ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຟັງໃຫ້ດີທີ່ຖ້ວນ                       ຢ່າຟ້າວດ່ວນວາງໃຈ
ຢ່າເຊື່ອຄຳຄົນຈາ                     ເລົ່າລືລວງລໍ້
ລາງເທື່ອຍໍຄຳເວົ້າ                   ເຂົາຮໍເປັນຫວານອ່ອຍ
ອອຍໃຫ້ຄົນເຊື່ອໝັ້ນ              ພາຍທ້າຍທຸກລະທົມ  ຫັ້ນແລ້ວ.

ຄວນທີ່ຄິດໄຄ່ຮູ້                      ຫວນເຫດຫາຜົນ  ກ່ອນເນີ
ເຫັນຂອດຄວາມເໝາະສົມ       ໄຕ່ຕອງຕາມເລື້ອງ
ປັນຍາເຍືອງແຍງຮູ້                  ຫຼິງດູຫຼາຍຕ່າວ
ເຫັນຄວາມຈິງແຈ່ມແຈ້ງ           ຈິ່ງວາງໄວ້ເຊື່ອໃຈ  ແທ້ນາ.

......................

ແຕ່ງເມື່ອເດືອນພະຈິກ ປີ 2009

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ນີ້ຄືຫລັກການແຫ່ງຄວາມເຊື່ອຈາກບົດກາລາມະສູຕຣ໌. ພຣະພຸດທະອົງເປີດກວ້າງຕໍ່ການສຶກສາ ແລະ ຄົ້ນຄິດພິຈາຣະນາໃນທັມ ດັ່ງສະແດງອອກໃນບົດສູນສັນລະເສີນພຣະທັມມະຄຸນ ເຊັ່ນຄຳວ່າ ເອຫິປັສສິໂກທ່ານຈົ່ງມາເບິ່ງເຖີດ ໝາຍຄວາມວ່າພຣະອົງໄດ້ເຊີນຊວນມວນມະນຸດຜູ້ສົນໃຈໃນທັມເຂົ້າມາສຳຜັດດ້ວຍຕົວຂອງຕົນເອງ ເພື່ອເປັນການພິສູດ. ປັຈຈັຕຕັງ ເວທິຕັພໂພເປັນທັມທີ່ສຳຜັດ ແລະ ຮູ້ໄດ້ສະເພາະຕົນ. ບົດທັມມະທີ່ຈະນຳສະເໜີຕໍ່ໄປນີ້ເປັນທັມມະທີ່ພຣະພຸດທະເຈົ້າເທສນາໃຫ້ຊາວເມືອງເກສະປຸຕຕະນິຍະນິຄົມ ແກ່ຊົນເຜົ່າກາລາມະ ພວກທີ່ເປັນວັນນະກະສັຕຍ໌ຟັງກ່ຽວກັບຄວາມເຊື່ອຫລືບໍ່ຄວນເຊື່ອ ເນື່ອງຈາກວ່າໃນຄັ້ງພຸດທະການ ໃນປະເທດອິນເດຍ ມີຫລາຍລັດທິ ແລະ ນິກາຍ ຈິ່ງມີຄົນສັບສົນວ່າຈະນັບຖືໃນສາດສະດາອົງໃດກັນແທ້. ເພື່ອປ້ອງກັນຄວາມສັບສົນກ່ຽວກັບຄວາມເຊື່ອ ພຣະພຸດທະອົງຈິ່ງໄດ້ວາງຫລັກການໃຫ້ຊາວເມືອງກາລາມະຜູ້ມາຖາມ ຈິ່ງເປັນທີ່ມາຂອງກາລາມະສູຕຣ໌ ແລະ ໃຊ້ໄດ້ມາເຖິງປັດຈຸບັນນີ້.

ພຣະສູຕຣ໌ດັ່ງກາ່ວຍັງເປັນຫົວໃຈສຳຄັນໃຫ້ແກ່ນັກປາດທາງພຣະພຸດທະສາດສະໜາ ເພື່ອເປັນແຫວ່ນແຍງໃນການຄົ້ນຄ້ວາວິໄຈ ຈະເປັນຜົນງານການວິໄຈທາງດ້ານວິຊາການ ຫລືທາງດ້ານການປະຕິບັດຄອງວິປັສສນາກັມມະຖານ ດວ້ຍຈະບໍ່ປົງໃຈເຊື່ອໂລດວ່າ ອາຈາຣຍ໌ອົງນັ້ນດີຫລືວິເສດໂລດ ເວັ້ນເສຍແຕ່ວ່າຈະໄດ້ພິສູດດວ້ຍການປະຕິທັມມະຂອງເພິ່ນ ແລະ ເຫັນຜົນຈິງ. ຕໍ່ກັບຫລັກການດັ່ງກາ່ວນັກຄົ້ນຄ້ວາທາງພຣະພຸດທະສາດສະໜາທີ່ມີຊື່ສຽງຂອງໂລກເຊັ່ນທ່ານ ຣີຊາດ ກອມບຣິຈ Dr. Richard F. Gombrich ມັກຈະອ້າງອີງຫລັກການຄົ້ນຄວ້າຂອງພຣະພຸດທະເຈົ້າຂໍ້ນີ້ສະເໝີ ເພື່ອດຳເນີນການຄົ້ນຄ້ວາທາງພຣະພຸດທະສາດສະໜາ. ໃນທີ່ສຸດ ທ່ານຣີຊາດ ກອມບຣິຈ(ໃນປັດຈຸບັນ) ໄດ້ຮັບສາຍານາມວ່າ ພຣະໄຕປິດົກເຄື່ອນທີ່ ພ້ອມທັງເປັນນັກປຣາຊທາງ ພາສາບາລີ, ພາສາສັນສະກຣິຕ ແລະ ພາສາສິງຫົນ.

ເອົາລະ ບໍ່ແມ່ນເວົ້າຍ້ອງ ແລະ ຍົກບຸກຄົນສຳຄັນ(ຝຣັ່ງດັງໂມ)ມາອ້າງເພື່ອຊວນເຊື່ອ ແຕ່ຂໍໃຫ້ທ່ານຜູ້ອ່ານເຊື່ອດວ້ຍຫລັກການຕໍ່ໄປນີ້:

໑. ມາ ອະນຸສສະເວນະ ທ່ານຢ່າເຊື່ອພຽງໄດ້ຍິນເຂົາວ່າ -be not led by report
໒. ມາ ປຣັມປຣາຍະ ທ່ານຢ່າເຊື່ອພຽງເຂົາເລົ່າສືບໆກັນມາ-be not led by tradition
໓. ມາ ອິຕິກິຣາຍະ ທ່ານຢ່າເຊື່ອພຽງໄດ້ຍິນມາຢ່າງນີ້-be not led by hearsay
໔. ມາ ປິຕະກະສັມປະທາເນນະ ທ່ານຢ່າເຊື່ອພຽງອ້າງຕຳລາ-be not led by the authority of texts
໕. ມາ ຕັກກະເຫຕຸ ທ່ານຢ່າເຊື່ອພຽງນຶກເອົາເອງ-be not led by mere logic
໖. ມາ ນະຍະເຫຕຸ ທ່ານຢ່າເຊື່ອພຽງຄາດຄະເນເອົາ-be not led by inference
໗. ມາ ອາກາຣະປຣິວິຕັກເກນະ ທ່ານຢ່າເຊື່ອພຽງຕຶກຕອງຕາມອາຣົມ- be not led by considering appearances
໘. ມາ ທິດຖິນິຊຊານັກຂັນຕິຍາ ທ່ານຢ່າເຊື່ອພຽງຢືດຄວາມເຫັນຂອງຕົນ- be not led by the agreement with a considered and approved theory
໙. ມາ ພັພພະຣູປະຕາຍະ ທ່ານຢ່າເຊື່ອພຽງຖືວ່າຜູ້ນີ້ຄວນເຊື່ອ-be not led by seeming possibilities
໑໐. ມາ ສະມະໂນ ໂນຄຣູຕິ ທ່ານຢ່າເຊື່ອພຽງຖືວ່າຜູ້ນີ້ເປັນຄູຂອງເຮົາຯ-be not led by the idea" this is our teacher"

ຫລັກຄວາມເຊື່ອນີ້ສາມາດເປັນພື້ນຖານໃນການຄົ້ນຄວ້າວິໄຈຂໍ້ມູນຕ່າງໆບໍ່ສະເພາະແຕ່ໃນພຣະພຸດທະສາດສະໜາ ແຕ່ຍັງເໝາະສົມສຳຫລັບນັກສຶກສາທາງດ້ານອື່ນໆອີກ.

ຊາວພຸດທີ່ດີຄວນມີຫລັກການເຊື່ອຖືສິ່ງໃດສິ່ງໜຶ່ງດວ້ຍເຫດ ແລະ ຜົນ ບໍ່ຕົກລົງປົງໃຈເຊື່ອໂລດດວ້ຍເຫດວ່າຕົນເອງຍັງບໍ່ທັນແນ່ໃຈ ແຕ່ກໍ່ບໍ່ໝາຍຄວາມວ່າຈະປະຕິເສດໂລດ ເພາະຫລັກການນີ້ບໍ່ແມ່ນຫລັກການປະຕິເສດ.

ຂໍຄວາມຈະເລີນໃນທັມຈົ່ງເກີດມີແດ່ບັນດາທ່ານຜູ້ສະແຫວງໃນທັມ.

 

.................

ຂ້າພະເຈົ້າເຄີຍຂຽນໄວ້ແຕ່ປີ 2007 ພຸ້ນ ເອົາມາໃສ່ໃນເວັບນີ້ອີກ. ແຕ່ເຄີຍພິມລົງໃນປື້ມທັມມະ ແຕ່ດັດແປງສຳນວນດີກ່ວານີ້.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຈັກກະວານເວີ້ງວ້າງ...........................ອັນຍິ່ງໃຫຍ່ໄພສານ
ຫຼຽວຈົນສຸດສາຍຕາ..........................ບໍ່ອາດຄຳນວນໄດ້
ເກີດຈາກໃສຍັງງົງປູ້...........................ປັນຍາຄົນຄິດບໍ່ອອກ
ອາວະສານຈອດຈໍ້..............................ສູນສ້ຽງກໍບໍ່ເຫັນ.

ເຫັນແຕ່ໂລກໃຫຍ່ກ້ວາງ.....................ງາມຍິ່ງອັດສະຈັນ
ຈັກກະວານເດືອນດາວ.......................ອາທິດຈອນໃສແຈ້ງ
ມວນໝູ່ເມຄາກ້ຳ...............................ແມ່ນໃຜເດປັ້ນແຕ່ງ
ມະຫາສະໝຸດຍ່ານກ້ວາງ...................ທະເລພ້ອມພ່ຳກັນ.

ສິ່ງໝູ່ນັ້ນ ໃຜຜູ້ແຕ່ງປຸນແປງ..............  ກໍຕາມທ້ອນ
ລ້ວນເປັນຂອງອະນິດຈັງ.................... ເກີດດັບສລາຍສິ້ນ
ມີແລ້ວສູນເສັຍສ້ຽງ.......................... ກັບບໍ່ມີເປັນຕ່າງ
ສຸນຍະຕາເປົ່າຮ້າງ.............................ມີແລ້ວເສື່ອມສູນ.

