ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ  ຮັກແທ້ມີຢູ່ໃສ 6.7?

 ຫຼັງ​ຈາກ​ນັ້ນ                      ກໍ່​ເກາະ​ກ່ຽວ​ກັນ​ໄປ
ຄິດ​ວ່າ​ໃຜ​ຈະ​ເຖິງ​ສິບ                 ກ່ອນ​ກັນ​ຄາວ​ນີ້
ສຸມາລີ ດູ​ໜ້າ                            ​ແນມ​ເຂົາ​ແລ້​ວ​ເວົ້າ​ຕໍ່
“ ຫາ​ກໍ່​ໄດ້​ເທົ່າ​ນີ້ !                        ຊັ້ນຕົວ​ຂ້ອຍ​ຖ້າ​ກ່ອນ​ເດີ “
 ພໍ​ເມື່ອ​ນາງສະ​ເໜີ​ຂຶ້ນ         ​ເຂົາ​ຍິ້ມ​ຕໍ່​ຫວານໆ
​ແລ້ວ​ນັບ​ດູ​ຜົນງານ                  ທີ່​ກ່ຽວ​ກອງລຽນ​ໄວ້
ຕົວ​ເຂົາ​ຫາຍ​ໃຈ​ເຂົ້າ                 ​ແນມ​ນາງ​ແລ້ວ​ຈາ​ຕໍ່
“ ຂ້ອຍ​ກໍ່​ໄດ້​ສໍ່າ​ເຈົ້າ                 ຢ່າ​ມາ​ເວົ້າ​ຂ້ອຍ​ອ່ອນ​ໄປ “
 ສຸມາລີ ກໍ່​ໄດ້                     ກ່ຽວ​ຕໍ່​ຢ່າງ​ໄວ​ວາ
ບົວ​ສະບາ ຢືນ​ນັບ                  ​ເຮັດ​ໃຫ້​ຕົວ​ເຂົາ​ຊ້າ
ສຸມາລີ ກໍ່ເລີຍໄດ້                   ໄປເຖິງສິບກ່ອນ
ຫຼັງຈາກວາງພ່ອນທ້າຍ               ນາງເລີຍເຍີ້ຍໃສ່ເຂົາ
 “ ຂ້ອຍກໍ່ບອກເຈົ້າແລ້ວ       ຂ້ອຍຊະນະ ເຫັນບໍ ! “
ບົວສະບາ ບໍ່ພໍໃຈ                   ເມື່ອຖືກນາງຈາເຍີ້ຍ
ເຂົາກໍ່ເລີຍຈາເວົ້າ                   ເຮົາມາແຂ່ງກັນໃໝ່
ຮອບນີ້       ຂ້ອຍເສຍໄຊໃຫ້ເຈົ້າ               ເຮົາຂໍແກ້ຮອບສອງ “
 ສຸມາລີ ຢືນມອງໜ້າ         ແລ້ວຍິ້ມຕໍ່ຫວານໆ
ນາງຄ່ອຍອຸທານສຽງ                 “ ຈັ່ງແມ່ນຫຼາຍໃຈນີ້ “
“ ເວົ້າດີໆໃດເຈົ້າ                   ເຮົາເສຍກໍ່ເພາະວ່າ
ເຈົ້າມາຈາຫຼອກຂ້ອຍ                ໃຫ້ເຮົາເຊີ້ແມ່ນບໍ “
 “ ຕົວຂ້ອຍບໍ່ຮູ້ເລື້ອງ         ວ່າເຈົ້າກ່າວອັນໃດ
ເມື່ອເຈົ້າປລາໄຊ                    ກໍ່ຮັບຄວາມຈິງແມ້ “
ສາວອ້ວນແລດູໜ້າ                        ສົບຕາເຂົາແລ້ວເວົ້າໃສ່
“ ຈະແຂ່ງໃໝ່ກໍ່ໄດ້                  ຖ້າຕົວເຈົ້າບໍ່ລະອາຍ
 ຖ້າເຈົ້າເປັນຊາຍແທ້         ຕ້ອງຍອມຮັບຄວາມຈິງ
ເອົາປຽບຍິງເສຍສັດຈະ               ລູກຜູ້ຊາຍໃດເຈົ້າ “
ຫຼັງຈາກ ທິບພະວົງ ເວົ້າ       ບົວສະບາ ຈາຄ່ອຍໆ
“ ພວກເຈົ້າລຸມວ່າຂ້ອຍ               ແນວນີ້ສູ້ບໍ່ໄຫວ “
 ສຸດທ້າຍກໍ່ກ່າວໄດ້                 ເວົ້າວ່າອ່ອນຍອມເຮົາ
ເຈົ້າເກັ່ງຈິງໃນການເຮັດ              ວ່ອງໄວຈິງແທ້
ແຕ່ເຈົ້າຫຼົງກົນຂ້ອຍ                 ຢືນຄອຍເບິ່ງຂ້ອຍກ່ຽວ
ເມົາແຕ່ຫຼຽວນັບພ່ອນເຂົ້າ       ເຮົານັ້ນຈຶ່ງກ່ຽວກາຍ
 ສຸມາລີ ສາຍຕາຈ້ອງ         ມອງເບິ່ງຕົວເຂົາ
ຕົວເຈົ້າມີອາລົມເສຍ                 ບໍ່ໜ້າເລີຍຈະໃຈນ້ອຍ
ແມ່ນຢູ່       ຕົວເຈົ້າປລາໄຊຂ້ອຍ               ແຕ່ຕົວເຮົາກໍ່ຮູ້ວ່າ
ເຈົ້າກ່ຽວເກັ່ງກວ່າຂ້ອຍ         ຊິໃຈນ້ອຍເຮັດຫຍັງ
 ບົວສະບາ ກໍ່ຫວັງໃຫ້        ນາງຊະນະຢ່າງເຕັມໃຈ
ແຕ່ວ່າໃນສັກສີ                     ຕ້ອງເວົ້າກັນເອົາໄວ້
ໃຫ້ນາງດີໃຈລົ້ນ                    ເມື່ອເຂົາເປັນຄົນແພ້ຜ່າຍ

“ ຂ້ອຍເປັນຊາຍທີ່ຮັກເຈົ້າ           ຕົວເຮົານັ້ນຈິ່ງອ່ອນໃຈ “

ອ່ານຕໍ່  ຮັກແທ້ມີຢູ່ໃສ 6.9?

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ ຮັກແທ້ມີຢູ່ໃສ 6.6 ?

 

 

“ ​ເຈົ້າ​ກ່າວ​ໄວ້​ເຊັ່ນ​ນີ້           ໝາຍ​ຄວາມ​ວ່າ​ແນວ​ໃດ ? “
“ ຢ້ານ​ເຈົ້າ​ໄຂ​ວາຈາ                 ​ເມື່ອ​ເຈົ້າ​ປລາ​ໄຊ​ແລ້ວ “
ນາງ​ສົ່ງ​ແວວ​ຕາ​ໃຫ້                  ບົວ​ສະບາ ຈິ່ງ​ເວົ້າ​ຖ່ອມ
“ ​ເຈົ້າ​ອອມ​ມື​ໃຫ້​ຂ້ອຍ                ຈັກ​ນ້ອຍ​ກໍ່​ອາດ​ດີ “
 “ ສະ​ແດງ​ວ່າ​ເຈົ້າ​ນີ້          ຮູ້​ຢູ່​ເຕັມ​ໃຈ
​ວ່າ​ເຈົ້າ​ຈະ​ປລາ​ໄຊ                        ຖ້າ​ແຂ່ງ​ກັນ​ໃນ​ວັນ​ນີ້ “
“ ຢ່າ​ອວດດີ​ຫຼາຍ​ແມ​ເຈົ້າ       ສີມື​ເຮົາ​ເຖິງ​ດ້ອຍ​ກວ່າ
​ແຕ່​ວ່າ​ພໍ​ສູ້​ໄດ້                            ຕົວ​ເຈົ້າ​ຊິ​ສໍ່າ​ໃດ “
 “ ​ເອົ໋າ ! ​ເຈົ້າ​ເລີ່​ມກ່ອນ​ໄດ້     ຮອດ​ສິບ​ພ່ອນພໍ​ເນາະ “
“ ຄົງ​ບໍ່​ເໝາະ​ຕິ​ບໍ                   ຊິ​ແຂ່ງ​ກັນ​ພຽງ​ນີ້ “
ສຸມາລີ ​ແນມ​ໜ້າ                   ສົບ​ຕາ​ແລ້ວ​ເວົ້າ​ຕໍ່
“ ກໍ່​ບໍ່​ຫຼາຍ​ບໍ່​ໜ້ອຍ                        ຕົວ​ເຈົ້າ​ຊິ​ແຂ່ງ​ບໍ ? “
 “ ​ເຈົ້າ​ກໍ່​ໃຫ້​ຂ້ອຍ​ຊ້ອມ        ອີກ​ຈັກ​ພ່ອນ​ໃຫ້​ຊິນ​ມື ກ່ອນ​ແມ “
“ ​ເຈົ້າ​ຢ່າ​ມາ​ຄື​ຫຼາຍ                 ກ່ຽວ​ຢາຍ​ທໍ່​ໃດ​ແລ້ວ
ລຽນ​ເປັນ​ແຖວ​ທາງ​ຫຼັງ​ເຈົ້າ      ຂອງ​ໃຜ​ປົງ​ໃສ່
ກະລຸນາ​ເລີ່​ມກ່ອນ​ໄດ້                ​ແລ້ວ​ຕົວ​ຂ້ອຍ​ຊິ​ເລີ່​ມນຳ “
 “ ຂ້ອຍ​ກໍ່​ກຳ​ໄລ​ເຈົ້າ          ຖ້າ​ກ່ຽວ​ກ່ອນ​ລົງມື “
“ ຂ້ອຍ​ບໍ່​ຖື​ຊາ​ຫຍັງ                  ຄິດ​ວ່າ​ໂມທະນາ​ເຈົ້າ “
“ ​ແຕ່​ວ່າ​ຕົວ​ເຮົາ​ນີ້                  ບໍ່​ນິຍົມ​ເອົາ​ປຽບ​ໝູ່
​ໃນ​ໃຈ​ຂ້ອຍ​ຍ່ອມ​ຮູ້                  ຜູ້ຍິງ​ນັ້ນ​ຍິ່ງ​ບໍ່​ຄວນ “
 “ ​ໃຫ້​ເຈົ້າ​ຄິດ​ຖີ່​ຖ້ວນ         ກ່ອນ​ຊິ​ກ່າວ​ລົງ​ໄປ
​ເມື່ອ​ຮູ້​ໃນ​ຜີ​ມື                            ຊິ​ກ່າວ​ຈາ​ຍອມ​ຂ້ອຍ
ຕົວ​ເຈົ້າ​ຖອຍໆ​ໄວ້                   ຍັງ​ດີ​ໃດ​ຢ່າ​ອວດ​ເກັ່ງ
ຂ້ອຍ​ບໍ່​ເສັງ​ດອກ​ມື້​ນີ້                 ​ເພາະ​ຕົວ​ເຈົ້າ​ກ່ຽວ​ຊ້າ​ຫຼາຍ
ຂ້ອຍ​ລະອາຍ​ຊິ​ແຂ່ງ​ເຈົ້າ     ກ່ຽວ​ປານ​ເຕົ່າ​ເດີນ​ຕົມ
ຢ່າ​ມາ​ລົມ​ໂອ​ຫານ                  ກ່ຽວ​ແຂ່ງ​ນຳ​ເຮົາ​ຖ້ອນ
ຂ້ອຍ​ຂໍ​ນອນ​ຫຼັບ​ນິ້ງ                  ຝັນ​ຫວານ​ແລ້ວ​ຕື່ນ
ຈຶ່ງ​ຄ່ອຍ​ຍື່ນ​ກ່ຽວ​ເຂົ້າ                 ​ເຮົາ​ນັ້ນ​ກໍ່​ຫາກ​ທັນ “ …
 “ ຂ້ອຍ​ວ່າ​ຕົວ​ເຈົ້າ​ນັ້ນ        ​ໂມ້​ແຕ່​ຄາລົມ
ຢ້ານບໍ່​ສົມ​ສີມື                            ຖ້າ​ແຂ່ງ​ເຮົາ​ວັນ​ນີ້
​ເອົາ​ດີໆ​ໃດ​ເຈົ້າ                     ຕົວ​ເຮົາ​ຊິ​ເລີ້ມ​ກ່ຽວ

​ເມົາ​​ແຕ່​ຫຼຽວ​ເບິ່ງ​ຂ້ອຍ              ຕົວ​ເຈົ້າ​ຊິ​ບໍ່​ທັນ ຂ້ອຍ​ໃດ “

 

ອ່ານຕໍ່ ຮັກແທ້ມີຢູ່ໃສ 6.8 ?

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                                    ຕໍ່ຈາກ ຮັກແທ້ມີຢູ່ໃສ 6.5 ?

“ ບົວ​ສະບາ ​ໄປ​ໃສ​ແລ້ວ ມິດ​ອິ່ມ​ຊິ່ມ​ຢູ່​ໃສ​ນໍ ?
ຄື​ບໍ່​ຫັນ​ມາ​ລົມ                            ຜູ້​ລັກ​ຊົມ​ຢູ່​ຄຽງ​ໃກ້
ສຸມາລີ ນາງ​ໄດ້                    ຄອງ​ຄອຍ​ເຈົ້າ​ຢູ່ “
ພ້ອມ​ຫຼໍ່າດູ​ເບິ່ງ​ໜ້າ                        ສາຍຕາ​​ເຍີ້ຍ​ໃສ່​ເຂົາ
 ພໍ​ໄດ້​ຍິນ​ສຽງ​ເວົ້າ                  ອອກ​ຊື່ ສຸມາລີ
​ໃບ​ໜ້າ​ນາງ​ເລີ່​ມມີ​ສີ                 ​ເຮື່ອ​ແດງ​ດອມ​ຮ້ອນ
ບວກ​ຊອນ​ກັບ​ອາຍ​ເຂົ້າ               ລະ​ຄາຍ​ເຄືອງ​ເອົ້າ​ອຸ່ນ
​ເໝືອນ​ດັ່ງ​ໃສ່​ຝຸ່ນ​ຮ້ອນ                ​ໃຫ້​ໃບ​ໜ້າ​ເຮື່ອ​ແດງ
 ສາວ​ອ້ວນ​ກໍ່​ຈິ່ງ​ແກ້ງ          ​ເວົ້າ​ຕໍ່​ທັນທີ
“ ​ໂອກາດ​ດີ​ເໝາະ​ສົມ                ​ແລ້ວ​ໃດ​ວັນ​ນີ້ “
ສຸມາລີ ຫັນ​ໜ້າ                    ມາ​ຫາ​ນາງ​ແລ້ວ​ເວົ້າ​ຕໍ່
“ ​ໂອກາດ​ເໝາະ​ທີ່​ເຈົ້າ​ເວົ້າ            ມັນ​ເປັນ​ເລື້ອງ​ອີ່​ຫຍັງ ? “
 ທິບ​ພະ​ວົງ ຟັງ​ແລ້ວ          ກໍ່​ແນມ​ເບິ່ງ ສຸມາ​ລີ
“ ຊ່າງ​ເໝາະ​ກັນ​ອີ່ຫຼີ                 ​ເບິ່ງ​ແມ​ສົມ​ກັນ​ບໍ້​ ? “
ສາວ​ອ້ວນ​ຂໍ​ຄຳ​ເວົ້າ                        ຄຳ​​ເຫັນ​ຈາກ​ພວກ​ໝູ່
“ ຂ້ອຍ​ຫຼຽວ​ດູ​ເບິ່ງ​ນີ້                 ສົມ​ກັນ​ແທ້​ລະ​ໜາ “
 ບົວ​ສະບາ ຈຶ່ງ​ຕ້ານ          ຕອບ​ຢ່າງ​ໃຈ​ເຢັນ
“ ກໍ່​ຂ້ອຍ​ເຫັນ​ນາງ​ເກາະ        ກ່ຽວ​ໄວ​ຢາ​ກຮຽງ​ດ້ວຍ
ຄົນ​ກໍ່​ສວຍ​ງາມ​ນີ້                    ​ແຖມ​ສື​ມື​ຍັງ​ເປັນ​ຕໍ່
ຢາກ​ລອງ​ມາ​ຕໍ່​ຂໍ້                    ຂໍ​ທ້າ​ກ່ຽວ​ແຂ່ງ​ນຳ “
 ສຸມາລີ ຫົວ​ຍ້າມໆ                 “ ກໍ່​ລອງ​ເບິ່ງ​ຕິ​ເນາະ
ລອງ​ມາ​ເກາະ​ເສັງ​ກັນ​ດູ               ຊິ​ກ່ຽວ​ໄວ​ສໍ່າ​ໃດ​ແທ້ “
ພ້ອມ​ທັງ​ແລ​ດູ​ໜ້າ                   ບົວ​ສະບາ ຈຶ່ງ​ຕອບ​ຕໍ່
“ ຊິ​ກ່ຽວ​ແຂ່ງ​ແທ້​ບໍ່​ນີ້                 ຍິນ​ດີ​ໃຫ້​ຊະນະ​ເລີຍ “
“ ​ເຮີ້ຍ !            ບໍ່​ທັນ​ໄດ້​ແຂ່ງ​ຊໍ້າ                  ຊິ​ຍອມ​ກ່ອນ​ຫຼື​ໃດ
ບໍ່​ວ່າ​ຄົນ​ຈິງ​ໃຈ                     ຊິ​ບໍ່​ຈິງ​ຈັງ​ແທ້
ມີ​ແຕ່​ຄຳ​ຈາ​ຫຼິ້ນ                     ລວງ​ຄາລົມ​ລໍ້​ລ່າຍ     ນີ້​ບໍ ?
ຫວານ​ນ້ຳລາຍ​ປາກ​ເວົ້າ              ​ແລ້ວ​ຕົວ​​ເຈົ້າ​ບໍ່​ເຮັດ​ຫຍັງ       ຊິ​ເປັນ​ບໍ ? “
 ບົວ​ສະບາ ຟັງ​ນາງ​ເວົ້າ       ​ເຂົາ​ແນມ​ເບິ່ງ​ຢ່າງ​ນັກ​ຕາ
“ ຢ່າ​ໄດ້​ຈາ​ວ່າ​ອອມ​ມື                ຖ້າວ່າ​ເຮົາ​ເປັນ​ຄົນ​ແພ້ “
“ ມີ​ແຕ່​ຈາ​ກັບ​ເວົ້າ                  ​ເອົ໋າໆ ​ເຊີນ​ເລີ່​ມກ່ອນ
ຫຼັງ​ຈາກ​ແລ້ວ​ພ່ອນນີ້                 ພວກ​ເຮົາ​ເລີ້ມ​ແຂ່ງ​ກັນ “
 “ ​ເອົາ​ຢ່າງ​ນັ້ນ​ກໍ່​ໄດ້          ກ່ຽວ​ເຕັມ​ພ່ອນ​ໄວໆ
ຈະ​ໄດ້​ເຫັນ​ສີມື​ໃຜ                   ຊິ​ກ່ຽວ​ໄວ​ກວ່າ​ກັນ​ນີ້ ? “
ສຸມາລີ ມີ​ຮອຍ​ຍິ້ມ                  ​ແນມ​ເຂົາ​ແລ້ວ​ຕອບ​ຕໍ່
“ ຫວັງ​ວ່າ    ​ເຈົ້າ​ຄົງ​ບໍ່​ກ່ຽວ​ຊ້າ                        ​ໃຫ້​ເຮົາ​ນີ້​ຊະນະ​ຕີ ? “
 
ອ່ານຕໍ່ ຮັກແທ້ມີຢູ່ໃສ 6.7 ?
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

ທຸກ​ຄົນ​ໄດ້​ຍິນ​ແລ້ວ                  ກໍ່​ຫົວ​ຢ່າງ​ມີ​ສຸກ
“ ບໍ່​ວ່າ       ໝົດ​ທຸກ​ຄົນ​ໃນ​ໂລກາ               ຊິ​ກຽດ​ຊັງ​ຕົວ​ເຈົ້າ
ຫຼື​ວ່າ​ຕົວ​ເຮົາ​ນີ້                           ບໍ່​ສົມ​ຄອງ​ຄຽງ​ຄູ່ ​ເຈົ້າ​ບໍ?
ຫຼື​ຕິ​ວ່າ​ຕຸ້ຍ​ດັ່ງ​ໝູ ຫຸ່ນ​ສໍ່າ​ພູ​ໜ່ວຍ​ນ້ອຍ ຕົວ​ເຈົ້າ​ຮັບ​ບໍ່​ໄຫວ ຊັ້ນ​ບໍ ? “
 ພໍ​ເມື່ອ​ສາວ​ອ້ວນ​ໃຊ້          ຄາລົມ​ລ່ວງ​ລອງ​ໃຈ
​ເບິ່ງ​ຜູ້​ໃດ​ກໍ່​ອົມ​ຫົວ                   ຍິ້ມ​ລະອາ​​ເຮວ​ຮ້ອງ
ຕ່າງ​ຄອງ​ຄອຍ​ຄຳ​ເວົ້າ                ​ເພັດ​ສຸວັນ​ ຈະ​ຕອບ​ຕໍ່
“ ບໍ່​ວ່າ       ເຈົ້າ​ຊິ​ຄິດ​ວ່າ​ຂ້ອຍ                       ​ໃຈນ້ອຍ​ບໍ່​ຮັກ​ໃຜ
 ຖ້າວ່າ​ເຈົ້າ​ຮັບ​ໄດ້                  ຂ້ອຍ​ກໍ່​ບໍ່​ຂັດຂີນ
ຂ້ອຍ​ກໍ່​ຍິນ​ດີດ​ອມ                   ຢູ່​ສະບາຍ​ຫາຍ​ຮ້ອນ
ຢ້ານ​ແຕ່​ບັງອອນ​ຫຼ້າ                 ທິບ​ພະ​ວົງ ຊິ​ຮ້ອງ​ຈົ່ມ
ກົ້ມ​ກ່ຽວ​ເຂົ້າ​ຢູ່​ຄູ່​ມື້                   ນ້ຳມັນ​ຍ້ອຍ​ຊິ​ຈ່ອຍ​​ໂຕ ຫັ້ນ​ແລ້ວ “
 ສຽງ​ໂຮ​ດັງ​ສະ​ນັ່ນກ້ອງ        ລອຍ​ລ່ອງ​ຕາມ​ລົມ
ທິບ​ພະ​ວົງ ອົມ​ຫົວ                        ​ເພາະ​ຖືກ​ໃຈ​ຈິງ​ແທ້
ສາຍຕາ​ນາງ​ແລ​ຢ້ຽມ                 ​ເພັດ​ສຸວັນ ໜ້ອຍ​ໜຶ່ງ
​ແລ້ວ​ຈຶ່ງ​ຂານ​ຕອບຖ້ອຍ               ​ໄຂ​ເວົ້າ​ຕໍ່​ໄປ
 “ ບໍ່​ວ່າ​ໃຈ​ເຈົ້າ​ນັ້ນ                 ຊິ​ແຍກ​ແບ່ງ​ເປັນ​ສອງ
ທິດາ​ພອນ ຍັງ​ຄອຍ​ຄອງ        ຄິດ​ຄະນິງ​ເຖິງ​ເຈົ້າ “
“ ຢ່າ​ມາ​ຕິຖະ​ແຫຼ​ງ​ເວົ້າ               ກິນ​ຢາ​ຕາງ​ຄົນ​ປ່ວຍ
ຄົນ​ຊວຍໆ​ຢ່າງ​ຂ້ອຍ                 ນາງ​ນັ້ນ​ບໍ່​ລໍ່າ​ຫຼິງ ດອກ​ນາ “
 “ ​ເປັນຄວາມ​ຈິງ​ໃດ​ນີ້         ບໍ່​ໄດ້​ລ່າຍ​ພາງ​ຕົວະ “
“ ຂ້ອຍ​ນີ້​ກົວ​ຈິງໆ                   ປາກ​ຜູ້ຍິງ​ຄື​ເຈົ້າ
ມີ​ແຕ່​ຫາ​ຄຳ​ເວົ້າ                    ມາ​ຕົວະ​ເຮົາ​ບໍ່​ຮູ້​ເບື່ອ
ຂ້ອຍ​ບໍ່​ກ້າ​ເຊື່ອ​ເຈົ້າ                        ຢ່າ​ມາ​ເວົ້າ​ໃຫ້​ອຸ່ນ​ໃຈ “
 ສາວ​ອ້ວນ​ໄດ້​ທ່າ​ແລ້ວ        ສືບ​ຕໍ່​ເບີຍ​ອາ​ລົມ
“ ສາວ​ຜູ້​ຄີງ​ກົມ​ງາມ                 ຮູບ​ຮ່າງ​ບາງ​ຄົນ​ນີ້
ຍັງ​ຫວັງ​ດີ​ກັບ​ເຈົ້າ                   ຄົນ​ດຽວ​ບໍ່​ເຄີຍ​ໜ່າຍ
ຂ້ອຍ​ບໍ່​ໄດ້​ລ່າຍ​ເວົ້າ                  ລວງ​ຫຼິ້ນ​ຫຼອກ​ຕົວ     ​ເຈົ້າ​ໃດ “
 ​ເພັດ​ສຸວັນ ຫົວ​ຍິ້ມ                 ​ເລິກໆ​ໃນ​ໃຈ
ດວງ​ຕາ​ເຂົາ​ສົດ​ໃສ                        ລໍ່າມອງ​ສາວ​ອ້ວນ
​ເຈົ້າ​ຊ່າງຊວນ​ຈາ​ເວົ້າ                ​ເອົາ​ຄາລົມ​ມາ​ເຍີ້​ຍ​ໃສ່
ຢາກ​ຮູ້​ໃຈ​ເຈົ້າ​ເດ້                    ວ່າ​ຕົວ​ເຈົ້າ​ຮັກ​ໃຜ
 ຕົວ​ຂ້ອຍ​ຊິ​ໄດ້​ເຍີ້​ຍ                 ຕອບ​ຕໍ່​ວາຈາ
ລະວັງ​ນະ​ວັນ​ໃດ                    ຂ້ອຍ​ຮູ້​ໃຈ​ຂອງ​ເຈົ້າ
ຕົວ​ເຮົາ​ຈະ​ຈາ​ເວົ້າ                  ຄຳຫວາ​ນໆ​ເຍີ້​ຍວ່າ
‘ ອິດສາ​ເດ​ບ່າວ​ຜູ້​ນີ້                 ມີ​ແຟນອ້ວນ​ດັ່ງ​ໝູ ‘
 ຄາວ​ນັ້ນ​ລະ​ເຈົ້າ​ຊິ​ຮູ້                ຍາມ​ເຍີ້​ຍໝູ່​ເປັນ​ແນວ​ໃດ
ໝູ່​ເຍີ້​ຍ​ໃຈ​ຕົວ​ເອງ                   ຊິ​ຮູ້ສຶກ​ແນວ​ໃດ​ນັ້ນ
​ເພັດ​ສຸວັນ ຈຶ່ງ​ຈາ​ເຍີ້​ຍ                ​ບົວ​ສະບາ ຜູ້​ຮູບ​ຫຼໍ່

​ເວົ້າ​ເພື່ອ​ຫຼົບ​ຫຼີກ​ຂໍ້                       ສາວ​ອ້ວນ​ຊິ​ໃສ່​ຢາ

ຮັກແທ້ມີຢູ່ໃສ 6.6 ?

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ບົວ​ສະບາ ຫຼຽວ​ມອງ​ນິ້ງ  ພ້ອມ​ທັງ​ຄິດ​ໃນ​​ໃຈ

‘ ນາງ​ກ່ຽວ​ເປັນ​ແຕ່​ຄາວ​ໃດ            ຈຶ່ງ​ກ່ຽວ​ໄວ​ປານ​ນີ້ ‘

ສາວ​ອ້ວນ​ມີ​ຮອຍ​ຍິ້ມ                 ​ແນມ​ເຂົາ​ແລ້ວ​ເວົ້າ​ຕໍ່

“ ກ່ຽວ​ແຂ່ງ​ກັນ​ບໍ່​ນີ້                        ລອງ​ຫຼິ້ນ​ເບິ່ງ​ນໍ

ຖ້າວ່າ​ຂ້ອຍ​ບໍ່​ແພ້                ຈະ​ເອີ້ນ​ວ່າ​ອາຈານ

ຖ້າ​ຫາກ​ຜົນງານ​ເຮົາ                 ກ່ຽວ​ໄດ້​ຫຼາຍ​ກວ່າ​ຂອງ​ເຈົ້າ

ພວກ​ເຮົາ​ກໍ່​ຈະ​ເອີ້ນ “                ​ເອົາ​ຄຳ​ໃດ​ດີ​ນໍ່

“ ຈະ​ເອີ້ນ​ວ່າ​ພໍ່​ຂີ້​ໂມ້                 ຄຳ​ນີ້​ມັກ​ບໍ ? “

  ບົວ​ສະບາ ບໍ່​ກ່າວ​ເວົ້າ        ພຽງ​ຍິ້ມ​ສົ່ງ​ກັບ​ສາຍຕາ

ພວກ​ເຂົາ​ພາກັນ​ຕັດ                  ກ່ຽວ​ກອງ​ລຽນ​ໄວ້

ຕາມ​ພາສາ​ໄທບ້ານ                  ວ່າ​ວາງ​ກັນ​ເປັນ ພ່ອນ

ວາງ​ລຽນ​ລອນ​ລະອຽດ​ໄວ້       ​ໃຫ້​ມັນ​ແຫ້ງ​ຈາກ​ແດດ​ເຜົາ

  ພວກ​ເຂົາ​ກົ້ມ​ກ່ຽວ​ເຂົ້າ         ຫຼາຍ​ຜ່ອນ​ປົງໄປ

ບົວ​ສະບາ ຈາ​ໄຂ                         ສຽດ​ໃນ​ມະ​​ໂນ​ເນື້ອ

“ ມັນ​ຄົງ​ເຫຼືອ​​ແຮງ​ເຈົ້າ               ​ເພັດ​ສຸວັນ ຄົນ​ໝັ່ນ ຕິ​ບໍ

ຄົນ​ບາກ​ບັ່ນ​ດັ່ງ​ເຈົ້າ                  ຫາ​ຄົນ​ຊວ້ານ​ຊ່ວຍ​ຊູ ​ແດ່​ແມ “

  “ ຮູ້​ບໍ່ ພວກ​ໝູ່​ພ້ອມ          ພຽງ​ພໍ່າ​ເປັນ​ໃຈ ​ແລ້ວ​ໃດ

ຍັງ​ມີ​ໃຜ​ບາງ​ຄົນ                    ຢາກ​ຊ່ວຍ​ທຳ​ນາກ​ວ້າງ

​ເຈົ້າ​ບໍ່​ປະສົງ​ສ້າງ                   ດອມ​ນາງ​ແນ່​ບໍ​ໝູ່

ຫຼື​ທຳທ່າ​ບໍ່​ຮູ້                             ສະ​ເໝີ​ດ້າມ​ດັ່ງ​ເດີມ “

  ຫຼັງ​ຈາກ ບົວ​ສະບາ ​ເລີ້ມ      ອ້ວນ​ຕໍ່​ເຕີມ​ສຽງ

​ເພັດ​ສຸວັນ ອຽງ​ອາຍ                 ​ເວົ້າ​ເພື່ອ​ຄາຍ​ຄວາມ​ເອົ້າ

“ ​ໃຜ​ເດ​ຈະ​ປະສົງ​ເຂົ້າ                ດອມ​ເຮົາ​ຊາຍ​ເນື້ອ​ກໍ່າ

ທັງ​ຖານະ​ກໍ່​ຕໍ່າ​ຕ້ອຍ                 ຢ້ານ​ເຫັນ​ຂ້ອຍ​ດັ່ງ​ເສດ​ດິນ “

  “ ທຸກໆ​ຄົນ​ກໍ່​ກິນ​ເຂົ້າ         ​ເໝືອນ​ດັ່ງ​ດຽວ​ກັນ     ​ແຫຼະ​ນາ “

“ ​ແຕ່​ຄົນ​ມີ​ວັນນະ                   ຕ່າງ​ກັນ​ຊົນ​ຊັ້ນ

ນາງ​ຄົງ​ເຫັນ​ເຮົາ​ນັ້ນ                 ​ເປັນ​ຕໍ​ກາງ​ໄຮ່

ຂີ້​ຖ່ານ​ໄຟ​ດັ່ງ​ຂ້ອຍ                  ຍິງ​ໃດ​ນັ້ນ​ຊິ​ລໍ່າ​ຫຼິງ

  ຈາ​ຮັກ​ໃຜ​ພໍ​ຢາກ​ສິ້ນ          ວາຍ​ວອດ​ສຳພັນ​ດັບ

ຍິງ​ໃດ​ເດ​ຈະ​ຍອມຮັບ                ​ເຄາະ​ກຳ​ນຳ​ຊວ້ານ

ຂ້ອຍ​ບໍ່​ຫານ​ຈາ​ຕ້ານ                 ຫວານ​ຄາລົມ​ຢ້ານ​ລົ້ມ​ປ່ວຍ

ຢ້ານ​ແພດ​ໝໍ​ຊ່ວຍ​ບໍ່​ໄດ້              ​ເພາະ​ຕົວ​ຂ້ອຍ​ປ່ວຍ​ໃຈ ຫັ້ນ​ນາ “

 

ອ່ານຕໍ່ ຮັກແທ້ມີຢູ່ໃສ 6.5 ?

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

​ແຄມ​ທາງ​ເດີນ​ມີ​ຢາດ​ນ້ຳ ຂາວ​ຈ່ານ​ຟ່ານ​ເສາະ​ໃສ
ສະດຸດ​​ໃນ​ດວງ​ຕາ                   ​ເມື່ອ​ຖືກ​ແສງ​ຍາມ​ເຊົ້າ
ຕາມ​ທົ່ງ​ນາ​ມີ​ຮວງ​ເຂົ້າ                ສຸກ​ເຫຼືອງ​ກົ້ມ​ກ່ອງ
ສາລິກາ ຢ່ອງ​ແຢັ່ງ​ຍ້າຍ        ຕາມ​ຫຍ້າ​ລຽບ​ທົ່ງ​ນາ
 ປີ​ນີ້​ເລີ່​ມ​ແຕ່​ຫວ່າ​ນກ້າ         ຟ້າ​ສົ່ງ​ຝົນ​ດີ
​ເຂົ້ານາປີ​ພໍ​ຝົນ                     ຈຶ່ງ​ແຕກ​ລຳ​ກໍ​ກ້ານ
ຍາມ​ເຂົ້າ​ມານ​ຝົນ​ເທັ້ງ                ລິນ​ລົງ​ປານ​ຟ້າ​ຮົ່ວ
​ເຂົ້ານາ​ດົ້ວ​ພໍ​ຝຸ່ນ​ນ້ຳ                  ລຳ​ຕົ້ນ​ໃຫຍ່​ດີ
 ພໍ​ເມື່ອ​ມີ​ລຳ​ຕົ້ນ              ອວບ​ໃຫຍ່​ເປັນ​ຫຼັກ
ໝາກຜົນ​ການ​ປັກ​ດຳ                 ​ໄດ້​ດັ່ງ​ໃຈ​ໝາຍ​ໄວ້
​ເຂົາ​ຖອກ​ຮວງ​ມັນ​ໃຫ້                ຜົນ​ງາມ​ເມັດ​ໃຫຍ່
​ເບິ່ງ​ຮວງ​ໃດ​ກໍ່​ກ່ອງ​ກົ້ມ                ຍາວ​ດົ້ວ​ດັ່ງ​ເຮັດ​ເອົາ
 ​ເພັດ​ສຸວັນ ກົ້ມ​ກ່ຽວ​ເຂົ້າ       ຫຼາຍ​ພ່ອນປົງ​ມາ
​ແວວ​ຕາ​ເຂົາ​ມີ​ຄວາມສຸກ        ​ເບີກບານ​ໃນ​ເນື້ອ
ຕົວ​ຂອງ​ເຂົາ​ສຸບ​ເສື້ອ                 ສີ​ຄາມ​ກ້ຳ​ເກິ່ງ
ຖ້າ​ສັງ​ເກດ​ເບິ່ງ​ແລ້ວ                 ກໍ່​ສົມ​ເນື້ອ​ແຫ່ງ​ເຂົາ
ມື້ວານ             ບົວ​ສະບາ​ກ່າວ​ເວົ້າ                ຈະ​ຊວນ​ໝູ່​ມາດ​ອມ
ມາ​ຊ່ວຍ​ຫອມ​ເກສອນ                ທົ່ງ​ນາ​ຍາມ​ນີ້
ມາ​ເບິ່ງ​ສີ​ຮວງ​ເຂົ້າ                   ​ເຫຼືອງ​ງາມ​ເຕັມ​ທົ່ງ
ລົມ​ຄ່ອຍ​ໂຊ​ຍສົ່ງ​ໃຫ້                 ​ເປັນ​ຄື້ນງົດ​ງາມ
 ບົວ​ສະບາ ຫົວ​ຍ້າມໆ        ຍິ້ມ​ຢ່າງ​ອາລົມ​ດີ
“ ​ເບິ່ງ​ແນ​ຕີ​ໃຜ​ມາ                   ກ່ຽວ​ເຂົ້າ​ນຳ​ວັນ​ນີ້ “
​ເວົ້າ​ແລ້ວ​ເອົາ​ມື​ຊີ້                   ​ໄປ​ຫາ​ພວກ​ໝູ່
​ເພັດ​ສຸວັນ ດູ​ເບິ່ງ​ແລ້ວ                ​ເຂົາ​ຍິ້ມ​ເພື່ອ​ຂອບ​ໃຈ
 ບົວ​ສະບາ ຢື່ນກ່ຽວ​ໃຫ້        ພວກ​ໝູ່​ນາງ​ສາວ
​ເຂົາ​ກ່າວ​ຄຳ​ວາຈາ                  ຢອກ​ພວກ​ນາງ​ນິດ​ໜ້ອຍ
“ ຖ້າ​ໃຜ            ກ່ຽວ​ບໍ່​ເປັນ​ມາ​ຫາ​ຂ້ອຍ              ຊິ​ສອນ​ຟຮີ​ບໍ່​ຄິດ​ຄ່າ “
“ ​ເຈົ້າ​ຄິດ​ວ່າ​ພວກ​ຂ້ອຍ               ມື​ນຸ້ມກ່ຽວ​ບໍ່​ເປັນ ຊັ້ນ​ບໍ ? “
 “ ກໍ່​ຂ້ອຍ​ເຫັນ​ຊຸມ​ເຈົ້າ        ຫາ​ກໍ່​ລົງ​ນາ
ທິບ​ພະ​ວົງ ​ເຈົ້າ​ຫັ້ນ​ລະ               ຊິ​ກ່ຽວ​ເອົາ​ມື​ພ້ອມ
ຖ້າ​ຫາກ​ຍອມ ​ເຮົາ​ສອນ​ໃຫ້            ວິທີ​ໃດ​ຈະ​ກ່ຽວ​ງ່າຍ “

ທິບ​ພະ​ວົງ ຍ່າງ​ຍ້າຍ               ​ແລ້ວ​ເກາະ​ກົ້ມ​ກ່ຽວ​ກອງ

 

ອ່ານຕໍ່ ຮັກແທ້ມີຢູ່ໃສ 6.4 ?

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຮັກແທ້ມີຢູ່ໃສ 6.2 ?

 

ບາງ​ຄັ້ງ​ມີ​ເພື່ອນ​ຍູ້             ​ເສີມ​ສົ່ງສະ​ເໜີ​ມາ
​ເພາະວ່າ​ເຂົາ​ຈັບສາຍຕາ        ທ່າ​ທາງ​ຂອງ​ເຮົາ​ໄດ້
​ເຮັດ​ໃຫ້​ເຮົາ​ລະອາຍ​ແທ້              ​ເຂີນ​ໃຈ​ບໍ່​ຮູ້​ຢູ່
ໝູ່ຄູ່​ແຮງ​ເຍາະ​ເຍີ້​ຍ                  ຈົນ​​ໃບ​ໜ້າ​ເຮື່ອ​ແດງ
 ບາງ​ຄັ້ງ​ໝູ່​ກັ່ນ​ແກ້ງ                 ສະ​ແດງ​ທ່າ​ອາລົມ​ນັກ
ຝາກ​ຮັກ​ເຮົາ​ຫາ​ນາງ                 ຊ່າງ​ລະອາຍ​ໃຈ​ແທ້
“ ​ໄປ​ແມ​​ໄປ​ຈາ​ເວົ້າ                  ສາຍສຳພັນ​ໃຫ້​ຊຶ້ງຊ່າ
ປີ​ສຸດ​ທ້າຍ​ແລ້ວ​ນະ ຫາ​ໂອກາດ​ບໍ່​ໄດ້ ​ເມື່ອ​ໃດ​ແລ້ວ​ຊິ​ເຂົ້າ​ໃຈ ກັນ​ນາ “
 ບໍ່​ວ່າ​ເຈົ້າ​ຊິ​ໄຮ້                    ​ເມດ​ຕາ​ຮັກ​ໃນ​ອົກ
ຂ້ອຍ​ນີ້​ຕົກສະ​ເໜຫາ                 ບໍ່​ອາດ​ຖອນ​ໃຈ​ໄດ້
ຕົວ​ເຈົ້າ       ບໍ່​ໜ້າ​ປົງ​ໃຈ​​ໃຫ້                   ​ເປັນ​ຢາ​ງ້ວນ​ເບື່ອ
                  ​ໃສ່​ອາຫານ​ເພື່ອ​ຂ້າ                      ຊີວາ​ຂ້ອຍ​ໃຫ້​ຈຸ່ມ​ຈົມ
                        ​ເຖິງ​ຫົວອົກ​ຂ້ອຍ​ຫຼົ້ມ         ຕົມ​ຫຼົ່ມ​ສະໜົມ​ຮັກ
                  ຂ້ອຍ​ຍັງ​ປັກ​ໃຈ​ໝາຍ               ບໍ່​ອາດ​ຄາຍ​ຄື​ນ​ໄດ້
                  ວັນ​​ໃດ​ເດ​ໃຈ​ຂອງ​ເຈົ້າ               ຈະ​ຈິງຈັງກັບ​ຂ້ອຍ​ນໍ່
                  ຂ້ອຍ​ຍັງ​ລໍ​ຮັກ​ເຈົ້າ                       ກັບ​ຮອຍ​ຍິ້ມ​ທີ່​ຊື່ນ​ໃຈ
                        ທ້ອງຟ້າ​ໄດ້​ຮຸ່ງ​ແຈ້ງ          ທາງ​ທິດ​ບົວລະພາ
                  ສັກ​ກຸ​ນາ​ບັນ​ເລງ​ສຽງ                ອິ່ນ​ອອຍ​ຍາມ​ເຊົ້າ
                  ສຽງ​ນົກ​ເຂົາ​ຂັນ​ຄູ້                        ກາງ​ດົງ​ຮຽນ​ກຄູ່
                  ມັນ​ນັ້ນ​ກຸກ​ກູ່​ຮ້ອງ                        ສຽງກ້ອງ​ຈາກ​ປ່າ​ດົງ
                        ​ແນມ​ໄປ​ທົ່ວ​ທົ່ງ​ກວ້າງ         ຊ້ອຍ​ຊື່ນ​ໃນ​ຕາ
                  ​ເຫັນ​ແລ້ວ​ສຸກ​ໃນ​ອຸລາ               ຄິດ​ຢາກ​ມາ​ທຳ​ສ້າງ
                  ​ເພັດ​ສຸວັນ ຖົກ​ຂາ​ກວ້າງ       ​ເດີນ​ຕີນ​ບາດ​ຫ່າງໆ
                  ທ່າ​ທາງ​ເຂົາ​ຄື​ວ່າ​ຟ້າວ              ​ໃຈຮ້ອນ​ສູ່​ວຽກ​ງານ
                        ​ເຂົາ​ເປັນ​ຄົນ​ບໍ່​ກຽດຄ້ານ       ບາກ​ບັ່ນ​ຜະລິດຜົນ
                  ອົດທົນ​ທຳ​ສວນ​ຄົວ                      ​ໄຮ່ນາ​ຕາກ້າ
​ລູກ​ຊາວນາ​ຊາວບ້ານ                ຊານ​ເມືອງ​ໃກ້​ມໍ່
​ເປັນ​ກຳພ້າ​ພໍ່​ແຕ່​ນ້ອຍ                ຈຶ່ງ​ທຳ​ສູ້​ເພື່ອ​ຕົນ
 ດຸ​ໝັ່ນ​ເພື່ອ​ໃຫ້​ພົ້ນ                 ນະລົກ​ແຫ່ງ​ຄວາມ​ອັບ
​ເກີດ​ເປັນ​ຄົນ​ອາພັບ                  ບໍ່​ເພິ່ງ​ພາ​ໃຜ​ໄດ້
ພໍ່​ເພິ່ນ​ປະມູນ​​ໃຫ້                    ພຽງນາ​ທົ່ງ​ໜຶ່ງ

​                 ໃຫ້​ເຂົາ ​ແມ່ ​ແລະ ນ້ອງ            ພໍ​ໄດ້​ເຮັດ​ທຳ

 

                                        ( ອ່ານຕໍ່ ຮັກແທ້ມີຢູ່ໃສ 6.3 ? )

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຮັກແທ້ມີຢູ່ໃສ 6.1 ?

