ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

ການສຶກສາລາວ ແມ່ນເນັ້ນໃສສອນການຂູດຮີດປະຊາຊົນ ແລະ ສອນໃຫ້ຮູ້ການສໍ້ກົງເອົາຊັບສິນຂອງລັດ ມັນສະ
ແດງອອກຢູ່ບ່ອນວ່າ ລະບົບການຮຽນການສອນແມ່ນບໍ່ໄດ້ເນັ້ນໜັດເຖິງຄຸນນະພາບ ແຕ່ກົງກັນຂ້າມແມ່ນ ສົ່ງເສີມ
ການຊື້ຈ້າງຈອບອອຍ ການຮຽນການສອນ ແມ່ນບໍ່ມີການແຂ່ງຂັນກັນດ້ວຍຄວາມຮູ້ຄວາມສາມາດ ແຕ່ກົງກັນຂ້າມ
ແມ່ນ ແຂ່ງຂັນກັນ ຂີ້ລົດມາ ສະແດງ ໃສ່ກັນ, ສະແດງມືຖື ທີທັນສະໄໝແຕ່ ບໍ່ມີມັນສະໝອງໃນການຄຳນວນ ມີແຕ່
ການແຂ່ງຂັນກັນດ້ວຍເງິນຄຳ ທີ່ທາງພໍ່ແມ່ຫາມາໃຫ້ການສືກສາຢູ່ລາວ ເຖິງຈະລົງທຶນໃສ່ຢ່າງມະຫາສານ ຈາກ
ທະນາຄານໂລກ, ທະນາຄານ ເອເດບີ ແຕ່ ມັນກໍຍັງ ຈະເລີນຍາກ ເພາະວ່າ ຄຸນນະພາບຂອງຄູອາຈານ, ເອກະສານ
ຫລື ອື່ນໆແມ່ນຍັງບໍ່ທັນປັບປຸງແມ່ແບບ ຫລື ແມ່ພິມ ຂອງການສືກສາ ແມ່ນຄູ ແຕ່ຄູພັດບໍ່ທັນໄດ້ເອົາໃຈໃສ່ເທົ່າທີ້
ຄວນ ເປັນຕົ້ນແມ່ນ ການຝືກອົບຮົມກ່ຽວກັບການຮຽນການສອນ ແລະອື່ນໆ. ນອກຈາກນັ້ນແລ້ວ ເງິນດຳເງິນເດືອນ
ແມ່ນ ຂາດໆເຂິນໆ ຂ້າພະເຈົ້າຢາກເວົ້າວ່າ ເງິນເດືອນແມ່ນບໍ່ເບີກຕາມເດືອນ ແຕ່ເງິນເດືອນແມ່ນເບີກເປັນງວດ
ຫລື ເປັນເຄິ່ງປີ ສຳລັບຄູຢູ່ຊົນນະບົດ ເດັກນ້ອຍຊົນນະບົດ ແມ່ນບໍ່ມີຄວາມກະຕືລືລົ້ນໄປຮຽນ ເພາະ ຄ່າໃຊ້ຈ່າຍແມ່ນ
ທາງຄອບຄົວບໍ່ສາມາດຈະແບກຫາບພາລະໄດ້ ແລະ ແຮງຈູງໃຈແມ່ນບໍ່ມີເປົ້າໝາຍ ເດັກຊົນນະບົດປະຈຸບັນແມ່ນພາກັນ
ອອກໂຮງຮຽນ ແລະແຫ່ກັນໄປຫາເຮັດວຽກທີ່ປະເທດໄທ ບັນຫາໜື່ງທີ່ເກິດຂື້ນໃນສັງຄົມລາວ ແມ່ນ ມິຈຳນວນໜື່ງ
ຮຽນຈົບມາແລ້ວ ພັດບໍ່ມິວຽກເຮັດງານທຳເພາະບໍ່ມີເສັ້ນສາຍໃນການຟາກເຂົ້າເຮັດວຽກເຮັດການນຳລັດ ຢ່າລືມເດີ
ໃນປະຈຸບັນນີ້ ມິແຕ່ພວກທີ່ມີເສັ້ນສາຍ ແລະ ເງິນຄຳ ເທົ່ານັ້ນທີ່ສາມາດເຂົ້າເຮັດວຽກໄດ້ງ່າຍ
.