ສູນແລ້ວກັບເກີດຂື້ນ........................ມີໃໝ່ຈະເລີນມາ
ເກີດມາແລ້ວຄົງສະຖຽນ...................ຈິ່ງປ່ຽນແປໄປຕາມເລື້ອງ
ສຸດທ້າຍກາຍກັບປິ້ນ........................ດັບສລາຍດັ່ງເຄົ້າ
ຈັກກະວານແຕ່ກ່ອນກີ້......................ຄາວນີ້ກໍດັ່ງດຽວ.


ສິ່ງນີ້ ຄືຄຳສອນໂລກະນາດເຈົ້າ.........   ຈອມເອກສັບພັນຍູ
ຜູ້ຍິ່ງຍານຍວງເຫັນ...........................ໝື່ນໂລກະທັມກ້ວາງ
ເຫັນມາດົນນານໄດ້...........................ສອງພັນປີປາຍເປັນເຂດ
ວິທະຍາສາດຈິ່ງກ່າວອ້າງ.................. ວິໄຈແຈ້ງເມື່ອລຸນ ນີ້ນາ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ອັຄຄັນຍະສູຕຣ໌ ເປັນພຣະສູດທີ່ເວົ້າເຖິງການກຳເນີດຂອງໂລກແລະຈັກກະວານຕາມທັດສະນະທາງພຸດທະສາສະໜາ ແລະ ທິດສະດີບິກແບ໊ງ (Big Bang Theory) ທີ່ເວົ້າເຖິງຈຸດກຳເນີດຂອງຈັກກະວານແລະໂລກເຊັ່ນດຽວກັນ.

ຄຳວ່າ ອັຄຄັນຍະສູຕຣ໌ ມາຈາກຄຳສອງຄຳ ຄື ອັຄຄະ(ອັກຄະ) + ຍາ(ຕົວ ຍໍ ສັບພັນຍູໃນອັກສອນທັມ). ອັຄຄະ ແປວ່າປະເສີດ ຫລື ເລີດ, ຍອດ ຫລື ຊັ້ນຍອດ, ເດີມ ຫລື ດັ້ງເດີມ, ຕົ້ນ ຫລື ຊັ້ນຕົ້ນ. ສ່ວນຄຳວ່າ ຍາ ແປວ່າ ຮູ້ ລວມເຂົ້າແລ້ວວ່າ ທີ່ຮູ້ກັນວ່າເລີດ, ຍອດ, ເດີມ ຫລື ຕົ້ນ ເມື່ອແປຕາມເນື້ອໃນແລ້ວ ໝາຍເຖິງສິ່ງທີ່ເວົ້າກັນມາຕັ້ງແຕ່ໂລກເກີດ. ເປັນພຣະສູດທີ່ພຣະພຸດທະອົງເທດໃຫ້ສາມະເນນວາເສດຖະແລະສາມະເນນ ພາຣະທະວາຊະ ທີ່ນະຄອນສາວັດຖີ. ເລື່ອງມີຢູ່ວ່າ ສາມະເນນນີ້ໄປຖາມຄວາມເປັນໄປເປັນມາກ່ຽວກັບວັນນະ(ຊົນຊັ້ນວັນນະ). ພຣະພຸດທະອົງຈິ່ງ ໄດ້ກ່າວເຖິງການກຳເນີດຂອງຈັກກະວານ ຂອງໂລກ ຈົນເວົ້າເຖິງການພັດທະນາການຂອງມະນຸດຮອດວັນນະຕ່າງໆ.

ອີງຕາມ ອັຄຄັນຍະສູຕຣ໌ ໄດ້ກ່າວເຖິງການກຳເນີດຂອງໂລກໄວ້ວ່າ ກ່ອນໜ້ານັ້ນຈັກກະວານມີແຕ່ຄວາມມືດມົນອົນທະການ ເວີ້ງວ້າງ ໄຮ້ສິ່ງທີ່ມີຊີວິດ ແມ່ນແຕ່ດວງເດືອນແລະດາວກໍຍັງບໍ່ທັນມີ, ການເວລາ ທີ່ບົ່ງບອກເຖິງວັນເດືອນປີແລະລະດູການກໍຍັງບໍ່ທັນມີ.

ຕໍ່ມາຈິ່ງເກີດມີມະຫາເມກຕັ້ງເຄົ້າຂື້ນ ແລ້ວມີສາຍລົມພັດຜ່ານໃນກາງເວຫາກໍ່ໃຫ້ເກີດຝົນຕົກລົງມາຈາກຂ້າງເທິງ ແຕ່ຕົກລົງບໍ່ຜ່ານຮອດຂ້າງລຸ່ມ ຍ້ອນວ່າມີສາຍລົມຮັບຮອງເອົາໄວ້ ຈິ່ງກໍ່ໃຫ້ເກີດມີນ້ຳຢູ່ກາງເວຫາຄ້າງຢູ່ເໜືອຊັ້ນລົມຄືກັນກັບນ້ຳຄ້າງຢູ່ເທິງໃບບົວ. ຕໍ່ມານ້ຳນັ້ນຈິ່ງຄ່ອຍໆແ ຫ້ງລະເຫີຍ ໄປຈົນຂ້ອນລົງແລ້ວກຳເນີດມີດິນ, ມີງ້ວນດິນເຊິ່ງມີລັກສະນະເປັນລົດຊາດຫອມຫວານຄືກັນກັບເຜີ້ງ, ມີ້ມ, ເນີຍເປັນຕົ້ນ. ຫລັງຈາກນັ້ນ ຈິ່ງມີເທວະດາ ຫລືພົມຈັນອະພັສສະຣະ ທີ່ມີຮ່າງກາຍເປັນທິບ ມີລັດສະໝີເປັ່ງປະກາຍກໍໄດ້ພາກັນສະເດັດລົງມາຫລີ້ນໃນດິນແດນນັ້ນ ເຖິງແມ່ນວ່າຍັງບໍ່ທັນມີແສງ ສະຫວ່າງໃດໆ ບໍ່ທັນມີດວງເດືອນ, ດວງອາທິດແລະດາວພຣະເຄາະອື່ນໆ ແຕ່ພວກເຂົາເຈົ້າໄດ້ອາໄສລັດສະໝີນັ້ນເປັ່ງປະກາຍແສງເຮັດໃຫ້ເຫັນຮຸ່ງ.

ຕໍ່ມາມີເທບພະດາຕົນໜຶ່ງລອງເອົາມືໄປສຳຜັດເບິ່ງດິນ ແລ້ວເອົາມາຊິມເບິ່ງ ຈິ່ງຮູ້ວ່າມີລົດຊາດແຊບຊ້ອຍແລ້ວກໍໄດ້ກິນ ເມື່ອກິນຫລາຍຄັ້ງຫລາຍຄາວ ຈິ່ງເຮັດໃຫ້ຮ່າງກາຍທີ່ລະອຽດປະນີດ ມີລັດສະໝີນັ້ນຄ່ອຍໆເສື່ອມແສງລັດສະໝີ ຈາກນັ້ນຈິ່ງປະກົດມີດວງເດືອນ, ດວງຕາເວັນແລະດາວພະເຄາະອື່ນໆກຳເນີດຂື້ນ. ເມື່ອມີດວງເດືອນ, ດວງອາທິດແລະດາວພຣະເຄາະກຳເນີດຂື້ນ ຈິ່ງປະກົດມີວັນ, ເດືອນ, ປີ ລະດູການເກີດຂື້ນໂລກແລະຈັກກະວານກໍໄດ້ມີການວິວັດທະນາການເລື້ອຍໆໄປ ແລະຕໍ່ມາຈິ່ງກຳເນີດມີເພດຍິງແລະເພດຊາຍຊັດເຈນໃນໝູ່ເທວະດາ ເຫລົ່ານັ້ນ ຫລັງຈາກນັ້ນ ຈິ່ງເກີດມີຄວາມສົນໃຈຮັກໄຄ່ກັນຂື້ນມາ ມີການເສບກາມເກີດຂື້ນ ເຊິ່ງທຳອິດນັ້ນກໍເສບກາມກັນແບບບໍ່ປິດບັງ ບໍ່ອາຍ ຕໍ່ມາຈິ່ງຮູ້ຈັກລະອາຍ...

ນອກຈາກພຣະສູດນີ້ຈະໄດ້ເວົ້າກ່ຽວກັບການກຳເນີດຂອງມະນຸດແລະຈັກກະວານແລ້ວ ຍັງເວົ້າເຖິງການວິວັດທະນາການຂອງສັງຄົມມະນຸດ ສືບໆກັນມາຈົນເຖິງຍຸກ ທີ່ຈະເລີນທີ່ສຸດ ຄືຕອນທີ່ມະນຸດມີການແບ່ງຊົນຊັ້ນວັນນະຂື້ນໃນສັງຄົມໂລກ.

ເມື່ອອ່ານມາເຖິງຈຸດນີ້ແລ້ວ ມາພິຈາລະນາການກຳເນີດຂອງຈັກກະວານຕາມທັດສະນະຂອງທິດສະດີການລະເບີດຄັ້ງຍິ່ງໃຫຍ່ໃນຈັກກະວານ ຄື ທິດສະດີບິກແບ໊ງ (Big Bang Theory) ທີ່ເວົ້າວ່າ ຈັກກະວານເຮົານີ້ຫາກໍໄດ້ມີວິວັດທະນາການມາປະມານ 14.000 ລ້ານປີ ຈາກການກຳເນີດຈາກສູນ ແມ່ນແຕ່ເວລາກໍບໍ່ມີ ຄືຈາກການລະເບີດຄັ້ງຍິ່ງໃຫຍ່ ຈາກການອັດແໜ້ນຂອງພະລັງງານໃນຈັກກະວານກໍໃຫ້ເກີດລະເບີດ ໃນຊ່ວງເວລາທີ່ມີຄ່າເທົ່າສູນ, ຈາກສິ່ງທີ່ບໍ່ມີຫຍັງເລີຍ, ບໍ່ມີເວລາ, ບໍ່ມີດວງເດືອນ, ດວງຕາເວັນ, ດວງດາວ ຫລືດາວເຄາະອື່ນໆ. ຫລັງຈາກລະເບີດແລ້ວຈິ່ງເກີດມີດວງເດືອນ, ດວງອາທິດແລະດາວເຄາະອື່ນໆກໍ່ໃຫ້ເກີດເປັນລະບົບສຸລິຍະຈັກກະວານຂື້ນ ແລ້ວໂລກກໍຄ່ອຍໆມີການວິວັດທະນາການຂະຫຍາຍຕົວມາເລື້ອຍໆ. ຈາກການບໍ່ມີຫຍັງກໍມີການກຳເນີດສິ່ງທີ່ມີຊິວິດແລະພັດທະນາການເລື້ອຍໆ ແລະທາດເຄມີຕ່າງໆ ທີ່ແຕກກະຈາຍຈາກຈຸດລະເບີດນັ້ນ ກໍຍັງຄົງຫລົງເຫລືອຈົນປັດຈຸບັນທີ່ນັກວິທະຍາສາດໄດ້ຄົ້ນພົບສືບມາ.