                             ໄດ້ສອງເດືອນກວ່າແລ້ວ ສົກຮຽນໃໝ່ດຳເນີນມາ
ເພັດສຸວັນຍັງຫາ                    ໂອກາດດີບໍ່ທັນໄດ້
ເພື່ອຈະ​ໄຂຄຳເວົ້າ                  ຈາກັນໃຫ້ເຂົ້າເລື່ອງ
ສາວຫົວເມືອງຜູ້ນັ້ນ                 ຍັງຄາຂ້ອງຢູ່ທີ່ໃຈ
ໃນທຸກຄ້ງທີ່ໄດ້                 ຜ່ານພົບກັບນາງ
ເຮົາຕ້ອງການວາງຄຳ                ທີ່ດີດອມໄວ້
ເປີດຫົວໃຈຈິງເວົ້າ                        ລົມກັນໃຫ້ກະຈ່າງ
ເປັນຫຍັງ     ຈຶ່ງວາງທ່າລັງກຽດຂ້ອຍ             ໃນຫຼາຍຄັ້ງທີ່ພົບກັນ
ເປັນຫຍັງຕົວເຈົ້ານັ້ນ       ຈຶ່ງເວົ້າແຕ່ປໍລະປັກ
ເຮົາໜ້າຈະຫອມຮັກ                 ຜ່ອນຜັນກັນໄດ້
ເປັນຫຍັງໃຈຂອງເຈົ້າ                ຈຶ່ງຊັງເຮົາເອົາແທ້ວ່າ
ຫຼືເຫັນໜ້າຂ້ອຍນີ້                   ເປັນໜ້າທີ່ໜ່າຍແໜງ
ເປັນຫຍັງເຈົ້າຈຶ່ງກັ່ນແກ້ງ    ທຸກເທື່ອທີ່ເຫັນກັນ
ສາຍສຳພັນຂອງເຮົາ                 ໜ້າຊິດີກັນໄດ້
ຂ້ອຍຢາກເຫັນໃບໜ້າ                ແວວຕາເຈົ້າສົດຊື່ນ
ວັນຄືນໃດໄດ້ພົບເຈົ້າ                 ຢາກລົມເວົ້າສິ່ງດີ
ແຕ່ແນວຄິດເຫຼົ່ານີ້               ເໝືອນດັ່ງໃນຝັນ
ພໍເມື່ອເຮົາຈະຈາມັນ                 ໃຫ້ເປັນຄຳເວົ້າ
ເໝືອນມີຫຍັງມາເຂົ້າ                ຕັນຄໍບໍ່ຄາດເຄື່ອນ
ລີ້ນໄກ່ເໝືອນດັ່ງໃບ້                 ຈາເວົ້າບໍ່ອອກສຽງ
ຫົວໃຈບໍ່ທ່ຽງໝັ້ນ                ສະທ້ານສັ່ນນິດໆ
ໃນຈິດໃຈບໍ່ເໝືອນວັນ                ພົບກັນທຳອິດນັ້ນ
ວັນນີ້ໃຈປະສົງໝັ້ນ                        ຈິງຈັງຍັງບໍ່ທ່ຽງ
ຈິ່ງບໍ່ກ້າສ່ຽງສູ້                            ເພື່ອເຜີຍເວົ້າເລື່ອງຈິງ
ຫຼາຍວັນຄືນຍິ່ງເຂົ້າ        ຍິ່ງໄຫວຫວັ່ນໃນໃຈ
ບາງຄືນນອນຫຼັບໄປ                 ກໍ່ເຫຼົ່າຝັນວ່ານາງຮ້າຍ
ເຫັນສາຍຕານາງລ້າວ                ເປັນປະກາຍຈ້ອງໃສ່
ເຮົາຕົກໃຈສະທ້ານ                        ບໍ່ຫານກ້າຊິເຫຼືອດມອງ
ເຖິງຫົວໃຈຊິຮຽກຮ້ອງ            ຈ້າວເລັ່ງປະສົງຫາ
ພໍເວລາມາພົບ                     ພັດບໍ່ຫານຈາເວົ້າ
ເພາະນາງເຫັນເຮົາແລ້ວ        ທຳເມີນເສີຍບໍ່ຮູ້ເລື່ອງ
ຢ້ານແຕ່ເປືອງປາກເວົ້າ             ນໍ້າລາຍແຫ້ງບໍ່ອິ່ນດູ
( ອ່ານຕໍ່ ຮັກແທ້ມີຢູ່ໃສ 6.2 ?​)
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ " ຮັກແທ້ມີຢູ່ໃສ 4.6 ? "

 

ບົວສະບາ ຍັບເຂົ້າ                      ຈັບບ່າ ສຸມາລີ
ພ້ອມສະແດງກິລິຍາ                   ທີ່ຊື່ນໃຈຈິງແທ້
ສອງເຂົາແລດູໜ້າ                      ສົບຕາແລ້ວຍິ້ມຕໍ່ ກັນແລ້ວ
ສາຍຕາຍໍຍົກໃຫ້                        ຄວາມໃນນັ້ນແກ່ກັນ

ມືຂອງເຂົາອີກກ້ຳນັ້ນ                  ຈັບລູບປາຍຜົມ
ເຂົານັ່ງແນມຊົມກັນ                    ດັ່ງຊິກືນກິນໄດ້
ບົວສະບາ ຍັບຕິດໃກ້                  ອີງນາງແນບໃສ່
ສຸມາລີ ຈິ່ງໄດ້                             ເອົາແຂນກັ້ນໃຫ້ຫ່າງເຂົາ

ອັນນີ້ນໍເພິ່ນວ່າເວົ້າ                     ຄວາມຮັກຂອງຄົນ
ບໍ່ສົນໃຜຈະແນມ                        ມິ່ນຫຍາມຕົວເຈົ້າ
ບໍ່ສົນໃຜຈະເວົ້າ                                     ນິນທາຫຼືຈົ່ມ
ນັ່ງລົມກັນກ່ອມໃກ້                      ໃຈເຈົ້າບໍ່ຫວັ່ນຫຍັງ

ສຸມາລີ! ເຈົ້າປ່ອຍເຂົາມານັ່ງໃກ້    ແນບຄູ່ໃຫ້ຄົນຫຼິງ ຫຍັງນໍ
ປະເພນີຍິງລາວ                         ຊິເສື່ອມເສຍຍ້ອນຕົວເຈົ້າ
ເຮົາເປັນຍິງລາວນີ້                      ປະເພນີຕ້ອງມາກ່ອນ
ບໍ່ແມ່ນຄິດຢາກເສບຊ້ອນ            ກັບໃຜແລ້ວກໍ່ປ່ອຍຕົວ

ສັງຄົມຈະວ່າເຈົ້າລົ້ວ                  ບໍ່ກົວບໍ່ຄົນຈາ
ພວກເຂົາຈະນິນທານາງ ໃຫ້ເສື່ອມເສຍສັກສີເຈົ້າ
ພວກເຂົາຈະປະນາມເວົ້າ            ນາງເປັນຄົນໃຈງ່າຍ
ປ່ອຍໃຫ້ຊາຍມານັ່ງໃກ້               ຈັບບາຍພ້ອມຍິ່ງບໍ່ຄວນ

" ເຈົ້າຢ່າກວນຕົວຂ້ອຍ               ຮູ້ບໍ່ ບໍ່ງາມຕາ
ນີ້ແມ່ນສາທາລະນະ                   ຜູ້ຄົນຫຼາຍລົ້ນ
ຢ່າໄດ້ເປັນຄົນໃບ້                       ຄະຕິທຳຊິສິ້ນຄ່າ
ຄົນທັງຫຼາຍຈະວ່າຂ້ອຍ              ເປັນຍິງລົ້ວຊົ່ວໃຈ

ມານັ່ງແນມຢູ່ໄດ້                         ກໍ່ຂ້ອຍວ່າຄວາມຈິງ
ຕົວຂ້ອຍເປັນຄົນຍິງ                    ຍ່ອມເສື່ອມເສຍກັບຄວາມເວົ້າ
ເທື່ອໜ້າ ຢ່າມືໄວອີກເດີເຈົ້າ        ທຳຫຍັງໃຫ້ຄິດແນ່
ບໍ່ແມ່ນເຫັນແກ່ໄດ້                      ກຳໄລແລ້ວກໍ່ຊື່ນໃຈ "

" ຂ້ອຍຂໍໂທດກໍ່ໄດ້                     ຍອມຮັບຄຳຕັດສິນ
ຕົວຂ້ອຍຍິນດີດອມ                     ໂທດທີ່ນາງວາງໃຫ້
ແລ້ວອະໄພໃຫ້ເຮົາດ້ວຍ             ການກະທຳທີ່ພົ້ນຜ່ານ "
" ຄົນ ອີ່ ຫຍັງ ສ່າງ ໜ້າ ດ້ານ       ມືເຈົ້າເບິ່ງແນ່ແມ "

ສາຍຕານາງແລນິ້ງ                     ແນມເບິ່ງມືເຂົາ
ບົວສະບາ ເອົາມືຄືນ                   ຍິ້ມໃຫ້ນາງນິດໜ້ອຍ
ເຂົາປ່ອຍສາຍຕານິ້ງ                   ແນມເຂົາຄັ້ງໃຫຍ່
ສຸມາລີ ອົດບໍ່ໄດ້              ເອົາມືຍູ້ບ່າເຂົາ

ທິບພະວົງ ຄ່ອຍເວົ້າ                   " ເຮົາກັບເທາະ ສຸມາລີ
ຕອນນີ້ມັນຈະເຖິງ                      ທ່ຽງຄືນແລ້ວໃດນີ້ "
ສຸມາລີ ມີຮອຍຍິ້ມ                       ແນມເຂົາແລ້ວເວົ້າຕໍ່
" ເຈົ້າຈະກັບບໍ່ນີ້                         ຊຸມຂ້ອຍຊິເມືອ ແລ້ວໃດ. "

ມາລາໃຈ ຢາດເຫື່ອຍ້ອຍ            ໄຫຼຜ່ານຫາງຕາ
ວັນນີ້ນາງຕັ້ງໃຈມາ                     ເພື່ອຊົມການຟ້ອນ
ເຊິ່ງແມ່ນງານໃນຕອນເຊົ້າ          ຂອງວັນແຂ່ງເຮືອຊ່ວງ
ບາງປີ ແຂ່ງເຮືອພວງເຮືອກາບພ້ອມ ໃນຕອນເຊົ້າເຊັ່ນກັນ

ຂະບວນເລີ່ມຕົ້ນນັ້ນ                   ເຂດໜຶ່ງ ໄຊຍະພູມ
ເປັນຈຸ້ມວົງຕີກອງ                       ລະນາດຊໍແຄນຄ້ອງ
ມີກອງຫາງກອງເຊີ້ງ                   ມະໂຫລີປີ່ຂຸ່ຍ
ມີສາວຈ່ອຍບ່າວຕຸ້ຍ                   ມາຟ້ອນແອ່ນກັນ

ຂະບວນສອງນັ້ນຟ້ອນ                ຊື່ວ່າຄອນສະຫວັນ
ຈັງຫວະລຳສຸກສັນ                     ແຫ່ງແຂວງສະຫວັນນີ້
ສະແດງສີສັນຟ້ອນ                     ສິລະປະໜ້າເບິ່ງ
ມີທັງລຳຟ້ອນເຊີ້ງ                       ຜະຫຍາເວົ້າໃສ່ກັນ

ຄອນສະຫວັນນີ້ຟ້ອນ                  ຈາກເຂດສີ່ໂພນສະຫວັນ
ຈາກນັ້ນຟ້ອນລຳຕັ່ງຫວາຍ         ເຂດສາມສະແດງໃຫ້
ໄຊຍະມຸງຄຸນໄດ້                         ສະແດງການຟ້ອນແອ່ນ
ຍົກແຂນຂວາແລະຊ້າຍ              ສະຫຼັບຟ້ອນອ່ອນໄຫວ

ລຳບ້ານຊອກກໍ່ໄດ້                      ຟ້ອນຕໍ່ຕາມມາ
ມັດທະຍົມສຸນັນທາ                     ເຂດສອງສະແດງຟ້ອນ
ຟັງຍິນກອນລຳຂຶ້ນ                     ສາວໂນລາສ່າງລຳມ່ວນ
ຊວນຜູ້ຊົມຢູ່ໃກ້                          ໃຫ້ມາຟ້ອນອ່ອນແຂນ

ຂະບວນຫ້າແມ່ນຟ້ອນ                ມືອ່ອນໆລຳຜູ້ໄທ
ໃສ່ຊຸດດຳປະສົມໃໝ                   ຜ້າແພຄຽນຫົວພ້ອມ
ມັດທະຍົມຈອມແກ້ວ                  ລີລາຍ້າຍຍ່າງ
ວາງບາດແຂນແອ່ນຟ້ອນ            ສະອອນໂອ້ເມື່ອເຫັນ

ຫຼັງຈາກຕາເວັນຄ້າຍ                  ຍາມບ່າຍມາເຖິງ
ກໍ່ເບິ່ງການພາຍເຮືອ                   ຊ່ວງຊີງໄຊກ້າ
ຜາບແພ້ມາໃຫ້ມັນໄດ້                 ມີໄຊອັນດັບໜຶ່ງ
ສຽງບາດກອງດັງຕຶ້ງໆ                ສຽງເຊຍຮ້ອງຄັບຝັ່ງຂອງ

ພໍເມື່ອແສງແດດຕ້ອງ                  ສາຍສ່ອງເປັນເງົາ
ເໝືອນມີຄຳເນົາໃນ                    ພື້ນນະທີສາຍນ້ຳ
ເປັນສີຄຳຍາມແລງຄ້າຍ ສຸລິຍາໃກ້ລັບລ່ວງ
ການຊ່ວງເຮືອກໍ່ຮຽບຮ້ອຍ           ກັບຄືນບ້ານຖິ່ນສະຖານ

ລະດູການກໍ່ຜ່ານພົ້ນ                   ຄັ້ງໜຶ່ງກາຍມາ
ອອກພັນສາປະວໍລະນາ               ໄດ້ສິ້ນສຸດລົງແລ້ວ
ຍັງແຕ່ດວງໃຈແກ້ວ                    ຊາວສະຫວັນຜູ້ຜຸດຜ່ອງ
ຮ່ວມປອງດອງສືບສ້າງ               ສະຫວັນກວ້າງໃຫ້ຮຸ່ງເຮືອງ ຊອບແລ້ວ.

ອ່ານຕໍ່ຕອນຕໍ່ໄປ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ " ຮັກແທ້ມີຢູ່ໃສ 4.5 ? "

ຢູ່ຂ້າງເບື້ອງໃຕ້ນັ້ນ                    ຍັງມີກຸ່ມຍິງສາວ
ພວກຜີວຂາວກາຍງາມ              ຢອກກັນຫົວຍິ້ມ
ບາງຄົນຕາງຕິຊິ້ມ                      " ເຮືອໄຟໂຕລອຍລ່ອງດີນໍ
ອະທິຖານຮຽກຮ້ອງ                   ຊາຍໃດແລ້ວຢູ່ທີ່ໃຈ"

ອີກສາວໜຶ່ງນັ້ນໄດ້                    ຫົວຢູ່ອິກໆ
"
ໂຄຄິດຫຍັງມາລາໃຈ             ເບິ່ງເຮືອໄຟໂຕແມ້
ໄຫຼແວ່ມາທຽມເຂົ້າ                    ແຄມຂອງທຽບຝັ່ງ"
ມາລາໃຈຍັງຢາກຮູ້                   ຊາຍຄົນນັ້ນຊິຮັກນາງຢູ່ບໍ

ເມື່ອນາງວາງເຮືອໄຟລົງນ້ຳ      ພ້ອມພໍ່າອະທິຖານ
'
ຖ້າຕຳນານເປັນຈິງ                  ຈົ່ງສະແດງໃຫ້ເຫັນດ້ວຍ
ຈົ່ງຊ່ວຍແລທາງຊີ້                     ວິຖີທາງໃຫ້ດັ້ນດຸ່ງເບິ່ງດູ'
ອະທິຖານແລ້ວກໍ່ຍູ້                    ເຮືອໄຟນ້ອຍນັ້ນອອກໄປ

ຫຼັງຈາກນັ້ນນາງໄດ້                   ສືບຕໍ່ອະທິຖານ
'
ຂໍສົມຫວັງໃນຄວາມຮັກ           ໄດ້ຄູ່ບົວສະບາຖ້ອນ'
ເໝືອນເປັນລາງສັງຫອນໃຫ້      ເຮືອໄຟ​ໄຫຼມາຈອດຝັ່ງ
ເໝືອນດັ່ງມີສິ່ງເຕືອນບອກໃຫ້   ນາງນັ້ນຢ່າຮັກເຂົາ

ແລ້ວນາງຈິ່ງກ່າວເວົ້າ                ເຖິງ' ເລື່ອງການຮຽນ'
ເຮືອໄຟໄຫຼວົນວຽນ                   ສູ່ແປວກະແສນ້ຳ
ບາງຄັ້ງໄຫຼໄວຊ້ຳ                      ບາງຄາວໄຫຼຄ່ອຍໆ
ບາງເທື່ອວຽນເລັກໜ້ອຍ            ແລ້ວໄຫຼເລີ້ມຕໍ່ໄປ

'
ວຽກງານເດຈະເຮັດໃຫ້                        ນາງຢູ່ສະບາຍສຸກບໍ່ນໍ'
ເໝືອນມີແນວມາຊຸກ                 ສູ່ແປວກະແສນ້ຳ
ແລ້ວໄຫຼນຳໄປໃກ້                     ຮຽງແຄມເຮືອໄຟໃຫຍ່
ຂໍໃຫ້ນາງລຸລາບໄດ້                   ວຽກງານນ້ອຍໃຫຍ່ເດີ

ທິບພະວົງນັ່ງເກີ້                       ແນມເບິ່ງວາລີ
ເບິ່ງນະທີສາຍຂອງ                    ລ່ອງໄຫຼລົງໃຕ້
ເຫັນແສງໄຟທຽນນ້ອຍ              ໄຫຼນຳເຮືອໄຟລ່ອງ
ບາງເທື່ອນາງສ່ອງຫັ້ນນີ້            ເມື່ອມີເລື້ອງທີ່ແປກໃຈ

ບົວສະບານັ້ນໄດ້                      ນັ່ງຄຽງຄູ່ສຸມາລີ
ທ່າທາງເຂົາມີຄວາມສຸກ             ເພີດເພີນຈິງແທ້
ດົນໆແລເຫັນເຂົານັ້ນ                ຈັບມືກັນຈັກຄັ້ງໜຶ່ງ
ເຫັນແລ້ວມັນຊາບຊຶ້ງ                ໃຈລະຫ້ອຍຄິດຢາກມີ

ເບິ່ງໄປແລ້ວຄູ່ນີ້                        ມັນກໍ່ສົມກັນຢູ່ໃດ
ພວກເຂົາມີສຳພັນ                      ຕໍ່ກັນດົນແລ້ວ
ນາງມີແວວພໍໃຈໃຫ້                   ສົນໃຈເຂົາຢ່າງຕັ້ງຕໍ່
ພ້ອມທັງພໍ່ແມ່ນັ້ນ                      ກໍ່ຈາເຍີ້ຍໃສ່ກັນ

ແຕ່ວ່າບົວສະບານັ້ນ                ເໝືອນບໍ່ຄ່ອຍສົນໃຈ
ໃນເລື່ອງຄອຍຄວງແຂນ            ເລື່ອງແຟນຄຽງໃກ້
ເປັນເພາະເຂົາມີໃຈໃຫ້              ກັບຍິງຄົນອື່ນ
ເຂົາຈຶ່ງສົດຊື່ນໜ້ອຍ                  ໃນເລື້ອງຊິຮັກນາງ

ຄວາມຈືດຈາງເຫຼົ່ານີ້                 ມັນມີຢູ່ຄວາມຫຼັງ
ຮັກຮ່ວມຫວັງສຸມາລີ                 ເພື່ອນຮ່ວມຮຽນມີພຽງນີ້
ເພື່ອນຮ່ວມທາງວິຖີຫຼິ້ນ             ຖວິນກັນເພື່ອເປັນໝູ່
ວັນນີ້ເຂົາຄິດຢາກຮູ້                   ສຸມາລີນັ້ນຮັກເຂົາຢູ່ບໍ

ວັນນີ້ເຂົາຕ້ອງເວົ້າ                     ທຸກສິ່ງໃນໃຈມີ
ເຂົາຕ້ອງຄວງສຸມາລີ                 ເຮັດໃສ່ມາລາໃຈໄວ້
ເຂົາຈະຄວງມາໃຫ້                    ມາລາໃຈຮັບຮູ້ວ່າ
ວັນເວລາຕໍ່ຈາກນີ້                      ຕົວເຂົານັ້ນເລີ່ມປ່ຽນໄປ

ມາລາໃຈເຈົ້າຊິໄດ້                    ນອນນັ່ງເສຍໃຈ
ເມື່ອຂ້ອຍຄວງນາງໄປ               ເຮັດໃສ່ໃນສາຍຕາເຈົ້າ
ເຮັດໃສ່ໃຫ້ສົມໃຈເຮົາເສົ້າ         ກັບຄວາມເຫງົາເມື່ອເຊົ້າຜ່ານ
ກັບວາຈາເຈົ້າກ່າວຕ້ານ             ປະນາມຂ້ອຍໃຫ້ເສື່ອມຫວັງ

ຈະຄວງສຸມາລີມານັ່ງໃກ້          ເຮັດໃສ່ໃຫ້ສະສົມ
ເຮັດໃຫ້ນາງລະທົມໃຈ               ຢ່າງບໍ່ມີຫຍັງທຽມໄດ້
ໃຫ້ນາງນອນລະທົມໄຫ້             ເມື່ອເຫັນເຂົາມີຍິງໃໝ່
ຍິງທີ່ໃຈແຫ່ງເຈົ້າ                      ລະແວງຂ້ອຍເມື່ອຜ່ານມາ

ມື້ນີ້ຂ້ອຍອິດອ່ອນລ້າ                  ຖືກເຈົ້າດ່າຢ່າງສະສົມ
ຂ້ອຍລະທົມໃນໃຈ                     ເຈົ້າຮູ້ບໍໃນວັນນີ້
ເຈົ້າຄົງມີຮອຍຍິ້ມ                      ສຸກໃຈຢ່າງຊ້ອຍຊໍ່າ
ທີ່ເຈົ້າທຳໃຫ້ຂ້ອຍ                     ຄໍ່າຄວນຮ້ອງຫ່ວງຫາ

ຈົນນ້ຳຕາລິນໜ້າ                      ກັບຄຳວ່າຜິດຫວັງ
ຫົວໃຈພັງທະລາຍລົງ                ມຸ່ນມິນໝົດແລ້ວ
ຈຶ່ງເກີດຮອຍແຜແປ້ວ                ຫົວໃຈເຮົາມັນລ້າວຮ່ານ
ຂ້ອຍຈຶ່ງຕັດສິນໃຈມາກ່າວຕ້ານກັບຍິງຂ້ອຍບໍ່ໃສ່ໃຈ

ຢ່າງໜ້ອຍມັນກໍ່ທຳໃຫ້ຂ້ອຍໄດ້ ລົດຜ່ອນຄວາມອຸກໃຈ
ແຕ່ເມື່ອເຮົາໄຂຄຳຈາ                ວ່າລົມກັບນາງແລ້ວ
ນາງມີແວວຕາຊ້ອຍ                   ສຸກໃຈຢ່າງປຶ້ມປ່ຽມ
ເຮັດໃຫ້ຮຽມຄິດຄົ້ນ                   ຕົວຂ້ອຍຊິຮັກໃຜ

ເພາະວ່າຍິງທີ່ນັ່ງໃກ້                  ຄຽງຄູ່ປັດຈຸບັນ
ນາງນັ້ນເຕັມໃຈຮັບ                    ຮັກເຮົາໃນໃຈແທ້
ແຕ່ຂ້ອຍແລເຫັນເຈົ້າ                 ສົນໃຈເຮົາມາກກວ່າ
ຂ້ອຍຈຶ່ງໄປວ່າເວົ້າ                    ກັບເຈົ້າໃຫ້ຮັກເຮົາ

ຂ້ອຍບໍ່ເຄີຍຄິດວ່າເຈົ້າ               ຈະເວົ້າວ່າບໍ່ສົນໃຈ
ປະຕິເສດໃນຄວາມຮັກ              ທີ່ມີໃນໃຈນັ້ນ
ໃຫ້ຂ້ອຍມາລຳພັນໄຫ້                ລະທົມໃຈຄັ້ງໜຶ່ງ
ກັບຄວາມຮັກທີ່ຂ້ອຍຊຶ້ງ             ຄຳນຶງໄວ້ທຸກຄໍ່າຄືນ

ຂ້ອຍຈຶ່ງຝືນໃຈເສົ້າ                   ມາເວົ້າຕໍ່ສຸມາລີ
ເຫັນນາງດີກັບເຮົາ                    ຂ້ອຍອ່ອນໃຈຈິງແທ້
ເພື່ອແຜ່ໃຈກັບຂ້ອຍ                   ຈິງໃຈບໍ່ເລ້ຫຼ່ຽມ
ຫົວໃຈຮຽມຈຶ່ງຊຶ້ງ                      ມີໃຈໃຫ້ຕໍ່ນາງ

ຄືນນີ້ຂ້ອຍຈຶ່ງມາເລີ່ມສ້າງ         ຄວາມຮັກໃໝ່ໃນໃຈ
ລຶບຄວາມຮັກໃນຄາວຫຼັງ           ທີ່ມຸ່ງຫວັງພຽງເຈົ້າ
ຈົ່ງອະໄພໃຫ້ເຮົາດ້ວຍ               ມາລາໃຈທີ່ຮັກເກົ່າ
ເມື່ອເຈົ້າປະຕິເສດບໍ່ຮັກຂ້ອຍ     ກໍ່ກຽມພ້ອມຊິກ່າວລາ

ສຸມາລີສ່ອງໜ້າ                        ແລ້ວແນມເບິ່ງຕາເຂົາ
"
ເຈົ້າກຳລັງເຫງົາຊຶມ                ຄິດເຖິງຫຍັງນີ້? "
ບົວສະບາມີຮອຍຍິ້ມ                 ທັງຕົກໃຈນິດໜ່ອຍ
"
ກະລຸນາບອກຂ້ອຍ                  ວ່າໃຈເຈົ້າຄິດຫຍັງ"

"
ຂ້ອຍກຳລັງຄິດຄົ້ນ                  ບອກເຈົ້າບໍ່ຄວາມໃນໃຈ"
"
ແຕ່ຢ່າຕົວະຂ້ອຍໃດ                ເວົ້າມາຂ້ອຍຟັງໄດ້"
"
ດຽວນີ້ຫົວໃຈຂ້ອຍ                  ພວມປະຄອງຄວາມເປັນໜຸ່ມ
ດ້ວຍຫົວອົກຮຸ່ມຮ້ອນ                 ຂ້ອຍຂໍເວົ້າສິ່ງທີ່ຄອງ

ຂ້ອຍນີ້ຂໍຮຽກຮ້ອງ                     ໃນເລື່ອງບາງອັນ
ເຮົາແຕ່ງດອງກັນເນາະ              ເມື່ອຮຽນຈົບແລ້ວ
ວ່າແນວໃດຕົວເຈົ້າ                    ຍິນດີຫຼືບໍ່
ເຈົ້າບໍ່ຕອບກໍ່ໄດ້                        ໃນວັນນີ້ບໍ່ວ່າຫຍັງ"

ສຸມາລີຟັງແລ້ວ                        ຍິ່ງປຶ້ມປ່ຽມຍິນດີ
ຫົວໃຈນາງມີຄວາມສຸກ              ຊື່ນຊຳແສນປຶ້ມ
ລືມໄປໝົດຄວາມເສົ້າ                ຄວາມເຫງົາໃນວັນເກົ່າ
ນາງບໍ່ຈາກ່າວເວົ້າ                     ພຽງນິ້ງເບິ່ງເຂົາ

ຍັງມີຕໍ່ 4.7

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

( ຕໍ່ຈາກ ຮັກແທ້ມີຢູ່ໃສ 4.4 ? )

ວັດນີ້ ຊາວສະຫວັນນິຍົມເຂົ້າ       ເພາະຕັ້ງຢູ່ໃຈເມືອງ
ຕາເວັນຕົກຕິດແຄມຂອງ             ໃກ້ທ່າເຮືອຂົນສິນຄ້າ
ຄົນມາວຽນທຽນແລ້ວ                  ໄຫຼເຮືອໄຟຮິມທ່າ
ບາງພ່ອງມາເພື່ອໄຫວ້                ຫໍເມືອງເຈົ້າປູ່ສະຫວັນ

ອອກພັນສາເປັນເຊັ່ນນັ້ນ             ນ້ອຍໜຸ່ມຊາວສະຫວັນ
ເຖົ້າແກ່ຍັງພາກັນ                       ເຂົ້ວັດວາຄືຄາວກີ້
ເຖິງວ່າໃນຕອນນີ້                       ສັງຄົມນິຍົມເວົ້າວ່າ
ເຂົ້າວັດວາໄຫວ້ພະເຈົ້າ              ເຮົານັ້ນຊິເສື່ອມໂຊມ

ຄົນຍັງໂຮມກັນເຂົ້າ                    ມາວັດຟັງທຳ
ເພື່ອຈຳສິນຫາພອນ                   ທີ່ເພິ່ງພາທາງໃຈໄດ້
ຄົນສະຫງົບໃຈແລ້ວ                   ສັງຄົມກໍ່ລຽບງ່າຍ
ບໍ່ມີໂຈນຜູ້ຮ້າຍ                          ໝາຍປຸ້ນລັກເຄື່ອງຂອງ

ສຸມາລີ ຫຼຽວມອງໜ້າ                  ທັງຍິ້ມຕໍ່ ບົວສະບາ
ແລ້ວຍ່າງມາແຄມສິມ                 ນັ່ງລົງຍໍມືໄຫວ້
ສາຍຕາແນມມາລາໄມ້                ອະທິຖານຄາວໜຶ່ງ
ແລ້ວຈຶ່ງປົງດອກໄມ້                    ຍໍມືໄຫວ້ອີກໜຶ່ງທີ

ບົວສະບາ ກໍ່ມີຍິ້ມ                       ໃຫ້ແກ່ ສຸມາລີ
ແລ້ວຈຶ່ງອະທິຖານ                      ຍົກມືປະນອມໄຫວ້
ຈັກວ່າໃຈເຂົານັ້ນ                       ອະທິຖານຫຍັງແດ່
ເຫັນແຕ່ເຂົານັ່ງຍິ້ມ                     ດ້ວຍຄວາມຊ້ອຍຊື່ນໃຈ

ສາວອ້ວນ ນັ້ນກໍ່ໄດ້                     ແນມເບິ່ງເຂົາສອງ
ຫຼັງຈາກຫຼຽວມອງເຂົາ                 ກໍ່ກ່າວຈາໄຂເວົ້າ
"
ໜ້າອິດສາເດສອງເຈົ້າ             ອະທິຖານຄຽງຄູ່
ຢາກຮູ້ເດພວກເຈົ້າ                     ວອນໄຫວ້ເລື່ອງຫຍັງ

ເບິ່ງພາກັນນັ່ງຍິ້ມ                       ເບີຍເບີກມະໂນໃນ
ອະທິຖານດີໆໃດ                        ໃສ່ໃຈໃນຄືນນີ້
ຢ່າໃຫ້ລາຄີເຂົ້າ                          ທຳລາຍໃຈໃສສະຫວ່າງ
ຈັ່ງແມ່ນເພິ່ນຢູ່ທ່າງຍິ້ມ               ຕົວຂ້ອຍລຸກກ່ອນເດີ "

ຫຼັງຈາກນາງສະເໜີເວົ້າ       ລຸກຍ່າງເດີນໄປ
ພວກເຂົາໄຂສຽງຫົວ                   ຍິ້ມໃຫ້ກັນນິດໜ້ອຍ
ທິບພະວົງ ຄອຍຖ້າ                    ສອງເຂົາຈິ່ງຍິ້ມໃສ່
ອະທິຖານໄຫວ້ແລ້ວ                   ພວກເຂົານັ້ນຈຶ່ງຍ່າງນຳ

ທັງສາມຍ່າງມາສູ່ກ້ຳ                  ເບື້ອງທ່າແຄມຂອງ
ສຽງເນືອງນອງຝູງຄົນ                 ອັ່ງໃນປະຕູຮົ້ວ
ຈົນກວ່າຈະຫວິດໄດ້                   ຫາຍໃຈຈົນຫອບເມື່ອຍ
ຈົນຢາດເຫື່ອເຍື່ອຍຍ້ອຍ             ລິນໜ້າຊຸ່ມກາຍ

ຈາກນັ້ນພວກເຂົາຍ້າຍ               ຍ່າງມາຕໍ່ທາງເໜືອ
ຢາດເຫື່ອຊຶມຕາມຕົວ                 ຜ່ອນຄາຍໃຫ້ເຢັນໄດ້
ຈາກນັ້ນເຂົາໄປໄຫວ້                  ຫໍເມືອງເຈົ້າປູ່
ຕາມສາຍທາງຄົນອັ່ງຍູ້               ໜາແໜ້ນເຄື່ອນໄປ

ຕໍ່ຈາກນັ້ນພວກເຂົາໄດ້               ລົງສູ່ແຄມຂອງ
ລ່ອງເຮືອໄຟຕາມວາລີ                ແມ່ນະທີສາຍນ້ຳ
ແຄມຝັ່ງຂອງສອງກ້ຳ                  ເຫັນແສງໄຟສາດສ່ອງ
ຕາມຄື້ນຟອງໜ້ານ້ຳ                   ເຮືອໄຟນ້ອຍລ່ອງໄຫຼ

ເຖົ້າແກ່ຕ່າງກໍ່ໄດ້                        ໄຫຼລ່ອງເຮືອໄຟ
ນ້ອຍໜຸ່ມພາກັນໄຫຼ                    ລ່ອງເຮືອໄຟນ້ອຍ
ຕ່າງຄ່ອນວອນວານເວົ້າ ອະທິຖານທີ່ແຕກຕ່າງ
ບາງຄູ່ວາງປ່ອຍແລ້ວ                  ໃຫ້ເຮົາໄດ້ຄູ່ກັນ

ບູຮານກ່າວໄວ້ນັ້ນ                      ໃຫ້ແນມເບິ່ງເຮືອໄຟໄຫຼ
ຈະເວີນໄປທາງເໜືອ                  ຫຼືລ່ອງລົງທາງໃຕ້
ຄັນເຮືອໄຟໃຜເວີນເຂົາ               ແຄມນະທີຈອດຝັ່ງ
ຄວາມຫວັງທີ່ນຶກໄວ້                   ມັນຄົງໄຮ້ຄ່າໝາຍ

ຄັນເຮືອໄຟໃຜຍ້າຍ                    ລອຍລ່ອງໄປດີ
ກໍ່ຈະມີຄວາມສຸກ                        ຊຸ່ມເຢັນຫາຍຮ້ອນ
ເຮືອໄຟໃຜຫຼອນຂວ້ຳ                  ງວຳລົງທາງລຸ່ມ
ຈະຖືກກຸ່ມຜູ້ຮ້າຍ                        ໝາຍມຸ້ງລັກເຄື່ອງຂອງ

ນັ້ນເປັນຄຳຮຽກຮ້ອງ                   ໃຫ້ຄົນເຊື່ອທາງໃຈ
ໃຜຈະເປັນຄົນໄຂ                       ຢັ້ງຢືນວ່າຈິງແທ້
ໃຜຈະເປັນຄົນແກ້           ປິດສະໜາຊ້ອນເງື່ອນ
ເວົ້າເຕືອນຄົນທົ່ງດ້າວ                ລາວເໜືອໃຕ້ໃຫ້ລໍ່າຫຼິງ

ຕົວະ ຫຼື ຈິງ ໃຫ້ພີ່ນ້ອງ                ຄິດຮໍ່າເອົາເອງ
ເຮືອໄຟໄຫຼຈະເປັນຈິງ                ບໍ່ໜ້າເປັນໄປໄດ້
ມັນເປັນປິດສະໜາໄຮ້                 ໃຜງົມງວາຍກໍ່ໝາຍມຸ່ງ
ຂໍໃຫ້ລູງຜູ້ຮູ້                               ສອນຫຼານຫຼ້າແນ່ເນີ

"
ໄປດີເດີເຮືອໄຟນ້ອຍ                ລອຍລ່ອງວາລີ
ຢ່າໄດ້ມີອຸບັດ                             ຄ່ອຍລ່ອງໄຫຼຕາມນ້ຳ
ໃຫ້ເຈົ້ານຳກຳຮ້າຍ                     ອຸບັດໄພໄກຫ່າງ
ຝູງພະຍາດຢ່າຄ້າງ                     ໃຫ້ໝົດສ້ຽງຈາກຮ່າງກາຍ "

"
ໃຈຂ້ອຍໝາຍມາໄຫຼເຈົ້າ          ເພື່ອສ່ຽງດວງວິຖີ
ຕາມຕຳນານມີມາ                       ແຕ່ເດີມດາເຄົ້າ
ສ່ຽງວ່າສອງເຮົານີ້                      ຈະສົມປອງເປັນຄູ່ ກັນບໍ
ຫຼືໄດ້ເປັນພຽງແຕ່ຊູ້                     ມີໃຈໃຫ້ແກ່ກັນ "

ຫຼັງຈາກນັ້ນ                               ພວກເຂົາປ່ອຍເຮືອໄຟໄຫຼ
ແສງໄຟຈາກດວງທຽນ                ສ່ອງເງົາຕາມລຳນ້ຳ
ສອງເຂົາກຳມືແໜ້ນ                   ສົບຕາແລ້ວຍິ້ມໃສ່ ກັນແລ້ວ
ທຽນທັງຄູ່ນັ້ນກໍ່ໄດ້                      ໄຫຼນ້ຳລ່ອງໄປ

ສຸມາລີ ໃຈຊື່ນຊ້ອຍ                     ພ້ອມພໍ່າ ບົວສະບາ
ໜ້າຕາເຂົາສຸກສັນ                      ເມື່ອນັ່ງແນມເຮືອໄຟຍ້າຍ
ມັນຄ່ອຍໄຫຼຕາມສາຍນ້ຳ            ກະແສແປວຢ່າງລຽບງ່າຍ
ຈຸດມຸ່ງໝາຍຄູ່ນີ້                                     ເມືອໜ້າຊິໄດ້ກັນ ຢູ່ບໍ

( ອ່ານຕໍ່ ຮັກແທ້ມີຢູ່ໃສ 4.6 ? )

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

( ຕໍ່ຈາກ ຮັກແທ້ມີຢູ່ໃສ 4.3 ? )

ໃນຕອນຄໍ່າມື້ນີ້ນັ້ນ                      ມີການລ່ອງເຮືອໄຟ
ຕາມນະທີສາຍຂອງ                    ແລະຢູ່ຕາມລຳນ້ຳ
ຕາມລຳຂອງສອງກ້ຳ                  ມີແສງໄຟເຮືອງຮຸ່ງ
ຝູງຄົນຍ່າງມຸ່ງໜ້າ                      ມາກ້ຳຝັ່ງແມ່ຂອງ

ບາງກຸ່ມກໍ່ອ້າຍເອື້ອຍນ້ອງ           ເປັນໝູ່ກັນໄປ
ບາງຄົນຖືມາໄລ                         ດອກບົວງາມເອ້
ບາງຄົນຖືບຸບເຜນ້ອຍ                  ມາລາຈູມຈໍ່
ບາງຄົນຫອບຫໍ່ດອກໄມ້              ມາວາງໄວ້ເພື່ອຂາຍ

ຝູງຄົນເດີນຍ່າງຍ້າຍ                  ນຸ່ງເຄື່ອງຫຼາຍສີ
ຜູ້ເຖົ້າມີທັງແພ                           ບ່ຽງສະໃບນຳພ້ອມ
ກິ່ນນ້ຳຫອມໆກຸ້ມ                       ຊຸມສາວຂຶ້ນໃໝ່
ບາງຄົນນັ້ນໃສ່ໂສ້ງ ບາງຄົນນັ້ນນຸ່ງສິ້ນ ຕາມເຂົານັ້ນສະດວກດີ

ສຸມາລີ ນຸ່ງສິ້ນ                            ລຽບງ່າຍສະບາຍຕົວ
ຫົ່ມເສື້ອບົວແຂນຍາວ                 ມັດຜົມໂບສີຟ້າ
ຍ່າງອອກມາຈາກເຮືອນກວ້າງ     ສີຂາວຫຼັງໃຫຍ່
ທາງໜ້າປູກດອກໄມ້                   ສອງຕົ້ນຄູ່ກັນ

ລົດຟົກຄັນໜຶ່ງນັ້ນ                      ຈອດຢູ່ແຄມເຮືອນ
ທາງເບື້ອງຫຼັງເປັນສວນ              ໂອບເຕັມດ້ວຍໃບໄມ້
ມີລຳໄຍທັງພ້າວ                         ສີດາທັງມ່ວງ
ພໍ່ເຈົ້າເຮືອນຫວງແທ້ໆ               ຄືສຸມໄມ້ໜໍ່ສ້າງໄພ

ສຸມາລີ ສ້ອມດອກໄມ້                  ທີ່ພວມຈໍ່ຈູມງາມ
ເປັນຊະນິດທີ່ມີໜາມ                  ທົ່ວກິ່ງໃບລຳກ້ານ
ດອກມັນມີສີແດງຊ້ຳ                   ແກມອິດໜ້ອຍໜຶ່ງ
ດອກໄມ້ເຊິ່ງທຸກເຊົ້າ                   ນາງນິ້ງນັ່ງເບິ່ງມັນ

ເປັນຂອງຂວັນໃຜນໍເຈົ້າ              ນາງຈຶ່ງຄ່ອຍພຽນຕັດ
ລະມັດລະວັງໃນການ                  ສ້ອມແຊມໃບກ້ານ
ຮອຍຍິ້ມນາງຫວານຊ້ອຍ            ແວວຕາສົດຊື່ນ
ໃນຄໍ່າຄືນເຊັ່ນນີ້                         ນາງຈະໃຫ້ແກ່ຜູ້ໃດ

