ປະຣະມານູໃນທາງວິທະຍາສາດແລະພຣະພຸດທະສາສະໜາ
ຮຽບຮຽງໂດຍ: ຊ. ວົງໂສພາ
ເມື່ອພຣະສັມມາສັມພຸດທະເຈົ້າຊົງສະແດງເລື່ອງໃດແລ້ວ ກໍບໍ່ໄດ້ຂໍໃຫ້ໃຜເຊື່ອເສີຍໆ ເພິ່ນຍັງໃຫ້ພິສູດໄດ້ດ້ວຍຕົນເອງ ທັງພາກທິດສະດີແລະປະຕິບັດ ເລື່ອງຜີສາງເທວະດາກໍເຊັ່ນດຽວກັນ.
ປະຣະມານູຄືຫຍັງ?
ໃນທາງໂລກວິທະຍາສາດ ໄດ້ມີຄຳອະທິບາຍວ່າ ສ່ວນທີ່ນ້ອຍທີ່ສຸດນອງທາດໜຶ່ງໆທີ່ມີຢູ່ ແລະຍັງຮັກສາລັກສະນະ ຄຸນສົມບັດຂອງທາດນັ້ນໄວ້ ເຮົາເອີ້ນວ່າ: ປະຣະມານູ ຂອງທາດນັ້ນ. ປະຣະມານູ ຂອງທາດຕ່າງໆເຊັ່ນ: hydrogen, oxygen, copper, uranium ເປັນຕົ້ນ.
ປະຣະມານູທັງຫຼາຍປະກອບດ້ວຍໃຈກາງທີ່ໜາແໜ້ນ ແລະໃຈການທີ່ໜ້າແໜ້ນນີ້ ເອີ້ນວ່າ ນິວຄລຽສ (nucleus) ມີອີເລັກຕຣອນ(electron)ແວດລ້ອມນິວຄລຽສຢູ່.
ໃຈການທີ່ເອີ້ນວ່າ ນິວຄລຽສນັ້ນ ປະກອບດ້ວຍອະນຸພາກ 2 ຊະນິດດ້ວຍກັນຄື: ໂປຕຣອນ(proton) ແລະນິວຕຣອນ(neutron) ຊຶ່ງໂປຣຕຣອນແລະນິວຕຣອນທັງສອງຊະນິດນີ້ ມີມວນສານ(mass)ເກືອບເທົ່າກັນ.
ສຳລັບໂປຣຕຣອນນັ້ນ ມີສົ້ນຂ້ວາປະຈຸໄຟຟ້າບວກ ແຕ່ສ່ວນນິວຕຣອນນັ້ນເປັນໃຈກາງ ບໍ່ໄດ້ປະຈຸໄຟຟ້າ ແລະຮອບໆນອກຂອງນິວຄລຽສມີອີເລັກຕຣອນເຊິ່ງປະຈຸໄຟຟ້າລົບແລ່ນອ້ອມຢູ່ເປັນວົງໆ.
ລັກສະນະຂອງປະຣະມານູນັ້ນ ກໍບໍ່ໄດ້ແຕກຕ່າງກັນໄປກັບຈັກກະວານຂອງດວງດາວເຄາະທັງຫຼາຍ ທີໂຄຈອນອ້ອມດວງອາທິດ. ດວງອາທິດກໍປຽບເໝືອນເປັນນິວຄລຽສ ດາວພະເຄາະທັງຫຼາຍກໍປຽບເໝືອນອີເລັກຕຣອນທີ່ແລ່ນອ້ອມນິວຄລຽສ ທີ່ໝູນວຽນໄປທັງໄກແລະໃກ້. ດວງດາວທັງຫຼາຍກໍບໍ່ພົ້ນໄປຈາກຄວາມດຶງດູດຂອງນິວຄລຽສ. ສາຣະວັດຖຸທັງຫຼາຍ ປະກອບກັນຂື້ນດ້ວຍອະນຸພາກທີ່ນ້ອຍສຸດຢ່າງຄາດບໍ່ເຖິງ ອະນຸພາກທີ່ນ້ອຍສຸດນີ້ເອີ້ນວ່າ: ປະຣະມານູ ແລະອະນຸພາກທີ່ນ້ອຍນີ້ ກໍສາມາດແຍກອອກມເປັນໂປຣຕອນ ນິວຕຣອນ ແລະອີເລັກຕຣອນ ແຕ່ຢ່າງໃດກໍດີ ປະຣະມານູທັງຫຼາຍ ບໍ່ໄດ້ຕັ້ງຢູ່ໃນຖານະ ມີສະຖຽນລະພາບ ຕ້ອງເຄື່ອນໄຫວຢູ່ຕະຫຼອດເວລາ.
