັ້ນ ກໍບໍ່ໄດ້ແຕກຕ່າງກັນໄປກັບຈັກກະວານຂອງດວງດາວເຄາະທັງຫຼາຍ ທີໂຄຈອນອ້ອມດວງອາທິດ. ດວງອາທິດກໍປຽບເໝືອນເປັນນິວຄລຽສ ດາວພະເຄາະທັງຫຼາຍກໍປຽບເໝືອນອີເລັກຕຣອນທີ່ແລ່ນອ້ອມນິວຄລຽສ ທີ່ໝູນວຽນໄປທັງໄກແລະໃກ້. ດວງດາວທັງຫຼາຍກໍບໍ່ພົ້ນໄປຈາກຄວາມດຶງດູດຂອງນິວຄລຽສ. ສາຣະວັດຖຸທັງຫຼາຍ ປະກອບກັນຂື້ນດ້ວຍອະນຸພາກທີ່ນ້ອຍສຸດຢ່າງຄາດບໍ່ເຖິງ ອະນຸພາກທີ່ນ້ອຍສຸດນີ້ເອີ້ນວ່າ: ປະຣະມານູ ແລະອະນຸພາກທີ່ນ້ອຍນີ້ ກໍສາມາດແຍກອອກມເປັນໂປຣຕອນ ນິວຕຣອນ ແລະອີເລັກຕຣອນ ແຕ່ຢ່າງໃດກໍດີ ປະຣະມານູທັງຫຼາຍ ບໍ່ໄດ້ຕັ້ງຢູ່ໃນຖານະ ມີສະຖຽນລະພາບ ຕ້ອງເຄື່ອນໄຫວຢູ່ຕະຫຼອດເວລາ. ປະຣະມານູໃນພຣະພຸດທະສາສະໜາ ຄຳວ່າ ປະຣະມານູ ເປັນພາສາປາລີ ພຣະສັມມາສັມພຸດທະເຈົ້າໄດ້ຊົງສະແດງມາແລ້ວກ່ອນໜ້ານີ້ 2553 ປີ ແຕ່ຕໍ່ມາ ນັກວິທະຍາສາດໄດ້ນຳເອົາຄຳນີ້ໄປໃຊ້. ສະນັ້ນ, ເມື່ອເວລາກ່າວເຖິງປະຣະມານູ ຄົນສ່ວນໃຫຍ່ ອາດຈະຄຶດວ່າ ເປັນປະຣະມານູທາງວິທະຍາສາດ ແມ່ນແຕ່ຄຳວ່າ ອະນູ ກໍເຊັ່ນກັນ. ຄວາມມຸ້ງໝາຍຂອງພຣະສັມມາສັມພຸດທະເຈົ້າໃນການສະແດງເລື່ອງນີ້ ແຕກຕ່າງກັນກັບທາງວິທະຍາສາດໃນປັດຈຸບັນ ທີ່ກຳລັງຄົ້ນຄວ້າກັນຢູ່ ຍ້ອນຈຸດມຸ້ງໝາຍທາງວິທະຍາສາດແມ່ນເພື່ອເອົາປະຣະມານູໄປໃຊ້ໃຫ້ເປັນປະໂຫຍດໃນຍາມສັນຕິ ແລະໃນຍາມສົງຄາມ ແຕ່ພຣະພຸດທະອົງຊົງປາຖະໜາ ເພື່ອໃຫ້ຜູ້ສຶກສາມີຄວາມເຂົ້າໃຈໃນເລື່ອງຊີວິດ ໃນສ່ວນທີ່ເປັນຮູບ ເພື່ອໃຫ້ເຫັນຄວາມຈິງຂອງຮູບ ຕັ້ງແຕ່ເກີດໄປຈົນກະທັ້ງເຖິງແກ່ຄວາມຕາຍ ທັງຮູບທີ່ແນມເຫັນໄດ້ດ້ວຍຕາ ກັບຮູບທີ່ບໍ່ສາມາດແນມເຫັນໄດ້ດ້ວຍຕາ ເຊັ່ນຮູບທີ່ປະກົດຂື້ນມາ ໃນຂະນະປະຕິສົນທິເປັນມະນຸດ ຮູບເຜດ ຮູບອະສຸຣະກາຍ ແລະຮູບເທວະດາເປັນຕົ້ນ ກັບທັງເພື່ອໃຫ້ຜູ້ສຶກສາໄດ້ເຫັນຕາມຄວາມເປັນຈິງວ່າ ຄົນຫຼືສັດທັງຫຼາຍ ຫຼືບໍ່ວ່າຈະເປັນຮູບອັນໃດ ທີ່ເຮົາແນມເຫັນໄດ້ ຢູ່ຕໍ່ໜ້າຕໍ່ຕາເປັນຮູບຫຍາບໆ ແລ້ວເຫັນວ່າ ສວຍສົດງົດງາມ ເກີດຄວາມເພິ່ງພໍໃຈ ຈົນກາຍເປັນຄວາມຫຼົງໄຫຼນັ້ນ ແທ້ຈິງເປັນຮູບຂອງປະຣະມານູແຕ່ລະໜ່ວຍມາປະຊຸມກັນ ແລ້ວປະຣະມານູເຫຼົ່ານັ້ນ ບໍ່ມີສະຖຽນລະພາບ ຍ້ອນວ່າທຸກວິນາທີທີ່ຜ່ານໄປ ຍ່ອມຈະຕັ້ງໝັ້ນບໍ່ໄດ້ ຍ່ອມຈະປ່ຽນແປງໄປຢູ່ສະເໝີ ເປັນອະນິດຈັງ ຄວາມບໍ່ທ່ຽງ ເປັນທຸກ ແປວ່າ ທົນຢູ່ໃນສະພາບເດີມບໍ່ໄດ້ ແລະເປັນອະນັດຕາ ຍ້ອນເປັນພຽງແຕ່ຮູບມາປະຊຸມກັນຊົ່ວຄາວເທົ່ານັ້ນ ບໍ່ແມ່ນຕົວຕົນ ຄົນ ສັດ ຍິງ ຊາຍປະການໃດ ທັງບັງຄັບບັນຊາບໍ່ໄດ້. ເພື່ອສຶກສາໃຫ້ເຂົ້າໃຈໃນປະກົດການຂອງທຳມະຊາດທີ່ແອບແຝງຢູ່ຢ່າງເລັ້ນລັບຂອງສັບພະສິ່ງ ແລະຂອງຕົວເອງແລ້ວ ປັນຍາກໍຈະເກີດຂື້ນ ເຫັນຫົນທາງທີ່ຈະພົ້ນໄປຈາກຄວາມທຸກ ຄືຫົນທາງທີ່ຈະເຮັດໃຫ້ການວຽນວາຍຕາຍເກີດຢຸດສະງັກລົງ ແລະພະຍາມັດຈຸລາດ ຈະບໍ່ໄດ້ຄອຍເຝົ້າຖາມຫາຢູ່ທຸກຊາດ ອີກຕໍ່ໄປ. ປະຣະມານູໃນທາງພຸດທະສາສະໜາ ແຍກຈາກເມັດເຂົ້າເປືອກໃຫ້ນ້ອຍໆໄປເລື້ອຍໆ ຈົນເຖິງປະຣະມານູ. ດັ່ງທີ່ຜາກົດໃນຄາຖາປະລິນິຄັນທຸ(ອະພິທານນັປປະທີປິກາ) ຄາຖາທີ 194 ແລະຄາຖາທີ195 ໃນພູມິກັນດ໌ວ່າ: ສຕຕິ۬ສ ປຣມານູນ ເມໂກ ນຸຈ ສຕິ۬ ເຕ ຕຊຊຣີ ຕາປີ ສຕຕິ۬ສ ຣຖເຣນຸຈ ສຕິ۬ສ ເຕ ລິກຂາ ຕາ ສຕຕ ອູກາ ຕາ ທນຍມາໂສຕິ ສຕຕ ເຕ. ມີຄວາມແປວ່າ: 36 ປະຣະມານູ ເປັນ 1 ອະນູ 36 ອະນູເຫຼົ່ານັ້ນ ເປັນ 1 ຕັຊຊາຣີ 36 ຕັຊຊາຣີເຫຼົ່ານັ້ນ ເປັນ 1 ຣະຖະເຣນູ 36 ຣະຖະເຣນູເຫຼົ່ານັ້ນ ເປັນ 1 ລິກຂາ 7 ລິກຂາ ເປັນ 1 ອູກາ 7 ອູກາເຫຼົ່ານັ້ນ ເອີ້ນວ່າ ທັນຍະມາສ. ເມື່ອເຮົາຄູນຕົວເລກເຫຼົ່ານີ້ ເຮົາກໍຈະໄດ້ເຖິງ82 ລ້ານສ່ວນ ກັບເສດອີກຫຼາຍແສນ ເຮົາກໍຈະເຫັນໄດ້ວ່າ ໃນ 1 ປະຣະມານູນັ້ນ ມາຈາກເມັດເຂົ້າ 1 ເມັດ ເຊິ່ງແຍກອອກເລື້ອຍໆໄປ ແຕ່ ຮູບປະຣະມານູທັງໝົດເຫຼົ່ານີ້ ເຖິງແມ່ນວ່າເຮົາຈະເຫັນຫຼືສຳຜັດຖືກຕ້ອງບໍ່ໄດ້ແລ້ວ ກໍຍັງຈັດວ່າເປັນຮູບຫຍາບຢູ່ຫຼາຍ ຍ້ອນຍັງມີຮູບທີ່ລະອຽດກ່ວ່ານີ້ອີກຫຼາຍຕ່າງຫາກ. ຮູບທັງໝົດມີຢູ່ 28 ຮູບ ເປັນຮູບປະຣະມານູ ແຕ່ເປັນຮູບຫຍາບ 12 ຮູບ ເຫຼືອອີກ16 ຮູບ ເປັນຮູບລະອຽດ ປະນີດຍິ່ງກວ່າປະຣະມານູດັ່ງໄດ້ສະແດງມາແລ້ວ. ທຸກໆປະຣະມານູ ເຖິງແມ່ນວ່າບໍ່ສາມາດແນມເຫັນໄດ້ ແລະສຳຜັດບໍ່ໄດ້ ແຕ່ກໍປະກອບດ້ວຍ ປະຖະວີ ອາໂປ ເຕໂຊ ວາໂຍ ວັນນະ ຄັນທະ ຣະສະ ໂອຊະ ຄື ທາດດິນ ນ້ຳ ໄຟ ລົມ ສີ ກິ່ນ ຣົສ ແລະໂອຊະ ເອີ້ນຊື່ປະຣະມານູນີ້ວ່າ ອະວິນິບໂພຄະຣູບ8. ອາໂປ: ທາດນ້ຳ ບໍ່ແມ່ນນ້ຳທີ່ເຮົາໃຊ້ດື່ມ, ວາໂຍ : ທາດລົມ ບໍ່ແມ່ນລົມທີ່ພັດໄປມາ, ແລະໂອຊະ : ກໍບໍ່ແປວ່າແຊບຊ້ອຍ ເມື່ອຜູ້ສຶກສາມີຄວາມເຂົ້າໃຈແລ້ວ ຈະເຫັນຄວາມພິດສະດານຢ່າງຍິ່ງ. ປະຣະມານູທັງຫຼາຍເຫຼົ່ານີ້ ເອີ້ນວ່າ ອະວິນິບໂພຄະຣູບ ແລະອະວິນິບໂພຄະຣູບນີ້ ຈະຕ້ອງມີທາດທັງ 8 ສະເໝີ ຈະບໍ່ມີປະຣະມານູໃດທີ່ເກີນກວ່າທາດທັງ8 ຫຼືນ້ອຍກວ່າ8 ເຖິງແມ່ນວ່າຈະມີການແຍກແນວໃດ ກໍຕ້ອງມີ 8 ສະເໝີ ເພາະວ່າທາດທັງ8 ນີ້ ແຍກອອກຈາກກັນບໍ່ໄດ້. ເຖິງແມ່ນວ່າ ປະຣະມານູນັ້ນຈະມີຂະໜາດນ້ອຍພຽງໃດກໍຕາມ ແລະບໍ່ສາມາດເຫັນຫຼືສຳຜັດໄດ້ ແຕ່ພຣະສັມມາສັມພຸດທະເຈົ້າຍັງສະແດງວ່າ ທຸກປະຣະມານູນັ້ນ ບໍ່ໄດ້ຕິດກັນ ແຕ່ຫາກມີຊ່ອງວ່າງລະຫວ່າງປະຣະມານູ ເຊິ່ງໃນພາສາທາງທັມເພິ່ນເອີ້ນວ່າ ປະຣິຈເສທະຣູບ ເຊິ່ງເປັນຊື່ຂອງຮູບຢ່າງໜຶ່ງ ຍ້ອນວ່າມີຮູບຂື້ນມາແລ້ວ ມັນຈະຕ້ອງມີຊ່ອງວ່າງຂັ້ນຮູບສະເໝີ. ນອກຈາກນີ້ ພຣະພຸດທະອົງຍັງສະແດງວ່າ ທຸກໆ ປະຣະມານູ ບໍ່ຢຸດນິ້ງຢູ່ເສີຍໆ ມັນຈະເຄື່ອນໄຫວຢູ່ຕະຫຼອດເວລາໂດຍບໍ່ຢຸດພັກເລີຍ ດ້ວຍອຳນາດຂອງ ອຸນຫະເຕໂຊ ທາດໄຟ ຄືຄວາມຮ້ອນ(ສີຕະເຕໂຊ ຄວາມເຢັນ ກໍຄື ຮ້ອນນ້ອຍ). ເຖິງແມ່ນວ່າປະຣະມານູນັ້ນຈະນ້ອຍ ບໍ່ສາມາດເຫັນໄດ້ ແລະສຳຜັດບໍ່ໄດ້ກໍຕາມ ແຕ່ເມື່ອມັນມາລວມກັນເປັນຮູບຕ່າງໆແລ້ວ ມັນກໍຈະປະຈັກຕໍ່ສາຍຕາຂອງບຸກຄົນໄດ້ ເມື່ອເໝາະສົມກໍສາມາດຮັບການສຳຜັດໄດ້ ມັນຈິ່ງກາຍເປັນຄົນ ສັດ ເປັນຍິງ ເປັນຊາຍ ຫຼື ເປັນບ້ານ ເປັນເຮືອນ ເປັນຕົ້ນໄມ້ໃບຫຍ້າ ໄປຕາມສາມັນສຳນຶກຂອງບຸກຄົນທັງຫຼາຍທີ່ໄດ້ສົມມຸດຂື້ນມາ ແລ້ວບຸກຄົນທັງຫຼາຍເຫຼົ່ານັ້ນ ຕ່າງກໍພາກັນຫຼົງໄຫຼໃນຮູບປະຣະມານູທີ່ມີຊ່ອງໂວ່ຢູ່ທົ່ວໄປ ຫຼົງຕິດເພີດເພີນໄປກັບປະຣະມານູທີ່ຂາດສະຖຽນລະພາບ ເປັນທີ່ເພິ່ງພາອາໄສບໍ່ໄດ້ ເພາະວ່າມັນປ່ຽນສະພາບຢູ່ເລື້ອຍໄປ. ດັ່ງນັ້ນ, ປະຣະມານູທັງຫຼາຍ ຍ່ອມເປັນອະນິດຈັງ ທຸກຂັງ ອະນັດຕາ(ທຸກຂັງ ໝາຍເຖິງທົນຢູ່ໃນສະພາບເດີມບໍ່ໄດ້). ບໍ່ແມ່ນພຽງແຕ່ນັບເອົາວ່າ ຄົນເກີດ ແກ່ ເຈັບ ຕາຍ ເຊິ່ງຕ້ອງໃຊ້ເວລາຍາວນານພຽງເທົ່ານີ້ ຫາກແຕ່ວ່າມັນມີການປ່ຽນແປງ ແລະເປັນໄປທຸກວິນາທີ ຄື ອຸປະຈະຍະ ສັນຕະຕິ ຊະຣະຕະ ອະນິຈຈະຕາ ຄື ເກີດຂື້ນ ສືບຕໍ່ ສລາຍຕົວ ແລະປ່ຽນສະພາບໄປບໍ່ຄືເກົ່າ ແລ້ວກໍເກີດຂື້ນທົດແທນໃໝ່ເລື້ອຍໄປ(ພາຍໃນ 1 ວິນາທີ ມີການເກີດຂື້ນແລະປ່ຽນແປງໄປມາກມາຍ).