ຫຼັງຈາກປົງດອກໄມ້                    ລົງໃສ່ໃນຊາມ
ເອົານ້ຳຫອມມາຊິດ                    ໃສ່ລົງໄປພ້ອມ
ພຽງແຕ່ຫອມດວງໄມ້                  ຍັງພໍໃຈແລ້ວລະໝູ່
ນ້ຳຫອມຊູຕື່ມເຂົ້າ                      ຊຸມເຈົ້າຊິສໍ່າໃດ

ມືນາງຈັບທູບໄມ້                        ສາມຄູ່ມາປົງ
ແລ້ວຈຶ່ງຍົງມາລາ                       ຂຶ້ນມາຈາກຊາມນ້ຳ
ມີທຽມໄຂສາມດ້າມ                    ນ້ຳໜັກມັນເຫຼັ້ມບາດໜຶ່ງ
ນາງຈຶ່ງຈັບດອກໄມ້ ເອົາທຽນມາແນບໄວ້ ສຸດທ້າຍໃສ່ທູບຫອມ

ແລ້ວຈຶ່ງເອົາຝ້າຍອ້ອມ               ມັດໃສ່ຕິດກັນ
ຈັບເອົາມັນມາປົງ                       ໃສ່ໃນຂັນໄວ້
ເອະມາໃຈເຢັນແທ້                     ບຸນເຂົາຊິເລີກກ່ອນ ເສຍແລ້ວ
ນາງແບ່ງພ່ອນດອກໄມ້               ສາມຈຸ້ມຊິໃຫ້ໃຜ

ຄິດນັກໃຈຢູ່ໄດ້                           ສ່ວນໜຶ່ງກໍ່ນາງເອງ
ສອງສ່ວນເຫຼືອເກງໃຈ                ປ່ອຍໃຫ້ນາງເປັນຄົນເວົ້າ
"
ເອື້ອຍອ້ວນມາຫາເຈົ້າ "           ນ້ອງຊາຍນາງຮ້ອງໃສ່
"
ເອີຊິໄປແລ້ວເຈົ້າ                     ລໍຖ້າໜ້ອຍໜຶ່ງເດີ. "

ບົວສະບາ ນຸ່ງເຄື່ອງເກີ້                ລໍຢູ່ດົນນານ
ປານໃດເດສາວຕາຫວານ           ຈຶ່ງຊິມາເຖິງບ້ານ
ຫວ່າງແລງເຂົາໄປຕ້ານ              ຈານາງຊິໄປສູ່
ນາງຊ້ຳພັດຂູ່ໄວ້                         ວ່ານາງຢ້ານແມ່ຂີນ

ເຂົາກໍ່ຍິນດີດ້ວຍ                         ຕາມແຕ່ນາງປະສົງ
ນາງຕົກລົງຈະມາຊວນ               ສູ່ເຂົາໄປພ້ອມ
ແລ້ວຈະພາໄປອ້ອມ                   ວຽນທຽນຢູ່ ວັດໃຫຍ່
ໄຊຍະພູມ ຕັ້ງຊື່ໃຫ້                     ໃຈກາງກວ້າງເຂດສະຫວັນ

ສຽງລົດຈັກດັງຈັ້ນໆ                    ມາຈອດທີ່ເຮືອນເຂົາ
ບົວສະບາ ເດົາໃນໃຈ                  ຕ້ອງແມ່ນນາງມາແລ້ວ
ສຽງແມ່ເຂົາແຊວຂຶ້ນ                   " ປັດຕິໂທຜູ້ບ່າວ
ມີຜູ້ສາວມາສູ່ເຈົ້າ                       ໄປຫຼິ້ນບໍ່ສ່າງຄວນ

ເຈົ້າໜ້າຈະໄປຊວນນ້ອງ             ນ້ຳພໍ່ແມ່ຂອງນາງ "
ແມ່ຂອງເຂົາວາງຄຳ                   ບອກເຕືອນເຂົາໄວ້
"
ລູກຂອບໃຈເດີແກ້ວ                 ມານດາທີ່ສອນສັ່ງ
ລູກກໍ່ຫວັງດັ່ງແມ່ເວົ້າ                  ແຕ່ນາງນັ້ນບໍ່ຍອມ "

"
ລູກກໍ່ຕ້ອງກ່າວອ້ອມ                 ທຸກຢ່າງໃຫ້ນາງເຫັນ
ເພາະລູກເປັນຄົນຊາຍ                ບໍ່ເສື່ອມເສຍສັກສີໄດ້
ພານ້ອງໄປເຖິງເຮືອນແລ້ວ          ວ່າຈາຄອບແມ່ ນາງເດີ
ຢ່າເຫັນແກ່ເລື່ອງນ້ອຍ                ຄວາມດີເຈົ້າຊິລົດລົງ "

ແມ່ຂອງເຂົາປະສົງໃຫ້                ເຂົາຮິ່ນຕອງຄິດ
ຊີວິດຄົນໃນສັງຄົມ                      ມາກມາຍຫຼາຍເລື້ອງ
ຢ້ານເຂົາເປືອງສະໝອງຄົ້ນ         ຄົນນິນທາເວົ້າກ່າວ
ຂ່າວອື້ສາວຊົ່ວຊ້າ                      ຊິເສຍໜ້າພໍ່ແມ່ຕົນ

ສຸມາລີ ຮອຍຍິ້ມພົ້ນ                    ຊ້ອຍຊື່ນໃນຕາ
"
ສະບາຍດີມານດາ "                  ພ້ອມຍົກມືປະນອມໄຫວ້
ສຸມາລີ ໄຂຮອຍຍິ້ມ                     ອາຍໆໃຫ້ແມ່
ເມື່ອເພິ່ນແລເບິ່ງແລ້ວ                 ກໍ່ເຕືອນໃຫ້ໃສ່ໃຈ

"
ພວກລູກໄປວຽນທຽນແລ້ວ        ກໍ່ຮີບຕ່າວກັບມາ
ຢ່າພາກັນກັບເດິກ                       ຊິຕື່ນສວາຍຍາມເຊົ້າ
ພວກເຈົ້າພາກັນໄປໄຫວ້             ຫໍເມືອງເຈົ້າປູ່ ນຳເດີ
ຮູ້ວ່າເດິກດື່ນແລ້ວ                      ຊຸມເຈົ້າກໍ່ຕ່າວມາ

ຫຼັງຈາກລາແມ່ແລ້ວ                   ກໍ່ພ້ອມພໍ່າກັນໄປ
ລົດຈັກໂມໂຕໄຊ                        ແລ່ນເຂົ້າໄປໃນເມືອງພຸ້ນ
ແນມເຫັນຝູງຄົນວຸ້ນ                   ໄປມາຍ້າຍຍ່າງ
ຕາມສາຍທາງລົດແລ່ນຍ້າຍ        ໜາແໜ້ນອັ່ງອໍ

ສຽງຈໍແຈຈາເວົ້າ                        ຕ່າງໆນາໆ
ຕາມອຸລາມີສຸກ                           ຊື່ນໃນໃຈຍິ້ມ
ຢູ່ຕມຮິມແຄມນ້ຳ                      ລຽນລອນລຳເຮືອຊ່ວງ
ບ່າວສາວຄງຄູ່ຍິ້ມ                     ຽງຂ້າງຄູ່ກັນ

ຕ່າງກໍ່ສຸກສັນຍິ້ມ                        ແມ້ງມ່ວນໃນອຸລາ
ພ້ອມພໍ່າພາກັນມາ                        ແຫ່ທຽນວຽນອ້ອມ
ກິ່ນຂີວ-ຫອມປີວກົ້ວ                   ຍາມວຽນທຽນຍ້າຍຍ່າງ
ບ່າວສາວຕ່າງກໍ່ຍິ້ມ                    ຍາມແນມໜ້າເບິ່ງກັນ

( ອ່ານຕໍ່ ຮັກແທ້ມີຢູ່ໃສ 4.5 )

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ບົວສະບາ ຫັກຫ້າມກັ້ນ               ຫົດຫູ່ໃນຫົວໃຈ
ເຫດສັນໃດສັງມາເປັນ                ສິ່ງເລວຊາມຮ້າຍ
ຄວາມມຸ່ງໝາຍຂອງຂ້ອຍ           ຄົງເພພັງມ້າງເຈື່ອນ
ຄຳເວົ້າເຈົ້າເໝືອນບາດຄ້ອນ       ຕີຂ້ອຍໃຫ້ແຈບຈົມ

ຂ້ອຍຊື່ນຊົມຕົວເຈົ້າ                    ທີ່ເວົ້າຕໍ່ເຮົາດີ
ເຈົ້າເຄີຍມີແວວຕາຫວານ           ຫວ່ານສະເໜເຮົາໄວ້
ເຮັດໃຫ້ຫົວໃຈຂ້ອຍ                    ຫຼົງໄຫຼນາງຢ່າງແນ້ວແນ່
ຫວັງໄດ້ພົບຮັກແທ້                     ຈິງໃຈໝັ້ນຕໍ່ກັນ

ມື້ນີ້ ເຖິງວ່າຕົວເຈົ້ານັ້ນ                ບໍ່ຮັກພີ່ກໍ່ຕາມໃຈ
ແຕວ່າຮຽມຍັງພໍໄຫວ                  ຮັກໃນຕົວເຈົ້າ
ເຖິງວ່າໂສມສະເຫຼົາຫຼ້າ               ບໍ່ພໍໃຈກໍ່ຕາມຢ່າ
ອີກວັນໜຶ່ງໃນຕໍ່ໜ້າ                    ຕົວເຈົ້າຊິຮັກເອງ

ຂ້ອຍຈະຕ້ອງເລັ່ງໃຫ້                  ຄວາມຮັກຢູ່ໃນອົກ ເຈົ້ານັ້ນ
ຍົກມາເປັນຂອງຂວັນ                  ໃຫ້ແກ່ຮຽມຈົນໄດ້
ເມື່ອນັ້ນມາລາໃຈຫຼ້າ                  ຈະເອົາຫຍັງມາຄ້ຳຢູ່
ມື້ນັ້ນລະເຈົ້າຊິຮູ້                         ວ່າຕົວເຈົ້າຮັກສໍ່າໃດ

ມື້ນີ້ ປະຕິເສດຂ້ອຍໄດ້                ວ່າບໍ່ຮັກບໍ່ເປັນຫຍັງ
ເຖິງຫົວອົກຈະພັງ                      ແຕ່ກໍ່ພໍທົນໄດ້
ເຖິງຫົວໃຈຈະເສົ້າ                      ອັບເສົາຂໍທົນກ່ອນ
ເຮົາອົກຫັກກໍ່ຍ້ອນ                      ເຮົາເວົ້າບໍ່ຮິ່ນຕອງ

ຍ້ອນຂ້ອຍມອງວ່າເຈົ້າ                ຮັກພີ່ຢ່າງເຕັມໃຈ
ຂ້ອຍຈິ່ງໄຂວາຈາ                       ບອກວ່າໃຈເຮົານັ້ນ
ພວມສຸກສັນໝາຍໝັ້ນ                ຝັນຄະນິງທຸກເຊົ້າຄໍ່າ
ຍ້ອນຫົວໃຈພໍ່າເພີ້                      ລະເມີເຈົ້າຢ່າງຫ່ວງຫາ

ດັ່ງນັ້ນຂ້ອຍຈຶ່ງກ້າ                      ບອກເລົ່າຄວາມໃນໃຈ
ຫວັງເພື່ອພຽງຊາມໄວ                ໄດ້ຮູ້ໃຈຈິງນັ້ນ
ໃຫ້ຮູ້ຄວາມຝັນຂ້ອຍ                   ໃຈຄອຍນາງຈິ່ງເວົ້າຕໍ່
ຂ້ອຍຢ້ານເຈົ້າບໍ່ຮູ້                       ຈຶ່ງຈາເວົ້າຢ່າງຊື່ໃຈ

ບົວສະບາ ນັ້ນໄດ້                       ແນມເບິ່ງ ມາລາໃຈ
ເຂົາຮູ້ສຶກຫວັ່ນໄຫວ                    ຕໍ່ສິ່ງຕົນຫວັງໄວ້
ເຂົາຢ້ານ ນາງບໍ່ມີໃຈໃຫ້             ຫົວໃຈເຂົາຄົງມ້າງມຸ່ນ
ສິ່ງທີ່ເຂົາຄິດວຸ້ນ                         ຢ້ານນາງນັ້ນບໍ່ເຊື່ອເຂົາ

" ຄວາມຈິງຂ້ອຍຮັກເຈົ້າ             ເພື່ອໝາຍມຸ່ງການຮຽນ ນີ້ແລ້ວ
ຮ່ວມພາກພຽນສຶກສາ                 ພັດທະນາຄວາມຮູ້
ເຄີຍໄດ້ຍິນບໍຄູເວົ້າ                     ອາຈານເຮົາຈາວ່າ
ເວລາຮຽນກໍ່ຮັກໄດ້                     ຄືໃຈຕັ້ງຮັກຮຽນ

ເຈົ້າຍັງເຄີຍຂຽນໄວ້                    ໃຫ້ເຮົາອ່ານໃນວັນຫຼັງ
ເຈົ້າມຸ່ງຫວັງຢາກມີແຟນ             ທີ່ຮັກຮຽນຄືເຈົ້າ
ແລ້ວແນມເຮົາກັບຄວາມຊຶ້ງ        ເຮົາຈົນຊຶງສະທ້ານສັ່ນ
ຂ້ອຍຈຶ່ງຄິດວ່າເຈົ້ານັ້ນ                ໝາຍມຸ້ງຮັກເຮົາ "

ມາລາໃຈ ບໍ່ກ່າວເວົ້າ                  ພຽງແນມເບິ່ງ ບົວສະບາ
ນາງຢາກຈາຄວາມຈິງ                ວ່າຮັກເຂົາເໝືອນກັນນັ້ນ
ແຕ່ວ່ານາງບໍ່ທັນພ້ອມ                 ມີແຟນເພື່ອອ້າງໝູ່
ແລະກໍ່ກົວພໍ່ແມ່ຮູ້                       ເລື່ອງມີຊູ້ເຊື່ອມໃຈ

ຍິ່ງກວ່ານັ້ນ ລະບຽບກໍ່ບົ່ງໄວ້        ໃນເລື່ອງພົວພັນ
ຫ້າມນັກຮຽນເປັນແຟນກັນ          ວ່າລົມຊົມຊູ້
ຖ້າຫາກທາງໂຮງຮຽນຮູ້              ຕິດວິໄນຢ່າງແນ້ວແນ່
ເລື່ອງຮັກເຈົ້າຂ້ອຍຮັກແທ້           ແລະໝາຍມຸ້ງຢູ່ສະເໝີ

ຂໍ້ສະເໜີຂອງເຈົ້າ                       ເຮົາຍິ່ງພໍໃຈ
ບໍ່ມີຄວາມສຸກໃດ                        ເທົ່າເຈົ້າຈາສັນນີ້
ແຕ່ຂ້ອຍມີແນວຂ້ອງ                   ບໍ່ພໍໃຈບາງຢ່າງ
ຄືວ່າ ເຈົ້າວາງຕົວເວົ້າຕໍ່ຂ້ອຍ       ເໝືອນຈາແກ້ງເຮັດເອົາ

ເຈົ້ານັ້ນເປັນຄົນສູ້                       ໃນເລື່ອງການງານ
ເຈົ້າເກັ່ງການສຶກສາ                    ຮໍ່າຮຽນຄວາມຮູ້
ແຕ່ບໍ່ເຄີຍດູແລຂ້ອຍ                   ໃນຍາມທີ່ອິດເມື່ອຍ
ແຖມກັ່ນແກ້ງຂ້ອຍຢູ່ເລື້ອຍ          ຍາມຂ້ອຍເມື່ອຍວຽກງານ

ເປັນຫຍັງເຈົ້າໄປກ່າວຕ້ານ          ລົມຍິງອື່ນຢ່າງສຸກໃຈ
ໂດຍຢູ່ໃນສາຍຕາ                      ຂ້ອຍໄດ້ຍິນທຸກຄຳເວົ້າ
ນີ້ຫວະຕົວຂອງເຈົ້າ                    ປະສົງເຮົາໝາຍມຸ່ງ
ຍາມວຽກງານຂ້ອຍຫຍຸ້ງ             ຕົວເຈົ້າບໍ່ຫ່ວງຫາ

ໜ້າຈະມາຖາມເວົ້າ                    ວ່າອວນອຸ່ນເປັນແນວໃດ
ວຽກງານໄປເຖິງໃສ                    ສຳເລັດລົງແລ້ວບໍເຈົ້າ
ຄວນທີ່ຈະມາເວົ້າ                       ຖາມເຮົາແບບງ່າຍໆ
ຍັງວຽກຫຍັງເຮັດບໍ່ໄດ້                ພໍໃຫ້ຊ່ວຍຢູ່ບໍ

ບໍ່ແມ່ນຂ້ອຍອ່ອນງໍ້                     ໃນເລື່ອງການງານ ດອກນາ
ແຕ່ວ່າ ເຈົ້າມາຫວານຄຳຮັກ        ຕໍ່ຮຽມໃນວັນນີ້
ຢູ່ໃສຄວາມດີເຈົ້າ                       ໃຫ້ພໍໃຈຈັກຄັ້ງໜຶ່ງ
ທຳໃຫ້ຂ້ອຍຊາບຊຶ້ງ                    ສຸດປຶ້ມປ່ຽມໃຈ ເບິ່ງດູ

" ຂ້ອຍນີ້ເຄີຍກ່າວໄວ້                  ໃນເລື່ອງຮັກການຮຽນ
ບໍ່ແມ່ນພຽນຄວາມຮັກ                 ເພື່ອບ່າວສາວຄືເຈົ້າ
ມີແຕ່ຈາກັບເວົ້າ                         ການກະທຳມີຫຍັງແດ່
ເວົ້າແຕ່ວ່າຮັກຂ້ອຍແທ້               ຕົວຈິງນັ້ນເຮັດໃຫ້ເຫັນ ແດ່ແມ "

ພໍໄດ້ຍິນປະເດັນເວົ້າ                   ເຂົ້າທ່າ ບົວສະບາ
" ຢູ່ໃສຈາຄວາມຮັກ                    ວ່າບໍ່ມີໃຫ້ຮຽມໄດ້
ສຸດທ້າຍມາໄຂເວົ້າ                     ຕົວະເຮົາບໍ່ເຂົ້າທ່າ
ເບິ່ງເຈົ້າຄົງບໍ່ໜ້າ                       ມາຍາໄດ້ສິ່ງລວງ "

ບົວສະບາ ທັກທ້ວງ                    ຕາງຂູ່ນິດໆ
" ວ່າເຈົ້າບໍ່ເຄີຍຄິດ                 ຮັກເຮົາພໍນ້ອຍ
ແຕ່ມາຈຳຕົວຂ້ອຍ                      ທຳຫຼັກຖານເພື່ອອ້າງອຸ່ນ
ສ້າງບຸນຄຸນເພື່ອເຈົ້າ                   ແລ້ວຈະເວົ້າວ່າຮັກຊາຍ ອ້າຍບໍ ? "

" ເຂົ້າເບິ່ງຂ້ອຍໃນແງ່ຮ້າຍ          ເກີນກວ່າຄວາມຈິງ ເສຍແລ້ວ
ຂ້ອຍບໍ່ເຄີຍຄະນິງຄິດ                 ອ່ອນແອຄືເຈົ້າ
ເກັບຄືນໄປສາຄຳເວົ້າ                 ທີ່ຈິງໃຈໄຮ້ຄ່າ
ເຈົ້າຊິຫາວ່າຂ້ອຍ                       ອາໃສແຫ້ນໝູ່ກິນ ຊັ້ນບໍ

ຂ້ອຍບໍ່ຍິນດີດ້ວຍ                       ໃຫ້ຄົນອື່ນເອົາໃຈ
ໂດຍອາໃສຄວາມງາມ                ຫຼອກໃຜຫວັງໃຊ້
ໃຜກະທຳເພື່ອຫວັງໄດ້                ຕົວເຮົາເປັນຄ່າຕອບ ແທນນັ້ນ
ຂ້ອຍບໍ່ຊອບຂີ້ໜ້າ                      ຢ່າມາເວົ້າໃຫ້ຂ້ອຍເຫັນ

ເຈົ້າເປັນຊາຍທີ່ພ້ອມ                  ບາກບັ່ນການງານ
ປາກກໍ່ຫວານຄາລົມ                   ຮູບຫຼໍ່ງາມຈິງແທ້
ແຕ່ວ່າໃຈຂອງເຈົ້າ                     ເປັນມານຊ້ອນເງື່ອນ
ສ່ວນເລິກໃຈເຈົ້ານັ້ນ                   ຍັງຫວັງຄ້າຄ່າຜູ້ຍິງ

ເຈົ້າອາດຫຼິງລໍ່າໄດ້                     ທຸກໆຮ່າງຍິງສວຍ
ແຕ່ຄົງຊວຍເມື່ອມາພົບ               ກັບຂ້ອຍໃນວັນນີ້
ຄິດດີໆເສຍເຈົ້າ                                     ເມົາຫຼົງຕົວກໍ່ຮູ້ຕື່ນ ແດ່ແມ
ເຈົ້າຢ່າຝືນປາກເວົ້າ                    ແຕ່ໃຈເຈົ້າບໍ່ດັ່ງກັນ

ຫຼືຍັງເຫັນຂ້ອຍນັ້ນ                      ເປັນເຄື່ອງເຊີຍຊົມ
ເພື່ອອາລົມຄວາມຮັກ                 ຊົ່ວຄາວຂອງເຈົ້າ
ຂ້ອຍເບື່ອຊາຍເຫັນເຮົານີ້            ພຽງເຊີຍຊົມເປັນທາງຜ່ານ
ເວົ້າລົມກັບຊາຍໜ້າດ້ານ            ອາລົມຂ້ອຍບໍ່ຄ່ອຍດີ

ຢ່າມາຊູຊີເວົ້າ                            ອ້ອຍອິ່ນຄາລົມຫວານ
ເອົານ້ຳຕານມາລວງມົດ              ຍ່ອມລຸ່ມຫຼົງຄວາມຫວານໄດ້
ແຕເຈົ້າມາໄຂຄຳເວົ້າ                  ຫວານລວງໃຈຂ້ອຍຊື່ໆ
ກັບເມືອສາມື້ນີ້                           ຢ່າມາເວົ້າໃຫ້ຂ້ອຍເຫັນ ອີກເນີ "

ສະພາບການເຊັ່ນນີ້                    ມັນລົງທີ່ ບົວສະບາ ເສຍແລ້ວ
ຫວັງມາວອນຄວາມຮັກ              ພັດຖືກຫັກໃຈຊ້ຳ
ຫວັງຈະເອົາຍັງນ້ຳ                     ໃນໃຈຈິງທີ່ຫວານຊໍ່າ
ຫວັງນຳມາມອບສົ່ງໃຫ້               ຈາກໃຈແທ້ທ່ຽງຈິງ

ແຕ່ວ່າຍິງຄົນນັ້ນ                        ນາງກ່າວປໍລະປັກ
ເວົ້າວ່ານາງບໍ່ເຄີຍມັກ                 ຮັກເຂົາພໍດີ້
ແຕ່ວ່າຄວາມຈິງນັ້ນ                    ພໍໃຈເຂົາຢ່າງແນ້ວແນ່
ນາງຢາກຮູ້ຄວາມຮັກແທ້            ຈາກເຂົານັ້ນຊິສໍ່າໃດ

ດັ່ງນັ້ນນາງຈິ່ງໄດ້                       ເວົ້າຕ່າງຄວາມຈິງ
ເພື່ອກຽດສັກສີຍິງ                       ບໍ່ງ່າຍໃຈເໝືອນເຂົາເວົ້າ
ຜູ້ຍິງລາວເຮົານີ້                          ມີຈິດໃຈທີ່ໝັ້ນທ່ຽງ
ບໍ່ແມ່ນພຽງຊາຍກ່າວເວົ້າ            ເຮົາວາງໃຫ້ຢ່າງງ່າຍດາຍ

ບົວສະບາ ຈຳເປັນໄດ້                 ຖອຍຫ່າງຢ່າງເນັບຊາ
ເຂົານັ້ນມາທຳບຸນ                       ສ້າງທານເພື່ອຫວັງໄດ້
ຄ່າຕອບແທນຄົງໃຫ້                   ຄວາມສຸກໃຈຊ້ອຍຊື່ນ
ແຕ່ກ້ຳກືນໂສກເສົ້າ                    ມັນຈະຄຸ້ມຄ່າກັນ ບໍ່ນໍ.

( ຍັງມີຕໍ່ )

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ພວກເຮົາເລີ່ມຢາດນ້ຳ                ໄຫຼຫຼັ່ງລົງດິນ
ພ້ອມຮັບສິນຟັງທຳ                     ເທດສະໜາຄູບາໃຫ້
ຫຼັງຈາກຕົວເຮົາໄດ້                     ຖວາຍທານມອບສົ່ງ
ເປັນຜົນບຸນກົ່ງນ້າວ                    ໃຫ້ເຮົາຂຶ້ນສູ່ສະຫວັນ

ຄວາມເປັນຈິງສໍ່າໃດນັ້ນ ໃຜບໍ່ຫ່ອນຫວນຈັກ
ເມື່ອໄດ້ຟັງຄືວ່າຄັກ                    ມ່ວນໃຈກໍ່ພໍແລ້ວ
ແນວວ່າຄົນເຮົາສ້າງ                   ປິດສະໜາຊ້ອນເງື່ອນ
ເຕືອນຜູ້ຄົນທົ່ວແຄວ້ນ                ໃຫ້ໝາຍໝັ້ນຮັກກັນ

ໃນເມື່ອຄົນເຮົານັ້ນ                     ຮັກຮໍ່ແພງກັນ
ມັນກໍ່ກາຍເປັນຍຸກ                      ສະຫວັນມາເຖິງແລ້ວ
ສ້າງຫໍໂຮງເຮືອນແກ້ວ                ດາວວະດິງດັ່ງເຂົາວ່າ
ເທວະດາທົ່ວດ້າວ                      ຄືຊາວເຊື້ອຊາດປະຊາ ນີ້ແລ້ວ


ບົວສະບາ ຍິ້ມນ້ອຍໆ                  ໃຫ້ແກ່ ມາລາໃຈ
ແລ້ວກໍ່ໄຂວາຈາ                         ຊື່ນຊົມນາງຫຼິ້ນ
"
ຂ້ອຍສະອອນຕີນສິ້ນ                ລາຍງາມໆທີ່ເຈົ້ານຸ່ງ
ມີຮູບປາແລະກຸ້ງ                        ລາຍຊ້າງຢູ່ຂ້າງຫຼັງ "

ຊ່າງຄົນລາວນີ້ຕັ້ງ                       ປານີດສີມືດີ ແທ້ນໍ
ທຳຫຼາກຫຼາຍສີສັນ                     ວາດຊົງຊວນໃຊ້
ບ້ານໃດເດນໍສ້າງ                        ຈົກລາຍຫູກກີ່
ຄວາມສາມາດເຊັ່ນນີ້                  ຄວນຍ້ອງແລະສົ່ງເສີມ

ໃບໜ້ານາງແດງເພີ້ມ                  ຂຶ້ນຕື່ມຍ້ອນຄວາມອາຍ
ເພາະວ່າຊາຍມາຈາ                   ຍ້ອງສິ້ນຕົນແນວນີ້
ຈະມີຍິງໃດແລ້ວ                        ບໍ່ເຂີນອາຍບໍ່ສ່າງວ່າ
ມາລາໃຈ ແນມເບິ່ງໜ້າ              ເຂົາແລ້ວກໍ່ເຫຼົ່າຫົວ

ບໍ່ແມ່ນຄຳເວົ້າລົ້ວ                       ຫຼືຊົ່ວສັນໃດ
ແຕ່ວ່າໃນໃຈນາງ                       ບໍ່ຖວິນທາງນີ້
ຖ້າຫາກມີຜູ້ຍິງເວົ້າ                     ມາຍໍຍ້ອງຕໍ່
ນາງກໍ່ຄົງຊິຍິ້ມ                           ຫົວໄດ້ຢ່າງຊື່ນໃຈ

ແຕ່ເຫດສັນໃດນີ້                        ເປັນໜຸ່ມຄົນຊາຍ
ໝາຍສາຍຕາມາແນມ                ຍິ່ງຕ່າງກັນຜັນປີ້ນ
ຜູ້ຊາຍແນມຕີນສິ້ນ                     ຄົນລາວວ່າຂອງຕໍ່າ
ບໍ່ນຶກທຳເຊັ່ນນັ້ນ                        ກໍ່ແຝງຊ້ອນເງື່ອນງຳ

ບົວສະບາ ບໍ່ຄິດຊ້ຳ                     ເຖິງເລື່ອງຄວາມເກີນ
ເຂົາຄິດພຽງສັນລະເສີນ               ຊ່າງທໍທີ່ດີລົ້ນ
ສີມືຄົນລາວນີ້                             ກໍ່ງາມດີລະອຽດອ່ອນ
ພາກພຽນປ່ອນເສັ້ນຝ້າຍ             ທັງດ້າຍແລະເສັ້ນໃໝ

ກວ່າທີ່ຈະສຳເລັດໄດ້                  ຕ້ອງສອດຕໍ່າຫຼາຍວັນ
ມານະຈິດຂະຫຍັນເຮັດ               ແຜ່ນແພທີ່ງາມລ້ຳ
ແຕ່ຫັນມາທາງກ້ຳ                      ຄົນຍິງຍິ່ງຄິດຕ່າງ
ຄິດວ່າເຂົາສ່າງຍ້ອງ                   ແຕ່ມອງຂ້າມສິ່ງທີ່ຈາ

ນີ້ລະຄຳວ່າເວົ້າ                          ຫຼາກຕ່າງຈິດຕັງ
ຫຼາຍຄົນຟັງຫຼາຍຄິດ                   ຕ່າງກັນຄົນເລື້ອງ
ແຕ່ຢ່າເປືອງສະໝອງຄົ້ນ            ອະນາຈານຄາວກິ່ນ
ຟັງເປັນສິນກໍ່ແລ້ວ                      ຢ່າຫາຫຍຸ້ງສິ່ງເສື່ອມຊາມ

ເຖິງນາງຊິຫັກຫ້າມ                     ຄວບຄຸມຕໍ່ອາລົມຈິດ
ຄວາມເຂີນອາຍຍັງມີລິດ             ໃຫ້ໜ້ານາງແດງໄດ້
ນາງຈິ່ງໄຂຄຳເວົ້າ                      ວາຈາຕອບຕໍ່
"
ຂ້ອຍຂໍຮ້ອງໃຫ້ເຈົ້າ                  ຍໍຍ້ອງສິ່ງອື່ນດີ ກວ່າໃດ "

ສະເພາະໃນມື້ນີ້                         ນາງນຸ່ງຊຸດສີຂຽວ
ຄັນເຮົາຫຼຽວແຕ່ໄກໆ                  ດັ່ງສີໃບຕອງກ້ວຍ
ເທິງຫົວມວຍຜົມເກົ້າ                  ເປັນເງົາຕົກແຕ່ງ
ສີແດງປັກປິ່ນເກົ້າ                       ຂັດໄວ້ໃຫ້ຢູ່ຊົງ

ສອງຂ້າງແກ້ມນາງຈົ່ງໄວ້            ໃຫ້ມັນຢ່ອນລົງມາ
ແລ້ວດັດພຽງຫາງຕາ                  ໃຫ້ຜົມງໍໂຄ້ງ
ເບິ່ງແລ້ວຜົມຊົງນີ້                       ບໍ່ມີໃຜແລ້ວຊິແຕ່ງ
ຄັນຫາກແຍງເບິ່ງແລ້ວ        ກໍ່ງາມເຂົ້າທ່າດີ

ໃຜໄດ້ເຫັນໃນມື້ນີ້                       ຕ້ອງບອກວ່າສຸດສວຍ
ຢາກຊ່ວຍເປັນກຳລັງໃຈ ຢູ່ຮຽງຄຽງໃກ້
ໃຜກໍ່ໝາຍຕາໄວ້                        ເປັນຂວັນໃຈຈັບຈ່ອງ
ບົວສະບາ ກໍ່ຮໍ່າຮ້ອງ                   ໝາຍປອງໝັ້ນຕໍ່ນາງ

ພວກເຂົາຄ່ອຍຍ່າງຍ້າຍ             ຄຽງຄູ່ກັນໄປ
ຜູ້ໃດເຫັນກໍ່ອິດສາ                      ຊ່າງວ່າງາມສົມກັນແທ້
ຍາມເມື່ອແລດູຈ້ອງ          ແນມເຂົາສອງຕ້ອງຍ້ອງວ່າ
ໜ໊າຕາຂອງຄູ່ນີ້                          ສົມກັນແທ້ອີ່ຫຼີ

ພວກເຂົາມີຮອຍຍິ້ມ                   ເສີມສົ່ງສະເໜຫາ
ມີວາຈາໄພເລາະ                        ຊ່າງຊວນເຊີນເວົ້າ
ພວກເຂົາມີໃຈໝັ້ນ                     ໃນການງານເອົາໃຈໃສ່
ໄທບ້ານເໜືອບ້ານໃຕ້                 ໃຜກໍ່ຍ້ອງວ່າດີ

ຕ່າງຢາກໃຫ້ຄູ່ນີ້                         ເປັນຄູ່ທີ່ສຸກສັນ
ນັ້ນເປັນຄຳວາຈາ                       ຜູ້ທີ່ເປັນຄອບຄົວແລ້ວ
ຜູ້ທີ່ມີແວວຕາກວ້າງ                   ບໍ່ອິດສາບັງບຽດໝູ່
ບົວສະບາ ດູເບິ່ງໜ້າ         ແລ້ວຈາເວົ້າຕໍ່ນາງ

"
ມື້ນີ້ ຕົວເຈົ້າອະທິຖານສ້າງ        ໝາຍມຸ່ງສັນໃດ
ຢາດນ້ຳໃສລົງໄປ                       ຢາກໄດ້ຫຍັງໃນໃຈເຈົ້າ
ສ່ວນໃນໃຈຂອງເຮົາເວົ້າ             ຄວນຄາງຄ່ອຍໆ
ວ່າມັນຄອຍຖ້າເຈົ້າ                     ມາໄວ້ຄູ່ກັນ "

"
ເຈົ້ານັ້ນມາຈາຫຼິ້ນ                    ໃຫ້ມັນເໝື່ອຍຫຍັງເດ
ດວງບຸບເພຄົນງາມ                    ເຈົ້າມີມາກມາຍແລ້ວ
ຕິມາແຊວມາປຶ້ມ                        ລວງເຮົາໃຫ້ຫຼົງທ່າ
ຂ້ອຍຢ້ານຍິງລໍຖ້າເຈົ້າ                ເຮົາຢ້ານນັບບໍ່ໄຫວ "

"
ໃຫ້ສາບານກໍ່ໄດ້                      ຂ້ອຍຍັງບໍ່ມີແຟນ
ຍັງຂາດຍິງຫວງແຫນ                 ຫ່ວງຄະນິງຕົວຂ້ອຍ
ໃຈຫວັງຄອຍພຽງເຈົ້າ                 ຍິງດຽວນີ້ລະອຸ່ນ
ຢ້ານແຕ່ບຸນຂ້ອຍສ້າງ                 ບໍ່ສົມເຈົ້າຜູ້ຮ່າງງາມ ນີ້ແລ້ວ "

"
ຂ້ອບຂໍຖາມຕົວເຈົ້າ                  ໄດ້ບໍ່ ບົວສະບາ
ຕ້ອງບອກມາຕາມຄວາມຈິງ        ເຈົ້າຄິດຫຍັງກັບຂ້ອຍ ? "
"
ຂ້ອຍຫວັງຄອຍຢາກມີເຈົ້າ        ເປັນແຟນເຮົາໄດ້ບໍ່
ຂ້ອຍພໍໃຈຕໍ່ເຈົ້າ                         ໃຈຝັນເຝົ້າໄຝ່ຈິງ "

ນາງຄ່ອຍຫຼິງລໍ່າໄວ້                    ແລ້ວຍິ້ມຕໍ່ກັບເຂົາ
ຫົວອົກຂອງເຮົາເອີຍ                  ຈົ່ງຄ່ອຍອົດເອົາຖ້ອນ
ນາງຄ່ອຍຖອນໃຈນິ້ງ                  ກົວຄວາມຈິງທີ່ເຄີຍກ່າວ
ຫຼືວ່າ ສຸມາລີ ບອກຂ່າວໃຫ້          ວ່າເຮົານັ້ນຮັກເຂົາ

ນອກນັ້ນ ຂ້ອຍບໍ່ເຄີຍກ່າວເວົ້າ     ບອກກ່າວກັບໃຜ
ວ່າຫົວໃຈຂອງເຮົາ                     ໄຝ່ພະວົງຕົວເຈົ້າ
ດວງໃຈເຮົາວັນນີ້                       ດີໃຈເດທີ່ເຈົ້າວ່າ
ເຈົ້າຫ່ວງຫາຮັກຂ້ອຍ                  ຢາກໝາຍມຸ້ງຮ່ວມຮຽງ

ໄດ້ຍິນສຽງເຈົ້າບອກເວົ້າ             ເຮົາຊຶ້ງຊ່ານສຸກໃຈ
ໃຫ້ເປັນຄວາມນິລັນດອນ            ທີ່ຢັ້ງຍືນຈິງຖ້ອນ
ຫົວໃຈເຮົາວອນໄຫວ້                  ຫົວໃຈເຂົາໃຫ້ແນ້ວແນ່
ໃຫ້ເປັນຮັກທີ່ທ່ຽງແທ້                  ຢ່າມີມື້ປ່ຽນແປງ

ນາງຄ່ອຍຈາຖະແຫຼງເວົ້າ            ເພື່ອເຂົ້າທ່າຕົວເອງ
ສະແດງຄວາມເກງໃຈ                ກ່າວໄຂຂານເວົ້າ
ເພື່ອໃຫ້ເຂົາໃຈຄ້ອຍ                   ຄອງຄອຍນາງຢ່າງໝັ້ນແກ່ນ
ກາຍເປັນແຟນທີ່ໜ່ຽວແໜ້ນ        ສິ່ງໃດກັ້ນບໍ່ປ່ຽນໃຈ

"
ຂ້ອຍບໍ່ຊ່າງຊິໃຫ້                      ຄວາມຮັກໃນໃຈ
ພວກເຮົາເດັກເກີນໄປ                 ເລື່ອງຄູ່ຄວງບໍ່ຄວນແທ້
ເຫັນແກ່ໃຈຂອງຂ້ອຍ                 ເປັນຈິງຈັກຄັ້ງໜຶ່ງ ສານໍ
ຂ້ອຍເສຍໃຈຄວາມຊາບຊຶ້ງ         ທີ່ຕົວເຈົ້າມອບໃຫ້ຮຽມ

ຂ້ອຍບໍ່ເຄີຍກຽມໄວ້                     ເລື່ອງຄົນຮັກໃນໃຈ
ສິ່ງຂ້ອຍກຽມຄືການໄປ                ຮໍ່າຮຽນຄວາມຮູ້
ຢ່າມາລົມເປັນຊູ້                         ກັບເຮົາເລີຍຈະດີກວ່າ
ເຮົາຮັກກັນກໍ່ໜ໊າ                        ຈະຮຽນຮູ້ຮ່ວມກັນ "

 

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສອງສາວຢ່າງຄຽງຂ້າງ             ເປັນຄູ່ກັນໄປ
ຜູ້ໜຶ່ງຄືມາລາໃຈ                       ອີກຄົນບໍ່ເຄີຍຮູ້
ແນມດູທາງຫຼັງແລ້ວ                    ພໍໆກັນຖ້າທຽບຫຸ່ນ
ແຕ່ວ່າທາງໜ້າພຸ້ນ                     ໃຜນັ້ນຊິກວ່າໃຜ

ບ່າວເຮືອນເໜືອເຮືອນໃຕ້         ຕ້ອງຍ້ອງວ່າມາລາໃຈ
ເປັນສາວງາມໜ້າຫຼົງໄຫຼ          ໄຝ່ຝັນຢາກແຝງຊ້ອນ
ຍາມເຫັນຕອນນາງຍິ້ມ                ຫົວໃຈພໍມ້ອຍລະແມ່ງ
ຜູ້ບ່າວຕ່າງຖະແຫຼງວ່າເວົ້າ         ມົນຂັງຍິ້ມຍອດສະເໜ

ຍາມເມື່ອນາງແຕ່ງເອ້                 ແມ້ງເມື່ອງານບຸນ
ງາມປຽບປຸນປານນາງ                ເທບທິດາເນົາຟ້າ
ເໝືອນດັ່ງດາລາຍ້າຍ                  ສະແດງໜັງພຸ້ນລະໄປ່
ບ່າວໃນຂົງເຂດນີ້                        ຕ່າງແນມຈ້ອງບໍ່ພັບຕາ

ກິລິຍາທ່າເວົ້າ                            ວາດຄ່ອງສະໝອງໃສ
ມີຈິດໃຈຫອມຮັກ             ເລື່ອງການຮຽນຮູ້
ສອງຫູນາງຟັງໄວ້                       ສະໝອງໄວຄິກຖ້ວນຖີ່
ມີແນວຄິດກ້າວໜ້າ                     ບໍ່ຫຼັງຫຼ້າເພື່ອນຝູງ

ຮູບຮ່າງສູງເອິກກວ້າງ                ແອວກີ່ວຄໍກົມ
ໃບໜ້າມົນສະຫຼວຍ                       ໜ່ວຍຕາດຳປີ້
ສາວນາງມີຂົນຄີ້ວ                      ວົງເດືອນສ້ວຍກົ່ງ
ອົ່ງຕົ່ງສອງຝ່າຍແກ້ມ                  ແດງເຂັ້ມດັ່ງດອກຝາງ

ອີກຄົນຢູ່ຂອກຂ້າງ                      ຮູບຮ່າງສູງຂາວ
ຈົ່ງຜົມຍາວຄືກັນ             ແມ່ນໃຜຄົນນີ້
ສອນນາລີນາມເຈົ້າ                    ສາວນາງມາໃໝ່
ສາວຜູ້ໄທເຂດໃຕ້                        ລະຫານ້ຳບ້ານຢູ່ນາງ

ຖັດຂ້າງຫຼັງມານັ້ນ                      ມີຊາຍໜຸ່ມສາມຄົນ
ຜູ້ໜຶ່ງຄືບົວສະບາ                       ໝູ່ເຂົາສອງຄົນນັ້ນ
ພ້ອມພໍ່າກັນມາເຂົ້າ                     ອາຮາມໄກຖິ່ນ
ໃຈຖະຫວິນສາວແຖບນີ້                ຈິ່ງເດີນດັ້ນດຸ່ງມາ

ມື້ນີ້ເຂົາບ່ຽງຜ້າ                         ໃໝອ່ອນສີຄຳ
ນຸ່ງໂສ້ງດຳຂາຍາວ                    ຫົ່ມເສື້ອຂາວແຂນສັ້ນ
ຢູ່ໃນຂັນຂອງເຂົານັ້ນ                   ມີເຂົ້າໜົມຫຼາຍຫໍ່
ໂຄມເຂົ້າຕົ້ມຢູ່ມໍ່ໃກ້                      ລຽນໄວ້ລະອຽດດີ

ສອນນາລີຖືຂັນໄມ້                      ລະອຽດອ່ອນງາມຕາ
ເປັນສີມືແກະສະລັກ                      ຈາກຊ່າງລາວແຖວໃຕ້
ຜູ້ໃດເຫັນກໍ່ຊົມຍ້ອງ                     ວ່າລາຍງາມຜຸດຜ່ອງ
ບາງຄົນຍ້ອງແລ້ວເວົ້າ                ເຂົາທຳໄດ້ຈັ່ງໃດ

ມາລາໃຈຖືຂັນເຫຼື້ອມ                  ອົ່ງຕົ່ງແດງງາມ
ຕາມພາສາລາວເໜືອ                  ເອີ້ນວ່າທອງຄຳເນື້ອ
ບາດວ່າເມືອທາງໃຕ້                   ຈາກັນວ່າທອງນາກ
ນັ້ນຄືຄຳປາກເວົ້າ                       ຂອງຄົນເຖົ້າກ່າວມາ

