ຂຽນເມື່ອ: ຕ.ລ.. 22, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
ການປຽບທຽບລະຫວ່າງການເກີດຂື້ນຂອງພຸດທະສາສະໜາແລະວິທະຍາສາດ
ໂດຍ: ຊ. ວົງໂສພາ
ການເກີດຂື້ນຂອງສາສະໜາທົ່ວໄປ:
ກ່ອນຈະເວົ້າເຖິງການເກີດຂື້ນຂອງພຸດທະສາສະໜາ ຂໍກ່າວເຖິງພື້ນຖານການເກີດຂື້ນຂອງສາສະໜາທົ່ວໄປສາກ່ອນ. ນັບຕັ້ງແຕ່ຍຸກກ່ອນປະຫວັດສາດແລະຍຸກຫີນໃໝ່ເປັນຕົ້ນມາ ສາສະໜາແມ່ນມີການເກີດຂື້ນຈາກຄວາມຢ້ານກົວຂອງມະນຸດຕໍ່ອຳນາດຂອງທຳມະຊາດ ຍ້ອນພວກເຂົາສັງເກດເຫັນວ່າ ປະກົດການຂອງທຳມະຊາດ ອັນມີຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ພາຍຸ, ພູເຂົາ, ຕົ້ນໄມ້ ອາດມີຈິດວິນຍານ ຫຼືສິ່ງສັກສິດສະຖິດຢູ່ ແລ້ວກໍ່ໃຫ້ເກີດມີການເຊື່ອຖື ມີການບວງສວງສິ່ງສັກສິດ ເກີດເປັນປະເພນີແລ້ວພັດທະນາມາເປັນສາສະໜາຂອງເຂົາເຈົ້າ. ການເຊື່ອຖືແນວນັ້ນ ເປັນຜົນດີຕໍ່ພວກເຂົາ ເພື່ອບັນເທົາຈິດໃຈອັນເກີດຈາກການຢ້ານກົວຕໍ່ໄພທຳມະຊາດ ຫຼືສິ່ງທີ່ເໜືອຄວາມສາມາດແລະອຳນາດຂອງມະນຸດ ນອກນີ້ ມັນຍັງເຮັດໃຫ້ຄົນຮູ້ຈັກເຄົາລົບຕໍ່ທຳມະຊາດ ແລະເຄົາລົບຕໍ່ບັນພະບຸລຸດຂອງຕົນອີກດ້ວຍ. ແຕ່ສິ່ງພາຍໃນສິ່ງທີ່ເປັນຜົນດີ ແລະມີເຫດຜົນ ຍັງມີສິ່ງທີ່ເປັນຜົນເສັຍສຳລັບການເຊື່ອຖືແບບນີ້ຢູ່ ເຊັ່ນການບວງສວງ ມີການຂ້າສັດ ຂ້າງົວ, ຂ້າຄວາຍ, ຂ້າໝູ ຫຼືແມ່ນແຕ່ຂ້າຄົນເພື່ອບວງສວງກໍມີໃນບາງສາສະໜາ ອັນເປັນເຫດໃຫ້ເກີດການພາກຊີວິດທີ່ບໍລິສຸດ ໃຜຜູ້ໜຶ່ງໄປໂດຍໄຮ້ເຫດຜົນ ຖ້າທຽບກັບພຸດທະສາສະໜາແມ່ນເປັນການທຳປານະຕິບາດ.
ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນຄວາມເປັນມາໂດຍຫຍໍ້ທີ່ສຸດຂອງພື້ນຖານສາສະໜາທົ່ວໄປ ໂດຍສະເພາະແມ່ນສາສະໜາແບບບູຮານ ຫຼືການເຊື່ອຖືຜີເປັນຕົ້ນ. ແຕ່ຖ້າເວົ້າເຖິງການເກີດຂື້ນຂອງພຣະພຸດທະສາສະໜາແລ້ວ ແມ່ນມີຄວາມແຕກຕ່າງກັນຫຼາຍກັບຄວາມໝາຍຂອງສາສະໜາທົ່ວໄປ.
