ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 23, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຂາກ  ຮັກແທ້ມີຢູ່ໃສ 7.4?
 

ແຕ່ຮັກຂາດບໍ່ໄດ້                    ຄືຮັກຄູ່ຜົວເມຍ

ຕ້ອງຮັກດຽວໃຈດຽວ                       ຊື່ຕົງສະເໝີດ້າມ

ຮັກບ່າວສາວຄວນໃຫ້                      ຄວາມຈິງໃຈຕັ້ງຕໍ່

ຮັກແລ້ວໄປສູ່ຂໍ ເອົາພໍ່ແມ່ເຖົ້າແກ່ພ້ອມ ມາໝາຍໝັ້ນຕໍ່ກັນ

  ໃຫ້ຮັບຮູ້ທຸກຂັ້ນ                   ຄຸ້ມໜ່ວຍການນຳ

ທັງອົງການສະມາຄົມ                      ເພື່ອນຝູງຊາວບ້ານ

ໃຫ້ພາກັນມາຕ້ານ                         ອ່ວຍພອນໄຊເລີດຄ່າ

ຮັກຖືກຕາມປະເພນີ ຄືຮັກທີ່ຖືກຕ້ອງ ໝາຍໝັ້ນແລ້ວແຕ່ງດອງ

  ມາລາໃຈ ອົກຮໍ່າຮ້ອງ              ມອງເບິ່ງ ບົວສະບາ

ສາຍຕາເຂົາປະສານກັນ              ສົ່ງແສງແຮງກ້າ

ເຮັດໃຫ້ບົວສະບານັ້ນ                      ຫຼົບສາຍຕາບໍ່ກ້າຕໍ່

ມາລາໃຈ ກໍ່ຈິ່ງເວົ້າ                       ໃຫ້ເຂົານັ້ນບໍ່ຈົ່ງຈຽມ

  “ ຮຽມເຄີຍຄິດຢູ່ແລ້ວ              ວ່າຄົນຊື່ ບົວສະບາ

ຜູ້ໜ້າຕາຄົມຄາຍ                         ຮູບຫຼໍ່ງາມຄົນນີ້

ບໍ່ມີຄວາມຈິງໃຈແທ້                       ເຫັນຍິງພຽງທາງຜ່ານ

ຮູ້ແຕ່ວາງວາດເວົ້າ                              ແຕ່ຕົວເຈົ້າເຮັດຕ່າງກັນ

  ໃສເຈົ້າບອກຂ້ອຍນັ້ນ               ວ່າຮັກອຸ່ນຄົນດຽວ

ບໍ່ກ່ຽວພັນຍິງໃດ                          ນອກຈາກ ໃຈ ຄົນນີ້

ເກືອບຂ້ອຍເສຍທີໃຫ້                      ຄາລົມລວງເລ້ລ່ຽມ

ເຈົ້າຄົງກຽມເພື່ອໄວ້                       ທຳລາຍຂ້ອຍຢ່າງດຽວ  ແມ່ນບໍ​? “

  ບົວສະບາ ຫຼຽວເບິ່ງໜ້າ       ສຸດທີ່ອາໄລ

ນາງມາໄຂວາຈາ                         ຂຸ່ນເຄືອງສັນນີ້

ຄົງບໍ່ດີເສຍແລ້ວ                          ທີ່ຕົວເຮົາຜິດພາດ

ເຮົາບໍ່ອາດຊິສູ້ໜ້າ                        ກກບນາງໄດ້ດ້ວຍເຫດຜົນ

  “ ຂ້ອຍຂໍໂທດກໍ່ໄດ້                ໃນເລື່ອງການມາ

ເປັນການເສຍເວລາ                       ແຫ່ງໃຈຂອງເຈົ້າ

ແຕ່ວ່າຕົວເຮົານີ້                          ບໍ່ເຄີຍຫວັງທຳຮ້າຍອຸ່ນ

ເຈົ້າຢ່າໄດ້ຄິດວຸ້ນ                         ຫຍາມຂ້ອຍຊົ່ວເກີນ

  ຕົກກະເທີນໄດ້ມາເວົ້າ              ກໍ່ລົມມ່ວນນຳກັນ      ແນ່ແມ

ຢາກພົບເດຄວາມສຸກສັນ              ທີ່ໃຫ້ມາຈາກໃຈເຈົ້າ “

“ ເຊົາໆຢ່າມາເວົ້າ                              ຕົວເຮົາບໍ່ຢາກຕໍ່ “

ມາລາໃຈ ກໍ່ບໍ່ງໍ້                          ເດີນໜ້າຍ່າງໜີ

  ພໍດີລຳວົງເລີ້ມ                    ລິເລີ່ມສຽງເພງ

ມາລາໃຈ ກໍາລັງເຊັງ                      ໃຫ້ແກ່ບົວສະບາແທ້

ນາງຕ້ອງການໄປແກ້                       ຄວາມເຊັງໃຫ້ພົ້ນຜ່ານ

ນາງຈຶ່ງໄປກ່າວຕ້ານ                       ຊວນຊາຍຟ້ອນໃຫ້ສວ່າງໃຈ

  ບົວສະບາ ໄດ້ແຕ່ນິ້ງ               ແນມເບິ່ງຕາມຫຼັງ

ເຂົາຄ່ອຍ           ຍ່າງໄປຫາ ສຸມາລີ                            ທີ່ຢືນຢູ່ແຈນັ້ນ

ສຸມາລີ ຫັນໜ້າ                          ມາເຫັນເຂົາແລ້ວເວົ້າໃສ່

“ ຄົນຫຼາຍໃຈຢ່າງເຈົ້າ                     ຢ່າມາເວົ້າໃຫ້ເໝື່ອຍຄວາມ “

  “ ເປັນຫຍັງເຈົ້າຈຶ່ງຫ້າມ       ຄວາມຮັກຢູ່ໃນໃຈ

ຂ້ອຍມາໄຂຄວາມຈິງ                      ເຈົ້າຊິຟັງບໍນີ້ “

ສຸມາລີ ເມີນໜ້າ                          ທຳເປັນບໍ່ຮູ້ເລື່ອງ

ອົດເຊື່ອງຮັກບໍ່ໄດ້                         ກໍ່ເລີຍຍິ້ມໃສ່ເຂົາ

  “ ໃສເຈົ້າວ່າຊິເວົ້າ                       ບອກບົ່ງຄວາມຈິງ ? “

ບົວສະບາ ດູຫຼິງ                          ເບິ່ງນາງເອົາໄວ້

ເຂົາຕ້ອງການຈະໃຫ້                       ຄວາມຊົງຈຳທີ່ລ້ຳຄ່າ

ມາກກວ່ານາງຊິຮູ້                             ໃນຕອນນີ້ແນ່ນອນ


ອ່່ານຕໍ່  ຮັກແທ້ມີຢູ່ໃສ 7.6?
 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 22, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ  ຮັກແທ້ມີຢູ່ໃສ 7.3​?
 

ແຕ່ສິ່ງນາງພົບນັ້ນ                  ເຂົາຫຼົບຕໍ່ສາຍຕາ

ນາງຜິດຫວັງໃນອຸລາ                      ທີ່ຂາດຄວາມຫວານຊຶ້ງ

ເຂົາຄົງຫຶງເຮົາໄວ້                         ວາງຕົວອວດຄົນອື່ນ    ຕິບໍ

ຈຶ່ງບໍ່ຊົມຊື່ນດ້ວຍ                         ສາຍຕາຊຶ້ງແຫ່ງເຮົາ

  ດ້ວຍເຫດເຈົ້າບໍ່ຮັກຂ້ອຍ      ເປັນໜຶ່ງໃນໃຈ

ເຈົ້າຈຶ່ງໄປຄວງຍິງ                        ຍາກຍິ່ງດູໃນຕາຂ້ອຍ

ຊື່ນຊົມນາງດ້ວຍຄວາມຊ້ອຍ                 ສະແດງຕົນຮັກນາງຍິ່ງ

ໃຈຈິງເຈົ້າຝັນໄຝ່ເຝົ້າ                      ເປັນນາງພຸ້ນບໍ່ແມ່ນເຮົາ

  ເປັນຫຍັງເຈົ້າຈິ່ງເວົ້າ               ບອກຮັກກັບເຮົາ

ຕົວເຈົ້າວາງວາຈາ                        ຢາກແຕ່ງດອງກັບເຮົານັ້ນ

ເຈົ້າປ່ອຍມັນອອກມາໄດ້              ຈາໄປດ້ວຍຄວາມງ່າຍ

ເສຍດາຍເດຫຼົງຮັກເຈົ້າ                     ໃຈຝັນເຝົ້າເພື່ອຮັກຈິງ

  ສຸມາລີ ຈິ່ງເວົ້າ                   ຄຳອ່ອນວອນຫາ

ສົ່ງສາຍຕາແນມເຂົາ                       ສຽດລະທົມທວງຮ້ອນ

“ ຕົວເຈົ້າ     ສຸກສັນນາງຈຶ່ງໄປຟ້ອນ                   ຄວງນາງຢ່າງໃກ້ມໍ່

ທັງອືນໍກ່າວເວົ້າ                          ຫົວຍິ້ມແກ່ກັນ

ແຕ່ກ່ອນ                  ຂ້ອຍຄິດພຽງເຈົ້ານັ້ນ               ຮັກອຸ່ນຢູ່ໃນອົກ

ຂ້ອຍບໍ່ເຄີຍຕົກຫຼຸມຮັກ                      ຜູ້ໃດເໜືອເຈົ້າ

ທຸກຖ້ອຍຄຳຄວາມເວົ້າ                     ຫວານໃນອ້ອນອິ່ນ

ບອກວ່າຮັກຂ້ອຍບໍ່ສິ້ນ                      ໃນພື້ນແຜ່ນດິນ

  ແຕ່ແລ້ວເຈົ້າກໍ່ສິ້ນ                       ຄ່າຄວາມຮັກໃນອົກ

ເຈົ້າປົກປິດຄວາມຈິງ                       ແຫ່ງຫົວໃຈເຈົ້າ

ບອກຮັກເຮົາພຽງໃຫ້                       ຄາລົມລວງເລ້ຫຼ່ຽມ

ຂ້ອຍຮັກເຈົ້າປ່ຽມລົ້ນ                       ແຕ່ໃຈເຈົ້າຮັກບໍ່ຈິງ          ແມ່ນບໍ ? “

  ສຸມາລີ ຍິ່ງກ່າວຟ້ອງ               ຕໍ່ວ່າ ບົວສະບາ

ແຕ່ທ່າທາງເຂົາເສີຍ                       ຍິ່ງເຍົ້ານາງອາລົມຮ້ອນ

ຫົວໃຈນາງເໝືອນມີຄ້ອນ             ພັນໆດວງມາຕີຕໍ່

ເຫັນທ່າທາງບໍ່ເຂົ້າຂ້າງ                     ນາງໃຈຮ້າຍລຸກຍ່າງໜີ

  ເຫດການນີ້ມັນຂ້ອງ                ຄາທີ່ ບົວສະບາ      ເສຍແລ້ວ

ຈະກ່າວຈາແນວໃດດີ                      ເພື່ອໃຫ້ນາງເຂົ້າໃຈໄດ້

ເປັນຫຍັງເຂົາຈຶ່ງທຳໃຫ້                     ໃຈນາງຄຽດງ່າຍ

ຈິດມຸ່ງໝາຍຢາກຮ່ວມຫ້ອງ                  ໃຈເຈົ້າປ່ຽນໄປ ແລ້ວບໍ?