ອອກພັນສາປີນີ້                           ທຸກທີ່ແດນລາວ
ແດນເຂົ້າຂາວສາວງາມ             ອ່ອນລະໄມດ້ວຍຮອຍຍິ້ມ
ລາວບໍ່ເຄີຍປະຖິ້ມ                        ປະເພນີເກົ່າແກ່
ຕັ້ງແຕ່ປູ່ຍ່າເຖົ້າ                         ບູຮານເຈົ້າສືບຕໍ່ມາ

ລັດຖະບານວ່າເວົ້າ                     ລະບອບໃໝ່ສັງຄົມນິຍົມ
ປຸກລະດົມປະຊາຊົນ                     ໃຫ້ຮັກແພງເມືອງບ້ານ
ພ້ອມພໍ່າພາກັນຕ້ານ                    ງົມງວາຍໃຫ້ສິ້ນເສື່ອມ
ປະເທດລາວຈຶ່ງຊິເຫຼື້ອມ   ຍ້ອນລາວນັ້ນຮັກເລື່ອງຈິງ

ເພິ່ນໄດ້ຫຼິງລໍ່າຢ້ຽມ                     ຄວາມເຊື່ອທາງໃຈ
ເຮັດແນວໃດປະຊາຊົນ                ຊິເຊື່ອຖືການນຳໄດ້
ພັກລັດເຮົາໝູນໃຊ້                       ວິທີການອັນໃໝ່
ໃຜເຊື່ອຖືຫຍັງກໍ່ໄດ້                      ຄັນບໍ່ໄຮ້ເຫດຜົນ

ປະຊາຊົນທົ່ວດ້າວ                       ຊ້ອຍຊື່ນດີໃຈ
ພັກລັດໄຂວາລະ              ໂອກາດດີງາມແລ້ວ
ເພິ່ນມີແນວທາງຊີ້                       ສັງຄົມນິຍົມໝາຍມຸ່ງ
ປະເທດລາວຈະດຸ່ງກ້າວ   ໄປໜ້າບໍ່ຖອຍ

ປວງຊົນລາວໃຫຍ່ນ້ອຍ                ຮັກຮໍ່ສາມັກຄີ
ເພີ່ມທະວີຄວາມສຳພັນ                 ທົ່ວໂລກາກວ້າງ
ພ້ອມພໍ່າພາກັນສ້າງ                    ເມືອງລາວລະບອບໃໝ່
ລາວທັງເໜືອແລະໃຕ້                   ບໍ່ເສີຍລ້າຢູ່ດາຍ

ຄູບາຄ່ອຍເຄື່ອນຍ້າຍ                   ເດີນຍ່າງລົງມາ
ຫຼັງຈາກເທດສະໜາ                     ເລີ່ມພິທີກັນແລ້ວ
ຄົນລຽນແຖວລໍຖ້າ                      ຄູບາເພິ່ນຍ່າງຜ່ານ
ຮັບຜົນທານຈາກພີ່ນ້ອງ                ຊາວບ້ານຊິໃສ່ກັນ

ບາງຄົນນັ້ນໃສ່ເຂົ້າຕົ້ມ                 ພ້ອມພໍ່າສີດາ
ບາງຄົນມີສາລີ                           ສົ້ມໂອທັງກ້ວຍ
ສາວຄົນສວຍໃສ່ຮອຍຍິ້ມ ລະວັງເດີຟ້າຊິຜ່າ
ເຫັນຄູບາຫ້າມຍິ້ມ                       ຊຸມເຈົ້າໝູ່ຜູ້ຍິງ

ນີ້ເປັນສິ່ງຄວນຮູ້             ຊາວພຸດທັງຫຼາຍ
ເປັນກົດໝາຍຂອງວັດ                  ເລື່ອງພະທຳຄຳເຄົ້າ
ຄັນຢາກຈະຈາເວົ້າ                     ນຳຄູບາໄດ້ຢູ່
ປ່ອຍຮອຍຍິ້ມອອກສູ່ເຈົ້າ ຄູບານັ້ນຊິເສື່ອມສິນ

ຍິງກໍ່ມົນທິນດ້ວຍ             ຄວາມເສື່ອມທາງໃຈ
ສິ່ງໜຶ່ງໃນອາບັດ                        ພະສົງອົງເຈົ້າ
ແລ້ວຕົວນາງກໍ່ຈະເສົ້າ                 ເສຍສັດທາສິ້ນເສື່ອມ
ອະບາຍຍະມຸກເຫຼື່ອມເຂົ້າ ຕົວເຈົ້າຊິມືດມົນ

ດັ່ງນັ້ນເພື່ອໃຫ້ພົ້ນ                        ສັບພະສິ່ງມົນທິນ
ຄວນຢູ່ໃນສິນທຳ             ທີ່ເພິ່ນຈາສອນໄວ້
ໃຫ້ຈິດໃຈມີສິນຫ້າ                       ເມດຕາທຳຢ່າງຜຸດຜ່ອງ
ໃຫ້ຮັກແພງພີ່ນ້ອງ                       ພົງເຊື້ອມິດສະຫາຍ

ຢ່າໂກທາໂກດຮ້າຍ                     ຂ້າໝູ່ສັດສາ
ຢ່າຊອກຫາປຸ້ນລັກ                      ໂລບລວງຂອງເຂົ້າ
ຢ່າສູ່ເອົາຊົມຊ້ອນ                       ຜົວເມຍລູກເພິ່ນ
ຢ່ານິນທາລ່າຍເອີ້ນ                     ຕົວຕົ້ມສິ່ງບໍ່ດີ

ຢາເຫຼົ້າເບຍໝູ່ນີ້             ຢ່າເສບດື່ມມົວເມົາ
ຢ່າສູ່ເອົາມາຄິດ                         ໃສ່ໃນໃຈຖ້ອນ
ໃຫ້ຄ່ອຍນອນຫຼັບນິ້ງ                     ເອົາສິນທຳຈຳໃສ່ໃຈຖ້ອນ
ຫາກດັບສິ່ງເຫຼົ່ານີ້ໄດ້                   ໃຈເຈົ້າຊິຜ່ອງໃສ

ຄວາມສຸກເຈົ້າກໍ່ຊິໄດ້                   ກັບເກີດມາເອງ
ໃຫ້ເກັ່ງທຳການງານ                   ຫາກຊິມີເງິນໃຊ້
ປະຕິບັດຕົນໃຫ້                            ເອົາຕົນເອງເປັນທີ່ເພິ່ງ
ຮັກຕົນເອງເລິກເຊິ່ງແລ້ວຄົນເຂົານັ້ນຈຶ່ງຮັກຕົນ

ສ້າງຕົນເອງໃຫ້ພົ້ນ                     ຄວາມໂງ່ທາງໃຈ
ຄວາມໂງ່ໃນມັນສະໝອງ ຖືກປ່ຽນແທນດ້ວຍຄວາມຮູ້
ຄູອາຈານຄືຄົນຊີ້             ໄຂວິຊາໃຫ້ພົ້ນໂງ່
ອົງພຸດໂທສອນສັ່ງໄວ້                   ໃຫ້ໃຈພົ້ນຄິດຊົ່ວຊາມ

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕອນທີ 3

# ນິມິດສະຫວັນ

ແມ້ງເມື່ອຝົນຫຼັ່ງຍ້ອຍ                 ລົງສູ່ຜືນດິນ
ໄດ້ຍິນສຽງຂອງກົບ                     ອົບໆດັງຢູ່ແຄມນ້ຳ
ຕາມບວກໜອງຫຼາຍກ້ຳ              ຍິນສຽງພວກອື່ງອ່າງ
ຕາມສາຍທາງມີບວກນ້ຳ             ຄາຄ້າງຢູ່ຂຸມ

ເຫັນຜູ້ຄົນເຄື່ອນຍ້າຍ                  ທ່ອງທ່ຽວໄປມາ
ວັນນີ້ ວັນທີໜຶ່ງມິຖຸນາ                 ທ້າຍລະດູຍາມແລ້ງ
ຝົນຕົກແຮງເມື່ອຄືນນີ້                 ເໝືອນການເຕືອນເພື່ອບອກວ່າ
ລະດູການບໍ່ຖ້າ                           ຝົນຟ້າຊິຫຼັ່ງລິນ

ໄດ້ຍິນສຽງປະກາດກ້ອງ ທໍລະໂຄ່ງດັງມາ
ປ່າວປະຊາຊາວສະຫວັນ            ຈົ່ງຮ່ວມກັນສຸມສ້າງ
ສ້ອມແປງທາງຖົມຂຸມນ້ຳ            ສາມັກຄີແລະຂັນແຂ່ງ
ວັນເສົາແດງມື້ນີ້                         ຄືວັນສ້າງພັດທະນາ

ຊາວສະຫວັນທຸກຖ້ວນໜ້າ          ຊ້ອຍຊື່ນດີໃຈ
ໃຜກໍ່ກຽມອຸປະກອນ                    ເຄື່ອງມືມີພ້ອມ
ຖົມບວກໜອງໃຫ້ໝົດສິ້ນ           ສາຍທາງຈະເດີນງ່າຍ
ໄປສະບາຍຢ່າງບໍ່ຢ້ານ                ຈະໂຕນຕວ້າມບວກໜອງ

ອີກພາກສ່ວນໜຶ່ງຕ້ອງ                ລົງສູ່ສະໜາມບຸກ
ປູກພືດພັນນາໆ                         ໝູ່ມວນແນວໄມ້
ພັກລັດມີແນວທາງໃຫ້                ຊາວລາວຢ່າຢູ່ຫວ່າງ
ສຸມກຳລັງກໍ່ສ້າງ                         ເມືອງບ້ານຊ່ວຍກັນ

ອອກແຮງງານມື້ນີ້ນັ້ນ                 ທຸກພາກສ່ວນກຽມຕົວ
ບໍ່ຫວັ່ນກົວສາຍຝົນ                     ຫຼືແດດເຜົາຜານໄໝ້
ຫຼັງຈາກທັງໝົດໄດ້                     ແຜນງານການຈັດແບ່ງ
ຕ່າງສະແດງທ່າພ້ອມ                 ໃຜຈະແລ້ວກ່ອນໃຜ

ກຸ່ມຕ່າງໆນັ້ນກໍ່ໄດ້                      ຈັດແບ່ງຈຸງານ
ຮ່ວມປະສານກັນເຮັດ                 ວຽກງານທີ່ຕົນໄດ້
ມາລາໃຈ ເປັນຫົວໜ້າ                ນຳພາຈຸທີໜຶ່ງ
ຈຸທີ່ຖືກມອບໃຫ້                          ຕຳດິນນັ້ນໃຫ້ແໜ້ນດີ

ສ່ວນວ່າຈຸທີສອງນີ້                     ນຳພາໝູ່ ບົວສະບາ
ເປັນຈຸພາກັນຂຸດ                        ກົ່ນດິນກອງໄວ້
ຈຸທີສາມພາກັນໃຊ້                      ແຮງງານຍູ້ແກ່
ເພັດສຸວັນ ທ່ຽງແທ້                     ພາເຂົານັ້ນເຮັດທຳ

ບາງພ່ອງຫີ້ວຄຸນ້ຳ                      ມາຫົດໃສ່ດິນຖົມ
ບາງພ່ອງພາກັນຕຳ                    ເພື່ອໃຫ້ດິນໜາແໜ້ນ
ບາງຄົນມີແຟນໃກ້                      ເອົາໃຈບໍ່ຮູ້ເໝື່ອຍ
ວຽກງານເຮັດໄປເລື້ອຍໆ            ໃຜບໍ່ເວົ້າຈົ່ມຫຍັງ

ເພາະທຸກຄົນຫວັງໄດ້                  ທາງເດີນໄຕ່ໄປມາ
ບໍ່ໃຫ້ເສຍເວລາ                          ເພາະລົດຄາຂຸມກວ້າງ
ເພື່ອໃຫ້ທາງທຽວໄດ້                   ໄປມາສະດວກງ່າຍ
ຖົມດິນຊາຍດິນດາກພ້ອມ           ຫີນນັ້ນກໍ່ມີ

ບ້ານເມືອງລາວເປັນເຊັ່ນນີ້          ຕ້ອງເຮືອງຮຸ່ງສີວິໄລ
ປະຊາຊົນເປັນໃຈ                       ສ້າງແປງເມືອງບ້ານ
ຊາວໜຸ່ມລາວບໍ່ເຄີຍຢ້ານ            ຂານອາສາທຸກໜ້າທີ່
ຕໍ່ໜ້າໄປເປັນເຊັ່ນນີ້                    ເມືອງລາວຕ້ອງພັດທະນາ

ຢາດເຫື່ອນອງທົ່ວໜ້າ                ປຽກຊຸ່ມຕົນຕົວ
ແຕ່ຍັງມີສຽງຫົວ                         ເວົ້າຈາສະໜຸກແມ້ງ
ສາວເສື້ອແດງຢູ່ທາງພຸ້ນ             ຫົວເຖິງໃຈເອົາແທ້ວ່າ
ຈົນນ້ຳຕາເພິ່ນຍ້ອຍ                    ຈັກເຂົາເວົ້າເລື່ອງຫຍັງ

ບາງຄັ້ງສຽງດັງກ້ອງ                    ໂຮສະນັ່ນມັນໃຈ
ກຸ່ມໃດມີພຽງສາວໆ                    ຍິ່ງມ່ວນໃຈໂຮຮ້ອງ
ແມ່ນພວກເຂົານິນທາຕ້ອງ          ຫົວໃຈຊາຍຄົນໃດນໍ່
ບາງຄັ້ງກໍ່ວ່າເວົ້າ                        ແລ້ວຫົວຂຶ້ນຢ່າງຊື່ນຊຳ

ບໍ່ມີໃຜຈຳໄດ້                              ວ່າຈັກເລື່ອງລົມມາ
ທັງເລື່ອງເປັນສາລະ                   ເລື່ອງຂອກແຄແຈຮົ້ວ
ໄດ້ຄາຍເຫງົາໄດ້ຫົວຫຼິ້ນ             ຍິນດີກັນໃຫ້ມັນມ່ວນ
ເວົ້າກວນກັນແດ່ເລັກໜ້ອຍ         ພໍມີເລື້ອງໄດ້ເອີ່ໂຮ

ມີຄົນໜຶ່ງເວົ້າໂມ້                        ເກີນກວ່າທຳມະດາ
ຫຼິ້ນສາຍຫູສາຍຕາ                      ໃສ່ໝູ່ຕົນຄຽງໃກ້
ເບິ່ງຜູ້ໃດກໍ່ຈາເວົ້າ                      ຖຽງເຂົາເອົາແທ້ວ່າ
ຕ່າງກໍ່ຫາສິ່ງອ້າງ                       ເຫດຜົນສ້າງໃສ່ກັນ

ຕ່າງສ້າງສັນສິ່ງເວົ້າ                    ອ້ອຍອິ່ນຄຳຫວານ
ຕື່ມອາຫານຫູຕາ                        ວ່າລົມບໍ່ວາງເວັ້ນ
ແນວຫົວໃຈຍັງເຕັ້ນ                    ເຫັນຂອງດີກໍ່ຕ້ອງເລົ່າ ກັນແລ້ວ
ຖ້າມີຫຍັງເຮົາຊື້ໄດ້                     ເອົາມາໄວ້ບໍ່ໃຫ້ເຫຼືອ

ແຕ່ມີສິ່ງເຊື່ອໄດ້                         ຄືຄ່າທາງໃຈ
ບໍ່ມີໃຜມາຈາ                              ຈ່າວຂາຍກັນໄດ້
ຂາຍຄ່າໃຈມີຄຳເວົ້າ                   ຍິນດີ ຫຼື ຮ້ອງຈົ່ມ
ມັນບໍ່ສົມລົບໄດ້                          ເອົາເງິນໃຊ້ດັ່ງເຄື່ອງຂອງ

ຕາມສາຍທາງຍັງກ້ອງ                ສຽງສະນັ່ນກັງວານ
ສຽງຊວ້ານຈົກດັງປະສານ      ກະຕໍ່າຕີດິນແໜ້ນ
ສວາຍໆມາມັນແສນຮ້ອນ           ດວງສຸລີເຜົາແຜ່ນ
ແທນຫ່າຜົນໃຫຍ່ເທັ້ງ                 ຄືນນີ້ຜ່ານມາ

ຍິງຊາຍທຸກທົ່ວໜ້າ                    ແມ້ງມ່ວນໃນອຸລາ
ສຽງໂຮເຮວເຮຮາ                      ບໍ່ຂາດສາຍດັງກ້ອງ
ບວກໜອງຕາມທາງກວ້າງ          ຖົມໄປທົ່ວທຸກບ່ອນ
ຍັງແຕ່ກະນໍ່າຄ້ອນ                      ໃຫ້ມັນແໜ້ນນໍ່າລົງ

ທິບພະວົງ ຕົວອ້ວນໆ                 ຕຳຢູ່ງຸບໆ
ນາງໃສ່ກຸບໃບຕອງ                     ຫົ່ມເສື້ອດຳແຂນສັ້ນ
ເນື້ອໄຂມັນເຈິຄວາມຮ້ອນ           ກາຍາປຽກເຫື່ອ
ຈົນວ່າເສື້ອທີ່ຫົ່ມນັ້ນ                   ມີນ້ຳປຽກທົ່ວຕົວ

ມາລາໃຈ ຫົວຍິ້ມ                       ລົມໝູ່ຢ່າງສຸກສັນ
ຄວາມຮ້ອນມັນເຜົາຜານ             ຢາດເຫື່ອເຕັມໃບໜ້າ
ບົວສະບາ ເດີນອ້ອມ                   ທາງຫຼັງນາງໄປໜ້ອຍໜຶ່ງ
ແລ້ວຈຶ່ງໃຈຕໍ່ຕັ້ງ                         ຕຳດິນແໜ້ນຊ່ວຍພວກເຂົາ.

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ພາບສາຍຕາສົ່ງສ້າງ                   ແສນແນບນຽນອົກ
ບໍ່ອາດປົກສະເໜຫາ                   ແຫ່ງຕົວຂອງເຂົາໄດ້
ເຮັດໃຫ້ໃຈຂອງນາງເຕັ້ນ            ລຳເພັນໃນຢ່າງດູດດື່ມ
ພາບນັ້ນຊຶມຊັບເຂົ້າ                    ເນົາໄວ້ທີ່ໃຈ

ພວກໝູ່ທີ່ຢູ່ໃກ້                           ກໍ່ຊຶມຊາບໄປໝົດ
ຕົກຕະລຶງໃນສາຍຕາ                  ແຫ່ງພວກເຂົາທັງສອງນັ້ນ
ທິດາພອນ ກະສັນໂອ້                  ໃນສາຍຕາຜະຫວາທຽບ
ສາຍຕານຽນນຽບນ້ອມ                ຖະໜອມດ້ວຍສິ່ງຫວັງ

ເພາະແວວຕາດັ່ງກ່າວນັ້ນ           ຜິດແປກທຳມະດາ
ໃນແວວຕາແຝງຮັກ                   ບໍ່ຈືດຈາງວາງເວັ້ນ
ຄວາມຫວານໃນລະເພັນສ້າງ      ສຳພັນໃຈຈົດຈໍ່
ເຮັດໃຫ້ນາງອ່ອນງໍ້                     ພານພໍ້ເວດທະນາ

" ມາເຂົ້າມານັ່ງລ້ອມ                   ດອມໝູ່ຈັກນິດ
ຊ່ວຍປະດິດວາຈາ                      ຮ່ວມກັນໃຫ້ມັນແມ້ງ
ມາຮັກແພງກັນໄວ້                      ຍາມໄປມາພໍໄດ້ແວ່ "
ບົວສະບາ ກ່າວແກ້                     ຄວາມເຂີນເກີ້ແຫ່ງພວກເຂົາ

ທິດາພອນ ບໍ່ກ່າວເວົ້າ                 ພຽງແນມເບິ່ງ ບົວສະບາ
ແລ້ວແນມຫາຍິງສາວ                 ພວກເພື່ອນນາງຄຽງໃກ້
ໃບໜ້ານາງແດງດ້ວຍ                 ອາລົມໃຈທີ່ເອົ້າອຸ່ນ
ຄວາມເຂີນອາຍກໍ່ວຸ້ນ                  ຄວບຄຸມໄວ້ບໍ່ອາດທຳ ໄດ້ແລ້ວ

ສາວອ້ວນ ຍິ່ງກ່າວຊ້ຳ                 ເຕີມຕື່ມນາງເຂີນ
" ນີ້ເປັນຄວາມບັງເອີນ                ຫຼືຈາກໃຈກັນແທ້
ໝູ່ເບິ່ງແມສີໜ້າ                                     ທິດາພອນ ງາມບໍ່
ຍິນດີນະທີ່ພົບພໍ້              ຊາຍກ້າມພໍ່ສ່ຽວເຮົາ "

ອ້ວນ ລໍຟັງຄຳເວົ້າ                      ທີ່ຈະກ່າວຫວນກັບ
ທິດາພອນ ຍອມຮັບ                    ວ່ານາງເຂີນເກີ້
ແຕ່ເມື່ອຍາມນາງເຊີ້                   ເຜີໃຈໃຫ້ກຽດແນ່
ໝູ່ຄູ່ກັນທ່ຽງແທ້                         ຍັງແນເນັ້ນນ່ຽນກັນ ນໍອ້ວນນໍ

ສາຍຕານາງປະຊັນສ້າງ ແສງສົ່ງຊອນເສີມ
ນາງຕື່ມເຕີມຄຳຕຳນິ                   ບອກຜ່ານທາງສາຍຕາໄວ້
ນາງຕ້ອງການຫວັງໃຫ້               ໄມຕີແມ້ງມ່ວນ
ຈຶ່ງສັນຍານໃຫ້ອ້ວນ                   ຈາເວົ້າເລື່ອງອື່ນໄປ

ສາວອ້ວນ ຫວັງຊິໄດ້                  ເຍີ້ຍຕໍ່ເຕີມສຽງ
ອາດລຳອຽງເກີນໄປ                    ເມື່ອໝູ່ຕົນຂໍຮ້ອງ
ສາວທັງສອງແນມໜ້າ                ສົບຕາແລ້ວຍິ້ມຕໍ່ ກັນແລ້ວ
ທັງໝົດກໍ່ເບິ່ງໜ້າ                       ແລ້ວຫົວຍິ້ມໃຫ້ແກ່ກັນ

" ອັນວ່າຕົວເຈົ້ານັ້ນ                    ມີຊື່ສັນໃດ
ຂ້ອຍເຕັມໃຈຈະຟັງ                    ຮັບຈອງຈຳໄວ້ "
ທິດາພອນ ໄຂຊີ້                         ເຊີນຊວນເວົ້າຕໍ່
ຊາຍຜູ້ຫາກໍ່ເຂົ້າ                         ມາເຕົ້າຮ່ວມວົງ

" ຂ້ອຍນີ້ຄົງຄ່ານ້ອຍ                   ຮຽນກໍ່ອ່ອນອາຍໃຈ
ຈະຮູ້ໄປເຮັດຫຍັງລະ                  ປະໂຫຍດຮຽມມີໜ້ອຍ
ໝົດໃນຕົວຂອງຂ້ອຍ                  ບໍ່ມີຫຍັງປະເສີດຄ່າ
ເຫັນວ່າເຈົ້າສະຫຼາດຮູ້                ດູແລ້ວບໍ່ໜ້າຖາມ "

ທິດາພອນ ບໍ່ຫ້າມກັ້ນ                 ອົດຢູ່ໃຫ້ໃຈນັກ
ຕ້ອງຮູ້ຈັກຄົນຄຸຍໂຕ                   ຊິເງື່ອມງຳຮອດໃສແທ້
ນາງຈຶ່ງແນຄຳເວົ້າ                      ເກົາຫົວໃຈໃຫ້ຮ້ອນຮຸ່ມ
ໃຫ້ມັນສຸມສິ່ງໃໝ້                       ໃນຕອນນັ້ນຊິຮູ້ເອງ

" ຂ້ອຍອາດຈະເກັ່ງໃຊ້                ໃນເລື່ອງການຮຽນ
ເລື່ອງຂີດຂຽນຄຳນວນ                ໝູ່ມວນວິຊານັ້ນ
ຊິທ່ວງທັນໄປຮູ້                          ນາມຕົວແຕ້ມແຕ່ງ ເຈົ້າບໍ
ເຈົ້າບໍ່ໜ້າກັ່ນແກ້ງ                      ຄວາມຫວັງຂ້ອຍເສື່ອມສະຫຼາຍ

ເຈົ້າເປັນຊາຍທີ່ພ້ອມ                  ພຽງເພື່ອຄວາມຫວັງ
ຄົງຮູ້ຍັງຈິດໃຈ                           ແຫ່ງຄົນຄອຍຈ້ອງ
ຄົນຫວັງປອງເສີມສ້າງ                ພູມປັນຍາໃຫ້ພົ້ນໂງ່
ຍ້ອນບໍ່ຮູ້ຈິ່ງອ່າວໂອ້                   ຕາມຕ້ອນຕື່ມຖາມ

ຄົນຮູບງາມດັ່ງເຈົ້າ                     ໃຈຊື່ມີສັດຈະ
ນ້ຳໃຈດີເໝືອນພະ                      ທ່ອງທຳນຳນ້ອມ
ຄຸນສົມບັດກໍ່ມີພ້ອມ                     ຖະໜອມແພງພວກໝູ່
ມື້ນີ້ເອງຂ້ອຍຈິ່ງຮູ້                       ວ່າຕົວເຈົ້າຂີ້ອົ່ງຄຸຍ "

ແມ້ງເມື່ອລົງລຸຍນ້ຳ                     ກໍ່ຕ້ອງຜ່ານວັງຫຼວງ
ແມ້ງເມື່ອລົງລອຍຕົມ                  ກໍ່ຕ້ອງລອຍໃຫ້ມັນມົ້ມ
ຄັນຊັ້ນຄົງຈົມປິ້ງ                        ຕາໄປປະໂຫຍດເປົ່າ
ຕົວເຂົາຈຶ່ງຕອບແກ້                    ພໍເປັນຂໍ້ຕໍ່ກອນ

" ຄົນງາມສວຍເຈົ້າຢ່າຮ້ອນ         ຟັງຂ້ອຍກ່ອນໃຈເຢັນໆ
ອາລົມເປັນຫຍັງນໍ                      ຈຶ່ງໜ້າງໍບານບຶ້ງ
ສົ່ງສາຍຕາຫວານຊຶ້ງ                  ຕຶງໃຈມາໃຫ້ແນ່
ຂ້ອຍພໍໃຈທ່ຽງແທ້                      ໃນຮອຍຍິ້ມເຈົ້າມອບມາ

ມື້ນີ້ຟ້າໃກ້ຄໍ່າແລ້ວ                      ອາທິດມໍ່ຈວນດັບ
ສຸລິຍາອາພັບ                             ຊິລັບລົງປາຍໄມ້
ເຈົ້າຄວນທຳຕົນໃຫ້                    ໃຈສົດໃສຊ້ອຍຊື່ນ ແດ່ແມ
ຢ່າໃຫ້ຄືນຄໍ່າເສົ້າ                       ເໝືອນເຈົ້າສົ່ງໃຈ ເທາະນາ "

ຊາຍຜູ້ນີ້ຊ່າງໄຮ້                         ຢາງແຫ່ງຄວາມອາຍ ຈິງໜໍ
ກ້າທ້າທາຍວາຈາ                       ຈີບຕົວກາງແຈ້ງ
ສົ່ງສາຍຕາມາແກ້ງ                     ແທງໃຈໃຫ້ຫຼົງທ່າ
ທຳມາດເປັນໜ້າດ້ານ                 ແຖມຊ້ຳຕື່ມດຳ

ຢ່າຫວັງໄດ້ຊົດນ້ຳ                      ກິນຕ່ອນທັນຕາ ເຖີດໜາ
ຮູ້ວ່າເຮົາເປັນໃຜ                        ຫາກຊິໜາວໃນເນື້ອ
ຄິດວ່າເປັນປະທຸມເຊື້ອ                ມາລາແລ້ງຄ່າ ຊັ້ນບໍ
ຈຶ່ງທຳທ່າເໝືອນດັ່ງເຜີ້ງ             ບິນຊົມໄດ້ດັ່ງໃຈ

ທິດາພອນ ບໍ່ຢາກໃຊ້                  ຄຳຕໍ່ເຕີມເຂົາ
ນາງເວົ້າພຽງເບົາໆ                     ເພື່ອເລີກລາຫາບ້ານ
" ມື້ໜ້າເຮົາມາຕ້ານ                    ດອມກັນຄັ້ງໃໝ່
ມື້ນີ້ ຕາເວັນໃກ້ຄໍ່າຄ້ອຍ               ສົມຄວນແລ້ວລະໝູ່ເຮົາ

ຈົ່ງໂຊກດີເຖີດພວກເຈົ້າ              ລາກ່ອນແລ້ວເຫັນກັນ
ໂອກາດວັນເວລາ                       ທີ່ດີຈຶ່ງດອມເວົ້າ
ພວກເຮົາມາລົມຫຼິ້ນ                    ນຳກັນອີກຄັ້ງໃໝ່ "
ແລ້ວພວກນາງກໍ່ໄດ້                    ເດີນຍ້າຍຍ່າງໄປ

ຫຼັງຈາກນາງໄດ້ກ່າວເວົ້າ            ພວກໝູ່ກໍ່ເຫັນດີ
ມີພຽງຊາຍມາທີຫຼັງ                    ບໍ່ຢາກຍິນດີດ້ວຍ
ພົບຄົນສວຍບໍ່ທັນເວົ້າ                 ລົມກັນໃຫ້ເຂົ້າເລື່ອງ
ພັດເຫຼົ່າມາເຊື່ອງສົ້ນ                   ຍ້ອນຄຳເວົ້າກ່າວລາ

ຕົວຂອງເຮົາບໍ່ໜ້າ           ມາກໍ່ກວນເຂົາ
ເພັດສຸວັນ ເຫງົາໃຈ                    ຕຳນິຕົນເອງໄວ້
ພວກນາງສາວໄປແລ້ວ               ບໍ່ຫັນຫຼັງມາສັ່ງ
ບົວສະບາ ຢືນຢູ່ຢັ້ງ                     ຍັງລໍຖ້າຍ່າງພ້ອມເຂົາ.

( ຈົບຕອນທີ 1, ອ່ານຕໍ່ຕອນຕໍ່ໄປ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

" ຕົກກະເທີນໄດ້ມາຫຼິ້ນ               ເຂົ້າຮ່ວມວົງກັນ
ຄວາມສຸກສັນຫັນສາ                   ໃຫ້ມ່ວນໃຈຄວນເວົ້າ
ຂ້ອຍພໍໃຈໃນຕົວເຈົ້າ                  ທີ່ເຕືອນເຮົາໃຫ້ຮູ້ວ່າ
ສະໝອງຍັງອ່ອນຫຼ້າ                  ປັນຍາປູ້ໂງ່ເຂົາ

ຂ້ອຍນີ້ຫວັງວ່າເຈົ້າ                    ຜູ້ຍິ້ມງ່າຍສາຍຕາຫວານ
ຈະປະທານຄວາມຈິງໃຈ             ດັ່ງໃຫ້ເຮົາໃນວັນນີ້
ຖ້າຫາກ ເຫັນຂ້ອຍມີຈຸດດ້ອຍ      ກະລຸນາເຕືອນຂ້ອນແນ່
ຂ້ອຍຈະ ໄດ້ແກ້ໄຂສິ່ງເຫຼົ່ານັ້ນ     ໃຫ້ຫາຍງ້ວງໂງ່ຜະຫຍາ "

ມາລາໃຈ ຫຼຽວເບິ່ງໜ້າ               ແລ້ວຍິ້ມຕໍ່ຫວານໆ
"
ຂ້ອຍ​ບໍ່​ຫານ​ຈະ​ສິດສອນ           ຜູ້​ເກັ່ງ​ຮຽນ​ຄື​ເຈົ້ "
"
ແຕ່​ວ່າ​ຕົວ​ເຮົາ​ນີ້                       ພໍ​ໃຈ​ຄຳ​ເຈົ້າ​ວ່າ
ສິ່ງ​ເຈົ້າ​ຈາບ​ອກຂ້ອຍ                  ເຮົາຈະ​ໄດ້​ປ່ຽນ​ແປງ

ບໍ່​ແມ່ນ​ຮຽມ​ຖະ​ແຫຼ​ງ​ເວົ້າ       ແຕ່ຈາ​ກັ່ນ​ຈາກ​ໃຈ​ຈິງ
ເຈົ້າ​ເປັນ​ຍິງ​ມົນ​ສະ​ເໜ                ສະຫງ່າ​ງາມ​ໃນ​ຄຳ​ເວົ້າ
ຂ້ອຍພູມ​ໃຈໃນ​ຕົວ​ເຈົ້າ                ທີ່​ເຫັນ​ເຮົາ​ເປັນ​ເພື່ອນ
ບອກ​ເຕືອນ​ເຮົາ​ຢ່າງ​ແຈ່ມ​ແຈ້ງ     ກັບຄຳ​ເວົ້າ​ທີ່​ອ່ອນ​ຫວານ "

ສຸມາລີ ອົກ​ສະທ້ານ                     ນ້ອນໍ່າ​ໃນ​ໃຈ
ທີ່​ເຫັນ ບົວສະບາ ຈາ​ໄຂ             ປຶ້ມປ່ຽມ ມາລາ​ໃຈ ເວົ້າ
ຫົວ​ໃຈ​ນາງ​ເຫງົາ​ເສົ້າ              ກັບຄຳ​ເຂົາ​ເວົ້າ​ຕໍ່
ມີ​ແຕ່​ຍໍ​ຍົກຍ້ອງ                          ຫຼຽວມອງ​ໜ້າ​ສະຫງ່າ​ໃຈ

ເປັນ​ຫຍັງ​ເຈົ້າ​ຈຶ່ງ​ລືມ​ໄດ້              ບົດບາດ​ຕົນ​ເອງ
ເຈົ້າ​ເກັ່ງ​ການ​ສຶກສາ                    ພັດທະ​ນາ​ຕົວ​ຂ້ອຍ
ເປັນ​ຫຍັງ ກາຍ​ເປັນ​ຄົນ​ປັນຍາ​ດ້ອຍ ຄອຍທຳ​ຕາມ​ຄຳ​ສັ່ງ
ຄວາ​ມມຸ່ງ​ຫວັງ​ຕົນ​ຢາກ​ໄດ້          ກາຍ​ເປັນ​ໄຮ້​ເຫດຜົນ

ເຈົ້າ​ເປັນ​ຊາຍ​ທີ່​ຄິດ​ຄົ້ນ                ສະຫຼາດ​ກວ່າ​ເຮົາ​ຫຼາຍ
ບໍ່ວ່າ ຈະມາ​ຕາຍ​ເໝືອນ​ປາ         ທີ່ຂາດ​ແຄນ​ເຂີນ​ນ້ຳ
ພຽງ​ແຕ່ຄຳ​ຈາ​ເວົ້າ                      ປັດຈຸ​ບັນ​ເຈົ້າ​ກໍ່​ເຊື່ອ
ເຈົ້າບໍ່​ເຫຼືອ​ສິ່ງ​ຄິດ​ຄົ້ນ                  ຈຶ່ງຫຼົງ​ຫຼົ້ມ​ຢ່າງ​ງ່າຍ​ໃຈ

ຮູ້ບໍ່​ອົກ​ຂ້ອຍ​ໃຫ້             ເມື່ອ​ເຈົ້າ​ກ່າວ​ຄຳຫວາ​ນ
ເມື່ອ​ເຈົ້າ ສຸກສຳລານ​ກັບ​ວາຈາ    ທີ່ນາງ​ວອນ​ເວົ້າ
ຫົວ​ໃຈ​ເຮົາ​ມັນ​ເສົ້າ           ເຫງົາ​ໃນ​ເຈົ້າ​ຮູ້​ບໍ່
ຄັນຈະ​ເວົ້າ​ຕໍ່​ເຈົ້າ            ເຮົານັ້ນ​ຍິ່ງ​ຄິດ​ກົວ

ຄິດຢ້ານ​ຕົວ​ຂອງ​ເຈົ້າ                  ບໍ່​ເຂົ້າ​ທ່າ​ທາງ​ເຮົາ
ເມື່ອນັ້ນ ຂ້ອຍຍິ່ງ​ເຫງົາ​ໃນ​ອົກ   ແລະ​ລະອາຍ​ພວກ​ເຂົາ​ລ້າ
ເຈົ້າກໍ່​ຫັນ​ມາ​ດູ​ໜ້າ                     ສົບຕາ​ເຮົາ​ຈັກ​ໜ່ອຍ​ແນ່
ເປັນ​ຫຍັງ ເຈົ້າຈິ່ງ​ແລ​ລໍ່າ​ໜ້າ       ຂອງນາງ​ໄດ້​ບໍ່​ອ່ຽງອາຍ

ຫຼືວ່າ​ເຈົ້າ​ໜ່າຍ​ໜ້າ           ເກົ່າໆ​ຂອງ​ເຮົາ ແລ້ວບໍ
ຫຼື​ເຈົ້າ​ເຫັນ​ຈົນ​ຊິນ​ຕາ                  ຈິ່ງ​ເບື່ອ​ລະອາ​ຫຼື​ນີ້
ຍາມ​ເມື່ອ​ມີ​ໃບ​ໜ້າ                      ດວງຕາ​ຄົນ​ໃໝ່
ຈຶ່ງຊື່ນ​ໃຈ​ຢູ່​ບໍ່​ແລ້ວ                      ແວວຕາ​ຈ້ອງ​ສ່ອງ​ແຕ່​ນາງ

ແຖມວາງ​ຄໍາ​ອ່ອນ​ຊ້ອຍ               ສ້າງປ່ອງ​ແປງ​ທາງ
ເພື່ອ​ໃຫ້​ນາງ​ເດີນ​ມາ                   ສູ່ຫົວ​ໃຈ​ເຈົ້າ
ມາຮັບ​ເອົາ​ຄວາມສຸກ​ສ້າງ            ສະໜອງ​ໃຈ​ໃຫ້​ຫວານ​ຊໍ່າ
ສຸດທ້າຍ​ຜູ້​ບອບ​ຊ້ຳ                     ກໍ່​ເປັນ​ຂ້ອຍ​ຜູ້​ຫ່ວງ​ຫາ

ບົວສະບາ ອວ່າຍໜ້າ                  ມາ​ເບິ່ງ ສຸມາລີ
ເຫັນ​ນາງ​ມີ​ອາລົມ                       ບໍ່ຊື່ນ​ຊົມ​ປານ​ໃດ​ແລ້ວ
ເຂົາຈຶ່ງ​ຫາ​ແນວ​ເວົ້າ                   ໄຂບັນຫາໃຫ້​ຫຼີກ​ຫ່າງ
ຈຶ່ງ​ເບີກທາງ​ອື່ນ​ໃຊ້           ໃຫ້​ເປັນ​ກ້າວ​ດຸ່ງ​ເດີນ

ເຂົາຈຶ່ງ​ເຊີນຊວນ​ເວົ້າ                  ຖາມ​ອີກ​ໜຶ່ງ​ນາງ​ສາວ
"
ສອງ​ແກ້ມ​ຂາວ​ຕາ​ຄົມ               ຮ່ວມລົມ​ແດ່​ບໍ​ເຈົ້າ
ລອງຖະ​ແຫຼ​ງຄຳ​ເວົ້າ                  ດອມດາ​ຜະຫຍາ​ມ່ວນ ເບິ່ງ​ດູ
ຜີວຂາວນວນ​ດັ່ງ​ເຈົ້າ                  ນາມຊັ້ນ​ຊື່​ໃດ ? "

ນາງສາວຍິ້ມສົ່ງໃຫ້                    ໄວ້ກ່ອນນິດໆ
ເພື່ອເປັນຈິດໄມຕີ                       ຕໍ່ກັນຄາວນ້ອຍ
ພ້ອມທັງສອຍຄຳເວົ້າ                  ຫວານໃນຊຶ້ງຊ່າ
ຜະຫຍານາງກໍ່ບໍ່ດ້ອຍ                 ຖອຍແຕ້ມຕໍ່າໃຜ

"
ໃນເມື່ອ ບົວ ຫາກໄດ້              ໄກຫ່າງວັງຫຼວງ
ບໍ່ເຫັນທວງທາລາ                      ເຫດໃດຊິເນົາໄດ້
ໃນເມື່ອ ບົວ ໄກນ້ຳ                     ສາວນາງພຽງຮູ້ພີ່
ເຫດໃດແລ້ວຊິກ້າ                      ຈາຕ້ານກ່າວຂານ

ໃນໃຈ ພໍຢາກອອກປາກຕ້ານ       ຕັ້ງແຕ່ແລເຫັນ ພຸ້ນແລ້ວ
ຢາກລຳເພັນທາຍທັກ                  ທ່ອງທຳທຽມເຈົ້າ
ແຕ່ວ່າຕົວເຮົານີ້                         ໂສພາເນື້ອບໍ່ຜ່ອງ
ຢ້ານພີ່ຊາຍແຜດຮ້ອງ ຄົນຂີ້ຮ້າຍຢ່າງນ້ອງ ຍັງມາກ້າຕໍ່ຄວາມ ດອກນາ "

ຍາມນັ້ນສາວກີດຮ້ອງ                 ໂຮຮໍ່າເຕັມຈິດ
ສ່ວນວ່າ ບົວສະບາ ມິດ               ເຫຼືອດຕາແນມຈ້ອງ
"
ຂ້ອຍບໍ່ເຄີຍຄໍ່າຄວນຮ້ອງ          ຕິຊົມຮູບຮ່າງ ໃຜນາ "
ບົວສະບາ ກ່າວອ້າງ                   ສະແດງສ້າງສິ່ງດີ

"
ຂ້ອຍນີ້ ທິດາພອນ ແມ່ນຊີ້         ບອກບົ່ງນາມຮຽມ ຈິງແລ້ວ
ອັນຊື່ ພອນ ຄືນາມທຽມ               ພໍ່ແມ່ຮຽມຫວນເອີ້ນ
ຄັນຫາກເດີນໄປຫ້ອງ                 ຫົວເມືອງ ບ້ານອຸ່ນ ພາຍພຸ້ນ
ໄປທ່ຽວບຸນບ້ານຂ້ອຍ                 ເຊີນເຈົ້າແວ່ຢາມ ໄດ້ນາ "

ບົວສະບາ ຫົວຍ້າມໆ                  ທັງຄິດໃນຈິດ
"
ຄັນຂ້ອຍໄປທຸກອາທິດ            ໄດ້ບໍ່ເດຕົນເຈົ້າ
ຢ້ານແຕ່ຫັນຈາເວົ້າ                    ເຊົາໆຢ່າໄປແວ່ "
"
ເອີ່ຄັນຊິໄປຢ່າງນັ້ນແທ້        ກໍ່ຍິນດ້ວຍບໍ່ຂີນ ດອກນາ "

ພໍທຸກຄົນໄດ້ຍິນແລ້ວ                  ໂຮສະນັ່ນສຸກສັນ
ສຽງເນືອງນັນຜາສຸກ                   ມອບພະລັງໃຈໄວ້
ຄວາມເວົ້ານາງວອນໃຊ້              ຄວາມຈິງໃຈໃຫ້ທ່າ
ບົວສະບາ ໄດ້ແຕ່ຍິ້ມ                  ຍ້ອນຄຳເວົ້ານັ້ນຖືກໃຈ

ພໍດີໃນຂະນະນັ້ນ                        ມີຊາຍໜຶ່ງເດີນເຖິງ
ເຂົາເພິ່ງພວມຕາມຫາ                 ເພື່ອນຊາຍໃນນັ້ນ
"
ເປັນແນວໃດວັນນີ້                    ອາລົມດີແທ້ນໍໝູ່
ເຮົາຫາໂຕຢູ່ພຸ້ນ                         ບໍ່ເຫັນເຈົ້າຈຶ່ງຍ່າງມາ ພີ້ນາ "

