ຂຽນເມື່ອ: ມິ.ຖ.. 28, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)
" ຕົກກະເທີນໄດ້ມາຫຼິ້ນ ເຂົ້າຮ່ວມວົງກັນ
ຄວາມສຸກສັນຫັນສາ ໃຫ້ມ່ວນໃຈຄວນເວົ້າ
ຂ້ອຍພໍໃຈໃນຕົວເຈົ້າ ທີ່ເຕືອນເຮົາໃຫ້ຮູ້ວ່າ
ສະໝອງຍັງອ່ອນຫຼ້າ ປັນຍາປູ້ໂງ່ເຂົາ
ຂ້ອຍນີ້ຫວັງວ່າເຈົ້າ ຜູ້ຍິ້ມງ່າຍສາຍຕາຫວານ
ຈະປະທານຄວາມຈິງໃຈ ດັ່ງໃຫ້ເຮົາໃນວັນນີ້
ຖ້າຫາກ ເຫັນຂ້ອຍມີຈຸດດ້ອຍ ກະລຸນາເຕືອນຂ້ອນແນ່
ຂ້ອຍຈະ ໄດ້ແກ້ໄຂສິ່ງເຫຼົ່ານັ້ນ ໃຫ້ຫາຍງ້ວງໂງ່ຜະຫຍາ "
ມາລາໃຈ ຫຼຽວເບິ່ງໜ້າ ແລ້ວຍິ້ມຕໍ່ຫວານໆ
" ຂ້ອຍບໍ່ຫານຈະສິດສອນ ຜູ້ເກັ່ງຮຽນຄືເຈົ້າ "
" ແຕ່ວ່າຕົວເຮົານີ້ ພໍໃຈຄຳເຈົ້າວ່າ
ສິ່ງເຈົ້າຈາບອກຂ້ອຍ ເຮົາຈະໄດ້ປ່ຽນແປງ
ບໍ່ແມ່ນຮຽມຖະແຫຼງເວົ້າ ແຕ່ຈາກັ່ນຈາກໃຈຈິງ
ເຈົ້າເປັນຍິງມົນສະເໜ ສະຫງ່າງາມໃນຄຳເວົ້າ
ຂ້ອຍພູມໃຈໃນຕົວເຈົ້າ ທີ່ເຫັນເຮົາເປັນເພື່ອນ
ບອກເຕືອນເຮົາຢ່າງແຈ່ມແຈ້ງ ກັບຄຳເວົ້າທີ່ອ່ອນຫວານ "
ສຸມາລີ ອົກສະທ້ານ ນ້ອຍນໍ່າໃນໃຈ
ທີ່ເຫັນ ບົວສະບາ ຈາໄຂ ປຶ້ມປ່ຽມ ມາລາໃຈ ເວົ້າ
ຫົວໃຈນາງເຫງົາເສົ້າ ກັບຄຳເຂົາເວົ້າຕໍ່
ມີແຕ່ຍໍຍົກຍ້ອງ ຫຼຽວມອງໜ້າສະຫງ່າໃຈ
ເປັນຫຍັງເຈົ້າຈຶ່ງລືມໄດ້ ບົດບາດຕົນເອງ
ເຈົ້າເກັ່ງການສຶກສາ ພັດທະນາຕົວຂ້ອຍ
ເປັນຫຍັງ ກາຍເປັນຄົນປັນຍາດ້ອຍ ຄອຍທຳຕາມຄຳສັ່ງ
ຄວາມມຸ່ງຫວັງຕົນຢາກໄດ້ ກາຍເປັນໄຮ້ເຫດຜົນ
ເຈົ້າເປັນຊາຍທີ່ຄິດຄົ້ນ ສະຫຼາດກວ່າເຮົາຫຼາຍ
ບໍ່ວ່າ ຈະມາຕາຍເໝືອນປາ ທີ່ຂາດແຄນເຂີນນ້ຳ
ພຽງແຕ່ຄຳຈາເວົ້າ ປັດຈຸບັນເຈົ້າກໍ່ເຊື່ອ
