ຂຽນເມື່ອ: ມິ.ຖ.. 24, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ບົວສະບາ ຍື່ນດອກໄມ້ ໃຫ້ແກ່ ສຸມາລີ
" ອັນນີ້ເປັນຂອງຂວັນ ຂ້ອຍແບ່ງປັນກັບເຈົ້າ "
ບົວສະບາ ຈາເວົ້າ ສາຍຕາຫວານທັງຍິ້ມໃສ່
ມາລາໃຈ ນັ່ງນິ້ງ ສາຍຕາຈ້ອງເບິ່ງເຂົາ
ສຸມາລີ ວ່າເວົ້າ ຕໍ່ວ່າ ບົວສະບາ
" ໃຫ້ຂ້ອຍສາຫໍ່ຂອງຂວັນ ສ່ວນເຈົ້າເອົາມາລານີ້ "
" ຂ້ອຍມີສິດປັນໃຫ້ ຂອງເຮົາໃດເຈົ້າຮູ້ບໍ່ ? "
" ເຈົ້າກໍ່ເອົາດອກໄມ້ນີ້ ຂອງຂວັນນັ້ນໃຫ້ຂ້ອຍສາ "
ສຸມາລີ ສະແດງໜ້າ ອ້ອນທ່າ ບົວສະບາ
" ເຈົ້າເອົາໄປໝົດສາ ຂ້ອຍບໍ່ເອົາຫຍັງແລ້ວ "
ພ້ອມສົ່ງແວວຕາສົ້ມ ແກມຫວານວາດໃສ່
" ເອົາດອກໄມ້ນີ້ກໍ່ໄດ້ " ແລ້ວໄຂຍິ້ມໃສ່ເຂົາ
ນາງຮັບເອົາດອກໄມ້ ທັງຊໍ່ຂຶ້ນມາດົມ
ນາງສູບລົມເຂົ້າໃນດັງ ແລ້ວຄ່ອຍຫຼັບຕານິ້ງ
ບົວສະບາ ຫຼິງດູໜ້າ ແນມນາງຢ່າງຈົດຈໍ່
ເຂົາບໍ່ຈາກ່າວເວົ້າ ພຽງໄຂຍິ້ມແລ້ວນັ່ງລົງ
ສຸມາລີ ປົງດອກໄມ້ ລົງໃສ່ໃນຕັກ
ບົວສະບາ ສັກສາຍຕາ ເບິ່ງແນມດູນິ້ງ
ສຸມາລີ ຫຼິງເຫັນແລ້ວ ເຂີນໃຈວາດໃດໜຶ່ງ
ນາງຈຶ່ງຈາກ່າວເວົ້າ ທັງມືຍູ້ບ່າເຂົາ
" ເຈົ້າກໍ່ຢ່າເບິ່ງຂ້ອຍ ແປກກວ່າທຳມະດາ ຫຼາຍແມ "
" ຂ້ອຍກໍ່ຊົມມາລາ ທີ່ເຈົ້າພວມປົງໄວ້ "
" ແຕ່ວ່າໃຈຂອງເຈົ້າ ມັນເກີນເລີຍ ໃດຂ້ອຍວ່າ
ສາຍຕາເຈົ້າມັນບອກຂ້ອຍ ວ່າຕົວເຈົ້ານັ້ນເບິ່ງຫຍັງ "
" ເຈົ້າກ່າວເວົ້າຈັ່ງຊີ້ ໝາຍຄວາມວ່າແນວໃດ
ຂ້ອຍພໍໃຈຊົມມາລາ ບໍ່ຫ່ອນມີຫຍັງນີ້ "
ພ້ອມທັງມີຮອຍຍິ້ມ ສາຍຕາຢອກຕໍ່
" ຂ້ອຍກໍ່ເບິ່ງເທົ່ານີ້ ຕົວເຈົ້າຢ່າຄິດຫຼາຍ "
" ກໍ່ສາຍຕາຂອງເຈົ້າ ມັນບໍ່ທຳມະດາ
ເຈົ້າແນມຫາຫຍັງບຸ ຈິ່ງເຫຼົ່າແນມສັນນີ້ "
ນາງສະແດງສີໜ້າ ຫຼັບຕາຊັງທັງຍິ້ມໃສ່
" ຊ່າງກ່າວຫາຂ້ອຍໄດ້ ຕົວຂ້ອຍບໍ່ຮູ້ນຳ "
ບົວສະບາ ກ່າວຢ້ຳ ຕອບຢ່າງຈິງໃຈ
ພ້ອມທັງໄຂສຽງຫົວ ຊື່ນໃຈນິດໜ້ອຍ
ສຸມາລີ ຄອຍຈ້ອງ ແນມເຂົາແລ້ວເວົ້າວ່າ
" ຈັ່ງແມ່ນຊາດໜ້າເຫຼື້ອມ ແນມໄດ້ຢ່າງບໍ່ອາຍ "
" ເຈົ້າມາກ່າວໃສ່ຮ້າຍ ສະແດງວ່າເຮົາຜິດ
ເອົາແຕ່ໃຈຈະຄິດ ວ່າຂ້ອຍແນມຫຍັງຫັ້ນ "
" ກໍ່ມັນເປັນຄວາມຈິງນີ້ ຊິມາຈາບໍ່ຮູ້ຮ່ອມ "
" ຖ້າຂ້ອຍຍອມຮັບແລ້ວ ຕົວເຈົ້າຊິເຮັດຫຍັງ ? "
