ຂຽນເມື່ອ: ມິ.ຖ.. 28, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
" ຮູບຮ່າງບໍ່ຂີ້ຮ້າຍ ເວົ້າກໍ່ມ່ວນນວນຫູ
ຮຽມຢາກດູທາງໃນ ເບິ່ງເດຫົວໃຈເຈົ້າ
ຢ້ານຫວານພຽງຄຳເວົ້າ ສະເໜຫາພາຍນອກ
ສ່ວນທາງໃນບອກບໍ່ໄດ້ ຢ້ານໃຈສົ້ມກວ່າໝາກນາວ ພຸ້ນນາ "
ສຽງຈາກສາວຜູ້ອ່າວອ້ວນ ກວ່າໝູ່ໃນວົງ
ແລ້ວພວກນາງພາກັນໂຮ ຊວ່າແຊວດ້ວຍຄວາມປຶ້ມ
" ໂອຂ້ອຍລືມໄຂຂໍ້ ແນວນາມຊັ້ນຊື່
ມັນນັ້ນຄືດັ່ງຂ້ອຍ ບໍ່ລອຍລ້ອງຫ່າງເຫີນ ດອກນາ
ຊື່ຂ້ອຍຕາມໝູ່ເອີ້ນ ອ້ວນ ອຸ່ນນວນນົງ
ທິບພະວົງ ຄືນາມ ແຫ່ງຮຽມເປັນເຄົ້າ "
" ໂອໂຫນາມມະກອນເຈົ້າ ສົມຕົວຕາມແຕ່ງ
ທິບພະວົງ ກໍ່ແມ້ງ ຟັງໄດ້ມ່ວນດີ "
" ຂ້ອຍບໍ່ບອກກໍ່ໄດ້ຕີ້ ເພາະທຸກທີ່ຫວນເຫັນ
ພວກເຮົາ ເປັນເພື່ອນຮຽນໃນຄາວຫຼັງ ຮ່ວມກັນແຕ່ຍັງນ້ອຍ
ສຸມາລີ ສອຍຂຶ້ນ ສະແດງຕົນຕາມຕ່າວ
ບົ່ງບອກຂ່າວໃຫ້ໝູ່ຮູ້ ວ່າຕົນລື້ງຕັ້ງແຕ່ເຫິງ
" ເຮົາໂລດຫາກໍ່ເພິ່ງຮູ້ ເປັນແຟນເກົ່າກັນເບາະ ? "
ສາວອ້ວນ ສອຍເອາະເຊາະ ເພື່ອເກາະເອົາຄໍາເວົ້າ
ສຸມາລີງົມເກົ້າ ແປງຜົມໜ້ອຍໜຶ່ງ
ແລ້ວຈຶ່ງຂານຕອນຕ້ານ ສາວອ້ວນຜູ້ວ່ານາງ
" ແນ່ນອນ ຂ້ອຍບໍ່ຂີນຄັດຄ້ານ ຖ້າພວກໝູ່ເຫັນດີ
ມາພີ້ຕີ ບົວສະບາ ມານັ່ງຮຽງຮຽມພີ້ "
ພ້ອມທັງມີສາຍຕາອ້ອນ ວອນເຂົາເຂົ້າມາສູ່
ຖ້າອົດໃຈຢູ່ໄດ້ ຄົນນັ້ນບໍ່ແມ່ນຊາຍ
ບົວສະບາ ເຄື່ອນຍ້າຍ ລຸກຍ່າງເດີນໄປ
ສຸມາລີ ຕາໃສ ໃສ່ເຂົາຄາວນ້ອຍ
ທັງໝົດຄອຍແນມໜ້າ ໃນສາຍຕາທີ່ຈົດຈໍ່
ທຸກຄົນເຜີຍຜໍ່ໜ້າ ແລ້ວຫົວຍິ້ມຕໍ່ກັນ
ສ່ວນສາວ ມາລາໃຈ ນັ້ນ ແນບເນັ່ງແນຈິດ
ໃຊ້ສາຍຕາເປັນແນວຄິດ ລິດທິການແທນຄຳເວົ້າ
ສຸມໃສ່ເຂົາເປັນຄື້ນ ຫວງເຂົາຢ່າງດູດດື່ມ
ແລ້ວຕື່ມເຕີມຕໍ່ທ້າຍ ດ້ວຍຄຳເວົ້າທີ່ສຽບໃຈ
" ຄົນຫຼໍ່ສົດຊື່ນໃຊ້ ຄວາມຫຼໍ່ໃຫ້ເປັນຜົນ
ຄ່າຂອງຄົນຄົງສູງ ຈຶ່ງອວດຕົວເອງໄດ້
ລົມປາກສາວໄຂເວົ້າ ຄຳດຽວກໍ່ໃຈງ່າຍ
ບໍ່ໜ້າເລີຍຊາຍດັ່ງເຈົ້າ ຫູເບົາໃບ້ບອດສະໝອງ "
ບົວສະບາ ຈຳຕ້ອງ ໂຍບນັ່ງເບົາໆ