ເມື່ອອ່ານມາຮອດຈຸດນີ້ ຂ້າພະເຈົ້າຈິ່ງມີຂໍ້ສະຫຼຸບວ່າ ທັດສະນະທາງພຣະພຸດທະສາສະໜາ ແລະທາງວິທະຍາສາດ ມີທິດສະດີຄວາມເຊື່ອເລື່ອງຂອງການກຳເນີດໂລກ ຈັກກະວານແລະສິ່ງທີ່ມີຊີວິດບົນໜ້າໂລກນີ້ຄ້າຍໆກັນ ໂດຍບໍ່ໄດ້ເຊື່ອໄປໃນເລື່ອງພຣະເຈົ້າສ້າງໂລກ ແຕ່ຍ້ອນໂລກແລະຈັກກະວານມີການວິວັດທະນາການຂື້ນມາເອງຕາມກົດເກນຂອງທຳມະຊາດ. ແຕ່ມີສິ່ງທີ່ແຕກຕ່າງຢູ່ນັ້ນກໍຄື. ທາງວິທະຍາສາດບໍ່ໄດ້ເວົ້າເຖິງລາຍລະອຽດທີ່ເວົ້າເຖິງງ້ວນດິນແລະການກຳເນີດຂອງມະນຸດທີ່ມາຈາກຊັ້ນອາພັສສະຣະເໝືອນດັ່ງພຣະພຸດທະສາສະໜາ.

ສິ່ງທີ່ອາດມາຮັບຮອງເລື່ອງຄວາມເຊື່ອທາງພຸດທະສາສະໜານັ້ນ ກໍເຫັນຈະໄດ້ແກ່ເລື່ອງຂອງ ພົບພູມທີ່ສັດທັງຫລາຍອາໄສຢູ່ ເຊັ່ນສະຫວັນຊັ້ນ ອາພັດສະຣະ ເປັນພູມທີ່ຢູ່ຂອງເທວະດາທີ່ມີອາຍຸຍືນ ເຖິງແມ່ນວ່າໂລກຈະເສື່ອມສະຫລາຍໄປ ແຕ່ຍ້ອນການສະເຫວີຍ ຜົນກັມໃນຊາດທີ່ເປັນ ພົມໃຊ້ເວລາຍາວນານ ເກີນກ່ວາຄາດຄະເນ. ຜູ່ທີ່ໄປຢູ່ໃນຊັ້ນນີ້ ກໍແມ່ນຜູ້ທີ່ໄດ້ສ້າງນ້ຳກະທຳບຸນມາໃນຊາດອະດີດເຊິ່ງມີຊັ້ນພົມເປັນທີ່ຮອງຮັບ. ສະນັ້ນ, ການຫລີກລຽງຫົນທາງຈາກການດັບທຸກແບບບຳເພັນພາວະນາ ເພື່ອເຂົ້າເຖິງສະພາວະແຫ່ງຄວາມເປັນພົມ ຈະຕ້ອງໄດ້ປະຕິບັດຕົນໃຫ້ເຄັ່ງຄັດ ຫລືບໍ່ກໍເອົາໃຫ້ເຖິງນິບພານໄປເລີຍ. ນີ້ເປັນສິ່ງທີ່ນອກເໜືອວິທະຍາສາດຈະພິສູດໄດ້ ແລະຍາກທີ່ຈະພິສູດແລະເຊື່ອຖືຕາມທັດສະນະຂອງນັກ ວິທະຍາສາດ.

ເມື່ອສຶກສາຕາມຄຳພີທາງພຸດທະສາສະໜາມາຮອດນີ້ ບາງທ່ານອາດຄຶດວ່າ ມັນມີລັກສະນະເທບນິຍາຍກໍໄດ້ ແມ່ນແຕ່ສຳລັບຂ້າພະເຈົ້າແລ້ວ ຍັງພິຈາລະນາຢູ່ວ່າມັນເປັນລັກສະນະຫຍັງກັນແທ້ ເພາະວ່າຖ້າຈະຕັດສິນໃຈໄປໂລດວ່າບໍ່ແມ່ນ ກໍເຮັດບໍ່ໄດ້ ເພາະວ່າຕົນເອງຍັງບໍ່ຮູ້ຄືພຣະພຸດທະເຈົ້າ ຄັນຊິເຊື່ອໂລດກໍບໍ່ວ່າ ເພາະວ່າເພິ່ນໃຫ້ພິສູດແລະພິຈາລະນາ ຈິ່ງຈະຄົ້ນຄ້ວາສຶກສາຕື່ມອີກ ແຕ່ຍອມຮັບວ່າມັນມີສ່ວນຄືກັນຫລາຍລະຫວ່າງທັດສະນະທາງພຸດທະສາສະໜາແລະວິທະຍາສາດ.

......
ອ້າງອີງ:

ພຣະໄຕປິດົກເຫລັ້ມທີ 11,ໜ້າທີ 183. ສຸຕຕັນຕະປິດົກ ທີຄະນິກາຍ(ສະບັບມະຫາຈຸລາຯ)
ພິມຄຳວ່າ Aggañña Sutta ລົງໄປໃນ google.la ທ່ານຈະເຫັນຜົນອອກມາຫລາຍອັນ ສ່ວນ Big Bang Theory ກໍເຊັ່ນດຽວກັນ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມໝາຍຂອງຄຳວ່າ ຄັນຢາກມີສີສັນໃຫ້ນອນດິນເກືອກຝຸ່ນ ໝາຍເຖິງການພ່ຳເພັງສະມະນະທັມ ເຊັ່ນການບວດເປັນສະມະນະ ເຊັ່ນ ເປັນພຣະ ເປັນສາມະເນນ ຫຼືເປັນພໍ່ຂາວ ແມ່ຂາວ ແລ້ວປະພຶດປະຕິບັດທັມ ຢູ່ນ້ອຍ, ສັນນ້ອຍ, ມີຄວາມສັນໂດດໃນປັດໄຈສີ່ຕາມມີຕາມໄດ້. ຄຳວ່າ ນອນດິນເກືອກຝຸ່ນ ໝາຍຄວາມວ່າ ເມື່ອເວລາເຂົ້າສູ່ການບວດ ເພື່ອປະພຶດປະຕິບັດທັມນັ້ນ ບາງອົງບາງທ່ານກໍຢູ່ໃນກະຕູບກັມມະຖານ, ບາງທ່ານກໍຢູ່ໃນກົດ, ບາງທ່ານກໍຢູ່ໃນກຸຕິຮ້າງໆ, ບາງອົງກໍຢູ່ໃຕ້ຮົ່ມໄມ້ ຄື ມີການປະພຶດພົມມະຈັນຢູ່ແບບບໍ່ຢຶດຕິດກັບສະຖານທີ່ທີ່ຈົບງາມ ຫຼືເຮືອນຫຼືກຸຕິໃຫຍ່ໂຕ ກົງກັນຂ້າມແມ່ນ ສະແຫວງຫາຄວາມວິເວກ ຫຼື ສະຫງົບຢູ່ຕາມປ່າເຂົາລຳເນົາໄພ ກໍຈະເຮັດໃຫ້ຊີວິດຂອງການປະຕິບັດທັມໄດ້ຮັບໝາກຜົນ ແລ້ວກາຍເປັນຜູ້ມີສິນ ມີຊານ ມີທັມ ໜ້າຕາສົດໃສເບີກບານແຈ່ມໃສດ້ວຍການອີ່ມເອີບໃນທັມ ຈິ່ງກາຍເປັນຜູ້ມີສີສັນ ຄື ມີສິນ ມີສະມາທິ ແລະມີປັນຍາທີ່ອົບຮົມສັ່ງສົມດີ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳວ່າ ໝູ່ ໃນຄວາມໝາຍແປນທົ່ວໄປນັ້ນ ໝາຍເຖິງເພື່ອນມິດສະຫາຍ ສ່ຽວຮັກ, ສ່ຽວແພງ ຕາມພາສາຊາວໂລກນິຍົມກັນເຂົ້າໃຈ. ແຕ່ ໝູ່ ປິດສະໜາທັມນີ້ ໝາຍເຖິງ ຄວາມຂີ້ຖີ່, ຄວາມຂີ້ໜ້ຽວ, ຈິດໃຈຄັບແຄບ, ເປັນຄົນເຫັນແກ່ໂຕ... ຈົນເຮັດໃຫ້ຄົນທີ່ຢູ່ອ້ອມຂ້າງເພື່ອນມິດສະຫາຍ ຕະຫຼອດຮອດຍາດຕິພີ່ນ້ອງ ບໍ່ຢາກມາແວ່ມາຢາມ ຍ້ອນວ່າ ຄວາມຂີ້ຖີ່ ຢ້ານແຕ່ສີ້ນເປືອງ ຢ້ານແຕ່ໝົດແຕ່ສ້ຽງ ບາງຄົນຍາດພີ່ນ້ອງມາຢາມ ກໍບໍ່ຢາກຕ້ອນຮັບຊ້ຳ ເພື່ອນມິດສະຫາຍມາ ກໍຕ້ອນຮັບບໍ່ດີ ບໍ່ຫານ້ຳ ຫາເຂົ້າປາອາຫານມາຕ້ອນຮັບ... ອາການແນວນີ້ ກໍຍ້ອນວ່າ ມັນມີໝູ່ທີ່ເປັນຄວາມຂີ້ຖີ່ຕິດໂຕມານຳ ມັກແຮກສ່ຽວກັບເຮົາມາຈັກແຕ່ມື້ໃດ ຈົນວ່າເຮົາແຍກບໍ່ອອກ ຄັນຜູ້ໃດຕັດຂາດຈາກ ຄວາມຂີ້ຖີ່ ຮູ້ຈັກເປັນຄົນມີໃຈກ້ວາງ ຮູ້ຈັກແບ່ງປັນສິ່ງທີ່ຕົນມີ ຕາມເຫດຕາມຜົນ ຕາມມີຕາມໄດ້ ແກ່ຄົນທີ່ຢູ່ອ້ອມຂ້າງ ເພື່ອນມິດສະຫາຍ ໃຫ້ທັງສິ່ງທີ່ເປັນວັດຖຸ ຫຼືອາມິດ ແລະໃຫ້ທັງສິ່ງທີ່ເປັນຄວາມຮູ້ ໃຫ້ການປຶກສາໃນທາງທີ່ດີ ໃຜໆກໍຢາກມາແວ່....ສະນັ້ນ, ຄັນເຮົາຢາກໃຫ້ພີ່ນ້ອງມາແວ່, ເພື່ອນມິດສະຫາຍແລະຄົນທົ່ວໄປມາແວ່ ໃຫ້ຂ້າຄວາມຂີ້ຖີ່, ຄວາມເຫັນແກ່ໂຕນັ້ນຖິ້ມເສຍ ແລ້ວທ່ານຈະມີເພື່ອນມິດສະຫາຍມາກມາຍ ໄປໃສມາໃສກໍບໍ່ອຶດເຂົ້າ...