ປະຣະມານູໃນພຣະພຸດທະສາສະໜາ
ຄຳວ່າ ປະຣະມານູ ເປັນພາສາປາລີ ພຣະສັມມາສັມພຸດທະເຈົ້າໄດ້ຊົງສະແດງມາແລ້ວກ່ອນໜ້ານີ້ 2553 ປີ ແຕ່ຕໍ່ມາ ນັກວິທະຍາສາດໄດ້ນຳເອົາຄຳນີ້ໄປໃຊ້. ສະນັ້ນ, ເມື່ອເວລາກ່າວເຖິງປະຣະມານູ ຄົນສ່ວນໃຫຍ່ ອາດຈະຄຶດວ່າ ເປັນປະຣະມານູທາງວິທະຍາສາດ ແມ່ນແຕ່ຄຳວ່າ ອະນູ ກໍເຊັ່ນກັນ.
ຄວາມມຸ້ງໝາຍຂອງພຣະສັມມາສັມພຸດທະເຈົ້າໃນການສະແດງເລື່ອງນີ້ ແຕກຕ່າງກັນກັບທາງວິທະຍາສາດໃນປັດຈຸບັນ ທີ່ກຳລັງຄົ້ນຄວ້າກັນຢູ່ ຍ້ອນຈຸດມຸ້ງໝາຍທາງວິທະຍາສາດແມ່ນເພື່ອເອົາປະຣະມານູໄປໃຊ້ໃຫ້ເປັນປະໂຫຍດໃນຍາມສັນຕິ ແລະໃນຍາມສົງຄາມ ແຕ່ພຣະພຸດທະອົງຊົງປາຖະໜາ ເພື່ອໃຫ້ຜູ້ສຶກສາມີຄວາມເຂົ້າໃຈໃນເລື່ອງຊີວິດ ໃນສ່ວນທີ່ເປັນຮູບ ເພື່ອໃຫ້ເຫັນຄວາມຈິງຂອງຮູບ ຕັ້ງແຕ່ເກີດໄປຈົນກະທັ້ງເຖິງແກ່ຄວາມຕາຍ ທັງຮູບທີ່ແນມເຫັນໄດ້ດ້ວຍຕາ ກັບຮູບທີ່ບໍ່ສາມາດແນມເຫັນໄດ້ດ້ວຍຕາ ເຊັ່ນຮູບທີ່ປະກົດຂື້ນມາ ໃນຂະນະປະຕິສົນທິເປັນມະນຸດ ຮູບເຜດ ຮູບອະສຸຣະກາຍ ແລະຮູບເທວະດາເປັນຕົ້ນ ກັບທັງເພື່ອໃຫ້ຜູ້ສຶກສາໄດ້ເຫັນຕາມຄວາມເປັນຈິງວ່າ ຄົນຫຼືສັດທັງຫຼາຍ ຫຼືບໍ່ວ່າຈະເປັນຮູບອັນໃດ ທີ່ເຮົາແນມເຫັນໄດ້ ຢູ່ຕໍ່ໜ້າຕໍ່ຕາເປັນຮູບຫຍາບໆ ແລ້ວເຫັນວ່າ ສວຍສົດງົດງາມ ເກີດຄວາມເພິ່ງພໍໃຈ ຈົນກາຍເປັນຄວາມຫຼົງໄຫຼນັ້ນ ແທ້ຈິງເປັນຮູບຂອງປະຣະມານູແຕ່ລະໜ່ວຍມາປະຊຸມກັນ ແລ້ວປະຣະມານູເຫຼົ່ານັ້ນ ບໍ່ມີສະຖຽນລະພາບ ຍ້ອນວ່າທຸກວິນາທີທີ່ຜ່ານໄປ ຍ່ອມຈະຕັ້ງໝັ້ນບໍ່ໄດ້ ຍ່ອມຈະປ່ຽນແປງໄປຢູ່ສະເໝີ ເປັນອະນິດຈັງ ຄວາມບໍ່ທ່ຽງ ເປັນທຸກ ແປວ່າ ທົນຢູ່ໃນສະພາບເດີມບໍ່ໄດ້ ແລະເປັນອະນັດຕາ ຍ້ອນເປັນພຽງແຕ່ຮູບມາປະຊຸມກັນຊົ່ວຄາວເທົ່ານັ້ນ ບໍ່ແມ່ນຕົວຕົນ ຄົນ ສັດ ຍິງ ຊາຍປະການໃດ ທັງບັງຄັບບັນຊາບໍ່ໄດ້. ເພື່ອສຶກສາໃຫ້ເຂົ້າໃຈໃນປະກົດການຂອງທຳມະຊາດທີ່ແອບແຝງຢູ່ຢ່າງເລັ້ນລັບຂອງສັບພະສິ່ງ ແລະຂອງຕົວເອງແລ້ວ ປັນຍາກໍຈະເກີດຂື້ນ ເຫັນຫົນທາງທີ່ຈະພົ້ນໄປຈາກຄວາມທຸກ ຄືຫົນທາງທີ່ຈະເຮັດໃຫ້ການວຽນວາຍຕາຍເກີດຢຸດສະງັກລົງ ແລະພະຍາມັດຈຸລາດ ຈະບໍ່ໄດ້ຄອຍເຝົ້າຖາມຫາຢູ່ທຸກຊາດ ອີກຕໍ່ໄປ.
ປະຣະມານູໃນທາງພຸດທະສາສະໜາ ແຍກຈາກເມັດເຂົ້າເປືອກໃຫ້ນ້ອຍໆໄປເລື້ອຍໆ ຈົນເຖິງປະຣະມານູ. ດັ່ງທີ່ຜາກົດໃນຄາຖາປະລິນິຄັນທຸ(ອະພິທານນັປປະທີປິກາ) ຄາຖາທີ 194 ແລະຄາຖາທີ195 ໃນພູມິກັນດ໌ວ່າ:
ສຕຕິ۬ສ ປຣມານູນ ເມໂກ ນຸຈ ສຕິ۬ ເຕ
ຕຊຊຣີ ຕາປີ ສຕຕິ۬ສ ຣຖເຣນຸຈ ສຕິ۬ສ ເຕ
ລິກຂາ ຕາ ສຕຕ ອູກາ ຕາ ທນຍມາໂສຕິ ສຕຕ ເຕ.
ມີຄວາມແປວ່າ: 36 ປະຣະມານູ ເປັນ 1 ອະນູ
36 ອະນູເຫຼົ່ານັ້ນ ເປັນ 1 ຕັຊຊາຣີ
36 ຕັຊຊາຣີເຫຼົ່ານັ້ນ ເປັນ 1 ຣະຖະເຣນູ
36 ຣະຖະເຣນູເຫຼົ່ານັ້ນ ເປັນ 1 ລິກຂາ
7 ລິກຂາ ເປັນ 1 ອູກາ
7 ອູກາເຫຼົ່ານັ້ນ ເອີ້ນວ່າ ທັນຍະມາສ.
