ຂຽນເມື່ອ: ກ.ຍ.. 6, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
( ຕໍ່ຈາກ ຮັກແທ້ມີຢູ່ໃສ 4.3 ? )
ໃນຕອນຄໍ່າມື້ນີ້ນັ້ນ ມີການລ່ອງເຮືອໄຟ
ຕາມນະທີສາຍຂອງ ແລະຢູ່ຕາມລຳນ້ຳ
ຕາມລຳຂອງສອງກ້ຳ ມີແສງໄຟເຮືອງຮຸ່ງ
ຝູງຄົນຍ່າງມຸ່ງໜ້າ ມາກ້ຳຝັ່ງແມ່ຂອງ
ບາງກຸ່ມກໍ່ອ້າຍເອື້ອຍນ້ອງ ເປັນໝູ່ກັນໄປ
ບາງຄົນຖືມາໄລ ດອກບົວງາມເອ້
ບາງຄົນຖືບຸບເຜນ້ອຍ ມາລາຈູມຈໍ່
ບາງຄົນຫອບຫໍ່ດອກໄມ້ ມາວາງໄວ້ເພື່ອຂາຍ
ຝູງຄົນເດີນຍ່າງຍ້າຍ ນຸ່ງເຄື່ອງຫຼາຍສີ
ຜູ້ເຖົ້າມີທັງແພ ບ່ຽງສະໃບນຳພ້ອມ
ກິ່ນນ້ຳຫອມໆກຸ້ມ ຊຸມສາວຂຶ້ນໃໝ່
ບາງຄົນນັ້ນໃສ່ໂສ້ງ ບາງຄົນນັ້ນນຸ່ງສິ້ນ ຕາມເຂົານັ້ນສະດວກດີ
ສຸມາລີ ນຸ່ງສິ້ນ ລຽບງ່າຍສະບາຍຕົວ
ຫົ່ມເສື້ອບົວແຂນຍາວ ມັດຜົມໂບສີຟ້າ
ຍ່າງອອກມາຈາກເຮືອນກວ້າງ ສີຂາວຫຼັງໃຫຍ່
ທາງໜ້າປູກດອກໄມ້ ສອງຕົ້ນຄູ່ກັນ
ລົດຟົກຄັນໜຶ່ງນັ້ນ ຈອດຢູ່ແຄມເຮືອນ
ທາງເບື້ອງຫຼັງເປັນສວນ ໂອບເຕັມດ້ວຍໃບໄມ້
ມີລຳໄຍທັງພ້າວ ສີດາທັງມ່ວງ
ພໍ່ເຈົ້າເຮືອນຫວງແທ້ໆ ຄືສຸມໄມ້ໜໍ່ສ້າງໄພ
ສຸມາລີ ສ້ອມດອກໄມ້ ທີ່ພວມຈໍ່ຈູມງາມ
ເປັນຊະນິດທີ່ມີໜາມ ທົ່ວກິ່ງໃບລຳກ້ານ
ດອກມັນມີສີແດງຊ້ຳ ແກມອິດໜ້ອຍໜຶ່ງ
ດອກໄມ້ເຊິ່ງທຸກເຊົ້າ ນາງນິ້ງນັ່ງເບິ່ງມັນ
ເປັນຂອງຂວັນໃຜນໍເຈົ້າ ນາງຈຶ່ງຄ່ອຍພຽນຕັດ
ລະມັດລະວັງໃນການ ສ້ອມແຊມໃບກ້ານ
ຮອຍຍິ້ມນາງຫວານຊ້ອຍ ແວວຕາສົດຊື່ນ
ໃນຄໍ່າຄືນເຊັ່ນນີ້ ນາງຈະໃຫ້ແກ່ຜູ້ໃດ
ຫຼັງຈາກປົງດອກໄມ້ ລົງໃສ່ໃນຊາມ
ເອົານ້ຳຫອມມາຊິດ ໃສ່ລົງໄປພ້ອມ
ພຽງແຕ່ຫອມດວງໄມ້ ຍັງພໍໃຈແລ້ວລະໝູ່
ນ້ຳຫອມຊູຕື່ມເຂົ້າ ຊຸມເຈົ້າຊິສໍ່າໃດ
ມືນາງຈັບທູບໄມ້ ສາມຄູ່ມາປົງ
ແລ້ວຈຶ່ງຍົງມາລາ ຂຶ້ນມາຈາກຊາມນ້ຳ
ມີທຽມໄຂສາມດ້າມ ນ້ຳໜັກມັນເຫຼັ້ມບາດໜຶ່ງ
ນາງຈຶ່ງຈັບດອກໄມ້ ເອົາທຽນມາແນບໄວ້ ສຸດທ້າຍໃສ່ທູບຫອມ
ແລ້ວຈຶ່ງເອົາຝ້າຍອ້ອມ ມັດໃສ່ຕິດກັນ
ຈັບເອົາມັນມາປົງ ໃສ່ໃນຂັນໄວ້
ເອະມາໃຈເຢັນແທ້ ບຸນເຂົາຊິເລີກກ່ອນ ເສຍແລ້ວ
ນາງແບ່ງພ່ອນດອກໄມ້ ສາມຈຸ້ມຊິໃຫ້ໃຜ
ຄິດນັກໃຈຢູ່ໄດ້ ສ່ວນໜຶ່ງກໍ່ນາງເອງ
ສອງສ່ວນເຫຼືອເກງໃຈ ປ່ອຍໃຫ້ນາງເປັນຄົນເວົ້າ
" ເອື້ອຍອ້ວນມາຫາເຈົ້າ " ນ້ອງຊາຍນາງຮ້ອງໃສ່