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພວກເຮົາມັກໄດ້ຍິນເລື້ອຍໆ ເວລາເຂົ້າໄປວັດ ຄູບາເພິ່ນມັກເວົ້າທັມມະທັມໂມ ໂດຍສະເພາະເວົ້າເລື່ອງສິນ ບ່ອນທີ່ວ່າ ຢາກມີສິນໃຫ້ຂ້າພໍ່ຕີແມ່ . ຄຳເວົ້ານີ້ ມັນຂັດຫູເອົາແທ້ເອົາວ່າ ເຮັດໃຫ້ຜູ້ຟັງງົງປານໄກ່ຕາແຕກ ແລະມີຄຳຖາມຂື້ນໃນໃຈວ່າ ເປັນຫຍັງຄືວ່າ ແນວນັ້ນ ກະດຽວວ່າ ບໍ່ໃຫ້ຂ້າສັດຕັດຊີວິດ ຢ້ານບາບ ອັນນີ້ ຄືວ່າ ໃຫ້ຂ້າຮອດພໍ່ ຕີຮອດແມ່ພຸ້ນ ຈັ່ງຊິມີສິນ.

ທີ່ຈິງແລ້ວ ຄຳວ່າ ພໍ່ ແມ່ ໃນທີ່ນີ້ ໝາຍເຖິງ ຄວາມໂລບ, ຄວາມໂກດ ແລະຄວາມຫລົງ ສາມຢ່າງນີ້ ປຽບເໝືອນພໍ່ແມ່ເຮົາ ເພາະວ່າມັນມີມານຳເຮົາຕັ້ງແຕ່ມື້ເຮົາເກີດພຸ້ນ. ຍ້ອນຄວາມໂລບຢາກໄດ້ ຂອງຜູ້ອື່ນມາເປັນຂອງໂຕ ຈິ່ງເຮັດໃຫ້ຄົນໄປຂີລັກມັກສົກ; ຍ້ອນຄວາມໂກດ ຫຼືໃຈຮ້າຍ ຈິ່ງເຮັດໃຫ້ຄົນກ້າຕີ ກ້າທຳລາຍຮ່າງກາຍ ຫຼືຊີວິດຂອງຄົນອື່ນ; ຍ້ອນໂມຫະ ຄືຄວາມຫຼົງ ເຊັ່ນຫຼົງລືມບຸນຄຸນພໍ່ແມ່ ແລະຜູ້ມີອຸປະກາລະຄຸນທັງຫລາຍ, ຫຼົງເຮັດຜິດວ່າເປັນຖືກ ໂດຍບໍ່ຮູ້ຈຳແນກວ່າອັນໃດຖືກຕ້ອງ ບໍ່ຖືກຕ້ອງ ຈຳແນກແຍກແຍະດີຊົ່ວບໍ່ໄດ້ ຈິ່ງເຮັດໃຫ້ຄົນຜິດສິນ.

ສະນັ້ນ, ຄຳເວົ້າທີ່ວ່າ ຢາກມີສິນໃຫ້ຂ້າພໍ່ຕີແມ່ ນີ້ ຈິ່ງໝາຍເຖິງການຂ້າ ຄວາມໂລບ, ຄວາມໂກດ ແລະຄວາມຫຼົງ ຈິ່ງຈະເຮັດໃຫ້ເຮົາເປັນຄົນທີ່ມີສິນໄດ້ ແລ້ວກໍຈະເປັນຄົນດີ ເປັນຜົນດີຕໍ່ຄົນຢູ່ອ້ອມຂ້າງ ແລະສັງຄົມທີ່ເຮົາຢູ່ອາໄສກໍຈະໄດ້ຮັບອານິສົງໄປນຳ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

ບໍ່ຄວນເຊື່ອຂ່າວລື ທີ່ບໍ່ສົມເຫດສົມຜົນ

                                                   ໂດຍ: ອະພິນ​​ໂຍ

ໃນຊຸມປີຜ່ານມາ ຈົນຮອດປັດຈຸບັນ ປະກົດວ່າໄດ້ພົບເຫັນ ການພິມເຜີຍແຜ່ເອກະສານກ່ຽວກັບ​​ເລື່ອງ​​ພຣະແກ້ວມໍລະກົດໂດຍມີຫົວຂໍ້ວ່າ ດ້ວຍເຫດໃດພຣະແກ້ວມໍລະກົດຈິ່ງໄປຢູ່ໄທ” ​ເນື້ອໃນຂຽນເຖິງສາເຫດກ່ອນທີ່ໄທຈະນຳເອົາໄປໄດ້ ທຳອິດບອກວ່າຍົກແນວໃດກໍບໍ່ຂື້ນ ພວກເຂົາເຈົ້າຈິ່ງໄດ້ນຳເອົາໝໍໂຫນ 5 ຄົນມາເປັນພະຍານໃນການສາບານວ່າ ຕອນນັ້ນປະເທດລາວຍັງບໍ່ທັນສະຫງົບຈະເອົາໄປໄວ້ໄທກ່ອນ ຖ້າວ່າເມື່ອ​​ໃດປະເທດລາວມີຄວາມສະຫງົບໝັ້ນຄົງດີແລ້ວ ຈິ່ງຈະເອົາມາສົ່ງ ຖ້າບໍ່ເອົາມາສົ່ງຕາມສາບານເອົາໄວ້ ຂໍໃຫ້ບ້ານ​​ເມືອງໄທເກີດໄພພິບັດ​ 5 ປະການແຕ່ຈະບໍ່ນຳເອົາມາກ່າວໃນທີ່ນີ້.


ເລື່ອງດັ່ງກ່າວເປັນເລື່ອງທີ່ບໍ່ສົມເຫດສົມຜົນເນື່ອງຈາກວ່າ ໃນສະໄໝທີ່ບ້ານເມືອງຂອງເຮົາເສຍໄຊຈາກການຮຸກຮານຂອງສະຫຍາມນັ້ນແນ່ນອນວ່າ ຊັບສົມບັດຂອງຊາດເຮົາທີ່ເຂົາເອົາໄປໄດ້ໂດຍສະເພາະແມ່ນພຣະພຸດທະຮູບ, ຄຳພີດີກາ​, ວັດຖຸບູຮານທີ່ເກົ່າແກ່ໃນນັ້ນລວມມີພຣະ​​ແກ້ວມໍລະກົດ ​​ແມ່ນພວກເຂົາຈະຕ້ອງໄດ້ຂົນເອົາໄປ ຖ້າຈະເວົ້າຕາມກົດເກນຂອງສົງຄາມ ມັນກໍເປັນເລື່ອງປົກກະຕິຂອງຜູ້ຊະນະ​​ທີ່ຈະປະຕິບັດແນວນັ້ນ ຈະວ່າລັກ ຫຼືວ່າປຸ້ນສະດົມເອົາກໍຫາກແມ່ນ ຫຼືຈະເວົ້າວ່າ ມັນເປັນກົດເກນຂອງສົງຄາມກໍຫາກຄື. ​ແຕ່ສຳລັບເລື່ອງພຣະແກ້ວ ວ່າເອົາໄປບໍ່ໄດ້ແລ້ວຫາໝໍໂຫນລາວເຮົາມາ​​ເປັນພະຍານໃນການສາບານນີ້  ອາດຈະບໍ່ແມ່ນຄວາມຈິງແລະບໍ່ມີເຫດຜົນເພາະວ່າບໍ່ມີປະກົດຊັເຈນ​​ໃນປະຫວັດສາດລາວອາດເປັນເລື່ອງທີ່ສ້າງຂື້ນມາໃໝ່​​ໂດຍຄົນລາວເຮົາເອງ ຫຼືຝ່າຍກົງກັນຂ້າມ ​​ໂດຍໃຫ້​​ແທດເໝາະກັບສະຖາ ນະການໃນປັດຈຸບັນ ເຊິ່ງກຳລັງເກີດຂື້ນໃນປະເທດໄທ​ ​ເພື່ອໃຫ້ສົມຈິງກັບເຫດການແລະເວົ້າບໍ່ໄດ້ ບາງ ທີຜູ້ເຮັດ​​ໃບປິວນີ້ ອາດມີຈຸດປະສົງເພື່ອເປັນອຸບາຍຢາກໃຫ້ໄດ້ພຣະແກ້ວຄືນມາ ຫຼືຖ້າເປັນຝ່າຍໜຶ່ງເປັນຜູ້ເຮັດ ກໍເພື່ອຫວັງຫາວິທີທາງເອົາພຣະແກ້ວມາສົ່ງເຊິ່ງອາດແມ່ນຂອງປອມກໍໄດ້ ​​ໂດຍບໍ່ຄິດຄຳນຶງວ່າ ຈະ​​ເປັນຜົນກະທົບຕໍ່ສາຍພົວພັນທັງສອງປະເທດ. ແລະອີກຢ່າງໜຶ່ງ ສິ່ງທີ່ຄວນຄິດພິຈາລະນາກໍຄື ຕາມທໍາມະດາຂອງພຣະພຸດທະຮູບ ທີ່ເປັນຕົວແທນຂອງພຣະພຸດທະເຈົ້າ ຜູ້ທີ່ມີຄວາມເມດຕາກະລຸນາອັນຍິ່ງໃຫຍ່ ຈະມາບັນດານໃຫ້ມະນຸດເປັນໄປຕາມຄໍາສາບນັ້ນ ຄົງຈະເປັນໄປບໍ່ໄດ້.

ຖ້າເຮົາລອງມາພິຈາລະນາຕາມຄວາມເປັນຈິງແລ້ວ ພຣະແກ້ວມໍລະກົດ ທີ່ຈິງແລ້ວ ຖ້າຈະເວົ້າໃຫ້ເປັນກາງແມ່ນເປັນສົມບັດຂອງ​​ໂລກທາງພຣະພຸດທະສາສະໜາ​ ​​ເພາະວ່າ ​​ເຄີຍໄດ້ຖືກປະດິດສະຖານໄວ້ຢູ່ຫລາຍປະເທດເຊັ່ນ ຂະເໝນ, ​ໄທ, ສີລັງກາມາກ່ອນ ກ່ອນຈະມາຢູ່ປະເທດລາວແລະຫລ້າສຸດຢູ່ປະເທດໄທ. ການເວົ້າ​​ແນວນີ້ ກໍບໍ່ໝາຍຄວາມວ່າ ເປັນການເຂົ້າຂ້າງຝ່າຍໃດຝ່າຍໜຶ່ງ ແຕ່ເພື່ອໃຫ້ພາກັນພິຈາລະນາ.

