ຊົນເຜົາລາວ 10 ຊົນເຜົາ
ສ້າງເມື່ອ ພ.ພ.. 27, 2014 5 ຄົນໂຫວດ,
7 ຄຳເຫັນ,
ອ່ານ 5081 ເທື່ອ
ເຜົ່າລາວ
ຊົນເຜົ່າລາວ ເປັນຊົນເຜົ່າທີ່ມີຜົນລະເມື້່ອງ ຫຼາຍກ່ວາເຜົ່າອື່ນໆ ຢູ່ ສປປ ລາວ ຕັ້ງແຕ່ເໜື່ອຮອດໃຕ້. ຕາມການສຳຫຼວດຜົນລະເມື່ອງ ຄັ້ງທີ່ 2 ເມືອປີ 1995 ຊົນເຜົ່າລາວມີຜົນລະເມື່ອງ 2,4 ລ້ານກ່ວາຄົນ, ເທົ່າກັບ 52,5% ຂອງຈຳນວນພົນລະເມື່ອງ.ຊົນເຜົ່າລາວປະກອບດ້ວຍ ຫຼາຍແຊງເຊັ່ນ: ພວນ,ກະເລີງ,ບໍ,ໂຢຍ ແລະ ຢໍ. ສ່ວນພາສາປາກເວົ້າຖຶກຈັດເຂົ້າໃນໝວດພາສາລາວ-ໄຕ.ຊົນເຜົ່າລາວມີຕົວໝັງສືຂຽນເປັນຂອງຕົນເອງ ແລະ ຖຶກໃຊ້ໃນທາງລັດຖະການ.ຊົນເຜົ່າລາວສ່ວນຫຼາຍນັບຖຶສາສະໜາພູດ,ໂດຍມີວັດເປັນສູນກາງເປັນບ່ອນເພີງທີ່ສຳຄັນໃນການເຕົ້າໂຮມຄວາມສາມັກຄີ ຂອງຊຸມຊົນ,ເປັນບ່ອນເຕົ້າໂຮມດ້ານຮີດຄອງປະເພນີ ແລະ ຫຼັກທາມຄຳສອນທາງສາສະໜາ.ນອກນີ້ຈຳນວນໜຶງກໍຍັງມີການເຊຶອຖຶຜີ.ຫຼຶ ສຶບຕະກຸນທາງພໍ່ການແຕ່ງດອງແມ່ນຂື້ນກັບທາງສອງກໍ້ງສອງຝ່າຍ ແລະ ຄວາມມັກຮັກລະຫວ່າງບ່າວ-ສາວ.ຊົນເຜົ່າລາວມັກປຸກເຮືອນຮ້ານ.ກ່ອນຈະປຸກເຮືອນເພີນຈະເຮັດພີທີເພືອຂໍອະນຸຍາດກັບເຈົ້າຖີ່ນເຈົ້າຖານ ແລັວຈິງຂຸດຂຸມຝັງເສົາ,ໂດຍຈະເລືມຈາກເສົາຂວັນກ່ອນ ຊຶງຈະມີເຄຶອງສິນ,ຂັນທີ່ສານດັວຍໄມ້ປ່ອງ,ຕົ້ນກ້ວຍ,ຕົ້ນອ້ວຍ ມັດໃສ່ພ້ອມທັງຕີດຄາຖາ ຫຼຶ ຍັນໃສ່ຈຶງເອົາເສົາອື່ນລົງຕາມໆກັນ.ເຮືອນສ່ວນຫຼາຍຈະມີແຕ່ສາມຫ້ອງຂື້ນໄປ,ເຮືອນຈະປີ້ນໜ້າໄປທາງທີດເໜືອ.ຂັ້ນໄດເຮືອນຈະມີຫຼາຍຂັ້ນ ແຕ່ຕ້ອງຄີກ ແລະ ຂັ້ນໄດດ້ານໜ້າ ເອີນວ່າຂັ້ນດາຍເຊຍ ແລະ ດ້ານຫຼັງເອີນວ່າຂັ້ນໄດຊານ. ຜູ້ຊາຍຈະຕັດຜົມສັ້ນ,ນຸ່ງເສື້ອຄໍມົນແຂນບາງ,ໂສ້ງຫົວຣຸດ ຫຼື ຜ້າສະໂຫລ້ງ.