ຮັກແທ້ມີຢູ່ໃສ 6.1 ?
ໄດ້ສອງເດືອນກວ່າແລ້ວ ສົກຮຽນໃໝ່ດຳເນີນມາ
ເພັດສຸວັນຍັງຫາ ໂອກາດດີບໍ່ທັນໄດ້
ເພື່ອຈະໄຂຄຳເວົ້າ ຈາກັນໃຫ້ເຂົ້າເລື່ອງ
ສາວຫົວເມືອງຜູ້ນັ້ນ ຍັງຄາຂ້ອງຢູ່ທີ່ໃຈ
ໃນທຸກຄ້ງທີ່ໄດ້ ຜ່ານພົບກັບນາງ
ເຮົາຕ້ອງການວາງຄຳ ທີ່ດີດອມໄວ້
ເປີດຫົວໃຈຈິງເວົ້າ ລົມກັນໃຫ້ກະຈ່າງ
ເປັນຫຍັງ ຈຶ່ງວາງທ່າລັງກຽດຂ້ອຍ ໃນຫຼາຍຄັ້ງທີ່ພົບກັນ
ເປັນຫຍັງຕົວເຈົ້ານັ້ນ ຈຶ່ງເວົ້າແຕ່ປໍລະປັກ
ເຮົາໜ້າຈະຫອມຮັກ ຜ່ອນຜັນກັນໄດ້
ເປັນຫຍັງໃຈຂອງເຈົ້າ ຈຶ່ງຊັງເຮົາເອົາແທ້ວ່າ
ຫຼືເຫັນໜ້າຂ້ອຍນີ້ ເປັນໜ້າທີ່ໜ່າຍແໜງ
ເປັນຫຍັງເຈົ້າຈຶ່ງກັ່ນແກ້ງ ທຸກເທື່ອທີ່ເຫັນກັນ
ສາຍສຳພັນຂອງເຮົາ ໜ້າຊິດີກັນໄດ້
ຂ້ອຍຢາກເຫັນໃບໜ້າ ແວວຕາເຈົ້າສົດຊື່ນ
ວັນຄືນໃດໄດ້ພົບເຈົ້າ ຢາກລົມເວົ້າສິ່ງດີ
ແຕ່ແນວຄິດເຫຼົ່ານີ້ ເໝືອນດັ່ງໃນຝັນ
ພໍເມື່ອເຮົາຈະຈາມັນ ໃຫ້ເປັນຄຳເວົ້າ
ເໝືອນມີຫຍັງມາເຂົ້າ ຕັນຄໍບໍ່ຄາດເຄື່ອນ
ລີ້ນໄກ່ເໝືອນດັ່ງໃບ້ ຈາເວົ້າບໍ່ອອກສຽງ
ຫົວໃຈບໍ່ທ່ຽງໝັ້ນ ສະທ້ານສັ່ນນິດໆ
ໃນຈິດໃຈບໍ່ເໝືອນວັນ ພົບກັນທຳອິດນັ້ນ
ວັນນີ້ໃຈປະສົງໝັ້ນ ຈິງຈັງຍັງບໍ່ທ່ຽງ
ຈິ່ງບໍ່ກ້າສ່ຽງສູ້ ເພື່ອເຜີຍເວົ້າເລື່ອງຈິງ
ຫຼາຍວັນຄືນຍິ່ງເຂົ້າ ຍິ່ງໄຫວຫວັ່ນໃນໃຈ
ບາງຄືນນອນຫຼັບໄປ ກໍ່ເຫຼົ່າຝັນວ່ານາງຮ້າຍ
ເຫັນສາຍຕານາງລ້າວ ເປັນປະກາຍຈ້ອງໃສ່
ເຮົາຕົກໃຈສະທ້ານ ບໍ່ຫານກ້າຊິເຫຼືອດມອງ
ເຖິງຫົວໃຈຊິຮຽກຮ້ອງ ຈ້າວເລັ່ງປະສົງຫາ
ພໍເວລາມາພົບ ພັດບໍ່ຫານຈາເວົ້າ
ເພາະນາງເຫັນເຮົາແລ້ວ ທຳເມີນເສີຍບໍ່ຮູ້ເລື່ອງ
ຢ້ານແຕ່ເປືອງປາກເວົ້າ ນໍ້າລາຍແຫ້ງບໍ່ອິ່ນດູ
( ອ່ານຕໍ່ ຮັກແທ້ມີຢູ່ໃສ 6.2 ?)