ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ລາສີພຶດສາ (ວັນທີ 21 ເມສາ - 21 ພຶດສະພາ)

ຕອນ 2.

ມີຄຳແທນ (ລາວ = ຄົນນັ້ນ)

                  (ເຈົ້າ = ເຈົ້າເອງ)

ສາວລາສີພຶດສາ

ສາວລາສີນີ້ມີລັກສະນະຂອງຄວາມເປັນຜູ້ຍິງ 100% ບໍ່ວ່າຮູບຮ່າງ ຄວາມຮູ້ສຶກນຶກຄິດ ຫຼືອາລົມ.

ບຸກຄະລິກທ່າທາງໜ້າຕາ.

ຮູບຮ່າງຂອງລາວເບິ່ງໂດດເດັ່ນກ່ວາໃຜຯ ບໍ່ວ່າຮູບຮ່າງຈະສູງ ຫຼືເຕັ້ຍ ສາວາສີພຶດສາບໍ່ໍ່ໄຫຼ່ ຫຼັງກົ່ງ ລາວເປັນຄົນມີຄວາມໝັ້ນໃຈໃນຕົວເອງຢ່າງໜ້າຮັກ ບໍ່ຫ້າວ ບໍ່ອວດອົ່ງ ເພາະນິໃສຂອງລາວເປັນຄົນລ່າເລີງ ຊື່ແລະເຕັມໄປດ້ວຍຄວາມເມດຕາກະລຸນາ.

ສາວລາສີພຶດສາເປັນຜູ້ຍິງທີ່ມີຮູບໜ້າຫຼ່ຽມ ຄີ້ວກົ່ງ  ດວງຕາມົນໃສ ຕາງາມຊວນເບິ່ງ ອ່ອນຫວານສະເໜ່ແຮງ ບາງຄົນມີໜັງຕາໜາເບິ່ງເຢົ້າຢວນປະມານ ແຕ່ຄວາມຈິງແລ້ວສາວລາສີນີ້ບໍ່ມັກຢົ້ວຢວນຜູ້ໃດໃຫ້ເສຍເວລາ ແລະເປືອງຫົວໃຈໂດຍໄຊ້ເຫດ ເກັບເອົາເວລາໄປເຮັດຢ່າງອື່ນທີ່ມີປະໂຫຍດຫລາຍກ່ວາ ບໍ່ມີສາວລາສີພຶດສາຫູກາງເລີຍ ລາວຈື່ງພູມໃຈໃນໃບຫູຂອງລາວຫຼາຍ ດັ່ງນັ້ນສາວລາສີນີ້ຈື່ງມັກໃສ່່່່່່່່່່່່່່່່່່່່ຕຸ້ມຫູເພຶ່ອດືງດູດຄວາມສົນໃຈ ປາຍດັງເຊີດ ສະແດງວ່າລາວເປັນຄົນດື້ລົ້ນໜ້າເບິ່ງຄືກັນ ປາກກ້ວາງ ຮູບປາກງາມ ລິມຝີປາກງາມ ແລະປາກຂອງລາວນັ້ນສາມາດຊື່ອາລົມຂອງລາວໃຫ້ຄົນໄກ້ຊິດຮູ້ ໂດຍບໍ່ຕ້ອງເວົ້າຫຍັງອອກມາ ວ່າຕອນນີ້ລາວຕ້ອງການຫຍັງ.

ສາວລາສີພຶດສາຜົມດຳງາມ ເຖິງຈະອາຍຸແກ່ແລ້ວ ແລະເພື່ອນຯຂອງລາວມີຜົມຫງອກແລ້ວ ຜົມຂອງລາວກໍຍັງດຳ(ທຳມະຊາດ)ຢູ່ເລີຍ ຈື່ງເປັນສະເໜ່ປະຈຳຕົວຂອງລາວອີກອັນໜື່ງ.

ໃນຮູບຮ່າງຂອງລາວມີຈຸດດ້ອຍປະການສຳຄັນຢູ່ຢ່າງໜື່ງທີ່ສາວຯກັງວົນກັນຫຼາຍ ຄືໜ້າທ້ອງ ສາວລາສີພຶດສາແອວໜາຈະລົງພຸງງ່າຍກ່ວາສາວາສີອື່ນຯ.

ອຸປະນິໃສ.