ນອກຈາກນີ້ ຍັງມີຂ່າວລືທີ່ຄ້າຍໆຄືກັນອີກ ທີ່ເວົ້າເຖິງໄພອັນຕະລາຍທີ່ຈະເກີດຂື້ນແກ່ມວນມະນຸດແລະໄດ້ແນະນຳໃຫ້ມະນຸດຕັ້ງຢູ່ໃນສິນຫ້າເພື່ອວ່າຈະປອດໄພຈາກໄພພິບັດນັ້ນ ອັນນີ້ແມ່ນເປັນເລື່ອງດີເຮັດໃຫ້ຄົນຕັ້ງໝັ້ນຢູ່ໃນການສ້າງຄວາມດີແຕ່ໃນນີ້ ກໍຍັງມີເລື່ອງທີ່ບໍ່ສົມເຫດສົມຜົນຢູ່ນຳ ນັ້ນກໍຄືການໂຄສະນາຊວນເຊື່ອທີ່ບອກວ່າ ຖ້າຜູ້ໃດພິມແຈກຕໍ່ໆກັນໄປ ໃນຈໍານວນຕໍ່ນັ້ນທໍ່ນີ້ ຈະໂຊກດີ ຮັ່ງມີຖືກເລກ ​​ໃນເວລາຊົ່ວຂ້າມຄືນ. ອັນນີ້ ກໍບໍ່ສົມເຫດສົມຜົນເພາະວ່າເປັນສິ່ງທີ່ບໍ່ຖືກຕ້ອງຕາມຫຼັກທາງພຸດທະສາສະໜາ ຍ້ອນວ່າ ຕາມຫຼັກການແທ້ຈິງນັ້ນ ຄົນເຮົາຈະຮັ່ງມີ ຢູ່ດີມີສຸກໄດ້ນັ້ນ ບໍ່ແມ່ນໄດ້ມາຈາກໂຊກຊະຕາ ຫຼື ການລໍຄອຍ ຈາກວາດສະໜາບັນດານ ແຕ່ຍ້ອນເກີດຈາກຄວາມດຸໝັ່ນຂະຫຍັນ, ຂະຫຍັນຫາ, ຮັກສາສິ່ງ ທີ່ໄດ້ມາແລ້ວໃຫ້ດີ ແລະຄົບຫາເພື່ອນມິດທີ່ດີ ຈິ່ງຈະມີຄວາມຈະເລີນກ້າວໜ້າ. ຖ້າຈະໂຊກດີ ຮັ່ງມີ ຍ້ອນແຈກໃບປິວ ແບບນີ້ ສົມມຸດວ່າ ທຸກຄົນມາພາກັນເຮັດແນວນີ້ໝົດ ຄົນທີ່ຈະມີເງິນຫຼາຍຂື້ນ ເຫັນຈະໄດ້ ແກ່ ຮ້ານສຳເນົາເອກະສານຫຼາຍກວ່າ.

ນອກຈາກນີ້ ຍັງມີການໂຄສະນາໃຫ້ພິມແຈກປຶ້ມສູດມົນໄຫວ້ພຣະ ເຊັ່ນການໂຄສະນາຄວາມສັກສິດ ຂອງ ພຣະຄາຖາຊິນນະບັນຊອນ ແລະ ພຣະຄາຖາ ຍອດພຣະກັນໄຕປິດົກ ເບິ່ງແລ້ວຄົນມັກນິຍົມພິມຫຼາຍແທ້ ມັກເຫັນແຈກໃນງານບຸນສົມໂພດພຣະ ແລະເອົາໄປແຈກວັດຕ່າງໆ. ອັນນີ້ ກໍເປັນເລື່ອງທີ່ດີ ເຮັດໃຫ້ຄົນເຮົາໝັ່ນໄຫວ້ພຣະສູດມົນເພື່ອພັດທະນາຄຸນນະພາບຂອງຈິດໃຈໃຫ້ເປັນບຸນເປັນກຸສົນ. ແຕ່ມີສິ່ງໜຶ່ງທີ່ຄວນ ສັງເກດຢູ່ໃນປຶ້ມນັ້ນກໍຄື ຄຳໄຫວ້ພຣະ ເຈົ້າ ຣ 5 ເຊິ່ງເພິ່ນມັກພິມເປັນຕົວ ຮ ເລີຍບໍ່ຮູ້ວ່າ ຮ 5 ແມ່ນໃຜ ຫຼືອາດຈະຜູ້ຮູ້ແມ່ນແຕ່ວ່າ ຣ 5 ແມ່ນໃຜ. ທີ່ຈິງແລ້ວ ນັ້ນຄື ເຈົ້າຊີວິດຂອງໄທ ໃນລັດຊະການທີ 5 ເຊິ່ງຄົນລາວ ເຮົາ ກໍພາກັນຂາບໄຫວ້ຕາມປຶ້ມນັ້ນ ແທນທີ່ພວກເຮົາຈະພິມບົດໄຫວ້ເຈົ້າຟ້າງຸ່ມ, ເຈົ້າໄຊເຊດຖາ ແລະເຈົ້າອະນຸວົງໃສ່ແທນ ບໍ່ດີ ກວ່າບໍ?

ສະນັ້ນ ເລື່ອງທີ່ເປັນຂ່າວລືຫຼືການໂຄສະນາຊວນເຊື່ອໃນການພິມແຈກປຶ້ມກໍດີ ໃບປິວກໍດີ ສົມຄວນທີ່ນັກວິຊາການ ອຳນາດການປົກຄອງທີ່ກ່ຽວຂ້ອງ ຕະຫຼອດ ຮອດພໍ່ແມ່ປະຊາຊົນຊາວພຸດເຮົາ ຄວນມີການພິຈາ ລະນາຄືນໃໝ່ ໂດຍການໃຊ້ຫຼັກວິຈາລະນາຍານ ແລະເອົາຫຼັກການຕັດສິນຄວາມເຊື່ອຖືແບບ ວິທະຍາສາດ ຂອງພຣະພຸດທະສາສະໜາ ໂດຍໃຊ້ຫຼັກກາລາມະສູດ 10 ປະການເປັນຫຼັກໝັ້ນ ກ່ອນທີ່ຈະເຊື່ອຫຍັງ ລົງໄປ ເຊັ່ນ ເພິ່ນບອກວ່າ ບໍ່ຄວນປົງໃຈເຊື່ອໃນຂ່າວລື ຖ້າຈະເຊື່ອກໍໃຫ້ ພິຈາລະນາດ້ວຍປັນຍາແລະເຫດ ຜົນ, ບໍ່ຄວນເຊື່ອຄຳພີ, ບໍ່ຄວນເຊື່ອແມ່ນແຕ່ວ່າບຸກຄົນທີ່ບອກເຮົາ ຫຼືນຳຂ່າວມານັ້ນ ເປັນຄົນທີ່ເຮົາໄວ້ໃຈຫຼືເປັນອາຈານທີ່ເຮົານັບຖືເປັນຕົ້ນ. ນີ້ກໍສົມຄວນນຳເອົາມາພິຈາລະນາ ເພື່ອເປັນຫຼັກຄົ້ນຄ້ວາຕາມເຫດຜົນອັນສົມຄວນເໝາະສົມ ເພື່ອວ່າເຮົາຈະ ບໍ່ເປັນທາດຂອງການໂຄສະນາຊວນເຊື່ອ ໃນ ຍຸກສັງຄົມບໍລິໂພກຂໍ້ມູນ ຂ່າວສານຍຸກປັດຈຸບັນນີ້ ແລ້ວຄົນລາວເຮົາກໍຈະບໍ່ຖືກຕົວະຕົ້ມງ່າຍໆອີກຕໍ່ໄປ ແລະຄວນເອົາໃຈໃສ່ຊ່ວຍກັນ ບໍ່ຄວນໃຫ້ມີການພິມແຈກຊະຊາຍອີກ ຖ້າຈະພິມບາງອັນກໍໃຫ້ຕັດອອກ ແລະມີຜູ້ກວດແກ້ໃຫ້ດີຈິ່ງພິມ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄຳວ່າ ຢາກກິນເຂົ້າໃຫ້ປູກໃສ່ພະລານຫີນ ເປັນຄຳເວົ້າທີ່ເຮັດໃຫ້ຄົນງົງແລະສົງໃສວ່າ ມັນແມ່ນແທ້ບໍ? ຄືມາວ່າແນວນີ້ ຄັນເວົ້າຕາມຄວາມຈິງແລ້ວ ແມ່ນໃຜຊິປູກເຂົ້າໃສ່ພະລານຫີນໄດ້ ມັນເປັນໄປບໍ່ໄດ້. ອັນນີ້ມັນເປັນປິດສະໜາທັມ ຄຳວ່າ ພະລານຫີນ ໃນທີ່ນີ້ໝາຍເຖິງວຽກງານທີ່ຕ້ອງໃຊ້ຄວາມພາກພຽນພະຍາຍາມສູງ ລຳບາກກາກກຳ ເວລາເຮັດວຽກໃຫ້ຕັ້ງໃຈເຮັດ ອຸປະມາເໝືອນການປູກເຂົ້າໃສ່ພະລານຫີນເປັນເລື່ອງຍາກ ການເຮັດວຽກທີ່ຍາກລຳບາກ ກໍຕ້ອງໃຊ້ຄວາມດຸໝັ່ນສັນນັ້ນ ຈິ່ງຈະໄດ້ຮັບໝາກຜົນຈົບງາມ ແລະຜົນທີ່ໄດ້ຮັບນັ້ນ ຄືກັນກັບເຂົ້າທີ່ປູກມາດ້ວຍຄວາມລຳບາກ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໃນພຣະໄຕປິດົກ ຈູລະກັມມະວິພັງຄະສູດ ເປັນພຣະສູດທີ່ພຣະພຸດທະເຈົ້າຊົງສະແດງແກ່ສຸພະມານົບ  ທີ່ອາຮາມຂອງອະນາຖະບິນດິກະເສດຖີເຂດພຣະນະຄອນສາວັດຖີ ກ່ຽວກັບເລື່ອງການຈຳແນກກັມຂອງມະນຸດ ຊົງສອນໃຫ້ພິຈາລະນາກັມແລະຜົນຂອງກັມດັ່ງນີ້:

1. ອາຍຸສັ້ນ  ຍ້ອນໄດ້ຂ້າສັດ
2. ອາຍຸຍືນ ຍ້ອນ ໄດ້ເຄີຍງົດເວັ້ນຈາກການຂ້າສັດ
3. ມີໂຣຄາພະຍາດຫລາຍ ຍ້ອນເຄີຍທໍລະມານບຽດບຽນສັດ
4. ມີໂຣຄາພະຍາດນ້ອຍ ຍ້ອນເຄີຍງົດເວັ້ນຈາກການທໍລະມານສັດ
5. ຜິວພັນບໍ່ງາມ ຍ້ອນມີຄວາມຄຽດແຄ້ນເກັບໄວ້ໃນໃຈ
6. ຜິວພັນງາມ ຍ້ອນບໍ່ມີຄວາມຄຽດແຄ້ນເກັບໄວ້ໃນໃຈ
7. ບໍ່ມີອຳນາດ ຍ້ອນມີໃຈມາກດ້ວຍຄວາມອິດສາຜູ້ອື່ນ
8. ມີອຳນາດມາກ ຍ້ອນບໍ່ມີໃຈຄອຍອິດສາຄົນອື່ນ
9. ຖານະຍາກຈົນ ຍ້ອນບໍ່ເຄີຍບໍລິຈາກທານ
10. ຖານະຮັ່ງມີ ຍ້ອນໄດ້ເຄີຍບໍລິຈາກທານ
11. ເກີດໃນສະກຸນຕ່ຳ ຍ້ອນເຄີຍຖືຕົວແລະດູຖູກຄົນອື່ນ
12. ເກີດໃນສະກຸນສູງ ຍ້ອນບໍ່ເຄີຍດູຖູກຢຽບຫຍາມຄົນອື່ນ
13. ມີປັນຍານ້ອຍ ຍ້ອນບໍ່ມັກຂົນຂວາຍຖາມຜູ້ຮູ້
14. ມີປັນຍາຫລາຍ ຍ້ອນມັກຂົນຂວາຍຖາມປັນຫາແກ່ຜູ້ມີປັນຍາ.

