ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2013 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ການດຳເນີນຊີວິດປະຈຳວັນຢ່າງມີຄວາມສຸກ

 

ໂດຍ: ເອກັຄຄະຈິຕໂຕ ພິກຂຸ

 

ຈະເຮັດແນວໃດ ເພື່ອຈະດຳເນີນຊີວິດໃນໂລກໜ່ວຍນີ້ ຢ່າງມີຄວາມສຸກ? ກ່ອນອື່ນເຮົາຈະຕ້ອງເຂົ້າໃຈວ່າ ຄວາມສຸກແລະຄວາມທຸກນີ້ ເປັນຂອງຄູ່ກັນ ບໍ່ມີໃຜທີ່ຈະມີຄວາມສຸກຕະຫລອດ ຫລືຄວາມທຸກຕະຫລອດໄປ ແລະນອກຈາກທັງສອງຢ່າງນີ້ແລ້ວ ຍັງມີອີກຄວາມຮູ້ສຶກໜຶ່ງທີ່ເອີ້ນວ່າ ເສີຍໆ.  

ນິຍາມຂອງຄວາມສຸກໂດຍທົ່ວໄປແລ້ວນັ້ນ ໝາຍເຖິງສະພາບທີ່ສະບາຍກາຍ ສະບາຍໃຈ ເມື່ອມີຄວາມສຳເລັດ ຫລື  ສົມໃຈຫວັງບາງຢ່າງໃນຊີວິດ ແຕ່ໃນຄວາມໝາຍທາງທັມນັ້ນ ໝາຍເຖິງ ສະພາບທີ່ແຕກດັບ ເສື່ອມສູນ ບໍ່ຢູ່ໃຕ້ອຳນາດຂອງຕົນ. ເມື່ອເປັນແນວນີ້ແລ້ວ ຄຳວ່າ ທຸກ ຈິ່ງເປັນສິ່ງທີ່ທຸກຢ່າງຈະຕ້ອງປະເຊີນ ລວມເອົາເຖິງທຸກຢ່າງ ທັງອັນທີ່ມີວິນຍານຄອງ ແລະບໍ່ມີວິນຍານຄອງ ໝາຍເຖິງຄົນແລະວັດຖຸ ລ້ວນແຕ່ມີສະພາວະດັ່ງດຽວກັນ ເຮືອນຊານບ້ານຊ່ອງ ລົດລາງພາຫະນະເຫຼົ່ານີ້ ເຖິງແມ່ນວ່າຈະບໍ່ມີຈິດວິນຍານ ແຕ່ກໍຢູ່ໃນສະພາວະດຽວກັນ ນັ້ນກໍຄື ມີການແຕກດັບ ເສື່ອມສະຫຼາຍໄປໃນທີ່ສຸດ.

ບັດນີ້ ເຮົາລອງມາເຂົ້າໃຈຄຳວ່າ ຄວາມສຸກຕື່ມອີກ. ຄວາມສຸກນັ້ນ ໂດຍຄວາມໝາຍທົ່ວໄປ ກໍຄືສະພາບທີ່ມີຄວາມສະບາຍກາຍ ສະບາຍໃຈ ໃນເມື່ອສົມຫວັງໃນບາງຢ່າງໃນຊີວິດ.ຖ້າຈະເວົ້າແລ້ວ ຄວາມສຸກຂອງຄົນທົ່ວໄປສ່ວນໃຫຍ່ເກີດມາຈາກ ການມີຊັບ, ການໃຊ້ຈ່າຍຊັບ, ການບໍ່ເປັນໜີ້, ການບໍ່ມີພະຍາດບຽດບຽນ, ການມີປັດໄຈສີ່ຄົບຖ້ວນບໍລິບູນ.  ແຕ່ຄວາມສຸກທີ່ສູງສົ່ງໃນທາງທັມນັ້ນ ໝາຍເອົາສະເພາະສະພາວະທີ່ຈິຕ ບໍ່ເຈືອປົນດ້ວຍອຳນາດຂອງກິເລສ ທີ່ຈະເຮັດໃຫ້ຈິຕໃຈເສົ້າໝອງ ເປັນຄວາມສຸກທີ່ປາສະຈາກໂທດໄພໃນວັດຕະສົງສາຣ.