ແວວຕາເຂົາເປັນປະກາຍ ກຽດນາງໃນຄຳເວົ້າ
ນາງກັບເຂົາເປັນໃຜແທ້ ທຳວາທີທ້າທ່າ
ໃບໜ້າງາມອ່ອນນ້ອມ ແຕ່ຄຳເວົ້າບໍ່ຮິ່ນຕອງ
ສຸມາລີ ປະຄອງຂ້າງ ແລ້ວເວົ້າຕໍ່ ບົວສະບາ
" ມາໃກ້ເຮົາດີແລ້ວລະ ຊິເບິ່ງແຍງດູແລເຈົ້າ "
ພໍໄດ້ຍິນຄຳເວົ້າ ມາລາໃຈ ສີໜ້າຫຼ່າ
ນາງຄິດຫາສິ່ງແກ້ ກັບຄຳເວົ້າທີ່ສຸຂຸມ
" ຄຳເວົ້າຂ້ອຍ ອາດບໍ່ນຸ້ມດັ່ງຝ້າຍ ຫຼືແຫຼມດັ່ງປາຍເຂັມ
ແລະບໍ່ ເຜັດ ເຄັມ ຫວານ ດັ່ງ ພິກ ເກືອ ລຳອ້ອຍ
ຕົວຂອງຮຽມຍັງດ້ອຍ ຜະຫຍາຮຽມບໍ່ທັນຄ່ອງ
ສະໝອງຍັງບໍ່ຮອບຮູ້ ຈຶ່ງຫຼົງເວົ້າໃຫ້ເພິ່ນຊັງ "
ມາລາໃຈ ກ່າວຢັ້ງ ສະເໜີເພດເຍົາໄວ
ຄິດເສຍໃຈໃນຕົນເອງ ທີ່ກ່າວຈາສັນນັ້ນ
ມັນບໍ່ສົມຄວນແທ້ ຈະແນຄຳແຄ້ນຄ່າ
ຫຼົງຮັກເຂົາເຮົາບໍ່ໜ້າ ວາຈາເວົ້າລົບລູ່ໃຈ
" ຂໍອະໄພໂທດດ້ວຍ ທີ່ຂ້ອຍກ່າວບໍ່ເໝາະສົມ
ກ່າວທະນົງແນວຄິດ ບໍ່ໄຄ່ຄວນຄຳເວົ້າ
ຫວັງວ່າ ບົວສະບາ ເຈົ້າ ອະໄພເຮົາມາດມຸ່ງ "
ໄມຕີປຸງແຕ່ງຕ້ອນ ເສີມຊ້ອນສົ່ງຈາກນາງ
ໃນແວວຕາອ້າງວ້າງ ລອຍເລື່ອນເໝືອນຕຳນິ
ນາງຕໍ່ຕິຕົວນາງ ທີ່ກ່າວຄຳບໍ່ຄວນໃຊ້
ແວວຕານາງທຳໃຫ້ ບົວສະບາ ຄິດງໍ້ງ່ຽງ
ຈິດໃຈເຄີຍທ່ຽງໝັ້ນ ສະເທືອນທໍ້ຜໍ່ຜະຫຍອງ
ສາຍຕານາງສົ່ງຟ້ອງ ຊີ້ປ່ອງໃຈປະສົງ
ບອກບົ່ງໃນຄວາມຫວັງ ທີ່ນາງປອງໄວ້
ເຮັດໃຫ້ ຫົວໃຈ ບົວສະຍາ ເຕັ້ນ ເປັນທຳນອງທີ່ແຕກຕ່າງ
ວັນນີ້ເຂົາສ່າງພໍ້ ສາຍຕາຊຶ້ງແຫ່ງໃຈ
" ຕົວຂ້ອຍນີ້ບໍ່ໄດ້ ແຄ້ນຄັ່ງໃນໃຈ
ຂ້ອຍໄດ້ຟັງສຳນຽງ ຈາກສຽງຂອງເຈົ້າ
ທຳໃຫ້ຫາຍຄວາມເສົ້າ ບັນເທົາຄວາມວ້າງເວ່
ເປັນບຸບເພດອກໄມ້ ຫອມຊຶ້ງຊື່ນໃຈ
ເຈົ້າຊ່າງສະຫຼາດໃຊ້ ວາທະສາດຄົມແຫຼມ
ສ່າງແຖມຄຳຄົມຫວານ ຫວ່ານອອຍຄອຍໃຊ້
ຢາກເຫັນເດຫົວໃຈເຈົ້າ ເອົາຫຍັງນໍມາປັ້ນແຕ່ງ
ຈຶ່ງສ່າງແປງປາກເວົ້າ ຫວານສົ້ມຂື່ນເຄັມ ໄດ້ນໍ "
ບົວສະບາ ເຕັມໃຈເວົ້າ ໂຕ້ຕອບນິດໆ
ເພາະຄິດເຖິງໄມຕີ ຊິເສື່ອມໂຊມເຊົາຊຶ້ງ
ເຂົາຈຶ່ງຫາຄຳເວົ້າ ວອນຖະໜອມນ້ອມສົ່ງ
ຈຸດປະສົງເພື່ອສ້າງ ທາງໄວ້ເພື່ອງ່າຍເດີນ
( ຍັງມີຕໍ່ )