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເມື່ອມັງມີ            ມາກມາຍ       ມິດໝາຍມອງ
ເມື່ອມົວໝອງ      ມິດມອງ         ເໝືອນໝູ່ໝາ
ເມື່ອມອດມ້ວຍ    ໝົດມິດ          ມຸ້ງມອງມາ
ເມື່ອບໍ່ມີ             ແມ້ໝູ່ໝາ        ມິມາມອງ.

 

ຈື່ຂອງເຂົາມາ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

Picture@Bailane.com

ພຣະພຸດທະສາສະໜາ ເປັນສາສະໜາອະເທວະນິຍົມ atheism ຄື ບໍ່ໄດ້ເນັ້ນໜັກໄປໃນເລື່ອງພຣະເຈົ້າສ້າງໂລກ ບໍ່ເຊື່ອໃນເລື່ອງເທບພຣະເຈົ້າຜູ້ສ້າງ ແຕ່ເຊື່ອວ່າ ໂລກມີການວິວັດທະນາການໃນຕົວມັນເອງ ຄື ມີການເກີດຂື້ນ ວິວັດທະນາການ ແລະແຕກດັບໄປໃນທີ່ສຸດ ແລະກໍມີການແຕກດັບໄປຫລາຍເທື່ອແລ້ວ. ນອກຈາກນີ້ ພຣະພຸດທະສາສະໜາ ຍັງກ່າວເຖິງຈັກກະວານທີ່ກ້ວາງໃຫຍ່ນີ້ ບໍ່ໄດ້ມີແຕ່ອາທິດ ແລະດວງຈັນດວງດຽວເທົ່ານັ້ນ ຍັງມີຫລາຍກວ່ານັ້ນ.

ເຖິງແນວໃດກໍຕາມ ຄວາມຄິດເລື່ອງໂລກ ແລະຈັກກະວານນີ້ ຍັງເປັນເລື່ອງອະຈິນໄຕ(ສິ່ງທີ່ມະນຸດທຳມະດາ ບໍ່ອາດຄິດເອົາເອງໄດ້) ນອກຈາກພຣະພຸດທະອົງເທົ່ານັ້ນ ທີ່ຊົງມີສັບພັນຍຸຕຍານ the Omniscent One ສາມາດຢັ່ງຮູ້ສັບພະສິ່ງໃນຈັກກະວານ.

ພຣະພຸດທະອົງໄດ້ຊົງຕັດເຖິງລາຍລະອຽດກ່ຽວກັບທຳມະຊາດການເກີດດັບຂອງຈັກກະວານໄວ້ ໃນຄຳພີພຣະໄຕປິດົກ ອັຕຖະກະຖາ ທີຄະນິກາຍ ປາຕິວັຄ ວ່າມີຢູ່ 4 ໄລຍະ ເມື່ອຄົບ 4 ໄລຍະ ກໍຈະຄິດເປັນ ວັຕຕະ(ຮອບ) ເປັນການວຽນຮອບຢ່າງບໍ່ມີຈຸດເລີ່ມຕົ້ນແລະສິ້ນສຸດ ຄືວຽນຢູ່ແບບນີ້ເລື້ອຍໆໄປ ແຕ່ລະຮອບຈະໃຊ້ເວລາເທົ່າກັບ ໜຶ່ງອະສົງໄຂກັປ. 4 ຮອບມີດັ່ງນີ້ຄື:

1. ສັງວັຕຕະອະສົງໄຂກັປ : ໃນກັປນີ້ ເປັນຊ່ວງເວລາທີ່ໂລກກຳລັງຖືກທຳລາຍດ້ວຍທຳມະຊາດ ຄື : ນ້ຳ, ລົມ ແລະໄຟ.
2. ສັງວັຕຕະຖາຍີອະສົງໄຂກັປ: ເປັນຊ່ວງເວລາທີ່ໂລກຖືກທຳລາຍລ້າງແລ້ວ.
3. ວິວັຕຕະອະສົງໄຂກັປ: ເປັນຊ່ວງເວລາທີ່ໂລກເລີ່ມພັດທະນາຄືນໃໝ່
4. ວິວັຕຕະຖາຍີອະສົງໄຂກັປ : ເປັນຊ່ວງທີ່ໂລກໄດ້ພັດທະນາຈະເລີນແລ້ວ

ທັມທີ່ເປັນເຫດໃຫ້ໂລກພິນາດ

ໂລກທີ່ເຮົາອາໃສຢູ່ນີ້ ຍ່ອມມີການເກີດຂື້ນແລະມີການພິນາດໄປໃນທີ່ສຸດ ດ້ວຍເຫດທັມ 3 ປະການນີ້ຄື:

1. ໂລພະເຫດ:
ສະໄໝໃດກໍຕາມ ຫາກມະນຸດທັງຫລາຍ ມີສັນດານໜາແໜ້ນໄປດ້ວຍ ໂລພະ ສະໄໝນັ້ນ ໂລກຍ່ອມຈະເຖິງຄາວພິນາດໄປດ້ວຍໄຟ(ບັນໄລກັປ) ຍ້ອນວ່າ ໂລພະນັ້ນ ມີລັກສະນະຮ້ອນແຮງດັ່ງໄຟ.
2. ໂທສະເຫດ :
ສະໄໝໃດ ມະນຸດທັງຫຼາຍ ມີສັນດານທີ່ຄອບງຳດ້ວຍ ໂທສະ ສະໄໝນັ້ນ ໂລກຍ່ອມເຖິງຄາວພິນາດດ້ວຍນ້ຳ (ບັນໄລກັປ) ຍ້ອນວ່າ ໂທສະຍ່ອມ ກັດແຫ້ນຈິດໃຈ ເໝືອນນ້ຳກົດ ເຫດນັ້ນ ໂທສະ ຈິ່ງຮ້າຍແຮງເໝືອນນ້ຳກົດ.
3. ໂມຫະເຫດ:
ສະໄໝໃດ ມະນຸດທັງຫລາຍ ມີສັນດານມືດມົນປົນເຈືອດ້ວຍ ໂມຫະ, ສະໄໝນັ້ນ ໂລກຍ່ອມເຖິງຄາວພິນາດດ້ວຍລົມ( ບັນໄລກັປ) ຍ້ອນວ່າ ໂມຫະ ແຜ່ຄອບງຳຈິດໃຈຂອງມະນຸດທັງປວງ ໃຫ້ຫລົງໄຫລຢູ່ໃນວັຕຕະທຸກຂ໌ ດ້ວຍເຫດນີ້ ຄວາມແຜ່ຂະຫຍາຍຂອງໂມຫະ ຈິ່ງມີລັກສະນະຄ້າຍຄືລົມ ຈິ່ງປຽບເໝືອນລົມນ້ຳກົດ.


ເຮົາມາພິຈາລະນາເບິ່ງວ່າ ຍ້ອນຄວາມໂລບ ມະນຸດຈິ່ງເຮັດທຸກຢ່າງເພື່ອໄດ້ມາເປັນຂອງຕົນ ເຊັ່ນການສົງຄາມ, ການສໍ້ໂກງ, ການຕັດໄມ້ເຖື່ອນ.... ເຫດທັງສາມຢ່າງນີ້ ເປັນເຫດແຫ່ງຄວາມພິນາດຂອງໂລກໂດຍທ່ຽງແທ້.

ອີງຕາມຄຳພີ ພຣະໄຕປິດົກ ອັຕຖະກະຖາ ຂຸດທະກະນິກາຍ ປະຕິສັມພິທາວັກ ໄດ້ກ່າວເຖິງການກຳເນີດຂອງໂລກໄວ້ວ່າ "ເມື່ອໂລກະທາດພິນາດ ຈົນອາກາດເນື່ອງເປັນອັນໜຶ່ງອັນດຽວກັນແລ້ວ ກໍຈະມີມະຫາເມກຕັ້ງຂື້ນມາ ແລ້ວຝົນກໍຕົກລົງມາທົ່ວບໍລິເວນທີ່ຖືກໄຟທຳລາຍ ໃນຕອນແຮກ ຢາດຝົນປະມານທໍ່ກັນກັບເມັດນ້ຳຄ້າງ ແລະຝົນກໍຈະຕົກຢູ່ແນວນັ້ນເປັນເວລາດົນນານ ແລ້ວເມັດຝົນຈະຄ່ອຍໆໃຫຍ່ຂື້ນເທົ່າເມັດງາ, ເມັດເຂົ້າໂພດ, ຖົ່ວ, ກ້ານດອກບົວ, ສາກຕຳເຂົ້າ, ເສົາ ຈົນກະທັ້ງເທົ່າກັບລຳຕານ ເຕັມທົ່ວແສນໂກດຈັກກະວານ ທີ່ໄຟໄໝ້ຈົນເຖິງທຸຕິຍະພູມ ແລະຈະເກີດລົມພັດຂື້ນມາເບື້ອງລຸ່ມ ຮອງຮັບນ້ຳຝົນໄວ້ ບໍ່ໃຫ້ຕົກຮົ່ວໄປໃນເບື້ອງຕ່ຳ ດັ່ງນ້ຳ ທີ່ຄ້າງຢູ່ເທິງໃບບົວ ເມື່ອນັ້ນ ອຳນາດຂອງລົມທີ່ພັດໝູນຢູ່ເບື້ອງລຸ່ມຈິ່ງພັດທັ່ງຂື້ນມາ ເຮັດໃຫ້ນ້ຳເກີດການໄຫວຕິງແລ້ວເຫີຍຮວດລົງ ແລະຕົກຕະກອນເກາະກຸ່ມລວມຕົວກັນຢູ່ເບື້ອງລຸ່ມ

ເມື່ອນ້ຳຖອກລົງມາໂດຍລຳດັບ ພຣົມມະໂລກ ກໍເກີດຕັ້ງຂື້ນມາ ຕໍ່ຈາກນັ້ນ ເທວະໂລກທັງ 4 ຄື ປະຣະນິມມິຕວະສະວັຕຕີ, ນິມມານະຣະດີ, ດຸສິຕ ແລະ ຍາມາ ກໍໄດ້ຕັ້ງຂື້ນ ຍັງເຫຼືອແຕ່ດາວະດຶງ ກັບຈາຕຸມະຫາຣາຊິກາ ຍັງບໍ່ໄດ້ຕັ້ງຂື້ນ ເພາະຢູ່ພູມທັງ 2 ນີ້ ຕັ້ງຢູ່ທີ່ເຂົາສິເນຣຸ ແລະເຂົາຊິເນຣຸທີ່ກ່ຽວເນື່ອງຕິດຕໍ່ກັນກັບແຜ່ນດິນ ເມື່ອເຂົາສິເນຣຸ ຍັງບໍ່ເກີດ ແຜ່ນດິນກໍ່ເກີດຂື້ນບໍ່ໄດ້