|
ຂຽນເມື່ອ: ຕ.ລ.. 14, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ມີສາມະເນນຕົນໜຶ່ງ ຫຼັງຈາກທີ່ເພິ່ນໄດ້ອ່ານປື້ມທັມມະແລ້ວ ໄປພໍ້ເນື້ອໃນບ່ອນທີ່ວ່າ ເທວະດາ ເມື່ອຈຸຕິຈາກສວງສະຫັວນແລ້ວຍັງມີໂອກາດໄປເກີດເປັນສັດນະຣົກຕົກ ຈິ່ງຕັ້ງຄໍາຖາມຂື້ນວ່າ:
ສາມະເນນ: ອາຈານຂ້ານ້ອຍຂໍຖາມແດ່ ການເກີດເປັນມະນຸດນີ້ດີກວ່າ ເກີດເປັນເທວະດາແມ່ນບໍ ? ອາຈານ: ທັງເກີດເປັນເທວະດາແລະເປັນມະນຸດດີໝົດ. ສາມະເນນ: ແຕ່ຂ້ານ້ອຍອ່ານເຫັນວ່າ ເກີດເປັນເທວະດາບໍ່ມີໂອກາດໄດ້ສ້າງບຸນອີກ ແລະຫລັງຈາກຫວິດຈາກເປັນເທວະດາກໍຈະຕົກນະຣົກ. ອາຈານ: ອັນນັ້ນກໍແມ່ນຢູ່. ຍ້ອນວ່າ ພົບຂອງເທວະດາ ເປັນພົບທີ່ສະເຫວີຍຜົນບຸນທີ່ເຄີຍສ້າງສົມບຸນມາແລ້ວແຕ່ຄາວເປັນມະນຸດ ຈິ່ງບໍ່ອາດສ້າງບຸນໄດ້ ແລະມີເລື່ອງເລົ່າເອົາໄວ້ເມື່ອຄັ້ງພຸດທະການວ່າ ມີເທວະດາຕົນໜຶ່ງ(ພຣະມະຫາກັສສະປະ) ຮູ້ວ່າມີພຣະອະຣະຫັນຕົນໜຶ່ງອອກຈາກສະມາບັດ ຫຼືກໍາລັງໄດ້ບັນລຸເປັນພຣະອະຣະຫັນ ຈິ່ງຟ້າວສະເດັດມາເພື່ອໃສ່ບາດດ້ວຍອາຫານທິບ ເມື່ອນັ້ນ ໄດ້ຖືກພຣະອະຣະຫັນຮັບຮູ້ຈິ່ງປະຕິເສດບໍ່ຮັບບິນທະບາດ ເພາະວ່າອາຫານນັ້ນ ເປັນອາຫານທີ່ປານີດ ແລະເນຣະມິດເອົາໂດຍງ່າຍ ພຣະອະຣະຫັນຈິ່ງບອກວ່າ ຈິ່ງຫຼີກໄປເຖີດ ໃຫ້ຄົນອື່ນໄດ້ເຮັດບຸນເຖີດ (ຄືໃຫ້ມະນຸດເປັນຜູ້ໄດ້ຮັບອານິສົງນີ້) ແທນທີ່ເທວະດາຈະມາເອົາປຽບມະນຸດອີກ.
ແລະສາເຫດທີ່ເທວະດາຕົກຈາກສະຫວັນແລ້ວໄປພົບຍົມມະໂລກ ຄືໄປສະເຫວີຍກັມຢູ່ນະຣົກກໍຍ້ອນວ່າ : ກ່ອນໜ້ານັ້ນ ເທວະດາຕົນນັ້ນ ໄດ້ສ້າງກັມມາສອງຢ່າງ ຄື ກັມດີ(ບຸນ) ແລະກັມຊົ່ວ(ບາບ) ເມື່ອກັມດີມີກໍາລັງກວ່າ ແລະມີຜົນກ່ວາ ຈິ່ງເຮັດໃຫ້ໄປອຸບັດຂື້ນໃນໂລກສະຫວັນ ເມື່ອສິ້ນຈາກສະຫວັນພິພົບແລ້ວ ຈິ່ງໄດ້ສະເຫວີຍຜົນກັມຕໍ່ຄື ຜົນບາບນັ້ນເອງ ແລ້ວແຕ່ຈະເປັນໄປຕາມກັມ ບໍ່ສະເພາະແຕ່ໄປຕົກນະຣົກ ບາງທີອາດໄປເກີດເປັນສັດເດຍລະສານກໍເປັນໄດ້ແລ້ວແຕ່ກັມຂອງຕົ້ນ. ສະນັ້ນ, ພົບພູມຂອງປຸຖຸຊົນຈິ່ງເປັນພົບບໍ່ແນ່ນອນ ການເກີດຂອງສັດຫາຄວາມແນ່ນອນຍາກ. ມີແຕ່ຜູ້ສະຫຼາດເທົ່ານັ້ນ ຈິ່ງປ້ອງກັນຕົນເອງຈາກການຕົກໄປສູ່ພົບທີ່ຊົ່ວ ດ້ວຍການສ້າງສົມບຸນປາຣະມີເອົາໄວ້ ຈິ່ງບໍ່ໄປສູ່ອະບາຍຍະພູມ ອັນມີນະຣົກ, ເປດ, ອະສຸຣະກາຍ ແລະສັດຕິຣັຈສານເປັນຕົ້ນ.
ແຕ່ການເກີດເປັນເທວະດາ ຖ້າບຸນປາຣະມີສ້າງສົມມາດີ ຍັງມີໂອກາດໄດ້ບັນລຸທັມສູງຂື້ນໄປອີກ ໂດຍສະເພາະແມ່ນມີໂອກາດໄດ້ຟັງທັມຈາກພຣະພຸດທະເຈົ້າ ແລະພຣະອະຣະຫັນ ດັ່ງທີ່ຜາກົດໃນພຸດທະກິດ ທີ່ວ່າ ມີເທວະດາມາຟັງທັມ ແລະໃນສະໄໝພຣະພຸດທະອົງເທສະໜາອະພິທັມເຈັດຄັມພີແກ່ພຸດທະມານດາໃນສະຫວັນຊັ້ນດາວະດຶງເປັນຕົ້ນ. ນອກຈາກນີ້ ຍັງມີພົບຂອງສະຫວັນທີ່ເປັນອະຣູປະພົບ ເຊິ່ງເປັນທີ່ຢູ່ຂອງຜູ້ໄດ້ບັນລຸທັມຂັ້ນສູງ ເຖິງອະນາຄາມີ(ຜູ້ບໍ່ກັບມາເກີດໃນມະນຸດອີກ) ແຕ່ຈະກ້າວເຂົ້າສູ່ກະແສແຫ່ງພຣະນິບພານເລີຍ ເມື່ອໄດ້ຮັບຟັງທັມຈາກພຣະພຸດທະເຈົ້າ.(ພຣະພຸດທະເຈົ້າບໍ່ແມ່ນມີແຕ່ອົງດຽວ ໃນອະນາຄົດພາຍພາກໜ້າກໍຈະມີອີກຫລາຍອົງ ແລະໃນອະດີດກໍມີມາຫລາຍອົງຈິ່ງເຊື່ອວ່າ ພວກເພິ່ນເຫຼົ່ານັ້ນໄດ້ເທສະໜາສັ່ງສອນໃນພົບນັ້ນໆ)
ສະຫຼຸບແລ້ວ, ເທວະດາຕົກນະຣົກ ຍ້ອນຜົນກັມບໍ່ດີຂອງເທວະດາເອງທີ່ສ້າງເອົາໄວ້ກ່ອນໄດ້ມາສະເຫວີຍບຸນໃນເທວະໂລກ ເມື່ອໝົດບຸນແລ້ວຈິ່ງໄດ້ສະເຫວີຍກັມຕໍ່ ແຕ່ຖ້າບໍ່ມີບາບກັມ ກໍຈະເກີດມາເປັນມະນຸດ ສ້າງບຸນປາຣະມີສືບຕໍ່ໄປ.
|
ຂຽນເມື່ອ: ຕ.ລ.. 11, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ມື້ນີ້ໄປຊື້ເຄື່ອງສະແກນເນີ. ຢາກໄດ້ມາດົນແລ້ວ ໄດ້ສົມໃຈຄັກ ຈິ່ງທົດລອງສະແກນຮູບແລ້ວໂພສລົງໄວ້ເວັບນີ້.