ລາວເຮັດວຽກ ຫຼືອັນອື່ນກໍແລ້ວແຕ່ຂອງລາວໄປເລື້ອຍຯ ບໍ່ແມ່ນເລື້ອຍເປື່ອຍ ດັ່ງນັ້ນບໍ່ຕ້ອງເລັ່ງລາວເພາະລາວບໍ່ມັກ ລາວມັກເຮັດອັນອື່ນຕາມສະບາຍ ໃຊ້ຊິວິດເພຶ່ອປະຕິບັດຊິວິດປະຈຳວັນ ລາວເປັນຜູ້ຟັງທີ່ດີ ລາວມີຄວາມອົດທົນໃນການນັ່ງຟັງເລື່ອງລາວຕ່າງຯໄດ້ເປັນຊົ່ວໂມງ ລາວຈະປອບໂຍນແລະສະແດງຄວາມເຫັນໃຈ ຖ້າເຈົ້າບອກວ່າເຈົ້າຕ້ອງການ.

ລາວບໍ່ມັກການປ່ຽນແປງໃດຯທັງໝົດ ແລະຈະຜູກມັດຕົວເອງໄວ້ກັບເຈົ້າຫຼາຍເກີນໄປ ຈົນອາດເຮັດໃຫ້ເຈົ້າຮູ້ສຶກເບື່ອນ່າຍ ແລະອຶດອັດ ຖ້າຄົບກັນໄປດົນຯ ເຈົ້າຈະເຫັນວ່າລາວຈູ້ຈີ້ ມັກຈົ່ມຫຼາຍ ແຖມຂີ້ຫຶງອີກດ້ວຍ ລາວບໍ່ຄິດວ່າລາວຜິດ ລາວຈະຄິດວ່າລາວຖືກສະເໝີ ເຈົ້າລອງໃຈເຢັນຯ ແລ້ວຄິດທົບທວນໃຫ້ລະອຽດ ແລ້ວເຈົ້າຈະຮູ້ວ່າລາວຖືກ 99%.

ລາວມັກສີບົວ ແລະນ້ຳຫອມທີ່ມີກິ່ນທຳມະຊາດ ມັກກິ່ນຫອມຂອງດອກໄມ້ ກິ່ນຝົນຕົກໃໝ່ຯ ມັກເສື້ອຜ້າໃໝ່ຯ ລາວມັກຂອງດີຂອງແພງອີ່ຫຼີ ແຕ່ລາວກໍຮູ້ຈັກໄຊ້ ແລະໄຊ້ມັນໃຫ້ຄຸ້ມຄ່າ.

ວິທີມັດໃຈ.

ບ່າວທີ່ຈະຄິດຈີບລາວຕ້ອງເປັນຄົນໂລແມນຕິກສຸດຯ ແລະຕ້ອງເປັນຄົນໃຈເຢັນ ແລະມີເຫດຜົນຫຼາຍຯແດ່ ຮູບຫຼໍ່ນຳແຫ່ງດີ ແຕ່ຢ່າເປັນຄົນເຈົ້າຊູ້ ລາວມັກຜູ້ຊາຍທີ່ຢູ່ໄກ້ຯ ແລ້ວຮູ້ສຶກອົບອຸ່ນແລະຄຸ່ມຄອງລາວໄດ້

ລາວມັກທ່ຽວປ່າຫຼາຍກ່ວາແມ່ນ້ຳ ມັກເດີນປ່າຊົມວິວທິວທັດຂອງປ່າລຳເນົາໄພ ຟັງສຽງນົກຮ້ອງ ເບິ່ງແມງກະເບື້ອຫຼາກຫຼາຍ ຄົນທີ່ເຂົ້າກັບລາວໄດ້ດີຕ້ອງເປັນຄົນຮັກທຳມະຊາດຄືກັບລາວ.