ຄວາມສຸກແລະຄວາມທຸກທັງສອງຢ່າງທີ່ກ່າວມານີ້ ມັນເປັນສິ່ງທີ່ມີຢູ່ຄູ່ກັນ ບໍ່ມີໃຜເລີຍທີ່ຈະບໍ່ມີຄວາມສຸກແລະຄວາມທຸກ. ແຕ່ຈະເຮັດແນວໃດເພື່ອຈະດຳເນີນຊີວິດໃຫ້ປາສະຈາກຄວາມທຸກ. ຄຳຕອບກໍຄື ມັນເປັນໄປໄດ້ຍາກຢູ່ ທີ່ຈະບໍ່ມີຄວາມທຸກ ແຕ່ມັນກໍມີທາງເປັນໄປໄດ້ທີ່ຈະເຂົ້າໃຈທຸກ ແລະຢູ່ກັບຄວາມທຸກຢ່າງມີຄວາມສຸກ. ການດຳລົງຊີວິດໃນປັດຈຸບັນຢ່າງມີຄວາມສຸກນັ້ນ ແມ່ນເຮົາຈະຕ້ອງຮຽນຮູ້ການປ່ອຍວາງ ແລະ ເຂົ້າໃຈໃນສາເຫດແຫ່ງຄວາມທຸກ ເພື່ອຫາວິທີທາງດັບທຸກ. ບັນຫາມີຢູ່ບ່ອນວ່າ ຄົນເຮົາບາງຄັ້ງກໍອາດເຂົ້າໃຈຢູ່ວ່າ ອັນນີ້ ແມ່ນສາເຫດແຫ່ງທຸກ ແຕ່ກໍຍັງສະແຫວງຫາ ແລະຫຍັບເຂົ້າໃກ້ ປ່ອຍປະລະໄລບໍ່ໄດ້ ອຸປະມາດັ່ງຄົນເຮົາຮູ້ວ່າໄຟມັນຮ້ອນກໍຍັງໄປຈັບ ຂໍຍົກຕົວຢ່າງເຊັ່ນ: ບາງຄົນ ຮູ້ຢູ່ວ່າ ການເສບສິ່ງເສບຕິດ ເປັນຜົນຮ້າຍແກ່ຊີວິດ, ຄົນອ້ອມຂ້າງ ແລະສັງຄົມ ກໍຍັງພາກັນເຮັດ. ຕົ້ນຕໍຂອງສາເຫດທີ່ເຮັດແນວນີ້ໄດ້ ກໍຄື ໂມຫະ ຄວາມຫຼົງ ແລະຂາດປັນຍາ ຄວາມສະຫຼາດໃນການບໍລິຫານຊີວິດ ຈິ່ງປ່ອຍຈິດໃຈໃຫ້ກະທຳລົງໄປ.

