
ຂຽນເມື່ອ: ມ.ນ.. 28, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ມີຄຳເຖົ້າແກ່ບູຮານກ່າວວ່າ ມີແກ້ວຊະນິດໜຶ່ງທີ່ກາຍສະພາບມາຈາກດວງຕາຂອງແມວທີ່ຕາຍໄປແລ້ວ ແມ່ນມີຄວາມຂັງໄປດ້ວຍຄວາມອັດສະຈັນ, ຄວາມລຶກລັບ ແລະ ອືນໆ..... ທີ່ສາມາດປັດເປົ່າໄພອັນ ຕະລາຍຕ່າງໆ ລວມໄປເຖິງການຂັບໄລ່ບັນດາພູດຜີ ປີສາດທັງຫຼາຍ ແຖມຍັງສາມາດປ້ອງກັນບັນດາຂຸນໄສຕ່າງໆໄດ້ນຳອີກ.
ເລື່ອງລາວມີຢູ່ວ່າ : ເມື່ອໃນສະໄໝເຈົ້າຂຸນມຸນນາຍທີ່ເປັນແມ່ທັບໃນເມືອງແຫ່ງໜຶ່ງ ໃນເຮືອນຂອງເພິ່ນໄດ້ລ້ຽງແມວໄວ້ໂຕໜຶ່ງ ເຊິ່ງເປັນແມ່ວສາມສີ ແມວໂຕນີ້ແມ່ນໄດ້ມາຈາກປ່າຫຼັງຈາກໄປສູ້ຮົບຕົບຕີກັບ ສັດຕູ. ເມື່ອນຳແມວດັ່ງກ່າວມາລ້ຽງແລ້ວ ທາງເຈົ້າຂຸນມີຄວາມກະຕືລືລົ້ນດີ, ວຽກງານກໍ່ລາບລື່ນດີ ຈິ່ງສ້າງຄວາມພັນອັນເລິກເຊິ່ງກັບແມວໂຕນັ້ນ
ພໍເວລາຜ່ານໄປເປັນເວລາ 3 ປີ ແມວໂຕນັ້ນກໍ່ຕາຍ ແຕ່ເຈົ້າຂອງແມວກໍຄືເຈົ້າຂຸນນັ້ນບໍ່ໄດ້ນຳແມວໄປຝັງ ແຕ່ເອົາແມວໂຕນັ້ນໄປໃສ່ໃນຕູ້ແກ້ວແທນ, ເມື່ອການເວລາຜ່ານໄປຮ່າງຂອງແມວກໍສະຫຼາຍໄປຕາມ ການເວລາ ແຕ່ມີສິ່ງໜຶ່ງທີ່ບໍ່ຍອມສະຫຼາຍນັ້ນກໍຄືຕາຂອງແມວ ແລະ ຕາຂອງແມວກໍໄດ້ກາຍສະພາບມາເປັນແກ້ວ.
ເມື່ອເປັນແນວນັ້ນ ຜູ້ເປັນເຈົ້າຂອງຈຶ່ງເກີດຄວາມປະຫຼາດໃຈ ແລະ ກໍຄຶດວ່າແມວໂຕນັ້ນຍັງບໍ່ຍອມຈາກໄປຈິ່ງມອບສິ່ງນີ້ໄວ້ໃຫ້, ທາງເຈົ້າຂຸນກໍໄດ້ນຳເອົາແກ້ວນັ້ນຕິດໂຕຕະຫຼອດເວລາ ມີມື້ໜຶ່ງ ທາງເຈົ້າຂຸນ ໄດ້ຮັບລາດສະການໄປຕ່າງເມືອງ ໃນການເດີນທາງກໍ່ຕ້ອງໄດ້ລັດປ່າລັດດົງໄປ ພໍຄໍ່າມາກໍຕັ້ງຈຸດພັກແຮມ ໃນຂະນະນັ້ນ ທາງເຈົ້າຂຸນກໍໄດ້ໄປອາບນ້ຳ ໃນຕອນນັ້ນເອງຜີພາຍໂຕໜຶ່ງມາຫວັງປອງເອົາຊີວິດ ຂອງເຈົ້າຂຸນນັ້ນ ໂດຍທີ່ເຈົ້າຂຸນກໍໄດ້ເຮັດທຸກວິທີທາງເພື່ອເອົາໂຕລອດ ພໍຊວດຮູ້ເມື່ອໄດ້ວ່າຕົນເອງມີຕາແມວເລີຍນຳອອກມາໃຊ້ ປະຕິຫານກໍເກີດຂື້ນ ເມື່ອເຈົ້າຂຸນຈັບເອົາຕາແມວອອກມາ ພາຍໂຕນັ້ໜກໍໄດ້ ຫາຍໄປແລ້ວ.
ແລະ ນີ້ເອງຄືທີ່ມາຂອງ “ເພັດຕາແມວ”