ເມື່ອເຮົາຄູນຕົວເລກເຫຼົ່ານີ້ ເຮົາກໍຈະໄດ້ເຖິງ82 ລ້ານສ່ວນ ກັບເສດອີກຫຼາຍແສນ ເຮົາກໍຈະເຫັນໄດ້ວ່າ ໃນ 1 ປະຣະມານູນັ້ນ ມາຈາກເມັດເຂົ້າ 1 ເມັດ ເຊິ່ງແຍກອອກເລື້ອຍໆໄປ ແຕ່ ຮູບປະຣະມານູທັງໝົດເຫຼົ່ານີ້ ເຖິງແມ່ນວ່າເຮົາຈະເຫັນຫຼືສຳຜັດຖືກຕ້ອງບໍ່ໄດ້ແລ້ວ ກໍຍັງຈັດວ່າເປັນຮູບຫຍາບຢູ່ຫຼາຍ ຍ້ອນຍັງມີຮູບທີ່ລະອຽດກ່ວ່ານີ້ອີກຫຼາຍຕ່າງຫາກ.
ຮູບທັງໝົດມີຢູ່ 28 ຮູບ ເປັນຮູບປະຣະມານູ ແຕ່ເປັນຮູບຫຍາບ 12 ຮູບ ເຫຼືອອີກ16 ຮູບ ເປັນຮູບລະອຽດ ປະນີດຍິ່ງກວ່າປະຣະມານູດັ່ງໄດ້ສະແດງມາແລ້ວ.
ທຸກໆປະຣະມານູ ເຖິງແມ່ນວ່າບໍ່ສາມາດແນມເຫັນໄດ້ ແລະສຳຜັດບໍ່ໄດ້ ແຕ່ກໍປະກອບດ້ວຍ ປະຖະວີ ອາໂປ ເຕໂຊ ວາໂຍ ວັນນະ ຄັນທະ ຣະສະ ໂອຊະ ຄື ທາດດິນ ນ້ຳ ໄຟ ລົມ ສີ ກິ່ນ ຣົສ ແລະໂອຊະ ເອີ້ນຊື່ປະຣະມານູນີ້ວ່າ ອະວິນິບໂພຄະຣູບ8.
ອາໂປ: ທາດນ້ຳ ບໍ່ແມ່ນນ້ຳທີ່ເຮົາໃຊ້ດື່ມ, ວາໂຍ : ທາດລົມ ບໍ່ແມ່ນລົມທີ່ພັດໄປມາ, ແລະໂອຊະ : ກໍບໍ່ແປວ່າແຊບຊ້ອຍ ເມື່ອຜູ້ສຶກສາມີຄວາມເຂົ້າໃຈແລ້ວ ຈະເຫັນຄວາມພິດສະດານຢ່າງຍິ່ງ.
ປະຣະມານູທັງຫຼາຍເຫຼົ່ານີ້ ເອີ້ນວ່າ ອະວິນິບໂພຄະຣູບ ແລະອະວິນິບໂພຄະຣູບນີ້ ຈະຕ້ອງມີທາດທັງ 8 ສະເໝີ ຈະບໍ່ມີປະຣະມານູໃດທີ່ເກີນກວ່າທາດທັງ8 ຫຼືນ້ອຍກວ່າ8 ເຖິງແມ່ນວ່າຈະມີການແຍກແນວໃດ ກໍຕ້ອງມີ 8 ສະເໝີ ເພາະວ່າທາດທັງ8 ນີ້ ແຍກອອກຈາກກັນບໍ່ໄດ້.