ການເກີດຂື້ນຂອງພຸດທະສາສະໜາ:
ພຣະພຸດທະສາສະໜາໃນຍຸກພັດທະກັບປ໌(ຍຸກທີ່ໂລກມີຄວາມຈະເລີນ) ເກີດຂື້ນເມື່ອ 2553 ປີຜ່ານມາ ເມື່ອເຈົ້າຊາຍສິດທັດຖະແຫ່ງສາກກະຍະວົງໄດ້ອອກບວດແລະໄດ້ຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າພາຍໃຕ້ຕົ້ນສີມະຫາໂພ ກາຍເປັນສາສະດາຂອງພຣະພຸດທະສາສະໜາແລ້ວນຳເອົາທັມມະຄຳສັ່ງສອນເຜີຍແຜ່ໃຫ້ກ້ວາງຂວາງອອກໄປແຕ່ບັດນັ້ນເຖິງຍຸກປັດຈຸບັນ ກາຍເປັນສາສະໜາສຳຄັນຂອງໂລກ. ຖ້າຈະເວົ້າຕາມຫຼັກການແລະຄວາມເປັນຈິງຂອງພຸດທະປະເພນີ ແລະເຊື້ອສາຍຂອງພຸດທະວົງແລ້ວ, ພຣະພຸດທະສາສະໜາມີມາກ່ອນໜ້ານີ້ນັບຢ້ອນໄປບໍ່ຖ້ວນທີ່ມີພຣະພຸດທະເຈົ້າອຸບັດຂື້ນໃນໂລກນີ້ ຫຼາຍກວ່າເມັດຊາຍໃນມະຫາສະໝຸດ(ເຖິງແມ່ນວ່າໂລກຫາກໍ່ວິວັດທະນາການມາຫາກໍບໍ່ທໍ່ໃດ ແຕ່ຕາມຫຼັກພຸດທະສາສະໜາ ໂລກໄດ້ມີການແຕກດັບແລະເກີດຂື້ນຫຼາຍຄັ້ງກ່ອນຈະມີໂລກປັດຈຸບັນ ອາດຈະໄດ້ອ່ານໄດ້ບົດຄວາມຕໍ່ໄປ). ແຕ່ສຳລັບໃນຍຸກພັດທະກັບປ໌ນີ້ ພຣະພຸດທະເຈົ້າມີນາມວ່າ ມະຫາສະມະໂຄຄົມ. ສາເຫດຂອງການເກີດຂື້ນຂອງພຣະພຸດທະສາສະໜາ ແຕກຕ່າງຈາກການເກີດຂື້ນຂອງສາສະໜາພື້ນຖານທົ່ວໄປຢູ່ບ່ອນວ່າ: ພຣະໂພທິສັດ(ຜູ້ທີ່ຈະເປັນພຣະພຸດທະເຈົ້າໃນອະນາຄົດ) ໄດ້ເກີດມີຄວາມແໜງໜ່າຍໃນວັດຕະສົງສານ ເມື່ອສັງເກດເຫັນເທວະທູດທັງສີ່ ຄື : ຄົນເຖົ້າ, ຄົນເປັນພະຍາດໂຣຄາ, ຄົນຕາຍ ແລະນັກບວດ. ເມື່ອເປັນແນວນັ້ນ ກໍມີຈິດໃຈປາດຖະໜາຢາກຫຼຸດພົ້ນອອກຈາກທະເລທຸກແຫ່ງການວຽນວາຍຕາມເກີດ, ຢາກເອົາຊະນະການເກີດແລະການຕາຍ, ຢາກເອົາຊະນະກິເລສ ຫຼືເວົ້າລວມແລ້ວ ແມ່ນເພື່ອສະແຫວງຫາເສັ້ນທາງຂອງຄວາມດັບທຸກ ນັ້ນຄື ການບໍ່ເກີດອີກ ແລະຈຸດໝາຍປາຍທາງກໍຄືການເຂົ້າເຖິງນິບພານ ເຊິ່ງເປັນເປົ້າໝາຍສູງສຸດຂອງພຣະພຸດທະສາສະໜາ ນັ້ນຄືຈິດໃຈໄດ້ຕັດສະຮູ້ເປັນອໍຣະຫັນຕະສັມມາສັມພຸດທະເຈົ້າ ແລະອໍຣະຫັນຕະສາວົກ. ອີກທັດສະນະໜຶ່ງວ່າ ການເກີດຂື້ນຂອງພຸດທະສາສະໜານັ້ນ ຖ້າໃນທັດສະນະຂອງນັກການເມືອງ ກໍຈະມີຄວາມຄິດໄປອີກວ່າ ພຣະພຸດທະເຈົ້າອຸບັດຂື້ນໃນອິນເດຍຕອນນັ້ນ ແມ່ນເພື່ອປະຕິວັດສັງຄົມຂອງອິນເດຍທີ່ມີພື້ນຖານການແບ່ງແຍກຊົນຊັ້ນວັນນນະ ເພື່ອນຳເອົາຄວາມສະເໝີພາບມາສູ່ສັງຄົມມະນຸດ.
