ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

  

ເຈົ້າໜ້າທີ່ ສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ທີ່ ເຂົ້າຮ່ວມ ກອງປະຊຸມ ໄດ້ກ່າວ ໃນຕອນນຶ່ງ ວ່າ:

ປະສານ ສົມທົບ ປຶກສາ ຫາລື ກ່ຽວກັບ ບັນຫາ ຮີບດ່ວນ ທີ່ພົວພັນ ເຖິງກັບ ບັນຫາ ຊາວໜຸ່ມ ຊົນເຜົ່າ ບັນຫາ ໜຸ່ມສາສນາ ບັນຫາ ຊາວໜຸ່ມ ທີ່ິສິ່ງ ຫຍໍ້ທໍ້ ເປັນຕົ້ນ ບັນຫາ ຢາບ້າ ບັນຫາ ໄພສັງຄົມ.

ໃນປະກົດການ ຫຍໍ້ທໍ້ ທີ່ຮ້າຍແຮງ ໃນສັງຄົມ ລາວ ປັດຈຸບັນ ບັນຫາ ທີ່ ຮ້າຍແຮງ ກວ່າໝູ່ ກໍແມ່ນ ບັນຫາ ຊາວໜຸ່ມ ໄວລຸ້ນ ຕິດຢາບ້າ; ຈຳນວນ ຜູ້ຕິດ ຢາບ້າ ເພິ້ມຂື້ນເລື້ອຍໆ ແລະ ຜູ້ຕິດ ຜູ້ເສບ ກໍແມ່ນ ຜູ້ມີອາຍຸ ອ່ອນ ແລະ ມີເພິ້ມຂື້ນ ຂນາດນັກຮຽນ ຂັ້ນມັທຍົມ ຕອນຕົ້ນ ກໍຕິດ ແລະ ເສບຢາບ້າ ເປັນປະຈຳ ແລ້ວ, ມີທັງຍິງ ແລະຊາຍ. 

ເມື່ອຕິດ ຢາບ້າ ເດັກນ້ອຍ ເຍົາວະຊົນ ແລະ ຊາວໜຸ່ມ ໄວລຸ້ນ ກໍພາກັນ ກໍ່ອາສຍາກັມ ເປັນຕົ້ນ ການລັກ ປຸ້ນຈີ້ ເອົາສິ່ງຂອງ ການຕົບຕີ ທຳຮ້າຍ ຮ່າງກາຍ ແລະ ການຂ້າແທງ ຊຶ່ງກັນ ແລະ ກັນ. ປະກົດການ ຫຍໍ້ທໍ້ ອີກຢ່າງນຶ່ງ ກໍແມ່ນ ການກິນເຫລົ້າ ຊາວໜຸ່ມ ໄວລຸ້ນ ກິນເຫລົ້າ ກິນເບັຍ ຢູ່ຕາມ ບ້ານເຮືອນ ຕາມບຸນ ແລະ ຮ້ານອາຫານ ບາຣ໌ ແລະ ສະຖານທີ່ ບັນເທີງ ອື່ນໆ. ການກິນເຫລົ້າ ກໍສົ່ງຜົນ ກະທົບ ຕໍ່ສັງຄົມ ຄືກັບ ການຕິດ ຢາເສບຕິດ, ກິນເຫລົ້າເມົາ ແລ້ວຂັບຣົດ ຍິ່ງເປັນ ອັນຕະຣາຍ ເກີດ ອຸບັດຕິເຫດ ຕາມຖນົນ ແລະ ມີຄົນ ເສັຍຊີວິດ ມາແລ້ວ ນັບບໍ່ຖ້ວນ ໃນ ແຕ່ລະປີ

<!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->" ຊາວໜຸ່ມ ນັກສຶກສາ "