ເຖິງແມ່ນວ່າ ປະຣະມານູນັ້ນຈະມີຂະໜາດນ້ອຍພຽງໃດກໍຕາມ ແລະບໍ່ສາມາດເຫັນຫຼືສຳຜັດໄດ້ ແຕ່ພຣະສັມມາສັມພຸດທະເຈົ້າຍັງສະແດງວ່າ ທຸກປະຣະມານູນັ້ນ ບໍ່ໄດ້ຕິດກັນ ແຕ່ຫາກມີຊ່ອງວ່າງລະຫວ່າງປະຣະມານູ ເຊິ່ງໃນພາສາທາງທັມເພິ່ນເອີ້ນວ່າ ປະຣິຈເສທະຣູບ ເຊິ່ງເປັນຊື່ຂອງຮູບຢ່າງໜຶ່ງ ຍ້ອນວ່າມີຮູບຂື້ນມາແລ້ວ ມັນຈະຕ້ອງມີຊ່ອງວ່າງຂັ້ນຮູບສະເໝີ. ນອກຈາກນີ້ ພຣະພຸດທະອົງຍັງສະແດງວ່າ ທຸກໆ ປະຣະມານູ ບໍ່ຢຸດນິ້ງຢູ່ເສີຍໆ ມັນຈະເຄື່ອນໄຫວຢູ່ຕະຫຼອດເວລາໂດຍບໍ່ຢຸດພັກເລີຍ ດ້ວຍອຳນາດຂອງ ອຸນຫະເຕໂຊ ທາດໄຟ ຄືຄວາມຮ້ອນ(ສີຕະເຕໂຊ ຄວາມເຢັນ ກໍຄື ຮ້ອນນ້ອຍ).
ເຖິງແມ່ນວ່າປະຣະມານູນັ້ນຈະນ້ອຍ ບໍ່ສາມາດເຫັນໄດ້ ແລະສຳຜັດບໍ່ໄດ້ກໍຕາມ ແຕ່ເມື່ອມັນມາລວມກັນເປັນຮູບຕ່າງໆແລ້ວ ມັນກໍຈະປະຈັກຕໍ່ສາຍຕາຂອງບຸກຄົນໄດ້ ເມື່ອເໝາະສົມກໍສາມາດຮັບການສຳຜັດໄດ້ ມັນຈິ່ງກາຍເປັນຄົນ ສັດ ເປັນຍິງ ເປັນຊາຍ ຫຼື ເປັນບ້ານ ເປັນເຮືອນ ເປັນຕົ້ນໄມ້ໃບຫຍ້າ ໄປຕາມສາມັນສຳນຶກຂອງບຸກຄົນທັງຫຼາຍທີ່ໄດ້ສົມມຸດຂື້ນມາ ແລ້ວບຸກຄົນທັງຫຼາຍເຫຼົ່ານັ້ນ ຕ່າງກໍພາກັນຫຼົງໄຫຼໃນຮູບປະຣະມານູທີ່ມີຊ່ອງໂວ່ຢູ່ທົ່ວໄປ ຫຼົງຕິດເພີດເພີນໄປກັບປະຣະມານູທີ່ຂາດສະຖຽນລະພາບ ເປັນທີ່ເພິ່ງພາອາໄສບໍ່ໄດ້ ເພາະວ່າມັນປ່ຽນສະພາບຢູ່ເລື້ອຍໄປ. ດັ່ງນັ້ນ, ປະຣະມານູທັງຫຼາຍ ຍ່ອມເປັນອະນິດຈັງ ທຸກຂັງ ອະນັດຕາ(ທຸກຂັງ ໝາຍເຖິງທົນຢູ່ໃນສະພາບເດີມບໍ່ໄດ້).
ບໍ່ແມ່ນພຽງແຕ່ນັບເອົາວ່າ ຄົນເກີດ ແກ່ ເຈັບ ຕາຍ ເຊິ່ງຕ້ອງໃຊ້ເວລາຍາວນານພຽງເທົ່ານີ້ ຫາກແຕ່ວ່າມັນມີການປ່ຽນແປງ ແລະເປັນໄປທຸກວິນາທີ ຄື ອຸປະຈະຍະ ສັນຕະຕິ ຊະຣະຕະ ອະນິຈຈະຕາ ຄື ເກີດຂື້ນ ສືບຕໍ່ ສລາຍຕົວ ແລະປ່ຽນສະພາບໄປບໍ່ຄືເກົ່າ ແລ້ວກໍເກີດຂື້ນທົດແທນໃໝ່ເລື້ອຍໄປ(ພາຍໃນ 1 ວິນາທີ ມີການເກີດຂື້ນແລະປ່ຽນແປງໄປມາກມາຍ).