ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2013 | ມີ 5 ຄຳເຫັນ ແລະ 0 trackback(s)

ຮອດປັດຈຸບັນນີ້ ສື່ພິມ ແລະ ສື່ວິທະຍຸ-ໂທລະພາບ ຍັງບໍ່ທັນເຂົ້າໃຈກ່ຽວກັບການປ່ຽນປີໃໝ່ໃນປະຕິທິນ ພ.ສ ແລະ ຈ.ສ


ໃນປີນີ້ ບຸນປີໃໝ່ລາວ ( ສົງການ ) ປ່ຽນ ຈາກ ຈ.ສ. 1374 ຂຶ້ນເປັນ ຈ.ສ. 1375 ໃນ­ວັນ­ຈັນ ຂຶ້ນ 5 ຄໍ່າ ເດືອນ 5 ກົງ­ກັບ­ວັນ­ຈັນ ທີ 15 ເມ­ສາ 2013 . ແຕ່­ຄົນ­ທັງ­ ຫຼາຍໃນ­ສັງ­ຄົມ­ລາວ ພາກັນເຂົ້າໃຈວ່າ­ປ່ຽນ­ພຸດທະ­ສັກກ­ຣາດ (ພ.ສ.)ຈາກ 2555 ເປັນ 2556 ທັງໆ­ທີ່ ສົງກ­ຣານ ບໍ່ກ່ຽວກັບ­ພຸດທະ­ສາ­ສະ­ນາ ພໍນ້ອຍ.

ຄວາມ­ຈິງ­ນັ້ນ­ພຸດທະ­ສັກກ­ຣາດປ່ຽນ ຈາກ 2555 ເປັນ 2556 ເມື່ອເຖິງ­ວັນ ແຮມ 1 ຄໍ່າ ເດືອນ 6 (ປີ 2013 ນີ້ ແມ່ນ ວັນ­ທີ 25 ພຶດສະ­ພາ) ຫຼື ຫຼັງ­ຈາກ­ວັນ­ວິສາ ຂະ­ບູຊາ­ພຸ້ນ­ທັງ­ນີ້ຍ້ອນວ່າ: ພຸດທະ­ສັກກ­ຣາດ (ພ.ສ.) ແມ່ນການ­ນັບໄລຍະ­ເວລາໂດຍ­ ກໍານົດເອົາ­ຈາກເວລາ­ທີ່­ພາຍ­ຫຼັງ ພຣະ­ພຸດທະ­(ເຈົ້າ)ສະ­ເດັດ­ດັບ­ຂັນປະ­ຣິນິບ­ພານ(ສິ້ນ­ຊີວິດ)ໃນ­ວັນເພັງ ເດືອນ 6 ແລ້ວ. ໃນ­ລາວ-ໄທຍ ນັບເມື່ອພະ­ພຸດທະ­ເຈົ້າ­ສະ­ເດັດປະ­ຣິນິບ­ພານລ່ວງໄປແລ້ວ 1 ປີ ສ່ວນໃນ­ກໍາ­ປູເຈຍ ແລະ­ສີລັງ­ກາ ແມ່­ນນັບ ຕັ້ງ­ຕົ້ນເອົາ­ປີທີ່ພະ­ພຸດເຈົ້າ ປະ­ຣິນິບ­ພານ­ນັ້ນໂລດ ເຮັດໃຫ້­ປີ ພ.ສ. ຂອງ­ກໍາ­ປູເຈຍ ແລະ­ສີລັງ­ກາ­ລື່ນ ລາວ-ໄທ 1 ປີ.

ບັນດາສື່ຕ່າງໆ ກະລຸນາເຂົ້າໃຈຕາມນີ້ດ້ວຍ ( ຖ້າຍັງຂ້ອງຄາໃຈ ກະລຸນາໄປຮັບຟັງນຳອາຈານໃຫຍ່ຢູ່ວັດຕ່າງໆໄດ້

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2013 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

Picture@Bailane.com
­ແຕ່ກ່ອນ­ດົນມາ­ແລ້ວ ມີ­ຊາວນາ­ຄົນ­ໜຶ່ງ ໄດ້­ລົງ­ໄປ­ກ່ຽວເອົາ­ຜື­ຢູ່­ທາມ ແລ້ວ­ນໍາມາຕາກ­ແດດ­ຈົນ­ແຫ້ງ
ຫຼັງ­ຈາກ­ນັ້ນ ກໍ່ເອົາມາ­ຕໍ່າເປັນ­ຜືນ ເຊິ່ງ­ຊາວ­ບ້ານເອີ້ນ­ວ່າ ສາດ­ຜື ນັ້ນເອງ
ນີ້­ແມ່ນ­ປະ­ຫວັດ ສາດ­ລາວ ໂດຍ­ຫຍໍ້
ຈົບ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຮັກຕ່າງຍຸກສະໄໝ