|
ຂຽນເມື່ອ: ຕ.ລ.. 10, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ຮູບພຣະພຸດທະຮູບຄຳທີ່ວັດທາດຂາດ, ໄປຖ່າຍມາມື້ນີ້ ວຽງຈັນຄາວກ່ອນກີ້ ຂື້ນຊື່ລືຊາ ມີມະຫາກະສັດປົກຄອງ ນັ່ງປອງເປັນເຈົ້າ ພະອົງມີສັດທາສ້າງ ອຸປະຖຳພຸດທະສາສນ໌ ສ້າງພຣະທາດໃຫຍ່ນ້ອຍ ເໜືອໃຕ້ໃຫ້ທົ່ວເຖິງ. ນອກຈາກນັ້ນ, ໄດ້ຫຼໍ່ປັ້ນ ພຸດທະຮູບສັກສິດ ມີທັງພຣະທອງສຳຣິດ ສະຫງ່າງາມຍາມໄຫວ້ ມີທັງເງິນຄຳແກ້ວ ອົງງາມດູອາດ ຍາມເມື່ອໄດ້ຂາບໄຫວ້ ໃຈສະທ້ານອ່ອນໄຫວ ແທ້ແລ້ວ. ແຕ່ວ່າ ຕົກເມື່ອວຽງຈັນເສົ້າ ໄຟສົງຄາມມາບັງບຽດ ຝູງໝູ່ເມກໝອກເຝື້ອ ປົກຄຸ້ມທົ່ວແດນ ລາວຈິ່ງຕ້ານຕໍ່ສູ້ ຕົບຕ່ອຍຕີ່ສັດຕູ ຝູງໝູ່ມານມາບຸກ ຮຸກຮານເມືອງບ້ານ. ໄດ້ພາກັນຕີຕ້ານ ສຸດກຳລັງຄວາມຮັກຊາດ ແຕ່ບໍ່ອາດສູ້ໄດ້ ຍ້ອນລາວດ້ອຍອ່ອນກຳລັງ ຈິ່ງໄດ້ຫຼົບຫຼີກລີ້ ໜີຜ່າຍມວນສັດຕູ ໄປຢູ່ພູຜາສູງ ຖ້ຳຄູຫາກ້ວາງ. ຂົນເອົາຂອງສິນສ້າງ ມູນມັງອັນລ້ຳຄ່າ ເອົາໄປຊຸກເຊື່ອງຊ້ອນ ໃນຖ້ຳກໍຫາກມີ ສ່ວນເອົາໄປບໍ່ໄດ້ ໄດ້ຝັງໃສ່ໃນດິນ ມີເພັດນິນຈິນດາ ຄ່າແພງຫລາຍຕື້. ສ່ວນວ່າຂອງຄູນຄໍ້າ ອັນສຳຄັນຂອງຊາດ ມີພຸດທະຮູບໃຫຍ່ນ້ອຍ ກໍຝັງມ້ວນໃສ່ດິນ ນອກຈາກນັ້ນ ໄດ້ຖືກລັກຂະໂມຍໜີ ຈາກຝູງມານອັບປີ ຜູ້ຈູດເຜົາເມືອງບ້ານ. ບັດນີ້ ອາລຸນບານເບີຍຟ້າ ນະພາໃໝ່ໃສສີ ມາແລ້ວ ວຽງຈັນມີຄວາມຫວັງ ຊິຮຸ່ງເຮືອງເມືອໜ້າ ພັກນຳພາເສີມສ້າງ ຫຼາຍອັນໄດ້ພົ້ນເດັ່ນ ມີທະໜົນຫົນທາງ ອາຮາມເຮືອງຮຸ່ງເຫຼື້ອມ ຫຼາຍດ້ານລື່ນຫຼັງ. ມີທັງສ້າງຮູບປັ້ນ ຫຼອມຫຼໍ່ກະສັດລາວ ໃຫ້ໝູ່ຊາວປະຊາຊົນ ໄດ້ຂາບຍໍມືໄຫວ້ ຈາລຶກຄວາມດີໄຫວ້ ບັນພະຊົນຂອງຊາດ ຜູ້ສະຫຼະເລືອດເນື້ອ ພີຊີບເພື່ອແຜ່ນດິນ ເຮົານີ້. ເຈົ້າຟ້າງຸ່ມຜູ້ຍິ່ງດ້ວຍ ຍຸດທະສາດຂຸນເສິກ ຜູ້ທ້ອນໂຮມແດນລາວ ແຕ່ເໜືອສຸດໃຕ້ ຫຼາຍອານາແດນດ້າວ ມາຍິນຍອມບໍ່ບັງບາດ ທ້ອນໂຮມຊາດໃຫຍ່ກ້ວາງ ເປັນແດນລາວລ້ານຊ້າງ ຄາວນັ້ນສືບມາ. ເຈົ້າອະນຸຜູ້ເກັ່ງກ້າ ນາມໜໍ່ວີຣະກະສັດ ກູ້ກຽດລາວໃຫ້ສູງສັກ ບໍ່ອ່ອນຍອມຍິນແພ້ ຕີສະຫຍາມຫຼາຍຄັ້ງ ເພື່ອທວງຄືນສັນຕິພາບ ເອກະລາດກ່ອນກີ້ ທີ່ເຂົາມ້າງມຸ່ນທະລາຍ. ບັດນີ້ ເຖິງຄາວລາວຈາລຶກໄວ້ ນ້ຳໃຈຍອດເສັຍສະຫຼະ ຂອງອົງວີຣະກະສັດລາວ ໃຫ້ຄູ່ລາວຍືນໝັ້ນ ຈິ່ງປະດິດສະຖານສ້າງ ອົງປະຕິມາແທນຮູບ ໃຫ້ຊົນລາວຂາບໄຫວ້ ໃຈນ້ອມລະນຶກຄຸນ ຊອບແລ້ວ.
|
ຂຽນເມື່ອ: ຕ.ລ.. 7, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
yin and yang ປັດຊະຍາຂອງ ຫຍິນ ແລະ ຫຍາງ ບົ່ງບອກເຖິງທຸກສິ່ງມີຄວາມເປັນທະວີພາບ duality ຫຼື ທຸກຢ່າງມີສອງດ້ານກົງກັນຂ້າມກັນເຊັ່ນ: ມີມືດ : ມີແຈ້ງ ມີດຳ : ມີຂາວ ມີດີ : ມີຊົ່ວ ມີນິນທາ: ມີສັນລະເສີນ ມີລາບ : ເຊື່ອມລາບ ມີສຸກ : ມີທຸກ ມີກາງເວັນ: ມີກາງຄືນ ມີຄົນດີ : ມີຄົນຊົ່ວ ...... ສິ່ງທີ່ເປັນສອງສິ່ງນີ້ ມີຢູ່ທຸກຫົນທຸກແຫ່ງ ທຸກກາລະ ແລະເທສະ (ທຸກເວລາ ແລະສະຖານທີ່). ຄົນທີ່ດີ ຍ່ອມສາມາດຮັກສາສະມັດຖະພາບຂອງຕົນເອງໄວ້ໃນທຸກກາລະແລະເທສະ. ສ່ວນຄົນບໍ່ດີ ຈະຢູ່ໃນສະຖານະການໃດ ກໍຕາມ ຍ່ອມສະແຫວງຫາແຕ່ສິ່ງທີ່ບໍ່ດີ. ເວັ້ນເສັຍແຕ່ສາມາດປ່ຽນຈິດປ່ຽນໃຈເປັນຄົນດີໄດ້. ຜູ້ສະຫຼາດແລະມີຄຸນນະທັມ ບໍ່ວ່າຈະຢູ່ແຫ່ງຫົນໃດ ກໍຈະຍັງຮັກສາຄຸນນະທັມໄວ້ ເໝືອນດັ່ງເກືອຮັກສາຄວາມເຄັມ. ຖ້າຄົນເຮົາປະພຶດຕົນໃຫ້ຢູ່ເໜືອການເວລາ ແລະ ຄວາມເປັນທະວິພາບນີ້ໄດ້ ຍິ່ງຈະເປັນຄົນປະເສີດແທ້.