ສາວລາສີນີ້ຮັກໃຜແລ້ວຮັກແທ້ ທຸ້ມເທໃຫ້ທຸກຢ່າງ ຢ່າງມອບກາຍຖວາຍຊິວິດເລີຍທີດຽວ ແລ້ວສາວລາສີນີ້ຈະບໍ່ຕີຫ່າງໄປຈາເຈົ້າງ່າຍຯ ເວລາຮັກລາວຮັກຈິງ ແຕ່ບໍ່ລັງກຽດ ເພາະຈະໝົດຄວາມຫວັງໄປເລີຍ ລາວຈະບໍ່ຫວນກັບມາຮັກໄດ້ອີກ ບໍ່ວ່າໃນກໍລະນີໃດກໍຕາມ. ລາວເປັນຄົນເດັດຂາດເລື່ອງຄວາມຮັກ ເຈົ້າຕ້ອງທຸ້ມເທແລະສະແດງຄວາມຮັກຄວາມຫ່ວງໃຍຫ່ວງຫາອາທອນໃຫ້ລາວເຫັນ ຢ່າໄຊ້ມືໄວກັບລາວ ຈະເຮັດອັນໃດກໍໃຫ້ອອກໂລແມນຕິກແດ່

ຄວາມສຳພັນກັບບ່າວລາສີອື່ນ.

ລາສີມັງກອນ(22ທັນວາ - 20ມັງກອນ) ເປັນໝູ່ ແລະຄູ່ທີ່ຖະໜອມ

ນ້ຳໃຈກັນດີຫຼາຍ ສ່ວນຫຼາຍຈະຮັກກັນແບບຮັກແລກພົບ.

ລາສີຕຸລາ(24ກັນຍາ - 23ຕຸລາ) ເຂົ້າກັນໄດ້ດີທີ່ສຸດ ເພາະບ່າວຕຸລາເປັນຄົນມີເຫດຜົນແລະເປັນຄົນທີ່ໂລແມນຕິກ.

ລາສີກັນ(24ສິງຫາ - 23ກັນຍາ) ຢູ່ນຳກັນຈົນແກ່ເຖົ້າ ມີຄວາມເຂົ້າໃຈກັນແລະເຫັນໃຈກັນທຸກຯດ້ານ.

ລາສີກຸມ(21ມັງກອນ - 13ກຸມພາ) ເຖີງວ່າລົດສະນິຍົມຈະບໍ່ຄືກັນປານໃດ ແຕ່ກໍເຂົ້າກັນໄດ້ ໂດຍຝ່າຍໜື່ງຕ້ອງໂອນອ່ອນແລະຕາມໃຈອືກຝ່າຍໜື່ງ ຈື່ງຈະບໍ່ມີເລື່ອງຜິດໃຈກັນ.

****************************************

ບ່າວລາສີພຶດສາ.

ບ່າວລາສີນີ້ ສັນຍາລັກປະຈຳໂຕກໍຄື"ງົວ" ດັ່ງນັ້ນຮ່າງກາຍຂອງບ່າວລາສີນີ້ຈື່ງກຳຢຳລ້ຳແຂງແຮງ ໜ້າຕາດີແລະສີໜ້າເປີດເຜີຍ ຂອງລາວເຮັດໃຫ້ເຈົ້າຮູ້ສຶກວ່າລາວມີຄວາມໝັ້ນໃຈຢ່າງສະຫຼາດ ບາງຄັ້ງໝັ້ນໃຈຫຼາຍຈົນບໍ່ມີໃຜກ້າເຮັດຮ້າຍນຳ ເຈົ້າຈະຮູ້ສຶກໝັ້ນໃຈວ່າເວລາເຈົ້າຢູ່ກັບລາວ ລາວຈະສາມາດປົກປ້ອງຄຸ້ມຄອງເຈົ້າໄດ້.

ບຸກຄະລິກທາງທາງໜ້າຕາ.

ບ່າວລາສີພຶດສາມີຮູບຮ່າງທີ່ສະແດງເຖິງຄວາມເປັນຊາຍ ສາວຯເຫັນແລ້ວຢາກກອດເອິກກ້ວາງ ເອິກແໜ້ນ ກ້າມເນື້ອເຕັ່ງຕຶງເປັນມັດຯ ໄຫຼ່ກ້ວາງແລະບ່າທ່ຽງ ມີການຊົງຕົວທີ່ດີ ເຮັດໃຫ້ເບິ່ງເປັນສະຫງ່າຜ່າເຜີຍ ຍ່າງຄ້ອນຂ້າງຊ້າ ແຕ່ເຕັມໄປດ້ວຍຄວາມໝັ້ນໃຈ.