ເຈົ້າບໍ່ເຫຼືອສິ່ງຄິດຄົ້ນ ຈຶ່ງຫຼົງຫຼົ້ມຢ່າງງ່າຍໃຈ
ຮູ້ບໍ່ອົກຂ້ອຍໃຫ້ ເມື່ອເຈົ້າກ່າວຄຳຫວານ
ເມື່ອເຈົ້າ ສຸກສຳລານກັບວາຈາ ທີ່ນາງວອນເວົ້າ
ຫົວໃຈເຮົາມັນເສົ້າ ເຫງົາໃນເຈົ້າຮູ້ບໍ່
ຄັນຈະເວົ້າຕໍ່ເຈົ້າ ເຮົານັ້ນຍິ່ງຄິດກົວ
ຄິດຢ້ານຕົວຂອງເຈົ້າ ບໍ່ເຂົ້າທ່າທາງເຮົາ
ເມື່ອນັ້ນ ຂ້ອຍຍິ່ງເຫງົາໃນອົກ ແລະລະອາຍພວກເຂົາລ້າ
ເຈົ້າກໍ່ຫັນມາດູໜ້າ ສົບຕາເຮົາຈັກໜ່ອຍແນ່
ເປັນຫຍັງ ເຈົ້າຈິ່ງແລລໍ່າໜ້າ ຂອງນາງໄດ້ບໍ່ອ່ຽງອາຍ
ຫຼືວ່າເຈົ້າໜ່າຍໜ້າ ເກົ່າໆຂອງເຮົາ ແລ້ວບໍ
ຫຼືເຈົ້າເຫັນຈົນຊິນຕາ ຈິ່ງເບື່ອລະອາຫຼືນີ້
ຍາມເມື່ອມີໃບໜ້າ ດວງຕາຄົນໃໝ່
ຈຶ່ງຊື່ນໃຈຢູ່ບໍ່ແລ້ວ ແວວຕາຈ້ອງສ່ອງແຕ່ນາງ
ແຖມວາງຄໍາອ່ອນຊ້ອຍ ສ້າງປ່ອງແປງທາງ
ເພື່ອໃຫ້ນາງເດີນມາ ສູ່ຫົວໃຈເຈົ້າ
ມາຮັບເອົາຄວາມສຸກສ້າງ ສະໜອງໃຈໃຫ້ຫວານຊໍ່າ
ສຸດທ້າຍຜູ້ບອບຊ້ຳ ກໍ່ເປັນຂ້ອຍຜູ້ຫ່ວງຫາ
ບົວສະບາ ອວ່າຍໜ້າ ມາເບິ່ງ ສຸມາລີ
ເຫັນນາງມີອາລົມ ບໍ່ຊື່ນຊົມປານໃດແລ້ວ
ເຂົາຈຶ່ງຫາແນວເວົ້າ ໄຂບັນຫາໃຫ້ຫຼີກຫ່າງ
ຈຶ່ງເບີກທາງອື່ນໃຊ້ ໃຫ້ເປັນກ້າວດຸ່ງເດີນ
ເຂົາຈຶ່ງເຊີນຊວນເວົ້າ ຖາມອີກໜຶ່ງນາງສາວ
" ສອງແກ້ມຂາວຕາຄົມ ຮ່ວມລົມແດ່ບໍເຈົ້າ
ລອງຖະແຫຼງຄຳເວົ້າ ດອມດາຜະຫຍາມ່ວນ ເບິ່ງດູ
ຜີວຂາວນວນດັ່ງເຈົ້າ ນາມຊັ້ນຊື່ໃດ ? "
ນາງສາວຍິ້ມສົ່ງໃຫ້ ໄວ້ກ່ອນນິດໆ
ເພື່ອເປັນຈິດໄມຕີ ຕໍ່ກັນຄາວນ້ອຍ
ພ້ອມທັງສອຍຄຳເວົ້າ ຫວານໃນຊຶ້ງຊ່າ
ຜະຫຍານາງກໍ່ບໍ່ດ້ອຍ ຖອຍແຕ້ມຕໍ່າໃຜ
" ໃນເມື່ອ ບົວ ຫາກໄດ້ ໄກຫ່າງວັງຫຼວງ
ບໍ່ເຫັນທວງທາລາ ເຫດໃດຊິເນົາໄດ້