ເມື່ອນ້ຳຮວດລົງຈົນເຖິງທີ່ເກີດແຫ່ງແຜ່ນດິນແລ້ວ ເກີດລົມພັດຢ່າງແຮງກ້າ ໂດຍຮອບ ຫອບຫຸ້ມເອົານ້ຳໄວ້ ບໍ່ໃຫ້ໄຫລໄປໃສ ຕໍ່ມານ້ຳຮວດລົງຈົນເກີດເປັນຕະກອນ ບກັນການເປັນພື້ນຜິວ ແຜ່ນດິນ ລອຍຟອງຢູ່ເໜືອນໍ້າ ດັ່ງດອກບົວ ອອກດອກຢູ່ເໜືອນ້ຳ ແຜ່ນດິນມີສີເຫຼືອງດັ່ງດອກກັນນິການ ສົ່ງກິ່ນຫອມ ມີກິ່ນຫວານ ເອີ້ນວ່າ ຣົສດິນ ຫຼືຣົສງ້ວນດິນ ເອີ້ນວ່າ ລົດຊາດແຜ່ນດິນ"


(ຍັງມີຕໍ່ເລື້ອຍໆ)

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                                             ລູກ

                                                                                          ໂດຍ: ພຣະອາຈານ ມະຫາປາລ ອານັນໂທ


        ຕາມຫລັກພຣະພຸດທະສາສະໜາ ທ່ານແບ່ງປະເພດຂອງລູກໄວ້ 3 ຈຳພວກຄື:


1. ອະພິຊາຕະບຸດ
2. ອະນຸຊາຕະບຸດ
3. ອະວະຊາຕະບຸດ


    ໃນບຸດທັງ 3 ຈຳພວກນີ້ ອາຕະມາຈະຍົກມາອະທິບາຍແຕ່ລະຂໍ້ໄປ ເພື່ອຈະຊີ້ໃຫ້ທ່ານຜູ່ອ່ານ ໄດ້ຊາບວ່າ ລັກສະນະຂອງບຸດແຕ່ລະຈຳພວກນັ້ນ ມີຄວາມໝາຍຕ່າງກັນຢ່າງໃດ.
    ໃນຂໍ້ນຶ່ງຄື  ອະພິຊາຕະບຸດ ອາຕະມາຢາກຈະຂໍແປເອົາຄວາມເລີຍວ່າ ລູກທີ່ດີຍິ່ງ ຄືດີຍິ່ງກວ່າພໍ່ແມ່ ມີພໍ່ແມ່ຂອງລູກບາງຄົນເຄີຍມັກກິນເຫຼົ້າ ຫຼິ້ນການພະນັນ ດຳເນີນຊີວິດໄປໃນທາງທີ່ຜິດສິນທັມ ແລະລະບຽບກົດໝາຍບ້ານເມືອງ ເມື່ອມີຜູ້ໃດ ຜູ່ນຶ່ງຊັກຊວນໄປໃນທາງທຳຄວາມດີຕ່າງໆ ເຂົາຍ່ອມບໍ່ສົນໃຈ ແລະເຂົ້າໃນທາງນັ້ນ ແຕ່ເມື່ອມີຜູ່ໃດຜູ່ນຶ່ງຊັກຊວນໄປໃນທາງທຳຄວາມຊົ່ວແລ້ວ ແມ່ນຈະບໍ່ເວົ້າ ໃຊ້ກິລິຍາບອກກໍຮູ້ທັນທີ ຄົນທີ່ມີລັກສະນະຢ່າງນີ້ ເປັນຄົນທີ່ບໍ່ມີນິໄສໃນທາງທຳຄວາມດີ ຮຽກງ່າຍໆກໍຄື ຄົນທີ່ມີພື້ນສັນດານຈິດໃຈເສັຍຫາຍນັ້ນເອງ ແຕ່ລູກຂອງເຂົາກັບເປັນຄົນດີ ມີນິໄສບໍ່ໍຊອບການທຳຄວາມຊົ່ວເປັນຕົ້ນວ່າ ກິນເຫຼົ້າ ເມົາສຸລາ ແລະຫຼິ້ນການພະນັນອື່ນໆ ຊອບຊ່ວຍເຫຼືອເພື່ອນມະນຸດດ້ວຍກັນສະເໝີ ເມື່ອເພື່ອນມະນຸດຕົກທຸກໄດ້ຍາກ ມາຂໍຄວາມຊ່ວຍເຫຼືອ ລັກສະນະຂອງບຸກຄົນເຊັ່ນນີ້ ຮຽນວ່າ ອະພິຊາຕະບຸດຕາມຫຼັກພຸດທະສາສະໜາ.
     ລູກປະເພດນີ້ ຍັງພໍຈະຫາໄດ້ໃນໂລກນີ້ ລູກປະເພດນີ້ປຽບເໝືອນຂອງທີ່ມີຄ່າ ມີທອງຄຳເປັນຕົ້ນ ເປັນສິ່ງອັນບຸກຄົນເພິ່ງຫາໄດ້ ຢູ່ໃນໂລກ ແຕ່ຂໍໃຫ້ທ່ານຜູ່ອ່ານນຶກເອົາເອງວ່າ ຍາກ ຫຼືງ່າຍເທົ່ານັ້ນ.
     ອີກຢ່າງນຶ່ງ ມີຄົນສ່ວນຫຼາຍເຂົ້າໃຈກັນວ່າ ເມື່ອພໍ່ແມ່ມີນິໄສເປັນຄົນກິນເຫຼົ້າ ແລະປະພຶດທຳຄວາມຊົ່ວຕ່າງໆແລ້ວ ລູກຈະເປັນເຊັ່ນນັ້ນສະເໝີໄປ ຂໍ້ນີ້ຢາກສະເໜີຂໍ້ຄິດເຫັນໄວ້ໃນທີ່ນີ້ໂລດວ່າ ຖ້າຫາກພໍ່ແມ່ຜູ່ນັ້ນ ເປັນຄົນມີສີລະປະໃນການຊ່າງເວົ້າຈັກໜ່ອຍ ແລ້ວລູກເຂົາຈະເປັນຄົນມີນິໄສກົງກັນຂ້າມກັບພໍ່ແມ່ ສົມມຸດວ່າ ພໍ່ແມ່ມັກກິນເຫຼົ້າທັງເວັນທັງຄືນ ເມື່ອຈະສອນລູກຄວນຈະມີສີລະປະໃນການຊ່າງເວົ້າ ວ່າລູກເຮີຍ ຢ່າເອົາພໍ່ເປັນຕົວຢ່າງເນີ ພໍ່ເປັນຄົນເສຍຄົນແລ້ວ ຂໍໃຫ້ລູກປະພຶດໃຫ້ດີກວ່າພໍ່ພຽງເທົ່ານັ້ນ.
   ອາຕະມາຄິດວ່າ ລູກທີ່ດີຂອງພໍ່ແມ່ ຄົງຈະມີນ້ຳໃຈທີ່ຈະເປັນລູກ ທີ່ປະພຶດດີຈອງພໍ່ແມ່ໄປ.
    ຂໍ້ທີສອງ ອະນຸຊາຕະບຸດ ໝາຍຄວາມວ່າ ລູກຜູ່ມີການປະພຶດຕາມແບບຢ່າງຂອງພໍ່ແມ່ ຂໍໃຫ້ທ່ານຜູ່ອ່ານຈົ່ງນຶກເຖິງລູກກະປູ ເມື່ອແມ່ປູເດີນຈັ່ງໃດ ລູກມັນກໍມັກເດີນຢ່າງນັ້ນ ນີ້ສັນໃດ ອະນຸຊາຕະບຸດ ກໍມີອຸປະນິໄສສັນນັ້ນ. ແຕ່ໃນທີ່ນີ້ ທ່ານສະແດງເຖິງວ່າ ພໍ່ແມ່ເປັນຜູ່ມີສິນ ມີກັນລະຍານະທັມ ແມ່ນຈະທຳສິ່ງໃດ ກໍບໍ່ທຳໄປຖໂດຍເອົາອາລົມເປັນທີ່ຕັ້ງ ແຕ່ຍ່ອມເອົາເຫດຜົນເປັນທີ່ຕັ້ງ ຮູ້ຈັກເຄົາລົບເຫດຜົນຢູ່ສະເໝີ ປະກອບທັງເປັນຜູ້ຮູ້ຈັກນັບຖືຄົນດີ ບໍ່ວ່າຜູ່ນັ້ນຈະເປັນເດັກນ້ອຍ ຫຼື ຜູ່ໃຫຍ່ ອະນຸຊາຕະບຸດ ກໍມີຄວາມປະພຶດເໝືອນພໍ່ແມ່ ຕາມທີ່ໄດ້ກ່າວມາແລ້ວຂ້າງຕົ້ນ ລູກປະເພດນີ້ແຫຼະຮຽກວ່າ ອະນຸຊາຕະບຸດ ໃນສະໄໝພຸດທະການ ເຊິ່ງພຣະພຸດທະອົງ ຍັງຊົງພຣະຊົນຢູ່ ເລື່ອງມີຢູ່ດັ່ງນີ້:
    ໃນສະໄໝນຶ່ງ ມີລູກອະນາຖະບິນດິກະເສດຖີຄົນນຶ່ງ ຊື່ວ່າ ກາລະ ເປັນຄົນມີທິດຖິມານະແຮງກ້າ ເຖິງແມ່ນພຣະພຸດທະເຈົ້າຈະສະເດັດໄປສັນທີ່ບ້ານຕົນເປັນນິດ ຄັນພຣະອົງສັນເສັດແລ້ວ ພວກຄົນທັງຫຼາຍມີທ່ານອະນາຖະບິນດິກະເສດຖີເປັນຕົ້ນ ໄດ້ຟັງທັມຂອງພຣະອົງ ແຕ່ນາຍກາລະນັ້ນ ບໍ່ເຄີຍສົນໃຈທີ່ຈະຟັງທັມເໝືອນພໍ່ເລີຍ ກັບຫາວິທີຫຼີກໜີເສຍ ເຂົາເຮັດເໝືອນບ່ວງຈອງ ບໍ່ຮູ້ຈັກລົດຂອງແກງສັນນັ້ນ ເຂົາບໍ່ເອື້ອເຟື້ອຕໍ່ຄຳບອກສອນຂອງອະນາຖະບິນດິກະເສດຖີ ຜູ້ເປັນພໍ່ເລີຍ ທ່ານເສດຖີຄິດວ່າ ເຈົ້າກາລະນີ້ ເປັນຄົນມີທິດຖິມານະຮ້າຍແຮງ ຕໍ່ແຕ່ນີ້ໄປຈັກເປັນຜູ່ບໍ່ມີຄວາມດີອັນໃດຕິດຕົວເສຍເລີຍ ຈັກຕ້ອງໄປສູ່ນະຣົກບໍ່ຕ້ອງສົງໄສ ເມື່ອເຮົາຍັງມີຊີວິດຢູ່ ເຮົາຈັກບໍ່ປ່ອຍໃຫ້ລູກສຸດທີ່ຮັກຂອງເຮົາເປັນຢ່າງນັ້ນ ຂື້ນຊື່ວ່າມະນຸດ ບໍ່ເລັງດູເພາະການໃຫ້ຊັບ ບໍ່ມີໃນໂລກນີ້ເລີຍ ຕໍ່ແຕ່ນັ້ນ ທ່ານເສດຖີກ່າວກັບນາຍກາລະວ່າ " ລູກເຮີຍ! ຖ້າຫາກເຈົ້າຈັກເປັນຜູ່ຮັກສາອຸໂບສົດ ຖືສິນຟັງທັມແລ້ວ ພໍ່ຈັກໃຫ້ຄ່າຈ້າງແກ່ເຈົ້າ ເປັນຈຳນວນເງິນເຖິງຮ້ອຍກະຫາປະນະ (450 ກີບ)"  ເມື່ອນາຍກາລະໄດ້ຟັງດັ່ງນັ້ນແລ້ວ ຈຶ່ງກ່າວວ່າ: "ອີ່ຫຼີບໍ່ພໍ່" "ອີ່ຫຼີ່ຕິລູກ" ທ່ານເສດຖີຕອບ, ນັບແຕ່ວັນນັ້ນມາ ເຂົາກໍໄດ້ທຳຕົວຢ່າງດັ່ງພໍ່ ຄືຮັກສາສິນອຸໂບສົດ ແລະໄດ້ຮັບຄ່າຈ້າງຂື້ນເລື້ອຍໆ ຈົນກະທັ້ງວັນນຶ່ງ ເຂົາໄດ້ຟັງທັມຈາກພຣະພຸດທະເຈົ້າ ແລ້ວຮູ້ຈັກຊາບຊື້ງໃນຈິດໃຈກວ່າວັນກ່ອນໆຫຼາຍເທົ່າ ເຂົາມອງເຫັນຄ່າຂອງທັມວ່າ ມີຄ່າເໜືອກວ່າເງິນຕາໃດໆທັງໝົດ ຮູ້ສຶກລະອາຍຕົນເອງ ທີ່ເອົາເງິນຕາໄວ້ເໜືອທັມ ດັ່ງທີ່ເຄີຍທຳມາແລ້ວໃນວັນກ່ອນໆ ເມື່ອເຂົາກັບໄປເຖິງບ້ານ ທ່ານເສດຖີເມື່ອເຫັນທ່າທາງຂອງລູກ ທີ່ໄດ້ສະແດງອອກມາໃນວັນນັ້ນ ຮູ້ສຶກແປກໃຈຫຼາຍ ວັນນັ້ນເປັນວັນທີ່ເສດຖີຜູ່ເປັນພໍ່ ໄດ້ອາຣາທະນານິມົນ ພຣະພຸດທະເຈົ້າ ແລະພຣະພິກຂຸສົງມາສັນທີ່ເຮືອນ ສ່ວນນາຍກາລະກໍຢ້ານວ່າພຣະພຸດທະເຈົ້າ ແລະພຣະພິກຂຸສົງຈະຮູ້ເລື່ອງລາວຕ່າງໆຂອງຕົນ ທີ່ໄດ້ກະທຳມາແລ້ວໃນວັນກ່ອນໆ ແລະກໍຢ້ານວ່າ ວັນນີ້ ທ່ານເສດຖີຜູ່ເປັນພໍ່ ຈະມອບເງິນຄ່າຈ້າງໃຫ້ຕໍ່ໜ້າພຣະພຸດທະເຈົ້າ ແລະພຣະພິກຂຸສົງ.
    ຄັນພຣະພຸດທະເຈົ້າ ແລະພຣະພິກຂຸສົງສັນເສັດແລ້ວ ທ່ານເສດຖິກໍໄດ້ວາງເງິນ ຮ້ອຍກະຫາປະນະ(450 ກີບ) ໄວ້ຕົງຕໍ່ໜ້າພຣະພັກ(ໜ້າ) ຂອງພຣະພຸດທະເຈົ້າ ແລະລູກຂອງຕົນ ແລ້ວຈຶ່ງກ່າວວ່າ " ເມື່ອວານນີ້ ພໍ່ໄດ້ເວົ້າວ່າ ຈະໃຫ້ເງິນແກ່ເຈົ້າຮ້ອຍກະຫາປະນະ ຈຶ່ງໄດ້ສົ່ງເຈົ້າໄປວັດເຊຕະວັນມະຫາວິຫານ ເພື່ອຟັງທັມ ແລະຮັກສາສິນ ບັດນີ້ ຂໍລູກຈົ່ງຮັບເງິນຈຳນວນນັ້ນເທີ້ນ " ສ່ວນນາຍກາລະ ເມື່ອໄດ້ເຫັນເຫດການເຊັ່ນນັ້ນ ກໍນຶກລະອາຍພຣະພຸດທະເຈົ້າ ຈຶ່ງເວົ້າຂື້ນວ່າ: "ພໍ່! ຂ້ານ້ອຍບໍ່ມີຄວາມຕ້ອງການເງິນນີ້ເລີຍ ແຕ່ກ່ອນລູກມອງບໍ່ເຫັນຄ່າຂອງທັມ ຈຶ່ງປາຖະໜາເງິນ ແຕ່ບາດນີ້ ລູກໄດ້ຊາບຊຶ້ງໃນທັມແລ້ວ ເຫດນັ້ນ ບັດນີ້ ຄ່າຈ້າງຈຶ່ງບໍ່ມີຄວາມໝາຍສຳລັບລູກເລີຍ" ນັບຕັ້ງແຕ່ວັນນັ້ນມາ ລູກຂອງທ່ານ ອະນາຖະບິນດິກະເສດຖີ ຈຶ່ງມີຄວາມປະພຶດເໝືອນດຽວກັນກັບພໍ່ຂອງຕົນ ດ້ວຍຄວາມຈິງໃຈຕະຫຼອດມາ ລັກສະນະຂອງລູກຢ່າງນີ້ແລ ທາງພຣະພຸດທະສາສະໜາຈຶ່ງຮຽກວ່າ ອະນຸຊາຕະບຸດ ບຸດມີຄວາມປະພຶດເໝືອນດັ່ງດຽວກັບພໍ່ແມ່.
    ຂໍ້ທີສາມຄື ອະວະຊາຕະບຸດ ໄດ້ແກ່ລູກທີ່ຊົ່ວຊາມໃນດ້ານການປະພຶດ ພໍ່ແມ່ຂອງຕະກູນນັ້ນ ເປັນຄົນມີສິນທັມ ມີການງານສະອາດ ແຕ່ລູກຂອງເຂົາຕະກູນນັ້ນ ກັບມີຄວາມປະພຶດກົງກັນຂ້າມກັບພໍ່ແມ່ ລູກປະເພດນີ້ ຈັດວ່າເປັນ ອະວະຊາຕະບຸດ ຄືລູກທີ່ຕ່ຳກວ່າພໍ່ແມ່ ໝາກກ້ວຍ ເມື່ອເກີດຂື້ນມາແລ້ວ ຍ່ອມຂ້າຕົ້ນມັນເອງສັນໃດ ລູກທີ່ຮຽກວ່າ ອະວະຊາຕະບຸດ ເມື່ອເກີດຂື້ນມາໃນຕະກູນໃດ ຍ່ອມຕັດວົງຕະກູນນັ້ນ ໃຫ້ເສື່ອມເສຍໄປສັນນັ້ນທຸກຄົນ ບໍ່ມີໃຜປາຖະໜາລູກປະເພດນີ້ເລີຍ ແຕ່ເຖິງຢ່າງໃດນັ້ນ ລູກປະເພດດັ່ງກ່າວນີ້ ກໍຍັງມີຫຼາຍຢູ່ໃນໂລກຕາມເຄີຍ.
    
