
ຂຽນເມື່ອ: ສ.ຫ.. 20, 2009
| ມີ
14 ຄຳເຫັນ
ແລະ
0 trackback(s)
ຕອນທີ່ຂອ້ຍມາຮຽນຢູ່ຫວຽດທຳອິດໃນປີ 2004 ມີທັງຫມົດ 22 ຄົນ ທີ່ເສັງໄດ້ທຶນມາຮຽນ
ຊາຍ 10 ຄົນ ຍິງ 11 ຄົນ ກະເທີຍ 1 ຄົນ ມື້ຂຶ້ນລົດມາມື້ທຳອິດອອກແຕ່ລາວແຕ່ເຊົ້າ
ມາຮອດຫວຽດພໍດີຄ່ຳເລີຍບໍ່ໄດ້ໄປທາງໃດ ເມື່ອຮອດມື້ອື່ນຕອນທ່ຽງພວກຂອ້ຍເລີຍຊວນ
ກັນໄປທະເລເພາະບໍ່ເຄີຍເຫັນຈັກເທື່ອ ທະເລຫ່າງຈາກໂຮງຮຽນຂອ້ຍປະມານ 4 km
ພວກຂອ້ຍພາກັນຍ່າງໄປ ໂດຍທີ່ບໍ່ທັນຮູ້ພາສາຫວຽດພໍໂຕ ເມື່ອໄປຮອດ ບາງຄົນຫິວນ້ຳ
ກໍ່ກິນນ້ຳທະເລ ອິອິ ບາງຄົນກໍ່ມຸດນ້ຳມືນຕາ ຮາຮາ ຕໍ່ມາເລີຍມີຜູ້ຄຸ້ມຄອງມາໄລ່ເມືອ
ເພາະປ້າຍຂຽນໄວ້ວ່າບໍ່ໃຫ້ຫລິ້ນບ່ອນນັ້ນມັນອັນຕະລາຍ ພວກຂອ້ຍແປບໍ່ໄດ້ດອກເດົາເອົາ
ເລີຍພາກັນເມືອ ມື້ຕໍ່ມາກໍ່ພາກັນໄຂ້ເທື່ອລະຄົນ ຍອ້ນພາກັນຍ່າງແຂ່ງແດດໄປອາບນ້ຳ
ທະເລຕອນທ່ຽງ ( ແຕ່ກໍ່ມ່ວນ )