<!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->ຂ້າພະເຈົ້າເຄີຍເປັນນັກສຶກສາຜ່ານມາ ເເລະກໍ່ຄິດວ່າຫລາຍໆຄົນທີ່ເຂົ້າມາໃນເວັບໄຊຂອງ inlao.net ນີ້ກໍ່ຄົງຈະເຄີຍຜ່ານຊີວິດເເບບນີ້ມາຫລາຍຄົນ, ບາງຜ່ອງກໍ່ຄົງຈະກໍາລັງໄດ້ໄຊ້ຊີວິດທີ່ກ່າວນີ້ຢູ່. ຂ້າພະເຈົ້າກໍ່ບໍ່ຮູ້ຫຍັງຫລາຍໃນໄລຍະທີ່ຕົນຍັງເປັນນັກສຶກສາ ຫາກໄລຍະນັ້ນກໍ່ມີຫລາຍຢ່າງທີ່ຢາກໃຫ້ສຶກສາ ເເລະຮຽນຮູ້ຢູ່, ຄວາມຈິງທີ່ກ່າວ ກໍ່ຄືຄວາມເວົ້າທີ່ຜ່ານມາ...ເວົ້າໄປເເລ້ວກໍ່ເປັນຕາຫົວປົນສັບສົນເນາະ, ເເຕ່ຢ່າງໃດກໍ່ຕາມ ບໍ່ວ່າໄລຍະໃດຕໍ່ໄລຍະໃດ ເເລະສັງຄົມໃດຕໍ່ສັງຄົມໃດ ນັກສຶກສາເເມ່ນ "ກໍາລັງເເຮງອັນສໍາຄັນ" ບໍ່ວ່າຈະເປັນດ້ານໃດ, ຖ້າຫາກມາເບິ່ງຄືນໃນເວລາຜ່ານມາເເຫ່ງສັງຄົມຫລາຍປີກ່ອນ ເຮົາກໍ່ຈະເຫັນໄດ້ວ່າ "ຊາວໜຸ່ມ ນັກສຶກສາ" ເເມ່ນສໍາຄັນທີ່ສຸດເຖິງການປ່ຽນເເປງ, ປ່ຽນເເປງທຸກຢ່າງໄດ້ ກໍ່ຍ້ອນເເນວຄິດ ເເລະຄວາມມຸ່ງໝັ້ນ ມຸ່ງຫວັງຂອງ "ຊາວໜຸ່ມ ນັກສຶກສາ", ປ່ຽນໄປໃນທາງທີ່ດີ ຫລືບໍ່ ກໍ່ເເລ້ວເເຕ່ສະຖານນະການຂອງບັນຫາ. 

ເເລ້ວພວກເຮົາເຫັນຫຍັງກັນເເດ່ກັບສິ່ງທີ່ເກີດຂຶ້ນໃນສັງຄົມປະຈຸບັນ? ໜ້າທີ່ຂອງ "ຊາວໜຸ່ມ ນັກສຶກສາ" ເເມ່ນຫຍັງ?, ເເມ່ນຫຍັງທີ່ "ຊາວໜຸ່ມ ນັກສຶກສາ" ຈະຕ້ອງປະຕິບັດ?, ສິ່ງທີ່ເປັນຢູ່ ເເລະມີການປ່ຽນເເປງໄປໃນທາງທີ່ຫລາຍໆຄົນກໍ່ເຂົ້າໃຈຢູ່ວ່າ "ບໍ່ຖືກຕ້ອງ" ກໍ່ຍັງຈະປະປ່ອຍໃຫ້ປ່ຽນໄປເຊັ່ນນັ້ນບໍ?...ຂ້າພະເຈົ້າຄິດວ່າ ບໍ່ມີໃຜຜູ້ໃດຈະປ່ຽນເເປງໃຫ້ເຮົາໄດ້ ນອກເສຍຈາກ ຄວາມມຸ່ງໝັ້ນ ເເລະຕັ້ງໃຈຂອງ "ຊາວໜຸ່ມ ນັກສຶກສາ" ເອງ. 

ພາບທີ່ພົບເຫັນໃນຂ້າງທາງ, ພາບທີ່ພົບເຫັນໃນສະຖານທີ່ເສຍເວລາຕ່າງໆ ມັນເຮັດໃຫ້ຫລາຍໆຄົນນ້ອຍໃຈ ໂດຍສະເພາະ "ຕໍ່ຜູ້ທີ່ເພິ່ນຕັ້ງຄວາມຫວັງນໍາ ຊາວໜຸ່ມ ນັກສຶກສາ" ເຊິ່ງເປັນຄວາມຫວັງຂອງປະເທດຊາດ, ປະເທດທີ່ເຄີຍຜ່ານກາຍມາເປັນປະເທດ ທຸກມື້ນີ້ຍ້ອນ "ກໍາລັງທີ່ສໍາຄັນຂອງ ຊາວໜຸ່ມ ນັກສຶກສາ". 