"
ມີບັນຫາໃດແລ້ວ                     ຈິ່ງຮີບດ່ວນມາຫາ ? "
"
ພຽງຢາກຈາດອມໂຕ                ໃຫ້ສວ່າງເຫງົາໃນວັນນີ້ "
ສະບາຍດີທຸກຄົນແລ້ວ                ຕາຫວານໆວາດໃສ່
ໃຜຜູ້ໜຶ່ງທີ່ນັ່ງລ້ອມ                     ດອມດ້ວຍເດັ່ນພະວົງ

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 28, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

" ຮູບ​ຮ່າງ​ບໍ່​ຂີ້ຮ້າຍ            ເວົ້າກໍ່​ມ່ວນ​ນວນ​ຫູ
ຮຽມຢາກ​ດູ​ທາງ​ໃນ           ເບິ່ງ​ເດຫົວ​ໃຈ​ເຈົ້າ
ຢ້ານຫວານ​ພຽງ​ຄຳ​ເວົ້າ               ສະ​ເໜຫາ​ພາຍ​ນອກ
ສ່ວນທາງ​ໃນ​ບອກ​ບໍ່​ໄດ້               ຢ້ານ​ໃຈ​ສົ້ມ​ກວ່າ​ໝາກ​ນາວ ພຸ້ນນາ "

ສຽງ​ຈາກ​ສາວ​ຜູ້​ອ່າວ​ອ້ວນ      ກວ່າ​ໝູ່​ໃນ​ວົງ
ແລ້ວພວກ​ນາງ​ພາກັນ​ໂຮ            ຊວ່າ​ແຊວ​ດ້ວຍ​ຄວາມ​ປຶ້ມ
"
ໂອ​ຂ້ອຍ​ລືມ​ໄຂ​ຂໍ້           ແນວນາມ​ຊັ້ນ​ຊື່
ມັນນັ້ນ​ຄື​ດັ່ງ​ຂ້ອຍ                        ບໍ່ລອຍ​ລ້ອງ​ຫ່າງ​ເຫີ​ນ ດອກນາ

ຊື່ຂ້ອຍ​ຕາມ​ໝູ່​ເອີ້ນ                     ອ້ວນ ອຸ່ນ​ນວນ​ນົງ
ທິບພະ​ວົງ ຄື​ນາມ            ແຫ່ງຮຽມ​ເປັນ​ເຄົ້າ "
"
ໂອ​ໂຫນາມ​ມະກອນ​ເຈົ້າ           ສົມຕົວ​ຕາມ​ແຕ່ງ
ທິບພະ​ວົງ ກໍ່​ແມ້ງ                       ຟັງ​ໄດ້​ມ່ວນ​ດີ "

"
ຂ້ອຍ​ບໍ່​ບອກ​ກໍ່​ໄດ້​ຕີ້          ເພາະທຸກ​ທີ່​ຫວນ​ເຫັນ
ພວກ​ເຮົາ ເປັນ​ເພື່ອນ​ຮຽນ​ໃນ​ຄາວ​ຫຼັງ ຮ່ວມກັນ​ແຕ່​ຍັງ​ນ້ອຍ
ສຸມາລີ​ ສອຍ​ຂຶ້ນ                         ສະ​ແດງ​ຕົນ​ຕາມ​ຕ່າ​ວ
ບົ່ງບອກ​ຂ່າວ​ໃຫ້​ໝູ່​ຮູ້                  ວ່າຕົນ​ລື້​ງຕັ້ງ​ແຕ່​ເຫິງ

"
ເຮົາ​ໂລດ​ຫາ​ກໍ່​ເພິ່ງ​ຮູ້                 ເປັນ​ແຟນ​ເກົ່າ​ກັນ​ເບາະ ? "
ສາວອ້ວນ ສອຍ​ເອາະ​ເຊາະ     ເພື່ອ​ເກາະ​ເອົາ​ຄໍາ​ເວົ້າ
ສຸມາລີ​ງົມ​ເກົ້າ               ແປງ​ຜົມ​ໜ້ອຍ​ໜຶ່ງ
ແລ້ວຈຶ່ງ​ຂານ​ຕອນ​ຕ້ານ               ສາວອ້ວນ​ຜູ້​ວ່າ​ນາງ

"
ແນ່ນ​ອນ ຂ້ອຍບໍ່​ຂີນ​ຄັດຄ້ານ     ຖ້າພວກ​ໝູ່​ເຫັນ​ດີ
ມາພີ້​ຕີ ບົວ​ສະບາ                       ມານັ່ງ​ຮຽງ​ຮຽມ​ພີ້ "
ພ້ອມທັງ​ມີ​ສາຍຕາ​ອ້ອນ              ວອນ​ເຂົາ​ເຂົ້າ​ມາສູ່
ຖ້າອົດ​ໃຈ​ຢູ່​ໄດ້                           ຄົນນັ້ນ​ບໍ່​ແມ່ນ​ຊາຍ

ບົວສະບາ ເຄື່ອນ​ຍ້າຍ                 ລຸກຍ່າງ​ເດີນ​ໄປ
ສຸມາລີ ຕາ​ໃສ               ໃສ່​ເຂົາ​ຄາວ​ນ້ອຍ
ທັງໝົດ​ຄອຍ​ແນມ​ໜ້າ         ໃນສາຍຕາ​ທີ່​ຈົດ​ຈໍ່
ທຸກຄົນ​ເຜີຍ​ຜໍ່​ໜ້າ                       ແລ້ວຫົວ​ຍິ້ມ​ຕໍ່​ກັນ

ສ່ວນສາວ​ ມາລາ​ໃຈ​ ນັ້ນ             ແນບ​ເນັ່ງ​ແນ​ຈິດ
ໃຊ້ສາຍຕາ​ເປັນ​ແນວ​ຄິດ             ລິດທິການ​ແທນ​ຄຳ​ເວົ້າ
ສຸມ​ໃສ່​ເຂົາ​ເປັນ​ຄື້ນ                     ຫວງ​ເຂົາ​ຢ່າງ​ດູດ​ດື່ມ
ແລ້ວຕື່ມ​ເຕີມ​ຕໍ່​ທ້າຍ                   ດ້ວຍຄຳ​ເວົ້າ​ທີ່​ສຽບ​ໃຈ

"
ຄົນຫຼໍ່ສົດຊື່ນໃຊ້                       ຄວາມຫຼໍ່ໃຫ້ເປັນຜົນ
ຄ່າຂອງຄົນຄົງສູງ                       ຈຶ່ງອວດຕົວເອງໄດ້
ລົມປາກສາວໄຂເວົ້າ                   ຄຳດຽວກໍ່ໃຈງ່າຍ
ບໍ່ໜ້າເລີຍຊາຍດັ່ງເຈົ້າ                ຫູເບົາໃບ້ບອດສະໝອງ "

ບົວສະບາ ຈຳຕ້ອງ                     ໂຍບນັ່ງເບົາໆ
ແວວຕາເຂົາເປັນປະກາຍ            ກຽດນາງໃນຄຳເວົ້າ
ນາງກັບເຂົາເປັນໃຜແທ້              ທຳວາທີທ້າທ່າ
ໃບໜ້າງາມອ່ອນນ້ອມ                ແຕ່ຄຳເວົ້າບໍ່ຮິ່ນຕອງ

ສຸມາລີ ປະຄອງຂ້າງ                   ແລ້ວເວົ້າຕໍ່ ບົວສະບາ
"
ມາໃກ້ເຮົາດີແລ້ວລະ                ຊິເບິ່ງແຍງດູແລເຈົ້າ "
ພໍໄດ້ຍິນຄຳເວົ້າ                         ມາລາໃຈ ສີໜ້າຫຼ່າ
ນາງຄິດຫາສິ່ງແກ້                      ກັບຄຳເວົ້າທີ່ສຸຂຸມ

"
ຄຳເວົ້າຂ້ອຍ ອາດບໍ່ນຸ້ມດັ່ງຝ້າຍ             ຫຼືແຫຼມດັ່ງປາຍເຂັມ
ແລະບໍ່ ເຜັດ ເຄັມ ຫວານ            ດັ່ງ ພິກ ເກືອ ລຳອ້ອຍ
ຕົວຂອງຮຽມຍັງດ້ອຍ                  ຜະຫຍາຮຽມບໍ່ທັນຄ່ອງ
ສະໝອງຍັງບໍ່ຮອບຮູ້                  ຈຶ່ງຫຼົງເວົ້າໃຫ້ເພິ່ນຊັງ "

ມາລາໃຈ ກ່າວຢັ້ງ                      ສະເໜີເພດເຍົາໄວ
ຄິດເສຍໃຈໃນຕົນເອງ                 ທີ່ກ່າວຈາສັນນັ້ນ
ມັນບໍ່ສົມຄວນແທ້                       ຈະແນຄຳແຄ້ນຄ່າ
ຫຼົງຮັກເຂົາເຮົາບໍ່ໜ້າ                  ວາຈາເວົ້າລົບລູ່ໃຈ

"
ຂໍອະໄພໂທດດ້ວຍ                   ທີ່ຂ້ອຍກ່າວບໍ່ເໝາະສົມ
ກ່າວທະນົງແນວຄິດ                   ບໍ່ໄຄ່ຄວນຄຳເວົ້າ
ຫວັງວ່າ ບົວສະບາ ເຈົ້າ              ອະໄພເຮົາມາດມຸ່ງ "
ໄມຕີປຸງແຕ່ງຕ້ອນ                      ເສີມຊ້ອນສົ່ງຈາກນາງ

ໃນແວວຕາອ້າງວ້າງ                   ລອຍເລື່ອນເໝືອນຕຳນິ
ນາງຕໍ່ຕິຕົວນາງ                         ທີ່ກ່າວຄຳບໍ່ຄວນໃຊ້
ແວວຕານາງທຳໃຫ້                    ບົວສະບາ ຄິດງໍ້ງ່ຽງ
ຈິດໃຈເຄີຍທ່ຽງໝັ້ນ                    ສະເທືອນທໍ້ຜໍ່ຜະຫຍອງ

ສາຍຕານາງສົ່ງຟ້ອງ                  ຊີ້ປ່ອງໃຈປະສົງ
ບອກບົ່ງໃນຄວາມຫວັງ               ທີ່ນາງປອງໄວ້
ເຮັດໃຫ້ ຫົວໃຈ ບົວສະຍາ ເຕັ້ນ   ເປັນທຳນອງທີ່ແຕກຕ່າງ
ວັນນີ້ເຂົາສ່າງພໍ້                          ສາຍຕາຊຶ້ງແຫ່ງໃຈ

"
ຕົວຂ້ອຍນີ້ບໍ່ໄດ້                        ແຄ້ນຄັ່ງໃນໃຈ
ຂ້ອຍໄດ້ຟັງສຳນຽງ                     ຈາກສຽງຂອງເຈົ້າ
ທຳໃຫ້ຫາຍຄວາມເສົ້າ               ບັນເທົາຄວາມວ້າງເວ່
ເປັນບຸບເພດອກໄມ້                     ຫອມຊຶ້ງຊື່ນໃຈ

ເຈົ້າຊ່າງສະຫຼາດໃຊ້                   ວາທະສາດຄົມແຫຼມ
ສ່າງແຖມຄຳຄົມຫວານ               ຫວ່ານອອຍຄອຍໃຊ້
ຢາກເຫັນເດຫົວໃຈເຈົ້າ              ເອົາຫຍັງນໍມາປັ້ນແຕ່ງ
ຈຶ່ງສ່າງແປງປາກເວົ້າ                 ຫວານສົ້ມຂື່ນເຄັມ ໄດ້ນໍ "

ບົວສະບາ ເຕັມໃຈເວົ້າ                ໂຕ້ຕອບນິດໆ
ເພາະຄິດເຖິງໄມຕີ                      ຊິເສື່ອມໂຊມເຊົາຊຶ້ງ
ເຂົາຈຶ່ງຫາຄຳເວົ້າ                      ວອນຖະໜອມນ້ອມສົ່ງ
ຈຸດປະສົງເພື່ອສ້າງ                     ງໄວ້ເພື່ອງ່າຍເດີນ

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສຸມາລີ ອວ່າ​ໜ້າ                      ມາ​ເບິ່ງ ມາລາ​ໃຈ
ນາງຢາກ​ໄຂ​ຄວາມ​ໃນ                ອອກມາ​ໃຫ້​ຫວນ​ຮູ້
ວ່າ​ເຂົາ​ເປັນ​ຊາຍ​ຊູ້           ໃນ​ໃຈ​ນາງ​ຢ່າງ​ແນ້ວ​ແນ່
ຢາກດູ​ແລ​ຢູ່​ໃກ້                           ຄຽງຂ້າງ​ຄູ່​ສູ່​ວັນ

ນາງຢາກ​ບອກ​ສິ່ງ​ເຫຼົ່າ​ນັ້ນ           ອອກມາສູ່ ມາລາ​ໃຈ
ບອກຄວາມ​ໃນ​ຂອງ​ອົກ               ວ່າຮັກ​ຊາຍຄົນ​ນີ້
ນາງຢາກ​ມີ​ຄຳ​ເວົ້າ                      ກັບ ມາລາ​​ໃຈ ໃຫ້​ຮູ້​ວ່າ
ດວງອຸລາ​ນາງ​ຈ່ອງ​ແລ້ວ             ບໍ່ວາງ​ໃຫ້​ຜູ້​ອື່ນ​ໄປ

ດ້ວຍຫົວ​ໃຈ​ນາງ​ແລ້ວ                 ນາງຢາກ​ກ່າວ​ໃຫ້​ມັນ​ນັກ
ກ່າວອອກ​ມາ​ເຖິງ​ຄວາມ​ຮັກ         ທີ່ມີ​ຢ່າງ​ນອງ​ລົ້ນ
ກ່າວ​ໃຫ້​ຄົນ​ເຂົາ​ຮູ້                       ຫົວ​ໃຈ​ນາງ​ໄດ້​ຈັບ​ຈ່ອງ
ໃຈນາງ​ປອງ​ໜ່ຽວໝັ້ນ                ກັບ​ເຂົາ​ນັ້ນ​ຢ່າງ​ແນ່​​ໃຈ

ແຕ່​ແລ້ວ ນາງ​ໄດ້​ພຽງ​ຄິດ​ໄວ້        ຊ້ອນ​ເຊື່ອງ​ໃນ​ດວງ​ໃຈ
ນາງຈຶ່ງ​ເກັບ​ຄວາມ​ໃນ         ໃສ່ຊວງ​ຕົນ​ໄວ້
ບໍ່​ໃຫ້​ ມາລາ​ໃຈ ຮູ້                       ວ່າ​ໃຈ​ນາງ​ຮັກ​ເຂົາ​ແນ່
ເພື່ອພິສູດ​ຮັກ​ແທ້                        ນາງນັ້ນ​ຄິດ​ຢາກ​ລອງ

"
ຕົວ​ຂ້ອຍ ບໍ່ມີ​ຫຍັງ​ຂັດຂ້ອງ        ຕາມ​ແຕ່​ຕົວ​ເຂົາ
ພວກ​ເຮົາ ເປັນ​ຜູ້ຍິງ​ຄື​ກັນ             ບໍ່ຮູ້​ໃຈ​ເຂົາ​ໄດ້
ເຂົາພໍ​​ໃຈ​ໃຜ​ນັ້ນ             ເປັນ​ຈຸດ​ສໍາຄັນ​ກວ່າ
ຖ້າວ່າ​ເຂົາ​ຮັກ​ຂ້ອຍ​ແລ້ວ             ຕົວ​ເຈົ້າ​ຕ້ອງ​ປ່ຽນ​ໃຈ "

"
ມັນ​ກໍ່​ຍັງ​ບໍ່​ແນ່​ໄດ້                      ທີ່ຈະ​ກ່າວ​ສະຫຼູ​ບຜົນ
ແນວຄິດ​ຂອງ​ຄົນ​ເຮົາ                  ທຸກໆ​ວັນ​ປ່ຽນ​ແປງ​ໄດ້ "
"
ໜ້າສົນ​ໃຈ​ຄຳ​ເຫັນ​ເຈົ້             ເປັນ​ຄວາມ​ຈິງ​ທີ່​ກະຈ່າງ
ທຸກຢ່າງ​ໃນ​ໂລກ​ນີ້                      ລ້ວນ​ເປັນ​ເລື້ອງ​ບໍ່​ແນ່ນອນ "

"
ດັ່ງ​ບົດ​ສອນ​ກ່າວ​ໄວ້                 ທຸກສິ່ງ​ອະ​ນິຈັງ
ຄວາ​ມທ່ຽງ​ແທ້​ຍັງ​ບໍ່​ມີ         ໃຫ້ອໍາ​ມະຕະ​ໄດ້ "
ມາລາ​ໃຈ ຈາ​ເວົ້າ            ເອົາທໍາ​ເຂົາ​ມາ​ວ່າ
ສິ່ງທໍາ​ມະ​ສອນ​ສັ່ງ​ໄວ້         ເ​ປັນ​ເລື້ອງ​ໜ້າ​ຮິ່ນຕອງ

ແລ້ວສອງ​ສາວ​ກໍ່​ຍິ້ມ                   ຮັບວ່າ​ກັບ​ຄຳ​ສອນ
ສິ່ງ​ແນ່ນອນ ຄືຄວາມ​ບໍ່​ແນ່ນອນ   ຊ່າງອະນິຈັງ​ແທ້
ແມ່ນ​ແຕ່​ແປວ​ກະ​ແສ​ນໍ້າ       ໄຫຼ​ແຮງ​ຍັງ​ຕັນ​ຢູ່
ນັກປາດ​ແສນ​ຮໍ່າ​ຮູ້                      ຍັງຜິດ​ໄດ້​ດັ່ງ​ກັນ

ສຸມາລີ ຫັນໜ້າ                          ມາເວົ້າຕໍ່ ມາລາໃຈ
"
ເຈົ້າຮູ້ເຂົາດົນປານໃດ               ຈິ່ງຢາກເປັນແຟນນີ້ "
ມາລາໃຈ ມີຮອຍຍິ້ມ                   ສາຍຕາຫວານແລ້ວຕອບວ່າ
"
ຂ້ອຍນີ້ຫາກໍ່ຮູ້                          ສອງສາມມື້ທີ່ພົບກັນ

ແຕ່ຂ້ອຍເຫັນເຂົານັ້ນ                  ມີຫຼາຍຢ່າງຕິດໃຈເຮົາ
ເລີຍຄິດ ຢາກໄດ້ເຂົາມາເປັນແຟນ ເຫດຜົນມີພຽງນີ້ "
ສຸມາລີ ແນມໜ້າ                        ໃນໃຈກໍ່ຄິດວ່າ
'
ໜ້າຕາງາມທ່ຽງແທ້                  ແຕ່ໃຈນັ້ນງ່າຍໄປ '

ພິທີກອນນັ້ນໄດ້              ປະກາດກ່າວປິດພິທີ
ສຸມາລີ ຈາຊວນ                          ໝູ່ຄູ່ນາງຄຽງໃກ້
ມາລາໃຈ ຫົວຍິ້ມ                       " ຂໍໄປນຳໄດ້ບໍ່ ? "
"
ຂ້ອຍກໍ່ພວມຊິເວົ້າ                    ຊວນເຈົ້າຢູ່ນີ້ໜາ "

ສຸມາລີ ຫົວຍິ້ມ                           ພ້ອມພໍ່າ ມາລາໃຈ
"
ເຮົາພາກັນໄປເທາະ                 ໝູ່ຊິໄປໝົດແລ້ວ "
ສຽງ​ແຊວໆ​ຍັງ​ກ້ອງ                    ລົມກັນ​ດັງ​ສະ​ນັ່ນ
ເວົ້າ​ເລື່ອງ​ນີ້​ເລື່ອງ​ນັ້ນ                  ພໍ​ໄດ້​ຮັບ​ຟັງ

ພວກນາງ​ມາ​ນັ່ງ​ຫຼິ້ນ          ແຖວຮົ່ມ​ຝາງ​ແດງ
ດອກ​ເບັ່ງ​ບານ​ແຊມ​ກົກ               ເຮື່ອ​ເຮືອງ​ເຕັມ​ຕົ້ນ
ປະປົນ​ກັບ​ໃບ​ໄມ້                        ພວມຂຽວງາມ​ອຸ່ມ​ທຸ່ມ
ໃຕ້ຮົ່ມ​ສາວ​ນັ່ງ​ຈຸ້ມ           ຈາຫຼິ້ນ​ມ່ວນ​ຫົວ

ສຽງ​ເນືອງ​ນົວ​ນາດ​ນ້ອມ              ປາກຄ່​ອງສຽງ​ໃສ
ເວົ້າ​ເລື່ອງ​ຊາຍ​ຄົນ​ໃດ​ນໍ               ຈິ່ງມ່ວນ​ໃຈ​ປານ​ນີ້
ບາງຄັ້ງ​ມີ​ຮອຍ​ຍິ້ມ                      ສຽງ​ໂຮ​ນຳ​ດັງ​ສະ​ນັ່ນ
ເລົ່າ​ເລື່ອງ​ນີ້​ເລື່ອງ​ນັ້ນ                  ປະສົມ​ເຂົ້າ​ໃສ່​ກັນ

ມີຊາຍ​ຄົນ​ໜຶ່ງ​ນັ້ນ                       ພວມຍ່າງ​ເດີນ​ມາ
ສາຍຕາ​ຂອງ​ສາວໆ                    ຕ່າງກໍ່​ແຍງ​ຊົມ​ຍ້ອງ
ສາວອ້ວນ​ມອງ​ເຫັນ​ແລ້ວ            ຕີງຫາງ​ຕາ​ໃສ່​ພວກ​ໝູ່
"
ມີ​ໃຜ​ຮູ້​ບໍ່​ນີ້                               ຊາຍ​ຄົນ​ນັ້ນ​ຊື່​ຫຍັງ ? "

ທຸກຄົນ​ໄດ້​ຟັງ​ແລ້ວ                     ກໍ່ຍິ້ມ​ຕໍ່​ຢ່າງ​ຈິງ​ໃຈ
"
ເຈົ້າ​ໄປ​ນອນ​ຢູ່​ໃສ​ລະ                ຈິ່ງ​ເລົ່າ​ຖາມ​ຊຸ​ມຂ້ອຍ "
ມາລາ​ໃຈ ປ່ອຍ​ຮອຍ​ຍິ້ມ ຈິງ​ໃຈ​ບອກ​ບົ່ງ
ທິບພະ​ວົງ ຕົວ​ອ້ວນໆ                 ກໍ່​ເລີຍ​ຍິ້ມ​ເພື່ອ​ລຶບ​ອາຍ

ສະບາຍ​ດີ ! ສຽງ​ກ່າວ​ຂຶ້ນ ຈາກຊາຍ​ທີ່​ພວມ​ມາ​ເຖິງ
ເຂົາ​ເບິ່ງສາວ​ໃນ​ວົງ           ແລ້ວປ່ອຍ​ໃຈ​ໄຂ​ແຍ້ມ
ມາລາ​ໃຈ ແນມ​ໜ້າ                    " ກະລຸນາ​ເຊີນ​ນັ່ງ
ມັກບ່ອນ​ໃດ​ຕາມ​ແຕ່​ເຈົ້າ             ພວ​ກ​ເຮົາ​ນັ້ນ​ບໍ່​ຂີນ "

ພໍ​ເມື່ອ​ເຂົາ​ໄດ້​ຍິນ​ແລ້ວ                ນັ່ງຂ້າງ​ບ່ອນ​ ມາລາ​ໃຈ
ພ້ອມທັງ​ໄຂ​ວາຈາ                      ຕໍ່​ພວກ​ນາງ​ນິດ​ໜ້ອຍ
"
ນາມ​ມະກອນ​ຂອງ​ຂ້ອຍ            ບົວສະບາ ເປັນ​ຊື່
ພວກ​ເພື່ອນ​ຄື​ຊິ​ຮູ້                        ໝົດ​ແລ້ວ​ທຸກໆ​ຄົນ ຕິບໍ ? "

ມາລາ​ໃຈ ຮອຍ​ຍິ້ມ​ພົ້ນ         ໃຫ້​ແກ່ ບົວ​ສະບາ
"
ຂໍ​ສະ​ແດງ​ຄວາມ​ຍິນ​ດີ               ທີ່ຮູ້​ກັນ​ກັບ​ເຈົ້າ "
ມາລາ​ໃຈ ຈາ​ເວົ້າ            ໄຂ​ໄມຕີ​ໄວ້​ກ່ອນ
ບົວສະບາ ຈຶ່ງ​ກ່າວ​ຕ້ອນ              ວອນ​ເວົ້າ​ລ່ອງ​ຄໍ

"
ເຮົາ​ກໍ່​ຍິນ​ດີ​ດ້ວຍ                      ດອມໝູ່​ສາວ​ສວຍ
ທີ່ຊ່ວຍ​ຊວນ​ຕົວ​ເຮົາ                   ຮ່ວມວົງ​ວາຈາ​ເວົ້າ
ຮ່ວມສາວໆ​ມີ​ຮອຍ​ຍິ້ມ        ໄຍສະ​ເໜສວຍ​ສະຫງ່າ
ພຽງຂ້ອຍ​ມາ​ພົບ​ຍິ້ມ                    ຍັງຫວານ​ຊຶ້ງຊໍ່າ​ໃຈ "

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ມາລາໃຈ ຮອຍຍິ້ມພົ້ນ                ເມື່ອມາມໍ່ ສຸມາລີ
"
ຂ້ອຍຍິນດີຢາກມາລົມ              ເພື່ອຮູ້ກັນກັບເຈົ້າ "
ມາລາໃຈ ຈາເວົ້າ                       ໄຂຄຳຂຶ້ນກ່ອນ
"
ກະລຸນານັ່ງບ່ອນນີ້ "                 ພວກນາງຍິ້ມຕໍ່ກັນ

"
ເຈົ້ານັ້ນຮຽນເກັ່ງນີ້                    ຄິດອ່ານສະໝອງໄວ "
ສຸມາລີ ຈາໄຂ                             ຍ້ອງນາງໃນຕອນຕົ້ນ
"
ຜູ້ສົນໃຈສະແຫວງຮູ້                 ໝົດທຸກຄົນສາມາດເກັ່ງ
ບໍ່ແມ່ນ ຮອດມື້ເສັງຈຶ່ງຄົ້ນຄວ້າ     ຫຼືລໍຖ້າກ່າຍເອົາ

ຂໍອະໄພຖ້າຂ້ອຍເວົ້າ                  ຫາກຖືກບ່ອນໃຈດຳ
ເຮົາຄ່ອຍຈຳຫວນຄິດ                 ແຕ່ລະວັນນິດໜ້ອຍ
ຄ່ອຍໆຮຽນໄປເລື້ອຍ                  ຫຼາຍວັນຫາກຊິເກັ່ງ
ຮອດມື້ເສັງ​ເພີ່​ມຄົ້ນຄວ້າ ເສັງໄດ້ຜ່ານສະບາຍ

ບໍ່ແມ່ນເຮົາໃສ່ຮ້າຍ                     ໃດໝູ່ ນີ້ຄວາມຈິງ
ເຖິງວ່າເຮົາເປັນຍິງ                     ກໍ່ເກັ່ງທຽມຜູ້ຊາຍໄດ້
ພຽງແຕ່ໃຈເຮົາຕັ້ງ                      ຍາມຮຽນຕ້ອງຈົດຈໍ່
ພໍຍາມຫວ່າງຢູ່ບ້ານ                    ເຮົານັ້ນກໍ່ອ່ານຄືນ

ພະຍາຍາມອ່າລຶ້ມ                    ຫາກຄ່ອຍຈື່ໄປເອງ
ຮັບຮອງໃນວັນເສັງ                     ຜ່ານສະບາຍຫາຍຮ້ອນ
ບໍ່ແມ່ນຈາສອນເຈົ້າ                    ເຮົາທຳຢ່າງທີ່ວ່າ "
"
ປານນັ້ນ ຍັງມີຄົນເກັ່ງກວ່າເຈົ້າ ເຂົາຮຽນຮູ້ຈັ່ງໃດ ? "

ມາລາໃຈ ໄຂຍິ້ມ                        ແລ້ວເວົ້າຕໍ່ ສຸມາລີ
"
ຂ້ອຍບໍ່ມີຄຳເຫັນ                      ເພາະຂ້ອຍເປັນທີສອງນີ້ "
ສຸມາລີ ຫົວຍິ້ມ                           ວາຈາໃຫ້ເຂົ້າທ່າ
"
ຂ້ອຍບໍ່ໄດ້ວ່າເຈົ້າ                     ແຕ່ເຮົາເວົ້າເລື່ອງຈິງ "

ສອງຍິງສາແນມໜ້າ                ແລ້ວຍິ້ມຕໍ່ຢ່າງສຸກໃຈ
"
ບົວສະບາ ໄປໃສ                      ຂ້ອຍຍ່າງມາເຫັນລົມເຈົ້ ? "
"
ຄິດວ່າເຮົາຫວນຮູ້                    ຕົວເຂົາໄປທຸກທີ່ ?
ເຂົາຍ່າງໜີຈາກຂ້ອຍ                 ບໍ່ເຫັນເວົ້າກ່າວຫຍັງ "

ມາລາໃຈ ຟັງນາງເວົ້າ                ແລ້ວຍິ້ມຕໍ່ຫວານໆ
"
ຂ້ອຍຕ້ອງການຮູ້ຈັກລາວ          ເຈົ້າແນະນຳໄດ້ບໍນີ້ ? "
ສຸມາລີ ຫົວຍິ້ມ                           ແນມນາງແລ້ວເວົ້າວ່າ
"
ເຈົ້າກ້າຫານຢູ່ແລ້ວ                  ໃນເລື້ອງຄົບຫາ "

"
ແຕ່ວ່າຂ້ອຍບໍ່ກ້າ                      ຈະໄປເອີ່ຍກັບເຂົາ
ແນະນຳເຮົາຈັກນິດ                    ອາດຊິດີໃດເຈົ້າ "
ຫຼັງຈາກ ມາລາໃຈ ເວົ້າ               ສຸມາລີ ຫົວຄ່ອຍໆ
"
ຂ້ອຍກໍ່ເຫັນພວກເຈົ້າ               ຫົວຍິ້ມໃສ່ກັນ

ບໍ່ວ່າຕົວເຈົ້ານັ້ນ                         ບໍ່ກ້າເອີ່ຍກັບເຂົາ "
"
ກໍ່ເຮົາຍັງເກງໃຈໂຕ                  ຊິເຂົ້າໄປຈາເວົ້າ "
"
ເລີຍເອົາເຮົາເປັນຂົວຂ້າມ         ຫຼືພາຍເຮືອເຂົ້າໄປສົ່ງ
ຫວັງວ່າ ແຂ້ສົ່ງໝາຂ້າມນ້ຳ        ວິດແລ້ວຂີ້ໃສ່ດັງ "

ມາລາໃຈ ຟັງນາງເວົ້າ                ແລ້ວຍິ້ມຕໍ່ຫວານໆ
"
ຂ້ອຍບໍ່ຫານເນລະຄຸນ               ຜູ້ເຮັດດີກັບຂ້ອຍ
ບໍ່ວ່າຊິໃຈນ້ອຍ                           ຫວງກິນຢ້ານບໍ່ອີ່ມ "
ແລ້ວສອງສາວກໍ່ຍິ້ມ                   ຫົວຂຶ້ນຢ່າງຖືກໃຈ

"
ຊັ້ນເຈົ້າຊິໃຫ້ຂ້ອຍ                    ແນະນຳວ່າແນວໃດ ? "
"
ເຈົ້າກັບເຂົາເປັນໃຜ                  ແນະນຳກ່ອນແມນີ້ "
ມາລາໃຈ ນາງຈີ້                         ເຈາະໃຈເຂົ້າໄປກ່ອນ
ສຸມາລີ ຈຳຕ້ອງຊ້ອນ                   ຄວາມໃນນັ້ນໄວ້ໃຫ້ດີ

"
ລະຫວ່າງ​ພວກ​ເຮົາ​ນີ້                ກໍ່​ເປັນ​ເພື່ອນ​ທຳ​ມະ​ດາ
ດັ່ງ​ເຈົ້າ​ເຫັນ​ນັ້ນ​ລະ                     ມັກຢອກ​ຕົວ​ຫົວ​ຫຼິ້ນ "
"
ແຕ່​ຂ້ອຍ​ຍິນ​ບາງ​ຄົນ​ເວົ້າ           ເປັນ​ແຟນກັນ​ນີ້​ນ່າ "
ມາລາ​ໃຈ ກ່າວ​ເວົ້າ           ເຈາະຈີ້ມ​ສິ່ງ​ຖາມ

"
ຄັນ​ເວົ້າ​ຕາມ​ຄວາມ​ຈິງ​ແລ້ວ      ເຮົາ​ເປັນ​ເພື່ອນ​ສະໜິດ​ກັນ
ສິ່ງຜູກ​ພັນ​ທາງ​ໃຈ                      ກໍ່ອາດ​ມີ​ນິດ​ໜ້ອຍ
ເປັນ​ພຽງ ຄວາ​ມຮູ້ສຶກ​ຂອງ​ຂ້ອຍ ເຂົາບໍ່​ເຄີຍ​ຮັບ​ຮູ້​ເທື່ອ "
"
ຂ້ອຍ​ຈະ​ລອງ​ເຊື່ອ​ເຈົ້າ              ກັບຄຳ​ເວົ້າ​ວ່າ​ເພື່ອນ​ກັນ "

"
ສະ​ແດງ​ວ່າ​ເຈົ້າ​ນັ້ນ                   ບໍ່ຍອມ​ເຊື່ອ​ສິ່ງ​ເຮົາ​ຈາ ? "
"
ຂ້ອຍ​ກໍ່​ພວມ​ພະຍາຍາມ       ເພື່ອ​ເຂົ້າ​ໃຈ​ສິ່ງ​ຈາ​ເວົ້າ "
"
ຂ້ອຍ​ຮູ້​ດີ​ວ່າ​ຕົວ​ເຈົ້າ                  ສະໝອງ​ໄວ​ຮັບ​ຮູ້​ງ່າຍ
ມີສາຍຕາ​ທີ່​ຄິດ​ຄົ້ນ           ເຫັນ​ແລ້ວ​ກໍ່​ເຂົ້າ​ໃຈ "

"
ເຈົ້າ​ຍ້ອງ​ເຮົາ​ເກີນ​ໄປ​ແລ້ວ        ຄວາ​ມ​ໂງ່​ຂ້ອຍ​ມີ​ຫຼາຍ
ເປັນ​ຕົ້ນ​ເລື່ອງ​ຜູ້​ຊາຍ                   ຢາກ​ເຂົ້າ​ໃຈ​ຈິງ​ແທ້ "
ສຸມາລີ ແລ​ໜ້າ                           ແນມຕາ​ແລ້ວ​ເວົ້າ​ຕໍ່
"
ຂ້ອຍ​ກໍ່​ວ່າ​ຢ່າງ​ເຈົ້າ                   ຜູ້ຊາຍ​ນີ້​ຍາກ​ເຂົ້າ​ໃຈ "

"
ຊັ້ນ​ເຈົ້າ​ກໍ່​ເຄີຍ​ຮ້ອງ​ໄຫ້             ຫຼາຍໆ​ເທື່ອ​ເພາະ​ຕົວ​ເຂົາ "
ນາງ​ເວົ້າ​ເຈາະ​ທາງ​ໃນ         ເພື່ອຊອກ​ເອົາ​ຄວາມ​ຈິງ​ໄວ້
ສຸມາລີ ໄຂ​ຍິ້ມ               ເບີ​ຍອາລົມ​ອອກ​ນິດ​ໜ່ອຍ
"
ເຫດຜົນ​ໃດ​ຂ້ອຍ​ຊິ​ໄຫ້             ພວກ​ເຮົາ​ນັ້ນ​ເພື່ອນ​ກັນ "

ມາລາ​ໃຈ ສຸກ​ສັນ​ຍິ້ມ                   ແລ້ວ​ເວົ້າ​ຕໍ່ ສຸມາລີ
"
ຖ້າ​ຂ້ອຍ​ມີ​ຈຸດປະສົງ                 ຢາກພົບ​ເຂົາ​ເປັນ​ແຟນນີ້
ເຈົ້າຈະ​ມີ​ຄວາມ​ເສົ້າ          ເຫງົາ​ໃນ​ໃຈ​ຫຼື​ບໍ່ ? "
ທັງນັ່ງ​ລໍ​ຈົດ​ຈໍ່​ຕັ້ງ                        ຟັງຄຳ​ເວົ້າ​ທີ່​ຕອບ​ມາ

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຫຼາຍຄົນຕ່າງກໍ່ເວົ້າ                     ຕອບຕໍ່ເປັນສຽງດຽວ
"
ສອງຖ້ຽວຄົນທຳອິດ                  ແລະຜູ້ທີສອງນັ້ນ
ຄົນທີ່ສາມ ຂະຫຍັນໜ້ອຍ           ຂົນໄປໄດ້ຖ້ຽວໜຶ່ງ "
ແລ້ວອາຈານຈຶ່ງຍິ້ມ                    ຈາຂຶ້ນ " ເກັ່ງທຸກຄົນ

ແຕ່ວ່າຜົນທີ່ໄດ້                          ຄິດໄລ່ແນວໃດ ? "
ບໍ່ມີໃຜພໍຄົນ                               ກ້າອ້າງໃນວິທີແກ້
ມີແຕ່ ບົວສະບາ ອ້າງ                  ເອົາບົດຂຽນໄປໃຫ້ເບິ່ງ
ອາຈານເຍິງເຈ້ຍຂຶ້ນ                   ແລ້ວຈາເວົ້ " ນ້ອງເກັ່ງຫຼາຍ

ບົດເລກແກ້ງ່ານີ້                       ວິທີໄລ່ມີຫຼາຍ
ພວກມໍປາຍມໍຫົກ                       ອາດຊິຕົກໝົດຊັ້ນ
ເພາະວ່າພາກັນແກ້                     ຕາມວິທີທີ່ຍາກກວ່າ
ສາມຕົວລັບ ສົມຜົນກຳນົດບໍ່ໄດ້    ພາກັນແກ້ໄລ່ຈັ່ງໃດ ? "

ພໍທຸກຄົນໄດ້ເບິ່ງແລ້ວ                 ເລກງ່າຍໆຍັງເຈັບຫົວ
ພາກັນມົວເມົາຄິດ                       ໄລ່ຈົນເຕັມເຈ້ຍ
ສຸດທ້າຍມາເສຍໜ້າ                   ເດັກມໍສາມຮູ້ດີກວ່າ
ຮຽນຂຶ້ນຫ້ອງລ້າໆ                      ຄວາມຮູ້ໂລດບໍ່ມີ

"
ບັດນີ້ຖາມຂໍ້ທ້າຍ                      ໄລ່ງ່າຍໆມັນໆ
ຈົ່ງພາກັນຟັງຄຳຖາມ                  ແລ້ວຈຶ່ງຂຽນວິທີແກ້
'
ລົດບີບແກຄົນຂຶ້ນ                     ຊາຍລື່ນຍິງສາມເທື່ອ
ພໍເມື່ອລົດຈອດປ້າຍ                    ຊາຍລົງຫ້າຍິງຂຶ້ນສອງ

ພໍລອງນັບອີກຄັ້ງ                        ຜູ້ຊາຍລື່ນສາມຄົນ
ຖາມວ່າຄົນໂດຍສານ         ຂຶ້ນທຳອິດຈັກຄົນນີ້ ? "
ມາລາໃຈ ມີຮອຍຍິ້ມ                   " ຮຽນອາຈານ ນ້ອງຕອບວ່າ
ຄົນຂີ່ມາກ່ອນຈອດປ້າຍ              ຊາວຄົນແທ້ແນ່ນອນ "

ສາຍຕານາງສົ່ງຢ້ອນ                  ແນມມາເບິ່ງ ບົວສະບາ
ຍິກຫາງຕາເບົາໆ                       ຍິ້ມໃສ່ເຂົານິດໜ້ອຍ
ສຸມາລີ ຄອຍຈ້ອງ                       ຂີນຕາເອົາແທ້ວ່າ
ບົວສະບາ ກໍ່ຍິ້ມ                         ນິດໜ້ອຍສົ່ງຄືນ

ສຸມາລີ ຂົມຂື່ນເນື້ອ                     ກັບພາບຖັ່ງດວງໃຈ
ນາງເດ່ມືໄປບິດຂາ                     ເຮັດໃຫ້ຕົວເຂົາຮ້ອງ
ບົວສະບາ ແນມມອງໜ້າ             ສົບຕາແລ້ວເວົ້າວ່າ
"
ບິດຂາຂ້ອຍເຊັ່ນນີ້                    ຫວງຂ້ອຍແມ່ນບໍ ? "

ສຸມາລີ ບໍ່ຊ້າ                               ບິດຕໍ່ທັນທີ
"
ຂ້ອຍເຈັບໃດ ສຸມາລີ                 ເຈົ້າຈົ່ງເຊົາຢ່າບິດຂ້ອຍ "
ເຂົາປ່ອຍວາຈາເວົ້າ                    ວອນນາງຢ່າງຄ່ອຍໆ
ນາງປ່ອຍມືອອກແລ້ວ                 ຕາເລັງຈ້ອງໃສ່ເຂົາ

ນາງຄ່ອຍວາຈາເວົ້າ                   ອ່ອນໆຫວານໆ
"
ແມ່ນໃຜຫວະອຸທານ                ວ່າຢ່າບິດຂາຂ້ອຍ
ພຽງຂ້ອຍຊູນນິດໜ້ອຍ                ທຳມາຍາອ້ອນອິ່ນ
ທັງແຜ່ນດິນຍົກຍ້ອງ                   ຜູ້ຊາຍກ້າແກ່ນແຂງ

ແຕ່ເຈົ້າ ມາສະແດງໃຫ້ຕົວຂ້ອຍ ເຫັນຈຸດອ່ອນຄວາມເປັນຊາຍ
ເຈັບນິດດຽວບໍ່ເຖິງຕາຍ               ກໍ່ໜ້າອົດທົນໜ້ອຍ
ເຮັດສຳອອຍແນວນີ້                    ເສຍສັກສີໝົດຄ່າ
ຂ້ອຍວ່າ ເຈົ້າສົມຄວນໄປນຸ່ງສິ້ນ ຖ້າໃຈເຈົ້າອ່ອນແອ "

ບົວສະບາ ແລດູໜ້າ                    ບໍ່ເວົ້າວ່າຄຳໃດ
ເຂົາຮູ້ສຶກບໍ່ພໍໃຈ                         ຕໍ່ຄຳນາງຫຍາມເວົ້າ
ກໍ່ເພາະເຮົາເຫັນເຈົ້າ                  ສະໜິດກັນມາກກວ່າ
ຂ້ອຍຈຶ່ງວ່າເຊັ່ນນີ້                       ແຕ່ຕົວເຈົ້າຄິດຫຼາຍ

ເລີຍເຫັນຂ້ອຍໃນແງ່ຮ້າຍ           ໄຮ້ຄ່າສັກສີເສຍ
ກາຍເປັນຊາຍຈິດເພຍ                ອ່ອນແອໃຈທໍ້
ຂ້ອຍກໍ່ສຳອອຍຫຼິ້ນ                     ພຽງລົມກັນເທົ່ານີ້ນ່າ
ຍັງຕູ່ຫາຂ້ອຍໄດ້                        ໃຫ້ເປັນເລື້ອງເສື່ອມສິນ

ຂ້ອຍໄດ້ຍິນເຈົ້າເວົ້າ                   ປະນາມດ່າຄວາມເປັນຊາຍ
ເຫັນຂ້ອຍໝົດຄວາມໝາຍ          ຢູ່ໃນສາຍຕາເຈົ້າ
ຕໍ່ແຕ່ນີ້ ຂ້ອຍຈະບໍ່ຈາເວົ້າ            ຄຳອ່ອນແອໃຫ້ເຈົ້າວ່າ
ຈະບໍ່ທຳທ່າຂີ້ອ້ອນ                     ໃຫ້ຕົວເຈົາມິ່ນຫຍາມ

ບົວສະບາ ສຸດຫັກຫ້າມ               ຕໍ່ຄຳກ່າວຂອງນາງ
ເຂົາລຸກຍ່າງອອກຫ້ອງໄປ           ບໍ່ກ່າວລາພໍນ້ອຍ
ສຸມາລີ ຄອຍແນມຈ້ອງ                ທັງໃຈກໍ່ຄິດວ່າ
'
ບໍ່ໜ້າເລີຍຊາຍດັ່ງເຈົ້າ              ຊິໃຈນ້ອຍໄຮ້ເຫດຜົນ '

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

" ອັນນີ້ຂອງຂວັນເຈົ້າ      ຂຶ້ນແກ້ຢູ່ເວທີ "
"
ຂ້ອຍບໍ່ຍິນດີນຳ      ເພາະເຈົ້າເປັນຄົນແກ້ "
ບົວສະບາ ແລດູໜ້າ        ສົບຕານາງທັງຍິ້ມຕໍ່
"
ເຈົ້າບໍ່ເອົາແທ້ບໍ່ນີ້ "       ສາຍຕາເຍີ້ຍໃສ່ນາງ

ສຸມາລີ ປິ່ນຂ້າງ              ຫັນຫຼັງໃສ່ ບົວສະບາ
ທຳທ່າທາງເສີຍໆ           ດັ່ງບໍ່ຍິນເຂົາເວົ້າ
ບົວສະບາ ເອົາມືຍູ້          ຊູນແຂນນາງຄ່ອຍໆ
"
ຕົວເຈົ້າຄຽດໃຫ້ຂ້ອຍ    ເຫດຜົນນັ້ນແມ່ນຫຍັງ ?