ມູນເຫດຂອງຄວາມທຸກທີ່ແທ້ຈິງນັ້ນ ບໍ່ແມ່ນເກີດມາຈາກ ສະພາວະທີ່ກໍ່ໃຫ້ເກີດທຸກ ແຕ່ຄົນເຮົາຫາກຝືນບໍ່ຢາກໃຫ້ມີທຸກ ຈິ່ງເປັນທຸກ. ເວົ້າແນວນີ້ ທ່ານຜູ້ອ່ານຄົງຈະງົງໄປຫຼາຍເຕີບ ບໍ່ຕ້ອງງົງ ຊິອະທິບາຍສູ່ຟັງຕື່ມ ເຫດໃດຈິ່ງວ່າ ຄົນເຮົາຝືນບໍ່ຢາກມີທຸກຈິ່ງເປັນທຸກ?  ເຊັ່ນ: ຄວາມທຸກມັນມີຢູ່ແລ້ວ ແຕ່ເຮົາບໍ່ເຂົ້າໃຈຄວາມເປັນຈິງ ແລ້ວກຽມໃຈເອົາໄວ້ ເມື່ອປະເຊີນກັບຄວາມທຸກ ເຊັ່ນ: ການເກີດ, ແກ່, ເຈັບ ແລະຕາຍ ມັນເປັນຂອງທີ່ມີຢູ່ແລ້ວ ເປັນສິ່ງທີ່ຫຼີກໜີບໍ່ມົ້ມ  ທຸກຄົນມີຄວາມຕາຍເປັນທຳມະດາ ແຕ່ເຮົາບໍ່ຢາກໃຫ້ມັນມີ, ທຸກຄົນມີຄວາມພັດພາກເປັນທຳມະດາ ແຕ່ເຮົາບໍ່ຢາກໃຫ້ມັນມີ, ທຸກຄົນມີຄວາມເຈັບໄຂ້ເປັນທຳມະດາ ແຕ່ເຮົາບໍ່ຢາກໃຫ້ມັນມີ... ເມື່ອເຮົາບໍ່ຢາກໃຫ້ມັນເປັນ ດັ່ງທີ່ທຳມະຊາດມັນພາເປັນ ກໍໝາຍຄວາມວ່າ ເຮົາບໍ່ເຂົ້າໃຈໃນກົດເກນຂອງທຳມະຊາດ ຫຼື ຫຼັກສັຈຈະທັມ ນີ້ລະເພິ່ນເອີ້ນວ່າ ເປັນສາເຫດຂອງຄວາມທຸກແທ້ໆ. ທ່ານຮູ້ບໍວ່າ ບາງຄົນ ມີຄວາມສຸກຢູ່ດີໆ ແຕ່ກໍເປັນທຸກໃນໃຈ ຍ້ອນຢ້ານຄວາມສຸກນັ້ນປ່ຽນແປງໄປ ເມື່ອເປັນແນວນີ້ ກໍໝາຍຄວາມວ່າ  ເຖິງຈະມີຄວາມສຸກ ຫລື ຄວາມທຸກ ຄົນທີ່ບໍ່ຮູ້ຈັກຮັກສາໃຈ ກໍຈະເປັນທຸກ. ສະນັ້ນ, ເພື່ອບໍ່ໃຫ້ເປັນທຸກ ເຮົາຕ້ອງຮັກສາໃຈ ໃຫ້ຢູ່ເໜືອສຸກແລະເໜືອທຸກ ຈິ່ງຈະດຳລົງຊີວິດປະຈຳວັນຢ່າງມີຄວາມສຸກ. ເມື່ອເຮົາຮູ້ວ່າ ທຸກຢ່າງຕ້ອງເປັນໄປຕາມກົດເກນຂອງທຳມະຊາດ  ແລ້ວຝຶກໃຈໃຫ້ຢູ່ເໜືອສິ່ງເຫຼົ່ານີ້ ເຮົາກໍຈະເຂົ້າໃຈກົດເກນນີ້ ແລ້ວກໍກຽມໃຈໃຫ້ພ້ອມ ກໍຈະຮູ້ຈັກປົດປົງປ່ອຍວາງ ຮູ້ຈັກຮູ້ທັນທຸກ ແລ້ວກໍຈະບໍ່ເປັນທຸກ.

ຖ້າຈະເວົ້າຕາມຫຼັກການແທ້ໆນັ້ນ ຄວາມທຸກທັງມວນ ເກີດມາຈາກອະກຸສົນມູນ ໓ ປະການຄື: ໂລພະ, ໂທສະແລະໂມຫະ, ນອກຈາກນີ້ ກໍຍັງມີເລື່ອງຂອງການຢຶດໝັ້ນຖືໝັ້ນໃນຂັນທັງ ໕ ແລະການບໍ່ສັງລວມໃນອາຍະຕະນະ ໑໒ ເມື່ອສະຫຼາດໃນການບໍລິຫານສິ່ງເຫຼົ່ານີ້ກໍຈະດຳເນີນຊີວິດປະຈຳວັນຢ່າງມີຄວາມສຸກ.