" ເອີຊິໄປແລ້ວເຈົ້າ ລໍຖ້າໜ້ອຍໜຶ່ງເດີ. "
ບົວສະບາ ນຸ່ງເຄື່ອງເກີ້ ລໍຢູ່ດົນນານ
ປານໃດເດສາວຕາຫວານ ຈຶ່ງຊິມາເຖິງບ້ານ
ຫວ່າງແລງເຂົາໄປຕ້ານ ຈານາງຊິໄປສູ່
ນາງຊ້ຳພັດຂູ່ໄວ້ ວ່ານາງຢ້ານແມ່ຂີນ
ເຂົາກໍ່ຍິນດີດ້ວຍ ຕາມແຕ່ນາງປະສົງ
ນາງຕົກລົງຈະມາຊວນ ສູ່ເຂົາໄປພ້ອມ
ແລ້ວຈະພາໄປອ້ອມ ວຽນທຽນຢູ່ ວັດໃຫຍ່
ໄຊຍະພູມ ຕັ້ງຊື່ໃຫ້ ໃຈກາງກວ້າງເຂດສະຫວັນ
ສຽງລົດຈັກດັງຈັ້ນໆ ມາຈອດທີ່ເຮືອນເຂົາ
ບົວສະບາ ເດົາໃນໃຈ ຕ້ອງແມ່ນນາງມາແລ້ວ
ສຽງແມ່ເຂົາແຊວຂຶ້ນ " ປັດຕິໂທຜູ້ບ່າວ
ມີຜູ້ສາວມາສູ່ເຈົ້າ ໄປຫຼິ້ນບໍ່ສ່າງຄວນ
ເຈົ້າໜ້າຈະໄປຊວນນ້ອງ ນ້ຳພໍ່ແມ່ຂອງນາງ "
ແມ່ຂອງເຂົາວາງຄຳ ບອກເຕືອນເຂົາໄວ້
" ລູກຂອບໃຈເດີແກ້ວ ມານດາທີ່ສອນສັ່ງ
ລູກກໍ່ຫວັງດັ່ງແມ່ເວົ້າ ແຕ່ນາງນັ້ນບໍ່ຍອມ "
" ລູກກໍ່ຕ້ອງກ່າວອ້ອມ ທຸກຢ່າງໃຫ້ນາງເຫັນ
ເພາະລູກເປັນຄົນຊາຍ ບໍ່ເສື່ອມເສຍສັກສີໄດ້
ພານ້ອງໄປເຖິງເຮືອນແລ້ວ ວ່າຈາຄອບແມ່ ນາງເດີ
ຢ່າເຫັນແກ່ເລື່ອງນ້ອຍ ຄວາມດີເຈົ້າຊິລົດລົງ "
ແມ່ຂອງເຂົາປະສົງໃຫ້ ເຂົາຮິ່ນຕອງຄິດ
ຊີວິດຄົນໃນສັງຄົມ ມາກມາຍຫຼາຍເລື້ອງ
ຢ້ານເຂົາເປືອງສະໝອງຄົ້ນ ຄົນນິນທາເວົ້າກ່າວ
ຂ່າວອື້ສາວຊົ່ວຊ້າ ຊິເສຍໜ້າພໍ່ແມ່ຕົນ
ສຸມາລີ ຮອຍຍິ້ມພົ້ນ ຊ້ອຍຊື່ນໃນຕາ
" ສະບາຍດີມານດາ " ພ້ອມຍົກມືປະນອມໄຫວ້
ສຸມາລີ ໄຂຮອຍຍິ້ມ ອາຍໆໃຫ້ແມ່
ເມື່ອເພິ່ນແລເບິ່ງແລ້ວ ກໍ່ເຕືອນໃຫ້ໃສ່ໃຈ
" ພວກລູກໄປວຽນທຽນແລ້ວ ກໍ່ຮີບຕ່າວກັບມາ
ຢ່າພາກັນກັບເດິກ ຊິຕື່ນສວາຍຍາມເຊົ້າ
ພວກເຈົ້າພາກັນໄປໄຫວ້ ຫໍເມືອງເຈົ້າປູ່ ນຳເດີ
ຮູ້ວ່າເດິກດື່ນແລ້ວ ຊຸມເຈົ້າກໍ່ຕ່າວມາ ”
ຫຼັງຈາກລາແມ່ແລ້ວ ກໍ່ພ້ອມພໍ່າກັນໄປ
ລົດຈັກໂມໂຕໄຊ ແລ່ນເຂົ້າໄປໃນເມືອງພຸ້ນ
ແນມເຫັນຝູງຄົນວຸ້ນ ໄປມາຍ້າຍຍ່າງ
ຕາມສາຍທາງລົດແລ່ນຍ້າຍ ໜາແໜ້ນອັ່ງອໍ
ສຽງຈໍແຈຈາເວົ້າ ຕ່າງໆນາໆ
ຕາມອຸລາມີສຸກ ຊື່ນໃນໃຈຍິ້ມ
ຢູ່ຕາມຮິມແຄມນ້ຳ ລຽນລອນລຳເຮືອຊ່ວງ
ບ່າວສາວຄຽງຄູ່ຍິ້ມ ຮຽງຂ້າງຄູ່ກັນ
ຕ່າງກໍ່ສຸກສັນຍິ້ມ ແມ້ງມ່ວນໃນອຸລາ
ພ້ອມພໍ່າພາກັນມາ ແຫ່ທຽນວຽນອ້ອມ
ກິ່ນຂີວ-ຫອມປີວກົ້ວ ຍາມວຽນທຽນຍ້າຍຍ່າງ
ບ່າວສາວຕ່າງກໍ່ຍິ້ມ ຍາມແນມໜ້າເບິ່ງກັນ
( ອ່ານຕໍ່ ຮັກແທ້ມີຢູ່ໃສ 4.5 )