  ມາລາໃຈ ຫຼິງລໍ່າໄວ້               ສຸດທີ່ໃຈຫາຍ

ນາງຮັກເຂົາບໍ່ວາຍຄິດ                      ຮໍ່າຄະນິງແລງເຊົ້າ

ບົວສະບາ ເອີຍເຈົ້າ                       ຄົນຫຼາຍໃຈໄຮ້ຄ່າ

ໃສເຈົ້າວ່າຮັກແຕ່ຂ້ອຍ                     ຄວາມຈິງເຈົ້າຢູ່ໃສ

  ສິ່ງເຈົ້າບອກຂ້ອຍໄວ້               ໃນວັນກ່ອນເຄີຍຈາ

ໃນວັນອອກພັນສາ                              ກ່ອນຫຼັງສອງປີນັ້ນ

ເຈົ້າເວົ້າມັນອອກມາໄດ້                     ຈາໄປດ້ວຍຄວາມງ່າຍ  ຊັ້ນບໍ

ໃຈຂ້ອຍຍັງຈື່ໄດ້                          ໃນຄຳເວົ້ສເຈົ້າອ່ອນຫວານ

‘ “ ມື້ນີ້            ຕົວເຈົ້າອະທິຖານສ້າງ              ໝາຍມຸ່ງສັນໃດ

ຢາດນ້ຳໃສລົງໄປ                                ຢາກໄດ້ຫຍັງໃນໃຈເຈົ້າ

ສ່ວນໃນໃຈຂອງເຮົາເວົ້າ                ຄວນຄາງຄ່ອຍໆ

ວ່າມັນຄອຍຖ້າເຈົ້າ                                                ມາໄວ້ຄູ່ກັນ "

" ເຈົ້ານັ້ນມາຈາຫຼິ້ນ                            ໃຫ້ມັນເໝື່ອຍຫຍັງເດ

ດວງບຸບເພຄົນງາມ                                   ເຈົ້າມີມາກມາຍແລ້ວ
ຕິມາແຊວມາປຶ້ມ                                 ລວງເຮົາໃຫ້ຫຼົງທ່າ
ຂ້ອຍຢ້ານຍິງລໍຖ້າເຈົ້າ                                           ເຮົາຢ້ານນັບບໍ່ໄຫວ "

" ໃຫ້ສາບານກໍ່ໄດ້                        ຂ້ອຍຍັງບໍ່ມີແຟນ
ຍັງຂາດຍິງຫວງແຫນ                                      ຫ່ວງຄະນິງຕົວຂ້ອຍ
ໃຈຫວັງຄອຍພຽງເຈົ້າ                                ຍິງດຽວນີ້ລະອຸ່ນ
ຢ້ານແຕ່ບຸນຂ້ອຍສ້າງ                                ບໍ່ສົມເຈົ້າຜູ້ຮ່າງງາມ ນີ້ແລ້ວ "

" ຂ້ອຂໍຖາມຕົວເຈົ້າ                               ໄດ້ບໍ່ ບົວສະບາ
ຕ້ອງບອກມາຕາມຄວາມຈິງ                 ເຈົ້າຄິດຫຍັງກັບຂ້ອຍ ? "
"
ຂ້ອຍຫວັງຄອຍຢາກມີເຈົ້າ                       ເປັນແຟນເຮົາໄດ້ບໍ່
ຂ້ອຍພໍໃຈຕໍ່ເຈົ້າ                                  ໃຈຝັນເຝົ້າໄຝ່ຈິງ "

ວັນນີ້              ເປັນຫຍັງເຈົ້າຈຶ່ງໄຮ້                ສັດຈະທັດໃນໃຈ

                  ເຈົ້າເຄື່ອນໄຫວຫຼາຍອົງການ                ເຮັດວຽກງານຫຼາຍດ້ານ

                  ຊ່ວຍວຽກງານທາງບ້ານ                   ທາງໂຮງຮຽນບໍ່ເຄີຍອ່ອນ

ທຸກວຽກງານເຈົ້າເຮັດຫຼ້ອນ            ຈິງຈັງແທ້ທຸກໆອັນ

  ມີສິ່ງດຽວເທົ່ານັ້ນ                        ທີ່ເຈົ້າບໍ່ເປັນການ

ສັດຈະທຳໃນຄວາມຮັກ                     ທີ່ທ່ຽງຈິງມີບໍເຈົ້າ

ໃສເຈົ້າໂຄສະນາເວົ້າ                      ວ່າລາວເຮົາລະບອບໃໝ່

ມີຈິດໜຶ່ງໃຈດຽວ ມີຮັກດຽວເທົ່ານັ້ນ      ບໍ່ຄືກີ້ເກົ່າຫຼັງ

  ສັງຄົມນິຍົມກໍ່ຕັ້ງ                        ລະບອບໃໝ່ສົດໃສ

ທຸກຄົນມີໃຈຮັກ                          ມາກມາຍຫຼາຍດ້ານ

ຕ້ອງຮັກຫອມເມືອງບ້ານ              ປະຊາລາວທຸກໆໝູ່

ຮັກແລະກະຕັນຍູ ຄູອາຈານພໍ່ແມ່ພ້ອມ ຄົນເຖົ້າທົ່ວແຜ່ນດິນ

  ຮັກໜຶ່ງອີກຮັກບໍ່ສິ້ນ                ຄືຮັກພັກນຳພາ

ຮັກປະຊາຊົນລາວ                        ທຸກເຜົ່າຄົນຊົນຊັ້ນ

ຮັກວັດທະນະທຳລາວພ້ອມ                  ສິລະປະກຳລາວຕົກແຕ່ງ

ຮັກການອອກແຮງງານ ຮັກການປົວແປງກໍ່ສ້າງ ຄືຄົນກ້າວຍຸກສະໄໝ
ອ່ານຕໍ່   ຮັກແທ້ມີຢູ່ໃສ 7.5?
 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ   ຮັກແທ້ມີຢູ່ໃສ 7.2​?

 

  ທິບພະວົງ ນັ້ນຍິ້ມ                       ຫົວຢ່າງອາລົມດີ

ແນມມາເຫັນ ສຸມາລີ                      ນັ່ງເຫງົາຊຶມເສົ້າ

ນາງຈຶ່ງມາຈາເວົ້າ                         ຊວນລົມໃຫ້ແມ້ງມ່ວນ

ພ້ອມຊວນໄປແອ່ນຟ້ອນ              ໃຫ້ນາງໄດ້ຊື່ນໃຈ

  ທັງສີ່ສາວນັ້ນໄດ້                        ຟ້ອນຍ່າງເດີນໄປ

ໂດຍທີ່ໃຈສອງສາວ                       ທຸກໃນຮົນຮ້ອນ

ທິດາພອນ ນາງເສົ້າ                       ສຸມາລີ ຍິ່ງເຫງົງກວ່າ

ສາວບົວວັນ ອອກທ່າຍິ້ມ             ສາວອ້ວນ ຍິ່ງມ່ວນໃຈ

  ອ້ວນສົດໃສແອະແອ່ນຟ້ອນ          ອອນຊອນມ່ວນຊວນສະໜຸກ

ໂດຍບໍ່ເຫັນຄວາມທຸກ                      ໝູ່ຄູ່ຕົນຄຽງໃກ້

ນາງສະບາຍໃຈແທ້                        ເພາະຍິງດຽວຟູ່ປ່ຽວ

ບໍ່ຄິດຫຼຽວຫ່ວງໜ້າ                              ຜະຫວາເຊີ້ຫ່ວງຫຼັງ

  ສຽງເພງຍັງຄຶກກ້ອງ                ມ່ວນຊື່ນກັນໄປ

ໃຜຜູ້ມີຄົນຮັກ                                  ຢູ່ຮຽງຄຽງໃກ້

ຍິ່ງມ່ວນໃຈສະໜຸກແມ້ງ                    ຖະແຫຼງຄຳຢ່າງຊ້ອຍຊື່ນ

ຮູ້ສຶກວ່າຄືນຄໍ່ານີ້                          ມີຍິ້ມຕະຫຼອດໄປ

  ບົວສະບາ ມານັ່ງໃກ້               ຂ້າງບ່ອນ ສຸມາລີ

ປ່ອຍວາທີກິນໃຈ                         ເພື່ອໃຫ້ນາງຄາຍເອົ້າ

“ ເຫດໃດຕົວຂອງເຈົ້າ                     ມາເຫງົາດຽວໂດດດ່ຽວ

ຊິບໍ່ຫຼຽວເບິ່ງຂ້ອຍ                         ຜູ້ຄອຍຟ້ອນສົ່ງພອນ   ແດ່ບໍ

  ຫຼືເຈົ້າຕິວ່າຂ້ອຍຟ້ອນ               ມືບໍ່ອ່ອນນວນຕາ      ຊັ້ນບໍ

ຫຼືວ່າຍັງຄາໃຈ                                 ເພາະຂ້ອຍບໍ່ຊວນໄປຟ້ອນ

ຢ່າທຳງອນຫຼາຍແມເຈົ້າ                    ຂີນເຮົາບໍ່ເຂົ້າທ່າ

ຫຼືວ່າຄຽດຂ້ອຍຍ້ອນ                       ບໍ່ຫວງເຈົ້າຕໍ່ໜ້າເຂົາ “

  ບົວສະບາ ກ່າວເວົ້າ               ມັນສຽບທັ່ງລົງໃຈ     ນາງແລ້ວ

ນາງຕ້ອງໄຂວາທີ                         ຕອບກັນທັນແກ້

“ ເບິ່ງແມທຳເປັນໂມ້                      ໂອຫັງບໍ່ເຂົ້າທ່າ

ຄິດວ່າຮູບຫຼໍ່ແລ້ວ                         ຄາລົມໂອ້ອວດເອົາ    ຊັ້ນບໍ

  ຢ່າຫວັງເລີຍຕົວເຈົ້າ               ຄິດເປົ່າໃຫ້ໜັກອົກ

ຂ້ອຍບໍ່ເຄີຍຕົກໃຈ                         ບໍ່ຄິດກັງວົນຊ້ຳ

ເຈົ້ານັ້ນຕີແນມນຳຂ້ອຍ                     ຈົນສາຍຕາຊິເປັນເລືອດ

ຫົວໃຈເຈົ້າມັນເດືອດຮ້ອນ             ໄຟໄໝ້ກໍ່ບໍ່ປານ ແມ່ນບໍ? “

  ບົວສະບາ ຈຳຕ້ອງຕ້ານ       ຄຳອ່ອນອາລົມດີ

“ ເຈົ້ານີ້ອາລົມເສຍ                        ຈາກເຫດຜົນໃກແທ້

ຈຶ່ງເນັ່ງແນຄຳເວົ້າ                         ຫັກອາລົມໃຫ້ລົ້ົມປ່ວຍ

ຄົນງາມສວຍດັ່ງເຈົ້າ                       ຄຳເວົ້າໃຫ້ມ່ວນໃຈ          ແດ່ແມ “

  ນາງຈຶ່ງວາງຕົວໄວ້                       ສະຫງົບຕໍ່ອາລົມຈິດ

ຄຳເວົ້າຫວານຄືທານພິດ              ພິຊິດໃຈຈວນລົ້ມ

ເຮັດໃຫ້ນາງອາລົມເອົ້າ                     ເຫງົາໃຈນ້ອຍນໍ່າ

ບາງຄັ້ງນາງຄິດເບື່ອຊ້ຳ                     ຄຳເວົ້າຈາກປາກເຂົາ

  ດ້ວຍຫົວໃຈຮ້ອນເຮັ່ງເອົ້າ            ພວມຈະເປື່ອຍໃນອຸລາ

ນາງພິຈາລະນາຄິດ                        ໄຄ່ຄວນຄຳເຂົາເວົ້າ

ສິ່ງທີ່ເຂົາພວມໃຫ້                         ມັນກົງໃຈເຂົາຫຼືບໍ່

ຫຼືເຂົາເວົ້າເພື່ອກ່າວຂໍ້                      ຄຳອ້າງອິ່ນອອຍ

  ດັ່ງນັ້ນນາງຈຶ່ງປ່ອຍໃຫ້              ຄວາມອ່ອນໃນສາຍຕາ

ສົ່ງສະເໜຫາຮັກ                         ຢອກຢາມຖາມເລື້ອງ

ຕົນຈະເປືອງຄຳເວົ້າ                       ກັບຄາລົມທີ່ໄຮ້ຄ່າ           ເຂົາບໍ

ຫຼືວ່າຄຳປາກເວົ້າ                              ໃຈເຂົານັ້ນກໍ່ຕ່າງກັນ

 

ອ່ານຕໍ່  ຮັກແທ້ມີຢູ່ໃສ 7.4?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ   ຮັກແທ້ມີຢູ່ໃສ 7.1 ?

 

ບົວສະບາ ກ່າວຕ້ານ                ລົມຕໍ່ ມາລາໃຈ
“ ເປັນແນວໃດ ຄືມາເຫງົາ                  ນັ່ງແນມແຕ່ເຂົາຟ້ອນ
ຂ້ອຍຊິພາໄປຢ້ອນ                        ສາລະວັນ ເຕ້ຍຕໍ່າໆ “
ບົວສະບາ ກ່າວຢ້ຳ                        ທັງດຶງເສື້ອລຸກຍ່າງໄປ
 ສຸມາລີ ນັ້ນໄດ້                    ແນມເບິ່ງຢ່າງເຢັນຊາ
ໃນອຸລາຂອງນາງ                         ແສບຊວງຈິງແທ້
ເບິ່ງແມເຂົາທຳໄດ້                        ໃນສາຍຕາເຮົາຈ້ອງເບິ່ງ
ເຈົ້າລື້ນເລິງຊື່ນຊ້ອຍ                       ໃຫ້ໃຈຂ້ອຍຫງ່ວມເຫງົາ
 ນ້ຳຕານາງອັ່ງເບົ້າ                       ບອກວ່າພວມເສຍໃຈ
ນາງລະກຳຊວງໃນ                              ຕໍ່ສິ່ງຕົນພວມພໍ້
ນີ້ບໍແຟນຂອງຂ້ອຍ                              ຫົວໃຈຮຽມສຸດຮັກຍິ່ງ
ຄວາມຈິງໃຈເຈົ້າໃຫ້ຂ້ອຍ             ໄປປະໄວ້ຢູ່ໃສ
 ທິດາພອນ ກໍ່ໄດ້                        ນັ່ງເຈົ່າເຫງົາຈິດ
ນາງນັ່ງເຫງົາມິດໆ                              ບໍ່ກ່າວຈາພໍນ້ອຍ
ໃຈນາງພວມຄອຍຖ້າ                      ຄະນິງຫາຊາຍໜຶ່ງ
ຊາຍຊຶ່ງນາງແອບຍ້ອງ                     ພໍໃຈໃຫ້ທຸກໆວັນ
 ແຕ່ວ່າຊາຍຄົນນັ້ນ                       ເຂົາບໍ່ຄ່ອຍມາລົມ
ພຽງລັກຊົມຕົວນາງ                        ຍາມຫວ່າງຮຽນໂມງຫຼິ້ນ
ເວລາໄປກິນເຂົ້າ                          ຫຼືພວມລົມກັບພວກໝູ່
ນາງຕ້ອງການຢາກຮູ້                       ຊາຍຄົນນັ້ນຄິດເຊັ່ນໃດ
 ນັບແຕ່ມື້ທີ່ໄດ້                          ລິເລີ່ມຮູ້ຈັກກັນ
ເຮົານັ້ນເໝືອນສັດຕູ                       ບໍ່ກ່າວລົມດີໄດ້
ແຕ່ວ່າໃຈຂອງຂ້ອຍ                       ຕົວຊາຍຮູ້ບໍວ່າ
ຂ້ອຍຫ່ວງຫາຮັກເຈົ້າ                      ຢາກຈາເວົ້າສິ່ງດີ
 ຢາກບອກວ່າຂ້ອຍນີ້                ພຽງແຕ່ຈາກວນ
ສ່ວນວ່າໃນຫົວໃຈ                        ບໍ່ໄດ້ເປັນຄືເວົ້າ
ບໍ່ວ່າຕົວຂອງເຈົ້າ                         ຈະຊັງເຮົາຍ້ອນເວົ້າວ່າ
ຄືນນີ້        ເຈົ້າໜ້າຈະສົ່ງຍິ້ມ                             ມາຫາຂ້ອຍແດ່ແມ
 ນາງນັ່ງແລລໍ່າຈ້ອງ                ມອງເບິ່ງຢ່າງຫວນຫາ
ສາຍຕານາງຕິດຕາມ                       ເພັດສຸວັນ ທີ່ພວມເວົ້າ
“ ພວກເຮົາມາລິນເຫຼົ້າ                     ຕົວເຮົາສະເໜີກ່ອນ “
ແລ້ວກໍ່ປ່ອນຈອກເຫຼົ້!                      ຍໍກ້ຽງລ່ອງຄໍ
 ແລ້ວກໍ່ຢາຍຕໍ່ໃຫ້                        ພວກໝູ່ໃນວົງ
ທິດາພອນ ກໍ່ປະສົງ                       ຢາກຮ່ວມວົງລິນເຫຼົ້າ
ຕົວນາງ        ຍິ້ມໃສ່ເຂົາເພື່ອຫວັງໃຫ້                   ເຊີນນາງເຂົ້າມານັ່ງ
ແຕ່ເຂົາ        ຍັງທຳທ່າບໍ່ຮູ້                                 ເມີນໜ້າບໍ່ຫ່ວງໄຍ
 ຍາມເມື່ອເຮົາຫວັງໃຫ້              ຢິບຍື່ນໄມຕຣີ
ທຳອວດດີເມີນເສີຍ                        ຄິດວ່າຕົວງາມໂກ້
ພຸດໂທເອີຍຄົນຄືເຈົ້າ                       ຝັນເອົາຊິໄດ້ເງື່ອນ
ສະເທືອນໃຈຂະໜາດນີ້                     ເຈົ້າທຳໄດ້ຈັ່ງໃດ
 ບົວວັນ ຍັບເຂົ້າໃກ້                      ລົມຕໍ່ ທິດາພອນ
“ ເຮົາພາກັນໄປຟ້ອນເທາະ                  ຊິນັ່ງເຫງົາເຮັດຫຍັງນີ້ “
ພ້ອມທັງມີຮອຍຍິ້ມ                              ຈິງໃຈບອກບົ່ງ
ທິດາພອນ ກໍ່ສົ່ງຍິ້ມ                       ຄືນໃຫ້ແກ່ນາງ
 ເພັດສຸວັນ ຝັນຊິຄ້າງ               ຫຼືວ່າ ທິດາພອນ
ສອງເຂົາພວມງອນກັນ                     ບໍ່ເຂົ້າໃຈກັນໄດ້
ແມ່ນໃຜຈະມາໃຫ້                        ເຂົາປົງໃຈຕັ້ງຕໍ່ ກັນນໍ