ຖ້າຫາກວ່າ ມື້ໜື່ງຂ້າງໜ້າ ທຸກຄົນຕ້ອງການໃຫ້ສັງຄົມປ່ຽນໄປໃນທາງທີ່ດີຂຶ້ນ, ເເນ່ນອນ "ຊາວໜຸ່ມ ນັກສຶກສາ" ເເມ່ນເປົ້າໝາຍຫລັກຂອງກໍາລັງເເຮງ ເເລະຄວາມຄິດທີ່ຈະໄດ້ກ້າວອອກໄປປະເຊີນໜ້າກັບບັນຫານັ້ນ...ເພາະ "ຊາວໜຸ່ມ ນັກສຶກສາ" ຄືຄົນຫຸ້ນໃໝ່ທີ່ຈະເຂົ້າໃຈໃນສິ່ງທີ່ດີໆ ເພື່ອປະເທດຊາດ ສາດສໜາ ເເລະຄວາມສໍາຄົນຂອງປະຊາຊົນຜູ້ທຸກຈົນ. ຂ້າພະເຈົ້າຫວັງວ່າ "ຊາວໜຸ່ມ ນັກສຶກສາ" ໃນປະຈຸບັນນີ້ ຈະເຂົ້າໃຈບັນຫາໄດ້ດີກ່ວາ ຍ້ອນບັນຫາສ່ວນຫລາຍ ເເມ່ນເກີດຂຶ້ນໃນປະຈຸ່ບັນເວລາ...ທຸກສິ່ງ ຈະເຂົ້າໃຈຢ່າງຈະເເຈ້ງຂຶ້ນເມື່ອຊາວໜຸ່ມ-ນັກສຶກສາ ຫາກຫັນມອງເບິ່ງໃນສິ່ງທີ່ເກີດຂຶ້ນກັບຕົນເອງ...ຢາກໃຫ້ສັງຄົມ ເເລະປະເທດຊາດປ່ຽນໄປໃນທາງໃດ

ດ້ວຍຄວາມຮັກເເພງ.

<!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->

ປະເພນີໃສ່ບາດນີ້...............ບໍ່ເຄີຍເຊື່ອມສູນຫາຍ

ຫລາຍຮຸ້ນຄົນມີມາ..............ແຕ່ບູຮານນະການພຸ້ນ

ມັນແມ່ນມູນມ້ງເຄົ້າ..............ມີມາແຕ່ເຖົ້າແກ່

ໃຫ້ລູກຫລານຮັບໄວ້..........ສືບມູນເຄົ້າເກົ່າເດີມ


ເຮົາຈົ່ງຈໍາເອົາໄວ້.................ຮິດເກົ່າຄອງຫລັງ

ຮ່ວມພະລັງແຮງໃຈ..............ຮັກສາທັມພະຄຸນເຈົ້າ

ສາສນາຢາໃຫ້ເສົ້າ.................ສິລທັມຢ່າໃຫ້ເຊ່ືອມ

ອຸປະຖໍາຄໍ້າຈູນໄວ້.................ມູນເຄົ້າພຸດທະອົງ....ທ່ານເອີຍ

 

<!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->ຂ້າພະເຈົ້າເຄີຍເປັນນັກສຶກສາຜ່ານມາ ເເລະກໍ່ຄິດວ່າຫລາຍໆຄົນທີ່ເຂົ້າມາໃນເວັບໄຊຂອງ inlao.net ນີ້ກໍ່ຄົງຈະເຄີຍຜ່ານຊີວິດເເບບນີ້ມາຫລາຍຄົນ, ບາງຜ່ອງກໍ່ຄົງຈະກໍາລັງໄດ້ໄຊ້ຊີວິດທີ່ກ່າວນີ້ຢູ່. ຂ້າພະເຈົ້າກໍ່ບໍ່ຮູ້ຫຍັງຫລາຍໃນໄລຍະທີ່ຕົນຍັງເປັນນັກສຶກສາ ຫາກໄລຍະນັ້ນກໍ່ມີຫລາຍຢ່າງທີ່ຢາກໃຫ້ສຶກສາ ເເລະຮຽນຮູ້ຢູ່, ຄວາມຈິງທີ່ກ່າວ ກໍ່ຄືຄວາມເວົ້າທີ່ຜ່ານມາ...ເວົ້າໄປເເລ້ວກໍ່ເປັນຕາຫົວປົນສັບສົນເນາະ, ເເຕ່ຢ່າງໃດກໍ່ຕາມ ບໍ່ວ່າໄລຍະໃດຕໍ່ໄລຍະໃດ ເເລະສັງຄົມໃດຕໍ່ສັງຄົມໃດ ນັກສຶກສາເເມ່ນ "ກໍາລັງເເຮງອັນສໍາຄັນ" ບໍ່ວ່າຈະເປັນດ້ານໃດ, ຖ້າຫາກມາເບິ່ງຄືນໃນເວລາຜ່ານມາເເຫ່ງສັງຄົມຫລາຍປີກ່ອນ ເຮົາກໍ່ຈະເຫັນໄດ້ວ່າ "ຊາວໜຸ່ມ ນັກສຶກສາ" ເເມ່ນສໍາຄັນທີ່ສຸດເຖິງການປ່ຽນເເປງ, ປ່ຽນເເປງທຸກຢ່າງໄດ້ ກໍ່ຍ້ອນເເນວຄິດ ເເລະຄວາມມຸ່ງໝັ້ນ ມຸ່ງຫວັງຂອງ "ຊາວໜຸ່ມ ນັກສຶກສາ", ປ່ຽນໄປໃນທາງທີ່ດີ ຫລືບໍ່ ກໍ່ເເລ້ວເເຕ່ສະຖານນະການຂອງບັນຫາ. 

