![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ຍ.. 18, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ມົນຄາຖາຫາຮັກ (LOVE BOOK) ພໍ່ມົດນ້ອຍ.
ຕອນທີສອງ.
ຄາຖາຂໍພອນໃນຄືນແຫ່ງຄວາມສຸກ
ຄາຖາຂໍພອນໃນຄືນແຫ່ງຄວາມສຸກນີ້ ເປັນຄາຖາທີ່ກ່ຽວຂ້ອງກັບຄວາມສຸກແລະຄວາມຫວັງຢ່າງແທ້ຈິງ ເຈົ້າອາດຈະຍີ້ມຢ່າງມີຄວາມສຸກ ໃນລະຫວ່າງການຂໍພອນໄປນຳກໍໄດ້ ສຳຫລັບວິທີການທ່ອງຄາຖາເພຶ່ອຂໍພອນກໍເປັນວິທີການງ່າຍຯ ຈື່ງ່າຍບໍ່ມີຂັ້ນຕອນຫຍຸ້ງຍາກ ແລະບໍ່ມີອຸປະກອນປະກອບທີ່ຫຍຸ້ງຍາກ.
ບົດຄາຖາ
" ຂໍໃຫ້ (ຊື່ຄົນຮັກ) ....... ຮັກຂ້ອຍຄົນດຽວ
ຂໍໃຫ້ສົມຫວັງດ້ວຍເທີ້ນ "
ອຸປະກອນທີ່ກຽມ
ບໍ່ມີອຸປະກອນ ທີ່ຕ້ອງກຽມ
ວິທີຣ່າຍຄາຖາ
ເລືອກເອົາມື້ໃດມື້ຫນື່ງທີ່ເຈົ້າມີຄວາມສຸກທີ່ສຸດ ກ່ອນທີ່ເຈົ້າຈະເຂົ້ານອນໃນຄືນນັ້ນ ໃຫ້ເຈົ້າອະທິຖານຂໍພອນໃຮສິ່ງທີ່ເຈົ້າຕ້ອງການ ແລ້ວຕາມດ້ວຍຊື່ຄົນຮັກຂອງເຈົ້າ ເຊັ່ນ " ຂໍໃຫ້ (ຊື່ຄົນຮັກ) ...... ຮັກຂ້ອຍຄົນດຽວ ຂໍໃຫ້ສົມຫວັງດ້ວຍເທີ້ນ " ເປັນຈຳນວນສາມເທື່ອ ແລະອະທິຖານຕາມຫລັງວ່າ ຂໍໃຫ້ສົມຫວັງດ້ວຍເຖີດ ຈາກນັ້ນເຈົ້າກໍເຂົ້ານອນຕາມປົກກະຕິ ເມື່ອເຈົ້າຕື່ນມາໃນມື້ຕໍ່ໄປ ເຈົ້າຈະພົບແຕ່ສິ່ງທີ່ດີຯ ແລະຈະສົມຫວັງໃຮສິ່ງທີ່ເຈົ້າຂໍໃນໄວຯນີ້.
ຫມາຍເຫດ:
ນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ກະລຸນາໄຊ້ວິຈາລະນະຍານ ບໍ່ເຊື່ອກໍແລ້ວແຕ່ສັດທາ ແຕ່ຢ່່າລົບລູ່ ເພາະມີຄົນເຄີຍປະສົບຜົນສຳເລັດມາກ່ອນແລ້ວ.
ຕິດຕາມຕໍ່ໄປ ສະບັບຫນ້າ