ການເກີດຂື້ນຂອງວິທະຍາສາດ:
ການກຳເນີດຂອງວິທະຍາສາດ ມີຄວາມຄ້າຍຄືກັນກັບການເກີດຂື້ນຂອງສາສະໜາຕ່າງໆຢູ່ບ່ອນວ່າ ມັນເກີດຈາກຈິດໃຈເປັນພື້ນຖານເບື້ອງຕົ້ນ ຄື ຜູ້ເປັນນັກຄົ້ນຄ້ວາທາງວິທະຍາສາດ ມີຄວາມປາດຖະໜາຢາກຮູ້ຄວາມມະຫັນສະຈັນຂອງທຳມະຊາດ ແລະຈັກກະວານອັນກ້ວາງໃຫຍ່ນີ້ ແລ້ວຫາວິທີຄົ້ນຄ້ວາ ເພື່ອວ່າຈະສາມາດພິຊິດທຳມະຊາດໃຫ້ໄດ້ ຫວັງຢາກຄອບຄອງໂລກ ໂດຍໃຊ້ສັດທາແລະຄວາມຮູ້ຄວາມສາມາດຂອງຕົນ ຄົ້ນຄ້ວາພັດທະນາ ໂດຍຜ່ານການສັງເກດການ, ຜ່ານການພິສູດແລະທົດລອງຕາມຂະບວນການທາງວິທະຍາສາດ ເມື່ອໄດ້ຜົນແລ້ວກໍນຳໃຊ້ທຳມະຊາດອັນນັ້ນເຂົ້າໃນການພັດທະນາທຳມະຊາດເອງໃຫ້ກາຍເປັນສິ່ງຕອບສະໜອງກັບຄວາມຕ້ອງການຂອງມະນຸດ ໂດຍສະເພາະແມ່ນການພັດທະນາທາງດ້ານວັດຖຸ ຍ້ອນພວກເຂົາເຈົ້າເຊື່ອວ່າ ຄວາມສຸກຂອງມະນຸດຢູ່ທີ່ການມີວັດຖຸຊົມໃຊ້ຕາມໃຈປາດຖະໜາ. ສະນັ້ນ, ການເກີດຂື້ນແລະການພັດທະນາທາງວິທະຍາສາດ ຈິ່ງເນັ້ນໜັກໄປໃນເລື່ອງຄວາມກ້າວໜ້າທາງດ້ານວັດຖຸຫຼາຍກວ່າທາງດ້ານຈິດໃຈ ແຕ່ມີຈຸດກຳເນີດຮ່ວມກັບກັບພຸດທະສາສະໜາຢູ່ບ່ອນວ່າ ກ່ອນວິທະຍາສາດຈະກ້າວໄປໄກໄດ້ ຈຸດເລີ່ມຕົ້ນກໍຢູ່ທີ່ການຮັບຮູ້ ການສັງເກດການຕ່າງໆ ໂດຍໃຊ້ອາຍະຕະທັງຫ້າ ຫຼືຫົກຢ່າງ ຄື ໃຊ້ ຕາ, ຫູ, ດັງ…ເປັນຕົ້ນ ຈິ່ງສາມາດພິສູດທົດລອງທາງວິທະຍາສາດໃຫ້ກ້າວໜ້າໄດ້ ຈົນສາສາມາດພັດທະນາການເຖິງການຄົ້ນພົບສິ່ງທີ່ນ້ອຍທີ່ສຸດ ໂດຍທີ່ຄວາມສາມາດທາງອິນຊີຂອງມະນຸດບໍ່ສາມາດຢ່ັງຮູ້ໄດ້ ຈິ່ງໄດ້ມີວັດຖຸອຸປະກອນທາງວິທະຍາສາດເຂົ້າມາຊ່ວຍນັ້ນຄື ການມີກ້ອງຈຸລະທັດ ແລະອຸປະກອນທີ່ທັນສະໄໝອື່ນໆ. ສ່ວນພຣະພຸດທະສາສະໜາ ມີເປົ້າໝາຍພັດທະນາໄປໃນເລື່ອງຂອງຮູບ ນາມ ອັນເປັນສະພາວະທີ່ໃຊ້ການສຳຜັດຜ່ານຂັ້ນຕອນຂອງອາຍະຕະພາຍໃນແລະນອກ ຫຼື ອາຍະຕະນະ 12 ຕ່າງຈາກວິທະຍາສາດ ຢູ່ບ່ອນວ່າເນັ້ນໜັກໄປໃນເລື່ອງຂອງຈິດໃຈ ເຊິ່ງໃນນັ້ນ ເບື້ອງຕົ້ນກໍເປັນສິ່ງທີ່ປະສາດສຳຜັດສາມາດຮັບຮູ້ໄດ້ ຈົນພັດທະນາຮັບຮູ້ໄປສູ່ສິ່ງທີ່ຕາເນື້ອຂອງມະນຸດທຳມະດາບໍ່ສາມາດຮັບຮູ້ໄດ້. ນັ້ນຄື ເວົ້າເຖິງການເຂົ້າເຖິງສະພາວະທັມທີ່ເປັນຂັ້ນສູງຂື້ນໄປ ຜ່ານຂະບວນການພັດທະນາທາງດ້ານຈິດໃຈ ທີ່ກ່ຽວຂ້ອງກັບຊານ, ສະມາບັດ, ເວົ້າເລື່ອງພົບ, ເລື່ອງຊາດ, ເລື່ອງມິຕິລຶກລັບສັບຊ້ອນຕ່າງໆ ລ້ວນແຕ່ແມ່ນຜູ້ທີ່ມີຈິດໃຈພັດທະນາທີ່ເປັນວິທະຍາສາດທາງຈິດໃຈເທົ່ານັ້ນຈິ່ງສາມາດເຂົ້າເຖິງໄດ້ ເມື່ອໃຈພັດທະນາໃຫ້ເຖິງຂັ້ນແລ້ວ ກໍສາມາດເປັນອຸປະກອນສື່ສານໃຫ້ຮັບໄດ້ ໂດຍທີ່ອຸປະກອນທາງວັດຖຸຄືວິທະຍາສາດຍັງບໍ່ທັນສາມາດພິສູດໄດ້.
ສະລຸບລວມແລ້ວ ການເກີດຂື້ນຂອງພຸດທະສາສະໜາ ແມ່ນເກີດຂື້ນຈາກ ຄວາມປາດຖະໜາທີ່ຈະເອົາຊະນະຄວາມທຸກ ຄືການວຽນວາຍຕາຍເກີດໃນວັດຕະສົງສານ ແຕ່ໃນຂະນະດຽວກັນ ວິທະຍາສາດເກີດຂື້ນເພື່ອມີຄວາມປາດຖະໜາເພື່ອຫວັງຢາກພິຊິດກັບທຳມະຊາດ ແລະພັດທະນາທຳມະຊາດມາຮັບໃຊ້ສັງຄົມມະນຸດ ໂດຍເນັ້ນໜັກສະເພາະທາງດ້ານວັດຖຸຫຼາຍກວ່າທາງດ້ານຈິດໃຈໃນທາງພຣະພຸດທະສາສະໜາ.