ໃຫ້ພວກເຂົາມາອ່ອນຂໍ້                    ຈາງໍ້ຕໍ່ກັນ

ອ່ານຕໍ່   ຮັກແທ້ມີຢູ່ໃສ 7.3 ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ສຽງດົນຕຣີຄຶກຄື້ນ                   ມ່ວນຊື່ນງານລາຕຣີ
ພິທີການສະຫຼູບ                          ສົ່ງນັກຮຽນຈົບຊັ້ນ
ຄືນວັນທີຊາວຫ້າ                         ມິຖຸນາມີລ້ຽງສົ່ງ
ຈຸດປະສົງເພື່ອໃຫ້                         ນັກຮຽນໄດ້ສັ່ງຄູ
 ແປດຫົກແປດເຈັດບອກໃຫ້ຮູ້         ສົກຮຽນຜ່ານກາຍມາ
ພິທີກອນວາຈາ                           ເປີດພິທີງານລ້ຽງ
ສຽງຊົມເຊີຍດັງກ້ອງ                       ສະເໜີຄົນແຂກເຂົ້າຮ່ວມ
ພ້ອມນັກຮຽນທຸກຖ້ວນໜ້າ             ອາຈານພ້ອມພໍ່າກັນ
 ຕ່າງກໍ່ສຸກສັນຍິ້ມ                        ຊ້ອຍຊື່ນຍິນດີ
ຫຼາຍກຸ່ມມີສຽງຫົວ                        ເວົ້າຈາສະໜຸກແມ້ງ
ຕ່າງຖະແຫຼງຄຳເວົ້າ                       ວາຈາອັນມ່ວນ
ຕ່າງກໍ່ຊວນວ່າເວົ້າ                              ຫົວຍິ້ມຕໍ່ກັນ
 ສຽງວາທີສະນັ່ນກ້ອງ               ຄຳຄ່ອງສະໜອງສຸກ
ພິທີກອນປຸກລຸກ                          ໃຫ້ທຸກຄົນມາຢ້ອນ
ພວກເຂົາພາກັນຟ້ອນ                      ລຳວົງລາວກ້າວຄ່ອຍໆ
ກໍ່ສວຍງາມບໍ່ນ້ອຍໜ້າ                     ຕົກແຕ້ມຕໍ່າຊາດໃດ
 ມັນເປັນສິ່ງບົ່ງບອກໃຫ້              ເຖິງໃຈທີ່ຫອມຮັກ
ເອກະລັກຂອງລາວ                        ຊາດລາວເຮົາມີໄວ້
ປູ່ຍ່າເຮົາຫວັງໃຫ້                         ຫຼານລາວໄດ້ສືບຕໍ່
ເຊື້ອຊາດກໍກຸ່ມເຫງົ້າ                       ລາວເຄົ້າໄດ້ແຕ່ງມາ
 ສີ່ບາດຕີນໄປໜ້າ                        ກ້າວໜຶ່ງໂຢະຂາ
ຈັງຫວະເດີນຄົນຊາຍ                      ກ່ອນກັນຍາມຍ້າຍ
ທຳອິດຖົກຂາຊ້າຍ                        ຂວາຕາມ ຮອດກ້າວສີ່
ພໍຮອດກ້າວຫ້ານີ້                         ໂຢະຂາຊ້ານຢ່ອງຫຼັງ
 ສ່ວນວ່າຄົນຍິງນັ້ນ                       ກ້າວກ່ອນຕີນຂວາ
ສີ່ບາດຕີນຕາມມາ                         ແລ້ວເຖິງຂາຊ້າຍ
ບາດຫ້າຕີນຂວາຍ້າຍ                      ໂຢະຫຼັງກ້າວໜຶ່ງ
ແລ້ວຈຶ່ງເດີນເຊັ່ນນີ້                              ເປັນກ້າວຊ່ວງຕອນ
 ອີກຈັງຫະໜຶ່ງຟ້ອນ                ຊ້າຍກ່ອນຄົນຊາຍ
ຍ້າຍຕີນຂວາຄົນຍິງ                       ບາດຕີນທຳອິດນັ້ນ
ເດີນຕໍ່ກັນສາມກ້າວ                        ຊາຍຂາຂວາກ້າວສີ່
ບາດຕີນທີ່ສີ່ນີ້                                  ຖົກຂາຊ້າຍຝ່າຍຍິງ
 ຖົກໝູນຄີງຄ່ອຍຊ້າ                ໜ້າປິ່ນຫາກັນ
ຖົກຂາຂວາໂຢະຫຼັງ                       ບາດຕີນຜູ້ຊາຍຍ້າຍ
ສ່ວນຄົນຍິງໂຢະຂາຊ້າຍ              ລົງຫຼັງເໝືອນດັ່ງ      ກັນແລ້ວ
ຕໍ່ຈາກນັ້ນກໍ່ກ້າວ                          ເດີນຂາຊ້າຍຝ່າຍຊາຍ
 ສ່ວນວ່າຄົນຍິງຍ້າຍ                ຂວາຕໍ່ເດີນໄປ
ມີຄວາມສຸກໃນຫົວໃຈ                      ເມື່ອສົ່ງຕາຫວານຊຶ້ງ
ຢ້ານເຈົ້າຫຼົງໄຫຼຈຶ້ງ                              ຊຶງສະເໜຍ້ອນຄວາມຊ່ານ
ຄວາມມັນຫວານວານບອກໃຫ້          ໃຈຕຶງຊຶ້ງຊື່ນມະໂນ    ພຸ້ນແລ້ວ
 ນີ້ບໍ່ແມ່ນກ່າວໂມ້                        ຫຼືອວດອົ່ງລຳວົງລາວ   ດອກນາ
ວັດທະນະທຳລາວມີ                       ກໍ່ສົ່ງເສີມເອົາໄວ້
ບໍ່ແມ່ນຈະປະໃຫ້                         ຫຼົງລືມໄປເປັນອື່ນ
ຊົມຊື່ນຂອງຕ່າງດ້າວ                      ຂອງລາວລ້ວນຊິເສື່ອມເສຍ
 ທັງສຽງເຊຍສຽງຮ້ອງ               ມ່ວນຊື່ນສຸກສັນ
ຕ່າງກໍ່ພາກັນກິນ                          ດື່ມລິນນຳພ້ອມ
ພວກເຂົາພາກັນອ້ອມ                      ເປັນວົງເປັນກຸ່ມ

ນັ່ງຈຸ້ມຫັ້ນຈຸ້ມນີ້                         ມີແນວເວົ້າໝູ່ຄູ່ກັນ

 

ອ່ານຕໍ່ ຮັກແທ້ມີຢູ່ໃສ 7.2 ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ  ຮັກແທ້ມີຢູ່ໃສ 6.13 ?

ສາວອ້ວນນັ້ນກໍ່ໄດ້            ຄ່ອຍເຢາະຢ່ອງມາຫາ

ສຸມາລີ ແນມເຫັນ                   ອ້ວນຢືນຄຽງໃກ້
ນາງຕົກໃຈນິດໜ້ອຍ                 ຍາມແນມເຫັນຄົນອື່ນ
ບົວສະບາ ກໍ່ຕື່ນແທ້                 ນາງມາໃກ້ແຕ່ເມື່ອໃດ
 “ ຂໍໂທດທີທີ່ໄດ້            ມາກວນໝູ່ລົມກັນ
ເຫັນພາບມັນກວນໃຈ                ຈຶ່ງຍ່າງເດີນມາດູໃກ້ “
ພ້ອມສະແດງໃບໜ້າ                 ອາລົມທີ່ລັບລ່ຽມ
ກັບທ່າທາງປ່ຽມລົ້ນ                  ກັບເລື້ອງທີ່ພົບເຫັນ
 ສຸມາລີ ໃຈຍິ່ງເຕັ້ນ                 ເມື່ອເຫັນທ່າບໍ່ເໝາະຕາ
“ ຕອນອ້ວນເດີນມາເຖິງ        ເຈົ້າໄດ້ເຫັນຫຍັງນີ້ ? “
ສຸມາລີ ຖາມຂຶ້ນ                    ທິບພະວົງ ກໍ່ຕອບຕໍ່
“ ຢາກຮູ້ບໍສິ່ງຂ້ອຍພໍ້ “               ແລ້ວອົມຍິ້ມຢ່າງລ່ຽມໃນ
 ສຸມາລີ ກໍ່ຍິ່ງໄດ້             ຮ້ອນເຮັ່ງໃນອຸລາ
“ ບອກມານະເຫັນຫຍັງ              ເມື່ອໂຕມາເຖິງນີ້ ? “
ສາວອ້ວນ ມີຮອຍຍິ້ມ                ທັງສົງໃສຈຶ່ງຖາມວ່າ
“ ມີຫຍັງຫວະໂຕຈຶ່ງຮ້ອນ       ເກີນເລື້ອງທີ່ພົບເຫັນ
 ຮູ້ສຶກວ່າໂຕຕື່ນເຕັ້ນ          ກັງວົນຢູ່ໃນໃຈ
ບົວສະບາ ໄຂຄວາມໃນ        ບອກຮັກໂຕຫຼືວັນນີ້ ? “
ພ້ອມທັງມີຮອຍຍິ້ມ                        ສາຍຕາຢາກຮູ້ຕໍ່
ສຸມາລີ ບໍ່ຕອບເວົ້າ                        ແຕ່ຖາມຂຶ້ນເພີ່ມເຕີມ
 “ ໂຕບໍ່ຕ້ອງກ່າວເພີ້ມ         ເລື່ອງອື່ນເລີຍໜາ
ຕອນໂຕມາເຫັນຫຍັງ                ຕອບມາດຽວນີ້ ? “
ສາວອ້ວນມີຮອຍຍິ້ມ                 ‘ ສຸມາລີ ເວົ້າຫຍັງນໍ່ ‘
“ ຂ້ອຍກໍ່ເຫັນພວກເຈົ້າ “       ແລ້ວນາງນັ້ນກໍ່ເຫຼົ່າຫົວ
 ສຸມາລີ ຍິ່ງກົວເລື້ອງ         ຈະລາມແຜ່ໄປໄກ
“ ບອກມາໄວ ທິບພະວົງ       ວ່າເຈົ້າເຫັນຫຍັງນີ້ ? “
“ ສຸມາລີ ເຈົ້າໃຈຮ້ອນ               ຈິງຈັງຢ່າງແປກທ່າ
ຫຼືວ່າ        ບົວສະບາ ຫອມແກ້ມເຈົ້າ           ເຮົານີ້ບໍ່ເຫັນ “
 “ ໂຕໂລດເວົ້າເຊັ່ນນີ້         ອາຍເຂົາແນ່ຍາມຈາ
ເບິ່ງແດ່ແມ ບົວສະບາ               ເຂົານັ່ງຟັງຢູ່ຄຽງໃກ້
ເທື່ອໜ້າໄຂຄຳເວົ້າ                        ຈາຫຍັງລະວັງແນ່
ຄົນອ້ອມຂ້າງເບິ່ງແດ່ເຈົ້າ        ຊິຈາເວົ້າເລື່ອງບໍ່ດີ “
 ສາວອ້ວນ ມີຮອຍຍິ້ມ        ແລ້ວແນມເບິ່ງ ບົວສະບາ
“ ລົມກັນຕາມສະບາຍນະ “            ແລ້ວນາງກໍ່ອົມຍິ້ມ
ນາງຄ່ອຍວາຈາຊິ້ມ                  “ ຕາມສະບາຍເຖີດໜາໝູ່
ອິດສາເດມີຄູ່ເວົ້າ                   ບາດເຮົານີ້ຂາດຄູ່ຈາ “
 ບົວສະບາ ອວ່າຍໜ້າ        ມາຍິ້ມຕໍ່ ສຸມາລີ
ພ້ອມທັງມີແວວຕາຫວານ       ຊັກຊວນເຂົ້າມາໃກ້
“ ເຮົາພາກັນໄປເດີນຫຼິ້ນ        ກິນລົມບ່ອນເດີ່ນຮົ່ມ    ພຸ້ນເນາະ “
ພວກເຂົາຍ່າງຊົມຝັ່ງນ້ຳ              ໄປຫາຫຍ້າບ່ອນເດີ່ນເນີນ.
 ເພັດສຸວັນ ປ່າວເອີ້ນ         “ ເຮົາລົງກ່ຽວກັນເທາະ
ກ່ຽວເລາະແຖວແດນນາ              ອີກໜ້ອຍດຽວຄົງແລ້ວ “
ຢືນເປັນແຖວກ່ຽວລຽນໜ້າ       “ ໃຜກ່ຽວເຖິງຄັນນາກ່ອນ
ກະລຸນາພັກຜ່ອນໄດ້                 ເຫຼືອຫັ້ນຂ້ອຍກ່ຽວເອງ “
 ພວກເຂົາຮີບເຮັ່ງຟ້າວ        ເກາະກ່ຽວໄວວາ
ຕາມໜ້ານາໃຜມັນ                        ກ່ຽວກັນໃຫ້ມັນແລ້ວ
ວາງເປັນແຖວຖັນເພີ້ມ                ລຽນລອນຫຼາຍພ່ອນ
ກ່ຽວມາຮອດບ່ອນທ້າຍ               ກໍ່ໂຮຂຶ້ນຢ່າງມ່ວນໃຈ.