ແຕ່ກ່ອນເຮົາ­ໜຸ່ມແໜ້ນ ຮັກ­ຮໍ່­ສາມັກ­ຄີ
ສ້າງ­ຄວາມ­ດີປະ­ສານໃຈ ຮ່ວມໂຮມແຮງສ້າງ
ສ້ອມແປງ­ທາງ­ທຽວດັ້ນ ໂຮມ­ກັນ­ປູກປ່າ
ສາມັກ­ຄີກ່ຽວເຂົ້າ ຢູ່ເຮືອນຢ້າວເຮັດ­ສວນ

ມັນ­ກໍ່ແສນມ່ວນແມ້ງ ສົດ­ຊື່ນໃນ­ອຸລາ
ຄໍ່າແລງ­ມາ­ຟ້ອນ­ລໍາວົງ ສົ່ງ­ສາວຄືນບ້ານ
ເຖິງເຮືອນ­ຊານ­ຫົນຫ້ອງ ເຄຫາ­ພໍ່ແມ່
ບໍ່ໄດ້ເຫັນແກ່ໄດ້ ຫວັງຊ້ອນກ່ອນ­ດອງ

ບໍ່ໃຫ້­ມີໝອງເສົ້າ ສິ້ນເສື່ອມ­ສັກ­ສີ
ສາມັກ­ຄີປອງ­ດອງ ຮັກແພງ­ກັນແທ້
ເບິ່ງແມ­ມາດຽວນີ້ ສະ­ຕີສາວນ້ອຍ­ໜຸ່ມ
ຈັບ­ກຸ່ມ­ກັບບ່າວນ້ອຍ ຊຸມເຫຼົ້າດື່ມເບຍ

ເຮັດໃຫ້ເສຍ­ຊື່­ຊັ້ນ ຊາວໜຸ່ມ­ຂອງ­ພັກ
ວັນຮ່ວມໂຮມແຮງ­ຮັກ ກໍ່­ບໍ່­ຄືຄາວກີ້
ດຽວນີ້ເຂົາໂຮມເຂົ້າ ບາ­ຣ໌­ເບຍແມ້ງມ່ວນ
ແລ້ວຊວນ­ກັນເຂົ້າ­ຫ້ອງ ສະ­ຫຼອງ­ມື້­ຮັກແຮມ ຄັກ­ບໍ?

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ບ້ານ?

ຫຼາຍຄົນກໍ່ຖົກຖຽງກັນຫຼາຍຢ່າງກ່ຽວກັບຄຳວ່າບ້ານ.
ຂ້ານ້ອຍ ຂໍສະແດງຄວາມຄິດເຫັນດັ່ງນີ້:
1.ບ້ານ ໝາຍເຖິງ ກຸ່ມເຮືອນທີ່ມີຫຼາຍຫຼັງຢູ່ລວມກັນ ເອີ້ນວ່າ ບ້ານ, ເມືອງ.
2.ບ້ານ ໝາຍເຖິງ ເຮືອນໄທເຮົາເຈົ້າຂ້ອຍນັ້ນ ແມ່ນລວມມີ: ຮົ້ວອ້ອມ, ເຮືອນ, ຕະລ່າງ(ປັດຈຸບັນກໍ່ຈຳດິນແລ້ວ), ໜ້າບ້ານ(ເດີ່ນບ້ານກໍ່ວ່າ),ຫຼັງບ້ານ(ມີຕົ້ນໄມ້ໃຫ້ຮົ່ມໃຫ້ໝາກ), ສວນຄົວ, ຄອກສັດ, ເລົ້າເຂົ້າ, ຄົກຕຳເຂົ້າ, ວິດຖ່າຍ(ປັດຈຸບັນຢູ່ໃນເຮືອນ), ນ້ຳສ້າງ(ນ້ຳປະປາສະດວກແລ້ວ) ຖ້າຄອບຄົວຂອງທ່ານ ບໍ່ມີສິ່ງເຫຼົ່ານີ້ຄົບຖ້ວນໃນບໍລິເວນດຽວກັນ ກໍ່ສາມາດເອີ້ນໄດ້ພຽງແຕ່ ເຮືອນຂອງທ່ານເທົ່ານັ້ນເອງ.