ຂ້ອຍກໍ່ຫວັງຢາກໃຫ້ເຈົ້າ ເປັນຄົນເກັ່ງໃນສາຍຕາ
ຂອງຄູບາອາຈານ           ໝູ່ນັກຮຽນໄດ້ເຫັນຮູ້ ''
ນາງຫັນມາດູໜ້າ           ແນມເຂົາແລ້ວເວົ້າວ່າ
"
ກໍ່ມີຄົນວ່າໃຫ້ຂ້ອຍ       ເອົາຄວາມຮູ້ຜູ້ອື່ນໂຊວ "

"
ແມ່ນໃຜໂຄສະນາເຈົ້າ ເວົ້າວ່າໃຫ້ເສຍຫາຍ "
ນາງສົ່ງສາຍຕາແນມ      ໃສ່ຜູ້ຍິງຢູ່ທາງໜ້າ
"
ມາລາໃຈ ຄົນນັ້ນ         ນາງຫຍາມເຮົາເຈົ້າຮູ້ບໍ່ "
"
ເຈົ້າກໍ່ເຮັດບໍ່ເດືອດຮ້ອນ ກໍ່ໝົດເລື້ອງແລ້ວນີ້ໜາ "

"
ກໍ່ນາງວ່າໃຫ້ຂ້ອຍ       'ເຈົ້າກໍ່ເກັ່ງຄືກັນເນາະ '
ແລ້ວສົ່ງສຽງຫົວເລາະ    ເມື່ອຂ້ອຍການກິນີ້
ພ້ອມທັງມີສາຍຕາເຍີ້ຍ   ແນມເຮົາແລ້ວເວົ້າໃສ່
'
ມີຜູ້ບ່າວແກ້ໃຫ້ນີ້         ສຳພໍແລ້ວຈຶ່ງເກັ່ງໜໍ ' "

ບົວສະບາ ບໍ່ເວົ້າ           ພຽງຍິ້ມໃສ່ຫວານໆ
ນາງຮູ້ສຶກລຳຄານ         ຢູ່ໃນຮອຍຍິ້ມ
ນາງຄ່ອຍວາຈາຊິ້ມ       " ລະວັງຕົວໄວ້ກ່ອນ
ບາດເລີກນີ້ຂ້ອຍຊິຢ້ອນ ໄປເວົ້າໃສ່ຄືນ "

ນາງກ່າວຢືນຢັນສູ້         ບໍ່ຍອມອ່ອນຕໍ່ຄົນໃດ
"
ເກັບໃສ່ໃຈໄປຄິດ       ໃຫ້ເໝື່ອຍຫົວເຮັດຫຍັງນີ້
ເຈົ້າກໍ່ຍັງມີຂ້ອຍ           ທີ່ຍັງຄອຍເອົາໃຈໃສ່
ສິ່ງທີ່ຂ້ອຍເຮັດໄດ້        ກໍ່ເໝືອນເຈົ້າຫັ້ນລະໜາ "

"
ແຕ່ນາງວ່າໃຫ້ຂ້ອຍ    ມັນຫຍາມມິ່ນນ້ຳໃຈກັນ ນີ້ນາ "
"
ກໍ່ຊ່າງຕາມມັນເທາະ   ຢ່າຄຽດເລີຍພຽງນີ້
ຄັນເຈົ້າມີຮອຍຍິ້ມ         ຈະໝົດໄປເລື່ອງຄຽດງ່າຍ
ທຳເປັນອາຍຢູ່ໄດ້          ກໍ່ລອງຍິ້ມໃສ່ຂ້ອຍແມ "

ສຸມາລີ ແລໜ້າ             ແລ້ວຍິ້ມຕໍ່ ບົວສະບາ
ນາງຮູ້ສຶກໃນອຸລາ         ເລີ່ມຊື່ນບານນິດໜ້ອຍ
ນາງປ່ອຍສາຍຕານິ້ງ      ຫຼິງເຂົາແລ້ວເວົ້າຕໍ່
"
ຂ້ອຍກໍ່ຍິ້ມແລ້ວນີ້        ຕົວເຈົາຊ່ວຍຂ້ອຍແມ "

"
ເວົ້າແທ້ໃດຍາມຍິ້ມ      ຊ່າງງາມເດັ່ນໃນອຸລາ
ຍິ້ມດົນໆແນ່ແມລະ         ຊິນັ່ງຊົມຕົວເຈົ້າ "
ສຸມາລີ ເອົາມືຍູ້              ຈັບຕົວເຂົາຄ່ອຍໆ
"
ຢ່າມາຍົວະຂ້ອຍຍິ້ມ      ຄົນບ້າໜ້າບໍ່ອາຍ "

"
ເປັນແນວໃດເລື່ອງໂກດຮ້າຍ ຫາຍສວ່າງໃນອາລົມ ແລ້ວຕີ "
ນາງແປງຜົມທີ່ບັງຕາ             ຈາກໜ້ານາງແລ້ວຈາເວົ້າ
"
ແນ່ນອນເຮົາຕ້ອງທຳແທ້      ແຕ່ກັບເມືອຮອດເຮືອນກ່ອນ
ຄົນທີ່ຈະເດືອດຮ້ອນ              ເປັນເຈົ້າບໍ່ແມ່ນນາງ "

"
ເຈົ້າຄິດວ່າຂ້ອຍຢ້ານ      ຄຳຂູ່ເຈົ້າບໍນາງ "
ບົວສະບາ ວາງຄຳ           ເຍີ້ຍນາງແລ້ວຫົວຂຶ້ນ
ສຸມາລີ ຫຶນໃນແຂ້ວ          ທັງສາຍຕາລ້າວໃສ່
"
ອົດດີໃຈ ເມືອຮອດບ້ານ   ຫູເຈົາຊິຢ່ອນຍານ "

"
ເຈົ້າເວົ້າປານກັບຂ້ອຍ      ບໍ່ມີແຂ່ງແຂນຂາ "
"
ເຈົ້າຈະມາລວນລາມ        ຜູ້ອ່ອນແອຫຼືນີ້
ອວດແຕ່ໂຕມີກ້າມ            ລວນລາມເຮົາໄດ້ງ່າຍ
ແຕ່ຂ້ອຍໝາຍຊະນະເຈົ້າ    ອາໃສເລ້ຫຼ່ຽມກົນ "

ບົວສະບາ ຮອຍຍິ້ມພົ້ນ       ແລ້ວເວົ້າຕໍ່ ສຸມາລີ
"
ຟັງແນ່ຕີອາຈານ             ເພິ່ນຖາມຫຍັງຫັ້ນ "
" '
ແກ້ວຢູ່ໃນຂັນນີ້             ທັງໝົດມີ ສິບເກົ້າໜ່ວຍ
ສາມສາວສວຍຊ່ວຍຍ້າຍ     ຂົນແກ້ວອອກໄປ

ຜູ້ທີໜຶ່ງຖືໄດ້                      ເທື່ອສາມໜ່ວຍໃນມື
ຜູ້ທີສອງສາມາດຖື               ສີ່ໜ່ວຍຍໍພໍໜ້າ
ຜູ້ທີສາມຖືຫ້າ                     ຂົນອອກມາຈັດແຈງໃໝ່
ຢູ່ໃນຂັນ ບໍ່ໃຫ້ເຫຼືອແກ້ວຄ້າງ ຜູ້ຈັກຖ້ຽວຈຶ່ງຊິໝົດ ? "

ນັກຮຽນຈົດຂຽນແຕ້ມ      ຄິດໄລ່ຢູ່ງຸບໆ
ບໍ່ເຫັນໃຜສະຫຼູບຜົນ           ເພາະໄລ່ກັນບໍ່ທັນໄດ້
ອາຈານໄຂວາຈາຂຶ້ນ           " ມີໃຜແກ້ໄດ້ບໍ່ ? "
ຫຼາຍຄົນຕ່າງກໍ່ຍິ້ມ              ສະແດງໜ້າແລ້ວແກວ່ງຫົວ

ແນມເຫັນຈົວຍໍມືຂຶ້ນ            ແລ້ວຖາມຕໍ່ອາຈານ
"
ຕັ້ງບວກລົບຄູນຫານ         ໄດ້ແຕ່ພຽງສົມຜົນນີ້
ສ່ວນວິທີຂຽນແກ້                ອາຈານບອກໃຫ້ແນ່ "
ຕ່າງກໍ່ແລເບິ່ງໜ້າ               ແລ້ວຫົວຍິ້ມໃສ່ກັນ

"
ບົດເລກພຼະຂຽນນັ້ນ           ຜູ້ທີໜຶ່ງສາມອິກ ( 3X )
ຜູ້ທີສອງສີ່ອີກະເລັກ ( 4Y )  ແລະຫ້າແຊັດຜູ້ສາມຫັ້ນ ( 5Z )
ບວກເຂົ້າກັນອອກສິບເກົ້າ     ເອົ໋າພາກັນແກ້ເບິ່ງ "
ຍິ່ງໄລ່ເຫິງຍິ່ງບໍ່ໄດ້               ນັກຮຽນນັ້ນແກວ່ງຫົວ

ບົວສະບາ ຄິດຄົ້ນຄວ້າ              ສິ່ງງ່າຍມາຂຽນ
ຕາມບົດຮຽນ ອຸປະຄູນ              ແລະ ທະວີຄູນ ນັ້ນ
ຂຽນເປັນຖັນລົງໄວ້                  ຈຳນວນໃດເໝາະກວ່າ
ຖັນໃດ ຫານຂາດ ສາມ ສີ່ ຫ້າ    ຂຽນໄວ້ຕໍ່ໆລົງ

ຈຸດປະສົງເພື່ອຊິໄດ້             ຄິດໄລ່ປະສົມກັນ
ຖ້າຫາກສາມຈຳນວນໃດ       ບວກກັນອອກສິບເກົ້າ
ກໍ່ຈິ່ງເອົາຈຳນວນນັ້ນ            ເປັນຂອງຜູ່ໜຶ່ງໆ
ແລ້ວຈຶ່ງ ຫານໃຫ້ສາມສີ່ຫ້າ    ກໍ່ເປັນຖ້ຽວທີ່ຂົນ

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

" ຕອບລ່ຽນໄຫຼດີນີ້               ເຊີນມາຮັບຂອງຂວັນ "
ໝູ່ພາກັນຕົບມື                   ຊື່ນຊົມຍິນດີດ້ວຍ
ອາຈານທວາຍຄຳຖາມເພີ້ມ ໄປຫາວິຊາໃໝ່
"
ຜົນບວກສາມມູມໃນ ຂອງຮູບສາມແຈເຫຼົ່ານີ້ ໃຜຮູ້ວ່າເທົ່າໃດ ?

ກະລຸນາຕອບໄດ້ "                                ອາຈານຍ່າງໄປຫາ
"
ເທົ່າກັນ ຮ້ອຍແປດສິບອົງສາ ( 180 ) " ແລ້ວນາງກໍ່ໄຂຍິ້ມ
ອາຈານວາຈາຊິ້ມ                                " ເຫັນດີກັບນາງບໍ່ ? "
ແລ້ວອາຈານກໍ່ຍິ້ມ                               " ຍິນດີດ້ວຍເກັ່ງຫຼາຍ

ກະລຸນາບອກອ້າຍ             ນ້ອງຊື່ຈັງໃດລະ ? "
"
ນ້ອງຊື່ ທິດາພອນ           ຢູ່ມັດທະຍົມຈອມແກ້ວ "
"
ຍັງຫຼາຍແນວຂອງຂວັນນີ້ ມີໃຜຢາກຕອບຕໍ່
ພືດບໍ່ມີດອກນັ້ນ               ໃຜຮູ້ຈົ່ງຕອບໄວ ?' "

"
ຫົວຊຽງໄຄ ຜັກແປ້ນ       ໝາກເດື່ອ ເຄືອຫູເສືອ "
"
ກໍ່ຕອບເກືອ ແປ້ງນົວ       ປາແດກ ຫອມ ກະປິພ້ອມ
ແລ້ວພາກັນໄປອ້ອມ          ນັ່ງເປັນວົງກິນແຄມປ່າ ພຸ້ນໄປ໋
ຕອບມາໄວໃຜທີ່ຮູ້            ເອົ໋ານາງນ້ອຍຕອບເບິ່ງດູ "

"
ຮຽນອ້າຍຄູຕາມນ້ອງຮູ້    ແລະໄດ້ຮໍ່າຮຽນມາ
ມີ ເຊື້ອລາ ໄຄ ເທົາ "         " ເກັ່ງຈິງຄົນນີ້
ເຫດຜົນເດມີບໍນ້ອງ           ອະທິບາຍໄດ້ບໍ່ ? "
"
ມັນແຜ່ເຊື້ອດ້ວຍ ສະປໍ    ແບ່ງຈຸລັງສືບສ້າງ ເປັນເຊື້ອແຜ່ຂະຫຍາຍ "

"
ເກັ່ງຫຼາຍນ້ອງຄົນນີ້       ໃຫ້ຕື່ມອີກຂອງຂວັນ
ກຸ່ມນັ້ນເອົາບໍເກືອ            ໝາກເດື່ອຂາວແຄມນ້ຳ "
ພໍເມື່ອອາຈານຢ້ຳ            ສຽງໂຮດັງສະນັ່ນ
ເຮັດໃຫ້ທົ່ວຫ້ອງນັ້ນ         ມີຮອຍຍິ້ມທົ່ວໆໄປ

"
ບາດນີ້ຂ້ອຍຊິໄດ້         ເອົາອັນໃໝ່ມາຖາມ
ຕ້ອງເຮັດຕາມກະຕິກາ   ທີ່ວາງເອົາໄວ້
ໃຜຕ້ອງການຈະຫຼິ້ນ       ສະເໜີຕົວຂຶ້ນມາກ່ອນ
ມີຫ້າບ່ອນເທົ່ານັ້ນ         ເວລາໜ້ອຍຮີບໆກັນ

ຕາມກະຕິການັ້ນ          ໃຜຕອບກ່ອນຈະຊະນະ
ເອົາລະຟັງຄຳຖາມ        ຕອບໄດ້ພຽງຄົນຄັ້ງ
ເອົາເລກສິບສອງຕັ້ງ       ເອົາເລກຫຍັງມາບວກໃສ່
ເພື່ອໃຫ້ຄຳຕອບນັ້ນ        ຫານເຈັດແລ້ວໃຫ້ອອກສາມ ? ' "

"
ຈຳນວນນັ້ນແມ່ນເກົ້າ   ມາບວກໃສ່ສິບສອງ
ກໍ່ຕ້ອງເປັນຊາວເອັດ      ເມື່ອລວມກັນເຂົ້າ
ເຮົາເອົາມາຫານໃຫ້        ກັບເຈັດຈິ່ງຮູ້ວ່າ
ຄ່າຄຳຕອບທີ່ຖືກແທ້      ຈຳນວນນັ້ນແມ່ນສາມ "

ອາຈານຫົວຍ້າມໆ         ຍິ້ມຢ່າງອາລົມດີ
"
ບາດນີ້ຂໍ້ທີສອງ           ທຸກຄົນຈົ່ງຟັງໄວ້
'
ຈຳນວນໃດຫານຫ້າ     ຜົນອອກມາກຳລັງສີ່
ແລ້ວເອົາຜົນອອກນີ້       ຄູນຫ້າອອກສີ່ຊາວ ? ' "

ພໍອາຈານກ່າວແລ້ວ      ພວກເຂົາກໍ່ສົນທະນາ
"
ຄືວ່າຈຳນວນສິບ        ແລ້ວມາຫານຫ້າ
ໄດ້ອອກມາເປັນຕົວຕັ້ງ   ຄືສອງກໍ່າລັງສີ່
ສິບຫົກຄູນໃຫ້ຫ້ານີ້       ແປດສິບນັ້ນຖືກແນ່ນອນ "

ອາຈານຈິ່ງກ່າວຢ້ອນ       ຕັ້ງຕື່ມຄຳຖາມ
" '
ດອກບົວງາມໃນໜອງ  ໝູ່ຫົງລົງຫຼິ້ນ
ຖ້າພວກມັນຍິນດີດ້ວຍ      ສອງໂຕຊົມດອກໜຶ່ງ
ເຮົາຈຶ່ງເຫັນບົວຢູ່ນ້ຳ         ບານຄ້າງແຕ່ດອກດຽວ

ບາດວ່າຫົງຂາດຄູ່ກ້ຽວ     ລອຍດ່ຽວຊົມບົວ
ຫົງໜຶ່ງຕົວໃນສະ            ຂາດດອກບົວຊົມຫຼິ້ນ '
ໃຜໄດ້ຍິນຄຳຖາມແລ້ວ    ສະເລີຍຄຳອອກມາເບິ່ງ
'
ຢູ່ເທິງໜອງນ້ຳແຫ່ງນັ້ນ ມີດອກບົວຢູ່ນ້ຳ ແລະຫົງນັ້ນແມ່ນເທົ່າໃດ ? ' "

"
ພວກນ້ອງຂໍໄລ່ໃສ່ເຈ້ຍ ໄດ້ບໍ່ອາຈານ ? "
ສຽງອຸທານຈາຂໍ             ຈາກພວກເຂົາທັງຫ້າ
"
ໃຫ້ເວລາຊຸມເຈົ້າ          ສາມນາທີພໍບໍ່
ຖ້າພວກນີ້ບໍ່ໄດ້              ໃຜຮູ້ໃຫ້ຕອບມາ "

ບົວສະບາ ບໍ່ຊ້າ             ບວກລົບຄູນຫານ
ຍິ້ມຫວານກັບ ສຸມາລີ     " ເຈົ້າຕອບແມຄຳຖາມນິ້ "
"
ເຈົ້າໄລ່ດີແລ້ວບໍຫັ້ນ     ໝັ້ນໃຈບໍວ່າຖືກແນ່ "
"
ກໍ່ເບິ່ງເອົາຂ້ອຍແກ້     ຖ້າຕົວເຈົ້າບໍ່ໝັ້ນໃຈ "

"
ຕອນນີ້ເວລາໄດ້       ເກີນກວ່າສາມນາທີ
ຫ້າຄົນນີ້ໝົດສິດ         ລຸມເວທີຕອບມາໄດ້ "
ສຸມາລີ ໄຂຍິ້ມ            " ຮຽນອາຈານ ນ້ອງຕອບວ່າ
ຫົງສີ່ໂຕຢູ່ໜ້ານ້ຳ        ດອກບົວນັ້ນແມ່ນສາມ "

"
ຄົນກໍ່ງາມມີຄວາມຮູ້  ຄິດໄລ່ເກັ່ງສະໝອງໄວ "
ອາຈານໄຂຄຳຍໍ         ແລ້ວຍ່າງເດີນມາໃກ້
"
ຊື່ແນວໃດລອງເວົ້າ    ຮຽນຢູ່ໃສບອກໝູ່ແນ່
ອະທິບາຍແບບແກ້ໃຫ້   ພວກເຂົານັ້ນແດ່ເດີ "

ສຸມາລີ ເຂີນເກີ້                     ເມື່ອຂຶ້ນສູ່ເວທີ
ບົວສະບາ ອາລົມດີ               ຍິ້ມໃສ່ນາງຈົນເຫັນແຂ້ວ
"
ນ້ອງຢູ່ ມັດທະຍົມຈອມແກ້ວ ປີສາມຫ້ອງສາມສີ່
ສຸມາລີ ແມ່ນຊື່ຂ້ອຍ "            ແລ້ວຂຽນແກ້ໄລ່ເລກໄປ

"
ມາຮັບເອົາຂອງຂວັນໄວ້    ໃຫ້ເປັນສິ່ງກຳລັງໃຈ "
ໃບໜ້ານາງສົດໃສ              ຍົກມືປະນອມໄຫວ້
ແລ້ວຮັບເອົາຂອງຂວັນໄວ້    ລົງເວທີຢ່າງຄ່ອຍ
ນາງປ່ອຍຍິ້ມທີ່ອ່ອນຊ້ອຍ     ມີໃຫ້ແກ່ທຸກຄົນ

ສຽງຜູ້ບ່າວສົນໆເວົ້າ            ອ້ອນອິ່ນທັງສາຍຕາ
ນາງມາເຖິງ ບົວສະບາ         ກໍ່ນັ່ງລົງຄຽງຂ້າງ
ນາງວາງຂອງຂວັນໃຫ້          ບົວສະບາ ກໍ່ຮັບຕໍ່
"
ຂ້ອຍບໍ່ເອົາຄວາມຮູ້ເຈົ້າ "    ນາງເວົ້າໃສ່ເຂົາ

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບົວສະບາ ຍື່ນດອກໄມ້     ໃຫ້ແກ່ ສຸມາລີ
"
ອັນນີ້ເປັນຂອງຂວັນ       ຂ້ອຍແບ່ງປັນກັບເຈົ້າ "
ບົວສະບາ ຈາເວົ້າ            ສາຍຕາຫວານທັງຍິ້ມໃສ່
ມາລາໃຈ ນັ່ງນິ້ງ              ສາຍຕາຈ້ອງເບິ່ງເຂົາ

ສຸມາລີ ວ່າເວົ້າ               ຕໍ່ວ່າ ບົວສະບາ
"
ໃຫ້​ຂ້ອຍ​ສາ​ຫໍ່​ຂອງຂວັນ ສ່ວນ​ເຈົ້າ​ເອົາ​ມາລາ​ນີ້ "
"
ຂ້ອຍ​ມີ​ສິດ​ປັນ​ໃຫ້          ຂອງ​ເຮົາ​ໃດ​ເຈົ້າ​ຮູ້ບໍ່ ? "
"
ເຈົ້າ​ກໍ່​ເອົາ​ດອກ​ໄມ້​ນີ້      ຂອງຂວັນ​ນັ້ນ​ໃຫ້​ຂ້ອຍ​ສາ "

ສຸມາລີ ສະແດງໜ້າ          ອ້ອນທ່າ ບົວສະບາ
"
ເຈົ້າເອົາໄປໝົດສາ        ຂ້ອຍບໍ່ເອົາຫຍັງແລ້ວ "
ພ້ອມສົ່ງແວວຕາສົ້ມ         ແກມຫວານວາດໃສ່
"
ເອົາດອກໄມ້ນີ້ກໍ່ໄດ້ "      ແລ້ວໄຂຍິ້ມໃສ່ເຂົາ

ນາງຮັບເອົາດອກໄມ້         ທັງຊໍ່ຂຶ້ນມາດົມ
ນາງສູບລົມເຂົ້າໃນດັງ       ແລ້ວຄ່ອຍຫຼັບຕານິ້ງ
ບົວສະບາ ຫຼິງດູໜ້າ          ແນມນາງຢ່າງຈົດຈໍ່
ເຂົາບໍ່ຈາກ່າວເວົ້າ            ພຽງໄຂຍິ້ມແລ້ວນັ່ງລົງ

ສຸມາລີ ປົງດອກໄມ້           ລົງໃສ່ໃນຕັກ
ບົວສະບາ ສັກສາຍຕາ       ເບິ່ງແນມດູນິ້ງ
ສຸມາລີ ຫຼິງເຫັນແລ້ວ         ເຂີນໃຈວາດໃດໜຶ່ງ
ນາງຈຶ່ງຈາກ່າວເວົ້າ          ທັງມືຍູ້ບ່າເຂົາ

"
ເຈົ້າກໍ່ຢ່າເບິ່ງຂ້ອຍ         ແປກກວ່າທຳມະດາ ຫຼາຍແມ "
"
ຂ້ອຍກໍ່ຊົມມາລາ            ທີ່ເຈົ້າພວມປົງໄວ້ "
"
ແຕ່ວ່າໃຈຂອງເຈົ້າ         ມັນເກີນເລີຍ ໃດຂ້ອຍວ່າ
ສາຍຕາເຈົ້າມັນບອກຂ້ອຍ  ວ່າຕົວເຈົ້ານັ້ນເບິ່ງຫຍັງ "

"
ເຈົ້າກ່າວເວົ້າຈັ່ງຊີ້         ໝາຍຄວາມວ່າແນວໃດ
ຂ້ອຍພໍໃຈຊົມມາລາ          ບໍ່ຫ່ອນມີຫຍັງນີ້ "
ພ້ອມທັງມີຮອຍຍິ້ມ           ສາຍຕາຢອກຕໍ່
"
ຂ້ອຍກໍ່ເບິ່ງເທົ່ານີ້           ຕົວເຈົ້າຢ່າຄິດຫຼາຍ "

"
ກໍ່ສາຍຕາຂອງເຈົ້າ        ມັນບໍ່ທຳມະດາ
ເຈົ້າແນມຫາຫຍັງບຸ          ຈິ່ງເຫຼົ່າແນມສັນນີ້ "
ນາງສະແດງສີໜ້າ            ຫຼັບຕາຊັງທັງຍິ້ມໃສ່
"
ຊ່າງກ່າວຫາຂ້ອຍໄດ້      ຕົວຂ້ອຍບໍ່ຮູ້ນຳ "

ບົວສະບາ ກ່າວຢ້ຳ           ຕອບຢ່າງຈິງໃຈ
ພ້ອມທັງໄຂສຽງຫົວ          ຊື່ນໃຈນິດໜ້ອຍ
ສຸມາລີ ຄອຍຈ້ອງ            ແນມເຂົາແລ້ວເວົ້າວ່າ
"
ຈັ່ງແມ່ນຊາດໜ້າເຫຼື້ອມ  ແນມໄດ້ຢ່າງບໍ່ອາຍ "

"
ເຈົ້າມາກ່າວໃສ່ຮ້າຍ      ສະແດງວ່າເຮົາຜິດ
ເອົາແຕ່ໃຈຈະຄິດ            ວ່າຂ້ອຍແນມຫຍັງຫັ້ນ "
"
ກໍ່ມັນເປັນຄວາມຈິງນີ້     ຊິມາຈາບໍ່ຮູ້ຮ່ອມ "
"
ຖ້າຂ້ອຍຍອມຮັບແລ້ວ    ຕົວເຈົ້າຊິເຮັດຫຍັງ ? "

ສຸມາລີ ນັ່ງນິ້ງ                 ບໍ່ເວົ້າຕໍ່ຄຳໃດ
ບົວສະບາ ບໍ່ພໍໃຈ            ເມື່ອນາງບໍ່ຈາເວົ້າ
"
ເຈົ້າບອກເຮົາມາແມ້      ເຮົາແນມຫຍັງເຈົ້າຄິດວ່າ ? "
ສຸມາລີ ແນມເບິ່ງໜ້າ        ແລ້ວນາງນັ້ນກໍ່ເລົ່າຫົວ

ເຂົາຄ່ອຍຄວາມືຢື້           ໄປຈັບຊໍ່ມາລາ
ແລ້ວກົ້ມລົງມາຫອມ         ຢ່າງຊື່ນໃນໃຈຊ້ອຍ
"
ເຈົ້າກໍ່ເຫັນໃຈຂ້ອຍ        ທຳຫຍັງອາຍຄົນແນ່
ເບິ່ງແມໝູ່ອ້ອມຂ້າງ         ເຂົາແນມຈ້ອງເບິ່ງພວກເຮົາ "

"
ກໍ່ສ່າງຕາມພວກເຂົາຖ້ອນ ໃຫ້ເຂົາເບິ່ງຊິເປັນຫຍັງ "
"
ຈັ່ງແມ່ນເປັນຕາຊັງ           ເຫັນແກ່ຕົວແທ້ນໍເຈົ້າ
ເຈົ້າຫອມເຮົາໃດນີ້              ຄົນທັງຫຼາຍເຂົາຄິດວ່າ
ກົ້ມມາດົມຢູ່ມໍ່ຂ້ອຍ              ພວກເຂົານັ້ນເບິ່ງແປກຕາ "

ບົວສະບາ ຟັງນາງເວົ້າ      ມັນກໍ່ແມ່ນຄວາມນາງ
ນີ້ຢູ່ໃນກາງຄົນ                ຊ່າງລ່ວງເກີນນາງແທ້
ໝູ່ທັງຫຼາຍກໍ່ແລຈ້ອງ        ບົວສະບາ ສີໜ້າລ່າ
ສຸມາລີ ຍໍດອກໄມ້            ມາດົມຫຼິ້ນອີກໜຶ່ງທີ

"
ຂ້ອຍວ່າດອກໄມ້ນີ້       ຫອມຫ່ວນກິນໃຈ ຈິງໜໍ
ມອບໃຫ້ເຮົາເລີຍໃດ       ຊິໃສ່ໃນໂຖໄວ້ "
"
ຜູ້ຍິງກັບມາລາໄມ້        ຂອງທຽມກັນຮູ້ແລ້ວນ່າ "
"
ເຫັນຄ່າຂ້ອຍເທົ່າດອກໄມ້ ມາລາແຍ້ມຊໍ່ດຽວ ນີ້ຫວະ ? "

ບົວສະບາ ຫຼຽວດູໜ້າ      ແລ້ວຍິ້ມຕໍ່ ສຸມາລີ
"
ຂ້ອຍທຽບມັນມີສີສັນ     ທີ່ງົດງາມຄືເຈົ້າ
ພໍເມື່ອເຮົາຫອມແລ້ວ       ຕຶງໃຈບໍ່ຮູ້ເບື່ອ "
"
ຂ້ອຍບໍ່ເຊື່ອດອກປາກເຈົ້າ ມີພຽງເວົ້າໃຫ້ລຸ່ມຫຼົງ "

ບົວສະບາ ສົ່ງຍິ້ມ         ພ້ອມຍື່ນຫໍ່ຂອງຂວັນ
ສຸມາລີ ພລັນຈັບ          ຮັບເອົາມາໄວ້
ແລ້ວຄ່ອຍໄຂທາງຂ້າງ ເງິນລາງວັນຢູ່ໃນຫໍ່
"
ຂ້ອຍບໍ່ເອົາດອກນີ້     ໃຫ້ຕົວເຈົ້າມ້ຽນເອງ "

ຫຼັງຈາກ ນັກຮຽນເກັ່ງທັງໝົດໄດ້ ຮັບມອບຂອງຂວັນ
ຈາກນັ້ນມີຄຳຖາມ                  ເພື່ອທຸກຄົນລອງຄວາມຮູ້
ສຽງຈາກຄູຖາມຂຶ້ນ                " ຈຳນວນໃດນ້ອຍກວ່າສີ່
ແຕ່ວ່າຄ່າທີ່ວ່ານີ້                    ມັນນັ້ນໃຫຍ່ກວ່າສາມ ? "

ຫຼັງຈາກຟັງຄຳຖາມແລ້ວ      ຫຼາຍກຸ່ມສົນທະນາ
"
ມີໃຜຮູ້ບໍ່ລະ                     ວ່າເລກຫຍັງກັນນີ້ ? "
ຜູ້ໜຶ່ງຍໍມືຊີ້                        " ຮຽນອາຈານ ນ້ອງຕອບວ່າ
ເລກມີຄ່າລະຫວ່າງນີ້          ຈຳນວນນັ້ນແມ່ນປີ ( 3.14159... ) "

"
ສະແດງຄວາມຍິນດີດ້ວຍ   ນ້ອງຊື່ວ່າແນວໃດ ? "
"
ເພັດສຸວັນ ພະໄຊສິນ         ຊື່ແລະນາມສະກຸນນ້ອງ "
"
ກຳລັງຮຽນຢູ່ຫ້ອງ             ໂຮງຮຽນໃດນໍ່ ? "
"
ຮຽນຢູ່ຊັ້ນມໍສາມ ໂນນສະຫວ່າງຕັ້ງຊື່ໃຫ້ ໂຮງຮຽນນ້ອງເຂົ້າຮໍ່າຮຽນ "

 

( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເປັນບົດທີ່ຂຽນໃນຮູບແບບຂອງກາບກອນ ເປັນເລື່ອງຍາວທີ່ປະກອບດ້ວຍຫຼາຍຕອນ,

ຖ້າບ່ອນໃດຫາກເຕະຕ້ອງຖືກບຸກຄົນ, ນິຕິບຸກຄົນ ຫຼື ສິດທິອື່ນໆ ກໍ່ຂໍອະໄພຍະໂທດມານະທີ່ນີ້ດ້ວຍ.

 

ຕອນທີ 1

ບົວສະບາ ເບີກແຍ້ມ            ໜ້າເບັ່ງບານໃສ

ກັບຫົວອົກຄວາມພູມໃຈ       ຕໍ່ສິ່ງຕົນທຳໄດ້

ຄວາມສຸກໃຈເຕັມໃບໜ້າ      ໃນອຸລາປຶ້ມປ່ຽມ

ເປັນທຳນຽມຜູ້ເກັ່ງກ້າ           ກັບຄວາມຮູ້ທີ່ເດັ່ນດີ

 

ນັກຮຽນເກັ່ງໃນຫ້ອງນີ້         ມາຈາກທົ່ວແຂວງສະຫວັນ ( ນະເຂດ )

ມາປະຊັນບົດຮຽນ               ທີ່ຕົນໄດ້ຫວນຮູ້

ຫຼັງຈາກຄູອາຈານໄດ້           ສິດສອນມາຈົນວ່າເກັ່ງ

ການສອບເສັງດັ່ງກ່າວນີ້        ສັກສີນັ້ນຍິ່ງໃຫຍ່ຫຼາຍ

 

ມັນແມ່ນ ການທ້າທາຍເອກອ້າງ ນັກຮຽນເກັ່ງຂອງໂຮງຮຽນ

ຜູ້ພາກພຽນສຶກສາ                   ຊອກສະແຫວງຄວາມຮູ້

ກຽດຂອງຄູຜູ້ສອນຊີ້                 ວິລະກຳທີ່ຂຶ້ນຊື່

ນັ້ນຄືຄວາມເອກອ້າງ               ທຸກຄົນນັ້ນໄຝ່ຫາ

 

ພິທີກອນວ່າເວົ້າ              ປະກາດອ່ານຜົນເສັງ

ນັກຮຽນເກັ່ງລະດັບຮຽນ    ມັດທະຍົມຕອນຕົ້ນ

ຜົນຄະແນນນຳໜ້າ          ບົວສະບາ ອັນດັບໜຶ່ງ

ສຽງຍິນດີຊາບຊຶ້ງ             ຊື່ນຊົມດ້ວຍໃຫ້ແກ່ເຂົາ

 

ອັນດັບສອງເຮົາຈະຮູ້        ຊື່ວ່າ ມາລາໃຈ

ສຽງຕົບມືດັງຫວັ່ນໄຫວ      ຈາກໝູ່ນາງຮຽງໃກ້

ສອນນາລີ ເສັງໄດ້             ອັນດັບສາມ ຊົມເຊີຍແດ່

ທຸກຄົນແລລໍ່າໜ້າ              ອາລົມຍິ້ມໃຫ້ແກ່ນາງ

 

ທັງສາມຄ່ອຍຍ່າງກ້າວ        ຂຶ້ນສູ່ເວທີ

ບົວສະບາ ສອນນາລີ           ຊື່ນຊົມຍິນດີແທ້

ແຕ່ແລດູສີໜ້າ                   ອັນດັບສອງ ຄົນນີ້ນໍ່

ນາງຄືບໍ່ເບີກແຍ້ມ               ສີໜ້າບໍ່ມ່ວນໃຈ

 

ດ້ວຍເຫດຜົນໃດນັ້ນ            ໃຜບໍ່ຫ່ອນຫວນຈັກ

ໝູ່ຄູ່ນາງທາຍທັກ               " ຍິ້ມແດ່ແມນິດໜ້ອຍ "

ກໍ່ປ່ອຍພຽງສາຍຕານິ້ງ         ຫຼິງເຂົາພໍຮູ້ທ່າ

ເປັນຫຍັງຫວະນາງບໍ່ຍິ້ມ       ອາລົມຊ້ອຍແຕ່ຢ່າງໃດ

 

ຫຼືວ່າ ນາງຄຽດຍ້ອນບໍ່ໄດ້       ອັນດັບໜຶ່ງໃນການເສັງ ບໍນໍ

ຈຶ່ງເນັ່ງແນສາຍຕາ               ເບິ່ງຊາຍຢູ່ຄຽງຂ້າງ

ດູທ່າທາງນາງແລ້ວ               ບໍ່ພໍໃຈສິ່ງໃດໜຶ່ງ

ດັ່ງນັ້ນນາງຈຶ່ງບຶ້ງ                  ສີໜ້າບໍ່ແຈ່ມໃສ

 

ບົວສະບາ ຈຶ່ງໄດ້                 ເວົ້າຕໍ່ ມາລາໃຈ

" ເຈົ້າກໍ່ຄວນສົດໃສ              ຊື່ນໃຈແດ່ແມນີ້

ໄດ້ທີ່ສອງເປັນຮອງຂ້ອຍ        ມັນສົມຄວນແລ້ວນີ້ນ່າ

ຫຼືວ່າຄຽດໃຫ້ຂ້ອຍ                ລົບກວນເຈົ້າເມື່ອເສັງ "

 

ສາຍຕານາງເນັ່ງໜ້າ            ແນມເບິ່ງ ບົວສະບາ

ນາງບໍ່ຈາຄຳໃດ                  ນອກຈາກນາງແນມນິ້ງ

ນາງລໍ່າຫຼິງດູໜ້າ                 ຄົນວາຈາຂີ້ອວດອົ່ງ

ເຈົ້າຈົ່ງຍິ້ມເຖີດມື້ນີ້              ເພາະຕົວຂ້ອຍຜ່າຍໄຊ

 

ເຈົ້າກ່າວເຍີ້ຍຂ້ອຍໄດ້          ຢ່າງຊ້ອຍຊື່ນອາລົມໃສ

ເຈົ້າຮູ້ບໍ່ຂ້ອຍເສຍໃຈ            ທີ່ເຈົ້າກວນໃນວັນນັ້ນ

ມັນເປັນຄຳທຳນອງຖ້ອຍ       ຫຍາມເຮົາເຈົ້າຮູ້ບໍ່

ເຈົ້າກໍ່ໜ້າຮັບຮູ້                   ຢູ່ໃນຫ້ອງສອບເສັງ

 

ນັກຮຽນເກັ່ງນັ້ນຕ້ອງ           ເສັງຜ່ານດ້ວຍຕົນເອງ

ຕ້ອງເກັ່ງຈິງຈິ່ງປະລອງ       ແຂ່ງຂັນຄວາມຮູ້

ເຈົ້າກ່າວດູແຄນຂ້ອຍ           ວາຈາອອກມາວ່າ

" ຖ້າຂໍ້ໃດເຈົ້າບໍ່ໄດ້              ໃຫ້ຕົວຂ້ອຍຊ່ວຍເດີ "

 

ຂໍ້ສະເໜີຂອງເຈົ້າ               ຂ້ອຍກໍ່ດີໃຈ

ແຕ່ວ່າໃນສັກສີ                   ທີ່ແຂ່ງຂັນກັນນີ້

ຂ້ອຍບໍ່ຍິນດີດ້ວຍ                ການຫາເອົາຄວາມຮູ້ໝູ່

ມາຕື່ມຊູຊ່ວຍເຂົ້າ               ໃຫ້ຕົນໄດ້ເດັ່ນດີ

 

ຖ້າຫາກຂ້ອຍບໍ່ເກັ່ງນີ້           ຂ້ອຍກໍ່ບໍ່ມາເສັງ

ຂ້ອຍເກັ່ງພໍຈະເອົາຕົວ          ເພື່ອຄະແນນດີໄດ້

ສຳລັບໃນວັນນີ້                    ເປັນຮອງຍອມຮັບວ່າ

ເຈົ້າຮູ້ຫຼາຍກວ່າຂ້ອຍ            ຄະແນນເຈົ້າຈຶ່ງລື່ນເຮົາ

 

ພິທີກອນວ່າເວົ້າ                  " ເຊີນຮອງທ່ານສຶກສາແຂວງ

ຂຶ້ນສະແດງຄວາມຍິນດີ         ແລະມອບຂອງຂວັນໃຫ້ "

ມາລາໃຈ ປະນອມນີ້ວ           ໄຂອາລົມຍິ້ມໜ້ອຍໜຶ່ງ

ແລ້ວຈຶ່ງຮັບດອກໄມ້              ຂອງຂວັນພ້ອມເຂົ້າໃສ່ມື

 

ບົວສະບາ ຢື້ດອກໄມ້             ຢູ່ໃນຊໍ່ ມາລາໃຈ

ດອກທີ່ພວມໄຂໂສມ             ກີບລະອາບານແຍ້ມ

ສາຍຕາເຂົາແນມນິ້ງ              ດວງມາລາທີ່ງາມກວ່າ

ຮູ້ສຶກວ່າດອກນັ້ນ                  ມັນງາມລ້ຳກວ່າໝູ່ໃດ

 

ເຂົາຄ່ອຍນ້າວດອກໄມ້           ດຶງຄ່ອຍໆເຂົ້າມາດົມ

ສາຍຕາຊົມ ມາລາໃຈ             ຢ່າງຊື່ນໃນນາງຍິ້ມ

ສອງຮິມສົບຂອງນາງແຍ້ມ       ແນມເຂົາແລ້ວເວົ້າວ່າ

" ມາລັກດົມດອກໄມ້ຂ້ອຍ        ໃຫ້ມັນຊ້ຳເຮັດຫຍັງ​ ? "

 

ບົວສະບາ ຟັງແລ້ວ                ກໍ່ຕອບຢ່າງໃຈເຢັນ

" ເພາະຂ້ອຍເຫັນມັນງາມ        ກໍ່ຈິ່ງລອງດົມນີ້

ກິ່ນຫອມດີໃດເຈົ້າ                  ເຮົາພໍໃຈ ດົມອີກແດ່ "

ມາລາໃຈ ແລເບິ່ງໜ້າ              ສາຍຕານິ້ງເວົ້າໃສ່ເຂົາ

 

" ເຈົ້າກໍ່ມີດອກໄມ້                 ຫອບຢູ່ເຕັມມື

ຍັງດື້ມາຫາຫອມ                   ຊໍ່ດວງມາລາຂ້ອຍ "

ນາງຄ່ອຍຍໍມາລາຂຶ້ນ              ມາດົມແລ້ວກໍ່ຍ່າງ

ລົງເວທີຢ່າງຊື່ນເນື້ອ               ມະໂນແຍ້ມແຈ່ມໃນ

 