ແມ່ຍິງນຸ່ງສີ້ນ,ເສືອແຂນບາງ,ພາດຜ້າບ່ຽງ,ຈົ່ງຜົມຍາວເກົ້າຜົມຄຽນດ້ວຍມາກປັດ,ສ້ອຍເງິນ,ຄຳ,ມີປີນເກົ້າປັກ ຄັກໃຫ້ແໜ້ນ.ໃສ່ຕູ້ມຫູ,ສ້ອຍຄໍ. ຊົນເຜົ່າລາວເຊຶອຖຶໃນພຸດທະສາສະໜາ.ສະນັ້ນໃນປີໜຶງໆຈະມີຫຼາຍບຸນເຊັ່ນ:ບຸນປີໃໝ່,ບຸນຊ່ວງເຮືອ,ບຸນບັ້ງໄຟ,ບຸນກະທີນ,ບຸນພະເວດ,ບຸນກອງບວດ ແລະ ບຸນອື່ນໆ. ຊົນເຜົ່າລາວ ມີອາຊີບເຮັດໄຮ່,ເຮັດນາ,ປູກພືດ,ປູກເຂັ້າ,ປູກຜັກ ແລະ ລ້ຽງສັດ. ເຜົ່າກຶມມຸ ເຜົ່າກຶມມຸແມ່ນດຳລົງຊີວີດຢູ່ໃນບັນດາແຂວງພາກເໜຶອ ລົງໄປເຖິ່ງແຂວງຄຳມ່ວນ.ເຜົ່າກຶມມຸ ມີຜົນລະເມືອງປະມານ 5 ແສນກວ່າຄົນ (ຕາມການສຳຫຼວດພົນລະເມືອງທົ່ວປະເທດໃນປີ 1995).ເຜົ່າກຶມມຸ ມີພາສາປາກເວົ້າເປັນຂອງຕົນເອງ, ບໍ່ມີຕົວໜັງສຶຂຽນ.ພາສາກຶມມຸ ຖຶກຈັດເຂົ້າຢູ່ໃນໝວດພາສາມອນ-ຂະແມ,ແຕ່ກໍ່ມີການປາກເວົ້າແຕກຕ່າມກັນເລັກນັອຍ.ເຜົ່າກຶມມຸນັບຖຶຜີ,ເຜົ່າກຶມມຸມັກຈະປູກເຮືອນຮ້ານ.ເຜົ່າກຶມມຸມີຄວາມອຸດົມສົມບຸນທາງດ້ານສີລະປະວັນນະຄະດີ,ແຕ່ລະແຊງຈະມີການຂັບລຳທີແຕກຕ່າງກັນ ແລະ ເຄືອງດັນຕຣີທີ່ເຮັດດ້ວຍໄມ້ປ່ອງ,ມີການຟ້ອນດາບ,ຟ້ອນທັ້ງບັ້ງ...ເຜົ່າກຶມມຸມີເຄືອງນຸ່ງປະຈຳເຜົ່າ ເປັນເອກະລັກສະເພາະ,ແຕ່ປັດຈຸບັນມັກຈະນຸ່ງແຕ່ງານບຸນເທົ່ານັ້ນ.ເຜົ່າກຶມມຸຈະທຳການກະເສດເປັນຕົ້ນຕໍເຊັ້່ນ:ປຸກເຂົ້າ,ປູກພຶດຕ່າງໆ ແລະ ລ້ຽງສັດ. ເຜົ່າກະຕາງ ເຜົ່າກະຕາງ ປັດຈຸບັນດຳລົງຊີວີດຢູ່ ແຂວງຄຳມ່ວນ,ແຂວງສະຫວັນນະເຂດ,ແຂວງສາລະວັນ,ແຂວງຈຳປາສັກ ແລະ ແຂວງເຊກອງ.ເຜົ່າກະຕາງມີພົນລະເມື້ອງ ປະມານ 95.000 ກ່ວາຄົນໃນນັ້ນຍິງ 48.000ກ່ວາຄົນ (ຕາມການສພຫຼວດພົນລະເມຶອງປີ 1995).ເຜົ່າກະຕາງມັກເອີ້ນຕົນເອງວ່າ ບຣູກະຕາງ.