ບົວສະບາ ຫຼຽວມອງນິ້ງ ພ້ອມທັງຄິດໃນໃຈ
‘ ນາງກ່ຽວເປັນແຕ່ຄາວໃດ ຈຶ່ງກ່ຽວໄວປານນີ້ ‘
ສາວອ້ວນມີຮອຍຍິ້ມ ແນມເຂົາແລ້ວເວົ້າຕໍ່
“ ກ່ຽວແຂ່ງກັນບໍ່ນີ້ ລອງຫຼິ້ນເບິ່ງນໍ
ຖ້າວ່າຂ້ອຍບໍ່ແພ້ ຈະເອີ້ນວ່າອາຈານ
ຖ້າຫາກຜົນງານເຮົາ ກ່ຽວໄດ້ຫຼາຍກວ່າຂອງເຈົ້າ
ພວກເຮົາກໍ່ຈະເອີ້ນ “ ເອົາຄຳໃດດີນໍ່
“ ຈະເອີ້ນວ່າພໍ່ຂີ້ໂມ້ ຄຳນີ້ມັກບໍ ? “
ບົວສະບາ ບໍ່ກ່າວເວົ້າ ພຽງຍິ້ມສົ່ງກັບສາຍຕາ
ພວກເຂົາພາກັນຕັດ ກ່ຽວກອງລຽນໄວ້
ຕາມພາສາໄທບ້ານ ວ່າວາງກັນເປັນ ພ່ອນ
ວາງລຽນລອນລະອຽດໄວ້ ໃຫ້ມັນແຫ້ງຈາກແດດເຜົາ
ພວກເຂົາກົ້ມກ່ຽວເຂົ້າ ຫຼາຍຜ່ອນປົງໄປ
ບົວສະບາ ຈາໄຂ ສຽດໃນມະໂນເນື້ອ
“ ມັນຄົງເຫຼືອແຮງເຈົ້າ ເພັດສຸວັນ ຄົນໝັ່ນ ຕິບໍ
ຄົນບາກບັ່ນດັ່ງເຈົ້າ ຫາຄົນຊວ້ານຊ່ວຍຊູ ແດ່ແມ “
“ ຮູ້ບໍ່ ພວກໝູ່ພ້ອມ ພຽງພໍ່າເປັນໃຈ ແລ້ວໃດ
ຍັງມີໃຜບາງຄົນ ຢາກຊ່ວຍທຳນາກວ້າງ
ເຈົ້າບໍ່ປະສົງສ້າງ ດອມນາງແນ່ບໍໝູ່
ຫຼືທຳທ່າບໍ່ຮູ້ ສະເໝີດ້າມດັ່ງເດີມ “
ຫຼັງຈາກ ບົວສະບາ ເລີ້ມ ອ້ວນຕໍ່ເຕີມສຽງ
ເພັດສຸວັນ ອຽງອາຍ ເວົ້າເພື່ອຄາຍຄວາມເອົ້າ
“ ໃຜເດຈະປະສົງເຂົ້າ ດອມເຮົາຊາຍເນື້ອກໍ່າ
ທັງຖານະກໍ່ຕໍ່າຕ້ອຍ ຢ້ານເຫັນຂ້ອຍດັ່ງເສດດິນ “
“ ທຸກໆຄົນກໍ່ກິນເຂົ້າ ເໝືອນດັ່ງດຽວກັນ ແຫຼະນາ “
“ ແຕ່ຄົນມີວັນນະ ຕ່າງກັນຊົນຊັ້ນ
ນາງຄົງເຫັນເຮົານັ້ນ ເປັນຕໍກາງໄຮ່
ຂີ້ຖ່ານໄຟດັ່ງຂ້ອຍ ຍິງໃດນັ້ນຊິລໍ່າຫຼິງ
ຈາຮັກໃຜພໍຢາກສິ້ນ ວາຍວອດສຳພັນດັບ
ຍິງໃດເດຈະຍອມຮັບ ເຄາະກຳນຳຊວ້ານ
ຂ້ອຍບໍ່ຫານຈາຕ້ານ ຫວານຄາລົມຢ້ານລົ້ມປ່ວຍ
ຢ້ານແພດໝໍຊ່ວຍບໍ່ໄດ້ ເພາະຕົວຂ້ອຍປ່ວຍໃຈ ຫັ້ນນາ “
ອ່ານຕໍ່ ຮັກແທ້ມີຢູ່ໃສ 6.5 ?