ໃນເມື່ອ ບົວ ໄກນ້ຳ ສາວນາງພຽງຮູ້ພີ່
ເຫດໃດແລ້ວຊິກ້າ ຈາຕ້ານກ່າວຂານ
ໃນໃຈ ພໍຢາກອອກປາກຕ້ານ ຕັ້ງແຕ່ແລເຫັນ ພຸ້ນແລ້ວ
ຢາກລຳເພັນທາຍທັກ ທ່ອງທຳທຽມເຈົ້າ
ແຕ່ວ່າຕົວເຮົານີ້ ໂສພາເນື້ອບໍ່ຜ່ອງ
ຢ້ານພີ່ຊາຍແຜດຮ້ອງ ຄົນຂີ້ຮ້າຍຢ່າງນ້ອງ ຍັງມາກ້າຕໍ່ຄວາມ ດອກນາ "
ຍາມນັ້ນສາວກີດຮ້ອງ ໂຮຮໍ່າເຕັມຈິດ
ສ່ວນວ່າ ບົວສະບາ ມິດ ເຫຼືອດຕາແນມຈ້ອງ
" ຂ້ອຍບໍ່ເຄີຍຄໍ່າຄວນຮ້ອງ ຕິຊົມຮູບຮ່າງ ໃຜນາ "
ບົວສະບາ ກ່າວອ້າງ ສະແດງສ້າງສິ່ງດີ
" ຂ້ອຍນີ້ ທິດາພອນ ແມ່ນຊີ້ ບອກບົ່ງນາມຮຽມ ຈິງແລ້ວ
ອັນຊື່ ພອນ ຄືນາມທຽມ ພໍ່ແມ່ຮຽມຫວນເອີ້ນ
ຄັນຫາກເດີນໄປຫ້ອງ ຫົວເມືອງ ບ້ານອຸ່ນ ພາຍພຸ້ນ
ໄປທ່ຽວບຸນບ້ານຂ້ອຍ ເຊີນເຈົ້າແວ່ຢາມ ໄດ້ນາ "
ບົວສະບາ ຫົວຍ້າມໆ ທັງຄິດໃນຈິດ
" ຄັນຂ້ອຍໄປທຸກອາທິດ ໄດ້ບໍ່ເດຕົນເຈົ້າ
ຢ້ານແຕ່ຫັນຈາເວົ້າ ເຊົາໆຢ່າໄປແວ່ "
" ເອີ່… ຄັນຊິໄປຢ່າງນັ້ນແທ້ ກໍ່ຍິນດ້ວຍບໍ່ຂີນ ດອກນາ "
ພໍທຸກຄົນໄດ້ຍິນແລ້ວ ໂຮສະນັ່ນສຸກສັນ
ສຽງເນືອງນັນຜາສຸກ ມອບພະລັງໃຈໄວ້
ຄວາມເວົ້ານາງວອນໃຊ້ ຄວາມຈິງໃຈໃຫ້ທ່າ
ບົວສະບາ ໄດ້ແຕ່ຍິ້ມ ຍ້ອນຄຳເວົ້ານັ້ນຖືກໃຈ
ພໍດີໃນຂະນະນັ້ນ ມີຊາຍໜຶ່ງເດີນເຖິງ
ເຂົາເພິ່ງພວມຕາມຫາ ເພື່ອນຊາຍໃນນັ້ນ
" ເປັນແນວໃດວັນນີ້ ອາລົມດີແທ້ນໍໝູ່
ເຮົາຫາໂຕຢູ່ພຸ້ນ ບໍ່ເຫັນເຈົ້າຈຶ່ງຍ່າງມາ ພີ້ນາ "
" ມີບັນຫາໃດແລ້ວ ຈິ່ງຮີບດ່ວນມາຫາ ? "
" ພຽງຢາກຈາດອມໂຕ ໃຫ້ສວ່າງເຫງົາໃນວັນນີ້ "
ສະບາຍດີທຸກຄົນແລ້ວ ຕາຫວານໆວາດໃສ່
ໃຜຜູ້ໜຶ່ງທີ່ນັ່ງລ້ອມ ດອມດ້ວຍເດັ່ນພະວົງ
( ຍັງມີຕໍ່ )