                                                                                     ໜ້າທີ່ຂອງລູກ


ຕາມຫຼັກທັມຂອງພຣະພຸດທະສາສະໜາ ຈັດໜ້າທີ່ຂອງລູກທີ່ຈະຕ້ອງປະຕິບັດຕໍ່ພໍ່ແມ່ໄວ້ 5 ຢ່າງຄື:


1. ຈະຕ້ອງລ້ຽງທ່ານຜູ່ລ້ຽງເຮົາມາ
2. ຈະຕ້ອງຊ່ວຍກິດຈະການຂອງທ່ານ
3. ຈະຕ້ອງທຳໃຫ້ຕະກູນວົງດຳລົງຢູ່ໄດ້ນານ
4. ປະຕິບັດຕົວໃຫ້ສົມກັບເປັນທາຍາດ
5. ເມື່ອທ່ານລ່ວງລັບໄປແລ້ວ ຈັກທຳບຸນອຸທິດໃຫ້.
 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

As rain cannot penetrate a well-thatched roof,
So the passions cannot enter a well-trained heart.

Dhammapada.v.14

ສາຍຝົນບໍ່ສາມາດໄຫຼຮົ່ວໃສ່ຫຼັງຄາທີ່ມຸງດີແລ້ວສັນໃດ,
ຣາຄະ ກໍບໍ່ອາດເຂົ້າໃກ້ຈິດໃຈທີ່ຝຶກດີແລ້ວສັນນັ້ນ.

ທັມມະບົດ, ຂໍ້ 14

 

We act to protect ourselves from the elements of wind and rain. With wise reflection we act to protect ourselves from the wild passions. This is heart-training. Skilfully addressing the damage caused by greed and ill will is an important aspect of Right Action. It is not an avoidance of the passions; neither is it indulging in them. Between these two we seek the middle way.

ພວກເຮົາປະຕິບັດເພື່ອປົກປ້ອງຕົນເອງຈາກທາດລົມແລະຝົນ. ດ້ວຍການຕຶກຕອງຢ່າງສະຫຼາດ ພວກເຮົາພະຍາຍາມຮັກສາຕົນເອງຈາກຣາຄະທີ່ຮຸ່ມຮ້ອນ. ນີ້ແມ່ນການຝຶກຝົນຈິດໃຈ. ການແກ້ໄຂຄວາມເສັຍຫາຍຢ່າງມີທັກສະ ອັນມີເຫດມາຈາກຄວາມໂລບ ແລະຄວາມໂກດ ເປັນສິ່ງສຳຄັນຂອງການກະທຳທີ່ຖືກຕ້ອງ(ສັມມາກັມມັນຕະ). ມັນບໍ່ໝາຍຄວາມວ່າ ເປັນການຫຼົບຫຼີກຈາກຣາຄະ; ແລະບໍ່ເປັນການໝົກໝົ້ນຢູ່ໃນສິ່ງເຫຼົ່ານີ້. ແຕ່ໃນລະຫວ່າງສອງສິ່ງນີ້ ເຮົາຄວນສະແຫວງຫາມັດຊິມາປະຕິປະທາ(ເສັ້ນທາງສາຍກາງ).

ຊ.ວົງໂສພາ ແປແລະນຳມາລົງທີ່ນີ້.