ຜົມຢັກ ຄີ້ວຕໍ່ກັນ ໃບຫູແຜ່ນລຽບຕິດຂ້າງສອງຫູ ບໍ່ມີບ່າວລາສີພຶດສາຄົນໃດຫູກາງ ດວງຕາມົນ ງາມ ອ່ອນຫວານ ບາງຄົນຂົນຕາງອນ ເຈົ້າຕ້ອງລະມັດລະວັງຕາເຊື່ອມຄູ່ນີ້ໃຫ້ດີ ເພາະສາວຯຫຼາຍຕໍ່ຫຼາຍຄົນມັກຕົກຫຼຸມຮັກບ່າວລາສີພຶດສາດ້ວຍດວງຕາຄູ່ນີ້.

ອຸປະນິໃສ.

ລາວເປັນນັກຟັງທີ່ສຸດຍອດ ອາດກ່ອມໃຫ້ຜູ້ຍິງມັກເວົ້ານັ້ນເພີນໄປນຳຄວາມງຽບສະຫງົບ ໃບໜ້າຂອງບ່າວພຶດສາບໍ່ຄ່ອຍບື້ງຕື້ງ ບໍ່ຄ່ອຍສະແດງອາລົມ ໂດຍປົກກະຕິແລ້ວເປັນຄົນອາລົມເຢັນ ເປັນຄົນມັກຄຳໝັ້ນສັນຍາແລະຮັກສາຄຳເວົ້າ.

ບ່າວລາສີພຶດສາມັກອີ່ຫຍັງທຸກຢ່າງທີ່ຍັງບໍ່ແລ້ວ ແລະຈະໝົດຄວາມສົນໃຈເມຶ່ອເຫັນວ່າມັນແລ້ວຯ ສີທີ່ບ່າວພຶດສາມັກຄືສີຂຽວ ແລະທຸກສີທີ່ເປັນລັກສະນະຂອງດິນ ເຊັ່ນ: ກຳ ນ້ຳຕານ. ເສື້ອຜ້າຂອງລາວຈື່ງມີສີພວກນີ້ເປັນຫຼັກ ລາວເປັນພວກວັດຖຸນິຍົມ ນິຍົມໃນຄວາມງົດງາມໃນວັດຖຸຢ່າງຈິງຈັງ ຫຼົງມັກສິນລະປະວັດຖຸລາຄາແພງ ຂອງດີທີ່ຫາຍາກ ເສື້ອຜ້າຈະເລືອກໄຊ້ສະເພາະແຕ່ຂອງທີ່ດີຯ.

ບ່າວລາສີນີ້ມັກກິ່ນຫອມ ມັກສະບູແລະໂລຊັ່ນຫຼັງແຖໜວດ ພໍຯກັບກິ່ນຫອມຂອງອາຫານ ຄວາມຈິງແລ້ວໜຸ່ມພຶດສາເປັນຄົນໂລແມນຕິກຫຼາຍຯ ພຽງແຕ່ລາຍຈະເຊື່ອງຄວາມໂລແມນຕິດໄວ້ ຈະສະແດງອອກກໍ່ຕໍ່ເມື່ອເຈົ້າກັບລາວຮູ້ຈັກກັນເຖິງຂັ້ນສະໜິດເປັນພິເສດ. ບ່າວລາສີນີ້ມັກງານສິນລະປະແລະສຽງເພັງ ມັກຟັງເພັງ ຄອນເສີດຫຼູຯ ໂດຍສະເພາະທີ່ໄຊ້ເຄື່ອງດົນຕີຝຮັ່ງທັງຊຸດ. ເວລາທີ່ລາວເມື່ອຍ ລາວຈະຫຼົບຄວາມວຸ້ນວາຍຂອງສັງຄົມບ້ານເມືອງເຂົ້າໄປຢູ່ໃນປ່າ ໄປທ່ຽວແມ່ນ້ຳຫຼືໄປຊິດເບັດມິດຯ ທຳມະຊາດເປັນສິ່ງທີ່ລາວມັກ ຢາກຢູ່ໄກ້ດິນແລະເມກໄມ້ສີຂຽວ ເພາະສິ່ງນີ້ໃຫ້ຄວາມສົດຊື່ນສຳຫຼັບລາວຢູ່ສະເໝີ. ມັກກິລາທີ່ໄຊ້ເຫື່ອແຮງ ເຕະບານເປັນກິລາທີ່ລາວມັກຫຼາຍເພາະຕ້ອງໄຊ້ຫົວຄິດພ້ອມພາລະກຳລັງຕະຫຼອດເວລາ ບ່າວລາສີນີ້ບໍ່ເກັ່ງເລື່ອງການພະນັນຂັນຕໍ່ ລາວເປັນຄົນກົງໄປກົງມາ ແລະເກັບຄວາມລັບບໍ່ເປັນ ແມ້ແຕ່ໄພ້ໃນມືຂອງຕົນເອງ.