|
ຂຽນເມື່ອ: ຕ.ລ.. 7, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ເມື່ອຜ່ານມານີ້ ມີເພື່ອນສະມາຊິກໃນພັນລາວເຮົາ ສົນໃຈຢາກຮູ້ວິທີເວົ້າຈາທັກທາຍກັບພຣະສົງແນວໃດ. ຈິ່ງຂໍຖືໂອກາດມື້ນີ້ ມາເວົ້າສູ່ຟັງ. 1. ເລື່ອງຂອງຄຳວ່າ ໂດຍ ແລະ ຈ້າວ ຫຼື ເຈົ້າ ຕາມຄວາມເຂົ້າໃຈ ແລະເຄີຍໄດ້ໃຊ້ມາ ເມື່ອເວລາ ເວົ້າກັບພໍ່ອອກແມ່ອອກ ຄູບາມັກຈະເວົ້າວ່າ ຈ້າວ ເພື່ອຕອບຮັບການສົນທະນາ ແລະຍາດໂຍມ ຕອບກັບມາ ກໍເວົ້າວ່າ ໂດຍ ຫຼື ໂດຍຂະນ້ອຍ ຫຼື ຂ້ານ້ອຍ. ຖ້າຍາດໂຍມທ່ານໃດ ຕອບກັບຄືນມາວ່າ ຈ້າວ ຫຼື ເຈົ້າ ຕໍ່ພຣະສົງ ໝາຍຄວາມວ່າ ຍັງບໍ່ທັນເຂົ້າໃຈຄຳສັບສອງຄຳນີ້. ແຕ່ໃນຍຸກປັດຈຸບັນ ມີຫຼາຍຄົນ ມັກເຈົ້າຄຳວ່າ ຈ້າວ ກັບພຣະສົງ ແລ້ວໄປເວົ້າວ່າ ໂດຍ ກັບພໍ່ແມ່ ຫຼື ໝູ່ຄູ່ ຍາດຕິພີ່ນ້ອງທີ່ເປັນຄະຣືຫັດນຳກັນ. ອັນນີ້ ກໍເປັນສິ່ງຄວນສັນລະເສີນ ເພາະວ່າ ເວລາຟັງແລ້ວ ມ່ວນຫູ ສະແດງເຖິງຄວາມອ່ອນນ້ອມຖ່ອມຕົນ. ແຕ່ຢ່າລືມ ເວົ້າຄຳວ່າ ໂດຍ ເມື່ອສົນທະນາກັບຄູບາກໍແລ້ວກັນ ເພາະວ່າ ຄັນເວົ້າວ່າ ຈ້າວ ມັນຂັດຫູ. 2. ຄຳວ່າ ນະມັດສະການ ແລະ ຈະເລີນພອນ ນະມັດສະການ ເປັນຄຳເວົ້າໃຊ້ທັກທາຍຄູບາ ຫຼື ສາມະເນນ ມີຄວາມໝາຍຄືກັນກັບຄຳວ່າ ສະບາຍດີ. ເມື່ອເວລາຍາດໂຍມເວົ້າກັບພຣະສົງ ໃຫ້ໃຊ້ຄຳວ່າ ນະມັດສະການ ຫຼື ນະມັດສະການ ຂ້ານ້ອຍ ມີຄວາມໝາຍວ່າ ສະບາຍດີ ຂ້ານ້ອຍ. ແຕ່ຖ້າເວລາ ພຣະສົງຫຼື ຄູບາ ເວົ້າກັບໂຍມ ຕ້ອງໃຊ້ຄຳວ່າ ຈະເລີນພອນ ດັ່ງນີ້: ເວລາຂື້ນຕົ້ນຄຳປາໄສໃນກອງປະຊຸມ ຫຼື ງານບຸນຕ່າງໆ ພຣະຈະເວົ້າວ່າ ຈະເລີນພອນ ອອກຕົນຍາດໂຍມ ພຸດທະບໍລິສັດທັງຫລາຍ. ຄັນຊິເວົ້າແບບພາສາທຳມະດາ ກໍໝາຍເຖິງ ສະບາຍດີ ພໍ່ອອກແມ່ອອກທັງຫຼາຍ. ແຕ່ພໍ່ອອກ-ແມ່ອອກ ຢ່າຊູ່ພາກັນເວົ້າກັບຄູບາຄືນວ່າ ຈະເລີນພອນ ຄູບາເດີ. ອັນນີ້ເປັນຄວາມເຂົ້າໃຈຜິດ ແລະສັບສົນໃນການໃຊ້ຄຳສັບ. ພໍ່ອອກ-ແມ່ອອກເວົ້າກັບຄືນ ເວລາສົນທະນາ ຕ້ອງວ່າ ນະມັດສະການຄູບາ ຫຼື ເວລາຊິລາກັບເຮືອນຊານບ້ານຊ່ອງ ກໍເວົ້າວ່າ ນະມັດສະການລາເດີຂ້ານ້ອຍ. ຫຼື : ຖ້າຫາກວ່າ ເວົ້າຄຳສັບວັດວາມັນຍາກຊາຫຼາຍ ກໍໃຫ້ເວົ້າທຳມະດາກໍໄດ້ ເຊັ່ນ : ສະບາຍດີ ຄູບາ, ຄູບາກໍຈະເວົ້າຄືນວ່າ ເອີສະບາຍດີ ຫຼື ຈ້າວສະບາຍດີ. ອັນນີ້ໃຊ້ໄດ້ສະເພາະກັບພຣະສົງອົງຍັງໜຸ່ມນ້ອຍທຳມະດາ. ແຕ່ຖ້າຈະເວົ້າກັບອາຈານໃຫຍ່ ຢ່າລືມຮຽນເອົາຄຳສັບສຳຄັນນີ້ໃຫ້ໄດ້.
|
ຂຽນເມື່ອ: ຕ.ລ.. 7, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກາບກອນ
ເຈັດຕຸລາເລີດລ້ຳ ວັນປະເສີດຄຸນຄູ ເປັນວັນຫວນຈາລຶກ ຄ່າຄຸນຄູໄວ້ ຄູເໝືອນແສງທຽນໄຕ້ ເຍືອງທາງໃຫ້ສິດທ່ອງ ດັບຄວາມມືດບອດໃບ້ ອະວິດຊາເປົ່າປູ້ ໃຫ້ສິດຮູ້ຮ່ອມວິຊາ. ຄຸນຄູຄູນຄ່າເລີດ ປະເສີດສົ່ງສູງສັກ ປຽບຂຸນເຂົາພະນາດອນ ແມ່ນະທີສະມຸດກ້ວາງ ກັບທັງດວງດາວເຫຼື້ອມ ແວວວາວໃສສ່ອງ ປຽບດວງຈັນ ອາທິດພ້ອມ ຜູ້ພີແສງສ່ອງສິ້ງ ເຍືອງທາງຄົນໃຫ້ຮຸ່ງແຈ້ງ ແປງທາງຄົນໃຫ້ໄຕ່ເຕົ້າ ເຖິງຫ້ອງປ່ອງວິຊາ. ຄູປຽບເໝືອນຜູ້ສ້າງ ວິຊາຊີບເມືອງມະນຸດ ເຮົານີ້ ຄົນເປັນໝໍ ເປັນທະຫານ ຕຳຫຼວດ ຫຼືນາຍບ້ານ ທັງຜູ້ນຳແນວໜ້າ ໃນສັງຄົມໃນປະເທດ ລ້ວນແຕ່ເຄີຍຜ່ານຫ້ອງ ຮຽນຮູ້ຈາກຄູ ຫັ້ນແລ້ວ. ສະນັ້ນ, ພໍເມື່ອເຖິງຂວບຂັ້ນ ວັນປະເສີດຂອງຄູ ສິດຂໍຍໍມືນົບ ຫວ່າງສຽນສະເໝີຄິ້ວ ເອັງຊູລີວັນທາໄຫວ້ ຄຸນຄູຜູ້ສອນສັ່ງ ໃຫ້ສິດຕາສະວ່າງແຈ້ງ ຮຽນຮູ້ສາດຕະສິນ. ຂໍໃຫ້ຄູລື່ນລົ້ນ ລາບຍົດສັນລະເສີນ ອາຍຸຍືນຍາວນານ ຂວບວັດສາເຖິງຮ້ອຍ ເປັນແວ່ນແຍງໃຫ້ສິດຮູ້ ເຍືອງທາງຕາມໄຕ່ ເປັນຮົ່ມໂພຮົ່ມໄຮ ສ້າງສິດດີໃຫ້ເດັ່ນກ້າວ ພັດທະນາລາວໃຫ້ເດັ່ນໄດ້ ຈະເລີນແທ້ລື່ນຫລັງ ຊອບແລ້ວ. ...................... ທຸກວິຊາຊີບເຮົາເຮັດຢູ່ໃນສັງຄົມ ລ້ວນແຕ່ໄດ້ມາຈາກການສຶກສາທີ່ມີຄູເປັນຜູ້ປູທາງ ເລີ່ມແຕ່ເຮົາຮຽນ ກ ໄກ່, ປ ປາ ຈົນເຮົາມີປັນຍາຊານສະຫຼາດໃນສັງຄົມ. ບາງຄົນອາດຈະບໍ່ມີໂອກາດໄດ້ຮັບການສຶກສາທີ່ສູງສົ່ງ ບໍ່ມີໂອກາດໄດ້ເຂົ້າຮຽນວິຊາຊີບ ຫຼືແມ່ນແຕ່ເຂົ້າຮຽນຫ້ອງປະຖົມ ແຕ່ເຂົາເຫຼົ່ານັ້ນ ກໍມີຄູເຊັ່ນກັນ ຄືຜູ້ສອນໃຫ້ເຂົາເວົ້າຄຳວ່າ ພໍ່- ແມ່ ທຳອິດນັ້ນເອງ ຄູສອງຄົນທີ່ທັງລ້ຽງ ທັງສັ່ງສອນເຮົາມານັ້ນແຫຼະ ເອີ້ນວ່າ ບໍຣົມຄູ ທີ່ເຮົາຄວນເທີດທູນບູຊາຄຸນວ່າເປັນຄູຜູ້ທຳອິດຂອງເຮົາ. ສຳລັບໃນພຣະພຸດທະສາສະໜາ, ພຣະພຸດທະເຈົ້າ ຖືໄດ້ວ່າເປັນບໍຣົມມະຄູຜູ້ມີ ມະຫາກະຣຸນາທິຄຸນສູງສົ່ງ ຫາບຸກຄົນໃດຈະປຽບປານໄດ້. ເມື່ອສະຫຼອງວັນຄູ ລູກສິດທຸກຄົນຄວນຄິດເຖິງພວກເພິ່ນ ແລ້ວສັງຄວາມດີເພື່ອມອບແດ່ຄູຂອງເຮົາ ແລະສິ່ງສຳຄັນ ເຮົາຄວນສຳນຶກເຖິງຄຸນຂອງຄູທຸກລົມຫາຍໃຈ ບໍ່ສະເພາະແຕ່ໃນມື້ວັນຄູທໍ່ນັ້ນ.