( ຍັງມີຕໍ່ )

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເກີດມາຊາດນີ້   ເໝືອນມີບາບກຳ

ຫົວອົກຕຣົມຊ້ຳ  ຣະກຳອຸຣາ

ຊີວິດນ້ອຍໆ   ຂອງຂ້ອຍເກີດມາ

ເໝືອນຢາດນ້ຳຕາ  ມັນມາເປັນຄູ່ຊີວັນ

ນັບຕັ້ງແຕ່ເກີດ  ກຳເນີດມືນຕາ

ຊີວິດເກີດມາ  ອາພັບແທ້ໜໍ

ພັດພາກເຮືອນຮັງ  ເພື່ອນຝູງແມ່ພໍ່

ທຸກວັນໄຫວ້ຂໍ  ຍັງລໍຄົນຊ່ວຍທີ່ເມດຕາ

ຕັ້ງແຕ່ມື້ເກີດ  ກຳເນີດຊີວາ

ເໝືອນຂ້ອຍເກີດມາ  ໃນຫ້ອງກົງຂັງ

ຂ້ອຍເປັນນົກນ້ອຍ  ທີ່ໄຮ້ພະລັງ

ມະນຸດຈັບຂັງ  ຄົນສ່າງໄຮ້ເວດທະນາ

ຂໍຈົ່ງປ່ອຍຂ້ອຍ  ອອກຈາກກົງຂັງ

ຂ້ອຍມີຄວາມຫວັງ  ຢາກເຫັນພົງໄພ

ມີອະນາຄົດ  ໃນໂລກສົດໃສ

ຂ້ອຍຢາກບິນໄປ ຢາກພົ້ນຊີວິດໃນກົງ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

      ກຸຫຼາບກາງໄຟ
                                    # ນິມິດສະຫວັນ

ຄັ້ງທຳອິດທີ່ພົບນ້ອຍ ນາງໝອງໝົ່ນໃນຊີວາ
ສອງດວງຕາມີຄວາມທຸກ ແຜດເຜົາຜານໄໝ້
ດ້ວຍຫົວໃຈສົງສານນ້ອຍ ສາວຄົນລາວໃກ້ສິ້ນຄ່າ
ຄວາມເມດຕາເພື່ອນ້ອຍ ມີຮອຍຍິ້ມທີ່ປ່ຽມໃຈ

ດ້ວຍເຫດນັ້ນຂ້ອຍຈຶ່ງໄດ້ ຮັບປາກຕໍ່ນົງຄານ
ຫວັງເພື່ອສາວດວງຕາຫວານ ຈຶ່ງຊ່ວຍນາງໃນຕອນຕົ້ນ
ຫວັງສ້າງນາງໃຫ້ໜີພົ້ນ ລາຄີຄາວຄາບເງື່ອນ
ພົ້ນຈາກຄວາມແປດເປື້ອນ ໃຫ້ງາມລ້ຳເລື່ອນລອຍ

ນັບແຕ່ຂ້ອຍໄດ້ພົບນ້ອຍ ຊ່າງຊ້ອຍຊື່ນສົດໃສ
ໃນຫົວໃຈມີຄວາມສຸກ ແຕກຕ່າງກັນຄາວຫຼັງນັ້ນ
ໄດ້ພົບກັນກັບນ້ອຍ ຫົວໃຈເຮົາຮູ້ສຶກວ່າ
ຄຸນຄ່າຍິ້ມຈາກນ້ອຍ ຄວາມສຸກຂ້ອຍສ່າງແປກໃຈ

ດ້ວຍເຫດຜົນໃດນັ້ນ ຂ້ອຍບໍ່ສ່າງພັນລະນາ
ຈະວ່າເຮົາຫຼົງຮັກ ມັກນາງໃນຕອນນັ້ນ
ມັນບໍ່ເປັນໄປໄດ້ ເພາະໃຈເຮົາຮູ້ສຶກວ່າ
ຄວາມເມດຕາຕໍ່ນ້ອຍ ຂ້ອຍມີໃຫ້ແມ່ນສິ່ງດຽວ

ຂ້ອຍເຂົ້າມາກ່ຽວຂ້ອງ ຢາກເສີມສົ່ງໃຫ້ນາງດີ
ຢາກໃຫ້ນາງມີຊີວິດ ທີ່ດີໃນພາຍໜ້າ
ສ່ວນວ່າໃຈຈະຫວັງຄວ້າ ເອົານາງມາແນບບ່ອນ
ມາຢູ່ນອນຮ່ວມຂ້າງ ບໍ່ເຄີຍໄດ້ຄິດເລີຍ

ເຮົາບໍ່ເຄີຍຄິດເວົ້າ ຫຼຶຈາຕໍ່ຄຳຫວານ
ເພື່ອຕ້ອງການພຽງຕົວນາງ ແມ່ນບໍ່ມີພໍນ້ອຍ
ຈຸດປະສົງຂອງຂ້ອຍ ຢາກເຫັນນາງຍິ້ມງ່າຍ
ເຫັນສາຍຕາທີ່ອ່ອນຊ້ອຍ ເຫັນຮອຍຍິ້ມທີ່ຊື່ນໃຈ

ນັ້ນແມ່ນສິ່ງຂ້ອຍຢາກໄດ້ ມາຢູ່ໃນຄວາມຫວັງ
ຢາກໃຫ້ນາງລືມຄວາມຫຼັງ ທີ່ອາດກາຍເປັນປົມດ້ອຍ
ຂ້ອຍມຸ່ງຫວັງຢາກເຫັນນ້ອຍ ເປັນຍິງສາວທີ່ລຽບງ່າຍ
ຂ້ອຍຈຶ່ງໝາຍມຸ່ງປັ້ນ ເພື່ອນາງພົ້ນສິ່ງຊົ່ວຊາມ

ຢາກສົ່ງນາງໃຫ້ຜ່ານຂ້າມ ຂຸມແຫ່ງອະເວຈີ
ພົ້ນຈາກໄພລາຄີ ຊິແກ່ດຶງໃຫ້ນາງມ້ອຍ
ໃນຄວາມຫວັງຂອງຂ້ອຍ ຢາກເຫັນນາງເປັນຄົນໃໝ່
ມີຈິດໃຈທີ່ມຸ່ງໝັ້ນ ມີຄວາມກ້າເພື່ອມຸ່ງຫວັງ

ຂ້ອຍຈຶ່ງຕັ້ງຕໍ່ນ້ອຍ ເສີມສົ່ງໃນທາງດີ
ຊອກວິທີນຳແນະ ເພື່ອນາງຈະເລີນກ້າວ
ໃຫ້ເປັນສາວສວຍເອ້ ສັງຄົມເຫັນຄຸນຄ່າ
ປາຖະໜາຢາກໃຫ້ນ້ອຍ ໄດ້ຮຽນຮູ້ສິ່ງດີ

ເພາະວ່າຊີວິດນ້ອຍ ອະດີດຜ່ານກາຍມາ
ຢາດນ້ຳຕາຂອງນາງ ໄດ້ຫຼັ່ງລິນມາຫຼາຍແລ້ວ
ດ້ວຍຫົວອົກເຄີຍເປັນແປ້ວ ກັບຊີວາທີ່ຕ້ອຍຕໍ່າ
ມັນໄດ້ທຳໃຫ້ນ້ອຍ ໃຈໝອງເສົ້າບໍ່ແຈ່ມໃສ

ຄືນທຳອິດໄດ້ພົບນ້ອຍ ຂ້ອຍຍັງຈື່ຝັງໃຈ
ທ່າມກາງໄຟແສງສີ ຍິບຍັບເປັນຈັງຫວະເຕັ້ນ
ຂ້ອຍໄດ້ແນມເຫັນນ້ອຍ ສາວຄົນງາມຍິ້ມມາໃສ່
ຂ້ອຍກໍ່ຍິ້ມໃຫ້ນ້ອຍ ທັງເວົ້າບອກນັ່ງນຳ

ນ້ອຍກໍ່ທຳຕາມຂ້ອຍ ນາງນັ່ງຢ່າງເຕັມໃຈ
ທ່າມກາງໄຟແສງສະຫຼົວ ດື່ມກິນລິນເຫຼົ້າ
ໃນສາຍຕາເຮົານັ້ນ ເຫັນນາງທີ່ແປກກວ່າ
ເວລານາງສົ່ງຍິ້ມ ເໝືອນຄວາມເສົ້າເຊື່ອງໃນ

ນາງນັ່ງລົງມໍ່ໃກ້ ແລ້ວຍິ້ມໃສ່ຫວານໆ
ອຸທານສຽງສາຍດີ ພອ້ມຍົກມືປະນອມນີ້ວ
ອາຍນ້ຳຫອມປີວຂຶ້ນ ເບົາໆເມື່ອໄດ້ກິ່ນ
ຖວິນໃຈຜູ້ຢູ່ໃກ້ ໃຫ້ໄຂເວົ້າວ່າລົມ

ຂ້ອຍກ່າວຊົມຕໍ່ນ້ອຍ ທີ່ຍິ້ມງ່າຍສະບາຍຕົວ
ບາງຄັ້ງນາງມີສຽງຫົວ ເມື່ອຖືກໃຈວາຈາຂ້ອຍ
ເຮົາຮູ້ສຶກວ່າຕົວນ້ອຍ ສຸກໃຈຢ່າງຊ້ອຍຊື່ນ
ດ້ວຍທ່າທາງທີ່ຟົດຟື້ນ ຈາເວົ້າຢ່າງຄ່ອງຕົວ

ໃຜຈະຮູ້ ວ່າສຽງຫົວແລະຮອຍຍິ້ມ ມັນຊ້ອນເຊື່ອງປິດສະໜາ
ເຊື່ອງນ້ຳຕາຂອງຄວາມເຈັບ ປວດໜ່ວຍໃຈເອົາໄວ້
ເມື່ອຂ້ອຍຖາມໃນບາງຂໍ້ ນ້ຳຕານາງຕ້ອງແຕກຜ່າ
ສອງດວງຕາເລີ່ມຢາດຍ້ອຍ ຄຳຖາມຂ້ອຍອາດຊັອກໃຈ

ເມື່ອນັ້ນເອງຂ້ອຍຈິ່ງໄດ້ ຮູ້ເລື່ອງຂອງນາງ
ຄວາມອັບໝາງຂອງຊີວິດ ທີ່ເກີດມາກັບນ້ອຍ
ນາງໄດ້ລົມກັບຂ້ອຍ ໃນຄວາມຫຼັງທີ່ຄ້ອຍງ່ຽງ
ດ້ວຍນ້ຳສຽງທີ່ແຫບແຫ້ງ ທັງສະອື້ນຢູ່ທີ່ໃຈ

ຂ້ອຍເກືອບອົດບໍ່ໄດ້ ຈະກັ້ນຫຼັ່ງນ້ຳຕາໄຫຼ
ຂ້ອຍປ່ວຍໃຈແທນນາງ ເມື່ອໄດ້ຟັງນາງເວົ້າ
ຟັງຄວາມຫຼັງທີ່ແສນເສົ້າ ອັບເສົາໃນຄັ້ງຜ່ານ
ຂ້ອຍສົງສານຕໍ່ນ້ອຍ ໃນຄຳເວົ້າເວົ້າທີ່ກ່າວຈາ

" ນ້ອຍເປັນລູກກໍ່າພ້າ ຕັ້ງແຕ່ຍັງເຍົາ
ຊີວິດເນົາໃນເຮືອນ ແມ່ແພງພຽນລ້ຽງ
ບາງມື້ມີພຽງເຂົ້າ ສອງສາມກຳພໍໄດ້ມ່າ
ພໍ່ໄດ້ລາຈາກນ້ອຍ ຄາວຂ້ອຍໄດ້ໜຶ່ງປີ

ຊີວິດມີແຕ່ແມ່ລ້ຽງ ເປັນທີ່ເພິ່ງປາລະມີ
ແມ່ເພິ່ນເປັນຄົນດີ ທີ່ສຸດໃນໃຈນ້ອຍ
ເພິ່ນຕ້ອງການຢາກເຫັນຂ້ອຍ ເປັນຄົນດີມີຄຸນຄ່າ
ແມ່ຈຶ່ງຕັ້ງຕໍ່ໜ້າ ຫາລ້ຽງຢ່າງຊຸກຊົນ

ແມ່ຢາກໃຫ້ນ້ອຍພົ້ນ ຄວາມທຸກໃນຊີວາ
ບາງຄືນ ແມ່ເພິ່ນນອນນ້ຳຕາໄຫຼ ເພາະສົງສານຂ້ອຍ
ແມ່ສຸດຫງອຍເຫງົາເສົ້າ ຍາມເຮົາເຈັບປ່ວຍ
ເຮັດທຸກຢ່າງເພື່ອຊ່ວຍຂ້ອຍ ໃຫ້ຫາຍພົ້ນຈາກປ່ວຍກາຍ

ແມ່ບໍ່ເຄີຍເວົ້າຮ້າຍ ປາກດ່າຈາຂົມ
ເພິ່ນອົບຮົມຕົວເຮົາ ໃຫ້ຮັກການຮຽນຮູ້
ສອນໃຫ້ເຮົາທົນສູ້ ອົດທົນບາກບັ່ນ
ວັນໜຶ່ງໃນຂ້າງໜ້ານັ້ນ ເຮົາຈະໄດ້ຢູ່ດີ

ຂ້ອຍສຸດມີຄວາມສຸກລົ້ນ ເມື່ອໃກ້ແມ່ມານດາ
ແມ່ວາຈາແຕ່ຄວາມດີ ສັ່ງສອນແຕ່ຄວາມກ້າວ
ເຖິງຈະໜາວຫຼືຮ້ອນ ຝົນລິນບໍ່ເຄີຍຈົ່ມ
ແມ່ຄ່ອຍກົ້ມໜ້າສູ້ ເພື່ອເຮົາໄດ້ຢູ່ເຢັນ

ແຕ່ລະວັນແມ່ບໍ່ເວັ້ນ ບາກບັ່ນການງານ
ສ້າງຮາກຖານຖານະ ໃຫ້ໝັ້ນຄົງເອົາໄວ້
ແມ່ໃສ່ໃຈໃນຕົວຂ້ອຍ ຫວັງເຫັນເຮົາໄດ້ຍິ້ມງ່າຍ
ແມ່ມຸ່ງໝາຍເສີມສົ່ງຂ້ອຍ ໄດ້ຮຽນຮູ້ສິ່ງດີ

ແຕ່ແລ້ວຊີວິດນີ້ ມັນສ່າງຈົນອັບ
ວາສະໜາອາພັບ ທັບຕົວບໍມີມົ້ມ
ຄວາມຂື່ນຂົມໄດ້ມາເຂົ້າ ທຳລາຍເຮົາຄັ້ງໃຫຍ່
ແມ່ໄດ້ໄລຈາກຂ້ອຍ ປະນ້ອຍຢູ່ຜູ້ດຽວ

ຊີວິດສຸດປ່ຽວວ້າງ ຂາດທີ່ເພິ່ງອາໃສ
ຂາດຄົນຄອຍເອົາໃຈ ເມື່ອເຮົາເຫງົາເສົ້າ
ວັນແມ່ເຮົາຕາຍສິ້ນ ຮຽມເປັນວິນລົ້ມທ່າວ
ໃຈສຸດທີ່ປວດລ້າວ ຫີວໄຫ້ຫອດກະສັນ

ມັນເປັນວັນທີ່ນ້ອຍ ສຸດທີ່ເສຍໃຈ
ແສນອາໄລຄວາມຫຼັງ ເມື່ອແມ່ຍັງຄອຍລ້ຽງ
ບັດນີ້ຍັງພຽງສຽງໄຫ້ ວອນອາໄລຄິດຮອດແມ່
ມີພຽງແພເປັນເພື່ອນຂ້ອຍ ຄອຍໄວ້ເຊັດນ້ຳຕາ

ຄວາມຣັກແສນຄ່າລ້ານ ເຄີຍບານເບັ່ງໃນໃຈ
ຍັງເຫຼືອພຽງຄວາມອາໄລ ໃຫ້ເຮົາໄດ້ຊົມເສົ້າ
ຂ້ອຍເຫງົາຫຼາຍໃນວັນນັ້ນ ເຫງົາໃຈບໍ່ຮູ້ສວ່າງ
ຄິດຫາທາງອັນຮຸ່ງແຈ້ງ ບໍ່ເຫັນຮູ້ວ່າຢູ່ໃສ

ການສຶກສາໃນເມື່ອນັ້ນ ຂ້ອຍຮຽນຢູ່ມໍຫົກ
ຕົວນ້ອຍເກືອບເສັງຕົກ ເມື່ອທ້າຍປີຈົບຊັ້ນ
ດີແຕ່ໃນຕອນນັ້ນ ຕັດສິນໃຈຕັ້ງຕໍ່
ນ້ອຍຈຶ່ງພໍໄດ້ຍິ້ມ ຫຼັງມື້ປະກາດຜົນ

ຄວາມສຳເລັດຂັ້ນຕົ້ນ ພົ້ນຜ່ານສົດໃສ
ເຖິງໃຈຫວັງເສີມຍົກ ເພີ່ມວິຊາຄວາມຮູ້
ແຕ່ຂາດຄົນຄອຍຍູ້ ຊູຄວາມຫວັງໃຫ້ເຮົາຜ່ານ
ຄວາມອາພັບທີ່ໜ້າຢ້ານ ມັນທຳໃຫ້ຂ້ອຍສ່ຽງໄພ

ຊີວິດຂ້ອຍໃນເມື່ອນັ້ນ ເໝືອນໄຮ້ຄ່າຄວາມໝາຍ
ແສນເສຍດາຍການຮຽນ ແຕ່ບໍ່ມີຄວາມພ້ອມ
ຂ້ອຍຈຶ່ງຍອມໂຈະໄວ້ ຕັດສິນໃຈລາປ່ອຍ
ຄວາມມຸ່ງຫວັງແຫ່ງຂ້ອຍ ຄົງໝົດສິ້ນເສື່ອມສະຫຼາຍ

ນີ້ນໍໂຊກອັນໂຫດຮ້າຍ ມັນສ່າງທໍລະມານ
ກາຍເປັນຄົນພິການໃຈ ຕໍ່ສິ່ງເຄີຍຫວັງໄວ້
ມີພຽງໃຈອັນໝອງເສົ້າ ເຍົາວະມານຄອຍສາບແສ່ງ
ນະລົກຄອຍກັ່ນແກ້ງ ສະຫວັນນັ້ນຊ່ວຍບໍ່ທັນ

ໃຜຈັກຄົນແນ່ນັ້ນ ຈະຮູ້ຕໍ່ຄວາມເສຍໃຈ
ຄວາມຮູ້ສຶກໃນອາລົມ ທີ່ຂື່ນຂົມຂອງຂ້ອຍ
ຫຼາຍວັນຄືນທີ່ຕົວນ້ອຍ ນອນລະທົມຮ້ອງຮໍ່າ
ອົກຄໍ່າຄວນຢູ່ບໍ່ແລ້ວ ເພາະຄວາມແປ້ວປ່ວຍໃນ

ກວ່າສະຫງົບໃຈໄດ້ ນ້ອຍຕ້ອງຈ່ອຍຕົມຜອມ
ກວ່າທີ່ຈະຍອມຮັບ ສະພາບຄວາມເປັນຈິງນັ້ນ
ຫົວໃຈເຮົາມັນສະບັ້ນ ຢາກຈະຕາຍຕັ້ງຫຼາຍເທື່ອ
ແຕ່ເພື່ອຫວັງແມ່ມຸ່ງໃຫ້ ໃຈເຮົານັ້ນຈຶ່ງຄ່ອຍທົນ

ເກືອບໜຶ່ງປີຜ່ານພົ້ນ ທີ່ລາຫ່າງໂຮງຮຽນ
ເກືອບທຸກວັນຮຽມຍັງຂຽນ ອ່ານຕໍ່າລາຊຸມນັ້ນ
ມັນຍັງເປັນຄວາມຫວັງຂ້ອຍ ໃນການຮຽນເລີ່ມຕົ້ນໃໝ່
ຂ້ອຍຕ້ອງການເພື່ອຢາກໄດ້ ຄວາມຮູ້ທີ່ເດັ່ນດີ

ຂ້ອຍເຮັດວຽກຢູ່ບ່ອນນີ້ ກໍ່ເພື່ອຫາເງິນ
ມາຕາບຈູນຊີວິດ ທີ່ທຸກຈົນຂອງຂ້ອຍ
ມາຕາບຈູນຮອຍແປ້ວ ຂອງຄົນຈົນຂາດທີ່ເພິ່ງ
ຄົນທັງຫຼາຍອາດເບິ່ງຂ້ອຍ ເໝືອນສາວດິ້ງທົ່ວໆໄປ

ແຕ່ວ່າຂ້ອຍບໍ່ໄດ້ລົ້ວ ເໝືອນດັ່ງເຂົາຈາ
ໃນເວລາການງານ ກໍ່ຍ່ອມເປັນສັນນີ້
ບໍ່ອາດມີຍິງໃດມົ້ມ ຮອຍມືຊາຍຊູນຜ່ານ
ຊາຍປາກຫວານອິ່ນອ້ອຍ ມືນັ້ນກໍ່ຍິ່ງໄວ

ເຖິງວ່າໃນໃຈຂ້ອຍ ຈະເຈັບທີ່ອຸລາ
ມີແຂກ ກໍ່ຕ້ອງມາບໍລິການ ນັ້ນແມ່ນງານຂອງຂ້ອຍ
ຊີວິດຂອງຕົວນ້ອຍ ຂາຍສະເໜຄືຍິ້ມງ່າຍ
ເພື່ອໃຫ້ຊາຍທີ່ຢູ່ໃກ້ ພໍໃຈໃຫ້ນັ່ງນຳ

ແຕ່ລະວັນຈຳໃຈສູ້ ເພື່ອຊອກຢູ່ຫາກິນ
ເພາະຂາດເຂີນສິນຊັບ ຈຶ່ງຮັບທຳງານນີ້
ເພາະບໍ່ມີຄວາມຮູ້ ຈົນໃຈຈຳຕ້ອງຜ່າ
ຊອກຫາເງິນຄ່ອຍທ້ອນ ເພື່ອຫວັງໄດ້ຮໍ່າຮຽນ

ກ່ອນທີ່ທຽນຈະໄຕ້ ເຮືອງຮຸ່ງໃຫ້ສົດໃສ
ກໍ່ຍ່ອມມີຍັງໄຟ ຈູດເຜົາໃຫ້ມັນຮ້ອນ
ມີບ່ອນບັງລົມໃຫ້ ແສງໄຟທຽນຈຶ່ງສະຫວ່າງ
ແຕ່ຊີວິດຂອງຂ້ອຍນັ້ນ ບໍ່ເໝືອນດ້າມດັ່ງທຽນ

ແຕ່ລະວັນພຽນສູ້ ບາກບັ່ນອົດສາ
ແຖມເວລາການງານ ກໍ່ຖືກຄົນຫຍາມເວົ້າ
ຫາວ່າເຮົາລິນເຫຼົ້າ ໃຫ້ເຂົາຊົມພໍພົ້ນຜ່ານ
ເຂົາຕ້ອງການຫຍັງກໍ່ໄດ້ ຖວາຍໃຫ້ແມ່ນແຕ່ຕົວ

ເຂົາປະນາມວ່າຊົ່ວຊ້າ ຢ່າງໄຮ້ຄ່າຄວາມເປັນຄົນ
ນ້ອຍຕ້ອງທົນກັບໃຈເຈັບ ທຸກຄໍ່າແລງງາຍເຊົ້າ
ສັກສີເຂົາຫຍາມຖິ້ມ ຄືຍິງດາຍບໍ່ມີຄ່າ
ເໝືອນດັ່ງ ດວງມາລາດອກໄມ້ ທີ່ບານໃກ້ມໍ່ມື

ຄິດມ່ວນໃຈຄົນກໍ່ຢື້ ດຶງໜ່ວງເຂົ້າມາຫອມ
ເໝືອນດັ່ງໃຈຖະໜອມຮັກ ຄ່າແພງພັນລ້ານ
ຫຼາຍວັນບານໃຫ້ຊົມຫຼິ້ນ ເກສອນຫອມກໍ່ສິ້ນຄ່າ
ພໍເວລາຜ່ານພົ້ນ ກໍ່ໂຮຍແຫ້ງຫ່ຽວດາຍ

ພວກຜູ້ຊາຍເບິ່ງນ້ອຍ ອາດເໝືອນດັ່ງມາລາ
ແຕ່ວ່າຮຽມເປັນຄົນ ຍ່ອມຕ່າງດວງມາລາໄມ້
ມີເສຍໃຈກັບຄວາມເສົ້າ ລະທົມໃຈກັບຄຳດ່າ
ມີນ້ຳຕາໄຫຼຫຼັ່ງເບົ້າ ບໍ່ເໝືອນດ້າມດັ່ງມັນ

ຂ້ອຍຍອມຮັບວ່າຂ້ອຍນັ້ນ ກ້າວຍ່າງຜິດວິຖີ
ເກີນກວ່າປະເພນີລາວ ຊິຮັບຮອງເອົາໄດ້
ຄືຜູ້ຍິງໃນບາຣ໌ເຫຼົ້າ ສາວກາງຄືນຜູ້ໃຈງ່າຍ
ນອນນຳຊາຍໃດກໍ່ໄດ້ ຂໍພຽງໃຫ້ຄ່າຕົວ

ສັງຄົມວ່າອີ່ລົ້ວ ມີຜົວທົ່ວມູມເມືອງ
ຫຼົງເຮື່ອເຮືອງແສງສີ ຊື່ນາງກາລີບ້ານ
ສຽງທີ່ສັງຄົມຕ້ານ ເຈັບໃນຊວງເໝືອນຟ້າຜ່າ
ແຕ່ກໍ່ຕ້ອງແບກໜ້າ ຫາເງິນທ້ອນເພື່ອຮໍ່າຮຽນ "

" ຂ້ອຍບໍ່ຕິຕຽນເຈົ້າ ໃນເລື່ອງເກົ່າກາຍມາ
ຢຸດນ້ຳຕາເສຍເທາະ ຂ້ອຍເຊື່ອໃນວາຈາເຈົ້າ "
ເຮົາຄ່ອຍວາງແຂນອ້ອມ ດຶງນາງມາມູບບ່າ
ຄວາມເມດຕາຕໍ່ນ້ອຍ ຫົວໃຈຂ້ອຍເລີ່ມອ່ອນໄຫວ

ສອງດວງຕານາງໄຫ້ ນ້ຳຕາຫຼັ່ງລິນໄຫຼ
ຂ້ອຍອອຍໃຈຫອມນາງ ແລ້ວກອດເອົາເຂົ້າມາໃກ້
ສຸດສົງສານເຫັນນາງໄຫ້ ອາໄລວອນຮ້ອງຮໍ່າ
ເກັບເອົາຄວາມບອບຊ້ຳ ລະກຳເສົ້າໃສ່ໃຈ

ຂ້ອຍໄດ້ເວົ້າຕໍ່ນ້ອຍ ຕ່າງໆນາໆ
ກ່າວວາຈາຄວາມດີ ເພື່ອນາງມີຮອຍຍິ້ມ
ສອງຮິມຕາໃຫ້ມັນເອື້ອນ ຢຸດໄຫຼນອງນ້ຳຕາຫຼັ່ງ
ກ່າວຄວາມຫວັງເພື່ອນ້ອຍ ມີໃຈສູ້ສິ່ງຂື່ນຂົມ

" ເຖິງວ່ານ້ອຍຊິລົ້ມ ລຸກເດີນຕໍ່ນະຕາຫວານ
ຊາຍຕ້ອງການຄວາມດີນາງ ອາດຍັງມີຫຼາຍຮ້ອຍ
ຂໍແຕ່ຕົວຂອງນ້ອຍ ປັບໃຈຕັ້ງໂຕໃໝ່
ອ້າຍຄົນໜຶ່ງຂໍຢູ່ໃກ້ ເປັນຄົນໃຫ້ຕື່ມພະລັງ "

ນ້ຳຕານາງຍັງຫຼັ່ງຍ້ອຍ ແນມເບິ່ງຢ່າງເຢັນຊາ
ກິລິຍາຂອງນາງ ບໍ່ເຊື່ອໃນວາຈາຂ້ອຍ
ໃນແວວຕາຂອງນ້ອຍ ແນມເຮົາຢາກຮູ້ວ່າ
ຄຳວາຈາຈາກປາກຂ້ອຍ ຕົວນ້ອຍຊິເຊື່ອບໍ

ເພາະຊາຍທີ່ນາງພົບພໍ້ ໃນຄັ້ງຜ່ານກາຍມາ
ລ້ວນວາຈາຄຳຫວານ ວ່າຮັກນາງທັງນັ້ນ
ຜູກສຳພັນໝາຍໝັ້ນ ຂໍຄຽງກັນເປັນເນື້ອຄູ່
ພໍເມື່ອຮູ້ຂີ້ພື້ນ ກໍ່ຫາຍໜ້າບໍ່ກ່າວລາ

ຂ້ອຍບໍຈາຕໍ່ນ້ອຍ ພຽງກອດອຸ່ນເຂົ້າຫາອົກ
ພ້ອມທັງຈົກແພມົນ ຊັບນ້ຳຕາທີ່ໄຫຼຍ້ອຍ
ຂ້ອຍຈາຊວນເອົານ້ອຍ ໄປລົມກັນຢູ່ບ່ອນໃໝ່
ນ້ອຍຕັ້ງໃຈຄັກແນ່ແລ້ວ ຈຶ່ງຕາມຂ້ອຍຍ່າງອອກໄປ.

ເດືອນເພັງໃສສ່ອງແຈ້ງ ແສງສະຫວ່າງພໍແນມເຫັນ
ສາຍລົມເຢັນແຄມຂອງ ພັດຫອບເອົາອາຍນ້ຳ
ມັນໄດ້ທຳໃຫ້ຕົວຂ້ອຍ ໜາງໃນກາຍວາດໃດໜຶ່ງ
ຍິນສຽງເພງກ່ອມຊຶ້ງ ດັງແວ້ວແຜ່ວມາ

ຂ້ອນນັ່ງແນມເບິ່ງໜ້າ ນຽນອ່ອນນວນສີ
ຂອງນາລີຄຽງກາຍ ນັ່ງຮຽງເຮົານັ້ນ
ກັບຫົວໃຈກະສັນໂອ້ ສົງສານນາງສ່າງງຽບປ່ຽວ
ນາງງວາກຫຼຽວມາເບິ່ງຂ້ອຍ ດ້ວຍຮອຍຍິ້ມທີ່ປ່ຽມໃຈ

ຂ້ອຍຄ່ອຍໄຂວາຈາເວົ້າ ຄ່ອຍໆເບົາໆ
" ຊີວິດຂອງຄົນເຮົາ ຖານະຄົງດີໄດ້
ພຽງແຕ່ຈິດໃຈຕັ້ງ ຊູຄວາມຫວັງໃຫ້ກ້າວຜ່ານ
ອຸປະສັກທີ່ໜ້າຢ້ານ ມັນຈະພົ້ນຜ່ານໄປ

ຂໍໃຫ້ໃຈຕໍ່ຕັ້ງ ຫວັງມຸ່ງຄວາມດີ
ແລ້ວວິຖີຊີວິດ ຈະດຸ່ງເດີນດີໄດ້
ສູ້ດ້ວຍໃຈໝາຍໝັ້ນ ກັບຄວາມຝັນອັນຍິ່ງໃຫຍ່
ວັນໜຶ່ງໃນຂ້າງໜ້ານັ້ນ ເຮົາຈະໄດ້ພົບມັນ "

" ແຕ່ຄວາມຝັນຂອງຂ້ອຍ ມັນຍາກຍິ່ງຈະເດີນເຖິງ
ໄດ້ເພິ່ງພຽງເສດເງິນເຫຼືອ ຈາກຜູ້ຄົນນິໄສຮ້າຍ
ຈາກຜູ້ຊາຍຕັນຫາຮ້ອນ ຫວັງນອນຊົມໃຫ້ຄືນຜ່ານ
ຈຶ່ງບໍ່ຫານເອີ່ຍເອື້ອມ ຮຽນຮູ້ຮ່ອມສູງ "

" ຖ້າເຈົ້າຫວັງມຸ່ງກ້າວ ອະນາຄົດສົດໃສ
ຈົ່ງຕັດສິນໃຈຮຽນ ກ່ອນຊິສວາຍເກີນແກ້
ແນ້ວແນ່ໃຈໝາຍມຸ້ງ ປຣິນຍາອັນກ້າແກ່ນ
ດ້ວຍໃຈໜັກແໜ້ນຕັ້ງ ຄວາມຫວັງເຈົ້າຊິເກີດຜົນ

ຖ້ານ້ອຍຫວັງຕັ້ງຕົ້ນ ຈະເສີມສົ່ງສຶກສາ
ຂ້ອຍຍິນດີເປັນພາລະ ຖ້າມຸ່ງຫວັງຢາກຮຽນຮູ້
ຂ້ອຍຈະເປັນຄົນຍູ້ ປູທາງໃຫ້ເດີນຜ່ານ
ສິ່ງຂ້ອຍຂານກ່າວຕ້ານ ຄວາມຈິງແທ້ອອກຈາກໃຈ "

ໃນຄືນນັ້ນພວກເຮົາໄດ້ ລົມເລື່ອງນາໆ
ດ້ວຍວາຈາເປັນກັນເອງ ແລະເປີດໃຈຈິງເວົ້າ
ຮູ້ສຶກວ່າສອງເຮົານັ້ນ ລົມກັນຢ່າງຫວານຊໍ່າ
ທຸກຖ້ອຍຄຳທີ່ເວົ້າ ລ້ວນເປັນເລື້ອງທີ່ເຂົ້າໃຈ

ຂ້ອຍໄດ້ເວົ້າຕໍ່ນ້ອຍ ຈະເສີມສົ່ງສຶກສາ
ມີວິຊາຕິດຫົວ ເພື່ອຊ່ວຍຕົວໃນພາຍໜ້າ
ການສຶກສາຂອງນ້ອຍ ເຮົາຍິນດີຈະຊົດຊ່ອຍ
ມີບັນຫາໃຫຍ່ນ້ອຍ ເຮົາພ້ອມຮັບສະເໝີ

ຄຳສະເໜີຂອງຂ້ອຍ ນ້ອຍຊ້ອຍຊື່ນສົດໃສ
ນ້ອຍຂອບໃຈຕົວເຮົາ ແລ້ວໝູບຫົວເຂົ້າຊິດໃກ້
ຂ້ອຍພູມໃຈໃນຕົວນ້ອຍ ທີ່ຫວັງຮຽນເລີ່ມຕົ້ນໃໝ່
ຂໍໃຫ້ຫວັງແຫ່ງນ້ອຍ ໄປເຖິງບັ້ນບ່ອນໝາຍ

ສິ່ງທ້າທາຍຕ່າງໆນັ້ນ ພ້ອມທີ່ຈະລຸຍໄປ
ຂ້ອຍຕຽມໃຈຕຽມກາຍ ເພື່ອຊ່ວຍນາງຢ່າງຈິງແທ້
ຈະດູແລຊິດໃກ້ ເປັນກຳລັງໃຈຢູ່ໃກ້ມໍ່
ອຸປະສັກທີ່ພົບພໍ້ ເຮົາກຽມພ້ອມເພື່ອຊ່ວຍນາງ

ຂ້ອຍຄ່ອຍວາງແຂນອ້ອມ ກອດບ່າເບົາໆ
ຄວາມຮູ້ສຶກໃນໃຈເຮົາ ສ່າງຊື່ນບານແສນຊ້ອຍ
ກັບຄວາມຫວັງຂອງຂ້ອຍ ຢາກເຫັນນາງສ້າງຕົວໃໝ່
ດ້ວຍຈິດໃຈປອດກ້ຽງ ໝົດສ້ຽງສິ່ງທຸກໃຈ

ນ້ອຍໄດ້ເວົ້າຕໍ່ຂ້ອຍ ຈະຕັ້ງຕໍ່ສຶກສາ
ໃຫ້ໄດ້ຮັບປຣິນຍາ ດ້ວຍວິຊາຄວາມຮູ້
ມາຟື້ນຟູຄວາມຫຼັງຫຼ້າ ພູມປັນຍາທີ່ຍັງໂງ່
ຊ່ວຍຕົວເອງເພື່ອໃຫ້ພົ້ນ ຄວາມຫຼັງຫຼ້າພັດທະນາ

ຂ້ອຍສັນຍາຕໍ່ນ້ອຍ ຈະຊ່ວຍຢ່າງຈິງໃຈ
ມີສິ່ງໃດບໍ່ພຽງພໍ ຈະຊອກຫາມາໃຫ້
ຖ້າສິ່ງໃດບໍ່ເກີນແກ້ ກຳລັງແຮງທີ່ມີຢູ່
ຈະຕັ້ງໜ້າຕໍ່ສູ້ ເພື່ອຕົວນ້ອຍໄດ້ຮໍ່າຮຽນ

ເຖິງເວລາພຽງນິດໜ້ອຍ ທີ່ເຮົາເລີ່ມຈັກກັນ
ແຕ່ຄວາມຜູກພັນສອງເຮົາ ສ່າງມາກມາຍນອງລົ້ນ
ເກີດຈາກຜົນທີ່ເຄີຍໄດ້ ຄະຕິທຳຄຳສອນສັ່ງ
ເປັນພະລັງໃຫ້ຂ້ອຍ ກັບນ້ອຍໄດ້ເຊື່ອໃຈ.