ອ່ານຕໍ່ຕອນຕໍ່ໄປ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ  ຮັກແທ້ມີຢູ່ໃສ 6.12 ?

 

“ ​ເຮີ້ຍ​! ປານ​ວ່າ​ເພິ່ນ​ຮູ້         ພວກ​ໝູ່​ພາສາ​ປາ
​ເຈົ້າ​ກ່າວ​ຈາ​ຫວັງ​ລວຍ               ລັກ​ກໍ່າ​ໄລ​ຫຼື​ນີ້ “
ບົວ​ສະບາ ມີ​ຮອຍ​ຍິ້ມ                ສາຍຕາ​ຫວານ​ແລ້ວ​ເວົ້າ​ຕໍ່
“ ກໍ່​ມັນ​ຂໍ​ໃຫ້​ຂ້ອຍ                   ຫອມ​ແກ້ມ​ເຈົ້າ​ນີ້​ນາ “
 “ ປາ​ໂຕ​ນັ້ນ​ຊ່າງ​ບ້າ          ຈາ​ແຕ່​ເລື່ອງ​ອັບປີ
ຄົນ​ດີໆ​ຍັງ​ພອຍ​ຫຼົງ                        ​ເຊື່ອ​ຟັງ​ມັນ​ໄດ້ “
“ ກໍ່​ປາ​ມັນ​ຫວັງ​ໃຫ້                        ຕົວ​ເຮົາ​ຫອມ​ນີ້​ນ່າ “
“ ຂ້ອຍ​ເວົ້າ​ເຈົ້າ​ນັ້ນ​ລະ​ບ້າ       ປາ​ນັ້ນ​ຊິ​ກ່າວ​ຫຍັງ “
 ພໍຖືກນາງດ່າເວົ້າ                  ເຂົາແນມເບິ່ງຢ່າງນັກຕາ
ເຂົາຄວາມືມາຫາ                   ແຕ່ຖືກນາງປັດໄວ້
“ ຢ່າມືໄວຫຼາຍແມເຈົ້າ               ຄົນເຂົາເຫັນຈະຫາວ່າ
ຂ້ອຍນີ້ໃຫ້ທ່າເຈົ້າ                   ຕົວເຮົານັ້ນຊິເສື່ອມເສຍ “
 ນາງວາຈາເກ້ຍກ່ອມໄວ້       ໃຫ້ນັ່ງຢູ່ເສີຍໆ
ບົວສະບາ ກໍ່ເລີຍຊຶມ                ນັ່ງຊົມໜອງນ້ຳ
ທ່າທາງເຂົາທຳໃຫ້                        ສຸມາລີ ຢອກຕໍ່
“ ເບິ່ງເຈົ້າກໍ່ສຸພາບນີ້                 ລັກບາຍຂ້ອຍເຮັດຫຍັງ “
 ຕົວເຂົາຍັງນັ່ງນິ້ງ                  ບໍ່ເອີ່ຍຄຳໃດ
“ ຂ້ອຍໄປກ່ອນເດີລະ                ນັ່ງຜູ້ດຽວເດີເຈົ້າ “
ເຂົາຈຶ່ງຫັນມາເວົ້າ                  ນຳນາງຢ່າງງ່າຍໆ
“ ຕາມສະບາຍໂລດເຈົ້າ        ຖ້າເຮົານີ້ຂາດຄ່າຄຸນ “
 ເຮັດໃຫ້ໃຈນາງວຸ້ນ                ຄິດຢູ່ນານນັກ
‘ ເປັນຫຍັງເຈົ້າທາຍທັກ        ອີ່ມລະອາແນວນີ້ ‘
ສຸມາລີ ມີສີໜ້າ                    ບໍ່ພໍໃຈຄຳເຂົາວ່າ
‘ ຖ້າເຈົ້າ           ບໍ່ມີຄ່າສຳລັບຂ້ອຍ                       ບໍ່ມາເວົ້ານັ່ງລົມ ດອກນາ ‘
 ນາງວິ່ງວິນເກືອບຊິລົ້ມ        ຮູ້ສຶກວ່າເສຍໃຈ
ກັບຄຳເຂົາຈາໄຂ                   ເວົ້າໃສ່ນາງຄຳນີ້
ເຮັດໃຫ້ນາງມີສີໜ້າ                 ອາລົມບໍ່ແມ້ງມ່ວນ
‘ ເປັນຫຍັງເຈົ້າຈຶ່ງດ່ວນເວົ້າ           ໃຫ້ເຮົານັ້ນປ່ວຍໃຈ ‘
 ບົວສະບາ ນັ້ນໄດ້                 ແນມເບິ່ງ ສຸມາລີ
ເຫັນນາງມີອາລົມ                   ບໍ່ຊື່ນຊົມແນວນັ້ນ
ເຂົາຈຶ່ງຫັນມາເວົ້າ                  ນຳນາງຄຳມ່ວນ
“ ບໍ່ວ່າຊິດ່ວນຟ້າວ                        ປະຂ້ອຍນັ່ງຜູ້ດຽວ “
 ເຂົາວາຈາກ່ອມກ້ຽວ          ອ້ອນອິ່ນເອົາໃຈ
ເຮັດໃຫ້ ສຸມາລີ                    ນັ່ງລົງຄຽງຂ້າງ
ເຂົາຈຶ່ງວາງມືຢື້                     ຄວາໄປຈັບບ່າ
ແລ້ວເດ່ຫາຝ່າຍແກ້ມ                ທັງແນມໜ້າເບິ່ງນາງ
 ສຸມາລີ ວາງມືຍູ້             ຍັບຫ່າງຕົວເຂົາ
“ ເປັນຫຍັງ   ເຈົ້າຈຶ່ງເຫັນຕົວເຮົາ                ດັ່ງເຄື່ອງຂອງຈັບຫຼິ້ນ ? “
ບົວສະບາ ໄດ້ຍິນແລ້ວ               ແນມນາງຢ່າງລ້າລ່ອຍ
“ ຂໍອະໄພທີ່ຂ້ອຍ                   ທຳເລື້ອງລ່ວງເກີນ “
 ສຸມາລີ ເມີນໜ້າ                  ທຳທ່າບໍ່ພໍໃຈ
ທັງທີ່ໃນຄວາມເປັນຈິງ               ສ່າງຊື່ນຊຳໃຈແທ້
ແຕ່ນາງທຳເຮັດໃຈນ້ອຍ        ວາງຕົວເພື່ອເອົາທ່າ

ແລະບໍ່ຈາກ່າວເວົ້າ                      ເຂົານັ້ນຍິ່ງອ່ອນໃຈ

ອ່ານຕໍ່  ຮັກແທ້ມີຢູ່ໃສ 6.14 ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ ຮັກແທ້ມີຢູ່ໃສ 6.11?