|
ຂຽນເມື່ອ: ຕ.ລ.. 2, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ການໃຫ້ທານເກີດຈາກເຫດອັນໃດແນ່? ເຫດແຫ່ງການໃຫ້ທານມີຫຼາຍແຫ່ງ ເຊັ່ນໃນປະຖົມທານສູດ(ອັງ.ອັຕຖະກະ.472) ພຣະພຸດທະເຈົ້າສະແດງວ່າມີ 8 ຢ່າງຄື:
1. ໃຫ້ທານຍ້ອນຢາກໄດ້ຜົນຂອງທານ(ໃຫ້ສິ່ງໃດກໍຢາກໄດ້ສິ່ງນັ້ນ) 2. ໃຫ້ທານຍ້ອນຢ້ານ(ຢ້ານຄົນອື່ນຕິຕຽນວ່າເປັນຄົນຂີ້ຖີ່ ຫຼື ຢ້ານເກີດມາຍາກຈົນເປັນຕົ້ນ) 3. ໃຫ້ທານຍ້ອນຄິດວ່າ ເຂົາໃຫ້ແກ່ເຮົາແລ້ວ ເຮົາຄວນໃຫ້ຕອບ 4. ໃຫ້ທານຍ້ອນຄິດວ່າ ເມື່ອໃຫ້ເຂົາແລ້ວ ເຂົາຈະໃຫ້ຕອບ 5. ໃຫ້ທານຍ້ອນຄິດວ່າ ການໃຫ້ທານເປັນຄວາມດີ(ບຸນ) 6. ໃຫ້ທານຍ້ອນຄິດວ່າ ເຮົາຫາກິນເອງໄດ້ ຄວນໃຫ້ແກ່ຄົນທີ່ຫາກິນເອງບໍ່ໄດ້ 7. ໃຫ້ທານຍ້ອນຢາກໄດ້ຊື່ສຽງ 8. ໃຫ້ທານເພື່ອປະດັບປຸງແຕ່ງຈິດ (ຄືເພື່ອຂັດເກົາຈິດໃຫ້ຄວນແກ່ການຈະເລີນຄຸນນະທັມເບື້ອງສູງຂື້ນໄປ ເພື່ອເປັນຖານໃຫ້ເກີດສະມາທິ ແລະປັນຍາ)
ໃນທານະວັຕຖຸສູດ(ອັງ.ອັຕຖະກະ.475) ພຣະພຸດທະເຈົ້າສະແດງເຫດແຫ່ງການໃຫ້ທານໄວ້ 8 ຢ່າງ ຄື:
1. ໃຫ້ທານຍ້ອນເຂົ້າຄໍກັນ(ເຂົ້າແກ໊ບກັນ) 2. ໃຫ້ທານຍ້ອນຢາກຮ້າຍ 3. ໃຫ້ທານຍ້ອນຫຼົງ 4. ໃຫ້ທານຍ້ອນຢ້ານ 5. ໃຫ້ທານຕາມປະເພນີ 6. ໃຫ້ທານຍ້ອນຢາກໄປສະຫວັນ 7. ໃຫ້ທານຍ້ອນຢາກໄດ້ຄວາມສະບາຍໃຈ 8. ໃຫ້ທານເພື່ອປະດັບປຸງແຕ່ງຈິດ(ຂັດເກົາກິເລສ)
|
ຂຽນເມື່ອ: ກ.ຍ.. 28, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ກະວີ
ເຜົາຫໍພຣະແກ້ວ ຍັງບໍ່ແລ້ວເຜົາພຣະອົງຕື້ ໂດຍ: ດຣ.ທອງຄຳ ອ່ອນມະນີສອນ ຈາກໜັງສືພິມວຽງຈັນໃໝ່ ສະບັບວັນທີ 27 ກັນຍາ 2010 ວຽງຈັນຄືດັ່ງແກ້ວ ສອງໜ່ວຍຕາລາວ ຄືດວງໃຈດວງດຽວ ຊາດປະຊາຖະໜອມໄວ້ ຄືຈິດວິນຍານສ້າງ ໂຮມແຮງພະລັງຊາດ ຄື ທຸກຢາດເລືອດລ້ຽງ ພົງເຊື້ອຊື່ວ່າລາວ ນີ້ແລ້ວ. ວຽງທຸກທົນແສບຊ້ຳ ສຸດດທີ່ທໍລະກຳ ທົນຕໍ່ໄຟເຜົາຜານ ຜ່ານມາແສນແຄ້ນ ແປວໄຟໄຂປະຕູໄໝ້ ບັນໄລລົງທຸກຢ່າງ ເຫັນແຕ່ໂພນເຖົ່າຮ້າງ ເຫັນແຕ່ປາງເຖົ່າຖ້ວມ ຖົມພື້ນແຜ່ນທະລັງ ! ຍັງແຕ່! ພຣະພຸດທະຮູບເຈົ້າ ອົງຕື້ມິ່ງເມືອງລາວ ອົງມຸນີສີແສງໄຕ ຊາດບໍ່ໄລຄົງຄ້າງ ຍັງສັກສິດສະຖຽນຢັ້ງ ບໍ່ມີພັງເພປິ່ນ ສັດຕູມານເປັນວິນ ວົນວິ່ງວຽນຫວັ່ນສະທ້ານ ບໍ່ຫານກ້າກື່ງພະອົງ. ພຣະອົງຕື້ແມ່ນເຈົ້າ ພະໄຊເຊດຖາຫຼອມ ຫຼໍ່ດ້ວຍທອງທັງໝົດ ເພື່ອສະຖາປະນາໄວ້ ເປັນຫຼັກຖານພະອົງສ້າງ ວຽງຈັນນະຄອນເອກ ເປັນຫົວໃຈປະເທດອ້າງ ເປັນພະຍານປະເສີດໃຫ້ ຄົນຮູ້ຕະຫຼອດໄປ! ຄາວນັ້ນ: ຫໍພະແກ້ວມຸ່ນໄໝ້ ເປັນເຖົ່າທະລາຍລົງ ຫຼາຍຊາກເສົາສະຫຼາຍກຸດ ເກື່ອນຢັງຢາຍຄ້າງ ທຳລາຍສິມພຣະອົງຕື້ ປານປູນປີ້ປົ່ນ ຂົນຫຼັງຄາຂື່ຂ້າວ ທາວເອົາເສົາໂງ່ດັ້ງ ສີຍົວໄມ້ໝູ່ລະແນງ. ເຂົາອອກແຮງສັ່ງມ້າງ ເຮືອນໃຫຍ່ປະຊາຊົນ ຂົນເອົາມາສາມຫຼັງ ທັ່ງກອງກັນຂື້ນ ເອົາມາເຕັງເອົາມາຫຸ້ມ ຖົມງຸມພຣະເຈົ້າໃຫຍ່ ພຣະອົງຕື້ຢູ່ໃນ ໄຟສະຫຍາມຈູດໄໝ້ ບັນໄລຖ້ວມທົ່ວນະພາ. ໝາຍວ່າໄຟຂະໜາດຮ້ອນ ແປວໃຫຍ່ພະລັງສູງ ຫວັງເພື່ອທຳລາຍອົງ ພຣະຍອດທັມອົງຕື້ ພາຍຫຼັງໄຟມົວມ້ອຍ ເຈັດຄືນມາຍມອດ ພຣະອົງຕື້ຍອດແກ້ວ ບໍ່ມີແປ້ວປ່າມຮອຍ. ບໍ່ມີຫຍັງເຍື່ອຍຍ້ອຍ ບໍ່ແປປ່ຽນເສັຍສີ ລັດສະໝີເຮືອງຮອງ ສ່ອງໃສສວຍແຍ້ມ ແຖມເດັ່ນຄືໄຟໄຕ້ ເຍືອງໃຈປະຊາຊາດ ອົງອາດເຜີຍພະໂອດເອີ້ນ ເຊີນມະນຸດທົ່ວຖ້ວນ ຊວນມະນຸດໂລກພ້ອມ ມາຫອມຫຸ້ມຮັກກັນ. ເຖິງສັດຕູໂຫດຮ້າຍ ໝາຍມອດດັບສູນ ວາງແຜນທາລຸນກຳ ຊົ່ວຊາມຜາງຮ້າຍ ພຣະອົງຍັງຄົງໝັ້ນ ສົມບູນຄູ່ຊູ່ຢ່າງ ທຸກສິ່ງໃສສະຫວ່າງເຫຼື້ອມ ດຳເຄືອມໆໂລກສະທ້ານ ປະດັບບ້ານມິ່ງເມືອງ ນີ້ແລ້ວ!
