![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ສ.ຫ.. 3, 2014
| ມີ
3 ຄຳເຫັນ
ແລະ
0 trackback(s)
ຫລື ມັຄ ມີອົງຄ' 8 ປະກອບດ້ວຍ
1: ສັມມາທິດຖີ ຄວາມເຫັນຊອບ ຄື ເຫັນວ່າການເກີດນັ້ນເປັນທຸກ ຄວາມແກ່ ແລະ ຄວາມຕາຍ ເປັນທຸກ ການພັດ ພາກຈາກສີ່ງທີ່ຮັກ ການປະສົບສີ່ງທີ່ບໍ່ຮັກ ປາຖນາສີ່ງ ໃດບໍ່ສົມຫວັງສີ່ງເຫຼົ້ານັ້ນ ກໍເປັນທຸກ ເຸີ່ງແມ່ນວ່າ ມີເງີນ, ມີຊື່ສຽງ ມີຄວາມເປັນຢູ່ສະດວກສະບາຍ ຮ່າງກາຍແຂງແຮງສົມບູນ ຍັງຢູ່ໃນໄວໜຸ່ມສາວກໍຕາມ ຕາບໃດທີ່ຍັງເອົາ ຊະນະຄວາມ ຄິດດີ ຫລື ຊົ່ວ ບໍ່ໄດ້ຄວບຄຸມບັງຄັບ ບໍ່ໄດ້ປັດໃຫ້ອອກຈາກຕົວໄປທັນທິບໍ່ໄດ້ ຍ່ອມຈະຕ້ອງມີທຸກຢູ່ສະເໝີ.
2: ສັມມາສັງກັບປະ ຄວາມດຳຣິຊອບ ຄື ຄິດອອກຈາກການບໍ່ຄິດພະຍາບາດ ຄື ຄິດທີ່ຈະກຳຈັດຄວາມໂກທະ ແລະ ຄວາມກຽດ ໃຫ້ໝົດໄປຈາກສັນດານ ແລະ ຄິດທີ່ຈະບໍ່ບຽດບຽນໃຜ.
3: ສັມມາວາຈາ ວາຈາຊອບ ມີຄວາມໝາຍຢູ່ 4 ຢ່າງ ຄື ເວົ້າບໍ່ຕົວະ, ບໍ່ເວົ້າສຽດສີ, ບໍ່ເວົ້າຄຳຫຍາບ, ແລະ ບໍ່ເວົ້າ ຫລອກລວງ ຫລີ ເຫລວໄຫລ.
4: ສັມມາກັມມັນຕະ ກະທຳຊອບມີຄວາມຢູ່ 3 ຢ່າງ ຄື່ ເວັ້ນຈາກການຂ້າສັດ ເວັ້ນຈາກການລັກສັບ ແລະ ເວັ້ນຈາກ ການປະພືດຜິດໃນກາມ.
5: ສັມມາອະຊີວະ ລ້ຽງຊີວິດຊອບ ໝາຍເຖີ່ງການປະກອບອາຊີບແຕ່ໃນທາງສຸຈະຣິດ ບໍ່ຜິດກົດໝາຍ ບໍ່ຜິດສີລະທັມ ບໍ່ທຳໃຫ້ຜູ້ອື່ນເດືອດຮ້ອນ ແລະ ຈະປະກອບແຕ່ອາຊີບສະເພາະແຕ່ທີ່ເໝາະແກ່ພາວະ ຫລື ຖານະຂອງຕົນສົມມະຕີວ່າ ເປັນຂ້າຣັດຖະການ ກໍຈະບໍ່ທຳອັນໃດໃຫ້ຜິດໄປຈາກໜ້າທີ່ຂອງຕົນ ແລະ ຈະບໍ່ທຳສີ່ງທີ່ຈະກໍໃຫ້ເກີດຄວາມ ເດີອດຮ້ອນ ແກ່ຕົນເອງ ແລະ ຕໍ່ຄົນສ່ວນໃຫຍ່ຢ່າງນີ້ເປັນຕົ້ນ.
6: ສັມມາວາຍາມະ ຄວາມພຽນຊອບ ຄື ຄວາມຊົ່ວອັນໃດ ຫລື ອະກຸສົລອັນໃດ ທີ່ຍັງບໍ່ໄດ້ລະກໍພະຍາຍາມລະ ອັນໃດທີ່ ໄດ້ລະແລ້ວກໍພະຍາຍາມບໍ່ໃຫ້ເກີດຂື້ນອີກ ສ່ວນກຸສົລທັມອັນໃດທີ່ຍັງບໍ່ໄດ້ທຳ ໃຫ້ມີໃຫ້ເປັນ ກໍຄວນພະຍາຍາມສ້າງໄວ້ ແລະ ອັນໃດທີ່ມີຢູ່ແລ້ວກໍຄວນທຳໃຫ້ມັນຈະເຣີນຍີ່ງໆຂື້ນໄປ.
7: ສັມມາສະຕິ ຣະນຶກຊອບ ມີຄວາມໝາຍກວ້າງຫລາຍ ແຕ່ເມື່ອກ່າວສະຫຼຸບແລ້ວ ກໍຄືພະຍາຍາມໃຫ້ມີສະຕິ ຢູ່ກັບ ຕົວສະເໝີ ພະຍາຍາມທີ່ຈະຝຶກແຕ່ໃນແງ່ມູມທີ່ຈະທຳໃຫ້ກິເລສ ນ້ອຍລົງ ຫລື ເບົາບາງລົງໄປໂດຍລຳດັບ. ຜູ້ທີ່ມີສັມມາ ສະຕິ ກໍຄື ຜູ້ທີ່ປະຕິບັດຢູ່ໃນສະຕິປັດຖານ.4
8: ສັມມາສະມາທິ ສະມາທີຊອບ (ຕັ້ງໃຈໝັ່ນຊອບ) ໝາຍເຖີ່ງການເຂົ້າສະມາທິ ທີ່ເປັນໄປເພື່ອ ການລະນີວອນ 5 ໂດຍກົງ ຫລື ເວົ້າອີກໃນໜື່ງສັມມາສະມາທິ ກໍຄື ຊານຕັ້ງແຕ່ປະຖະມະຊານຂື້ນໄປ.
1: ຄວາມເຫັນຊອບ 2: ຄຳດຳຣິຊອບ ກຸ່ມປັນຍາ.
3: ວາຈາຊອບ. 4: ກະທຳຊອບ. 5: ລ້ຽງຊີວິດຊອບ. ກຸ່ມສີລລະທັມ
6: ຣະນຶກຊອບ. 7: ຕັ້ງໃຈໝັ້ນຊອບ. ກຸ່ມສະມາທິ.
ເວລາຊີວິດເຫລື່ອນ້ອຍລົງທຸກວັນ ຈົງເລື່ອກເອົາແຕ່ການສ້າງຄວາມດີ
ຈະມີສຸຂພາຍໜ້າ ແຕ່ຖ້າສ້ງຄວາມຊົ່ວແລ້ວ ຈະມີທຸກຂພາຍໜ້າ.