ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເອົາຊະນະເລື່ອງ ອາຍຸ
ສ້າງເມື່ອ ພ.ພ.. 8, 2014 7 ຄົນໂຫວດ, 7 ຄຳເຫັນ, ອ່ານ 409 ເທື່ອ
ເລື່ອງຂອງອາຍຸ ເປັນໂລກຊະນິດໜຶ່ງທີ່ຈ່ອງດຶງຄວາມສຳເລັດຂອງຄົນເຮົາເຊັ່ນ: ອ້າຍແກ່ເກີນໄປ ຫຼື ນ້ອງອາຍຸຍັງນ້ອຍເກີນໄປ ເພື່ອເປັນຂໍ້ແກ້ ຕົວທີ່ຈະບໍ່ຕ້ອງເຮັດສິ່ງໃດໜຶ່ງທີ່ມີຄວາມທ້າທາຍ ຫຼື ມີຄວາມຮັບຜິດຊອບສູງ ແຕ່ສຳລັບຄົນຜູ້ທີ່ປະສົບຄວາມສຳເລັດແລ້ວ ແມ່ນຈະຄິດກົງກັນຂ້າມ
ແລະ ເຫັນອາຍຸເປັນພຽງແຕ່ໂຕເລກລ້າໆ ເຊັ່ນ: ທ່ານ ພັນເອກ ແຊນເດີ ເລີ່ມຕົ້ນກໍ່ຕັ້ງບໍລີສັດ ເຄເອັບຊີ (KFC) ຕອນທີ່ມີອາຍຸ 65 ປີເຊີ່ງບໍ່ມີ ໃຜຄິດ ມາກ່ອນເລີຍວ່າຄົນເຖົ້າທີ່ມີອາຍຸແກ່ແບບນີ້ຈະມີຄວາມສາມາດເຮັດທຸລະກິດຈົນປະສົບຄວາມສຳເລັດຄືແບບນີ້ໄດ້ ແລະ ເມື່ອ ທ່ານ ພັນເອກ ແຊນເດີ
ມີອາຍຸຮອດ 80 ປີ ທ່ານກໍ່ຍັງທຸ່ມເທເຮັດທຸລະກິດຈົນເຮັດໃຫ້ ເຄເອັບຊີ ກ່າຍເປັນຮ້ານອາຫານທີ່ຂາຍໄກ່ທອດ ທີ່ມີຊຶ່ສຽງທີ່ສຸດໃນໂລກ.
ແຕ່ຖ້າເມີ່ອໃດທີ່ທ່ານຄິດວ່າຕົນເອງຍັງໜູ່ມ ແລະ ມີອາຍຸນ້ອຍເກີນໄປທີ່ຈະເຮັດທຸລະກິດແລ້ວ ໃຫ້ລອງອ່ານເບິ່ງບປະຫວັດຂອງທ່ານ ໄມເຄີນ
ເດວ ( Michael Dell ) ທີ່ເລີ່ມຕົ້ນເຮັດທຸລະກິດ ແລະ ກໍ່ຕັ້ງບໍລິສັດ ຄອມພີວເຕີເດວ ( Dell ) ຕັ້ງແຕ່ອາຍຸ 19 ປີ ແລະ ຍັງຮຽນບໍ່ຈົບມະຫາວິທະຍາ
ໄລປັດຈຸບັນບໍລິສັດຄອມພີວເຕີເດວ ເປັນໜື່ງໃນບັນດາບໍລິສັດທີ່ຜະລິດຄອມພີວເຕີໃຫຍ່ທີ່ສຸດໃນໂລກ ແລະ ບາງເທື່ອທ່ານຜູ້ອ່ານກໍ່ເປັນອື່ກຄົນໜຶ່ງ
ທີ່ກຳລັງໃຊ້ຄອມພີວເຕີຍີ່ຫໍ້ ເດວ ຢູ່ທີ່ເຮື່ອນ ຫຼື ຫ້ອງການກໍເປັນໄປໄດ້.
ສະນັ້ນເລື່ອງຂອງອາຍຸມັນບໍ່ເປັນອຸປະສັກຫຍ້ງເລີຍຕໍ່ຄົນຜູ້ທີ່ປະສົບຄວາມສຳເລັດ, ແຕ່ຖ້າທ່ານຍັງຄິດວ່າ ມັນເປັນອຸປະສັກຢູ່ກໍລອງພິຈາລະ ນາເບິ່ງຄຳແນະນຳຂອງທ່ານ ດຣ ເດວິດເຈ ສະວັທຊ ເພື່ອປີ່ນປົວໂລກແກ້ຕົວເລື່ອງອາຍຸຄືດັ່ງຕໍໄປນີ້:
1: ໃຫ້ຄິດກ່ຽວກັບອາຍຸຂອງຕົນເອງໃນດ້ານບວກ:
ໃຫ້ຄິດວ່າຕົນເອງຍັງໜຸ່ມໃຫ້ຄິດຫາສິ່ງໃໝ່ໆເພື່ອສ້າງຄວາມກະຕືລືລົ້ນ ແລະ ຮູ້ສຶ່ກສ່າຕົນເອງຍັງໜຸ່ມຢູ່.