|
ຂຽນເມື່ອ: ກ.ຍ.. 16, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ເມື່ອຜ່ານມາ ຂ້າພະເຈົ້າເຄີຍແປປື້ມ Good Question, Good Answer ຂຽນໂດຍ : Ven.S.Dhammika ມີຄຳຖາມໜຶ່ງທີ່ຖາມວ່າ ການມີເພດສຳພັນກ່ອນການແຕ່ງງານ ຜິດສິນຫ້າບໍ? ຜູ້ຕອບບອກວ່າ ຖ້າເປັນການສະມັກໃຈບໍ່ຜິດ. ແຕ່ຂ້າພະເຈົ້າ ກໍບໍ່ໄດ້ແຈບໃຈກັບຄຳຕອບຂອງອາຈານ ສ.ທັມມິກະ ເພາະວ່າ ຄຳວ່າ ສະມັກໃຈນັ້ນ ໃນນາມທີ່ຍັງບໍ່ທັນໄດ້ແຕ່ງງານ ມັນກໍຜິດຕໍ່ຈາຮີດປະເພນີອັນດີງາມ ແລະ ເຖິງແມ່ນວ່າທັງສອງຝ່າຍສະມັກໃຈກັນ ຜູ້ທີ່ເປັນພໍ່ແມ່ ຫຼືຜູ້ປົກຄອງ ກໍບໍ່ໄດ້ແຈບໃຈ ແລະບໍ່ພໍໃຈ ຖ້າຫາກຮູ້ວ່າ ລູກສາວຂອງຕົນເປັນແນວນັ້ນ. ເມື່ອມາພິຈາຣະນາແລ້ວ ຈິ່ງຮູ້ວ່າ ຄຳຕອບນັ້ນ ຍັງບໍ່ໄດ້ໃຫ້ລາຍລະອຽດພໍ່ເທົ່າໃດ ຫຼັງຈາກສຶກສາຄົ້ນຄ້ວາຕື່ມອີກ ຈິ່ງຮູ້ວ່າ ຄຳຕອບຂອງເພິ່ນບໍ່ສົມບູນ ສົມຄວນທີ່ຈະມີລາຍລະອຽດຂອງສິນຂໍ້ 3 ຕື່ມອີກ ດັ່ງຈະໄດ້ຍົກມາຂ້າງລຸ່ມນີ້.
ສິນຂໍ້ທີ 3 : ກາເມ ສຸມິຈສາຈາຣາ ເວຣະມະນີສິກຂາ ປະທັງ ສະມາທິຍາມິ Abstaining from sexsual misconducts. ງົດເວັ້ນຈາກການປະພຶດຜິດທາງປະເວນີ(ການລ່ວງລະເມີດລູກເຂົາ ເມຍເຂົາ...) ສິນຂໍ້ນີ້ ເປັນຂໍ້ສຳຄັນອີກຂໍ້ໜຶ່ງ ໃນຈຳນວນຫ້າຂໍ້. ເວົ້າເຖິງການປະພຶດຕໍ່ກັນໃນສັງຄົມ ໃນເລື່ອງຂອງເພດ, ເພື່ອເປັນສິ່ງວັດແທກໃຫ້ມະນຸດຄວບຄຸມອາລົມຈິດຂອງຕົນ ບໍ່ໃຫ້ມີການປະພຶດຕົກຕ່ຳໄປ ເໝືອນດັ່ງເດຍລັດສານ. ສິນເທົ່ານັ້ນ ສາມາດເຮັດໃຫ້ມະນຸດມີຈິດໃຈສູງສົ່ງຂື້ນ ແລະມີວັດທະນະທັມດີງາມຂື້ນ. ການລ່ວງລະເມີດສິນຂໍ້ນີ້ ມີໂທດເຖິງກັບວ່າ ຕ້ອງໄດ້ໄປປີນຕົ້ນງິ້ວໜາມໃນແດນນະຣົກ ອັນນີ້ ກໍອາດຈະເປັນເລື່ອງເພີ້ຝັນສຳລັບຄົນທີ່ບໍ່ເຊື່ອ, ນອກຈາກນີ້ ຍັງເຮັດໃຫ້ເກີດມີການສະໜອງກັມ ຕໍ່ເນື່ອງກັນ ທັງໃນປັດຈຸບັນ ແລະຂ້າມພົບຂ້າມຊາດ. ສາເຫດທີ່ກໍ່ໃຫ້ເກີດການຜິດສິນຂໍ້ທີ ໓ ຄືກ່ຽວກັບການປະພຶດຜິດໃນກາມ ຕາມທີ່ເຮົາເຄີຍໄດ້ຍິນວ່າ ຫ້າມຜິດລູກເຂົາ ເມຍ ເຂົານັ້ນ ແມ່ນໄດ້ຍິນຜູ້ເຖົ້າ ພໍ່ແມ່ຄູບາອາຈານເພື່ອເວົ້າເລື້ອຍ ແຕ່ຫຼາຍຄົນກໍອາດບໍ່ຮູ້ວ່າ ເຮັດແນວໃດຈິ່ງຜິດແທ້. ໃນ ປຶ້ມເຫຼັ້ມນີ້ມີຄຳຖາມຢູ່ໜ້າທີ ໓໐ ຖາມວ່າ ການເສບສົມກັນກ່ອນແຕ່ງງານນັ້ນ ເປັນການຜິດສິນຂໍ້ນີ້ຫຼືບໍ່? ໃນຄຳຕອບເພິ່ນບອກວ່າ ຖ້າເປັນການຕົກລົງປົງໃຈກັນບໍ່ຜິດ ແຕ່ເຮົາມາລອງມາພິຈາລະນາຕາມ ໑໑ ຂໍ້ນີ້ ເຊິ່ງມີມາໃນ ສາເລຍຍະກະສູດ ດັ່ງນີ້: ໑. ມາ ຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງແມ່, ໒. ປິຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງພໍ່, ໓. ມາຕາປິຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງຂອງພໍ່ແມ່, ໔. ພາຕຸຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງພີ່ນ້ອງຊາຍ, ໕. ພາຄິນີຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງພີ່ນ້ອງຍິງ, ໖. ຍາຕິຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມດູແລຂອງຍາດພີ່ນ້ອງ, ໗. ໂຄຕະຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງປົກປ້ອງດູແລຂອງຄອບຄົວວົງຕະກູນ, ໘. ທັມມະຣັກຂິຕາ : ຜູ້ຍິງທີ່ຢູ່ໃນຄວາມຄຸ້ມຄອງປົກປ້ອງດູແລຂອງສິນທັມທາງສາສະໜາ, ໙. ສັສສາມິກາ : ຜູ້ຍິງທີ່ແຕ່ງງານມີສາມີແລ້ວ, ໑໐. ສະປະຣິທັນທາ : ຜູ້ຍິງທີ່ໄດ້ຮັບເລືອກໃຫ້ເປັນມະເຫສີຂອງພຣະຣາຊາ ຫຼືຜູ້ຍິງຂອງ ບຸລຸດທີ່ມີຄຸນນະທັມສູງ, ໑໑. ມາລາກຸລະປະຣິກຂິຕາ : ຜູ້ຍິງທີ່ໄດ້ຮັບການໃຫ້ພວງມາໄລອັນເປັນການໝັ້ນໝາຍ ໄວ້ແລ້ວ.