 

ສອນ​ນາລີ ​ໄຂ​ຍິ້ມ             ສົດ​ຊື່ນ​ໃນ​ອຸລາ
​ເພາະ​ຫຼາຍ​ຄົນ​ພາກັນ​ຈາ        ລາບ​ແຊບ​ຫຼາຍ​ໃນ​ວັນ​ນີ້
ກິນ​ຄຳ​ໃດ​ມີ​ຮອຍ​ຍິ້ມ                 ອາລົມ​ດີ​ຢ່າງ​ເຂົ້າທ່າ
​ໃຜ​ຜູ້​ມາ​ກິນ​ຮ່ວມ​ນີ້                  ຕ່າງ​ຈາ​ເວົ້າ​ລາບ​ແຊບ​ຫຼາຍ
 ສາວ​ອ້ວນ ບໍ່​ກ່າວ​ຮ້າຍ        ຫຼື​ຈົ່ມ​ວ່າ​ແນວ​ໃດ
ນາງ​ພໍ​ໃຈ​ສີມື​ນາງ                   ສ່າ​ງບໍ່​ມີ​ຄົນ​ຍ້ອງ
“ ​ແຊບ​ຖືກ​ໃຈ​ຂອງ​ຂ້ອຍ        ອາຫານ​ດີ​ຕຳ​ໝາກຫຸ່ງ “
​ເພັດ​ສຸວັນ ຄິດ​ສະດຸ້ງ                ກໍ່​ເລີຍ​ຍ້ອງ​ຍື່ນ​ຄຳ
 ບົວ​ສະບາ ກ່າວ​ຢ້ຳ          “ ​ແຊບ​ອະ​ລ່ອຍ​ອີ​ຫຼີ​ໃດ
ສີມື​ໃຜ​ຈະ​ທຽມ                     ທິບ​ພະ​ວົງ ຄົນ​ນີ້ “
ພ້ອມ​ທັງ​ມີ​ຄຳ​ເຂົ້າ                   ຢຸບ​ເອົາ​ຕຳ​ໝາກຫຸ່ງ
ຕຳ​ປົນ​ກັບ​ຂົ້ວ​ກຸ້ງ                    ກະປູ​ຂົ້ວ​ອະ​ລ່ອຍ​ດີ
 ມັນ​ກໍ່​ເປັນ​ຈັ່ງ​ຊີ້              ລະ​ຊີວິດ​ຄົນ​ລາວ
ດື່ມ​ເຫຼົ້າ​ຂາວ​ຈັກ​ນິດ                 ກັບ​ລາບ​ແກງ​ປາ​ປີ້ງ
ປານ​ວ່າ​ຫຼິງ​ເຫັນ​ດ້າວ                ​ເມືອງ​ແມນ​ເບື້ອງ​ລຸ່ມ
ກິນ​ຊຸມ​ກັນ​ແບບ​ນີ້ ກິນ​ຢູ່​ໃສ​ຊິ​ເທົ່າ​ໄດ້ ຫົນ​ຫ້ອງ​ແຫ່ງ​ລາວ ​ເຮົາ​ນາ
 ຫຼັງ​ຈາກ​ກິນ​ເຂົ້າ​ແລ້ວ         ກໍ່​ພັກຜ່ອນ​ໃຜລາວ
ພວກ​ສາວໆ​ພາກັນ                        ນັ່ງ​ຮ່ວມ​ວົງ​ກິນ​ສົ້ມ
ພາກັນ​ລົມ​ກັນ​ເວົ້າ                   ຈາ​ຂວັນ​ພວກ​ຜູ້​ບ່າວ    ນຳ​ບໍ
​ແລ​ເຫັນ​ສາວ​ອ້ວນ​ເວົ້າ               ​ແລ້ວ​ຫົວ​ຂຶ້ນ​ຢ່າງ​ຖືກ​ໃຈ
 ໝູ່​ຢູ່​ຂ້າງ​ກໍ່​ໄດ້                    ຫົວ​ສະ​ນັ່ນ​ເຮ​ຮາ
ລົມ​ເລື່ອງ​ຊາຍ​ຄົນ​ໃດ​ຫວະ       ຈຶ່ງ​ເຫຼືອດ​ຕາ​ໄປ​ທາງ​ນັ້ນ
ສາວ​ບົວ​ວັນ ຈາ​ເວົ້າ                 “ ​ເຊົາໆ​ຜູ້​ຊາຍ​ຍ່າງ    ມາ​ແລ້ວ “
ພວກ​ນາງ​ສາວ​ຕ່າງ​ກໍ່​ຍິ້ມ        ອາລົມ​ສົ້ມ​ສົ່ງ​ຕາ
 ສຸມາລີ​ຍ່າງ​ກ້າວ             ​ໄປສູ່​ແຄມ​ໜອງ
ບົວ​ສະບາ ຫຼຽວ​ມອງ                ​ແລ້ວ​ຍ່າງ​ຕາມ​ຊິດ​ໃກ້
“ ​ເຈົ້າ​ຊິ​ໄປ​ໃສ​ນີ້                    ຂໍ​ເດີນ​ເປັນ​ໝູ່        ​ໄດ້​ບໍ? “
ສຸມາລີ ດູ​ເບິ່ງ​ໜ້າ                   ​ໄຂ​ຍິ້ມ​ແລ້ວ​ຍ່າງ​ໄປ
 ສອງ​ຄົນ​ເຂົາ​ນັ້ນ​ໄດ້          ມາ​ນັ່ງ​ທີ່​ແຄມ​ໜອງ
ຕາ​ລໍ່າມອງ​ປາຊີວ                   ທີ່​ລ່ອງ​ລອຍ​ໃນ​ນ້ຳ
ບົວ​ສະບາ ​ໄຂ​ຄຳ​ເວົ້າ                ຫວານໆ​ເອົາ​ໄວ້​ວ່າ
“ ຟັງ​ແມ            ປາ​ມັນ​ມາ​ກ່າວ​ເວົ້າ                       ລົມ​ເຈົ້າ​ໃຫ້​ຮັກ​ເຮົາ “
 “ ປາ​ຢູ່​ໃສ​ຊິ​ເວົ້າ            ລົມ​ຕໍ່​ຄົນ​ເຮົາ
ປະສາດ​ເຈົ້າ​ຄົງ​ຫຼອນ                ຈຶ່ງ​ໄດ້​ຍິນ​ປາ​ເວົ້າ “
“ ​ເບິ່ງ​ແມ​​ມັນ​ລົມ​ເຈົ້າ                ຟັງ​ເອົາ​ເຂົ້າ​ໃຈ​ບໍ່

ມັນ​ກ່າວ​ຂໍ​ໃຫ້​ຂ້ອຍ                       ຫອມ​ແກ້ມ​ເຈົ້າ​ເບິ່ງດູ “ 

 
ອ່ານຕໍ່ ຮັກແທ້ມີຢູ່ໃສ 6.13?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ    ຮັກແທ້ມີຢູ່ໃສ 6.10 ?

 

 

ຕ່າງ​ຄົນ​ຕ່າງ​ກໍ່​ຟ້າວ            ໜ້າ​ທີ່​ໃຜລາວ
ສາວ​ບົວ​ລີ ສຸມ​ໄຟ                  ​ໃສ່​ໝໍ້​ແກງ​ໃຫ້​ມັນ​ຮ້ອນ
​ເພັດ​ສຸວັນ ຈ້ອນ​ຂາ​ສົ້ງ               ລົງ​ຢາມ​ມອງ​ຢູ່​ສະ​ໃຫຍ່
ຄຳ​ສະຫວ່າງ ​ໄຂ​ກວດ​ເຫຼົ້າ            ​ເອົາ​ມາ​ເຍັ້ນ​ດື່ມ​ນຳ
 ບົວ​ສະບາ ຫິ້ວ​ຄຸ​ນ້ຳ          ມາ​ລ້າງ​ໝູ່​ມວນ​ຜັກ
ທິບ​ພະ​ວົງ ກຳລັງ​ຟັກ                ໝາກຫຸ່ງ​ເຫຼືອງ​ທາງ​ກົ້ນ
ສຸມາລີ ນາງ​ຄົ້ນ                    ຊາມ​ຜັກ​ຊອກ​ຜັກ​ບົ່ວ
ສອນ​ນາລີ ມົວ​ແຕ່​ເວົ້າ               ຊອຍ​ຊີ້ນ​ເກືອບ​ບາດ​ມື
 ​ເບິ່ງ​ແລ້ວ​ຄື​ວ່າ​ຄຶກຄື້ນ         ມ່ວນ​ຊື່ນ​ປຸງ​ອາຫານ
ສາວ​ບົວ​ວັນ ຄົວ​ປາ                 ປີ້ງ​ໃສ່​ເຕົາ​ຂາງ​ໄວ້
​ເບິ່ງ​ຜູ້​ໃດ​ກໍ່​ຫົວ​ຍິ້ມ                   ລົມ​ກັນ​ແມ້ງມ່ວນ
​ແຕ່ລະຄົນ​ດ່ວນ​ຟ້າວ                 ຫາ​ຫ້າງ​ເຄື່ອງປຸງ
 ທິບ​ພະ​ວົງ ຍິບຂົ້ວ​ກຸ້ງ         ໝາກ​ເຜັດ​ປ່ອນ​ລົງ​ຄົກ
​ແລ້ວ​ກໍ່​ຈົກ​ຍິບ​ເກື​ອ                  ​ໃສ່​ລົງ​ໄປ​ພ້ອມ
ຕຳ​ເໝືອນ​ທຳນອງ​ເຕັ້ນ               ​ເບົາໆ​ບາດ​ຖີ່ໆ
​ໃສ່​ກະປິ​ເລັກ​ໜ້ອຍ                        ກະທຽມ​ນ້ອຍ​ໃສ່​ນຳ
 ພໍ​ເມື່ອ​ຕຳ​ລະອຽດ​ແລ້ວ        ຢຸບ​ໝາກຫຸ່ງ​ມາ​ລົງ
​ໃສ່​ແປ້ງ​ນົວ​ນ້ຳຕານ​ຜົງ               ບີບ​ໝາກ​ນາວ​ລົງ​ເພີ້​ມ
ໝາກ​ເລັ່ນ​ແດງ​ເສີມ​ໜ້າ               ຕຳ​ໄປມາ​ຈົນ​ເກືອ​ບທົ່ວ
ຕື່ມ​ນ້ຳປາ​ແດກ​ຂົ້ວ                  ຫອມ​ກຸ້ມ​ຂຶ້ນ​ໃສ່​ດັງ
 ​ແລະ​ອີກ​ຈຸ້ມ​ໜຶ່ງ​ນັ້ນ          ກໍ່​ພວມ​ແຕ່ງອາຫານ
ສອນ​ນາລີ ວາງ​ຊາມ                 ຖອກ​ຊີ້ນ​ຊອຍ​ລົງ​ຫັ້ນ
ບີບ​ໝາກ​ນາວ​ລົງ​ຄັ້ນ                 ຊີ້ນ​ຫັນ​ມັນ​ຂາວ​ຈູ່ນພູ່ນ
ນ້ຳ​ທີ່​ຄັ້ນ​ປົນ​ຝຸ່ນ​ຊີ້ນ                        ​ເອົາ​ໄປ​ຄ້າງ​ໃສ່​ໄຟ
 ພໍ​ເມື່ອ​​ເອາະ​ກະ​ໄດ້​ແລ້ວ       ກໍ່​ຖອກ​ໃສ່​ລົງ​ຊາມ
ນ້ຳປາ​ແດກ​ໃສໆ                    ​ໃສ່​ລົງ​ໄປ​ພ້ອມ
​ໃສ່​ເຄື່ອງ​ຫອມ​ຂອງ​ແຫ້ງ        ​ໂຮຍ​ລົງ​ເປັນ​ຝຸ່ນ
ປີວ​ກຸ່ນໆ​ເຂົ້າ​ຂົ້ວ                    ​ໂຮຍ​ໄວ້​ໃສ່​ຕາມ
 ​ເຊິ​ປີ​ຊອຍ​ທີ່​ແຊ່​ນ້ຳ                 ມາຄລົນ​ໃສ່​ນຳ​ກັນ
ຄລົນ​ໃຫ້​ມັນ​ພໍດີ                    ທົ່ວ​ກັນ​ສະ​ເໝີ​ໄວ້
​ໃສ່​ຂ່າ​ຂີງ​ລົງ​ເພີ້​ມ                   ຜັກ​ບົ່ວ​ຊອຍ​ເຕີມ​ໃສ່
ໝາກ​ເຜັດ​ຊອຍ​ຕື່ມ​​ໃຫ້               ຜັກຫອມ​ໄວ້​ໃສ່​ເທິງ
 ຄລົນ​ເບິ່ງ​ທົ່ວ​ແລ້ວ                 ກໍ່​ຕັກ​ໃສ່​ລົງ​ຈານ
ມີ​ໝາກ​ແຕງ​ເປັນ​ຝານ                ຜິ​ກ​ເຂືອ​ລຽນ​ໄວ້
ສຸມາລີ ​ໄຂ​ໝໍ້                            ບົວ​ວັນ ຍໍ​ຖ້ວຍ​ໃຫຍ່
ຕັກ​ຕົ້ມ​​ໄກ້​ໃສ່​ຖ້ວຍ                  ​ເອົາ​ໄປ​ຕັ້ງ​ຕໍ່​ລຽນ
 ຍັງ​ມີ​ສົ້ມ​ຜັກ​ສ້ຽນ            ລຽນ​ຫວ່າງ​ສະ​ລັບ​ໄປ
ປີ້ງ​ປາ​ນິນ​ປາ​ໄນ                    ກິ່ນ​ອາຍ​ຫອ​ມກຸ້ມ
ສົ້ນ​ນັ້ນ​ຍັງ​ຫົວ​ຈຸ້ມ                   ຊີງ​ກັນ​ຊີມ​ຕຳ​ໝາກ​ຫຸ່ງ
ປຸງ​ແຕ່ງ​ຕຳ​ຄັກ​ແນ່​ແລ້ວ               ນ້ຳລາຍ​ຍ້ອຍ​ຢາດ​ສູ່​ຄໍ   ພຸ້ນ​ແລ້ວ
 ຍັງ​ບໍ່ພໍ​ເທົ່າ​ນີ້                     ຍັງ​ອີກ​ໜຶ່ງ​ລາຍການ
ກິນ​ສົ້ມ​ຜັກ​ປະສານ                        ​ໃສ່​ກັນ​ກັບ​ປາ​ປີ້ງ
ຍິງ​ຄົນ​ໃດ​ລືມ​ໄດ້                    ຜົວ​ໜີ​ໄປ​ບໍ່​ຮູ້​ຕ່າວ     ​ໂລດ​ແລ້ວ

