ຕໍ່ຈາກ ຮັກແທ້ມີຢູ່ໃສ 6.12 ?
“ ເຮີ້ຍ! ປານວ່າເພິ່ນຮູ້ ພວກໝູ່ພາສາປາ
ເຈົ້າກ່າວຈາຫວັງລວຍ ລັກກໍ່າໄລຫຼືນີ້ “
ບົວສະບາ ມີຮອຍຍິ້ມ ສາຍຕາຫວານແລ້ວເວົ້າຕໍ່
“ ກໍ່ມັນຂໍໃຫ້ຂ້ອຍ ຫອມແກ້ມເຈົ້ານີ້ນາ “
“ ປາໂຕນັ້ນຊ່າງບ້າ ຈາແຕ່ເລື່ອງອັບປີ
ຄົນດີໆຍັງພອຍຫຼົງ ເຊື່ອຟັງມັນໄດ້ “
“ ກໍ່ປາມັນຫວັງໃຫ້ ຕົວເຮົາຫອມນີ້ນ່າ “
“ ຂ້ອຍເວົ້າເຈົ້ານັ້ນລະບ້າ ປານັ້ນຊິກ່າວຫຍັງ “
ພໍຖືກນາງດ່າເວົ້າ ເຂົາແນມເບິ່ງຢ່າງນັກຕາ
ເຂົາຄວາມືມາຫາ ແຕ່ຖືກນາງປັດໄວ້
“ ຢ່າມືໄວຫຼາຍແມເຈົ້າ ຄົນເຂົາເຫັນຈະຫາວ່າ
ຂ້ອຍນີ້ໃຫ້ທ່າເຈົ້າ ຕົວເຮົານັ້ນຊິເສື່ອມເສຍ “
ນາງວາຈາເກ້ຍກ່ອມໄວ້ ໃຫ້ນັ່ງຢູ່ເສີຍໆ
ບົວສະບາ ກໍ່ເລີຍຊຶມ ນັ່ງຊົມໜອງນ້ຳ
ທ່າທາງເຂົາທຳໃຫ້ ສຸມາລີ ຢອກຕໍ່
“ ເບິ່ງເຈົ້າກໍ່ສຸພາບນີ້ ລັກບາຍຂ້ອຍເຮັດຫຍັງ “
ຕົວເຂົາຍັງນັ່ງນິ້ງ ບໍ່ເອີ່ຍຄຳໃດ
“ ຂ້ອຍໄປກ່ອນເດີລະ ນັ່ງຜູ້ດຽວເດີເຈົ້າ “
ເຂົາຈຶ່ງຫັນມາເວົ້າ ນຳນາງຢ່າງງ່າຍໆ
“ ຕາມສະບາຍໂລດເຈົ້າ ຖ້າເຮົານີ້ຂາດຄ່າຄຸນ “
ເຮັດໃຫ້ໃຈນາງວຸ້ນ ຄິດຢູ່ນານນັກ
‘ ເປັນຫຍັງເຈົ້າທາຍທັກ ອີ່ມລະອາແນວນີ້ ‘
ສຸມາລີ ມີສີໜ້າ ບໍ່ພໍໃຈຄຳເຂົາວ່າ
‘ ຖ້າເຈົ້າ ບໍ່ມີຄ່າສຳລັບຂ້ອຍ ບໍ່ມາເວົ້ານັ່ງລົມ ດອກນາ ‘
ນາງວິ່ງວິນເກືອບຊິລົ້ມ ຮູ້ສຶກວ່າເສຍໃຈ
ກັບຄຳເຂົາຈາໄຂ ເວົ້າໃສ່ນາງຄຳນີ້
ເຮັດໃຫ້ນາງມີສີໜ້າ ອາລົມບໍ່ແມ້ງມ່ວນ
‘ ເປັນຫຍັງເຈົ້າຈຶ່ງດ່ວນເວົ້າ ໃຫ້ເຮົານັ້ນປ່ວຍໃຈ ‘
ບົວສະບາ ນັ້ນໄດ້ ແນມເບິ່ງ ສຸມາລີ
ເຫັນນາງມີອາລົມ ບໍ່ຊື່ນຊົມແນວນັ້ນ
ເຂົາຈຶ່ງຫັນມາເວົ້າ ນຳນາງຄຳມ່ວນ
“ ບໍ່ວ່າຊິດ່ວນຟ້າວ ປະຂ້ອຍນັ່ງຜູ້ດຽວ “
ເຂົາວາຈາກ່ອມກ້ຽວ ອ້ອນອິ່ນເອົາໃຈ
ເຮັດໃຫ້ ສຸມາລີ ນັ່ງລົງຄຽງຂ້າງ
ເຂົາຈຶ່ງວາງມືຢື້ ຄວາໄປຈັບບ່າ
ແລ້ວເດ່ຫາຝ່າຍແກ້ມ ທັງແນມໜ້າເບິ່ງນາງ
ສຸມາລີ ວາງມືຍູ້ ຍັບຫ່າງຕົວເຂົາ
“ ເປັນຫຍັງ ເຈົ້າຈຶ່ງເຫັນຕົວເຮົາ ດັ່ງເຄື່ອງຂອງຈັບຫຼິ້ນ ? “
ບົວສະບາ ໄດ້ຍິນແລ້ວ ແນມນາງຢ່າງລ້າລ່ອຍ
“ ຂໍອະໄພທີ່ຂ້ອຍ ທຳເລື້ອງລ່ວງເກີນ “
ສຸມາລີ ເມີນໜ້າ ທຳທ່າບໍ່ພໍໃຈ
ທັງທີ່ໃນຄວາມເປັນຈິງ ສ່າງຊື່ນຊຳໃຈແທ້
ແຕ່ນາງທຳເຮັດໃຈນ້ອຍ ວາງຕົວເພື່ອເອົາທ່າ
ແລະບໍ່ຈາກ່າວເວົ້າ ເຂົານັ້ນຍິ່ງອ່ອນໃຈ
ອ່ານຕໍ່ ຮັກແທ້ມີຢູ່ໃສ 6.14 ?