ເເລ້ວພວກເຮົາເຫັນຫຍັງກັນເເດ່ກັບສິ່ງທີ່ເກີດຂຶ້ນໃນສັງຄົມປະຈຸບັນ? ໜ້າທີ່ຂອງ "ຊາວໜຸ່ມ ນັກສຶກສາ" ເເມ່ນຫຍັງ?, ເເມ່ນຫຍັງທີ່ "ຊາວໜຸ່ມ ນັກສຶກສາ" ຈະຕ້ອງປະຕິບັດ?, ສິ່ງທີ່ເປັນຢູ່ ເເລະມີການປ່ຽນເເປງໄປໃນທາງທີ່ຫລາຍໆຄົນກໍ່ເຂົ້າໃຈຢູ່ວ່າ "ບໍ່ຖືກຕ້ອງ" ກໍ່ຍັງຈະປະປ່ອຍໃຫ້ປ່ຽນໄປເຊັ່ນນັ້ນບໍ?...ຂ້າພະເຈົ້າຄິດວ່າ ບໍ່ມີໃຜຜູ້ໃດຈະປ່ຽນເເປງໃຫ້ເຮົາໄດ້ ນອກເສຍຈາກ ຄວາມມຸ່ງໝັ້ນ ເເລະຕັ້ງໃຈຂອງ "ຊາວໜຸ່ມ ນັກສຶກສາ" ເອງ. 

ພາບທີ່ພົບເຫັນໃນຂ້າງທາງ, ພາບທີ່ພົບເຫັນໃນສະຖານທີ່ເສຍເວລາຕ່າງໆ ມັນເຮັດໃຫ້ຫລາຍໆຄົນນ້ອຍໃຈ ໂດຍສະເພາະ "ຕໍ່ຜູ້ທີ່ເພິ່ນຕັ້ງຄວາມຫວັງນໍາ ຊາວໜຸ່ມ ນັກສຶກສາ" ເຊິ່ງເປັນຄວາມຫວັງຂອງປະເທດຊາດ, ປະເທດທີ່ເຄີຍຜ່ານກາຍມາເປັນປະເທດ ທຸກມື້ນີ້ຍ້ອນ "ກໍາລັງທີ່ສໍາຄັນຂອງ ຊາວໜຸ່ມ ນັກສຶກສາ". 

ຖ້າຫາກວ່າ ມື້ໜື່ງຂ້າງໜ້າ ທຸກຄົນຕ້ອງການໃຫ້ສັງຄົມປ່ຽນໄປໃນທາງທີ່ດີຂຶ້ນ, ເເນ່ນອນ "ຊາວໜຸ່ມ ນັກສຶກສາ" ເເມ່ນເປົ້າໝາຍຫລັກຂອງກໍາລັງເເຮງ ເເລະຄວາມຄິດທີ່ຈະໄດ້ກ້າວອອກໄປປະເຊີນໜ້າກັບບັນຫານັ້ນ...ເພາະ "ຊາວໜຸ່ ນັກສຶກສາ" ຄືຄົນຫຸ້ນໃໝ່ທີ່ຈະເຂົ້າໃຈໃນສິ່ງທີ່ດີໆ ເພື່ອປະເທດຊາດ ສາດສໜາ ເເລະຄວາມສໍາຄົນຂອງປະຊາຊົນຜູ້ທຸກຈົນ. ຂ້າພະເຈົ້າຫວັງວ່າ "ຊາວໜຸ່ມ ນັກສຶກສາ" ໃນປະຈຸບັນນີ້ ຈະເຂົ້າໃຈບັນຫາໄດ້ດີກ່ວາ ຍ້ອນບັນຫາສ່ວນຫລາຍ ເເມ່ນເກີດຂຶ້ນໃນປະຈຸ່ບັນເວລາ...ທຸກສິ່ງ ຈະເຂົ້າໃຈຢ່າງຈະເເຈ້ງຂຶ້ນເມື່ອຊາວໜຸ່ມ-ນັກສຶກສາ ຫາກຫັນມອງເບິ່ງໃນສິ່ງທີ່ເກີດຂຶ້ນກັບຕົນເອງ...ຢາກໃຫ້ສັງຄົມ ເເລະປະເທດຊາດປ່ຽນໄປໃນທາງໃດ? 

ດ້ວຍຄວາມຮັກເເພງ.