2: ໃຫ້ຄິດໄລ່ໄລຍະເວລາ ທີ່ທ່ານຍັງສາມາດເຮັດວຽກຢ່າງແຂງແຮງໄດ້:
ໃຫ້ລອງສົມໝຸດວ່າ ເມື່ອຕົນເອງມີອາຍຸຢູ່ 80 ປີ ກໍຍັງຈະເຮັດວຽກໄດ້ຄືກັບທ່ານພັນເອກ ແຊນເດີ ສະນັ້ນໃນປັດຈຸບັນນີ້ຖ້າທ່ານມີອາຍຸ 30
ປີ ນັ້ນກໍໝາຍຄວາມວ່າທ່ານຍັງເຫຼື່ອເວລາເຮັດວຽກຢູ່ຕັ້ງເຄີ່ງສະຕະຫວັດ ຫຼື 50 ປີ ແຕ່ຖ້າປັດຈຸບັນນີ້ ທ່ານ ມີອາຍຸ 40 ປີ ນັ້ນກໍໝາຍຄວາມວ່າ
ທ່ານຫາກໍມາຮອດເຄິ່ງທາງຂອງເວລາໃນການເຮັດວຽກເຊິ່ງຍັງມີເວລາທີ່ເຫຼື່ອຢູ່ຕັ້ງຫຼວງຫຼາຍ.
3: ຢ່າຄິດວ່າມັນຊ້າເກີນໄປແລັວ:
ໃຫ້ລົບລ້າງທັດສະນະຄະຕິຫຼື ຄວາມຄິດທີ່ວ່າ ( ເຮົາຄວນຈະເລື່ມຕົ້ນລອງມຶຕັ້ງແຕ່ດົນແລ້ວ ) ອອກໄປຈາກສະໝອງເພາະວ່າມັນຈະເປັນ
ການບັນທອນຄວາມກະຕືລືລົ້ນຂອງທ່ານ ໃຫ້ປ່ຽນມາເປັນ ( ເຮົາຈະເລື່ມຕົ້ນດຽວນີ້ຍ້ອນຜົນສຳເລັດມັນກຳລັງລໍຖ້າພວກເຮົາຢູ່ ) ຄື ດັ່ງຄຳສຸ ພາ ສິດຈີນທີ່ວ່າ: ( ເວລາທີ່ດີທີ່ສຸດໃນການປູກຕົ້ນໄມ້ ກໍຄີ 20 ປີ ທີ່ຜ່ານມາ, ແຕ່ເວລາທີ່ດີທີ່ສຸດໃນການປູກຕົ້ນໄມ້ຄັ້ງທີ່ສອງກໍຄືປັດຈຸບັນນີ້.)
ສະນັ້ນນັບແຕ່ມື້ນີ້ເປັນຕົ້ນໄປ ທ່ານຄວນຈະຢຸດເຊົາການຕຳນິຊີວິດຂອງຕົນເອງທີ່ບໍ່ມີຄວາມສົມບູນແບບຄືກັນກັບຂອງຄົນອື່ນ,ເຖິງວ່າ
ທ່ານບໍ່ສາມາດທີ່ຈະເລື່ອກເກີດໄດ້, ແຕ່ທ່ານສາມາດເລື່ອກທີ່ຈະເປັນໄດ້. ຊີວິດຂອງທ່ານກໍຄືທ່ານເປັນຜູ້ເລື່ອກເອງ,ຈົ່ງຊີ່ສັດຕໍ່ຕົນເອງ ແລະ ຈົ່ງ
ນຳໃຊ້ຢ່າສູດພິເສດດັ່ງທີ່ກ່າວມາ ເຂົ້າໃນການປີ່ນປົວໂລກທີ່ເປັນຈຸດອ່ອນ ຫຼື ໂລກແກ້ຕົວ 4 ຊະນິດເພື່ອເຮັດໃຫ້ທ່ານຜູ້ທີ່ເປັນຄົນຄິດໃຫຍ່,ມີ
ຄວາມຄິດບວກ, ມີວິໄສທັດ ແລະ ມີເປົ້າໝາຍ ກໍສາມາດປະສົບຄວາມສຳເລັດໃນອະນາຄົດໄດ້ເຊັ່ນກັນ.


ຄຳເຫັນ (7)