ພາສາກະຕາງຈັດຢູ່ໃນໝວດພາສາມອນ-ຂະແມ.ຄ້າຍຄຶ້ພາສາເຜົ່າຕຣີ,ມະກອງ,ຊ່ວຍ,ຕະໂອ້ຍ,ປະໂກະ...ກະຕາງບໍ່ມີຕົວໜັງສຶຂຽນ.ເຜົ່າກະຕາງເຊືອຖືຜີ.ບຸນປະຈຳປີທີ່ສຳຄັນຂອງເຜົ່າກະຕາງແມ່ນບຸນປີໃໝ່ “ ຈາງ “ ນອກນັ້ນຍັງມີພີທີການລ້ຽງຜີເຊັ່ນ: ລາປືບ.ຊຶງມີການຂ້າຄວາຍເພືອຖວາຍຜີ.ເຜົ່າກະຕາງມີສີລະປະການຂັບລຳປະຈຳເຜົ່າເຊັ່ນ: ລຳສະເນີດ,ລຳຕັງຫວາຍ,ສ່ວນເຄືອງເສບມີ ປີ,ກອງ ແລະ ແຄນ. ເຜົ່າກະຕາງອາໄສຢູ່ເຮືອນຮ້ານ.ໃນສະໄໝບູຮານແມ່ນ ຜູ້ຊາຍມັກນຸ່ງກະຕ່ຽວ,ຈົງຜົມຍາວ ແລະ ເກົ່າຜົມ,ບ່ອງຫູໃສ່ຕ້າງ,ສັກຂາລາຍ,ຕັດແຂ້ວ.ເຊີ່ງເປັນການສະແດງເຖິ່ງຄວາມກ້າຫານ ແລະ ມີລີດເດດ.ສ່ວນຜູ້ຍີງນຸ່ງສິນ,ນຸ່ງເສື້ອ,ເກົ່າຜົມ,ບ່ອງຫູໃສ່ຕ້າງທີ່ເຮັດດ້ວຍເງິນ ຫຼື ກົວໃສ່ປອກແຂ້ວ,ຍ້ອມແຂ້ວດຳ.ປັດຈຸບັນເຜົ່າກະຕາງມີອາຊີບເຮັດໄຮ່,ເຮັດນາເພືອປູກເຂົ້າ ແລະ ພຶດທາດແປ້ງອຶນໆ.ນອກນັ້ນຍັງລ້ຽງສັກໃຫຍ່ເລັກນ້ອຍພາຍໃນຄອບຄົວນຳອີກ. ເຜົ່າກະຕູ ປັດຈຸບັນ ເຜົ່າກະຕູ ດຳລົງຊີວີດຢູ່ ເມືອງກະລຶມ,ດາກຈຶງ,ທ່າແຕງ.ຂອງແຂວງເຊກອງ.ເມືອງເລົາງາມ ແຂວງສາລະວັນ ແລະ ເມືອງປາກຊ່ອງ,ເມືອງບາຈຽງຈະເລີກສຸກ ຂອງແຂວງຈຳປາສັກເຜົ່າກະຕູມີພົນລະເມືອງປະມານ 17.000 ກ່ວາຄົນ,ຍີງ 8,600 ກ່ວາຄົນ(ຕາມການສຳຫຼວດຄັ້ງທີ່ 2ປີ 1995).ເຜົ່າກະຕູຖ້າຈະເປກໍ່ຄື: ກະ ແປວ່າ ລຸງ ຕູ ແປວ່າ ຍອດນໍ້າ ຫຼືຍອດຫ້ວຍ.ພາສາກະຕູຈັດຢູ່ໃນໝວດພາສາມອນ-ຂະແມ,ບໍ່ມີຕົວໜັ່ງສຶຂຽນ. ເຜົ່າກະຕູກໍ່ເຊືອຖືຜີ,ໂດຍສະເພາະການປູກເຮືອນຂອງເຜົ່າກະຕູເປັນເຮືອນຮ້ານ,ຕໍ່າ,ຍາວ ຢູ່ອາໄສການຫຼາຍຄອບຄົວ,ມັກຈະປູກເປັນຮູບວົງມົນ ອ້ອມສາລາກວານ (ສາລາກວານຢູ່ໃຈກາງ) ຊຶງຈະເປັນບ່ຶນໂຮມຊຸມນຸມ ແລະ ຮັບແຂກທີ່ມາຍາມ ພ້ອມທາງເປັນບ່ອນຈັກພີທີກຳຕ່າງໆ ຕາມຄວາມເຊືອຖື ກ່ອນຈະເຂົ້າບ້ານເຜົ່າກະຕູ ຖ້າເຫັນຟົກໄມ້ດີບ ຢູ່ປະຕູຂົງ ແມ່ນຫ້າມເຂົ້າບ້ານຢ່າງເດັດຂາດ.