ວິທີມັດໃຈ.

ເມຶ່ອເຫັນບ່າວລາສີພຶດສາທີ່ຖືກໃຈຕ້ອງຈື່ໄວ້ວ່າ ຕ້ອງຍົກເອົາຄວາມຮັກສິນລະປະແລະຮັກອາຫານເປັນບັນໄດກ້າວໄປສູ່ຫົວໃຈຂອງລາວ. ບ່າວພຶດສາມັກອາຫານທີ່ປຸງແຕ່ງເອງທີ່ເຮືອນ ບໍ່ຄ່ອຍອອກໄປສຳມະນາໃນສະຖານທີ່ອືກກະທຶກ ລາວມັກເບິ່ງໂທລະພາບງຽບຯ ບໍ່ມັກຫຼູຫຼາ ຖ້າມັກອາຫານຊະນິດໃດ ລາວຈະກິນບໍ່ອັ້ນແລະກິນໄດ້ຕະຫຼອດ ບໍ່ເບື່ອ ດັ່ງນັ້ນເຈົ້າຄວນຝຶກເຮັດອາຫາໃຫ້ເກັ່ງ ບໍ່ຕ້ອງເກັ່ງໄປຈົນໝົດ ເລືອກອາຫານທີ່ລາວມັກ ເຮັດໃຫ້ແຊບ ແລ້ວລາວຈະຮັກເຈົ້າໄປຈົນຕາຍ ອາດເວົ້າໄດ້ວ່າເຈົ້າຕ້ອງໄຊ້ສະເໜ່ປາຍມື ເພຶ່ອພິຊິດໃຈບ່າວລາສີພຶດສາ

ບ່າວລາສີພຶດສາບໍ່ນິຍົມຈີບຜູ້ຍິງກ່ອນ ລາວມັກໃຫ້ຜູ້ຍິງຂ້າມຂົວມາຫາລາວຫ່ອນ ແຕ່ຕ້ອງນີ້ມນວນ ເບິ່ງເປັນສະພາບສະຕີ ບໍ່ຕ້ອງເຂົ້າໄປຈູ່ໂຈມໂອບຮັດລາວ ຖາມລາວເລື່ອງຮູບພາບ ເລື່ອງເພັງ ຫຼືອາຫານ ຊວນລາວລົມໃນເລື່ອງທີ່ສົນໃຈແລະມັກ ລາວຈະຄ່ອຍຯໃຫ້ຄວາມຮູ້ສິໜິດໃຈກັບເຈົ້າແລະຈະຄ່ອຍຯ ເປີດເຜີຍຄວາມໃນໃຈອອກມາເອງ.

ເຈົ້າຕ້ອງລະວັງເລື່ອງຄວາມສະອາດຂອງເລັບມືແລະຄວາມສວຍງາມຂອງເລັບເຈົ້າ ຢ່າປະໃຫ້ເລັບມືເປື້ອນ ສີລອກ ບ່າວພຶດສາໄວຕໍ່ຄວາມຮູ້ສຶກຈຸກຈິກພວກນີ້ ລາວມັກຊົງຜົມທຳມະຊາດ ຍິ່ງຍາວຍິ່ງດີ ໄປເຖິງເກີບງາມ ນີ້ວຕີນສະອາດ ເລັບເປັນສີງາມ.

