ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2011 | ມີ 25 ຄຳເຫັນ ແລະ 0 trackback(s)

###  ວິທີຮຽນໃຫ້ເກັ່ງ ຮັບຮອງເກັ່ງຂື້ນທັນທີ : ຄົງມີຫລາຍຄົນທີ່ມັກສົງໃສ ເປັນຫຍິງຫມູ່ຄົນນັ້ນເກັ່ງແທະ ຄົນນີ້ເກັ່ງແທະ ພວກເຮົາມີເທັກນິກມາຝາກ.

 

## ວິທີຮຽນເກັ່ງ ລອງອ່ານແລະເອົາໄປປະຍຸກໄຊ້ ເຮັດຈັ່ງໃດຈື່ງຮຽນເກັ່ງ ເຊິ່ງມີ 11 ວິທີດ້ວຍກັນຄື:

1. ຕັ້ງໃຈຮຽນໃນຫ້ອງຮຽນ ແອບຫລັບແດ່ບາງຄັ້ງກາບໍ່ເປັນຫຍັງ ແຕ່ຢ່າຕະຫຼອດ.

2. ອ່ານຫນັງສືລ່ວງໜ້າແລະມັ່ນທົບທວນບົດຣຽນ.

3. ດຸໝັ່ນເຮັດບົດເຝິກຫັກທີ່ຮຽນມາແລ້ວ.

4. ຫາແຮງຈູງໃຈໃນການຮຽນ ອ່ານຫນັງສີ ເຮັດບົດເຝິກຫັດ.

5. ໃຫ້ລາງວັນໂຕເອງໃນບາງຄັ້ງ.

6. ບໍ່ຄວນອ່ານໜັງສືດົນຕິດຕໍ່ກັນເກີນກ່ວາ 40 - 45 ນາທີ ຄວນຈະມີການພັກຈັກ 5 - 10 ນາທີ ເພຶ່ອຜ່ອນຄາຍສະໝອງ ຫຼັງຈາກທີ່ເມື່ອຍໃນການຮຽນ ເພາະຖ້າເກີນກ່ວານີ້ສະໝອງຂອງຄົນເຮົາຈະບໍ່ຄ່ອຍຮັບຮູ້ເລື້ອງອື່ນອີກແລ້ວ(ຈື່ຈຳໜ້ອຍ).

7. ຢ່າຫັກໂຫມແລະບັງຄັບຕົວເອງຫຼາຍຈົນເກີນໄປ ເພາະຈາກຕອນທີ່ດີຈະເປັນຜົນເສຍແທນ.

8. ຫາກິດຈະກຳໃນຍາມວ່າງແດ່ ເຊັ່ນ ອອກກຳລັງກາຍ ຫລີ້ນກິລາ ກິດຈະກຳອື່ນຯ.

9. ເມຶ່ອມີເລື້ອງທຸກໃຈຫຼືບໍ່ສະບາຍໃຈ ບໍ່ຄວນອ່ານໜັງສື ເພາະຈະເຮັດໃຫ້ຫງຸດຫງິດຫຼາຍຂື້ນລ້າຯ.

10. ນັ່ງສະມາທິເຮັດຈິດໃຈໃຫ້ສະຫງົບກ່ອນແລະຫຼັງການອ່ານໜັງສືທຸກຄັ້ງ ຫຼືອາກຈະເຮັດໃນຍາມວ່າງກໍໄດ້.

11. ຕັ້ງຈຸດມຸ່ງໝາຍໃນຊິວິດທີ່ເຮົາຕ້ອງການໃຫ້ມີແຮງໃຈເຮັດໃຫ້ສິ່ງນັ້ນສຳເຫຼັດ.

 

*********ລອງເອົາໄປປະຕິບັດຕາມລອງເບິ່ງ ອາດຈະເຮັດໃຫ້ທຸກຄົນຮຽນເກັ່ງຂື້ນກໍເປັນໄດ້.**********