ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

ມີເຫດການໜື່ງທີ່ ເປັນການຕັ້ງໃຈເຮັດຂອງອົງການຈັດຕັ້ງບ້ານ ແຫ່ງໜື່ງຂອງແຂວງ ຜົ້ງສາລີ . ມື້ໜື່ງທາງບ້ານໄດ້ລະດົມປະຊາຊົນພາຍໃນບ້ານເພື່ອໄປຖາງປ່າອ້ອມແອມບ້ານ ເພື່ອປັນດິນ ໃຫ້ແກ່ປະຊາຊົນພາຍໃນບ້ານ  ທຳອິດກໍ່ແມ່ນຖາງປ່າແທ້ຢູ່ພາກຕາເວັນອອກ ແຕ່ຕໍ່ມາເຂົ້າເຈົ້າໄດ້ມາຖາງພາກຕາເວັນຕົກ ພັດໄດ້ລຸກລ້ຳເຂົ້າມາໃນເຂດດິນຂອງພໍ່ເຖົ້າຂ້ອຍ ແຕ່ພໍທາງການຈັດຕັ້ງໄດ້ຖາງເຂົ້າມາໄດ້ 10-20ແມັດ ພໍ່ເຖົ້າກໍ່ອອກໄປເວົ້າໃຫ້ນາຍບ້ານ ແຕ່ອົງການຈັດຕັ້ງບ້ານພັດບໍ່ຟັງ ຍັງຖາງເຂົ້າມາອີກ 40-50 ແມັດ ແຖມທາງບ້ານຍັງມາເວົ້າວ່າດິນດັ່ງກ່າວເປັນຂອງບ້ານ ແຕ່ພໍ່ເຖົ້າຂ້ອຍວ່າບໍ່ແມ່ນຂອງບ້ານ  ຕັ້ງແຕ່ລາວຈື່ໄດ້ດິນຕອນນີ້ລາວກໍ່ໄດ້ມີການປູກຝັງແລະ ລ້ຽງສັດແລ້ວ ດັ່ງນັ້ນລາວຈື່ງຂໍໃຫ້ທາງບ້ານຢຸດ ແຕ່ທາງບ້ານບໍ່ຟັງສຳພັດ ພາກັນຖາງຕົ້ນໄມ້ກີນໝາກອີກຫຼາຍຕົ້ນ ຈົນເຮັັັັັັດໃຫ້ພໍ່ເຖົ້າບໍ່ພໍໃຈຈຶ່ງໄດ້ ເອົາປືນມາຍິງຄູ່ຫຼາຍນັດ ຈັງເຮັດໃຫ້ທາງບ້ານຢຸດການຖາງຊົ່ວຄາວ. ແລະ ຕອນນີ້ຢູ່ໃນຂັ້ນເຈລະຈາ ເຈົ້າຄິດວ່າໃຜຜິດ ພວກຂ້ອຍ ຫຼື ການຈັດຕັ້ງບ້ານ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

