ຂຽນເມື່ອ: ສ.ຫ.. 3, 2011
| ມີ
13 ຄຳເຫັນ
ແລະ
0 trackback(s)
ບໍລິສັດ ຊື່ຫຍໍ້ຂຽນວ່າ: ຈ ປ ລ (ຂໍສະຫງວນຊື່ໄວ້) ບໍລິສັດຕ່າງປະເທດ100%( ປະເທດ T L ) ເປັນບໍລິສັດ 1 ບໍລິສັດດຽວທີ່ຂ້ອຍໄດ້ສຳພັດ, ເຫັນ, ແລະ ຄິດວ່າເປັນບໍລິສັດທີ່ສຸດຍອດ ທີ່ສຸດໃນປະເທດລາວ ເລື່ອງມີຢູ່ວ່າ:
ບໍລິສັດນີ້ລົງທຶນ ໃນຂະແໜງກະສິກຳ-ປ່າໄມ້ ປູກຢາງພາລາໄດ້ຈົດທະບຽນນຳອຳນາດການປົກຄອງແຂວງ ປີ 2006 ມີທຶນທັງໝົດ 600,000 ໂດລາ, ທຶນຈົດທະບຽນ 600,000 ໂດລາ (ບໍ່ຮູ້ທຶນຄົງທີ່ ແລະ ທຶນປ່ຽນແປງ) ແມ່ນແຕ່ນາຍບັນຊີ ກໍ່ຍັງຢືນຢັນບໍ່ໄດ້ ເຊິ່ງມີໃບທະບຽນອາກອນ ປີດຽວຄື ປີ 2008 (ປະຈຸບັນຍັງບໍ່ທັນຕໍ່ໃບທະບຽນ) ( ຄິດວ່າຄົງໝົດສິດທິໃນການດຳເນີນທຸລະກິດໄປແລ້ວ ເພາະເກີນ 3 ປີ) ໄດ້ດຳເນີນທຸລະກິດມາຮອດປະຈຸບັນ ໃຊ້ທຶນໄປແລ້ວທັງໝົດ 3 ລ້ານກວ່າໂດລາ (ເງິນສ່ວນເກີນມາແຕ່ໃສບໍ່ຮູ້) ມີເນີ້ອທີ່ປູກຢາງ ປະມານ 600 ກວ່າ ເຮັກຕາ(ປົກກະຕິ ແຂວງ ອະນຸມັດຕາມກົດໝາຍ ບໍ່ເກີນ 150 ເຮັກຕາ) ແລະ ມີເນື້ອທີ່ທີ່ຍັງມີຕົ້ນຢາງຢູ່ປະມານ 30 ກວ່າ ເຮັກຕາ, ຄ່າສຳປະທານທີ່ດິນກໍ່ຍັງບໍ່ທັນຈ່າຍຈັກກີບ ແຖມທີ່ດິນກໍ່ບຸກເບີກເກີນອະນຸມັດ 400 ກວ່າເຮັກຕາ ພ້ອມທັງເຮັດໃຫ້ດິນກາຍເປັນດິນຫວ່າງເປົ່າ, ບໍ່ສາມາດນຳໃຊ້ໃຫ້ເກີດປະໂຫຍດໄດ້, ເຮັດໃຫ້ບໍລິສັດອື່ນທີ່ເຂົາມີຄວາມສາມາດບໍ່ມີທີ່ດິນສຳປະທານດ້ວຍ.
ທ່ານຄິດວ່າ: ບໍລິສັດນີ້ມາເພື່ອຫຍັງ...ເຂົາເຮັດຫຍັງ.... ລັດຖະບານຄິດແນວໃດກັບພວກເຂົາ 5555