
ຂຽນເມື່ອ: ມ.ນ.. 16, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ຮັກປຽບເໝືອນດັ່ງແມ່ນ້ຳ ເວີນໃຫຍ່ວັງໃຈ
ຫຼາຍຄົນມີຄວາມຮັກ ຊື່ນໃຈຈຳໝັ້ນ
ຫຼາຍຄົນມົວຝັນຄ້າງ ແຄງໃຈຍ້ອນຮັກຫ່ຽວ
ຮັກຄຳດຽວເທົ່ານັ້ນ ຢາກຝັນຮູ້ໄຝ່ປອງ
ມີຮັກ ຄືມີຄຳຄ່າລົ້ນ ເຂົ້າເຄື່ອງຂອງແພງ
ສິ້ນຮັກ ເໝືອນສິ້ນສູນມູນມັງ ຊັບສິນຂອງໃຊ້
ສັນນັ້ນ ຄົນສະແຫວງໄດ້ ສາຍໄຍຮັກຮ່ວມ
ຮັກສະໝານຜູກໝັ້ນ ບໍ່ຜັນປິ້ນປ່ຽນແປງ
ບາງຄົນວ່າ:
ຮັກເຮັດໃຫ້ຄົນບໍ່ຮູ້ແຈ້ງ ມືດມ່ານມົວໝອງ
ຮັກເຮັດໃຫ້ຄົນບຸກບືນ ສູ້ຊົນບໍ່ຫຍຸດຢັ້ງ
ຮັກເຮັດໃຫ້ຄົນທຳສ້າງ ການງານບໍ່ຢຸດຢ່ອນ
ຮັກເຮັດໃຫ້ເຈົ້າ ແລະ ຂ້ອຍ ຮຽນກ້າວເກັ່ງວິຊາ.
ຫາກໄຮ້ຮັກ ເຮົາກໍ່ຄົງບໍ່ຢູ່ລ້າ ແຕ່ສິ້ນຄ່າລົມຫາຍໃຈ
ຫາກມີຮັກ ເຮັດແນວໃດກໍ່ຈິງຈັງ ຈາກໃຈຈິງແທ້
ຫາກມີຮັກ ກິນອັນໃດຫວານຊຶ້ງ ພໍໃຈບໍ່ຕິແຕ່ງ
ຫາກມີຮັກ ຊີວິດຄົງບໍ່ແຫ້ງແລ້ງ ແລງເຊົ້າຊື່ນບໍ່ເຫງົາ ວ່ານາ!!!