ບ່າວພຶດສາທົນບໍ່ໄດ້ເລີຍຄື ນົມປອມ ຜົມປອມ ຂົນຕາປອມ ລາວຍັງພໍທົນໄຫວ ແຕ່ນົມປອມຫຼືແມ້ແຕ່ຍົກຊົງທີ່ເສີມຟອງນ້ຳຢ່າງໜາກາຕ້ອງຫຼີກລ້ຽງ ລາວບໍ່ມັກ ລາວມັກອັນທີ່ເປັນທຳມະຊາດ ທຳມະຊາດຊ່ຳໃດກໍເອົາຊ່ຳນັ້ນແຫຼະ. ໃຈແທ້ບ່າວພຶດສາໜ້າຮັກຫຼາຍ ເມດຕາແລະໃຈກ້ວາງ ຈະດື້ກໍຕໍ່ເມຶ່ອຖືກຢອກໃຫ້ໂມໂຫເທົ່ານັ້ນ ຢ່າເຮັດໃຫ້ລາວໂມໂຫ ຢ່າຢອກໃຫ້ຄຽດ ລາວອາດຈະຈາກເຈົ້າໄປຕະຫຼອດການ.

ເມຶ່ອເລືອກທີ່ຈະຄົບກັບບ່າວລາສີພຶດສານີ້ແລ້ວ ລະວັງ ຢ່າຫຼີ້ນຫູຫຼີ້ນຕາກັບຊາຍຄົນອື່ນເດັດຂາດ ຫ້າມຫັນເຫຄວາມສົນໃຈ ຫຼືອອກໄປທ່ຽວກັບຜູ້ຊາຍຄົນອື່ນທີ່ບໍ່ແມ່ນລາວເປັນເດັດຂາດ ລາວຖືຫຼາຍ ແລະລາວຈະຈາກເຈົ້າໄປທີ່ເຫັນວ່າເຈົ້າບໍ່ແມ່ນຄົນຮັກດຽວໃຈດຽວ. ຂໍໃຫ້ເນັ້ນຄວາມສົນໃຈທັງໝົດໄປທີ່ລາວຄົນດຽວ ຊວນລາວໄປບ້ານ ບ້ານນ້ອຍບ້ານໃຫຍ່ລາວບໍ່ສົນໃຈ ລາວຢາກຢູ່ໄກ້ຯເຈົ້າເທົ່ານັ້ນພໍ ຄວນໄຊ້ຄວາມເປັນຜູ້ຍິງຂອງເຈົ້າຄ່ອຍຯເຮັດໃຫ້ລາວເຫັນວ່າເຈົ້າຮັກລາວ ດວງຕາດວງໃຈຂອງເຈົ້າມີໄວ້ສຳຫຼັບລາວຄົນດຽວເທົ່ານັ້ນ(ອີ່ຫຼີ).

ຄວາມສຳພັນກັບຍິງລາສີອື່ນ.

ລາສີຕຸລາ(24 ກັນຍາ - 23 ຕຸລາ) ຜູ້ຍິງໂລແມນຕິກເຂົ້າກັບບ່າວລາສີນີ້ໄດ້ດີທີ່ສຸດ.

ລາສີມັງກອນ(21 ທັນວາ - 20 ມັງກອນ) ສ່ວນຫຼາຍຈະຕິຮູບຮ່າງໜ້າຕາຂອງກັນແລະກັນ.

ລາສີກັນ(24 ສິງຫາ - 23 ກັນຍາ) ເວົ້າກັນຮູ້ເລື່ອງ ເຂົ້າໃຈກັນງ່າຍ.

ລາສີກຸມ( 21ມັງກອນ - 19ກຸມພາ) ສາວລາສີນີ້ໃຈເຢັນ ບໍ່ຄ່ອຍມັກຜິດໃຈກັນ.

 

**********************************************************************************************************

ສຳຫຼັບລາສີອື່ນ ແມ່ນໃຫ້ຕິດຕາມຕອນຕໍ່ໄປເດີ້ ......................

ຜູ້ຂຽນກໍເມຶ່ອພິມແລ້ວ.

ກະລຸນາຕິດຕາມຕອນຕໍ່ໄປ.

ຂອບໃຈທີ່ເຂົ້າມາອ່ານ.

ມີຫຍັງຕິຊົມຜູ້ຂຽນກໍສົ່ງຄຳຄິດເຫັນມາໄດ້...........

ຜູ້ຂຽນກໍແປສຸດຄວາມສາມາດ ມີຫຍັງທີ່ຜິດໄປກໍຂໍໂທດຂໍອະໄພນຳທ່ານຫຼາຍຯ..........

Delicious Digg Fark Twitter