ຍັງ​ແຈ່ວ​ສົ້ມ​ໝາກ​ນາວ ​ເຂົ້າຂາ​ວໆ​ຄ່ອຍ​ຈ້ຳ ກັບ​ປາ​ປີ້ງ​ແຊບ​ຖືກ​ໃຈ ​ແທ້​ໃດ

 

ອ່ານຕໍ່    ຮັກແທ້ມີຢູ່ໃສ 6.12 ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ   ຮັກແທ້ມີຢູ່ໃສ 6.9 ?

 

 

​ເວົ້າ​​ແລ້ວ​ໃນ​ມື້​ນີ້              ມັນ​ກໍ່​ມ່ວນ​ຈິງ​ໃດ
ກ່ຽວ​ເຂົ້າ​ໄປ​ໂຮ​ໄປ                  ຊ່າງ​ມ່ວນ​ໃຈ​ຈິງ​ແທ້
​ເພັດ​ສຸວັນ ​ແລ​ຟ້າ                   ດວງ​ຕາ​ເວັນ​ເຖິງ ຍາມ​ສີ່
“ ​ເກືອບ​ທ່ຽງ​ວັນ​ແລ້ວ​ນີ້               ​ໄປໆ​ຂຶ້ນ​ແຕ່ງ​ງາຍ “
 ​ເພັດ​ສຸວັນ ຍ່າງຍ້າຍ         ຂຶ້ນ​ກ່ອນ​ນຳ​ທາງ
ບົວ​ສະບາ ວາງຄຳ                        ​ເອີ່ຍ​ລຳ​ນິດ​ໜ້ອຍ
“ ​ໂອລະນໍ ທ້ອງ​ຂ້ອຍ                ພໍ​ມາ​ເຖິງ​ຍາມ​ສີ່
ອາຫານ​ດີ​ຢູ່​ທ້ອງ                   ໝົດ​ກ້ຽງ​ແລ້ວ​ບໍ່​ໜໍ
 ສັງ​ຄື​ມາ​ຂໍ​ຮ້ອງ              ອ້ອນ​ແອ່ວ​ອວນ​ກິນ    ​ແລ້ວ​ນໍ
ບໍ່​ສິ້ນ​ຊີວາ​ດັບ                            ດອກ​ໜາ​ພຽງ​ນີ້
​ເຈົ້າ​ຢ່າ​ມີ​ສຽງ​ໄຫ້                    ກວນ​ໃຈ​ເອີ້ນ​ແອ່ວ
ຍາມ​ສີ່ ມາ​ຮອດ​ແລ້ວ                ລໍຖ້າ​ຊິ​ໄດ້​ກິນ   ດອກ​ນາ “
 ບົວ​ວັນ ​ໄດ້​ຍິນ​ແລ້ວ          ຖາມ​ຕໍ່ ບົວ​ສະບາ
“ ມັນ​ແມ່ນ​ຍາມ​ຫຍັງ​ລະ        ທີ່​ໂຕ​ຈາ​ເວົ້າ
ຕົວ​ເຮົາ​ບໍ່​ເຫັນ​ຮູ້                    ​ເວລາ​ຫຍັງ​ຮຽກ​ ຍາມ​ສີ່ “
ບົວ​ສະບາ ມີ​ຍິ້ມ​ໃຫ້                 ​ແລ້ວ​ໄຂ​ເວົ້າ​ຕອບ​ຕໍ່​ໄປ
 “ ຕາມ​ທີ່​ຕົວ​ເຮົາ​ໄດ້          ຮູ້​ຮໍ່າຮຽນ​ມາ
​ເພິ່ນ​ແບ່ງ​ການ​ເວລາ                 ​ແຕ່​ລະ​ວັນ​ແນວ​ນີ້
​ເພິ່ນ​ແບ່ງ​ມີ ຍາມ​ເຊົ້າ                ຍາມ​ສວາຍ ຍາມ​ງາຍ​ແກ່
ຍາມ​ທ່ຽງ           ​ໃຫ້​ແລ​ດູ​ເບິ່ງ​ຟ້າ                  ຕາ​ເວັນ​ຕັ້ງ​ທ່ຽງ​ວັນ
 ຕໍ່​ຈາກ​ນັ້ນ                       ກໍ່ ຍາມ​ບ່າຍ ຍາມ​ແລງ
ຍາມ​ຄໍ່າ      ​ແມ່ນ​ຕາ​ເວັນ​ໃກ້​ມົວ​ແສງ       ລັບ​ລົງ​ລິບ​ຟ້າ
ຫຼື​ຊິ​ຈາ​ອີກ​ແນວ​ນັ້ນ                        ລົມ​ກັນ​ວ່າ ຍາມ​ໜຶ່ງ
ຍາມ​ສອງ     ຍາມ​ສາມ ຍາມ​ສີ່ ​ພ້ອມ ​            ແລະ​ຈາ​ເວົ້າ​ນັບ​ຕໍ່​ໄປ “
 ພໍ​ເມື່ອ​ພວກ​ໝູ່​ໄດ້                  ຮູ້​ສິ່ງ​ເຂົາ​ຈາ
ກໍ່​ພໍ​ໃຈ​ໃນ​ບັນຫາ                    ທີ່​ເຂົາ​ຂານ​ເວົ້າ
“ ຫອມ​ເດ​ຫອມ​ຮວງ​ເຂົ້າ       ສວຍ​ງາມ​ກົ້ມ​ກ່ອງ
ຫອມ​ເດ​ຫອມ​ຝ່າຍ​ແກ້ມ              ​ແດງ​ເຂັ້ມ​ດັ່ງ​ດອກ​ຝາງ “
 ຄຳ​ສະຫວ່າງ ​ເອີ່ຍ​ຮ້ອງ       ລຳ​ລ່ອງ​ຕາມ​ລົມ
​ເຂົາ​ເຊີຍ​ຊົມ​ທິວ​ທັດ                  ​ແຫ່ງ​ທົ່ງ​ນາ​ຍາມ​ນີ້
ພ້ອມ​ທັງ​ມີ​ຄຳ​ເວົ້າ                   ໝາຍ​ເຊີຍ​ຊ້ອນ​ເງື່ອນ
ພວກ​ເພື່ອນ​ສາວ​ແນມ​ເບິ່ງ​ໜ້າ    ​ເຂົາ​ແລ້ວ​ກໍ່​ເຫຼົ່າ​ຫົວ
 “ ພົ້ວ​ເອີຍ​ພົ້ວ​ດອກ​ຫວ້ານ​ຄ້າງ ບານ​ຈ່າງ​ກາງ​ສວນ
​ເຈົ້າ​ບໍ່​ຊວນ​ເຊີຍ​ດົມ                        ກິ່ນ​ຫອມ​ບໍ່​ຫວນ​ຮູ້
ສາວ​ບໍ່​ມອງ​ດູ​ໜ້າ                   ຕົວ​ຊາຍ​ໄຮ້​ຄ່າ
​ໄຮ້​ເງິນຕຣາດ​ອກນ້ອງ                ບໍ່​ເຄີຍ​ໄຮ້​ເລື່ອງ​ນ້ຳ​ໃຈ
​ ໃຜ​ຮຽກຮ້ອງ​ກໍ່​ຊ່ວຍ​ໄດ້        ຕາມ​ເຫື່ອ​ແຮງ​ມີ
ຕາມ​ວິຖີ​ຄວາມ​ຄິດ                  ທີ່​ເຮັດ​ນຳ​ທຳ​ໄດ້
ຫົວ​ໃຈ​ຊາຍ​ຍັງ​ວ້າງ                  ສາວ​ນາງ​ໃດ​ຢາກ​ຈັບ​ຈ່ອງ      ​ເຊີນ​ເຍີ
ສະມັກ​ແລ້ວ​ຢ່າ​ກີດ​ຮ້ອງ               ຫຍາມ​ອ້າຍ​ວ່າ​ທຸກ​ຈົນ
 ​ເມື່ອ​ໃດ​ອ້າຍ​ຫາກ​ພົ້ນ         ຈາກ​ຄວາມທຸກ​ເປັນ​ສຸກ
ອ້າຍ​ຈະ​ປຸກ​ເຮື​ອນຫໍ                 ​ແຕ່ງ​ເອົາ​ພະນາ​ງນ້ອງ
ອ້າຍ​ຈະ​ສຸກ​ສົມ​ປອງ​ສ້າງ        ພຽງ​ນາງ​ດຽວ​ບໍ່​ກ້ຽວ​ອື່ນ