ສຸມາລີ ນັ່ງນິ້ງ ບໍ່ເວົ້າຕໍ່ຄຳໃດ
ບົວສະບາ ບໍ່ພໍໃຈ ເມື່ອນາງບໍ່ຈາເວົ້າ
" ເຈົ້າບອກເຮົາມາແມ້ ເຮົາແນມຫຍັງເຈົ້າຄິດວ່າ ? "
ສຸມາລີ ແນມເບິ່ງໜ້າ ແລ້ວນາງນັ້ນກໍ່ເລົ່າຫົວ
ເຂົາຄ່ອຍຄວາມືຢື້ ໄປຈັບຊໍ່ມາລາ
ແລ້ວກົ້ມລົງມາຫອມ ຢ່າງຊື່ນໃນໃຈຊ້ອຍ
" ເຈົ້າກໍ່ເຫັນໃຈຂ້ອຍ ທຳຫຍັງອາຍຄົນແນ່
ເບິ່ງແມໝູ່ອ້ອມຂ້າງ ເຂົາແນມຈ້ອງເບິ່ງພວກເຮົາ "
" ກໍ່ສ່າງຕາມພວກເຂົາຖ້ອນ ໃຫ້ເຂົາເບິ່ງຊິເປັນຫຍັງ "
" ຈັ່ງແມ່ນເປັນຕາຊັງ ເຫັນແກ່ຕົວແທ້ນໍເຈົ້າ
ເຈົ້າຫອມເຮົາໃດນີ້ ຄົນທັງຫຼາຍເຂົາຄິດວ່າ
ກົ້ມມາດົມຢູ່ມໍ່ຂ້ອຍ ພວກເຂົານັ້ນເບິ່ງແປກຕາ "
ບົວສະບາ ຟັງນາງເວົ້າ ມັນກໍ່ແມ່ນຄວາມນາງ
ນີ້ຢູ່ໃນກາງຄົນ ຊ່າງລ່ວງເກີນນາງແທ້
ໝູ່ທັງຫຼາຍກໍ່ແລຈ້ອງ ບົວສະບາ ສີໜ້າລ່າ
ສຸມາລີ ຍໍດອກໄມ້ ມາດົມຫຼິ້ນອີກໜຶ່ງທີ
" ຂ້ອຍວ່າດອກໄມ້ນີ້ ຫອມຫ່ວນກິນໃຈ ຈິງໜໍ
ມອບໃຫ້ເຮົາເລີຍໃດ ຊິໃສ່ໃນໂຖໄວ້ "
" ຜູ້ຍິງກັບມາລາໄມ້ ຂອງທຽມກັນຮູ້ແລ້ວນ່າ "
" ເຫັນຄ່າຂ້ອຍເທົ່າດອກໄມ້ ມາລາແຍ້ມຊໍ່ດຽວ ນີ້ຫວະ ? "
ບົວສະບາ ຫຼຽວດູໜ້າ ແລ້ວຍິ້ມຕໍ່ ສຸມາລີ
" ຂ້ອຍທຽບມັນມີສີສັນ ທີ່ງົດງາມຄືເຈົ້າ
ພໍເມື່ອເຮົາຫອມແລ້ວ ຕຶງໃຈບໍ່ຮູ້ເບື່ອ "
" ຂ້ອຍບໍ່ເຊື່ອດອກປາກເຈົ້າ ມີພຽງເວົ້າໃຫ້ລຸ່ມຫຼົງ "
ບົວສະບາ ສົ່ງຍິ້ມ ພ້ອມຍື່ນຫໍ່ຂອງຂວັນ
ສຸມາລີ ພລັນຈັບ ຮັບເອົາມາໄວ້
ແລ້ວຄ່ອຍໄຂທາງຂ້າງ ເງິນລາງວັນຢູ່ໃນຫໍ່
" ຂ້ອຍບໍ່ເອົາດອກນີ້ ໃຫ້ຕົວເຈົ້າມ້ຽນເອງ "
ຫຼັງຈາກ ນັກຮຽນເກັ່ງທັງໝົດໄດ້ ຮັບມອບຂອງຂວັນ
ຈາກນັ້ນມີຄຳຖາມ ເພື່ອທຸກຄົນລອງຄວາມຮູ້
ສຽງຈາກຄູຖາມຂຶ້ນ " ຈຳນວນໃດນ້ອຍກວ່າສີ່
ແຕ່ວ່າຄ່າທີ່ວ່ານີ້ ມັນນັ້ນໃຫຍ່ກວ່າສາມ ? "
ຫຼັງຈາກຟັງຄຳຖາມແລ້ວ ຫຼາຍກຸ່ມສົນທະນາ
" ມີໃຜຮູ້ບໍ່ລະ ວ່າເລກຫຍັງກັນນີ້ ? "
ຜູ້ໜຶ່ງຍໍມືຊີ້ " ຮຽນອາຈານ ນ້ອງຕອບວ່າ
ເລກມີຄ່າລະຫວ່າງນີ້ ຈຳນວນນັ້ນແມ່ນປີ ( 3.14159... ) "
" ສະແດງຄວາມຍິນດີດ້ວຍ ນ້ອງຊື່ວ່າແນວໃດ ? "
" ເພັດສຸວັນ ພະໄຊສິນ ຊື່ແລະນາມສະກຸນນ້ອງ "
" ກຳລັງຮຽນຢູ່ຫ້ອງ ໂຮງຮຽນໃດນໍ່ ? "
" ຮຽນຢູ່ຊັ້ນມໍສາມ ໂນນສະຫວ່າງຕັ້ງຊື່ໃຫ້ ໂຮງຮຽນນ້ອງເຂົ້າຮໍ່າຮຽນ "
( ຍັງມີຕໍ່ )