ການສຶກສາລາວ ແມ່ນເນັ້ນໃສສອນການຂູດຮີດປະຊາຊົນ ແລະ ສອນໃຫ້ຮູ້ການສໍ້ກົງເອົາຊັບສິນຂອງລັດ ມັນສະ
ແດງອອກຢູ່ບ່ອນວ່າ ລະບົບການຮຽນການສອນແມ່ນບໍ່ໄດ້ເນັ້ນໜັດເຖິງຄຸນນະພາບ ແຕ່ກົງກັນຂ້າມແມ່ນ ສົ່ງເສີມ
ການຊື້ຈ້າງຈອບອອຍ ການຮຽນການສອນ ແມ່ນບໍ່ມີການແຂ່ງຂັນກັນດ້ວຍຄວາມຮູ້ຄວາມສາມາດ ແຕ່ກົງກັນຂ້າມ
ແມ່ນ ແຂ່ງຂັນກັນ ຂີ້ລົດມາ ສະແດງ ໃສ່ກັນ, ສະແດງມືຖື ທີທັນສະໄໝແຕ່ ບໍ່ມີມັນສະໝອງໃນການຄຳນວນ ມີແຕ່
ການແຂ່ງຂັນກັນດ້ວຍເງິນຄຳ ທີ່ທາງພໍ່ແມ່ຫາມາໃຫ້ການສືກສາຢູ່ລາວ ເຖິງຈະລົງທຶນໃສ່ຢ່າງມະຫາສານ ຈາກ
ທະນາຄານໂລກ, ທະນາຄານ ເອເດບີ ແຕ່ ມັນກໍຍັງ ຈະເລີນຍາກ ເພາະວ່າ ຄຸນນະພາບຂອງຄູອາຈານ, ເອກະສານ
ຫລື ອື່ນໆແມ່ນຍັງບໍ່ທັນປັບປຸງແມ່ແບບ ຫລື ແມ່ພິມ ຂອງການສືກສາ ແມ່ນຄູ ແຕ່ຄູພັດບໍ່ທັນໄດ້ເອົາໃຈໃສ່ເທົ່າທີ້
ຄວນ ເປັນຕົ້ນແມ່ນ ການຝືກອົບຮົມກ່ຽວກັບການຮຽນການສອນ ແລະອື່ນໆ. ນອກຈາກນັ້ນແລ້ວ ເງິນດຳເງິນເດືອນ
ແມ່ນ ຂາດໆເຂິນໆ ຂ້າພະເຈົ້າຢາກເວົ້າວ່າ ເງິນເດືອນແມ່ນບໍ່ເບີກຕາມເດືອນ ແຕ່ເງິນເດືອນແມ່ນເບີກເປັນງວດ
ຫລື ເປັນເຄິ່ງປີ ສຳລັບຄູຢູ່ຊົນນະບົດ ເດັກນ້ອຍຊົນນະບົດ ແມ່ນບໍ່ມີຄວາມກະຕືລືລົ້ນໄປຮຽນ ເພາະ ຄ່າໃຊ້ຈ່າຍແມ່ນ
ທາງຄອບຄົວບໍ່ສາມາດຈະແບກຫາບພາລະໄດ້ ແລະ ແຮງຈູງໃຈແມ່ນບໍ່ມີເປົ້າໝາຍ ເດັກຊົນນະບົດປະຈຸບັນແມ່ນພາກັນ
ອອກໂຮງຮຽນ ແລະແຫ່ກັນໄປຫາເຮັດວຽກທີ່ປະເທດໄທ ບັນຫາໜື່ງທີ່ເກິດຂື້ນໃນສັງຄົມລາວ ແມ່ນ ມິຈຳນວນໜື່ງ
ຮຽນຈົບມາແລ້ວ ພັດບໍ່ມິວຽກເຮັດງານທຳເພາະບໍ່ມີເສັ້ນສາຍໃນການຟາກເຂົ້າເຮັດວຽກເຮັດການນຳລັດ ຢ່າລືມເດີ
ໃນປະຈຸບັນນີ້ ມິແຕ່ພວກທີ່ມີເສັ້ນສາຍ ແລະ ເງິນຄຳ ເທົ່ານັ້ນທີ່ສາມາດເຂົ້າເຮັດວຽກໄດ້ງ່າຍ
.
 
 
 
ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

สาวเปรี้ยวกะสาวเรียบร้อย

มีผู้หญิง 2 คน
คนนั่งอยู่ด้านหน้า ต่างคนต่างมา
คนด้านซ้ายมือแต่งตัวเหมือนคุณหญิงใส่เพชรใส่ทองมากมาย
คนด้านขวาแต่งตัวเรียบๆ แล้วผู้หญิง 2 คนก็เริ่มคุยกัน

สาวเปรี้ยว: สวัสดีค่ะมาเที่ยวคนเดียวเหมือนกันเหรอคะ
สาวเรียบร้อย: ค่ะมาคนเดียว

สาวเปรี้ยว: เนี่ย เดี๊ยน ไม่ได้มาเที่ยวอย่างเดียวหรอกคะ กะว่าจะมาดูรถPorche ไปให้ลูกใช้ซัก 2 คัน

สาวเรียบร้อย: อ๋อเหรอคะ

สาวเปรี้ยว: ตอนสมัยอยู่ฝรั่งเศส ก็ขับจากัวร์ กับเฟอร์รารี่เจ้าคุณพ่อซื้อให้ค่ะ เงินสดนะคะ

สาวเรียบร้อย: อ๋อเหรอคะ

สาวเปรี้ยว: มานี่จะซื้อของขวัญให้ตัวเองซะหน่อยกะว่าจะซื้อเพชรกลับเมืองไทยซัก 50 กะรัต

สาวเรียบร้อย: อ๋อเหรอคะ

สาวเปรี้ยว: แล้วคุณน้องหล่ะคะ ชีวิตเป็นไงบ้างค่ะ

สาวเรียบร้อย: ก็ไม่มีอะไรคะ ชีวิตเรียบง่าย สมัยเรียน พ่อให้ไปเรียนในวังได้แต่เย็บปักถักร้อย ร้อยพวงมาลัย ทำขนม
ครูห้ามพูดคำหยาบ ครูบอกว่าถ้าจะด่าใคร อีตอแหล ให้พูดว่า อ๋อเหรอคะ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

ຜູ້ຊາຍສາມຄົນ ເຊິ່ງພວກເຂົາເປັນໝູ່ກັນແຕ່ສະໃມຮຽນແຕ່ບໍ່ໄດ້ພົບກັນເປັນເວລາຫຼາຍປີແລ້ວຈົນເຂົາເຈົ້າບັງເອີນມາເຈິກັນໃນຮ້ານອາຫານແຫ່ງໜື່ງ

ພວກເຂົາກໍ່ໄດ້ເວົ້າກ່ຽວກັບລູກເຂົາເຈົ້າດີຕ່າງໆນາໆ

ຊາຍຜູ້ທີ່1: ລູກກູນິ ຮຽນຈົບມາກໍ່ເຮັດບໍລິສັດຮັບເໝົາກໍ່ສ້າງເປັນຂອງຕົນເອງ ຊ່ວງນິມັນຕິດແຟນ ມັນກໍ່ເລີຍສ້າງເຮືອນໃຫ້ແຟນມັນຫຼັງບັກໃຫຍ່ໆ

ຊາຍຜູ້ທີ2: ລູກກູ ຮຽນຈົບມາມັນກາເຮັດ ໂຊລູມ ຂາຍລົດ ກາຮັກແຟນມັນຄືກັນ ມັນຊື້ ລົດສະປອດໃຫ້ແຟນມັນຄັນໜື່ງ

ຊາຍທັງສອງກາຖາມ ຜູ້ທີ່3 ວ່າລະລູກມຶງເດ

ຊາຍຜູ້ທີ່3: ລູກກູ ມັນເປັນກະເທີຍ ແຕ່ລະມື້ມັນບໍ່ເຮັດຫຍັງ

ຊາຍທັງ2 ກາມາປອບໃຈ ຊາຍຜູ້ທີ່3 ລະເວົ້າວ່າບໍ່ເປັນຫຍັງດອກສ່ຽວ

ຊາຍຜູ້ທີ່3: ກູບໍ່ໄດ້ເສີຍໃຈດອກ ກູດີໃຈຊ້ຳທີ່ມັນມີແຟນບາດດຽວ 2 ຄົນ ແຟນຄົນທີ່ໜື່ງ ເຮັດເຮືອນໃຫ້ມັນຢູ່ຫຼັງບັກໃຫຍ່ໆ ສ່ວນແຟນຄົນທີ່ສອງ ຊື້ລົດສະປອດໃຫ້ມັນຂັບ ກູວ່າກູດີໃຈຊ້ຳ

!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!??????????????

ຂຽນເມື່ອ ຂຽນເມື່ອ: ພ.ພ.. 2, 2013 | ມີ 2 ຄຳເຫັນ ແລະ 0 trackback(s)

ມີນ້າບ່າວ ແລະ ຫຼານສາວ ຄູ່ໜຶ່ງໄດ້ມາຮຽນຢູ່ວຽງຈັນ ແລ້ວ ໄດ້ມາເຊົ່າຢູ່ຫ້ອງດຽວກັນ

ມື້ໜຶ່ງ ນ້າບ່າວເກີດອາລົມເລີຍຖາມຫຼານວ່າ:

ນ້າບ່າວ: ແກ້ເສື້ອຫຼານອອກໄດ້ບໍ່

ຫຼານ: ໄດ້ (ເຮັດສີໜ້າເຂິນອາຍ)

ນ້າບ່າວ: ແກ້ໂສ້ງຫຼານອອກໄດ້ບໍ່

ຫຼານ: ໄດ້ (ມີສີໜ້າແດງ)

ນ້າບ່າວ: ແກ້ເສື້ອຊ້ອນ ຫຼານໄດ້ບໍ່ (ນ້າບ່າວ ເລີ່ມ ມີສີໜ້າເຂີນອາຍ)

ຫຼານ: ໄດ້  ລະ ແກ້ ສະລິບອອກພ້ອມເດີ້.

 

 

ແລ້ວຫຼານກໍ່ເວົ້າອີກວ່າ ມື້ໜ້າຢ່າເອົາເຄື່ອງຂອງຫຼານໄປໃສ່ອີກເດີ້.