ໃນ ໑໑ ຂໍ້ຂ້າງເທິງນີ້ ຖ້າຜູ້ໃດໄປລ່ວງລະເມີດຜູ້ຍິງທີ່ຢູ່ໃນການຄຸ້ມຄອງຂອງຜູ້ທີ່ ກ່າວໄວ້ ແລະການຄຸ້ມຄອງດູແລນັ້ນ ກໍບໍ່ໝາຍຄວາມວ່າຕ້ອງແມ່ນຕອນທີ່ຜູ້ຍິງຄົນນັ້ນຢູ່ເຮືອນຢ່າງດຽວ ຈິ່ງເອີ້ນວ່າຄຸ້ມຄອງ ແມ່ນແຕ່ພໍ່ແມ່ເຂົາເຈົ້າບໍ່ເຫັນ ແຕ່ຫວງແຫນລູກ ກໍຍັງໝາຍຄວາມວ່າຄຸ້ມຄອງໄດ້ ນີ້ກໍອາດຈະເປັນສາເຫດໃຫ້ຜິດສິນຂໍ້ທີ ໓ ກໍເປັນໄດ້.
|
ຂຽນເມື່ອ: ກ.ຍ.. 15, 2010
| ມີ
24 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ມື້ຄືນນີ້ ຫຼັງຈາກທີ່ໄຫວ້ພຣະສູດມົນແລ້ວ ກັບມາຫ້ອງ ຮູ້ສຶກຫິວໆ. ຈິ່ງໄດ້ຕັດສິນໃຈອອກໄປຊື້ນົມກ່ອງມາດື່ມຢູ່ຮ້ານ M-Point Mart ທາງແຄມຂອງໃກ້ວັດຈັນ. ຕອນຍ່າງໄປກໍບັນຍາກາດທຳມະດາ ຢູ່ແຈເຮືອນທີ່ມີຮ້ານຂາຍເຝີ ກ້ອງຕົ້ນກົກຂາມທາງຮ່ອມລ້ຽວເຂົ້າມານັ້ນ ມີຜູ້ຊາຍບາງຄົນກຳລັງນັ່ງລໍຖ້າໃຜຜູ້ໜຶ່ງ. ເມື່ອສັງຄົມເຫັນກໍເປັນເລື່ອງທຳມະດາ ທີ່ຊາວໂລກເຂົາເຈົ້າມີການນັດພົບກັນ.
ເມື່ອຍ່າງຜ່ານຈຸດນັ້ນໄປແລ້ວ ກໍໄດ້ໄປຊື້ນົມ ພ້ອມດ້ວຍແຟບຊັກເຄື່ອງ, ຢາສີຟັນ. ຫຼັງຈາກ ອອກຈາກຮ້ານມາ ກໍໄດ້ຄ່ອຍຍ່າງຜ່ານມາທາງໜ້າຮ້ານເຝີເພື່ອລ້ຽວເຂົ້າຮ່ອມຂ້າງວັດຈັນ ແຕ່ບາດນີ້ ບັນຍາກາດປ່ຽນ ມີໄວໜຸ່ມທີ່ເປັນນັກຮຽນຜູ້ໜຶ່ງ ພ້ອມດ້ວຍເພື່ອນສາວທີ່ເປັນນັກຮຽນດ້ວຍກັນ ກຳລັງນັ່ງຊຸມເບຍຢູ່. ຂ້າພະເຈົ້າກໍຍ່າງມາຮອດຫັ້ນ ພໍດີ ເດັກນ້ອຍຜູ້ຊາຍເອີ້ນໃສ່ ວ່າ: ຄູບາ ມາກິນເບຍ. ເມື່ອເປັນແນວນັ້ນ ຜູ້ຍິງທີ່ນັ່ງຢູ່ນຳກັນ ຮ້ອງຂື້ນວ່າ ຫື ຢ່າວ່າແນວນັ້ນ. ຕອນທີ່ຖືກເອີ້ນນັ້ນ ໃນໃຈກໍຄິດຢາກຮ້າຍຢູ່ ແຕ່ກໍຍ່າງເລີຍແບບບໍ່ສົນໃຈໄຍດີ.
ເມື່ອໄດ້ຍິນແນວນັ້ນ ຂ້າພະເຈົ້າເກີດຄວາມສັງເວດໃນໃຈວ່າ : ເດັກນ້ອຍສະໄໝນີ້ (ອາດຈະເປັນບາງຄົນ) ມັນເສັຍນິໄສ ? ທັງໆທີ່ບໍ່ໄດ້ຮູ້ຈັກກັນກັບເຮົາຊ້ຳ ຍັງມາເອີ້ນແບບທ້າທາຍ ມິ່ນປະໝາດພຣະສົງອີກ. ຈັກມັນຊິເປັນບາບຫຼືບຸນ ກໍສຸດແລ້ວແຕ່ຕົວເຂົາເອງກຳນົດ.
(ເລື່ອງຈິງທີ່ເກີດຂື້ນກັບຜູ້ຂຽນ).
|
ຂຽນເມື່ອ: ກ.ຍ.. 12, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
The wise man chooses to be last and so becomes the first of all. ---Lao-tzu ບັນດິດ ຍ່ອມເລືອກເປັນຜູ້ສຸດທ້າຍ ດ່ັງນັ້ນຈິ່ງກາຍເປັນຜູ້ທີໜຶ່ງຕະຫຼອດ. ຫລາວຈື້ ຄັດຈາກປື້ມ: Religions of the World ຮຽບຮຽງໂດຍ: Lewis M.Hopfe & Mark R.Woodward, Department of Religious Studies, Arizona State University.
|
ຂຽນເມື່ອ: ກ.ຍ.. 11, 2010
| ມີ
15 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
The further the spiritual evolution of mankind advances, the more certain it seems to me that the path to genuine religiosity does not lie through the fear of life, and the fear of death, and the blind faith, but through striving after rational knowledge. ຍິ່ງຈິດວິນຍານຂອງມະນຸດຊາດພັດທະນາກ້າວໜ້າຂື້ນ ຂ້າພະເຈົ້າຍິ່ງຄິດຫງຳວ່າ ວິຖີແຫ່ງສາສະໜາທີ່ແທ້ຈິງ ບໍ່ໄດ້ມີພື້ນຖານຢູ່ບົນຄວາມຢ້ານກົວຕໍ່ຊີວິດ ຢ້ານກົວຕໍ່ຄວາມຕາຍ ຫຼືຄວາມເຊື່ອຖືຢ່າງງົມງາຍ ແນມບໍ່ເຫັນຕົວຕົນ ແຕ່ຕ້ອງມາຈາກປັນຍາທີ່ສ້າງຂື້ນຈາກຫລັກເຫດຜົນ. Albert Einstein
|
ຂຽນເມື່ອ: ກ.ຍ.. 10, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
Karl Marx ເຄີຍເວົ້າວ່າ ສາສະໜາເປັນຢາເສບຕິດ ( Religion is the opium of the people) ມີນັກຂຽນ, ນັກໂຍຄີຜູ້ປະຕິບັດທັມຊື່ດັງຄົນໜຶ່ງຊື່ Osho ໃຫ້ຄວາມເຫັນວ່າ ສິ່ງທີ່ ຄາຣລ ມາຣກ ເວົ້ານັ້ນຖືກຕ້ອງທີ່ສຸດ ໃນເມື່ອຄົນທີ່ນັບຖືສາສະໜາ ນັບຖືແບບຮ້ອງຂໍ, ວິ່ງວອນ ເພື່ອສະແຫວງຫາຄວາມລ້ຳລວຍ ຈາກການຊ່ວຍເຫຼືອຂອງສາສະໜາຂອງຕົນເອງນັບຖື ໂດຍການເຊື່ອຖືແບບງົມງາຍ. ິແຕ່ຖ້ານັບຖືເພື່ອປະຕິບັດຕາມຄຳສອນ ແບບໃຫ້ເຂົ້າໃຈແຈ່ມແຈ້ງໃນຫລັກທັມ ແລ້ວນຳໄປໃຊ້ໃນຊີວິດປະຈຳວັນ ໃຫ້ມີຄຸນນະພາບຊີວິດແລະຈິດໃຈດີງາມ ອັນນັ້ນບໍ່ງົມງາຍ ແລະບໍ່ເປັນສິ່ງເສບຕິດ. ຈາກປື້ມ: The Great Challege : Exploring the world withing by Osho.
|
ຂຽນເມື່ອ: ກ.ຍ.. 10, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ສະບາຍດີສະມາຊິກພັນລາວທຸກຄົນ, ພັນລາວ ເປັນເວັບໄຊທ໌ທີ່ໜ້າສົນໃຈ ມີເວທີຂຽນຂໍ້ຄວາມ, ຂຽນບົດບັນທຶກປະຈຳວັນ ແລະປະສົບການຊີວິດ ເພື່ອແລກປ່ຽນຮຽນຮູ້ແກ່ສະມາຊິກດ້ວຍກັນ. ຂ້າພະເຈົ້າ ຜູ້ເດີນທາງຜ່ານມາເຫັນ ຂໍເປັນສ່ວນໜຶ່ງຂອງພັນລາວ ຫວັງຢ່າງຍິ່ງວ່າ ຈະໄດ້ມີໂອກາດແລກປ່ຽນຄວາມຮູ້ຈາກສະມາຊິກທຸກຄົນ. ດ້ວຍຄວາມຮັກແພງ, ພຣະໄຊຍະເດດ
|
|
|