ເວລາມີແຂກມາຢາມເຮືອນ.ເຜົ່າກະຕູຈະມີປະເພນີຮັບແຂກດ້ວຍການໃຫ້ສູບຢາບັ້ງ,ຊືງເປັນເອກະລັກສະເພາະ ເອີ້ນວ່າ:ກອກເດິະ .ເຜົ່າກະຕາງມີເຄືອງດົນຕຣີປະຈຳເຜົ່າເຊັ່ນ,ຄ້ອງ,ແຄນ,ປິ ແລະ ອືນໆ.ເຜົ່າກະຕູມີອາຊີບເຮັດໄຮ່,ປູກເຂົ້າ,ປູກເຜືອກມັນເພືອໄວ້ບໍລີໂພກ,ນອກນັ້ນຍັງລ້ຽງສັດປີກພາຍໃນຄອບຄົວ. ເຜົ່າກຣຽງ ເຜົ່າ ກຣຽງ ດຳລົງຊີວິດໃນບັນດາແຂວງພາກໃຕ້ ຂອງ ລາວ, ຫລາຍກວ່າໝູ່ແມ່ນຢູ່ເມືອງ ກະ ລຶມ, ເມືອງ ທ່າແຕງ ແລະ ເມືອງ ລະ ມາມ ແຂວງ ເຊກອງ. ນອກນີ້ ເຂົາຈົ້າຍັງດຳລົງຊີວິດ ຢູ່ ເມືອງ ສາລະ ວັນ, ແຂວງ ສາລະວັນ, ເມືອງ ປາກຊ່ອງ ແຂວງ ຈຳປາສັກ. ເຜົ່າກຣຽງ ຢູ່ສ ປປ ລາວ ມີປະມານ 12.000 ກວ່າ ຄົນ, ຍິງ 6.000 ກວ່າຄົນ (ຕາມສະຖິຕິສຳຫລວດພົນລະເມືອງ ປີ 1995). ເຜົ່າກຣຽງ ປະກອບດ້ວຍ 2 ແຊງຄື: ແກະ ແລະ ຈະຕອງ. ເຜົ່າກຣຽງ ມີພາສາປາກເວົ້າ ເປັນ ຂອງ ຕົນເອງ, ຈັດຢູ່ໃນ ໝວດ ພາ ສາມອນ-ຂະແມ, ແຕ່ບໍ່ມີໂຕໜັງສືຂຽນ. ເຜົ່າກຣຽງ ນັບຖື ຜີ. ສືບຕະກຸນທາງພໍ່. ເຜົ່າກຣຽງ ຈະປຸກບ້ານເປັນຮູບວົງມົນ ອ້ອມ ສາ ລາ ກວານ, ເປັນເຮືອນຮ້ານ. ສາລາກວານ ເປັນບ່ອນທຳພິທີຕ່າງ. ໃນເມື່ອກ່ອນ ເຜົ່າກຣຽງ ນິຍົມກັນຕັດ ແຂ້ວ, ບ່ອງຫູ ແລະ ສັກ ລາຍຕາມຕົນຕົວ ເພື່ອເປັນ ການ ສະແດງເຖິງຄວາມເກັ່ງກ້າສາມາດ, ຄວາມ ອົດ ທົນ ແລະ ຄວາມ ຮັ່ງມີ. ເຜົ່າກຣຽງ ສ່ວນຫລາຍ ມີອາຊີບເຮັດໄຮ່ ເພື່ອປູກເຂົ້າ ແລະ ພືດອື່ນໆ. ນອກນັ້ນ ຍັງມີການ ລ້ຽງສັດ ແລະ ຈັກສານ. ເຜົ່າກຣີ ຊົນເຜົ່າກຣີ (ລາບຣີ, ຢູບຣີ, ສະລາງ, ອາເຣມ ຫລື ຕອງເຫລືອງ). ກຣີ ໃນພາສາເຂົາເຈົ້າ ເອງ ໝາຍຄວາມວ່າ “ຄົນປ່າ”. ສ່ວນໜຶ່ງຕັ້ງພູມລຳເນົາ ຢູ່ເມືອງບົວລະພາ, ຍົມມະລາດ, ນາກາຍ ຂອງແຂວງຄຳມ່ວນ, ເມືອງວຽງທອງ, ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ ແລະ ເມືອງພຽງ ແຂວງໄຊຍະບູລີ ເຜົ່າກຣີ ມີພົນລະເມືອງປະມານ 739 ຄົນ (ຕາມການສຳຫລວດພົນລະເມືອງປີ 1995). ພາສາ ຂອງ ເຜົ່າກຣີ ຢູ່ແຂວງຄຳມ່ວນແລະແຂວງບໍລິຄຳໄຊ ຈັດເຂົ້າໃນໝວດພາສາ ຫວຽດ-ເມືອງ, ແຕ່ພາ ສາຊົນເຜົ່າກຣີ ຢູ່ແຂວງ ໄຊຍະບູລີ ຖືກຈັດເຂົ້າໃນໝວດພາສາມອນ-ຂະແມ, ເຂົາເຈົ້າບໍ່ມີໂຕ ໜັງສືຂຽນ. ຊົນເຜົ່າກຣີ ແມ່ນດຳລົງຊີວິດ ຢູ່ໃນເຂດຫ່າງໄກສອກ ຫລີກ, ທຸລະກັນດານ, ຍົກຍ້າຍບ່ອນຢູ່ ເປັນປະຈຳ. ອາຫານການກິນສ່ວນຫລາຍແມ່ນອາໃສເຜືອກ, ມັນປ່າ, ໝາກໄມ້ປ່າ, ຜັກ ແລະ ລ່າສັດປ່າມາເປັນ ອາຫານ. ແຕ່ໃນປະຈຸບັນ ຊີວິດ ຂອງພວກເຂົາກໍ່ຄ່ອຍດີຂຶ້ນ ຍ້ອນການຊ່ວຍເຫລືອ ຈາກລັດຖະບານ. ເຜົ່າກຣີ ນັບຖື ຜີ. ເຜົ່າ ຂະແມ ຊົນເຜົ່າ ຂະແມ ດຳລົງຊີວິດຢູ່ເມືອງ ມູລະປະໂມກ ແຂວງ ຈຳປາສັກ. ມີພົນລະເມືອງ ປະມານ 4.000 ຄົນ (ຕາມການສຳຫລວດປີ 1995). ຊົນເຜົ່າ ຂະແມ ມີພາສາປາກເວົ້າ ເປັນຂອງຕົນເອງ, ຈັດເຂົ້າໃນໝວດພາສາມອນ-ຂະແມ, ມີໂຕໜັງສືຂຽນ ຊຶ່ງເປັນໂຕທຳ. ຊົນເຜົ່າ ຂະແມ ນັບຖືສາສະໜາພຸດ ແລະ ຜີ ໄປພ້ອມໆກັນ, ມີວັດວາອາຣາມ ຊຶ່ງເປັນ ບ່ອນສັກ ກາລະບູຊາ ແລະ ເຕົ້າໂຮມ ຊຸມນຸມ. ເຮືອນ ຂອງ ເຜົ່າຂະແມ ຈະປຸກເປັນເຮືອນຮ້ານ. ຊົນເຜົ່າຂະແມ ມີຄວາມອຸດົມສົມບູນ ທາງ ດ້ານ ສິລະປະວັດນະຄະດີ ເຊັ່ນ: ຂັບລຳ, ບົດຟ້ອນ, ເຄື່ອງເສບ ແລະ ການແກະຄວັດ ລວດລາຍ ຕ່າງໆ ຕາມວັດ. ເຜົ່າຂະແມ ຈະທຳການປູກເຂົ້າ, ປູກທາດແປ້ງ ເພື່ອໄວ້ກິນສຳລັບຄອບຄົວ. ນອກນີ້ ຍັງລ້ຽງສັດ, ຈັກສານ ແລະ ຕ່ຳຫູກທໍ່ໄໝ. ເຜົ່າງວນ ເຜົ່າງວນ ສ່ວນຫລາຍຕັ້ງຖິ່ນຖານຢູ່ເມືອງບົວລະພາ, ເມືອງຫີນບູນ ແລະ ເມືອງໄຊບົວທອງ ແລະ ເມືອງ ທ່າແຂກ ແຂວງ ຄຳມ່ວນ. ຊົນເຜົ່າງວນ ມີປະຊາກອນ ປະມານ1.344 ຄົນ, ຍິງ 687 ຄົນ (ຕາມການສຳຫລວດປີ 1995). ຊົນເຜົ່າງວນ ມີພາສາປາກເວົ້າ ເປັນຂອງ ຕົນເອງ, ຈັດເຂົ້າໃນໝວດພາສາມອນ-ຂະແມ, ເມື່ອສື່ສານ ກັບເຜົ່າອື່ນ ແມ່ນໃຊ້ພາສາລາວ, ເຜົ່າງວນ ບໍ່ມີໂຕໜັງສືຂຽນ. ເຜົ່າງວນ ນັບຖືສາ ສະ ໜາຜີ. ການສືບມູນມໍລະດົກລະຫວ່າງລູກ ເປັນພາລະ ຂອງ ລູກຜູ້ຊາຍ, ສ່ວນແມ່ຍິງ ແມ່ນໄປຢູ່ນຳຜົວ. ປະຈຸບັນ ເຜົ່າງວນ ຮູ້ຈັກທຳການປູກຝັງ-ລ້ຽງສັດ, ປູກມອນລ້ຽງມ້ອນ, ຈັກສານ ເພື່ອຮັບໃຊ້ ຊີວິດປະຈຳວັນ ຫລື ແລກປ່ຽນຄ້າຂາຍ. ເຜົ່າເຈັງ ເຜົ່າເຈັງ ດຳລົງຊີວິດສະເພາະແຕ່ຢູ່ເມືອງ ໄຊເສດຖາ ແລະ ເມືອງ ສະໜາມໄຊ ແຂວງ ອັດຕະປື. ເຜົ່າເຈັງ ມີຕົ້ນກຳເນີດມາຈາກເຜົ່າ ເບຣົາ, ຢຣຸ, ຍະເຫີນ ແລະ ໂອຍ. ຕາມການສຳ ຫລວດ ເມື່ອປີ 1995, ເຜົ່າເຈັງ ມີພົນລະ ເມືອງ 6.511 ຄົນ, ຍິງ 3.342 ຄົນ. ເຜົ່າເຈັງ ບໍ່ມີໂຕໜັງສືຂຽນ, ມີພາສາປາກເວົ້າເປັນ ຂອງຕົນເອງ, ຈັດເຂົ້າໃນໝວດພາສາ ມອນ-ຂະແມ, ແຕ່ຄ້າຍຄືກັບເຜົ່າເບຣົາ, ຢຸຣ, ໂອຍ, ຍະເຫີນ. ປະຈຸບັນ, ຊົນເຜົ່າ ເຈັງ ມີທັງນັບຖືສາສະພຸດ ແລະ ຜີ. ກ່ອນໜ້ານີ້ ເຂົາເຈົ້ານັບຖືສາສະໜາຜີ ຢ່າງໜັກໜ່ວງແຕ່ຢ່າງດຽວ. ໃນເມື່ອກ່ອນ ເຜົ່າເຈັງ ຈົ່ງຜົມຍາວ ເກົ້າຜົມ, ນຸ່ງກະຕ່ຽວ, ບ່ອງຫູ, ສັກລາຍຕາມຕົນໂຕ. ປະດັບດ້ວຍປ້ອງແຂນ, ປ້ອງຂາ ທີ່ເຮັດດ້ວຍທອງ ຫລື ເງິນ. ໃສ່ໝາກປັດຕາມຄໍ ແລະ ຫູ. ເຜົ່າເຈັງ ມີສິລະປະພື້ນເມືອງເຊັ່ນ: ຄ້ອງຈຸ້ມ, ຄ້ອງລາ, ຕະໜ່ຽນ, ກະຈັບປີ່, ຫືນ, ຂັບລຳເຈືອງ ແລະ ການຟ້ອນແບບເຕັ້ນສາກ. ການສືບມູນມໍລະດົກ ແມ່ນຕົກເປັນພູດ ຂອງ ເອື້ອຍກົກ, ເພາະເປັນຜູ້ລ້ຽງພໍ່ແມ່ ຈົນເຖິງມື້ສຸດທ້າຍ ຂອງຊີວິດເພິ່ນ. ແຕ່ຜູ້ກ່ຽວກໍ່ມີສິດແບ່ງຊັບສົມບັດ ໃຫ້ອ້າຍນ້ອງ ຕາມຄວາມເໝາະສົມ. ຊົນເຜົ່າເຈັງ ຈະປຸກແບບເຮືອນດ່ຽວ ແລະ ປຸກແບບເຮືອນແຝດ (ສະເພາະຜູ້ຮັ່ງມີຈິ່ງປຸກໄດ້). ເຜົ່າສາມຕ່າວ ເຜົ່າສາມຕ່າວ ດຳລົງຊີວິດຫລາຍກວ່າໝູ່ຢູ່ແຂວງຫລວງນ້ຳທາ ແລະ ແຂວງບໍ່ແກ້ວ. ມີພົນ ລະເມືອງທັງໝົດ 2.213 ຄົນ, ຍິງ 1.153 ຄົນ (ຕາມການສຳຫລວດປີ 1995). ເຜົ່າສາມຕ່າວ ບໍ່ມີໜັງສືຂຽນ, ແຕ່ມີພາສາປາກເວົ້າເປັນ ຂອງຕົນເອງ , ນອກນີ້ເຂົາເຈົ້າຍັງ ໃຊ້ພາສາລາວ, ລື້, ຍວນ, ບິດ, ກຶມມຸ. ຈັດຢູ່ໃນໝວດພາ ສາມອນ-ຂະແມ.ເຜົ່າສາມຕ່າວ ນັບຖືສາສະໜາພຸດ ແລະ ຜີ. ການລ້ຽງພໍ່ແມ່ ສ່ວນຫລາຍຈະຕົກເປັນພູດ ຂອງລູກກົກ ແລະ ມີສິດໄດ້ຮັບມູນມໍລະດົກ ຫລາຍ ກວ່າຜູ້ອື່ນໆ. ເຮືອນຂອງ ເຜົ່າສາມຕ່າວ ຈະເປັນເຮືອນຮ້ານ, ພາຍໃນຕົບແຕ່ງຄ້າຍຄື ຂອງ ເຜົ່າລື້.ທາງດ້ານເສດຖະກິດ, ເຜົ່າສາມຕ່າວ ສ່ວນຫລາຍຈະເຮັດໄຮ່-ເຮັດນາ ເພື່ອປູກເຂົ້າ ແລະ ພືດ, ລ້ຽງສັດ. ນອກນີ້ ຜູ້ຊາຍຍັງເຮັດຫັດຖະກຳຈັກສານ, ຕີເຫັຼກ. ແມ່ຍິງກໍ່ຕ່ຳຫູກທໍ່ໄໝ ເພື່ອໃຊ້ສອຍໃຂຊີວິດປະຈຳວັນ. ເຜົ່າສະດາງ ປະຈຸບັນ ຊົນເຜົ່າ ສະດາງ ຕັ້ງບ້ານເຮືອນຫລາຍກວ່າໝູ່ຢູ່ບ້ານຫວ້ຍສົນ, ພູຍາງ, ບ້ານດາກຕູດ ລຽບຕາມຊາຍແດນລາວ-ຫວຽດນາມ ທີ່ຂຶ້ນກັບເມືອງ ພູວົງ ແຂວງ ອັດຕະປື ແລະ ແຂວງ ສະ ຫວັນນະເຂດ. ຕາມສະຖິຕິການສຳຫລວດພົນລະເມືອງທົ່ວປະເທດ ເມື່ອປີ 1995, ເຜົ່າສະດາງ ມີ 786 ຄົນ, ຍິງ 393 ຄົນ. ເຜົ່າສະດາງ ປະກອບດ້ວຍ 3 ແຊງຄື: ສະດາງດວນ, ກາຢ້ອງ ແລະ ສະດາງ. ເຜົ່າສະດາງ ບໍ່ ມີ ໜັງສືຂຽນ, ແຕ່ມີພາສາປາກເວົ້າສະເພາະ. ຈັດຢູ່ໃນໝວດພາສາມອນ-ຂະແມ. ບ້ານ ຂອງ ເຜົ່າສະດາງ ປຸກເປັນຮູບວົງມົນ ແລະ ມີສາລາກວານ ຢູ່ເຄິ່ງກາງ, ເຮັດຮົ້ວອ້ອມ ບ້ານ, ຈົ່ງປະຕູເຂົ້າບ່ອນດຽວ ແລະ ປາກປະຕູຂົງເຂົ້າບ້ານ ເຂົາເຈົ້າຈະປູກຫວ້ານໃສ່. ແຕ່ກ່ອນ ຊົນເຜົ່າສະດາງ ແມ່ນນຸ່ງກະຕ່ຽວ, ຫົ່ມເສື້ອລາຍເຮ້ຍ, ຫົ່ມຜ້າກະວູ, ເກົ້າຜົມ, ຕັດແຂ້ວ, ໃສ່ປອກແຂນ. ສຳລັບແຊງ ກາຢ້ອງ: ຜູ້ຊາຍນຸ່ງກະຕ່ຽວ, ນຸ່ງເສື້ອແຂນສັ້ນ, ບໍ່ຕັດແຂ້ວ, ບໍ່ບ່ອງຫູ, ບໍ່ເກົ້າຜົມ, ແຕ່ໃສ່ປອກແຂນ, ປອກຄໍ, ໝາກປັດ, ມີແພແດງຄຽນຫົວ.ແມ່ຍິງສະດາງ: ນຸ່ງສິ້ນບໍ່ເຂີນ, ນຸ່ງເສື້ອແຊະ, ເກົ້າຜົມທາງຫລັງ, ໃສ່ໝາກປັດ, ຕັດແຂ້ວ, ປ່ອງ ຫູ ໃສ່ຕ້າງ. ແມ່ຍິງ ກາຢ້ອງ: ນຸ່ງສິ້ນສີດຳ, ນຸ່ງເສື້ອແຂນຍາວສີດຳ, ເກົ້າຜົມທາງງ່ອນ, ບໍ່ຕັດແຂ້ວ, ບ່ອງ ຫູໃສ່ ຕ້າງ, ຕຸ້ມຫູນ້ອຍ, ໃສ່ໝາກປັດ ແລະ ມີປອກແຂນ. ເຜົ່າສະດາງ ນັບຖືຜີ. ກ່ອນໜ້ານີ້ 50 ປີ, ເຜົ່າສະດາງ-ກາຢ້ອງ ໄດ້ເຮັດບຣະບຣຶນເນີມ ດ້ວຍ ການຂ້າຄວາມ 7 ໂຕ, ຂ້າຄົນ 1 ຄົນ ຢູ່ຫລັກເສົາຕໍ່ໜ້າສາລາກວານ. ເຜົ່າສະດາງ-ກາຢ້ອງ ມີເຄື່ອງດົນຕີພື້ນເມືອງຫລາຍຊະນິດຄື: ຄ້ອງລາ, ຄ້ອງຈູມ, ຄ້ອງນ້ອງ ແນັງ ແລະ ຂັບລຳ. ເຜົ່າສະດາງ-ກາຢ້ອງ ທຳການຜະລິດດ້ວຍການເຮັດໄຮ່ປູກເຂົ້າ ແລະ ເຜືອກ ມັນ. ນອກ ນີ້ຍັງລ້ຽງສັດ, ຫັດຖະກຳຈັກສານ. |