ຈາກວັນນັ້ນໄດ້ຜ່ານພົ້ນ ຫົກປີກວ່າກາຍໄປ
ໃນຫົວໃຈຂອງເຮົາ ກໍ່ປ່ຽນແປງຫຼາຍຂຶ້ນ
ຫຼາຍວັນຄືນທີ່ຊິດໃກ້ ຄວາມຈິງໃຈທີ່ມີຕໍ່ ກັນນັ້ນ
ເປັນວັນແຫ່ງການພົບພໍ້ ຄວາມສຸກສ້າງຮ່ວມກັນ

ຈາກຄືນວັນທີ່ນ້ອຍ ໄຫ້ຮໍ່າເສຍໃຈ
ຈາກດວງຕາລິນໄຫຼ ປຽກຊຶມນ້ຳຕາຍ້ອຍ
ຈາກວັນຄືນຫງອຍເສົ້າ ເປັນກໍ່າພອຍຕົວເປົ່າ
ຈາກວັນເຮົາພົບນ້ອຍ ໃນວົງລ້ອມທີ່ສ່ຽງໄພ

ເຊົ້າໜຶ່ງ ນ້ອຍໄດ້ຍິ້ມຕໍ່ຂ້ອຍ ຢ່າງເບີດເບັ່ງບານອຸລາ
ດວງຕານາງມີສຸກ ຊື່ນໃນມະໂນເນື້ອ
ໃບໜ້າເໝືອນປະທຸມເຊື້ອ ບົວທອງບານສະພັ່ງ
ກັບທັງສອງຝ່າຍແກ້ມ ແດງເຂັ້ມດັ່ງດອກຝາງ

ວັນນັ້ນນາງນຸ່ງສິ້ນ ຟ້າອ່ອນປະສົມໃໝ
ໃສ່ເສື້ອຂາວແຂນຍາວ ມັດກາລະວັດນ້ອຍ
ນາງປ່ອຍຜົມດຳເຫຼື້ອມ ຍອຍຍາວເຖິງທ້າຍລ່າມ
ໃສ່ຕຸມຫູຍອຍຢາດນ້ຳ ລູກປັດຫ້ອຍແກວ່ງໄກວ

ເກີບສີດຳໂບດອກໄມ້ ເຫຼື້ອມຍິບຍັບຂັດສີລາ
ໃນສາຍຕາຂອງເຮົາ ສ່າງງົດງາມຕຶງໃຈຂ້ອຍ
ວັນນັ້ນຕົວຂອງນ້ອຍ ປະກາຍແວວທີ່ໂດດເດັ່ນ
ຂ້ອຍຫຼິງເຫັນຄວາມຕື່ນເຕັ້ນ ໃນໃບໜ້າທີ່ຜ່ອງໃສ

ເຫັນຄວາມສຸກໃນຮອຍຍິ້ມ ປຶ້ມປ່ຽມຍິນດີ
ລັດສະໝີຄວາມຫວັງ ເລີ່ມເບັ່ງບານໃສແຈ້ງ
ສະແດງຕົນເອງຂຶ້ນ ໃນເວທີທີ່ຍິ່ງໃຫຍ່
ເວທີໄຊເອກອ້າງ ປະດັບສ້າງຊື່ຕົນ

ເຫັນຜູ້ຄົນຍ່າງຍ້າຍ ຍິ້ມງ່າຍສະບາຍໃຈ
ເບິ່ງຜູ້ໃດກໍ່ສຸດແສນ ເບີກບານມະໂນເນື້ອ
ແມ້ງເມື່ອມາເຖິງຫ້ອງ ຫໍປະຊຸມຫຼັງໃຫຍ່
ຕ່າງພູມໃຈເມື່ອໄດ້ ຮຽນຮູ້ສາດຕະສິນ

ຍິນສຽງໂຄສົກເວົ້າ ປະກາດກ່າວໄຂພິທີ
ສະແດງຄວາມຍິນດີ ຕໍ່ທຸກຄົນໃນຫ້ອງ
ແລ້ວກ່າວຄຳຂໍຮ້ອງ " ເຊີນທຸກຄົນລຸກຂຶ້ນກ່ອນ "
ທຸກຄົນຕ່າງຮີບຮ້ອນ ຢືນຂຶ້ນຢ່າງຄ່ອງຕົວ

ບັນຍາກາດທົ່ວຫ້ອງ ມິດງຽບສະຫງົບດີ
ໄດ້ຍິນສຽງດົນຕີ ປ່ອຍສຽງບັນເລງຂຶ້ນ
ຄື້ນສຽງເພງດັງກ້ອງ ເພງຊາດລາວ ' ຊາດກ້າເກັ່ງ
ເປັນສຽງເພງເອກອ້າງ ຄວາມເປັນເຊື້ອຊາດລາວ

ຈາກນັ້ນ ໂຄສົກໄດ້ກ່າວເວົ້າ ປະກາດກ່າວເທິງເວທີ
ໄຫວ້ອາໄລສາມວິ ( ວິນາທີ ) ບຸລຸດລາວທັງແຄວ້ນ
ບຸລຸດລາວຜູ້ແສນກ້າ ປົກປັກປະເທດຊາດ
ເອກະລາດມາສູ່ກ້ຳ ຊົນເຊື້ອຊາດລາວ

ທ່ານນາຍົກຄ່ອຍກ້າວ ຂຶ້ນສູ່ເວທີ
ຜູ້ກິດຕິມະສັກ ເຂົ້າຮ່ວມໃນງານນີ້
ພິທີກອນໄຂຂໍ້ ຂານຄຳຮຽກຊື່
ນັ້ນຄືສຽງຮຽກໃຫ້ ຫົວໃຈເຕັ້ນຄຶກຄະນອງ

ຕ່າງກໍ່ຄ່ອຍຢ່ອງຍ້າຍ ຂຶ້ນສູ່ເວທີ
ຮັບປຣິນຍາບັດ ສຳເລັດການຮຽນຮູ້
ຫຼັງຈາການສຶກສາສູ້ ຫ້າຫົກປີໄດ້ພົ້ນຜ່ານ
ຕ່າງເບີກບານເບັ່ງແຍ້ມ ໃບໜ້າຜ່ອງໃສ

ສຳລັບນ້ອຍນັ້ນໄດ້ ປະກາດແຫ່ງກຽດຕິບັດ
ຜູ້ທັດຖານການຮຽນ ເກັ່ງວິຊາຄວາມຮູ້
ໄຊຍະບັດແດງຄືຜູ້ ຮຽນດີສອບເກັ່ງ
ນອກຈາກເສັງໄດ້ແລ້ວ ຄວາມຮູ້ກໍ່ເກັ່ງໃດ

ນ້ອຍໄດ້ຍິ້ມຕໍ່ຂ້ອຍ ຄ່ອຍກ້າວຍ່າງມາຫາ
ເມື່ອລົງມາຈາກເວທີ ຮັບປຣິນຍາແລ້ວ
ແວວຕານາງສຸດຊ້ອຍ ສຸກໃຈຢ່າງປຶ້ມປ່ຽມ
ຂ້ອຍຕຽມຍື່ນດອກໄມ້ໃຫ້ ພ້ອມຮອຍຍິ້ມຕໍ່ນາງ

ແລ້ວຄ່ອຍວາງແຂນອ້ອມ ຫອມແກ້ມອ່ອນເບົາໆ
ໃນອຸລາຂອງເຮົາ ສ່າງຊື່ນຊຳສຸດຊ້ອຍ
ຍິງໃນຫວັງຂອງຂ້ອຍ ປະສົບໄຊຄັ້ງໃຫຍ່
ໄຊຊະນະທີ່ຜ່ານຂ້າມ ຄວາມຈ້າໂງ່ວິຊາ

ນາງຄ່ອຍແນມເບິ່ງໜ້າ ຍິ້ມຢ່າງງາຍໆ
ພວກໝູ່ນາງທັງຫຼາຍ ຕ່າງເຫຼືອດຕາແນມຈ້ອງ
ພວກເຂົາຫຼຽວມອງຂ້ອຍ ກັບນາງເໝືອນບອກວ່າ
ໜ້າອິດສາແທ້ໆ ມີຄົນໃກ້ຮັກຫອມ

ຕົວຂອງເຮົານີ້ພ້ອມ ຍອມຮັບຄວາມຈິງ
ວ່າຍອດຍິງໃນດວງໃຈ ໜຶ່ງດຽວຄືນ້ອຍ
ນາງຄືຄວາມຫວັງຂ້ອຍ ກຳລັງໃຈຍາມອິດອ່ອນ
ຍາມຫງ່ວມເຫງົາໂສກຮ້ອນ ເຫັນນາງຍິ້ມແລ້ວຊື່ນໃຈ

ນ້ອຍຈັບມືຂ້ອຍໄວ້ ຄ່ອຍໆຍ່າງເດີນໄປ
ນາງຄົງມີຄວາມສຸກໃຈ ດັ່ງດຽວກັບຂ້ອຍ
ໃບໜ້າເຕັມຮອຍຍິ້ມ ດວງອຸລາຄົງປຶ້ມປ່ຽມ
ເດີນຄ່ຽມຄົມຍ່າງຍ້າຍ ຄຽງຂ້າງຄູ່ເຮົາ

ຍິນສຽງຫົວສຽງເວົ້າ ຟົດສະນັ່ນເຮຮາ
ເມື່ອອອກມານອກອາຄານ ຜູ້ຄົນຫຼາຍລົ້ນ
ຕ່າງກໍ່ສົນໆສົ້ວ ໄປມາຍ້າຍຍ່າງ
ບາງຜ່ອງກໍ່ນັ່ງຈຸ້ມ ລົມຫຼິ້ນຕໍ່ກັນ

ບາງກຸ່ມນັ້ນ ກໍ່ຢືນຢູ່ເປັນວົງ
ຕ່າງສົ່ງສຽງເຮຮາ ເວົ້າຈາສະໜຸກແມ້ງ
ຕ່າງສະແດງຮອຍຍິ້ມ ຄວາມຈິງໃຈບອກບົ່ງ
ທຸກຄົນຄົງຊື່ນຊ້ອຍ ໃບໜ້າເບັ່ງບານ

ຂ້ອຍກ່າວຕ້ານຕໍ່ນ້ອຍ ຄ່ອຍໆເບົາໆ
" ເຮົາຖ່າຍຮູບກັນເທາະ ເພື່ອເປັນອະນຸສອນໄວ້ "
" ເອົາມູມໃດນໍນີ້ ຈະງາມດີເຂົ້າທ່າ "
" ຂ້ອຍວ່າຢູ່ບ່ອນນີ້ ຄົງງາມໄດ້ທຸກໆມູມ "

ນ້ອຍຍ່າງໄປສຸມດອກໄມ້ ທີ່ພວມເບັ່ງບານສີ
ຕາຫຼຽວຊົມມາລີ ຢ່າງຊື່ໃນໃຈຊ້ອຍ
ແລ້ວກ່າວຈາກັບຂ້ອຍ " ສົນໃຈຈຸດນີ້ບໍ່ ? "
ຂ້ອຍບໍ່ຈາກ່າວເວົ້າ ພຽງຍິ້ມແລ້ວງຶກຫົວ

" ຍັບມາຂວານິດໜ້ອຍ ພາບຈຶ່ງສວຍງາມ
ໜຶ່ງສອງສາມ " ແກຣັບ " ເອົາຕື່ມນໍຈຸດນັ້ນ "
" ກະລຸນາຫັນໜ້າ ເຂົ້າຫາກັນອີກໜ້ອຍໜຶ່ງ
ແນມມາເບິ່ງກ້ອງໜ້ອຍ ປ່ອຍຮອຍຍິ້ມອ່ອນໆເດີ "

ຂໍ້ສະເໜີຂອງມືກ້ອງ ຂ້ອຍຍ້ອງວ່າມີສີສັນ
ນັ້ນແມ່ນສິລະປະຍຸດ ເພື່ອຜູ້ຄົນຊົມໃຊ້
" ຈະເອົາຈຸດໃດເພີ້ມ ຫຼືພໍເທົ່ານີ້ບໍ່ ? "
ມືກ້ອງຂໍໃຫ້ຂ້ອຍ ມິີຄຳເວົ້າຄິດເຫັນ

ສາຍລົມເຢັນຜ່ານດອກໄມ້ ຫອມອ່ອນໆໃນດັງ
ສ້າງພະລັງຄວາມຫວັງ ເພື່ອທຸກຄົນເດີນກ້າວ
ມີຈິດໃຈຫັນຫ້າວ ບຸກບືນຜ່ານຜ່າ
ປຣິນຍາໄດ້ຮັບແລ້ວ ຈົ່ງຫັນຫ້າວສູ່ວຽກງານ

ຂໍພວກເຈົ້າຢ່າກຽດຄ້ານ ເອົາແຕ່ທ່ຽວເພີນຈິດ
ຈົ່ງໃສ່ໃຈໃນຊີວິດ ຄິດທຳສິ່ງດີໄດ້
ພາກພູມໃຈຫັນຫ້າວ ໃນການງານແລະໜ້າທີ່
ຜືນແຜ່ນດິນຖິ່ນນີ້ ຫວັງເຈົ້າຊ່ວຍສ້າງສາ

ໃຫ້ພວກເຈົ້າຕັ້ງໜ້າ ເຜີຍແຜ່ຄວາມດີ
ດ້ວຍສັກສີຊີວິດ ຜູ້ຜ່ານການຮຽນຮູ້
ຊ່ວຍຟື້ນຟູເມືອງບ້ານ ແດນກັນດານມີໜ້າໃໝ່
ສ້າງຊາດລາວເໜືອຮອດໃຕ້ ໃຫ້ໃສເຫຼື້ອມພັດທະນາ

ສປປລາວໃນຕໍ່ໜ້າ ຈະເຮືອງຮຸ່ງສີວິໄລ
ກໍ່ອາໃສລູກຫຼານລາວ ຜູ້ທີ່ມີຄວາມຮູ້
ຖະນຸຖະໜອມສ້າງ ແດນລາວໃຫ້ມີຮັ່ງ
ຊາດມຸ່ງຫວັງຕໍ່ເຈົ້າ ໂຮມໃຈສ້າງຖິ່ນລາວ

ໃຫ້ຊາດລາວມຸ່ງກ້າວ ຂຶ້ນສູ່ຄວາມສຸກສົມ
ແດນສັງຄົມນິຍົມ ພັກລັດເຮົາຫວັງໄວ້
ຫວັງໃຫ້ຊາວລາວໄດ້ ຄວາມສົດໃສຖ້ວນຖີ່
ຄວາມຮັ່ງມີພຽບພ້ອມ ສະເໝີໜ້າທຸກໆຄົນ

ໃຫ້ໝັ່ນພຽນຄິດຄົ້ນ ສ້າງສິ່ງສວຍງາມ
ວິລະກຳຄົນລາວ ໃຫ້ຊ່າເຊັງລືກ້ອງ
ສາມັກຄີປອງດອງສ້າງ ສັງຄົມລາວໃຫ້ພົ້ນເດັ່ນ
ໃຫ້ເປັນຖິ່ນເອກອ້າງ ຊາວໂລກາກວ້າງໄຝ່ຢາກເຫັນ

ດວງຕາເວັນເຄື່ອນຍ້າຍ ຄ້ອຍບ່າຍລົງແລງ
ປ່ອຍໃຫ້ແສງນິອອນ ສາດສີແສງຈ້າ
ປະດັບປະດາເຫຼື້ອມ ຕາມອາຄານແຈ້ງສະຫວ່າງ
ໄຟຍິບຍັບເໝືອນຍ່າງຍ້າຍ ເດີນເຕັ້ນໄລ່ກັນ

ໃນຄໍ່າຄືນວັນນັ້ນ ຂ້ອຍສຸດທີ່ມີສຸກ
ຂ້ອຍສະໜຸກສະໜານໃຈ ເບີກບານມະໂນເນື້ອ
ທຸກເທື່ອແນມດູໜ້າ ສົບຕານາງຊ່າງຍິ້ມງ່າຍ
ດ້ວຍສາຍຕາອ່ອນຊ້ອຍ ມີໃຫ້ຕໍ່ກັນ

ຂ້ອຍຍອມຮັບວ່າຂ້ອຍນັ້ນ ມີພຽງໜຶ່ງໃນດວງໃຈ
ບໍ່ອາດມີຍິງໃດ ປ່ຽນແທນຕົວນ້ອຍ
ນາງເປັນດວງໃຈຂ້ອຍ ຂວັນຊີວາຍອດສະຫງ່າ
ທຸກວັນຄືນຈະຮັກນ້ອຍ ໜັກແໜ້ນໜຶ່ງດຽວ

ນ້ອຍນັ້ນຫຼຽວເບິ່ງຂ້ອຍ ຢ່າງຊຶ້ງຊໍ່າສາຍຕາ
ຍັບເຂົ້າມາຕິດຕົວ ຄ່ອຍກອດແອວເຂົ້າຊິດໃກ້
ໃນຫົວໃຈຂອງຂ້ອຍ ຄວາມສຸກນອງລົ້ນຫຼັ່ງ
ຍິງໃນຫວັງຂອງຂ້ອຍ ຄືນ້ອຍທີ່ຮັກເຮົາ

ນ້ຳຕານາງຫຼໍ່ເບົ້າ ຍ້ອຍຫຼັ່ງໄຫຼລົງ
ໄຫຼສົ່ງຄວາມອັຍເສົາ ທີ່ຜ່ານມາໃຫ້ໝົດສິ້ນ
ແລ້ວມຸ່ງຫວັງຖວິນສ້າງ ຄວາມງາມໃຫ້ຜຸດຜ່ອງ
ນາງຫຼຽວມອງເບິ່ງຂ້ອຍ ກັບຄຳເວົ້າທີ່ຖ່ອມຕົວ

" ຈາກວັນນ້ອຍເຄີຍເກືອກກົ້ວ ມົ້ວກິ່ນສຸລາ
ຈາກຄລັບບາຣ໌ລາຕີ ຈາກແສງສີເຕັ້ນ
ຈາກວັນເວັນນອນໄຫ້ ເພື່ອວັນຄືນໄດ້ຍິ້ມງ່າຍ
ຈາກສາຍຕາຊາຍອ້ອມຂ້າງ ພຽງຫວັງຊ້ອນຊົ່ວຄືນ

ຈາກວັນຂົມຂື່ນແຄ້ນ ກັບຄຳກ່າວຈາຫຍາມ
ສຽງປະນາມຈາກສັງຄົມ ວ່າຊົ່ວຊາມນາມຮ້າຍ
ຈາກສາຍຕາເຄີຍແນມຈ້ອງ ເຫັນເຮົາເປັນຍິງຊົ່ວ
ຄວາມມືດມົວກ່ອນນັ້ນ ວັນນີ້ໄດ້ຫ່າງຫາຍ

ນັບແຕ່ມື້ໄດ້ພົບອ້າຍ ນ້ອຍມີແຕ່ຄວາມສຸກສັນ
ຄວາມງົດງາມນິລັນດອນ ໄດ້ເກີດມີໃນໃຈນ້ອຍ
ຄວາມມຸ່ງຫວັງຂອງຂ້ອຍ ເໝືອນມາລາຈູມຈໍ່
ອະນາຄົດເໝືອນໜໍ່ໄມ້ ທີ່ພວມພົ້ນໂພ່ດິນ

ມາລາໂຊຍກິ່ນກຸ້ມ ຫອມອ່ອນຕາມລົມ
ຄວາມປິຕິດົມດອມ ກ່ອມສະເໜຫອມຊຶ້ງ
ຄວາມຕຶງໃນໃຈຊ້ອຍ ເດີນຕາມຮອຍແສງສະຫວ່າງ
ເຫັນເສັ້ນທາງທີ່ຮຸ່ງແຈ້ງ ສະແຫວງສ້າງສິ່ງດີ

ຈາກວັນນີ້ຈະຊື່ນແຍ້ມ ຍິ້ມຢ່າງທະນົງໃຈ
ໃນອ້ອມແຂນຄົນຮັກ ທີ່ເທີດທູນບູຊາໄວ້
ນ້ອຍຂໍໄຂໃຈເວົ້າ ກັບຄວາມຈິງເພື່ອບອກວ່າ
ຕົວນ້ອຍ ຫວັງວິວາຮ່ວມອ້າຍ ໝາຍຊ້ອນຮ່ວມໝອນ "

ນ້ຳຕາຂ້ອຍເລີ່ມກ້ອນ ມາທີ່ຫົວຕາ
ຢາດລົງມາຫາຄາງ ຈຶ່ງຄ່ອຍເອົາມືເນັ້ນ
ນ້ອຍແຍມເຫັນນ້ຳຕາຂ້ອຍ ຈັບເອົາແພຊັບຄ່ອຍໆ
ພ້ອມທັງຍິ້ມໃຫ້ຂ້ອຍ ໃນຮອຍຍິ້ມທີ່ຊື່ນໃຈ.

ສອງເດືອນກວ່າໄດ້ຜ່ານພົ້ນ ທີ່ນ້ອຍເລີ່ມການງານ
ສິ່ງເບັ່ງບານຄູ່ຄວາມຮັກ ທີ່ງົດງາມໃນໃຈນ້ອຍ
ຫຼາຍວັນຄືນນາງຖາມຂ້ອຍ ຄອຍວັນວິວາແຕ່ງ
ຍິງຂວັນແພງຢ່າງນ້ອຍ ຄອຍຂ້ອຍຊິບໍ່ໄຫວ

ຂ້ອຍຈຶ່ງຕັດສິນໃຈເຂົ້າ ວິວາຮ່ວມຮຽງນາງ
ສ້າງກໍ່ແປງເຮືອນຫໍ ເພື່ອພໍ່ຄົນພາຍຊ້ອຍ
ດຽວນີ້ຄອບຄົວຂ້ອຍ ສຸກສົມບູນທຸກຢ່າງ
ມີຜືນດິນທີ່ກວ້າງ ມີທາງກ້ຽງສະອາດຕາ

ມີໜອງປາໜອງກຸ້ງ ຟາມໄກ່ຟາມໝູ
ມີຄູບາອາຈານ ເພື່ອນຝູງໂຮມເຕົ້າ
ມີສາວໆມາລິນເຫຼົ້າ ເບົາໆເດີເວົ້າຄ່ອຍໆ
ເພາະເມຍຂ້ອຍທີ່ຊື່ນ້ອຍ ນັ່ງຄຽງຂ້າງຊິຈ່ອງຫູ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

              ( ຕໍ່ຈາກ 3 )


ແຕ່ວ່າຂ້ອຍບໍ່ໄດ້ລົ້ວ ເໝືອນດັ່ງເຂົາຈາ
ໃນເວລາການງານ ກໍ່ຍ່ອມເປັນສັນນີ້
ບໍ່ອາດມີຍິງໃດມົ້ມ ຮອຍມືຊາຍຊູນຜ່ານ
ຊາຍປາກຫວານອິ່ນອ້ອຍ ມືນັ້ນກໍ່ຍິ່ງໄວ

ເຖິງວ່າໃນໃຈຂ້ອຍ ຈະເຈັບທີ່ອຸລາ
ມີແຂກ ກໍ່ຕ້ອງມາບໍລິການ ນັ້ນແມ່ນງານຂອງຂ້ອຍ
ຊີວິດຂອງຕົວນ້ອຍ ຂາຍສະເໜຄືຍິ້ມງ່າຍ
ເພື່ອໃຫ້ຊາຍທີ່ຢູ່ໃກ້ ພໍໃຈໃຫ້ນັ່ງນຳ

ແຕ່ລະວັນຈຳໃຈສູ້ ເພື່ອຊອກຢູ່ຫາກິນ
ເພາະຂາດເຂີນສິນຊັບ ຈຶ່ງຮັບທຳງານນີ້
ເພາະບໍ່ມີຄວາມຮູ້ ຈົນໃຈຈຳຕ້ອງຜ່າ
ຊອກຫາເງິນຄ່ອຍທ້ອນ ເພື່ອຫວັງໄດ້ຮໍ່າຮຽນ

ກ່ອນທີ່ທຽນຈະໄຕ້ ເຮືອງຮຸ່ງໃຫ້ສົດໃສ
ກໍ່ຍ່ອມມີຍັງໄຟ ຈູດເຜົາໃຫ້ມັນຮ້ອນ
ມີບ່ອນບັງລົມໃຫ້ ແສງໄຟທຽນຈຶ່ງສະຫວ່າງ
ແຕ່ຊີວິດຂອງຂ້ອຍນັ້ນ ບໍ່ເໝືອນດ້າມດັ່ງທຽນ

ແຕ່ລະວັນພຽນສູ້ ບາກບັ່ນອົດສາ
ແຖມເວລາການງານ ກໍ່ຖືກຄົນຫຍາມເວົ້າ
ຫາວ່າເຮົາລິນເຫຼົ້າ ໃຫ້ເຂົາຊົມພໍພົ້ນຜ່ານ
ເຂົາຕ້ອງການຫຍັງກໍ່ໄດ້ ຖວາຍໃຫ້ແມ່ນແຕ່ຕົວ

ເຂົາປະນາມວ່າຊົ່ວຊ້າ ຢ່າງໄຮ້ຄ່າຄວາມເປັນຄົນ
ນ້ອຍຕ້ອງທົນກັບໃຈເຈັບ ທຸກຄໍ່າແລງງາຍເຊົ້າ
ສັກສີເຂົາຫຍາມຖິ້ມ ຄືຍິງດາຍບໍ່ມີຄ່າ
ເໝືອນດັ່ງ ດວງມາລາດອກໄມ້ ທີ່ບານໃກ້ມໍ່ມື

ຄິດມ່ວນໃຈຄົນກໍ່ຢື້ ດຶງໜ່ວງເຂົ້າມາຫອມ
ເໝືອນດັ່ງໃຈຖະໜອມຮັກ ຄ່າແພງພັນລ້ານ
ຫຼາຍວັນບານໃຫ້ຊົມຫຼິ້ນ ເກສອນຫອມກໍ່ສິ້ນຄ່າ
ພໍເວລາຜ່ານພົ້ນ ກໍ່ໂຮຍແຫ້ງຫ່ຽວດາຍ

ພວກຜູ້ຊາຍເບິ່ງນ້ອຍ ອາດເໝືອນດັ່ງມາລາ
ແຕ່ວ່າຮຽມເປັນຄົນ ຍ່ອມຕ່າງດວງມາລາໄມ້
ມີເສຍໃຈກັບຄວາມເສົ້າ ລະທົມໃຈກັບຄຳດ່າ
ມີນ້ຳຕາໄຫຼຫຼັ່ງເບົ້າ ບໍ່ເໝືອນດ້າມດັ່ງມັນ

ຂ້ອຍຍອມຮັບວ່າຂ້ອຍນັ້ນ ກ້າວຍ່າງຜິດວິຖີ
ເກີນກວ່າປະເພນີລາວ ຊິຮັບຮອງເອົາໄດ້
ຄືຜູ້ຍິງໃນບາຣ໌ເຫຼົ້າ ສາວກາງຄືນຜູ້ໃຈງ່າຍ
ນອນນຳຊາຍໃດກໍ່ໄດ້ ຂໍພຽງໃຫ້ຄ່າຕົວ

ສັງຄົມວ່າອີ່ລົ້ວ ມີຜົວທົ່ວມູມເມືອງ
ຫຼົງເຮື່ອເຮືອງແສງສີ ຊື່ນາງກາລີບ້ານ
ສຽງທີ່ສັງຄົມຕ້ານ ເຈັບໃນຊວງເໝືອນຟ້າຜ່າ
ແຕ່ກໍ່ຕ້ອງແບກໜ້າ ຫາເງິນທ້ອນເພື່ອຮໍ່າຮຽນ "

                   ( ຍັງມີຕໍ່)

ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

             ( ຕໍ່ຈາກ 2 )
ມັນເປັນວັນທີ່ນ້ອຍ ສຸດທີ່ເສຍໃຈ
ແສນອາໄລຄວາມຫຼັງ ເມື່ອແມ່ຍັງຄອຍລ້ຽງ
ບັດນີ້ຍັງພຽງສຽງໄຫ້ ວອນອາໄລຄິດຮອດແມ່
ມີພຽງແພເປັນເພື່ອນຂ້ອຍ ຄອຍໄວ້ເຊັດນ້ຳຕາ

ຄວາມຣັກແສນຄ່າລ້ານ ເຄີຍບານເບັ່ງໃນໃຈ
ຍັງເຫຼືອພຽງຄວາມອາໄລ ໃຫ້ເຮົາໄດ້ຊົມເສົ້າ
ຂ້ອຍເຫງົາຫຼາຍໃນວັນນັ້ນ ເຫງົາໃຈບໍ່ຮູ້ສວ່າງ
ຄິດຫາທາງອັນຮຸ່ງແຈ້ງ ບໍ່ເຫັນຮູ້ວ່າຢູ່ໃສ

ການສຶກສາໃນເມື່ອນັ້ນ ຂ້ອຍຮຽນຢູ່ມໍຫົກ
ຕົວນ້ອຍເກືອບເສັງຕົກ ເມື່ອທ້າຍປີຈົບຊັ້ນ
ດີແຕ່ໃນຕອນນັ້ນ ຕັດສິນໃຈຕັ້ງຕໍ່
ນ້ອຍຈຶ່ງພໍໄດ້ຍິ້ມ ຫຼັງມື້ປະກາດຜົນ

ຄວາມສຳເລັດຂັ້ນຕົ້ນ ພົ້ນຜ່ານສົດໃສ
ເຖິງໃຈຫວັງເສີມຍົກ ເພີ່ມວິຊາຄວາມຮູ້
ແຕ່ຂາດຄົນຄອຍຍູ້ ຊູຄວາມຫວັງໃຫ້ເຮົາຜ່ານ
ຄວາມອາພັບທີ່ໜ້າຢ້ານ ມັນທຳໃຫ້ຂ້ອຍສ່ຽງໄພ

ຊີວິດຂ້ອຍໃນເມື່ອນັ້ນ ເໝືອນໄຮ້ຄ່າຄວາມໝາຍ
ແສນເສຍດາຍການຮຽນ ແຕ່ບໍ່ມີຄວາມພ້ອມ
ຂ້ອຍຈຶ່ງຍອມໂຈະໄວ້ ຕັດສິນໃຈລາປ່ອຍ
ຄວາມມຸ່ງຫວັງແຫ່ງຂ້ອຍ ຄົງໝົດສິ້ນເສື່ອມສະຫຼາຍ

ນີ້ນໍໂຊກອັນໂຫດຮ້າຍ ມັນສ່າງທໍລະມານ
ກາຍເປັນຄົນພິການໃຈ ຕໍ່ສິ່ງເຄີຍຫວັງໄວ້
ມີພຽງໃຈອັນໝອງເສົ້າ ເຍົາວະມານຄອຍສາບແສ່ງ
ນະລົກຄອຍກັ່ນແກ້ງ ສະຫວັນນັ້ນຊ່ວຍບໍ່ທັນ

ໃຜຈັກຄົນແນ່ນັ້ນ ຈະຮູ້ຕໍ່ຄວາມເສຍໃຈ
ຄວາມຮູ້ສຶກໃນອາລົມ ທີ່ຂື່ນຂົມຂອງຂ້ອຍ
ຫຼາຍວັນຄືນທີ່ຕົວນ້ອຍ ນອນລະທົມຮ້ອງຮໍ່າ
ອົກຄໍ່າຄວນຢູ່ບໍ່ແລ້ວ ເພາະຄວາມແປ້ວປ່ວຍໃນ

ກວ່າສະຫງົບໃຈໄດ້ ນ້ອຍຕ້ອງຈ່ອຍຕົມຜອມ
ກວ່າທີ່ຈະຍອມຮັບ ສະພາບຄວາມເປັນຈິງນັ້ນ
ຫົວໃຈເຮົາມັນສະບັ້ນ ຢາກຈະຕາຍຕັ້ງຫຼາຍເທື່ອ
ແຕ່ເພື່ອຫວັງແມ່ມຸ່ງໃຫ້ ໃຈເຮົານັ້ນຈຶ່ງຄ່ອຍທົນ

ເກືອບໜຶ່ງປີຜ່ານພົ້ນ ທີ່ລາຫ່າງໂຮງຮຽນ
ເກືອບທຸກວັນຮຽມຍັງຂຽນ ອ່ານຕໍ່າລາຊຸມນັ້ນ
ມັນຍັງເປັນຄວາມຫວັງຂ້ອຍ ໃນການຮຽນເລີ່ມຕົ້ນໃໝ່
ຂ້ອຍຕ້ອງການເພື່ອຢາກໄດ້ ຄວາມຮູ້ທີ່ເດັ່ນດີ

ຂ້ອຍເຮັດວຽກຢູ່ບ່ອນນີ້ ກໍ່ເພື່ອຫາເງິນ
ມາຕາບຈູນຊີວິດ ທີ່ທຸກຈົນຂອງຂ້ອຍ
ມາຕາບຈູນຮອຍແປ້ວ ຂອງຄົນຈົນຂາດທີ່ເພິ່ງ
ຄົນທັງຫຼາຍອາດເບິ່ງຂ້ອຍ ເໝືອນສາວດິ້ງທົ່ວໆໄປ

 

                     ( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ພ.ພ.. 11, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

             ( ຕໍ່ຈາກ 1 )
ຄືນທຳອິດໄດ້ພົບນ້ອຍ ຂ້ອຍຍັງຈື່ຝັງໃຈ
ທ່າມກາງໄຟແສງສີ ຍິບຍັບເປັນຈັງຫວະເຕັ້ນ
ຂ້ອຍໄດ້ແນມເຫັນນ້ອຍ ສາວຄົນງາມຍິ້ມມາໃສ່
ຂ້ອຍກໍ່ຍິ້ມໃຫ້ນ້ອຍ ທັງເວົ້າບອກນັ່ງນຳ

ນ້ອຍກໍ່ທຳຕາມຂ້ອຍ ນາງນັ່ງຢ່າງເຕັມໃຈ
ທ່າມກາງໄຟແສງສະຫຼົວ ດື່ມກິນລິນເຫຼົ້າ
ໃນສາຍຕາເຮົານັ້ນ ເຫັນນາງທີ່ແປກກວ່າ
ເວລານາງສົ່ງຍິ້ມ ເໝືອນຄວາມເສົ້າເຊື່ອງໃນ

ນາງນັ່ງລົງມໍ່ໃກ້ ແລ້ວຍິ້ມໃສ່ຫວານໆ
ອຸທານສຽງສາຍດີ ພອ້ມຍົກມືປະນອມນີ້ວ
ອາຍນ້ຳຫອມປີວຂຶ້ນ ເບົາໆເມື່ອໄດ້ກິ່ນ
ຖວິນໃຈຜູ້ຢູ່ໃກ້ ໃຫ້ໄຂເວົ້າວ່າລົມ

ຂ້ອຍກ່າວຊົມຕໍ່ນ້ອຍ ທີ່ຍິ້ມງ່າຍສະບາຍຕົວ
ບາງຄັ້ງນາງມີສຽງຫົວ ເມື່ອຖືກໃຈວາຈາຂ້ອຍ
ເຮົາຮູ້ສຶກວ່າຕົວນ້ອຍ ສຸກໃຈຢ່າງຊ້ອຍຊື່ນ
ດ້ວຍທ່າທາງທີ່ຟົດຟື້ນ ຈາເວົ້າຢ່າງຄ່ອງຕົວ

ໃຜຈະຮູ້ ວ່າສຽງຫົວແລະຮອຍຍິ້ມ ມັນຊ້ອນເຊື່ອງປິດສະໜາ
ເຊື່ອງນ້ຳຕາຂອງຄວາມເຈັບ ປວດໜ່ວຍໃຈເອົາໄວ້
ເມື່ອຂ້ອຍຖາມໃນບາງຂໍ້ ນ້ຳຕານາງຕ້ອງແຕກຜ່າ
ສອງດວງຕາເລີ່ມຢາດຍ້ອຍ ຄຳຖາມຂ້ອຍອາດຊັອກໃຈ

ເມື່ອນັ້ນເອງຂ້ອຍຈິ່ງໄດ້ ຮູ້ເລື່ອງຂອງນາງ
ຄວາມອັບໝາງຂອງຊີວິດ ທີ່ເກີດມາກັບນ້ອຍ
ນາງໄດ້ລົມກັບຂ້ອຍ ໃນຄວາມຫຼັງທີ່ຄ້ອຍງ່ຽງ
ດ້ວຍນ້ຳສຽງທີ່ແຫບແຫ້ງ ທັງສະອື້ນຢູ່ທີ່ໃຈ

ຂ້ອຍເກືອບອົດບໍ່ໄດ້ ຈະກັ້ນຫຼັ່ງນ້ຳຕາໄຫຼ
ຂ້ອຍປ່ວຍໃຈແທນນາງ ເມື່ອໄດ້ຟັງນາງເວົ້າ
ຟັງຄວາມຫຼັງທີ່ແສນເສົ້າ ອັບເສົາໃນຄັ້ງຜ່ານ
ຂ້ອຍສົງສານຕໍ່ນ້ອຍ ໃນຄຳເວົ້າເວົ້າທີ່ກ່າວຈາ

" ນ້ອຍເປັນລູກກໍ່າພ້າ ຕັ້ງແຕ່ຍັງເຍົາ
ຊີວິດເນົາໃນເຮືອນ ແມ່ແພງພຽນລ້ຽງ
ບາງມື້ມີພຽງເຂົ້າ ສອງສາມກຳພໍໄດ້ມ່າ
ພໍ່ໄດ້ລາຈາກນ້ອຍ ຄາວຂ້ອຍໄດ້ໜຶ່ງປີ

ຊີວິດມີແຕ່ແມ່ລ້ຽງ ເປັນທີ່ເພິ່ງປາລະມີ
ແມ່ເພິ່ນເປັນຄົນດີ ທີ່ສຸດໃນໃຈນ້ອຍ
ເພິ່ນຕ້ອງການຢາກເຫັນຂ້ອຍ ເປັນຄົນດີມີຄຸນຄ່າ
ແມ່ຈຶ່ງຕັ້ງຕໍ່ໜ້າ ຫາລ້ຽງຢ່າງຊຸກຊົນ

ແມ່ຢາກໃຫ້ນ້ອຍພົ້ນ ຄວາມທຸກໃນຊີວາ
ບາງຄືນ ແມ່ເພິ່ນນອນນ້ຳຕາໄຫຼ ເພາະສົງສານຂ້ອຍ
ແມ່ສຸດຫງອຍເຫງົາເສົ້າ ຍາມເຮົາເຈັບປ່ວຍ
ເຮັດທຸກຢ່າງເພື່ອຊ່ວຍຂ້ອຍ ໃຫ້ຫາຍພົ້ນຈາກປ່ວຍກາຍ

ແມ່ບໍ່ເຄີຍເວົ້າຮ້າຍ ປາກດ່າຈາຂົມ
ເພິ່ນອົບຮົມຕົວເຮົາ ໃຫ້ຮັກການຮຽນຮູ້
ສອນໃຫ້ເຮົາທົນສູ້ ອົດທົນບາກບັ່ນ
ວັນໜຶ່ງໃນຂ້າງໜ້ານັ້ນ ເຮົາຈະໄດ້ຢູ່ດີ

ຂ້ອຍສຸດມີຄວາມສຸກລົ້ນ ເມື່ອໃກ້ແມ່ມານດາ
ແມ່ວາຈາແຕ່ຄວາມດີ ສັ່ງສອນແຕ່ຄວາມກ້າວ
ເຖິງຈະໜາວຫຼືຮ້ອນ ຝົນລິນບໍ່ເຄີຍຈົ່ມ
ແມ່ຄ່ອຍກົ້ມໜ້າສູ້ ເພື່ອເຮົາໄດ້ຢູ່ເຢັນ

ແຕ່ລະວັນແມ່ບໍ່ເວັ້ນ ບາກບັ່ນການງານ
ສ້າງຮາກຖານຖານະ ໃຫ້ໝັ້ນຄົງເອົາໄວ້
ແມ່ໃສ່ໃຈໃນຕົວຂ້ອຍ ຫວັງເຫັນເຮົາໄດ້ຍິ້ມງ່າຍ
ແມ່ມຸ່ງໝາຍເສີມສົ່ງຂ້ອຍ ໄດ້ຮຽນຮູ້ສິ່ງດີ

ແຕ່ແລ້ວຊີວິດນີ້ ມັນສ່າງຈົນອັບ
ວາສະໜາອາພັບ ທັບຕົວບໍມີມົ້ມ
ຄວາມຂື່ນຂົມໄດ້ມາເຂົ້າ ທຳລາຍເຮົາຄັ້ງໃຫຍ່
ແມ່ໄດ້ໄລຈາກຂ້ອຍ ປະນ້ອຍຢູ່ຜູ້ດຽວ

ຊີວິດສຸດປ່ຽວວ້າງ ຂາດທີ່ເພິ່ງອາໃສ
ຂາດຄົນຄອຍເອົາໃຈ ເມື່ອເຮົາເຫງົາເສົ້າ
ວັນແມ່ເຮົາຕາຍສິ້ນ ຮຽມເປັນວິນລົ້ມທ່າວ
ໃຈສຸດທີ່ປວດລ້າວ ຫີວໄຫ້ຫອດກະສັນ

          ( ຍັງມີຕໍ່ )

ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເປັນບົດທີ່ຍາວໜ້ອຍໜຶ່ງເດີ ແຕ່ຈະລົງເປັນຕອນສັ້ນໆໃຫ້ອ່ານ


ກຸຫຼາບກາງໄຟ
# ນິມິດສະຫວັນ

ຄັ້ງທຳອິດທີ່ພົບນ້ອຍ ນາງໝອງໝົ່ນໃນຊີວາ
ສອງດວງຕາມີຄວາມທຸກ ແຜດເຜົາຜານໄໝ້
ດ້ວຍຫົວໃຈສົງສານນ້ອຍ ສາວຄົນລາວໃກ້ສິ້ນຄ່າ
ຄວາມເມດຕາເພື່ອນ້ອຍ ມີຮອຍຍິ້ມທີ່ປ່ຽມໃຈ

ດ້ວຍເຫດນັ້ນຂ້ອຍຈຶ່ງໄດ້ ຮັບປາກຕໍ່ນົງຄານ
ຫວັງເພື່ອສາວດວງຕາຫວານ ຈຶ່ງຊ່ວຍນາງໃນຕອນຕົ້ນ
ຫວັງສ້າງນາງໃຫ້ໜີພົ້ນ ລາຄີຄາວຄາບເງື່ອນ
ພົ້ນຈາກຄວາມແປດເປື້ອນ ໃຫ້ງາມລ້ຳເລື່ອນລອຍ

ນັບແຕ່ຂ້ອຍໄດ້ພົບນ້ອຍ ຊ່າງຊ້ອຍຊື່ນສົດໃສ
ໃນຫົວໃຈມີຄວາມສຸກ ແຕກຕ່າງກັນຄາວຫຼັງນັ້ນ
ໄດ້ພົບກັນກັບນ້ອຍ ຫົວໃຈເຮົາຮູ້ສຶກວ່າ
ຄຸນຄ່າຍິ້ມຈາກນ້ອຍ ຄວາມສຸກຂ້ອຍສ່າງແປກໃຈ

ດ້ວຍເຫດຜົນໃດນັ້ນ ຂ້ອຍບໍ່ສ່າງພັນລະນາ
ຈະວ່າເຮົາຫຼົງຮັກ ມັກນາງໃນຕອນນັ້ນ
ມັນບໍ່ເປັນໄປໄດ້ ເພາະໃຈເຮົາຮູ້ສຶກວ່າ
ຄວາມເມດຕາຕໍ່ນ້ອຍ ຂ້ອຍມີໃຫ້ແມ່ນສິ່ງດຽວ

ຂ້ອຍເຂົ້າມາກ່ຽວຂ້ອງ ຢາກເສີມສົ່ງໃຫ້ນາງດີ
ຢາກໃຫ້ນາງມີຊີວິດ ທີ່ດີໃນພາຍໜ້າ
ສ່ວນວ່າໃຈຈະຫວັງຄວ້າ ເອົານາງມາແນບບ່ອນ
ມາຢູ່ນອນຮ່ວມຂ້າງ ບໍ່ເຄີຍໄດ້ຄິດເລີຍ

ເຮົາບໍ່ເຄີຍຄິດເວົ້າ ຫຼຶຈາຕໍ່ຄຳຫວານ
ເພື່ອຕ້ອງການພຽງຕົວນາງ ແມ່ນບໍ່ມີພໍນ້ອຍ
ຈຸດປະສົງຂອງຂ້ອຍ ຢາກເຫັນນາງຍິ້ມງ່າຍ
ເຫັນສາຍຕາທີ່ອ່ອນຊ້ອຍ ເຫັນຮອຍຍິ້ມທີ່ຊື່ນໃຈ

ນັ້ນແມ່ນສິ່ງຂ້ອຍຢາກໄດ້ ມາຢູ່ໃນຄວາມຫວັງ
ຢາກໃຫ້ນາງລືມຄວາມຫຼັງ ທີ່ອາດກາຍເປັນປົມດ້ອຍ
ຂ້ອຍມຸ່ງຫວັງຢາກເຫັນນ້ອຍ ເປັນຍິງສາວທີ່ລຽບງ່າຍ
ຂ້ອຍຈຶ່ງໝາຍມຸ່ງປັ້ນ ເພື່ອນາງພົ້ນສິ່ງຊົ່ວຊາມ

ຢາກສົ່ງນາງໃຫ້ຜ່ານຂ້າມ ຂຸມແຫ່ງອະເວຈີ
ພົ້ນຈາກໄພລາຄີ ຊິແກ່ດຶງໃຫ້ນາງມ້ອຍ
ໃນຄວາມຫວັງຂອງຂ້ອຍ ຢາກເຫັນນາງເປັນຄົນໃໝ່
ມີຈິດໃຈທີ່ມຸ່ງໝັ້ນ ມີຄວາມກ້າເພື່ອມຸ່ງຫວັງ

ຂ້ອຍຈຶ່ງຕັ້ງຕໍ່ນ້ອຍ ເສີມສົ່ງໃນທາງດີ
ຊອກວິທີນຳແນະ ເພື່ອນາງຈະເລີນກ້າວ
ໃຫ້ເປັນສາວສວຍເອ້ ສັງຄົມເຫັນຄຸນຄ່າ
ປາຖະໜາຢາກໃຫ້ນ້ອຍ ໄດ້ຮຽນຮູ້ສິ່ງດີ

ເພາະວ່າຊີວິດນ້ອຍ ອະດີດຜ່ານກາຍມາ
ຢາດນ້ຳຕາຂອງນາງ ໄດ້ຫຼັ່ງລິນມາຫຼາຍແລ້ວ
ດ້ວຍຫົວອົກເຄີຍເປັນແປ້ວ ກັບຊີວາທີ່ຕ້ອຍຕໍ່າ
ມັນໄດ້ທຳໃຫ້ນ້ອຍ ໃຈໝອງເສົ້າບໍ່ແຈ່ມໃສ

( ຍັງມີຕໍ່​ )

ຂຽນເມື່ອ ຂຽນເມື່ອ: ມ.ສ.. 12, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໄດ້ຍິນຄົນກ່າວເວົ້າ ເປັນຂ່າວບໍ່ທາງການ


ຫາວ່າ ດວງສະໝອນສາວຕາຫວານ ແຕ່ງຕົວງາມໂອ້


ໄປອວດໂຕໂຊວເນື້ອ ຕາມຄລັບບາຣ໌ຍາມມືດຄໍ່າ


ໄຟແສງສີທຳໃຫ້ນ້ອງ ຫຼົງຫຼົ້ມເພາະສິ່ງລວງ



ຫຼາຍຄົນຫຼາຍສິ່ງທ້ວງ ໃຫ້ສິ້ນຄ່າຄວາມດີ


ເປັນນາລີຫຼົງແສງສີ ຊອກສະແຫວງຫາເຕັ້ນ


ໄປເປັນຄົນລິນເຫຼົ້າ ກິນນຳເຂົາເມົາແລ້ວມ່ວນ


ຊວນໄປໃສເຈົ້າກໍ່ພ້ອມ ຍອມໃຫ້ແມ່ນແຕ່ຕົວ



ເຂົາວ່ານ້ອງຊົ່ວຊ້າ ມີຜົວຈ່າຍພຽງຄືນ


ເປັນຍິງລືມສັດຈະທຳ ຮີດຄອງດີງາມນັ້ນ


ນ້ອງສຸກສັນໄປພຽງມື້ ຄືນລາຕີທີ່ມືດຄໍ່າ


ໃຜນອນນຳກໍ່ໄດ້ ຂໍພຽງໃຫ້ຈ່າຍເງິນ



ເຂົາປະເມີນຄ່ານ້ອງ ຕໍ່າກວ່າຄວາມຈິງ


ວ່າເປັນຍິງຂາຍຕົວ ມາກຜົວແຝງຊ້ອນ


ແຕ່ອ້າຍ ຫວັງວ່າດວງສະໝອນຫຼ້າ ບໍ່ເປັນເໝືອນຄົນເຂົາວ່າ


ຕົວອ້າຍ ບໍ່ນິນທາຕໍ່ນ້ອງ ຫຼືຫຍາມເວົ້າວ່າຊົ່ວເກີນ



ດັ່ງນັ້ນອ້າຍຈຶ່ງຮຽກເອີ້ນ ເພື່ອເຕືອນຕໍ່ສາຍສະໝອນ


ຢ້ານບັງອອນຫຼົງຄາລົມ ຫຼອກນາງຊົມຫຼິ້ນ


ຢ້ານນ້ອງເປັນນາລີສິ້ນ ເສຍຄວາມສາວລ້າເປົ່າ


ອ້າຍຈຶ່ງເຕືອນຕໍ່ເຈົ້າ ຢ້ານຫຼົງຫຼົ້ມເພາະສິ່ງລວງ



ຍ້ອນອ້າຍຮັກຫ່ວງນ້ອງ ຈຶ່ງບອກກ່າວຄວາມດີ


ຢ້ານນ້ອງມີລາຄີຄາວ ຊິເສື່ອມເສຍສັກສີນ້ອງ


ຢ້ານຕຼົມໝອງອຸລາເສົ້າ ຍາມຮັກເຂົາໄດ້ໂຮຍຫ່ວງ


ກັບໃຈເຖີດ ດວງສະໝອນທີ່ຮັກຂ້ອຍ ອ້າຍຄອຍເຈົ້າດ້ວຍຮັກຈິງ.