ຂໍ​ນ້ອງ​ຍື່ນ ຄວາມ​ຮັກ​ໃຫ້      ຫົວ​ໃຈ​ອ້າຍ ​ເຖີດ​ອຸ່ນ​ສາວ ຂາວນວນໆ ຄົນ​ງາມ​ເອີ້​ຍ “   

 

ອ່ານຕໍ່   ຮັກແທ້ມີຢູ່ໃສ 6.11 ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ   ຮັກແທ້ມີຢູ່ໃສ 6.8 ?

 

 

ສຸມາລີ ນາງໄດ້              ແນມເບິ່ງຢ່າງເຢັນຊາ
‘ ເຈົ້າວາຈາວ່າໃຈຮັກ                ມັກຮຽມຫຼືນີ້
ເປັນຫຍັງມີຄຳເວົ້າ                        ລວງເຮົາບໍ່ເຂົ້າທ່າ
ເຈົ້າວ່າຂ້ອຍບໍ່ຮູ້                    ວ່າໃຈເຈົ້າຮັກໃຜ      ຊັ້ນບໍ
 ຂ້ອຍ​ນີ້​ຮັກ​ເຈົ້າ​ໄວ້                 ຢ່າງ​ລົ້ນ​ປ່ຽມ​ດວງ​ໃຈ
ຂ້ອຍ​ຈຶ່ງ​ຂັງ​ໃສ່​ຊວງ​ໃນ               ​ເພື່ອ​ເຈົ້າ​ເຫັນ​ຄວາມ​ດີ​ຂ້ອຍ
ຂ້ອຍ​ບໍ່​ເປັນ​ຄົນ​ໃຈນ້ອຍ               ​ເໝືອນ​ກັບ​ຍິງ​ຄົນ​ອື່ນ
ຍິງ​ທີ່​ຊົມ​ຊື່ນ​ເຈົ້າ                    ​ໃຫ້​ເຮົາ​ເສົ້າ​ຄູ່​ສູ່​ວັນ ‘
ວັນ​ນີ້              ອາດ​ເປັນ​ນາງ​ເທົ່າ​ນັ້ນ        ທີ່​ຮູ້​ຢູ່​ເຕັມ​ໃຈ
ວ່າ​ມີ​ໃຜ ບົວ​ສະບາ                  ຊື່ນ​ຊົມ​ໃນ​ໃຈ​ນັ້ນ
ນາງ​ບໍ່​ມີ​ສິດ​ກັ້ນ                     ຕັນ​ຫົວ​ໃຈ​ໃຫ້​ເຂົາ​ຢູ່
​ເຂົາ​ຫຼົງ​ຮັກ​ຊູ້​ຕ່າງ​ບ້ານ                ຈຶ່ງ​ລືມ​ຫວ້ານ​ຢູ່​ຮ່ວມ​ສວນ
ຕົວ​ນາງ            ບໍ່​ຄໍ່າ​ຄວນ​ຮໍ່າ​ຮ້ອງ                 ​ເພາະ​ຢ້ານ​ເສື່ອ​ມ​ໄມຕຮີ
ກັບ​ຄວາມ​ຮູ້ສຶກ​ດີໆ                        ທີ່​ມີ​ຕໍ່​ເຂົາ​ນັ້ນ
​ເຖິງ​ຊິ​ເປັນ​ຝັນ​ແລ້ງ                        ​ແໜງ​ໃຈ​ກໍ່ຕາມ​ຢ່າ
​ເຖິງ​ນ້ຳ​ຕາຊິ​ຢາດ​ເປື້ອນ               ​ໃບ​ໜ້າ​ກໍ່​ຊ່າງ​ຕາມ
 ນາງ​ບໍ່​ມີ​ສິດ​ຫ້າມ                  ຕາມ​ແຕ່​​ເຂົາ​ຈະ​ໄປ
​ເມື່ອ​ໃດ​ເຂົາ​ພໍ​ໃຈ​ນາງ                ຫາກ​ຊິ​ມາ​ຫາ​ໄດ້
​ເຖິງ​ຊິ​ເສຍ​ໃຈ​ລົ້ນ                   ຂໍ​ທົນ​ເອົາ​ໄວ້​ກ່ອນ
ຫາກ​ມື້​ໃດ​ຮັກ​ເກີດ​ຮ້ອນ               ​ໃຈ​ຂ້ອນ​ຈຶ່ງ​ຊິ​ນຳ
 ​ເຖິງ​ຫົວອົກ​ຊິ​ຊ້ຳ            ຕາມ​ສ່າ​ງຍັງ​ໄວ​ເດັກ
ສິບ​ຫົກ​ປີ​ຍັງ​ເລັກ                    ຄ່າ​ຄວາມ​ຮຽນ​ຮູ້
ມີ​ຫຼາຍ​ອັນ​ນາງ​ຈະ​ສູ້                 ຫຼາຍ​ວິຊາ​ຈະ​ຮູ້​ຕື່ມ
​ເຖິງ​ຊິ​ລືມ​ຮັກ​ນີ້                     ​ເວລາ​ນັ້ນ​ກໍ່​ບໍ່​ສວາຍ
 ​ແລ້ວ​ຕົວ​ນາງ​ກໍ່​ອວ່າຍໜ້າ      ກ່ຽວ​ເຂົ້າ​ຕໍ່​ບໍ່​ສົນ​ໃຈ
ບົວ​ສະບາ ຈາ​ໄຂ                   “ ກ່ຽວ​ແຂ່ງ​ກັນ​ອີກ​ບໍ​ນີ້ ? “
ສຸ​ມາລີ ​ແນມ​ໜ້າ                   ​ໄຂ​ວາ​ຈາ​ຕອບ​ຕໍ່
“ ກ່ຽວ​ເທົ່າ​ໃດ​ກໍ່​ບໍ່​ແພ້                ຕົວ​ຂ້ອຍ​ດອກ​ໜາ
 ​ເພາະວ່າ​ໃຈ​ຂອງ​ເຈົ້າ         ຢາກ​ອ້ອນອິ່ນ​ອອຍ​ເຮົາ “
“ ​ເຈົ້າ​ເວົ້າ​ຈາ​ຫຍັງ​ລະ                ຂ້ອຍ​ຄື​ບໍ່​ເຄີຍ​ຮູ້ “
ສຸມາລີ ດູ​ໜ້າ                            “ ​ເຈົ້າ​ຈາ​ເອງ ສັງ​ລືມ​ງ່າຍ     ​ແທ້ນໍ
ວ່າ​ເປັນ​ຊາຍ​ທີ່​ຮັກ​ຂ້ອຍ               ຫຼື​ຈາ​ເວົ້າ​ຫຼອກ​ໃຈ     ຂ້ອຍ​ບໍ ? “
 ສາວ​ບົວ​ວັນ ກ່ຽວ​ຢູ່​ໃກ້        ລັກ​ຫົວ​ຢູ່​ອິກໆ
ສຸມາລີ ຢິກ​ແຂນ                    ​ເຮັດ​ໃຫ້​ ສາວ​ບົວ​ວັນ ຮ້ອງ
ພ້ອມ​ທັງ​ມອງ​ດູ​ໜ້າ                  ສົບ​ຕາ​ກັນ​ແລ້ວ​ຫົວ​ຕໍ່   ກັນ​ແລ້ວ
ສຸມາລີ ກໍ່​ບໍ່​ຮູ້                            ຈະ​ຈາ​ເວົ້າ​ວ່າ​ຈັ່ງ​ໃດ
 ບົວ​ສະບາ ກໍ່​ໄດ້            ​ແນມ​ເບິ່ງ ສຸມາລີ
ໝູ່ຄູ່​ມີ​ສາຍຕາ                           ສົ່ງ​ມາ​ທາງ​ນັ້ນ
​ເພັດ​ສຸວັນ ຈາ​ຂຶ້ນ                   “ ມີ​ຫຍັງ​ກັນ​ຢູ່​ພຸ້ນ​ນໍ່ “

​ແລ້ວ​ທຸກ​ຄົນ​ກໍ່​ເຮ້ວ                       ​ໂຮ​ຂຶ້ນ​ຢ່າ​ງມ່ວນ​ໃຈ

 

ອ່ານຕໍ່    ຮັກແທ້ມີຢູ່ໃສ 6.10 ?